ການເມືອງ

ນາຍົກເນັ້ນໃຫ້ທະນາຄານໃນລາວ ຫັນເປັນອຸດສາຫະກຳ 4.0

ໃນວັນທີ 6 ຕຸລາ 2018, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມບັນດາພະນັກງານຫຼັກແຫຼ່ງຂອງທະນາຄານແຫ່ງ ສປປ ລາວ ແລະ ທະນາຄານທຸລະກິດ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ທະນາຄານແຫ່ງ ສປປ ລາວ ຄົບຮອບ 50 ປີ, ເຊິ່ງທ່ານ ໄດ້ເນັ້ນໃຫ້ທະນາຄານແຫ່ງ ສປປ ລາວ ເອົາໃຈໃສ່ໃນຍຸກເຊື່ອມໂຍງ ຫັນເປັນສະໄໝ ນັ້ນກໍຄືຍຸກການປະຕິວັດຫັນເປັນອຸດສະຫະກຳ 4.0 ເພື່ອຮັບປະກັນການພັດທະນາເສດຖະກິດ-ສັງຄົມໃນຕໍ່ໜ້າ. ທ່ານນາຍົກໄດ້ກ່າວວ່າ: ໃນປັດຈຸບັນເຕັກໂນໂລຊີໄດ້ມີການປ່ຽນແປງໃນທຸກມື້ໃນທົ່ວໂລກສະນັ້ນພວກເຮົາຕ້ອງຮັບມືກັບສິ່ງທ້າທາຍ ເປັນຕົ້ນແມ່ນ ຕ້ອງສ້າງສະຕິຕື່ນຕົວທາງດ້ານການເມືອງ ໃຫ້ແກ່ພະນັກງານທະນາຄານ ໃຫ້ມີຄວາມຮັບຜິດຊອບດ້ານການເງິນຕໍ່ພັກ-ລັດ, ຕ້ອງເຮັດວຽກລວມສູນປະຊາທິປະໄຕ ແລະ ຕ້ານພະຍາດອາຍາສິດ; ພະນັກງານທະນາຄານຕ້ອງເຮັດວຽກແບບມືອາຊີບ ເພື່ອໃຫ້ທັນກັບການປ່ຽນແປງໃນໄລຍະໃໝ່; ທະນາຄານຕ້ອງເຂັ້ມງວດໃນການປະຕິບັດໜ້າທີ່ທາງດ້ານເງິນຕາ ເພື່ອຊຸກຍູ້ໃນການພັດທະນາເສດຖະກິດຂອງປະເທດ, ຕ້ານໄພເງິນເຟີ້ ແລະ ຮັກສາສະຖຽນລະພາບດ້ານເງິນຕາ; ຜັນຂະຫຍາຍຄຳສັ່ງ 02/ນຍ ວ່າດ້ວຍໃນການປັບປຸງກົນໄກ ການດຳເນີນທຸລະກິດຢູ່ໃນ ສປປ ລາວ ເພື່ອປັບປຸງຕົວຊີ້ວັດ ໃນການເຂົ້າເຖິງສິນເຊື່ອ ແລະ ຕົວຊີ້ວັດການຄຸ້ມຄອງການລົງທຶນໃຫ້ຢູ່ໃນລະດັບທີ່ດີຂຶ້ນກວ່າເກົ່າ ເຮັດໃຫ້ນັກທຸລະກິດທີ່ມາລົງທຶນຢູ່ລາວມີຄວາມເຊື່ອໝັ້ນ. ...

