ການເມືອງ

ກອງປະຊຸມ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຫັນດີເປັນເອກະພາບກັນໃນຫຼາຍບັນຫາ

ໃນວັນທີ 17 ທັນວາ 2018 ທີ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ກອງປະຊຸມລັດຖະມົນຕີ ຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ໄດ້ໄຂຂຶ້ນຢ່າງເປັນທາງການ, ມີບັນດາລັດຖະມົນຕີ ຕ່າງປະເທດ ພ້ອມດ້ວຍຄະນະ ຈາກບັນດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄື: ສປປ ລາວ, ສສ.ຫວຽດນາມ. ສປ.ຈີນ, ກຳປູເຈຍ, ມຽນມາ ແລະ ໄທ ເຂົ້າຮ່ວມ. ພາຍຫຼັງສຳເລັດກອງປະຊຸມລັດຖະມົນຕີ ຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ໄດ້ມີການຖະແຫຼງຂ່າວຮ່ວມ ໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສປ.ຈີນ ໃນການຖະແຫຼງຂ່າວ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ໃຫ້ຮູ້ວ່າ: ກອງປະຊຸມບັນດາລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ປຶກສາຫາລືຢ່າງເລິກເຊິ່ງ ກ່ຽວກັບການພັດທະນາ ແລະ ຈັດຕັ້ງປະຕິບັດຜົນໄດ້ຮັບຂອງກອງປະຊຸມ ຄັ້ງກ່ອນ ...

Read More »

ຮອງປະທານປະເທດ ຕ້ອນຮັບຄະນະຜູ້ແທນ ສານດີກາ ແຫ່ງ ຣາຊະອານາຈັກໄທ

ໃນວັນທີ 17 ທັນວາ 2018 ທີ່ທໍານຽບປະທານປະເທດ, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນສານດີກາ ແຫ່ງ ຣາຊະອານາຈັກໄທ, ຊຶ່ງນຳໂດຍ ທ່ານ ຊີບ ຈຸລະມົນ ປະທານສານດີກາ ແຫ່ງ ຣາຊະອານາ ຈັກໄທ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 14 -17 ທັນວາ 2018. ໃນໂອກາດດັ່ງກ່າວ, ທ່ານຮອງປະທານປະເທດ  ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງຄະນະໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ. ຂອບໃຈຂໍ້ມູນຈາກ: ຂປລ.

Read More »

