ການເມືອງ

ອົງການ (WHO) ຊ່ວຍພັດທະນາຊົນນະບົດ, ສຸຂະສຶກສາ ,ໂພຊະນາການ ແລະ ອື່ນໆ

ທ່ານ ດຣ.ບຸນກອງ ສີຫາວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ມາກ ຈາກຄອບ ຜູ້ຕາງໜ້າຄົນໃໝ່ຂອງອົງການອະນາໄມໂລກ (WHO) ປະຈຳສປປ ລາວ ໃນໂອກາດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ເມື່ອວັນທີ 19 ທັນວາ 2018 ທີ່ຜ່ານມາທີ່ກະຊວງສາທາລະນະສຸກ. ພ້ອມຕີລາຄາສູງຕໍ່ການຮ່ວມມືທີ່ດີ ແລະ ການຊ່ວຍເຫຼືອຂອງອົງການ WHO ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງວ່າ ພາຍໃຕ້ການນຳພາຂອງຜູ້ຕາງໜ້າຄົນໃໝ່ ອົງການ WHO ຈະປະກອບສ່ວນອັນສໍາຄັນ ເຂົ້າໃນການເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນ ລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 8, ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ພາຍໃຕ້ຂອບວຽກທີ່ກ່ຽວຂ້ອງກັບອົງການ WHO ໃຫ້ບັນລຸໄດ້ຕາມຄາດໝາຍ, ໂດຍສະເພາະ ການສົ່ງເສີມການພັດທະນາຊົນນະບົດ, ສຸຂະສຶກສາ ແລະ ໂພຊະນາການ. ພ້ອມນັ້ນ, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ອົງການ ...

Read More »

ອະດີດປະທານປະເທດ ໃຫ້ທິດຊີ້ນຳການນຳນະຄອນຫຼວງ

ໃນວັນ​ທີ 20 ທັນ­ວາ 2018 ຜ່ານມາ ທ່ານ ຄຳ​ໄຕ ສີ​ພັນ​ດອນ ອະ­ດີດ​ປະ­ທານ​ພັກ ອະດີດປະ­ທານ​ປະ­ເທດ ​ແຫ່ງ ສປປ ລາວ ລົງ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ຖືກ​ຕ້ອນ­ຮັບ​ໂດຍ​ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະ­ຄອນ­ຫຼວງ ພ້ອມ​ດ້ວຍ​ການ​ນຳ​ຂັ້ນ​ນະ­ຄອນ­ຫຼວງ ແລະ ພະ­ນັກ­ງານ​ຫຼັກ​ແຫຼ່ງ​ອ້ອມ​ຂ້າງ​ເຂົ້າ​ຮ່ວມ.   ການ​ມາ​ຢ້ຽມ­ຢາມ​ຄັ້ງ​ນີ້ ທ່ານ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະ­ພາບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ວຽກ​ງານ​ພົ້ນ​ເດັ່ນ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ເຊິ່ງ​ທ່ານ​ໄດ້​ຍ້ອງ­ຍໍ​ຊົມ­ເຊີຍ​ຕໍ່​ຜົນ­ສຳ­ເລັດ ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ຍາດ​ມາ​ໄດ້ ພ້ອມ​ນັ້ນ ກໍໄດ້​ແນະ­ນຳ​ໃຫ້​ຍົກ​ສູງ​ຄວາມ​ສາ­ມາດ​ການ​ນຳ­ພາ​ຂອງ​ລັດ ໃນ​ການ​ນຳ­ພາ​ເປັນ​ເຈົ້າ​ການ​ກຳ­ນົດ​ແນວ­ທາງ​ນະ­ໂຍ­ບາຍ ເສດ­ຖະ­ກິດ ວັດ­ທະ­ນະ­ທຳ-ສັງ­ຄົມ ການ​ຕ່າງ­ປະ­ເທດ ຮັບ­ປະ­ກັນ​ຄວາມ​ສາ­ມັກ­ຄີ ແລະ ຄວາມ​ເປັນ​ປຶກ​ແຜ່ນ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ສົມ­ທົບ​ທຶນ­ຮອນ​ດ້ານ​ເຕັກ​ໂນ​ໂລ​ຊີ​ ຈາກ​ພາຍ​ນອກ ປະ­ກອບ­ສ່ວນ​ເຮັດ​ໃຫ້​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ດີ​ຂຶ້ນ ປະ­ກອບ­ສ່ວນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ​ຂາດ­ແຄນ​ຫຼ້າ­ຫຼັງ​.    ພ້ອມ​ນັ້ນ ເສີມ​ຂະ­ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ­ຊາ­ຊົນ​ຂັ້ນ​ຕ່າງໆ ໂດຍ​ຜ່ານ​ແນວ​ໂຮມ​ບ້ານ ອົງ​ການ­ຈັດ­ຕັ້ງ​ຂັ້ນ​ຕ່າງໆ ປະ­ກອບ­ສ່ວນ​ປົກ​ປັກ​ຮັກ­ສາ​ປະ­ເທດ​ຊາດ ແລະ ຊີ­ວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ.  ທ່ານໄດ້ເນັ້ນຕື່ມວ່າ: ແຕ່​ກໍ​ຍັງ​ມີ​ຂໍ້­ຄົງ­ຄ້າງ​ຫຼາຍ​ຢ່າງ ທີ່​ການ​ນຳ​ນະ­ຄອນ­ຫຼວງ​ວຽງ​ຈັນ ​ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ແກ້​ໄຂ​ຢ່າງ​ຈິງ​ຈັງ ພະ­ນັກ­ງານ​ຈຳ­ນວນ​ບໍ່​ໜ້ອຍ​ໄດ້​ສວຍ​ໃຊ້​ອຳ­ນາດ ໜ້າ­ທີ່ ຕຳ­ແໜ່ງ​ງານ ວາງ​ໂຕ​ເປັນ​ນາຍ​ໄປ​ທາງ​ໃດ​ມີ​ການ​ຕ້ອນ­ຮັບ​ໃຫຍ່​ໂຕ ເຫັນ​ວ່າ​ບໍ່​ເໝາະ​ສົມ, ບັນ­ຫາ​ດ້ານ​ສັງ­ຄົມ​ຄວາມ​ແຕກ​ໂຕນ​ດ້ານ​ລາຍ​ຮັບ ...