Read More »

ລັດຖະບານ!! ເລັ່ງປັບປຸງການບໍລິການຂອງ ແພດຫມໍໃນລາວ ເພື່ອບໍ່ໃຫ້ຄົນເຈັບໄປປິ່ນປົວສຸຂະພາບຢູ່ປະເທດໃກ້ຄຽງ

ດັ່ງທີ່ເຮົາຮູ້ກັນແລ້ວວ່າ: ຄົນລາວສ່ວນຫຼາຍມັກ ຫລັ່ງໄຫລເດີນທາງໄປປິ່ນປົວສຸຂະພາບຢູ່ປະເທດໃກ້ຄຽງ, ທັງຢູ່ໃນນະຄອນຫລວງ ວຽງຈັນ ກໍຄື ບັນດາແຂວງທີ່ມີຊາຍແດນຕິດກັບປະເທດໃກ້ຄຽງ ຖືເປັນບັນຫາທີ່ເກີດຂຶ້ນມາດົນນານແລ້ວ ແລະ ເປັນ ບັນຫາຊໍາເຮື້ອມາແຕ່ດົນນານທີ່ຫລາຍຝ່າຍຮຽກຮ້ອງໃຫ້ກະຊວງ ສາທາລະນະສຸກ ເລັ່ງແກ້ໄຂໃຫ້ໄດ້ເພື່ອໃຫ້ຄົນເຈັບ ຫັນມາໃຊ້ການບໍລິການປິ່ນປົວຂອງແພດຫມໍຢູ່ບັນດາໂຮງໝໍໃນລາວໃຫ້ນັບມື້ຫລາຍຂຶ້ນ ແລະ ຫລຸດຜ່ອນຫາງສຽງຈົ່ມ ວ່າທີ່ບໍ່ດີກ່ຽວກັບການບໍລິການຂອງແພດໝໍໃນລາວ. ຮອງສາດສະດາຈານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງ ສາທາລະນະສຸກ ໃຫ້ສຳພາດວ່າ: ປັດຈຸບັນ ກະຊວງ ສາທາລະນະສຸກ ພວມເລັ່ງຈັດຕັ້ງປະຕິບັດຫລາຍມາດຕະການ ເພື່ອດຶງດູດບໍ່ໃຫ້ຄົນເຈັບໃນລາວເດີນທາງໄປ ປິ່ນປົວສຸຂະພາບຢູ່ປະເທດໃກ້ຄຽງ ຄື: ເລັ່ງປັບປຸງການບໍລິການໃຫ້ມີຄຸນນະພາບ, ໃນນີ້ລວມມີ: ສະຖານທີ່ບໍລິການ, ຄຸນນະພາບຂອງບຸກຄະລາກອນ, ອຸປະກອນການແພດ ແລະ ລະບົບການເຮັດວຽກ, ສຸມໃສ່ການກໍ່ສ້າງແພດໝໍໂດຍສະ ເພາະລະດັບຊ່ຽວຊານລົງເລິກຂະແໜງການຍັງຂາດແຄນຈຳນວນຫລາຍ, ປັບປຸງຈັນຍາບັນ-ຈັນຍາທຳຂອງແພດໝໍ ໂດຍ ໄດ້ນຳເອົານະໂຍບາຍ 5 ດີ 1 ພໍໃຈເຂົ້າມາຈັດຕັ້ງປະຕິບັດ ຄື: ການຕ້ອນຮັບດີ, ສະອາດດີ, ສະດວກດີ, ບົ່ງມະຕິພະຍາດຊັດເຈນດີ, ປິ່ນປົວດີ ແລະ ຄົນເຈັບເພິ່ງພໍໃຈ, ເສີມຂະຫຍາຍຄັງປະກັນສຸຂະພາບໃຫ້ດີເພື່ອໃຫ້ມີກອງທຶນປະກັນສຸຂະ ພາບທີ່ດີ ແລະ ປະຊາຊົນເຂົາໃຈຫລາຍຂຶ້ນ, ປັບປຸງບັນດາໂຮງໝໍສູນກາງໃຫ້ດີ ...

