ອັດຕະປື ທຳລາຍຜະລິດຕະພັນໝູ 179,9 ກິໂລ

ແຫຼ່ງຂ່າວຈາກແຂວງອັດຕະປື ໄດ້ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ສັດຕະວະແພດ ຫ້ອງການ ກະສິກຳ-ປ່າໄມ້ ເມືອງສາມັກຄີໄຊ ໄດ້ຢືດ ແລະ ທຳລາຍຊິ້ນສວນ ຜະລິດຕະພັນໝູຈາກ 17 ຮ້ານພາຍໃນເມືອງສາມັກຄີໄຊ, ມີນ້ຳໜັກ 179,9 ກິໂລ ພາຍຫຼັງທີ່ໄດ້ຮັບຂໍ້ມມູນຈາກນັກຂ່າວກະສິກຳ-ປ່າໄມ້ ແຂວງອັດຕະປື ວ່າໄດ້ ກວດພົບພະຍາດອະຫິວາໝູອາຟຣິກາ ຢູ່ເມືອງສາມັກຄີໄຊ, ເມືອງພູວົງ ແລະ ເມືອງສະໜາມໄຊ.


ປັດຈຸບັນ ພະແນກກະສິກຳ ແລະ ປ່າໄມ້ແຂວງອັດຕະປື ໄດ້ມີແຜນການກຽມພ້ອມເຝົ້າລະວັງ, ປ້ອງກັນ ແລະ ວາງມາດຕາການ ເພື່ອສະກັດກັ້ນການລະບາດຂອງພະຍາດດັ່ງກ່າວນີ້ ໂດຍໄດ້ເອົາໃຈໃສ່ຄວບຄຸມ ແລະ ຫ້າມນໍາເຂົ້າ, ຫ້າມບໍລິໂພກໝູທຸກຊະນິດຢ່າງເຂັ້ມງວດ ເປັນຕົ້ນ ຢູ່ບັນດາດ່ານກວດກາຊາຍແດນ ແລະ ມີການຕັ້ງຈຸດກວດ ສີດຢາຂ້າເຊື້ອຢູ່ຕາມເສັ້ນທາງເຂດຫຼໍ່ແຫຼມໃນທົ່ວແຂວງ.

Comments