ການເມືອງ

ອັງກິດ ເປີດຫ້ອງການສະຖານທູດປະຈໍາອາຊຽນທີ່ຈາກາຕາ

ທ່ານ Jeremy Hunt, ລັດຖະມົນຕີ ກະຊວງການຕ່າງປະເທດ ອັງກິດ ໄດ້ປະກາດກ່ຽວກັບແຜນຂອງອັງກິດທີ່ເປີດຫ້ອງການສະຖານທູດ ປະຈໍາອາຊຽນແຫ່ງໃໝ່ ເມື່ອບໍ່ດົນຜ່ານມານີ້. ທ່ານລັດຖະມົນຕີ ໄດ້ເນັ້ນກ່ຽວກັບສັນຍານທີ່ເຂັ້ມແຂງໃນການເປັນຄູ່ຮ່ວມທີ່ເຕັມໄປດ້ວຍຄວາມຝັນກັບອາຊຽນ, ເຊິ່ງໄດ້ຮັບການສ້າງຕັ້ງຂື້ນບົນພື້ນຖານການແລກປ່ຽນທາງດ້ານຜົນປະໂຫຍດ ແລະ ເປົ້າໝາຍຮ່ວມກັນ ເປັນຕົ້ນແມ່ນຂະແໜງຄວາມໝັ້ນຄົງ, ການຄ້າ ແລະ ຄວາມອຸດົມຮັ່ງມີ. ຫ້ອງການສະຖານທູດໃໝ່ນີ້ແມ່ນຈະໄດ້ຮັບການນໍາພາໂດຍເອກອັັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ຣາຊະອານາຈັກອັງກິດ ແລະ ອຽກລັງເໜືອຄົນໃໝ່ປະຈໍາອາຊຽນ ແລະ ຈະຕັ້ງຢູ່ສະຖານທູດອັງກິດທີ່ນະຄອນຫຼວງຈາກາຕ້າ, ປະເທດອິນໂດເນເຊຍ. ທ່ານທູດຄົນໃໝ່ ແລະ ທີມງານຈະເຮັດວຽກຢ່າງໃກ້ຊິດກັບເລຂາທິການອາຊຽນ ແລະ 10 ປະເທດສະມາຊິກອາຊຽນໃນການສ້າງຄູ່ຮ່ວມລະຫ່ວາງອັງກິດ ແລະ ອາຊຽນ. ອັງກິດ ແມ່ນເປັນປະເທດສົ່ງອອກຫຼັກຂອງອາຊຽນ ແລະ ເປັນທີ່ຕັ້ງຂອງບັນດາສະຖາບັນການເງິນຊັ້ນນໍາຂອງໂລກ ແລະ ການບໍລິການດ້ານອາຊີບຕ່າງໆ ທີ່ສາມາດຕອບສະໜອງດ້ານຄວາມຕ້ອງການດ້ານການເງິນຂອງອາຊຽນ. ທ່ານ Hugh Evans, ເອກອັັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ຣາຊະອານາຈັກອັງກິດ ແລະ ອຽກລັງເໜືອໄດ້ເນັ້ນວ່າ: “ ການປະກາດດັ່ງກ່າວນີ້ແມ່ນເປັນຂີດໝາຍທີ່ສໍາຄັນດ້ານນະໂຍບາຍຂອງອັງກິດທີ່ມີຕໍ່ ທຸກໆປະເທດສະມາຊິກອາຊຽນ  ເຊິ່ງໄດ້ຮັບການເຕີບໃຫ່ຍຂະຫຍາຍຕົວເທື່ອລະກ້າວໃນຊຸມປີທີ່ຜ່ານມາ.          ສາຍພົວພັນ ລະຫ່ວາງ ອັງກິດ ແລະ ສປປ ...

Read More »

ປະທານປະເທດ ຕ້ອນຮັບທູດ ສປ ຈີນ ເຂົ້າຍື່ນສານຕາຕັ້ງ

ໃນວັນທີ 1 ພະຈິກ 2018 ທີ່ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະ ທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ຈ່ຽງ ຈ້າຍ ຕົ່ງ (Jiang Zaidong) ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ຄົນໃໝ່ ປະຈຳ ສປປ ລາວ, ໂດຍມີສຳນັກງານການທູດຕັ້ງຢູ່ນະ ຄອນຫຼວງວຽງຈັນ. ກ່ອນມາປະຕິບັດໜ້າທີ່ການທູດຢູ່ລາວ, ທ່ານ ຈ່ຽງ ຈ້າຍ ຕົ່ງ ດໍາລົງຕໍາແໜ່ງເປັນຮອງຫົວໜ້າກົມອາຊີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ. ສປປ ລາວ ແລະ ສປ ຈີນ ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 25 ເມສາ 1961 ແລະ ເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີພູຜາປ່າໄມ້ ແລະ ແມ່ນ້ຳລຳເຊຕິດຈອດກັນ, ປະຊາຊົນສອງຊາດ ລາວ-ຈີນ ມີມູນເຊື້ອໄປມາຫາສູ່ກັນ ແລະ ...