Read More »

ນາຍົກຕ້ອນຮັບທ່ານສຸລະກຽດ ສະຖຽນໄທ

​ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂອງທ່ານ ດຣ. ສຸລະກຽດ ສະຖຽນໄທ ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ,  ປະທານ ສະພາສັນຕິພາບ ແລະ ຄວາມປອງດອງອາຊີ (Asian Peace and Reconciliation-APRC) ຄະນະບໍລິຫານກອງປະຊຸມປົວອ້າວ ສຳລັບອາຊີ. ໃນໂອກາດມາເຂົ້າຮ່ວມກອງປະຊຸມເວທີປົວອ້າວ ສຳລັບອາຊີ ຢູ່ ສປປ ລາວ ທີ່ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 28 ກັນຍາ 2018 ຜ່ານມາ. ​​​​​​​​​​​​​​​ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ການເຂົ້າຮ່ວມກອງປະຊຸມເວທີປົວອ້າວ ສຳລັບອາຊີ ຢູ່ ສປປ ລາວ ຂອງທ່ານ ດຣ. ສຸລະກຽດ ສະຖຽນໄທ ລວມທັງການປະກອບສ່ວນອັນສຳຄັນ ໃນການຊຸກຍູ້ເຮັດໃຫ້ມີການຈັດກອງປະຊຸມ ເວທີປົວອ້າວ ສຳລັບອາຊີ ຢູ່ ສປປ ລາວ ໃນຄັ້ງນີ້ ...

Read More »

ນາຍົກລາວ ຕ້ອນຮັບເລຂາທິການກອງປະຊຸມ ປົວອ້າວສຳລັບອາຊີ

ໃນວັນທີ 28 ກັນຍາ 2018,   ທີ່ສໍານັກງານນາຍົກລັດຖະມົນຕີ,  ທ່ານ ທອງລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ  ແຫ່ງ ສປປ ລາວ  ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຫລີ ປາວ​ຕົ່ງ  ​ເລຂາທິການ ກອງ​ປະຊຸມ ປົວ​ອ້າວ​ສຳລັບ​ອາຊີ  ພ້ອມ​ດ້ວຍ​ຄະນະ ​ໃນ​​ໂອກາດ​ເດີ​ນທາງມາ​ຢ້ຽມຢາມ  ​ແລະ ​ເຂົ້າຮ່ວມ​ກອງ​ປະຊຸມ ປົວ​ອ້າວ​ສຳລັບ​ອາຊີ ຢູ່ ສປປ ລາວ. ໃນ​ໂອກາດ​ດັ່ງກ່າວ, ທ່ານ ທອງລຸນ ສີ​ສຸ​ລິດ  ນາຍົກລັດຖະມົນຕີ​ ກໍໄດ້​ກ່າວສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ,   ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຕໍ່ ທ່ານ ຫລີ ປາວ​ຕົ່ງ  ທີ່ໄດ້ນຳພາຄະນະ ເດີ​ນທາງ​ມາ​ຢ້ຽມຢາມ ສປປ ລາວ  ​ໃນ​ຄັ້ງ​ນີ້,​  ​ເຊິ່ງເປັນການ ປະ ກອບສ່ວນອັນສໍາຄັນເຂົ້າ   ​ໃນ​ການເພີ່ມທະວີຮັດແໜ້ນ ສາຍພົວພັນການຮ່ວມມື​ສະໜັບສະໜູນ,   ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ໃນທຸກ​ຂົງ​ເຂດວຽກງານ  ​ໂດຍ​ສະ​ເພາະ ​ແມ່ນ​ວຽກງານການ​ຮ່ວມ​ມື  ​ທາງ​ດ້ານ​ການ​ຄ້າ-ການ​ລົງທຶນ ລະຫວ່າງ ສປປ ລາວ ​ແລະ ສປ ຈີນ  ​ໃຫ້​ໄດ້​ຮັບ​ການ​ພັດທະນາ ​ແລະ ​ແຕກ​ດອກ​ອອກ​ຜົນ​ຍິ່ງໆຂຶ້ນ. ​         ...

Read More »

ກະຊວງການເງິນ ໄລ່ພະນັກງານສໍ້ລາດບັງຫຼວງອອກ 8 ຄົນມີຊື່ດັ່ງນີ້….