Read More »

ສສຊ ພິຈາລະນາ-ຮັບຮອງ 3 ຮ່າງມະຕິ ການເຄຶ່ອນໄຫວວຽກງານສະພາແຫ່ງຊາດ

ມື້ສຸດທ້າຍ ຂອງການດຳເນີນກອງປະຂຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໃນຕອນເຊົ້າຂອງວັນທີ 21 ທັນວາ 2018, ບັນດາສະມາຊິກສະພາແຫ່ງຊາດ ສສຊ ໄດ້ສືບຕໍ່ສຸມໃສ່ພິຈາລະນາ ແລະ ປະກອບຄຳຄິດຄຳເຫັນໃສ່ 3 ຮ່າງມະຕິ ຄື: ການເຄື່ອນໄຫວວຽກງານກາງສະໄໝ ຂອງສະພາແຫ່ງຊາດ 2016-2018, ແຜນວຽກຈຸດສຸມ ປີ 2019 ແລະ ທິດທາງແຜນການຮອດປີ 2020; ການປະຕິບັດແຜນສ້າງ ແລະ ປັບປຸງ ກົດໝາຍ ໄລຍະ 3 ປີຜ່ານມາ ແລະ ແຜນການ 2 ປີທ້າຍສະໄໝ ສະພາແຫ່ງຊາດຊຸດທີ VIII 2019-2020; ການປະຕິບັດສິດ ແລະ ໜ້າທີ່ ໃນການຕິດຕາມກວດກາ 3 ປີຜ່ານມາ ແລະ ແຜນການ ປີ 2019 ຂອງສະພາແຫ່ງຊາດ. ເຖິງວ່າໃນໄລຍະ 3 ປີຜ່ານມາ ສະພາແຫ່ງຊາດ ໄດ້ເອົາໃຈໃສ່ ເຄື່ອນໄຫວວຽກງານຕ່າງໆ ໂດຍສະເພາະການຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ, ລວມທັງການປະຕິບັດແຜນສ້າງ ...