ປະທານປະເທດ ຮຽກຮ້ອງຜູ້ຊົງຄຸນວຸດທິ ເປັນແບບຢ່າງນຳໜ້າ ເຕົ້າໂຮມຄວາມສາມັກຄີ

ກອງ​ປະ­ຊຸມ​ພົບ​ປະ​ຜູ້​ຊົງ​ຄຸນ​ວຸດ​ທິ​ບັນ­ດາ­ເຜົ່າ​ທົ່ວ​ປະ­ເທດ ຄັ້ງ​ທີ 3 ຈັດ​ຂຶ້ນ​ວັນ​ທີ 13 ທັນ­ວາ 2018 ທີ່​ຫໍ​ປະ­ຊຸມ​ແຫ່ງ​ຊາດ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ໄຊ​ສົມ​ພອນ ພົມ­ວິ­ຫານ ປະ­ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ມີ​ພະ​ເຖ­ລາ­ນຸ­ເຖລະ ທ່ານ ບຸນ​ຍັງ ວໍ­ລະ​ຈິດ ປະ­ທານ​ປະ­ເທດ ບັນ­ດາ​ການ​ນຳ​ພັກ-ລັດ ອະ­ດີດ​ການ​ນຳ​ພັກ-ລັດ​ຂັ້ນ​ສູງ ແນວ​ລາວ​ສ້າງ​ຊາດ​ຂັ້ນ​ສູນ​ກາງ ແລະ ທ້ອງ­ຖິ່ນ​ທົ່ວ​ປະ­ເທດ ຜູ້­ຕາງ­ໜ້າ​ເຊື້ອ​ຊາດ​ລາວ​ຈາກ 11 ປະ­ເທດ​ເຂົ້າ​ຮ່ວມ. ກອງ​ປະ­ຊຸມ​ໄດ້​ຕີ​ລາ­ຄາ​ບັນ­ຫາ​ທີ່​ພົ້ນ​ເດັ່ນ ແລະ ຂໍ້­ຄົງ­ຄ້າງ​ຈຳ­ນວນ​ໜຶ່ງ ຂອງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຜົນ​ກອງ​ປະ­ຊຸມ​ພົບ​ປະ​ຜູ້​ຊົງ​ຄຸນ​ວຸດ​ທິ​ບັນ­ດາ​ຊົນ­ເຜົ່າ​ທົ່ວ​ປະ­ເທດ ຄັ້ງ​ທີ 2 ປີ 2015 ເຫັນ​ວ່າ​ມີ​ຫຼາຍ​ບັນ­ຫາ​ທີ່​ຈະ​ຕ້ອງ​ໄດ້​ມີ​ການ​ປັບ­ປຸງ ເພື່ອ​ເຮັດ​ໃຫ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ກອງ​ປະ­ຊຸມ​ຄັ້ງ​ນີ້ ບັນ­ລຸ​ຕາມ​ຄາດ­ໝາຍ​ທີ່​ວາງ​ໄວ້ ໂດຍ​ມີ​ບາງ​ບັນ­ຫາ ແລະ ທິດ​ທາງ​ໜ້າ­ທີ່​ຈຸດ​ສຸມ ແລະ ມາດ​ຕະ­ການ​ປະ­ຕິ­ບັດ ເປັນ­ຕົ້ນ ການ­ຈັດ­ຕັ້ງ​ເຊື່ອມ​ຊຶມ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ໃນ​ການ​ກໍ່­ສ້າງ​ຄວາມ​ສາ­ມັກ­ຄີ​ປອງ​ດອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ຊັ້ນ​ຄົນ ເພດ-ໄວ ນັກ­ຮຽນ​ຮູ້ ປັນ­ຍາ​ຊົນ ນັກ­ທຸ­ລະ­ກິດ ກຳ­ມະ­ກອນ ຊາວ​ກະ­ສິ­ກອນ ແລະ ສາ­ສະ­ໜາ​ຕ່າງໆ ພາຍ​ໃຕ້​ການ​ນຳ­ພາ​ຂອງ​ພັກ​ເປັນ​ມູນ­ເຊື້ອ​ອັນ​ດີ­ງາມ​ຂອງ​ຊາດ​ລາວ​ເຮົາ ເປັນ​ກຳ­ລັງ​ແຮງ​ຊະ­ນະ​ເລີດ​ຂອງ​ປະ­ຊາ­ຊົນ ໃຫ້​ທົ່ວ​ສັງ­ຄົມ​ເຂົ້າ­ໃຈ ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ເປັນ​ປຶກ​ແຜ່ນ​ພາຍ​ໃນ​ຊາດ ບັນ­ດາ​ຜູ້​ຊົງ​ຄຸນ​ວຸດ​ທິ ນັກ­ຮຽນ​ຮູ້ ...

Read More »

ສອງນາຍົກ ເຂົ້າຮ່ວມເປັນສັກຂີພິຍານ ພິທີລົງນາມເອກະສານສັນຍາ ລະຫວ່າງ ສອງລັດຖະບານ

ວັນທີ 14 ທັນວາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ພິທີລົງນາມ ໃນບັນດາເອກະສານສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກໄທ. ເອກະສານທີ່ນຳມາລົງນາມໃນຄັ້ງນີ້, ປະກອບມີ: ຖະແຫຼງການຮ່ວມກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ຄັ້ງທີ 3, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມຶືທາງດ້ານກົດໝາຍ ແລະ ຍຸຕິທໍາ, ບົດບັນທຶກການຮ່ວມມື ໃນຂົງເຂດການຄົມມະນາຄົມຂົນສົ່ງ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການສຶກສາທິການ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການກໍ່ສ້າງສວນພຶກສາສາດ, ຂອບການຮ່ວມມື ວ່າດ້ວຍການກວດຄົນເຂົ້າ-ອອກເມືອງ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຊື້-ຂາຍໄຟຟ້າ ລາວ-ໄທ. ຂ່າວ-ພາບ: ຂປລ.