ກະຊວງການເງິນປະຕິບັດວິໄນ ພະນັກງານລັດ ທີ່ສໍ້ລາດບັງຫຼວງອອກ 8 ຄົນ ພ້ອມໃຫ້ອອກຈາກການເປັນພະນັກງານຖາວອນ!! ຕາມມາດຕາ 68 ດ້ວຍຮູບການລົງວິໄນຂັ້ນ 4 ກະຊວງການເງິນ ອອກຂໍ້ຕົກລົງ ໃນວັນທີ 6 ກັນຍາ 2018 ວ່າດ້ວຍການປະຕິບັດວິໄນພະນັກງານ-ລັດຖະກອນ ທີ່ສັງກັດກະຊວງການເງິນ ປະຕິບັດວິໄນ ພະນັກງານທີ່ສໍ້ລາດບັງຫຼວງອອກ 8 ຄົນ ເງິນເດືອນ, ເງິນນໍ້າມັນ, ເງິນໂທລະສັບ ແລະ ນະໂຍບາຍອຸດໜູນຕ່າງໆແມ່ນໃຫ້ໂຈະຕັ້ງແຕ່ວັນທີ 1 ຕຸລາ 2018 ເປັນຕົ້ນໄປ ສ່ວນລົດປະຈຳຕຳແໜ່ງແມ່ນເອົາຄືນມາເປັນລົດບໍລິຫານລວມຂອງກະຊວງ ລາຍລະອຽດຕາມຂໍ້ຕົກລົງ ແລະ ລາຍຊຶ່ທັງ 8 ຄົນດັ່ງລຸ່ມນີ້: ທີ່ມາ:Support Prime Minister Thongloun Sisoulith  

Read More »

ຜູ້ແທນຂັ້ນສູງຂອງພັກ-ລັດເຂົ້າວາງພວງມາລາ ທີ່ຮ່າໂນຍ

ໃນລະຫວ່າງວັນທີ 26-27 ກັນຍາ 2018, ສະຫາຍ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສູນກາງແນວລາວສ້າງຊາດ ພ້ອມດ້ວຍ ປະຊາຊົນລາວບັນດາເຜົ່າ, ໄດ້ນຳພາຄະນະເດີນທາງໄປເຂົ້າຮ່ວມພິທີ ໄວ້ອາໄລ ແດ່ສະຫາຍ ເຈິ່ນ ດາຍ ກວາງ, ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທີ່ເຖິງແກ່ມໍລະນະກຳ ຢູ່ນະຄອນຫຼວງຮາໂນຍ. ໃນຕອນເຊົ້າຂອງວັນທີ 26 ກັນຍາ 2018, ຄະນະ ໄດ້ໄປວາງພວງມາລາ ແລະ ຂຽນປື້ມ ໄວ້ອາໄລທີ່ ຫໍຊາປະນະກິດສົບແຫ່ງຊາດ, ເຮືອນເລກທີ 5 ເຈິ່ນ ແຖງ ຕົງ, ນະຄອນຫຼວງຮາໂນຍ, ເພື່ອສະແດງຄວາມໄຫວ້ອາໄລ ແລະ ເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ເຈິ່ນ ດາຍ ກວາງ, ປະທານປະເທດ ...

Read More »

ຜົນກອງປະຊຸມເປີດກວ້າງລັດຖະບານ ຄັ້ງທີ II ປີ 2018

ກອງປະຊຸມລັດຖະບານເປີດກວ້າງ ເທື່ອທີ II ປີ 2018 ໄດ້ເປີດຂຶ້ນໃນວັນທີ 17 ແລະ ປິດລົງ ໃນວັນທີ 18 ກັນຍາ 2018 ຢູ່ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ເຈົ້າຄອງນະຄອນຫລວງວຽງຈັນ, ເຈົ້າແຂວງທົ່ວປະເທດ, ຜູ້ຕາງໜ້າອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ໃນຕອນແລງວັນທີ 18 ກັນຍາ 2018, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈຳສຳນັກງານນາຍົກໂຄສົກລັດຖະບານ, ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຮ່ວມຖະແຫລງຂ່າວ ຜົນກອງປະຊຸມລັດຖະບານເປີດກວ້າງຄັ້ງທີ II ວ່າ: ກອງປະຊຸມລັດຖະບານ ເປີດກວ້າງຄັ້ງນີ້, ...

