ການເມືອງ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ວັນທີ 13 ທັນວາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( JCR ) ຄັ້ງທີ 3. ໃນໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ທີ່ໄດ້ນຳພາຄະນະ ເດີນທາງມາເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ກໍຄື ປະຊາຊົນ ສອງຊາດ ລາວ-ໄທ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ໄປມາຫາສູ່ເຊິ່ງກັນ ແລະ ກັນ ໃນອາ ...

Read More »

ລັດຖະມົນຕີ ກະຊວງສາທາ ສະເໜີຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 13 ທັນວາ 2018 ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສະເໜີຮ່າງກົດ ໝາຍວ່າດ້ວຍການປະກັນສຸຂະພາບ ເຊິ່ງເປັນກົດໝາຍສ້າງໃໝ່.   ທ່ານ ໄດ້ຍົກໃຫ້ເຫັນເຖິງຈຸດປະສົງ ຂອງການສ້າງກົດໝາຍດັ່ງກ່າວ, ແມ່ນເພື່ອເຮັດໃຫ້ວຽກງານປະກັນສຸຂະພາບ ໄດ້ຮັບການຄຸ້ມຄອງດ້ວຍກົດໝາຍ ຕາມແນວທາງນະໂຍບາຍຂອງພັກ ກ່ຽວກັບການສ້າງລັດຄຸ້ມຄອງດ້ວຍກົດໝາຍ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວເປັນລະບົບ, ມີຄຸນນະພາບ ແລະ ມີປະສິດທິຜົນ ແນໃສ່ໃຫ້ພົນລະເມືອງລາວ ໄດ້ຮັບການປະກັນສຸຂະພາບ, ເຂົ້າເຖິງການບໍລິການປິ່ນປົວຢ່າງສະເໝີພາບ, ເປັນທຳ ແລະ ທົ່ວເຖິງສາມາດ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ຂອບໃຈຂໍ້ມູນຈາກ: ຂປລ.

Read More »

ການນຳແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ

ເນື່ອງໃນໂອກາດວັນເກີດ ຂອງປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບ ຮັກຂອງປວງຊົນລາວທັງຊາດ ຄົບຮອບ 98 ປີ, ໃນຕອນເຊົ້າຂອງວັນທີ 12 ທັນວາ 2018 ຜ່ານມານີ້, ຄະນະນຳ ຂັ້ນຕ່າງໆຂອງແຂວງສະຫວັນນະເຂດ ນຳໂດຍທ່ານ ສັນຕິພາບ ພົມວິຫານ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າ ແຂວງສະຫວັນນະເຂດ ພ້ອມດ້ວຍບັນດາພາກລັດ-ເອກະຊົນ, ຊັ້ນຄົນຕ່າງໆ, ກຳລັງ ປກຊ -ປກສ ໄດ້ ພ້ອມກັນນຳເອົາກະຕ່າດອກໄມ້ມາວາງທີ່ ອະນຸສາວະລີ ປະທານໄກສອນ ພົມວິຫານ ແລະ ໄດ້ຈູດທູບບູຊາ ຢູ່ອະນຸສອນສະຖານ ບ້ານໄຊຍະພູມ ທັງນີ້ກໍເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ຈາລຶກ-ຄຸນງາມຄວາມດີ ຕໍ່ອະດີດຜູ້ນຳທີ່ເປັນວິລະບູລຸດແຫ່ງ ຊາດລາວ ແລະ ເປັນຜູ້ນຳທີ່ ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເປັນນັກຮົບປະຕິວັດຜູ້ດີເດັ່ນ ເປັນຜູ້ຮັກຊາດທີ່ຍິ່ງໃຫຍ່ບໍ່ຍອມເປັນຂ້ອຍຂ້າຂອງ ຊາດອື່ນ ເປັນລູກຫຼານຜູ້ປະເສີດ ຂອງປະຊາຊົນລາວ ແລະ ເປັນຜູ້ ກໍ່ຕັ້ງພັກປະຊາຊົນປະຕິວັດ ລາວ. ຂໍ້ມູນຈາກ: ຂ່າວ ສະຫວັນພັດທະນາ.