Read More »

ຄະນະກຳມະການ ກວດກາສູນກາງພັກ ກອມມູນິດຫວຽດນາມ ຢ້ຽມຢາມລາວ

ວັນທີ 31 ຕຸລາ 2018, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈິນເກີ້ມຕູ້ ເລຂາທິການສູນກາງພັກ, ປະທານຄະນະກຳມະການກວດກາສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 30 ຕຸລາ ເຖິງ 1 ພະຈິກ 2018. ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ສະຫາຍ ເຈິນເກີ້ມຕູ້ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມນີ້, ສະຫາຍ ເລຂາທິການໃຫຍ່ ຍັງໄດ້ຕີລາຄາສູງຕໍ່ຜົນການພົບປະສອງຝ່າຍ ກັບ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ...

Read More »

ຮອງລັດຖະມົນຕີ ຖວທ ຕ້ອນຮັບຊ່ຽວຊານ ICOMOS

ໃນວັນທີ 30 ຕຸລາ 2018, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະ ແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຄຣິສໂຕເຟີ ຄລາວ ໂຈເຊບ ຊ່ຽວຊານ ICOMOS ຈາກອົງການອຸຍເນັດສໂກ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃນລະຫວ່າງວັນທີ 20-30 ຕຸລາ 2018 ເພື່ອການປະເມີນໄຫຫີນ ແຂວງຊຽງຂວາງ ໃນການຮັບຮອງເຂົ້າເປັນມໍລະດົກໂລກ. ໃນໂອກາດດັ່ງກ່າວ, ທ່ານ ບົວເງິນ ຊາພູວົງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ ຄຣິສໂຕເຟີ ຄລາວ ໂຈເຊບ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ອົງການອຸຍເນັດສໂກ ໃຫ້ໄດ້ຮັບການພັດທະນາ ...

Read More »

ຮອງນາຍົກ ຕ້ອນຮັບກອງເລຂາ ສປຊ ຕ້ານຢາເສບຕິດ ແລະ ອາຊະຍາກໍາ

ໃນວັນທີ 24 ຕຸລາ 2018 ທີ່ຜ່ານມາ, ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາ ສູນກາງພັກ ແລະ ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ທັນຢາ ຊານຕຸຊີ ກອງເລຂາກົນໄກ ທົບທວນຂອງອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC) ພ້ອມຄະນະ ແລະ ຊ່ຽວຊານຈາກປະເທດໄຊປລັດ ແລະ ປາກິສະຖານ. ໃນໂອກາດທີ່ເດີນທາງມາ ຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດ ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ພາກທີ II ການປ້ອງກັນ ແລະ ພາກທີ V ການເກັບກູ້ຊັບສິນຮອບວຽນທີ 2 ຂອງ ສປປ ລາວໃນລະຫວ່າງວັນທີ 22-24 ຕຸລາ 2018 ທີ່ນະຄອນຫຼວງວຽງຈັນ. ທ່ານ ນາງ ທັນຍາ ຊານຕຸຊີ ໄດ້ລາຍງານການເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມກອງ ປະຊຸມປຶກາສາຫາລືຄັ້ງນີ້ ໃຫ້ທ່ານຮອງນາຍົກລັດຖະມົນຕີຊາບແລະ ສະແດງຄວາມຊົມເຊີຍຕໍ່ ສປປ ລາວ ທີ່ເອົາໃຈໃສ່ຈັດຕັ້ງປະຕິບັດສົນທິສັນຍາ ຂອງອົງການສະຫະປະຊາຊາດ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງຢ່າງຕັ້ງໜ້າ ແລະ ມີໝາກຜົນໃນໄລຍະຜ່ານມາ. ໃນໂອກາດນີ້ທ່ານ ປອ ບຸນທອງ ຈິດມະນີ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຂອບ ໃຈຕໍ່ ຄະນະກອງເລຂາກົນໄກ ທົບທວນຂອງອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ກ່ຽວກັບການຈັດຕັ້ງປະຕິບັດ ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການຕ້ານ ການສໍ້ລາດບັງຫຼວງ ຢູ່ສປປ ລາວ. ທັງນີ້ ກໍເພື່ອເປັນການທົບທວນຄືນ ວຽກງານການ ປະຕິບັດວຽກງານການຕ້ານການສໍ້ລາດບັງຫຼວງຂອງລາວ ທັງເປັນການຊຸກຍູ້ສົ່ງເສີມເຮັດໃຫ້ ການປະຕິບັດສົນທິສັນຍາ ດັ່ງກ່າວ ໃຫ້ນັບມື້ນັບມີໝາກຜົນຕື່ມອີກ. ຂ່າວ-ພາບ: ແສງເພັດ ແຊ່ຈ່າວ  