Read More »

ລາວ-ກຳປູເຈຍ ຖອນກຳລັງທະຫານອອກຈາກຊາຍແດນ ທີ່ຍັງເປັນບັນຫາຄົງຄ້າງ

ພາຍຫຼັງສຳເລັດການພົບປະສອງຝ່າຍ  ຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 13 ກັນຍາ 2018,  ນາຍົກລັດຖະມົນຕີ ລາວ-ກຳປູເຈຍ  ໄດ້ຮ່ວມກັນຖະແຫຼງຜົນ ການປຶກສາຫາລືເພື່ອແກ້ໄຂບັນຫາຊາຍແດນ ລະຫວ່າງສອງປະເທດ,  ໂດຍທ່ານສົມເດັດ ຮຸນເຊນ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ ເວົ້າແຈ້ງໄດ້ສັ່ງໃຫ້ທະຫານກຳປູເຈຍ  ຖອນອອກຈາກເຂດຊາຍແດນທີ່ຍັງເປັນຈຸດຄົງຄ້າງແລ້ວ. ທ່ານສົມເດັດຮຸນເຊນ ໄດ້ກ່າວວ່າ:  ເປັນການແຈ້ງຂ່າວຢ່າງຊັດເຈນ ຕໍ່ປະຊາຊົນຂອງສອງປະເທດ ເພື່ອເປັນຫຼັກຖານອັນໜຶ່ງ  ໃຫ້ແກ່ປະຊາຊົນ ກໍຄືທະຫານກອງທັບສາມາດປະຕິບັດ.  ເທື່ອນີ້ເປັນຄັ້ງທີສາມ,  ທີ່ລາວ ແລະ ກຳປູເຈຍ ໄດ້ຮ່ວມຖະ ແຫຼງການຮ່ວມ  ມີຢູ່ນະຄອນຫຼວງວຽງຈັນ,  ພະນົມເປັນ ແລະ ຮ່າໂນ້ຍ.  ຂ້າພະເຈົ້າຖືໂອກາດນີ້  ເພື່ອຊີ້ແຈງກ່ຽວກັບເຂດຫ້ວຍຕະເງົ້າ  ເຊິ່ງພວກເຮົາຖືວ່າເປັນເຂດທີ່ຍັງບໍ່ທັນແກ້ໄຂ,  ໃນນັ້ນພວກເຮົາມີເງື່ອນໄຂສາມຢ່າງ ກ່ຽວກັບ ເຂດທີ່ຍັງ ບໍ່ທັນ ແກ້ໄຂນີ້ຄື:  ອັນໜຶ່ງ ບໍ່ໃຫ້ມີກອງທັບທະຫານ,  ສອງບໍ່ໃຫ້ມີປະຊາຊົນຢູ່ທີ່ນັ້ນ,  ສາມຕ້ອງລາດຕະເວນຮ່ວມກັນ.  ການລາດຕະເວນຮ່ວມກັນ,  ພວກເຮົາສາມາດເດີນທາງທາງບົກ ແລະ ໃຊ້ໂດຣນໄດ້;  ການລາດຕະ ເວນທາງ ບົກກໍຕ້ອງຮ່ວມກັນ,  ການ ໃຊ້ໂດຣນກໍຕ້ອງໃຊ້ຮ່ວມກັນ. ກ່ຽວກັບການຖອນທະຫານ ຂອງຝ່າຍກຳປູເຈຍ, ຂ້າພະເຈົ້າ ໄດ້ລົມກັນກັບນາຍົກລັດຖະມົນຂອງລາວ ...

Read More »

ຮອງນາຍົກ ຕິດຕາມສະພາບຄວາມເສຍຫາຍຈາກໄພທຳມະຊາດຢູ່ແຂວງ…..

