ການເມືອງ

ນາຍົກລັດຖະມົນຕີ ທາບທາມບຸກຄະລາກອນ ສະໄໝທີ VIII ຮອບທີ່ 3….

ວັນທີ 7 ກັນຍາ 2020 ນີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດ ຖະກິດ-ສັງຄົມ, ຮ່າງບົດສຳຫຼວດການນນຳພາລວມ ແລະທາບທາມບຸກຄະລາກອນ ຄະນະບໍໍລິຫານງານພັກແຂວງຫຼວງພະບາງສະໄໝທີ່ VIII ຮອບທີ 3 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູູນກາງພັກ, ນາຍົກລັດຖະມົນຕີ. ທ່ານ ຄຳຂັນ ຈັນທະວິສຸກ ກຳມະການສູນກາງພັກ ເລ ຂາຄະນະບໍລິ ຫານງານພັກແຂວງ ເຈົ້າແຂວງຫຼວງພະບາງໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ ຜູ້ແທນກອງປະຊຸມໄດ້ປະກອບຄຳເຫັນໃສ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ຮ່າງບົດສຳຫຼວດການນຳພາລວມ ແລະທາບທາມບຸກຄະລາກອນ ຄະນະບໍໍລິຫານງານພັກແຂວງຫຼວງພະບາງສະໄໝທີ່ VIII ຮອບທີ 3, ພ້ອມທັງຮັບຟັງການລາຍງານຜົນການດຳເນີນກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງທ້າຍສະໄໝ VII ທີ່ສຳເລັດເມື່ອບໍ່ດົນມານີ້ ຕື່ມອີກ. ໃນກອງປະຊຸມ ຕາງໜ້າຄະນະບໍລິຫານງານພັກແຂວງສະໄໝ VII ໄດ້ຜ່ານຮ່າງບົດສຳຫຼວດການນນຳພາລວມ ແລະລາຍງານຜົນການດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກແຂວງທ້າຍສະໄໝ VII, ພ້ອມທັງສະ ເໜີມາດຖານເງື່ອນໄຂຜູ້ຮັບສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານພັກແຂວງ, ຄະນະປະຈຳພັກແຂວງ, ປະທານ-ຮອງປະທານກວດກາພັກ ແລະເລຂາ ຮອງເລຂາຄະນະບໍລິຫານງານພັກແຂວງ, ຈາກນັ້ນ ໄດ້ດຳເນີນການທາບ ທາມບຸກຄະລາກອນ, ຄະນະບໍໍລິຫານງານພັກແຂວງຫຼວງພະບາງສະໄໝທີ່ ...

Read More »

ປທສ ຄົ້ນຄວ້າປັບປຸງ ຮ່າງແຜນແມ່ບົດເສດຖະກິດ ແຫ່ງຊາດ 5 ປີ…

ວັນທີ 03 ກັນຍາ 2020 ຜ່ານມານີ້, ທີ່ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດກອງປະຊຸມເປີດກວ້າງຄົ້ນຄວ້າປັບປຸງຮ່າງແຜນແມ່ບົດເສດຖະກິດດິຈິຕອລ ແຫ່ງຊາດ 5 ປີ (2021-2025) ຂຶ້ນ ທີ່ຫ້ອງປະຊຸມໃຫຍ່ກະຊວງ ປທສ.ໂດຍການເປັນປະທານຂອງ ທ່ານ ປອ. ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງ ປທສ, ຮອງຫົວໜ້າຄະນະສະເພາະກິດ ການຫັນເປັນທັນສະໄໝ ໃນການຊຳລະສະສາງ ແລະ ການເກັບລາຍຮັບເຂົ້າງົບປະມານ ຜ່ານລະບົບໂທລະສັບມືຖື, ມີທ່ານ ສຈ. ປອ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ນາງເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີຮອງລັດຖະມົນຕີຈາກບັນດາກະຊວງທີ່ກ່ຽວຂ້ອງ ພ້ອມດ້ວຍຄະນະຊ່ວຍວຽກຄະນະສະເພາະກິດດັ່ງກ່າວ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ທັນສະໄໝ ກົມມະສິດ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງເສດຖະກິດດິຈິຕອລ ຊຶ່ງໃນປະຈຸບັນ ເສດຖະກິດດິຈິຕອລໄດ້ມີບົດບາດສຳຄັນ ຕໍ່ການຂັບເຄື່ອນເສດຖະກິດຂອງໂລກ ...