Read More »

“ຢຶດຖືເອົາວັດທະນະທຳປ້ອງກັນເຫດ ເພື່ອເຮັດໃຫ້ເອກະລັກ ອາຊຽນມີຄວາມອຸດົມຮັ່ງມີ”

ກອງປະຊຸມລັດຖະມົນຕີ  ຮັບຜິດຊອບວຽກງານວັດທະນະທຳ  ແລະ ສິລະປະອາຊຽນ ຄັ້ງທີ 8 ຈັດຂຶ້ນໃນວັນທີ 24 ຕຸລາ 2018 ທີ່ ເມືອງຢອກຢາກາຕາ, ປະເທດອິນໂດເນເຊຍ  ພາຍໃຕ້ຫົວຂໍ້: “ຢຶດຖືເອົາວັດທະນະທຳປ້ອງກັນເຫດ ເພື່ອເຮັດໃຫ້ ເອກະລັກອາຊຽນມີຄວາມ ອຸດົມຮັ່ງມີ” ພາຍໃຕ້ການເປັນປະທານຂອງ ທ່ານ Muhadjir Effendy, ລັດຖະມົນຕີກະຊວງສຶກສາທິການ  ແລະ  ວັດທະນະທຳ ອິນໂດເນຍເຊຍ ໂດຍມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າຫນ້າທີ່ອາວຸໂສ  ແລະ ບັນດາຜູ້ແທນຈາກພາກສ່ວນວັດທະນະທຳ ແລະ ສິລະປະ ຈາກບັນດາປະເທດສະມາຊິກອາຊຽນ ແລະ ທ່ານເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ. ກອງປະຊຸມໄດ້ປຶກສາຫາລືບັນຫາຕ່າງໆ ຢ່າງກວ້າງຂວາງ ແລະ ສ້າງສັນ. ໃນນັ້ນ, ໄດ້ພິຈາລະນາຮັບຮອງເອກະສານສຳຄັນ ເຊັ່ນ:  ຖະແຫຼງການຢອກຢາກາຕາວ່າດ້ວຍການ “ຢຶດຖືເອົາວັດທະນະທຳປ້ອງກັນເຫດ  ເພື່ອເຮັດໃຫ້ເອກະລັກອາຊຽນມີຄວາມອຸດົມຮັ່ງມີ”   “Yogyakarta Declaration on Embracing the ASEAN Culture of Prevention to Enrich ASEAN Identity” ເຊິ່ງຖະແຫຼງການນີ້  ຈະໄດ້ນໍາສະເໜີໃຫ້ຜູ້ນໍາອາຊຽນຮັບຊາບ  ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33  ທີ່ຈະຈັດຂຶ້ນໃນເດືອນ ພະຈິກ 2018 ທີ່ ປະເທດ ສິງກະໂປ. ໂອກາດເດີນທາງເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະ ມົນຕີກະຊວງຖະແຫຼງຂ່າວ,   ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ສະເໜີຕໍ່ກອງປະຊຸມ ຄັ້ງນີ້ວ່າ:  ສປປ ...

Read More »

ທ່ານ ບຸນຍັງ ວໍລະຈິດ ສົ່ງໂທລະເລກອວຍພອນ ທ່ານ ຫງວຽນ ຟູ ຈອງ

ວັນທີ 23 ຕຸລາ 2018. ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກອວຍພອນເຖິງ ທ່ານ ຫງວຽນ ຟູ ຈອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ,ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ຊຶ່ງມີເນື້ອໃນວ່າ: ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄວາມຊົມເຊີຍຢ່າງສຸດໃຈ ແລະ ພອນໄຊອັນປະເສີດ ມາຍັງສະຫາຍ ກໍຄືພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ໃນໂອກາດທີ່ສະຫາຍ ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນກອງປະຊຸມສະໄໝສາມັນ ຄັ້ງທີ VI ຂອງສະພາແຫ່ງຊາດ ຊຸດທີ XIV ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນວັນທີ 23 ຕຸລາ ...