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ໄດ້ເຄື່ອນໄຫວຢຽ້ມຢາມ ແລະ ກວດກາສະພາບຜົນເສຍຫາຍຈາກໄພພິບັດທາງທໍາມະຊາດ ຢູ່ແຂວງບໍ່ແກ້ວໃນລະຫວ່າງວັນທີ 12-13 ກັນຍາ 2018 ນີ້. ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງ ແຂວງບໍ່ແກ້ວ ໄດ້ໃຫ້ຮູ້ວ່າ: ໃນຊຸມເດືອນຜ່ານມາ ຂອງປີ 2018 ໄພພິບັດ ໄດ້ສ້າງຄວາມເສຍຫາຍຕໍ່ຊັບສິນຂອງປະຊາຊົນພາຍໃນແຂວງ ຄິດເປັນມູນຄ່າຫຼາຍກວ່າ 69 ຕື້ກີບ ໃນນີ້ ເກີດເຫດການໄຟໄໝ້ເຮືອນຂອງປະຊາຊົນ 7 ຫຼັງຄາເຮືອນໃນ 7 ບ້ານ 5 ເມືອງ ທົ່ວແຂວງມີຜູ້ຖືກຜົນກະທົບ 47 ຄົນ; ລວມມູນຄ່າເສຍຫາຍຈໍານວນ 844 ລ້ານກີບ, ພາຍຸໝາກເຫັບຕົກໃສ່ເຮືອນປະຊາຊົນເສຍຫາຍ 1 ຫຼັງ, ເກີດເຫດການລົມພາຍຸພັດແຮງກະທົບໃສ່ເຮືອນປະຊາຊົນເສຍຫາຍ 8 ຫຼັງ, ມູນຄ່າເສຍຫາຍ 56 ລ້ານກວ່າກີບ, ດິນເຊາະເຈື່ອນໃສ່ເຮືອນຂອງປະຊາຊົນເປ່ເພ ຈໍານວນ 4 ຫຼັງ, ເຮືອນຄົວເປ່ເພເສຍຫາຍ 3 ຫຼັງ, ເລົ້າເຂົ້າເສຍຫາຍ ຈໍານວນ 5 ...

Read More »

ແຂວງອຸດົມໄຊ ໄດ້ຮັບຜົນກະທົບ ລວມມູນຄ່າການເສຍຫາຍ ຫຼາຍຮ້ອຍຕື້ກີບ….

ໃນວັນທີ 10-11 ກັນຍາ 2018, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງເຄື່ອນໄຫວຕິດຕາມ ແລະ ແກ້ໄຂສະພາບໄພພິບັດທີ່ເກີດຂຶ້ນຢູ່ແຂວງອຸດົມໄຊ. ໃນໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ ກໍໄດ້ລາຍງານກ່ຽວກັບສະພາບໄພພິບັດທີ່ເກີດຂຶ້ນ ແລະ ຄວາມເສຍຫາຍຕ່າງໆພາຍໃນແຂວງ ໃນລະຫວ່າງວັນທີ 16 ກໍລະກົດ ຫາທ້າຍເດືອນສິງຫາ 2018, ຊຶ່ງຜ່ານການປະເມີນຜົນກະທົບ ແລະ ຄວາມເສຍຫາຍໃນເບື້ອງຕົ້ນ ທົ່ວແຂວງ ມີບ້ານໄດ້ຮັບຜົນກະທົບທັງໝົດ 239 ບ້ານ, ມີ 11.645 ຄອບຄົວ, ພົນລະເມືອງ 68.456 ຄົນ (ບໍ່ມີຜູ້ເສຍຊີວິດ), ເຊິ່ງລວມມູນຄ່າຄວາມເສຍຫາຍທັງໝົດ 335 ຕື້ກວ່າກີບ.ມີ 25 ບ້ານ ໄດ້ຮັບຜົນກະທົບໜັກ, ຊຶ່ງມີເຮືອນຖືກຊຸໄຫຼ31 ຫຼັງ ແລະ ມີຊົນລະປະທານເປເພ 134 ແຫ່ງ,ເນື້ອທີ່ການຜະລິດກະສິກໍາເສຍຫາຍສົມຄວນ,ຈໍານວນເສັ້ນທາງທີ່ໄດ້ຮັບຜົນກະທົບ ມີທັງໝົດ 71 ເສັ້ນ ໃນນັ້ນທາງຫຼວງແຫ່ງຊາດ 3 ເສັ້ນ.

Read More »