Read More »

ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ ບັນດາການນຳຂັ້ນສູງຂອງລາວ

ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະ ຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 5 ຂອງ ສະຫາຍ ຟ້າມ ບິ່ງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃນລະຫວ່າງວັນທີ 18-19 ທັນວາ 2018, ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ທີ່ ທຳນຽບປະທານປະເທດ, ໃນວັນທີ 19 ທັນວາ 2018. ໃນໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຝາກຄວາມຢື້ຢາມຖາມຂ່າວ ໄປຍັງ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ບັນດາສະຫາຍການນຳຫວຽດນາມ, ...

Read More »

ທ່ານໄດ້ເນັ້ນໃຫ້ການນໍາແຂວງ ເອົາໃຈໃສ່ເຮັດໃຫ້ປະຊາຊົນມີຄວາມຜາສຸກ,ມີຄວາມຍຸຕິທໍາໃນສັງຄົມ.

ໃນວັນທີ 17 ທັນວາ 2018, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ສະຫວັນນະເຂດ ທ່ານຄໍາໄຕ ສີພັນດອນ ອະດີດປະທານພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມກັບພະນັກງານການນໍາຫຼັກແຫຼ່ງແຂວງ ສະຫວັນນະເຂດ ເຊິ່ງມີທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ສະຫວັນນະເຂດ ບັນດາທ່ານໃນຄະນະປະຈໍາພັກແຂວງ ກໍາມະການພັກແຂວງ ຫົວໜ້າພະແນກການຕ່າງໆອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງການໂອ້ລົມໃນຄັ້ງນີ້. ພາຍຫຼັງທີ່ທ່ານ ສັນຕິພາບ ພົມວິຫານ ຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃນໄລຍະຜ່ານມາ, ຈາກນັ້ນ ທ່ານ ຄໍາໄຕ ສີພັນດອນ ກໍໃຫ້ກຽດໂອ້ລົມ ເຊິ່ງມີເນື້ອໃນບາງຕອນສໍາຄັນວ່າ: ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ 3 ຂັ້ນຂອງແຂວງເປັນຕົ້ນ: ມີບາງດ້ານຖ້າບໍ່ໄດ້ຮັບການແກ້ໄຂຢ່າງຈິງຈັງ ກໍອາດເປັນອຸປະສັກຕໍ່ຈຸດໝາຍປາຍທາງຂອງພັກເຮົາ ຄື: ລັກສະນະດີເລີດຂອງລະບອບໃໝ່ລະບອບສັງຄົມນິຍົມ ທີ່ພວກເຮົານໍາພານັບ ແຕ່ມື້ເລີ່ມຕົ້ນເຮັດການປະຕິວັດ. ມາຮອດປັດຈຸບັນນີ້ ບໍ່ທັນສະແດງອອກຢ່າງເດັ່ນຊັດໂດຍສະເພາະພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍປະຊາຊົນລ້ວນແຕ່ຄອງຄອຍ ແລະ ຝາກຄວາມຫວັງຢາກເຫັນສັງຄົມລາວ ມີຄວາມສະເໝີພາບ ແລະ ຍຸຕິທໍາ ບໍ່ໃຫ້ມີການຂູດຮີດ ເອົາລັດເອົາປຽບກັນ, ບໍ່ໃຫ້ມີການແບ່ງຊັ້ນ-ແບ່ງຂັ້ນໃນສັງຄົມ, ຢາກເຫັນນະໂຍບາຍດ້ານເສດຖະກິດ ແລະ ສັງຄົມທີ່ຊ່ວຍໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ ...

