ການເມືອງ

ສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍ ສຳນັກງານຜູ້ຕາງໜ້າ ສປປ ລາວ ປະຈໍາຕ່າງປະເທດ

ໃນກອງປະຊຸມສະໄໝສາມັນເທື່ອ 6 ຂອງສະພາແຫ່ງຊາດຊຸດທີ 8 ວັນທີ 10 ທັນວາ 2018 ພາຍໃຕ້ການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນສຸມໃສ່ພິຈາລະນາ, ປະກອບຄຳຄິດຄຳເຫັນ ແລະ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ເຊິ່ງກົດໝາຍສ້າງໃໝ່ ທີ່ສະເໜີໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ເຊິ່ງຮ່າງກົດໝາຍດັ່ງກ່າວ ປະກອບມີ 10 ພາກ, 12 ໝວດ ແລະ 65 ມາດຕາ. ໂອກາດນີ້, ທ່ານປະທານກອງປະຊຸມ ໄດ້ສະຫຼຸບຄືນການປະກອບຄຳຄິດຄຳເຫັນເປັນເວລາ 1 ວັນເຕັມ ຂອງບັນດາ ສສຊ ເຊິ່ງໂດຍລວມແລ້ວແມ່ນເຫັນດີເປັນເອກະພາບເປັນພື້ນຖານ ທາງດ້ານໂຄງສ້າງ ແລະ ເນື້ອໃນ ແຕ່ເພື່ອເຮັດໃຫ້ຮ່າງກົດໝາຍດັ່ງງກ່າວ ມີຄວາມຈະແຈ້ງ, ຮັດກຸມ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນນັ້ນ, ບັນດາ ສສຊ ໄດ້ມີຄຳເຫັນຫຼາຍບັນຫາສຳຄັນ ເປັນຕົ້ນ ແມ່ນ ຊື່ຂອງກົດໝາຍ ຄວນປັງປຸງໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ການປົກປ້ອງ ...

Read More »

ປະຫວັດຫຍໍ້ຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ

ລັດຖະດຳລັດຂອງປະທານປະເທດແຫ່ງ ສປປ ລາວ ສະບັບເລກທີ 317/ປປທ ລົງວັນທີ 10 ທັນວາ 2018 ວ່າດ້ວຍການເລື່ອນຊັ້ນນາຍທະຫານ ຕົກລົງເລື່ອນຊັ້ນ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ຂຶ້ນເປັນ ພົນເອກ ເຊິ່ງເປັນພົນເອກຄົນທີ 3 ໃນປະຫວັດສາດຂອງ ສປປ ລາວ ເຮັດໃຫ້ປັດຈຸບັນປະເທດລາວມີນາຍທະຫານລະດັບພົນເອກ 3 ທ່ານ ຄື: 1. ທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດເລຂາທິການໃຫຍ່ພັກຯ ແລະ ປະທານປະເທດແຫ່ງ ສປປ ລາວ. 2. ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ. 3. ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ. ປະຫວັດຫຍໍ້ຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ * ວັນ, ເດືອນ, ປີເກີດ: 1/3/1948 ...

Read More »

ກົດໝາຍສຳນັກງານຜູ້ຕາງໜ້າ ສປປ ລາວ ຢູ່ຕ່າງປະເທດ ຈະສ້າງຄວາມເຂັ້ມແຂງ ໃນການພົວພັນຮ່ວມມືກັບຕ່າງປະເທດ