Read More »

ສອງຝ່າຍ ໄດ້ສະແດງຄວາມເພິ່ງພໍໃຈ ທີ່ເຫັນວ່າການຮ່ວມມືໃນໄລຍະຜ່ານມາ ໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ

ໃນວັນທີ 14 ທັນວາ 2018, ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ (Joint Cabinet Retreat-JCR) ຄັ້ງທີ 3, ໄດ້ມີຖະແຫຼງຂ່າວຮ່ວມ ເຊິ່ງສອງຝ່າຍ ໄດ້ສະແດງຄວາມເພິ່ງພໍໃຈ ທີ່ເຫັນວ່າການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ທັງໃນຂອບທະວີພາຄີ ແລະ ພະຫຸພາຄີ ອັນເປັນການຕອບສະໜອງຕໍ່ສິດຜົນປະໂຫຍດຂອງປະຊາຊົນສອງຊາດຢ່າງແທ້ຈິງ ເພື່ອພ້ອມກັນກ້າວໄປສູ່ຄວາມວັດທະນາຖາວອນ. ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ຢືນຢັນສືບຕໍ່ເພີ່ມທະວີສົ່ງເສີມ ແລະ ອໍານວຍຄວາມສະດວກ ໃນການຮ່ວມມືດ້ານເສດຖະກິດ ກໍຄື ການຄ້າ, ການລົງທຶນ ແລະ ການຮ່ວມມືດ້ານພະລັງງານໄຟຟ້າ ໃຫ້ຂະຫຍາຍຕົວຂຶ້ນກວ່າເກົ່າ ເພື່ອພ້ອມກັນພັດທະນາ ປະກອບສ່ວນເຮັດໃຫ້ການສ້າງປະຊາຄົມເສດຖະກິດອາຊຽນ ມີຄວາມເຂັ້ມແຂງຍິ່ງຂຶ້ນ, ໂດຍສະເພາະການຮ່ວມທຶນນໍາກັນ ເພື່ອສ້າງຖານຜະລິດອັນດຽວກັນ. ທັງນີ້, ກໍເພື່ອຈະເປັນການສົ່ງເສີມການຄ້າໃຫ້ເຕີບໂຕໄວຂຶ້ນ. ພ້ອມນັ້ນ, ທັງສອງຝ່າຍ ຍັງໄດ້ທົບທວນຄືນຜົນການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ໃນແຕ່ລະດ້ານ ແລະ ໄດ້ເປັນເອກະພາບກັນ ກ່ຽວກັບທິດທາງໃນການເສີມຂະຫຍາຍການພົວພັນລະຫວ່າງສອງປະເທດ ໃນຕໍ່ໜ້າໃຫ້ມີຄວາມຄືບໜ້າ ແລະ ມີບາດກ້າວອັນໃໝ່ ເພື່ອປູພື້ນຖານໃຫ້ແກ່ການກ້າວໄປສູ່ການເປັນຄູ່ຮ່ວມຍຸດທະສາດ ເພື່ອການພັດທະນາແບບຍືນຍົງໃນອານາຄົດ. ...

Read More »

ນະຄອນຫຼວງວຽງຈັນ ຕ້ອນຮັບ ຄະນະຜູ້ແທນຜູ້ຊົງຄຸນວຸດທິທົ່ວປະເທດ

ໃນວັນທີ 13 ທັນວາ 2018 ທີ່ສຳນັກງານປົກຄອງນະຄອນຫຼວງວຽງຈັນ ນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບຄະນະຜູ້ແທນຜູ້ຊົງຄຸນວຸດທິທົ່ວປະເທດ ເຊີ່ງເປັນຄົນລາວທີ່ອາໄສຢູ່ຕ່າງປະເທດ ຈຳນວນ 11 ປະເທດ ທີ່ເດີນທາງມາຮ່ວມກອງປະຊຸມຜູ້ຊົງຄຸນວຸດທິທົ່ວປະເທດ ຄັ້ງທີ III ປະຈຳປີ 2018 ທີ່ນະຄອນຫຼວງວຽງຈັນ. ຕາງໜ້າອົງການປົກຄອງນະຄອນຫຼວງວຽງຈັນ ຕ້ອນຮັບໂດຍທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ. ຝ່າຍຄະນະຜູ້ແທນຜູ້ຊົງຄຸນວຸດທິ ໂດຍ ທ່ານ ນາງ ໄພວັນ ພູມິນ-ພົນເສນາ ກຳມະການ ສນຊ ສະໄໝທີ x ພ້ອມດ້ວຍຄະນະ ເຊີ່ງມີບັນດາຜູ້ຊົງຄຸນວຸດທິ ທີ່ມາຈາກປະເທດອາເມລິກາ, ການາດາ, ຝຣັ່ງ, ອົດສະຕາລີ, ນິວຊີແລນ, ຍີ່ປຸ່ນ, ອັງກິດ, ສະວິດເຊີແລນ, ໂອຕຣິດ, ແບນຊິກ, ເຢຍລະມັນ… ໂອກາດມາຢ້ຽມຢາມ ນວ ໃນຄັ້ງນີ້ ຄະນະຜູ້ແທນຜູ້ຊົງຄຸນວຸດທິ ໄດ້ເຂົ້າຮ່ວມທ່ຽວຊົມຣາຕີວຽງຈັນ, ໄດ້ຢ້ຽມຊົມ ຫ້ອງຜັງເມືອງນະຄອນຫຼວງ ແລະ ຮັບຟັງການບັນຍາຍກ່ຽວກັບແຜນຜັງ ແລະ ຍຸດທະສາດການພັດທະນາຕົວເມືອງ ຂອງ ນວ; ...