Read More »

ລັດຖະມົນຕີ ຖວທ ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລື ການທ່ອງທ່ຽວສາກົນ

ປະຕິບັດຕາມການເຊື້ອເຊີນ ຂອງເຂດປົກຄອງພິເສດຮົງກົງ ສປ ຈີນ, ຄະນະຜູ້ແທນ ສປປ ລາວ ນໍາໂດຍທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືດ້ານການທ່ອງທ່ຽວສາກົນ 2018 ຈັດຂຶ້ນທີ່ເຂດປົກຄອງພິເສດຮົງກົງ ໃນລະຫວ່າງວັນທີ 11-13 ທັນວາ 2018. ກອງປະຊຸມເວທີປຶກສາຫາລື ດ້ານການທ່ອງທ່ຽວສາກົນ 2018 ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດກ່າວປາໄສເປີດກອງປະຊຸມໂດຍ, ທ່ານ ນາງ ແຄຣີແລັມເຈັງ (Carrie Lam Cheng) ປະທານຜູ້ບໍລິຫານຄຸ້ມຄອງເຂດປົກຄອງພິເສດຮົງກົງ, ມີ ທ່ານ ຢູກຸນ (Yu Qun) ຮອງລັດຖະມົນຕີກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ສປ ຈີນ, ທ່ານຮອງເຈົ້າແຂວງກວາງຕຸງ, ເລຂາທິການຮັບ ຜິດຊອບວຽກງານວັດທະນະທໍາ-ສັງຄົມເຂດປົກຄອງພິເສດມາເກົາ ພ້ອມດ້ວຍບັນດາຜູ້ຕາງໜ້າຂັ້ນສູງຈາກປະເທດຕ່າງໆ ໃນພາກພື້ນອາຊີປາຊີຟິກ ແລະ ຜູ້ຕາງໜ້າພາກສ່ວນທຸລະກິດເຂົ້າຮ່ວມ ເປັນຈໍານວນຫຼວງຫຼາຍ. ໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີ ຖວທ ຍັງໄດ້ພົບປະສອງຝ່າຍ ກັບທ່ານ ...

Read More »

ຄົບຮອບ 98 ປີ ປະທານ ໄກສອນ ພົມວິຫານ ວິລະບຸລຸດຂອງຊາດລາວ

ວັນທີ 13 ທັນວາ 2018  ແມ່ນວັນໜຶ່ງທີ່ມີຄວາມໝາຍສຳຄັນ ແລະ ຢູ່ໃນຄວາມຊົງຈໍາຂອງປວງຊົນລາວຕະຫຼອດມາ, ນັ້ນກໍຄືວັນເກີດປະທານ ໄກສອນ ພົມວິຫານ ວິລະບູລຸດທີ່ຍິ່ງໃຫຍ່ຂອງຊາດ, ຜູ້ນຳປະຕິວັດທີ່ກ້າແກ່ນ, ສະຫຼາດສ່ອງໃສ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ຂອງປວງຊົນລາວບັນດາເຜົ່າ, ຊຶ່ງປີນີ້ໄດ້ໝູນວຽນມາບັນຈົບ ຄົບຮອບ 98 ປີ (13/12/1920 – 13/12/2018).  ເນື່ອງໃນໂອກາດດັ່ງກ່າວ ທາງທີມງານ ວາລະສານທາເກັດ ຈະຂໍນໍາເອົາປະຫວັດຫຍໍ້ ແລະ ການເຄື່ອນໄຫວ ໃນພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ມາເລົ່າສູ່ຟັງ. ທ່ານ ໄກສອນ ພົມວິຫານ ເກີດວັນທີ 13 ທັນວາ 1920 ທີ່ແຂວງ ສະຫວັນນະເຂດ ເປັນບຸດຂອງທ້າວ ລ້ວນ ກັບ ນາງ ດົກ ມີນ້ອງສາວ 2 ຄົນຄື: ນາງສະຫວັນທອງ ແລະ ນາງແກ້ວມະນີ ເມື່ອອາຍຸ 7 ປີໄດ້ເຂົ້າໂຮງຮຽນປະຖົມ ທີ່ບ້ານເໜືອ (ປັດຈຸບັນແມ່ນ ບ້ານໄຊຍະພູມ) ຕໍ່ມາເຂົ້າໂຮງຮຽນປະຖົມພາສາຝຣັ່ງທີ່ ບ້ານໃຕ້ (ບ້ານທ່າແຮ່) ເມື່ອຮຽນຈົບຊັ້ນປະຖົມ ໃນປີ 1934 ໄດ້ເຂົ້າຮຽນທີ່ໂຮງຮຽນ ວິທະຍາໄລໂປຼເຕັກໂຕຣາ (Lyceé du Protectorat) ...