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ກ່າວໃນກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 11 ທັນວາ 2018 ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ສະບັບສ້າງໃໝ່ນີ້ ເມື່ອໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາງການແລ້ວ ຈະເປັນບ່ອນອີງທາງດ້ານກົດໝາຍທີ່ສໍາຄັນທີ່ສຸດ ໃຫ້ກະຊວງການຕ່າງປະເທດ ໂດຍສະເພາະສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ໃນການຈັດຕັ້ງ ແລະ ເຄື່ອນໄຫວວຽກງານຂອງຕົນ, ທັງເປັນການສ້າງຄວາມເຂັ້ມແຂງໃນການພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະ ສົ່ງເສີມການຮັບໃຊ້ໃຫ້ແກ່ວຽກງານພົວພັນຮ່ວມມືດ້ານການເມືອງ, ປ້ອງກັນປະເທດ ແລະ ຄວາມໝັ້ນຄົງ, ວຽກງານການພັດທະນາເສດຖະກິດແຫ່ງຊາດ, ວຽກງານການສົ່ງເສີມດ້ານວັດທະນະທຳ, ການສົ່ງອອກແຮງງານ, ການລົງທຶນ, ການທ່ອງທ່ຽວ, ການຄ້າ, ວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ການຮ່ວມມືໃນຂະແໜ່ງການອື່ນໆລະຫວ່າງ ສປປ ລາວ ກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ, ວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດໃຫ້ໄດ້ຮັບໝາກຜົນດີກວ່າເກົ່າ. ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ຍັງໃຫ້ຮູ້ອີກວ່າ: ເຫດຜົນ ...

Read More »

ຍິນດີນຳ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ຮັບເລື່ອນຊັ້ນພົນເອກ ເປັນຄົນທີ 3 ຂອງ ສປປ ລາວ.

ຂໍ່ານັບຊົມເຊີຍ ລັດຖະດຳລັດຂອງປະທານປະເທດແຫ່ງ ສປປລາວ ສະບັບເລກທີ 317/ປປທ ລົງວັນທີ 10 ທັນວາ 2018 ວ່າດ້ວຍການເລື່ອນຊັ້ນ ພົນໂທ ຂຶ້ນເປັນ ພົນເອກ ຈັນສະໝອນ ຈັນຍາລາດ. ພົນເອກ ຜູ້ທີ 03 ຂອງ ສປປລາວ 1. ທ່ານ ພົນເອກ ຄໍາໄຕ ສີພັນດອນ 2. ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ 3. ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ທີ່ມາ: ກົດໝາຍລາວ LaoLaw

Read More »

ທ່ານ ຄໍາແພງ ໄຊສົມແພງ ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍຄົນພິການ

ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອ 6 ຂອງສະພາແຫ່ງຊາດຊຸດທີ 8 ວັນທີ 10 ທັນວາ 2018 ນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຜ່ານຮ່າງກົດໝາຍ ວ່າດ້ວຍຄົນພິການ ເຊິ່ງຮ່າງກົດໝາຍດັ່ງກ່າວ ປະກອບມີ 12 ພາກ, 15 ໝວດ ແລະ 91 ມາດຕາ. ການສ້າງກົດໝາຍວ່າດ້ວຍຄົນພິການນີ້, ເປັນການສ້າງຄັ້ງທຳອິດ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ທາງດ້ານເສດຖະກິດ-ສັງຄົມ, ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ຄຸ້ມຄອງ ແລະ ພັດທະນາວຽກງານຄົນພິການ ແນໃສ່ເສີມສ້າງໃຫ້ຄົນພິການ ມີສ່ວນຮ່ວມຢ່າງເຕັມສ່ວນໃນສັງຄົມ ແລະ ມີຊີວິດການເປັນຢູ່ ນັບມື້ດີຂຶ້ນເທື່ອລະກ້າວ. ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວວ່າ: ໄລຍະຜ່ານມາ ເຖິງວ່າລັດຖະບານໄດ້ເອົາໃຈໃສ່ຕໍ່ວຽກງານຄົນພິການ ໂດຍໄດ້ກຳນົດນະໂຍບາຍ ແລະ ນິຕິກຳຕ່າງໆ ເພື່ອຄຸ້ມຄອງ ແລະ ພັດທະນາຄົນພິການ, ແຕ່ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການ ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຄົນພິການ ໃນຍຸກເຊື່ອມໂຍງກັບພາກພື້ນ ແລະ ...