Read More »

ທ່ານ ຄໍາໄຕ ສີພັນດອນ ໃຫ້ທິດຊີ້ນຳພະນັກງານຫຼັກແຫຼ່ງ ແຂວງຄຳມ່ວນ

ໃນວັນທີ 18 ທັນວາ 2018 ຜ່ານມານີ້, ທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ໃຫ້ທິດຊີ້ນຳຕໍ່ຄະນະພັກ, ອຳນາດການ ປົກຄອງ ແຂວງຄຳມ່ວນ ໂດຍທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ສຳຄັນໃນຂົງເຂດວຽກງານ ປກຊ-ປກສ ໃຫ້ແຂງແຮງກວ່າເກົ່າ, ສຸມໃສ່ ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເປັນຕົ້ນ ບັນຫາຢາເສບຕິດ, ຂີ້ລັກ, ງັດແງະ ແລະ ອຸບັດເຫດ ເພື່ອສ້າງຄວາມ ເຊື່ອໝັ້ນ ແລະ ໄວ້ວາງໃຈໃນການດຳລົງຊີວິດຂອງປະຊາຊົນ ໄປພ້ອມໆ ກັບການວາງແຜນການຜະລິດເຂົ້ານາແຊງ, ປູກພືດລະດູແລ້ງໃຫ້ຫຼາຍຂຶ້ນ ເພື່ອທົດແທນຜົນເສຍຫາຍ ໂດຍສະເພາະ ບັນດາປັດໄຈການຜະລິດ, ຊົນລະປະທານ, ແນວພັນຕ່າງໆ ແລະ ພ້ອມກັນກະກຽມກອງປະຊຸມ 3 ຂັ້ນໃຫ້ມີປະສິດທິຜົນ ແລະ ບັນລຸຕາມຄາດໝາຍ. ໂອກາດດຽວກັນ, ທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄຳມ່ວນ ກໍໄດ້ລາຍງານສະພາບການພັດທະນາເສດຖະກິດໂດຍລວມຂອງແຂວງ ເປັນຕົ້ນ ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ...

Read More »

ສອງຍັກໃຫຍ່ດ້ານ”ໄອທີ”ຂອງຈີນ, ໃນຈຳນວນ 110 ບຸກຄົນ ທີ່ໄດ້ຮັບຫຼຽນ

ແຈ໊ກ ໝ່າ ຜູ້ສ້າງຕັ້ງບໍລິສັດອາລີບາບາ ແລະ ໂທນີ ໝ່າ ຜູ້ບໍລິຫານເທນເຊັນ ສອງຍັກໃຫຍ່ດ້ານ”ໄອທີ”ຂອງຈີນ, ໃນຈຳນວນ 110 ບຸກຄົນ ທີ່ໄດ້ຮັບຫຼຽນລາງວັນໃນຖານະຜູ້ມີຜົນງານອັນໂດດເດັ່ນ ແລະ ມີ ຄວາມພະຍາຍາມບໍ່ຢຸດຢັ້ງ ມີແນວຄິດສ້າງສັນທີ່ຍິ່ງໃຫຍ່ ສົ່ງເສີມການເຕີບໂຕຂອງເສດຖະກິດ ໃນໄລຍະ 40 ປີທີ່ຜ່ານມາ. ໃຫ້ກຽດມອບໂດຍການນໍາສູງສຸດຂອງປະເທດຈີນ ໃນງານໂຮມຊຸມນຸມໃຫຍ່ເພື່ອສະເຫຼີມສະຫຼອງການຄົບຮອບ 40 ປີແຫ່ງການປະຕິຮູບປະເທດ ແລະ ເປີດປະຕູສູ່ໂລກພາຍນອກ 18 ທັນວາ 1978-2018 ນະຄອນຫຼວງປັກກິງ ສປຈີນ. LIVE: President Xi Jinping delivers a speech at a conference celebrating the 40th anniversary of China's reform and opening up. Posted by China Xinhua News on Monday, December 17, ...

Read More »