Read More »

ຮ່າງກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ສສຊ ຮັບຮອງແລ້ວ

ພາຍຫຼັງທີ່ບັນດາ ສສຊ ໄດ້ສຸມໃສ່ ປະກອບຄໍາຄິດ ຄໍາເຫັນ ໃສ່ຮ່າງກົດໝາຍ ວ່າດ້ວຍລາຍເຊັນເອເລັກໂຕຣນິກ ຢ່າງກົງໄປ ກົງມາ ດ້ວຍຄວາມຮັບຜິດຊອບສູງເປັນເວລາ 1 ວັນເຕັມ ເພື່ອເຮັດໃຫ້ກົດໝາຍສະບັບດັ່ງກ່າວ, ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ສອດຄ່ອງຕາມແນວທາງນະໂຍບາຍ ຂອງພັກ, ລັດ ວາງອອກ. ບັນດາສະມາຊິກ ສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ດ້ວຍຄະແນນສຽງເຫັນດີ 87% ທ່ານ ນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງ 1 ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ສື່ມວນຊົນວ່າ: ໃນຍຸກອຸດສາຫະກຳ 4.0 ມີຫຼາຍຢ່າງໄດ້ຫັນປ່ຽນຈາກ ອານາລ໋ອກ ມາເປັນ ດີຈີຕອນ, ການຕິດຕໍ່ສື່ສານໃນຍຸກ ອອນໄລ໌ ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ພັດທະນາຂຶ້ນເລື້ອຍໆ ແລະ ເຖິງເວລາແລ້ວ ທີ່ຈະຕ້ອງມີກົດໝາຍ ຫຼື ນິຕິກຳ ໃນການຄຸ້ມຄອງວຽກງານດັ່ງກ່າວ. ຂ້າພະເຈົ້າຄິດວ່າກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ແມ່ນມີຄວາມຈຳເປັນ ແລະ ສຳຄັນຫຼາຍ, ເຊິ່ງຈະເປັນເຄື່ອງມືໃນການຄຸ້ມຄອງທີ່ສຳຄັນ ຕໍ່ການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ເຂັ້ມແຂງ ແລະ ທັນກັບຍຸກສະໄໝ. ...

Read More »

ອະດີດອຸປະທູດຊົ່ວຄາວ ແຫ່ງລຸກຊຳບວກ ໄດ້ຮັບຫຼຽນກາມິດຕະພາບ

ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ຜົນງານອັນດີເດັ່ນ ຂອງທ່ານ ໂກລດ ຊັງແຊງ ອະດີດອຸປະທູດຊົ່ວຄາວ ແຫ່ງ ຣາຊະອານາຈັກ ລຸກຊຳບວກ ປະຈຳ ສປປ ລາວ ໃນໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ, ໂດຍສະເພາະແມ່ນການປະຕິບັດບົດບາດອັນສຳຄັນໃນການປະສານງານ ແລະ ຈັດຕັ້ງປະຕິບັດແຜນການຮ່ວມມື ລາວ-ລຸກຊຳບວກ ຢ່າງມີປະສິດທິຜົນ. ລັດຖະບານ ສປປ ລາວ ໄດ້ຕົກລົງມອບຫຼຽນກາມິດຕະພາບ ເຊິ່ງຕາງໜ້າປະດັບໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ພິທີຈັດຂຶ້ນໃນວັນທີ 12 ທັນວາ 2018. ຜົນງານຂອງທ່ານ ໂກລດ ຊັງແຊງ ເຮັດໃຫ້ການຊ່ວຍເຫຼືອຂອງລັດຖະບານລຸກຊຳບວກ ເພີ່ມຂຶ້ນຈາກ 50 ລ້ານເອີໂຣ ໃນແຜນງານຮ່ວມມືຄັ້ງທີ່ 3 ( ICP3) ສຳລັບສົກປີ 2011-2015 ມາເປັນ 75 ລ້ານເອີໂຣ ໃນແຜນງານຮ່ວມມືຄັ້ງທີ່ 4 ( ICP4) ສຳລັບສົກ ປີ 2016-2020, ອັນເປັນການປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ...

Read More »