Read More »

ກົດໝາຍວ່າດ້ວຍທະນາຄານທຸລະກິດ ສະບັບປັບປຸງ ຈະສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ

ຮ່າງກົດໝາຍວ່າດ້ວຍທະນາຄານທຸລະກິດ ສະບັບປັບປຸງ ໄດ້ປັບປຸງທຶນຈົດທະບຽນ ຈາກ 300 ຕື້ ຂຶ້ນເປັນ 500 ຕື້ກີບ, ປັບປຸງການລົງທຶນຕ່ຳສຸດ ຈາກ 100 ຕື້ ຂຶ້ນເປັນ 300 ຕື້ກີບ ເພື່ອໃຫ້ທະນາຄານທຸລະກິດມີຄວາມເຂັ້ມແຂງ ທັງໄດ້ເພີ່ມມາດຕະການແກ້ໄຂແຕ່ຫົວທີເພື່ອແກ້ໄຂພາວະວິກິດທະນາຄານທຸລະກິດ. ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 8 ໃນວັນທີ 7 ທັນວາ 2018 ບັນດາສະມາຊິກສະພາແຫ່ງຊາດ ( ສສຊ ) ໄດ້ຮັບຟັງການສະເໜີຮ່າງກົດໝາຍ ວ່າດ້ວຍທະນາຄານທຸລະກິດ ສະບັບປັບປຸງ ຈາກ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ເຊິ່ງໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງຄືນໃໝ່ ເນື່ອງຈາກຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ ເຫັນວ່າຍັງມີຫຼາຍອັນບໍ່ທັນສອດຄ່ອງ. ຈາກນັ້ນ, ໄດ້ເປີດໂອກາດໃຫ້ ສສຊ ຄົ້ນ ຄວ້າພິຈາລະນາ ແລະ ປະກອບຄຳເຫັນ ເພື່ອໃຫ້ມີເນື້ອໃນສົມບູນ ແລະ ຄົບຖ້ວນ ທັງສອດຄ່ອງກັບສະພາບການພັດທະນາເສດຖະກິດ – ...

Read More »

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ຂອງຄູ່ຮ່ວມພັດທະນາ

ໃນວັນທີ 7 ທັນວາ 2018 ຢູ່ທີ່ ສໍານັກງານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸດລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນຂອງຄູ່ຮ່ວມພັດທະນາ ທີ່ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນ ປະຈຳປີ 2018, ຊຶ່ງນໍາໂດຍ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ຄາລີນາ ອີມໂມເນັນ ຜູ້ປະ ສານງານອົງການສະຫະປະຊາຊາດ, ທັງເປັນຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະ ນາປະຈຳ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ຄະນະຜູ້ແທນຂອງຄູ່ຮ່ວມພັດທະນາ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມໂຕະມົນ ປະຈຳປີ 2018, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຊຸກຍູ້ ແລະ ສົ່ງເສີມຂະຫຍາຍການຮ່ວມມືພົວພັນ ລະຫວ່າງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ, ໂດຍສະເພາະແມ່ນການສະໜັບສະໜູນ ...

Read More »

ອະດີດປະທານພັກ ປະທານປະເທດເນັ້ນ ກໍ່ສ້າງສັງຄົມນິຍົມ ເລີ່ມຈາກຮາກຖານ.

ທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກ ປະທານປະເທດ ສປປ ລາວ ໄດ້ໂອ້ລົມ ພະນັກງານການນຳຫຼັກແຫຼ່ງ ຂອງແຂວງຈຳປາສັກ ໃນວັນທີ 6 ທັນວາ 2018 ຜ່ານມາຢູ່ທີ່ສະໂມສອນຫຼັກ 4. ເນື້ອໃນໂອລົມ ທ່ານ ຄຳໄຕ ສີພັນດອນ ໄດ້ເນັ້ນໃຫ້ພ້ອມກັນເອົາໃຈໃສ່ນຳພາກໍ່ສ້າງສັງຄົມນິຍົມ ດ້ວຍການສືບຕໍ່ເສີມຂະຫຍາຍບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ເລີ່ມຈາກຮາກຖານ; ໃນນັ້ນຕ້ອງເຮັດໃຫ້ການຈັດຕັ້ງຮາກຖານ ມີຄວາມເຂັ້ມແຂງໜັກແໜ້ນ,ປະຊາຊົນແຕ່ລະບ້ານມີຢູ່ມີກິນ,ສັງຄົມມີຄວາມສະຫງົບສຸກ ເປັນລະບຽບຮຽບຮ້ອຍ, ມີຄວາມຍຸຕິທຳ ແລະ ສີວິໄລ. ນອກນີ້, ອະດີດປະທານພັກ ປະທານປະເທດ ຍັງໄດ້ຊີ້ນຳບັນຫາສຳຄັນອື່ນໆອີກ ເພື່ອເປັນທິດເຍືອງທາງໃຫ້ຄະນະພັກ,ອົງການປົກຄອງແຂວງ,ນະຄອນ ແລະ ເມືອງ,ພະແນກການກົມກອງຕ່າງໆ ໄດ້ນໍາໄປຈັດຕັ້ງນຳພາໃຫ້ມີຜົນສຳເລັດ.   ຂໍ້ມູນແລະພາບຈາກ: ສະຖານີວິທະຍຸຈໍາປາສັກ 100,7 Mhz

Read More »

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບຄະນະຜູ້ແທນ ກະຊວງການຕ່າງປະເທດ ເວເນຊູເອລາ

ໃນວັນທີ 5 ທັນວາ 2018, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ຣູເບັນ ດາຣີໂອ ໂມລີນາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ໂບລີວາຣຽນ ເວເນຊູເອລາ, ຜູ້ຊີ້ນຳວຽກງານຂົງເຂດອາຊີ, ຕາເວັນອອກກາງ ແລະ ໂອເຊອານີ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ລະຫວ່າງວັນທີ 4-5 ທັນວາ ນີ້. ໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ຣູເບັນ ດາຣີໂອ ໂມລີນາ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນ ສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ຊ່ວຍເຫຼືອເຊິ່ງກັນ ...

Read More »

ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ສະເຫຼີມສະຫຼອງວັນພໍ່ແຫ່ງຊາດ ແລະ ວັນຊາດໄທ

ໃນຕອນຄໍ່າຂອງວັນທີ 5 ທັນວາ 2018 ຜ່ານມາ ຢູ່ທີ່ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ, ໄດ້ຈັດພິທີສະເຫຼີມສະຫຼອງວັນພໍ່ແຫ່ງຊາດ ແລະ ວັນຊາດໄທ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ທ່ານ ນາງ ຄໍາເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ມີບັນດາ ຮອງລັດຖະມົນຕີ, ທູຕານຸທຸດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ. ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ກ່າວວ່າ: ວັນທີ 5 ທັນວາ ຂອງທຸກປີ ນອກຈາກວັນຊາດແລ້ວ ຍັງເປັນວັນສະເຫຼີມພຣະຊົນມະພັນສາຂອງພຣະບາດສົມເດັດ ພຣະປະຣະມິນທະຣະມະຫາພູມິພົນ ອະດຸນຍະເດດ ບໍຣົມມະນາດບໍພິດ ແລະ ວັນພໍ່ແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ ນຳອີກ. ພາຍໃນງານຍັງມີການສະແດງສິລະປະວັນນະຄະດີ ແລະ ງານລ້ຽງອາຫານຄໍ່າແບບບຸບເຟ ໂດຍມີບັນດາຮ້ານອາຫານຈາກປະເທດໄທ ແລະ ລາວ ...

Read More »