Read More »

ທ່ານປະທານປະເທດ ຄົນໃໝ່ ເຂົ້າພິທີສາບານຕົນ

ສຳນັກຂ່າວສານຫວຽດນາມ ລາຍງານໃນວັນທີ 23 ຕຸລາ 2018 ວ່າ: ໃນກອງປະຊຸມ ຄັ້ງທີ 6 ຂອງສະພາແຫ່ງຊາດຫວຽດນາມ ທີ່ກຳລັງດຳເນີນໃນປັດຈຸບັນ ຜູ້ແທນຂອງສະພາແຫ່ງຊາດຊຸດທີ 14 ໄດ້ລົງມະຕິເປັນເອກະສັນດ້ວຍຄະແນນສຽງ 99,8 % ຮັບຮອງເອົາ ການແຕ່ງຕັ້ງ ທ່ານ   ຫງວຽນ ຟູ ຈ໋ອງ (Nguyen Phu Trong)  ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ດຳລົງຕຳແໜ່ງປະທານປະເທດຄົນໃໝ່ ສຳລັບວາລະ ປີ 2016-2021. ພາຍຫຼັງທີ່ມີການປະກາດຜົນການລົງຄະແນນເລືອກ ປະທານປະເທດຫວຽດນາມຄົນໃຫມ່ ໃນຕອນບ່າຍ ທ່ານປະທານປະເທດຄົນໃໝ່ ກໍໄດ້ເຂົ້າພິທີສາບານຕົນຢູ່ຫໍສະພາແຫ່ງຊາດ ສັນຍາວ່າຈະຊື່ສັດຕໍ່ປະເທດຊາດ, ປະຊາຊົນ ແລະ ລັດຖະທຳມະນູນ ຂອງສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ໃຊ້ທຸກຄວາມພະຍາຍາມເພື່ອເຮັດສຳເລັດທຸກພາລະກິດທີ່ໄດ້ຮັບມອບໝາຍ. ຂໍ້ມູນຈາກ:ຂປລ.

Read More »

ສະພາແຫ່ງຊາດຫວຽດນາມ ລົງມະຕິເປັນເອກະສັນຮັບຮອງເອົາການແຕ່ງຕັ້ງປະທານປະເທດຄົນໃໝ່

ສຳນັກຂ່າວສານຫວຽດນາມ ລາຍງານໃນວັນທີ 23 ຕຸລາ 2018 ວ່າ: ກອງປະຊຸມສະພາແຫ່ງຊາດຫວຽດນາມ ໄດ້ລົງມະຕິເປັນເອກະສັນ ດ້ວຍຄະແນນສຽງ 99,8 % ຮັບຮອງເອົາ ການແຕ່ງຕັ້ງ ທ່ານ   ຫງວຽນ ຟູ ຈ໋ອງ (Nguyen Phu Trong) ກຳມະການກົມການເມືອງສູນກາງພັກ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ດຳລົງຕຳແໜ່ງປະທານປະເທດຄົນໃໝ່, ພາຍຫຼັງທີ່ທ່ານ ເຈິນ ດ໋າຍ ກວາງ ເຖິງແກ່ມໍລະນະກຳ ໃນວັນທີ 21 ກັນຍາ ຜ່ານມາ.     ຂໍ້ມູນຈາກ:ຂປລ.

Read More »

ລັດຖະມົນຕີ ຕ່າງປະເທດ ສໍາເລັດການເຂົ້າຮ່ວມກອງປະຊຸມອາເຊັມ ຄັ້ງທີ 12 ກົດເຂົ້າໄປອ່ານເລີຍ….

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບ ຫຼື ອາເຊັມ ຄັ້ງທີ 12, ທີ່ ບຣຸກແຊນ, ຣາຊະອານາຈັກ ແບນຊິກ, ໃນວັນທີ 18-19 ຕຸລາ 2018, ພາຍໃຕ້ຫົວຂໍ້ “ການເປັນຄູ່ຮ່ວມສາກົນ ສໍາລັບ ບັນດາສິ່ງທ້າທາຍສາກົນ (Global Partners for Global Challenges)”ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຄະນະຜູ້ແທນຈາກພາກພື້ນ ອາຊີ ແລະ ເອີຣົບ ເຂົ້າຮ່ວມທັງໝົດ 53 ຄະນະ (51 ປະເທດສະມາຊິກ ແລະ 2 ອົງການຈັດຕັ້ງສາກົນ). ກອງປະຊຸມສຸດຍອດ ອາຊີ-ເອີຣົບ ຄັ້ງທີ 12 ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບການຮ່ວມມືກັນ ລະຫວ່າງພາກພື້ນອາຊີ ແລະ ເອີຣົບ ໃນຫຼາຍຂົງເຂດ ເພື່ອສົ່ງເສີມ ແລະ ຮັດແໜ້ນການຮ່ວມມືກັນ ລະຫວ່າງສອງພາກພື້ນ ຈາກການສົ່ງເສີມການຮ່ວມມືທາງດ້ານການຄ້າ-ການລົງທຶນ ໄປສູ່ການຮ່ວມມືດ້ານການເຊື່ອມຈອດ ...

Read More »