Read More »

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ວັນທີ 13 ທັນວາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດ ຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( JCR ) ຄັ້ງທີ 3. ໃນໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ທີ່ໄດ້ນຳພາຄະນະ ເດີນທາງມາເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍຄື ປະຊາຊົນ ສອງຊາດ ລາວ-ໄທ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ໄປມາຫາສູ່ເຊິ່ງກັນ ແລະ ...

Read More »

ສສຊ ພິຈາລະນາ ຮ່າງກົດໝາຍວ່າດ້ວຍ ຄວາມປອດໄພຈາກລັງສີ

ພາຍຫຼັງທີ່ຄະນະຮັບຜິດຊອບຮ່າງກົດໝາຍ ວ່າດ້ວຍຄວາມປອດໄພຈາກລັງສີ, ໄດ້ມີການນໍາໄປປຶກສາຫາລືຢ່າງລະອຽດ ຖີ່ຖ້ວນໃນກອງປະຊຸມເປີດກວ້າງ ທັງລະດັບວິຊາການ, ການທາບທາມ ປະກອບຄຳຄິດຄຳເຫັນ ຈາກບັນດາກະຊວງ, ຂະແໜງການທັງພາກລັດ ແລະ ພາກທຸລະກິດ ທີ່ກ່ຽວຂ້ອງ ຢູ່ສູນກາງ ແລະ ທ້ອງຖິ່ນ ເປັນທີ່ຮຽບຮ້ອຍແລ້ວ ກໍໄດ້ນໍາສະເໜີຜ່ານ ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 14 ທັນວາ 2018 ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ. ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ໃຫ້ຮູ້ວ່າ: ການສ້າງຮ່າງກົດໝາຍນີ້ ມີຈຸດປະສົງເປົ້າໝາຍ ເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ເພື່ອຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານຄວາມປອດໄພຈາກລັງສີ ເພື່ອໃຫ້ວຽກງານດັ່ງກ່າວ ດໍາເນີນຢ່າງຖືກຕ້ອງຕາມມາດຕະຖານເຕັກນິກ-ວິຊາການ ແລະ ຮັບປະກັນຄວາມປອດໄພ ແນໃສ່ປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ, ...

Read More »

ກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( JCR ) ຄັ້ງທີ 3

ຕອນເຊົ້າ ວັນທີ 14 ທັນວາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດ ເດີນທາງມາເຂົ້າຮ່ວມກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( JCR ) ຄັ້ງທີ 3 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ. ຂ່າວພາບ: ຂປລ.

Read More »

ທ່ານ ທອງລຸນ ສີສຸລິດ ຈັດງານລ້ຽງຕ້ອນຮັບທ່ານ ປຣະຍຸດ ຈັນໂອຊາ ພ້ອມຄະນະ

ຕອນຄໍ່າຂອງວັນທີ 13 ທັນວາ 2018 ທີ່ນະຄອນຫຼວງວຽງຈັນ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມພັນລະຍາ ແລະ ຄະນະ ໄດ້ຈັດງານລ້ຽງອາຫານຄໍ່າ ຕ້ອນຮັບ  ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ພ້ອມຄະນະ ທີ່ໄດ້ເດີນທາງມາຮ່ວມກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( JCR ) ຄັ້ງທີ 3. ຂອບໃຈພາບຈາກເຟສບຸກ ກົດໝາຍລາວ.

Read More »