ເຄິ່ງສະໄໝສະພາແຫ່ງຊາດ ຮັບຮອງກົດໝາຍໄດ້ 63 ສະບັບໃນນັ້ນສ້າງໃໝ່ 27 ສະບັບ

ການເຄື່ອນໄຫວປະຕິບັດສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ໃນໄລຍະເຄິ່ງສະໄໝຜ່ານມາ ໄດ້ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນ: ການປະຕິບັດແຜນສ້າງ ແລະ ປັບປຸງກົດໝາຍ, ເອົາໃຈໃສ່ພິຈາລະນາບັນຫາສຳຄັນຕ່າງໆ ຕາມພາລະບົດບາດຂອງຕົນ ກໍຄື ການຕົກລົງບັນຫາສຳຄັນພື້ນ ຖານຂອງປະເທດຊາດ, ການປະຕິບັດວຽກງານຕິດຕາມກວດກາ, ການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ, ລວມທັງການເຄື່ອນໄຫວວຽກງານຂອງ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ. ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ ໄດ້ສະເໜີຕໍ່ກອງປະຊຸມສະ ໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 19 ທັນວາ 2018, ໂດຍຊີ້ໃຫ້ເຫັນວ່າ: ຜົນງານແຕ່ປີ 2016-2018 ໂດຍສະພາແຫ່ງຊາດຊຸດທີ VIII ສາມາດຮັບຮອງເອົາກົດໝາຍທັງ ໝົດ 63 ສະບັບ, ເທົ່າ 60% ຂອງແຜນການ 5 ປີ. ໃນນີ້, ມີກົດໝາຍສ້າງໃໝ່ 27 ສະບັບ, ກົດໝາຍປັບປຸງ 36 ສະບັບ. ສຳລັບປີ 2018 ສ້າງ ແລະ ...

Read More »

ສະພາແຫ່ງຊາດ ວາງຄາດໝາຍສ້າງ ແລະ ປັບປຸງກົດໝາຍ 41 ສະບັບ ໃນປີ 2019-2020

ຄະນະປະຈໍາສະພາແຫ່ງຊາດ ໄດ້ວາງຄາດໝາຍໃນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2019-2020 ທັງໝົດ 41 ສະບັບ. ໃນນີ້, ຂົງເຂດການປົກຄອງ ແລະ ຍຸຕິທໍາ 9 ສະບັບ, ຂົງ ເຂດເສດຖະກິດ 16 ສະບັບ, ຂົງເຂດວັດທະນະທຳ-ສັງຄົມ 13 ສະບັບ, ຂົງເຂດການຕ່າງປະເທດ 2 ສະບັບ ແລະ ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 1 ສະບັບ. ຄາດໝາຍດັ່ງກ່າວ, ສະເໜີໂດຍ ທ່ານ ສາຍທອງ ແກ້ວດວງດີ ປະທານກໍາມາທິການກົດໝາຍ ໂດຍຕາງໜ້າຄະນະປະຈຳ ສະພາແຫ່ງຊາດ ຂຶ້ນສະເໜີຕໍ່ກອງປະຊຸມສະໄໝສາມັນ ເທືອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 19 ທັນວາ 2018 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ. ສຳລັບແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳ ປີ 2019 ມີທັງໝົດ ...

Read More »

ສະພາແຫ່ງຊາດ ສະເໜີຜົນງານການເຄື່ອນໄຫວເຄິ່ງສະໄໝຜ່ານມາ

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 19 ທັນວາ 2018, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຮັບຟັງ ການລາຍງານກ່ຽວກັບການເຄື່ອນໄຫວວຽກງານ ຂອງສະພາແຫ່ງຊາດ ຊຸດທີ VIII ກາງສະໄໝ 2016-2018, ທິດທາງຮອດກອງປະຊຸມ ຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ແຜນວຽກຈຸດສຸມ ຂອງສະພາແຫ່ງຊາດປີ 2019 ສະເໜີໂດຍ ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ; ພ້ອມນັ້ນ, ຍັງໄດ້ຮັບຟັງການລາຍງານແຜນການສ້າງ ແລະ ປັບປຸງ ກົດໝາຍ ຂອງສະພາແຫ່ງຊາດ ໃນໄລຍະ 3 ປີຜ່ານມາ ແລະ ຮັບຟັງແຜນການຕິດຕາມກວດກາ ຂອງສະພາແຫ່ງຊາດ ປະຈຳປີ 2019 ສະເໜີໂດຍ ທ່ານ ສາຍທອງ ແກ້ວດວງດີ ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ. ຈາກນັ້ນ, ກອງປະຊຸມ ໄດ້ຮັບຟັງການປະກອບຄຳຄິດຄຳເຫັນ ຂອງສູນກາງແນວລາວສ້າງຊາດ ຕໍ່ບົດລາຍງານຂອງສະພາແຫ່ງຊາດ, ລວມທັງການປະກອບຄຳຄິດເຫັນ ...

Read More »