Read More »

ແຕ່ງຕັ້ງ ຜູ້ອໍານວຍການ ຮັກສາການຊົ່ວຄາວ ລນລ…

ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ( ລນລ ) ໄດ້ມີພິທີປະກາດແຕ່ງຕັ້ງຄະນະອຳນວຍການ ລນລ ຈຳນວນ 3 ທ່ານ ໂດຍ ທ່ານ ອະນຸສິນ ພົນເສນາ ເປັນຮັກສາການຊົ່ວຄາວ ຜູ້ອໍານວຍການ ລນລ. ໃນກອງປະຊຸມ ທ່ານ ນາງ ຈັນສຸກ ແສງພະຈັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ), ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະອຳນວຍການ ລນລ ສະບັບເລກທີ 2209 /ກງ ລົງວັນທີ 21 ສິງຫາ 2020 ເຊິ່ງອີງຕາມກົດໝາຍວ່າດ້ວຍວິສາຫະກິດ ສະບັບເລກທີ 46/ ສພຊ ລົງວັນທີ 26 ທັນວາ 2013, ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ ສະບັບເລກທີ 144/ນຍ ລົງວັນທີ 08 ພຶດສະພາ 2017, ອີງຕາມໜັງສືສະເໜີຂອງ ລນລ ສະບັບເລກທີ 4119/ລນລ ...

Read More »

ອິນເດຍແຊງໜ້າອາເມລິກາ ຫຼັງຍອດຜູ້ຕິດເຊື້ອ Covid-19 ເພີ່ມຂຶ້ນສູງສຸດໃນມື້ດຽວ

ອິນເດຍສ້າງສະຖິຕິຜູ້ຕິດເຊື້ອ Covid-19 ເພີ່ມຂຶ້ນສູງສຸດໃນໂລກພຽງມື້ດຽວ.​ ວັນທີ 30 ສິງຫາ 2020 ທີ່ຜ່ານມາ ອິນເດຍມີຜູ້ຕິດເຊື້ອ Covid-19 ເພີ່ມຂຶ້ນຫຼາຍທີ່ສຸດເປັນອັນດັບ 3 ຂອງໂລກ ທີ່ມີສະຖິຕິເຖິງ 78.​761 ກໍລະນີ ພາຍໃນ 24 ຊົ່ວໂມງ. ສາເຫດເນື່ອງມາຈາກ ຄະນະລັດຖະບານໄດ້ສືບຕໍ່ຍົກເລີກມາດຕະການຕ່າງໆ ເພື່ອຊຸກຍູ້ເສດຖະກິດທີ່ສູນເສຍວຽກເຮັດງານທຳຂອງຫຼາຍລ້ານຄົນ ໃນຂະນະທີ່ເຊື້ອໄວຣັດເຂົ່າແຜ່ລະບາດໃນເດືອນມີນາ. ການເພີ່ມຂຶ້ນຂອງໄວຣັດໃນເຂດຊົນນະບົດຫຼາຍແຫ່ງຍັງຄົງເປັນບັນຫາທີ່ສຳຄັນ. ພາບປະກອບ ໃນວັນດຽວກັນນີ້ ການຕິດເຊື້ອທົ່ວໂລກທະລຸ 25 ລ້ານຄົນ ໂດຍມີຜູ້ເສຍຊີວິດ 843.​000 ຄົນ ເຊິ່ງສະຫະລັດອາເມລິກາຍັງຄົງເປັນປະເທດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດໂດຍມີຜູ້ຕິດເຊື້ອ 6 ລ້ານຄົນ ຕາມການວິໄຈຂອງມະຫາວິທະຍາໄລ Johns Hopkins. ການນັບວັນດຽວກັນນີ້ມີຜູ້ຕິດເຊື້ອເພີ່ມຂຶ້ນໃນອິນເດຍທະລຸ 77.​299 ກໍລະນີ ພາຍໃນ 24 ຊົ່ວໂມງ. ທ່ານໝໍ Manoj Kumar ຊ່ຽວຊານດ້ານໂລກຫົວໃຈໄດ້ກ່າວກັບສຳນັກຂ່າວຣອຍເຕີວ່າ: “ນັບວ່າເປັນການເພີ່ມຂຶ້ນຂອງ 1 ມື້ ທີ່ໃຫຍ່ທີ່ສຸດກໍລະນີໃນທົ່ວໂລກ ແລະ ສາເຫດທີ່ຢູ່ເບື້ອງຫຼັງນັ້ນ ເນື່ອງມາຈາກການແຜ່ລະບາດຂອງໂລກລະບາດໃນເຂດຊົນນະບົດ” ໃນຊ່ວງທຳອິດການປ້ອງກັນພະຍາດ Covid-19 ຢູ່ປະເທດອິນເດຍ ແມ່ນເຮັດໄດ້ດີພໍສົມຄວນໂດຍກຳນົດໃຫ້ມີການປ້ອງກັນຢ່າງເຂັ້ມງວດ ແຕ່ຈາກນັ້ນເຊື້ອໄວຣັດດັ່ງກ່າວ ...