ສອງປະເທດ ມີການພົວພັນຮ່ວມມືທີ່ດີຕໍ່ກັນຕະຫຼອດມາ

ຣັດເຊຍ-ລາວ ມີການພົວພັນຮ່ວມມືກັນທີ່ດີຕະຫຼອດມາ, ເຊິ່ງສະແດງອອກໃນການພົບປະ ປະຈຳປີ ລະຫວ່າງ ທ່ານ  ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ຜ່ານມາ ໄດ້ກາຍເປັນປະເພນີອັນດີງາມ ແລະ ໃນກອງປະຊຸມບັນດາຜູ້ນຳໃນກອບຂອງຊຽນ ທີ່ປະເທດສິງກະໂປ ກໍໄດ້ມີການດຳເນີນການພົບປະກັນ ກ່ຽວກັບການຂະຫຍາຍການຮ່ວມມືໃນທະວີພາຄີ. ທ່ານ ມີຄາອິນ ບາຣານອບ ເອກອັກຄະລັດຖະທູດ ແຫ່ງສະຫະພັນຣັດເຊຍ ປະຈໍາ ສປປ ລາວເປີດເຜີຍໃຫ້ຮູ້ ໃນໂອກາດຈັດກອງປະຊຸມ ສະຫຼຸບການພົວພັນຮ່ວມມື ຣັດເຊຍ-ລາວ ປະຈຳປີ 2018 ໃນວັນທີ 12 ທັນວາ 2018 ທີ່ສະຖານທູດຣັດເຊຍ ໂດຍມີບັນດາພະນັກງານ ກະຊວງການຕ່າງປະເທດລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານໄດ້ໃຫ້ຮູ້ຕື່ມວ່າ: ຣັດເຊຍ-ລາວ ຍັງມີການປຶກສາຫາລືກັນທາງດ້ານການເມືອງໃນລະດັບສູງ ແລະ ສູງສຸດ, ເຊິ່ງໃນເດືອນມັງກອນ 2018, ທ່ານ ສ.ກ ໂຊຍກູ ລັດຖະມົນຕີ ກະຊວງປ້ອງກັນປະເທດ ...

Read More »

ຫັນການບໍລິຫານພາກລັດ ໄປສູ່ລະບົບ ທັນສະໄໝ ໂປ່ງໃສ ປອດໄພ

ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 12 ທັນວາ 2018, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ເຊິ່ງເປັນກົດໝາຍສ້າງໃໝ່ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ໄດ້ພິຈາລະນາ ແລະ ປະກອບຄຳຄິດຄຳເຫັນໃສ່ໃຫ້ມີເນື້ອໃນອຸດົມສົມບູນ ແລະ ສາມາດນຳໃຊ້ ຈັດຕັ້ງປະຕິບັດໃນຕໍ່ໜ້າ ຢ່າງມີປະສິດທິຜົນ. ຮ່າງກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ສ້າງຂຶ້ນເພື່ອເປັນບ່ອນອີງໃນການສ້າງເຄື່ອງມື ຈັດຕັ້ງປະຕິບັດການຄຸ້ມຄອງວຽກງານລາຍເຊັນເອເລັກໂຕຣນິກ ແລະ ສ້າງຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຢູ່ ສປປ ລາວ ເພື່ອໃຫ້ທຸກຂະແໜງການ ສາມາດນຳໃຊ້ລະບົບການຮັບຮອງລາຍເຊັນເອເລັກໂຕຣນິກ ທີ່ເປັນຂອງລາວ ແລະ ຕັ້ງຢູ່ລາວ. ທ່ານ ລັດຖະມົນຕີ ໃຫ້ຮູ້ຕື່ມວ່າ: ຮ່າງກົດໝາຍດັ່ງກ່າວ, ປະກອບມີ 13 ພາກ 82 ມາດຕາ, ການສ້າງກົດໝາຍສະບັບນີ້ ແມ່ນມີຄວາມຈຳເປັນເພື່ອຄຸ້ມຄອງ, ເກັບກຳ ແລະ ສົ່ງເສີມການນຳໃຊ້ລາຍເຊັນເອເລັກໂຕຣນິກ, ເຮັດໃຫ້ການນຳໃຊ້ ແລະ ການບໍລິການມີຄວາມຖືກຕ້ອງ ແລະ ໄດ້ມາດຕະຖານ ແນໃສ່ສ້າງຄວາມສະດວກ, ວ່ອງໄວ, ...

Read More »

ປະທານປະເທດ ຕ້ອນຮັບຄະນະຜູ້ແທນສະຫະພັນນັກຮົບເກົ່າ ປະເທດອາຊຽນ

ໃນວັນທີ 12 ທັນວາ 2018 ທີ່ທຳນຽບປະທານປະເທດ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງຄະນະຜູ້ແທນ ປະທານສະຫະພັນນັກຮົບເກົ່າ ບັນດາປະເທດອາຊຽນ ຈຳນວນ 9 ປະເທດ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມໃຫຍ່ສະມາພັນນັກຮົບເກົ່າອາຊຽນ ຄັ້ງທີ 18 ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 10-14 ທັນວາ 2018. ໃນໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ຄະນະຜູ້ແທນ ປະທານສະຫະພັນນັກຮົບເກົ່າບັນດາປະເທດຊຽນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມສ້າງສາຍພົວພັນຮ່ວມມື ລະຫວ່າງ ອາຊຽນລາວ ໂດຍສະເພາະແມ່ນການເສີມຂະຫຍາຍການຮ່ວມມື ລະຫວ່າງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ກັບບັນດາປະເທດອາຊຽນ ກໍຄື ປະເທດບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟິລິບປິນ, ສິງກະໂປ, ...

Read More »