Read More »

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບຜູ້ຕາງໜ້າອົງການອຸຍນີເຊັບ…

ຕອນບ່າຍວັນທີ 2 ກັນຍາ 2020 ຢູ່ຫ້ອງປະຊຸມກະຊວງຖະແຫລວງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ດຣ ນາງ ເພຍ ຣີໂບໂລ ບຣີດໂຕ ຜູ້ຕາງຫນ້າອົງ ການສະຫະປະຊາຊາດສໍາລັບເດັກນ້ອຍ ຫລື ຢູນີເຊັຟ ຄົນໃຫມ່ປະຈໍາລາວ ໂດຍມີພາກສ່ວນກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ. ໂອກາດນີ້ ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງມາຍັງຜູ້ຕາງຫນ້າອົງການສະຫະປະຊາຊາດສໍາລັບເດັກນ້ອຍ ຫລື ຢູນີເຊັຟຄົນໃຫມ່ປະຈໍາລາວ ພ້ອມທັງສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຊ່ວຍເຫລືອຂອງອົງການຢຸນີເຊັຟ ຕໍ່ລັດຖະບານລາວໃນໄລຍະຜ່ານມາໃນການຈັດຕັ້ງປະຕິບັດໂຄງການຕ່າງໆຢ່າງໃກ້ຊິດ ຮ່ວມກັບກະຊວງຖະແຫລງຂ່າວວັດທະນະທໍາແລະທ່ອງທ່ຽວ ເພື່ອສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນລາວດ້ານການນໍາໃຊ້ເຕັກໂນໂລຊີທີ່ທັນສະໄຫມ ເຊີ່ງມີບົດບາດສໍາຄັນໃນການ ບັນລຸເປົ້າຫມາຍການພັດທະນາແບບຢືນຍົງ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ໂດຍການເລີ່ມຜະລິດລາຍການຜ່ານໂທລະພາບສໍາລັບເດັກກ່ອນໄວຮຽນ, ໂຄງການວິທະຍຸໄວຫນຸ່ມ ແລະ ອື່ນໆ ແລະ ເມື່ອບໍ່ດົນມານີ້ອົງການຢູນີເຊັຟ ຮ່ວມກັບລັດຖະບານລາວ ກໍຄືກະຊວງ ຖວທ ...

Read More »

ລັດຖະມົນຕີຕ່າງປະເທດ ໂອ້ລົມທາງໂທລະສັບກັບ ລັດຖະມົນຕີອົດສະຕຣາລີ

ວັນທີ 2 ກັນຍາ 2020, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບກັບ ທ່ານ ນາງ ມາຣີສ ເພນ (Marise Payne), ລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີຮັບຜິດຊອບວຽກງານແມ່ຍິງ ອົດສະຕຣາລີ ທີ່ ກະຊວງການຕ່າງປະເທດ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ອົດສະຕຣາລີ. ໃນໂອກາດດັ່ງກ່າວ ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມຕະຫຼອດໄລຍະເວລາ 68 ປີ ຜ່ານມາ ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952 ສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆ ຂອງສອງປະເທດຢ່າງເປັນປົກກະຕິ ຊຶ່ງໄດ້ເປັນການປະກອບສ່ວນອັນສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ...

Read More »

ສຳເລັດກອງປະຊຸມ ເຈົ້າຫນ້າທີ ອາວຸໂສ ພະລັງງານ ອາຊຽນຄັ້ງທີ 38

ກອງປະຊຸມທາງໄກ ເຈົ້າຫນ້າທີ ອາວຸໂສ ພະລັງງານ ຄັ້ງທີ 38 (ASEAN senior officials meeting) ໂດຍ ສສ ຫວຽດນາມ ເປັນເຈົ້າພາບໄດ້ສຳເລັດລົງດ້ວຍໝາກຜົນອັນຈົບງາມ ເຊິ່ງນໍາພາໂດຍ ປອ. ອາຄົມເດດ ວົງໄຊ ຫົວຫນ້າກົມ ແຜນການ ແລະ ການຮວ່ມມື Senior Official on Energy (SOE Leaders) ສປປ ລາວ ພ້ອມດ້ວຍ Alternate SOE ແລະ ບັນດາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອເປັນການລາຍງານໝາກຜົນບັນດາໜ້າວຽກ ແລະ ກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງສໍາເລັດໃນແຜນວຽກການຮ່ວມມືພະລັງງານອາຊຽນ APAEC ໄລຍະ 1: 2016-2020 ລວມທັງເປັນການທົບທວນຕໍ່ຮ່າງແຜນວຽກ ແລະ ບັນດາແຜນງານຕ່າງໆ (Programme area) ທີ່ນອນໃນຮ່າງ APAEC ໄລຍະ 2: 2021-2025 ກ່ອນຈະເປັນສະບັບສຸດທ້າຍ ເພື່ອເອົາເຂົ້າຮັບຮອງໃນກອງປະຊຸມ AMEM ຄັ້ງທີ 38. ...

Read More »

ຊຸມນຸມ ສະເຫຼີມສະຫຼອງວັນຊາດ ສສ.ຫວຽດນາມ ຄົບຮອບ 75 ປີ

ຕອນເຊົ້າວັນທີ 02 ກັນຍາ 2020, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ມີພິທີໂຮມຊຸມນຸມສະເຫຼີມສະຫຼອງວັນຊາດ ສສ.ຫວຽດນາມ ຄົບຮອບ 75 ປີ (2.9.1945 – 2.9.2020) ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະ ທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍການນຳພັກ-ລັດ ແລະ ພາກສ່ວນກ່ຽວຂ້ອງລາວ ແລະ ຫວຽດນາມ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວຄຳປາໄສ ເຊີ່ງສະຫາຍໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ແລະ ເປັນກຽດຢ່າງສູງທີ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດແຫ່ງ ສປປ ລາວ, ແນວລາວສ້າງຊາດ, ອົງການປົກຄອງນະຄອນ ຫຼວງວຽງຈັນ, ສະມາຄົມມິດຕະພາບລາວ-ຫວຽດນາມຂັ້ນສູນກາງ ໄດ້ຈັດຕັ້ງພິທີໂຮມຊຸມນຸມອັນເຄັ່ງຂຶມໃນຄັ້ງນີ້ ເພືື່ອຂໍ່ານັບຮັບຕ້ອນ ແລະ ຊົມເຊີຍ ...

Read More »

ການນໍາຂັ້ນສູງແຫ່ງ ສປປ ລາວຮ່ວມ ອວຍພອນການນໍາຂັ້ນສູງ ແຫ່ງ ສສ ຫວຽດນາມ ໂອກາດລະນຶກການປະຕິວັດເດືອນສິງຫາ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ75ປີ

ເນື່ອງໃນໂອກາດລະນຶກການປະຕິວັດເດືອນສິງຫາ ແລະ ສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ75ປີ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ , ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ຫງວຽນ ຝູ້ ຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ, ສະຫາຍ ນາງ ຫງວຽນ ທິ ກີມ ເງິນ ປະທານສະພາແຫ່ງຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ເຊິ່ງມີເນື້ອໃນວ່າ: ເນື່ອງໃນໂອກາດລະນຶກການປະຕິວັດເດືອນສິງຫາ ...

Read More »

ຄະນະນໍາກະຊວງການຕ່າງປະເທດ ເຂົ້າອວຍພອນວັນຊາດ ແລະ ວັນການທູດ ສສ ຫວຽດນາມ ຄົບຮອບ 75 ປີ

ໃນວັນທີ 1 ກັນຍາ 2020 ທີ່ຜ່ານມາ ສະຫາຍ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າອວຍພອນ ສະຫາຍ ຫງວຽນ ບໍາຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 75 ປີ (02/09/1945-02/09/2020) ແລະ ວັນການທູດ ສສ ຫວຽດນາມ ຄົບຮອບ 75 ປີ (28/08/1945-28/08/2020). ໃນໂອກາດດັ່ງກ່າວ, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍ ວັນສະຖາປະນາ ...

Read More »