ການເມືອງ

Koica ຊ່ວຍ 2,5 ລ້ານໂດລາ ແກ້ໄຂຜົນກະທົບຈາກລະເບີດບໍ່ທັນແຕກ ຢູ່ 2 ແຂວງ..

ລະເບີດບໍ່ທັນແຕກ ທີ່ຕົກຄ້າງແຕ່ປາງສົງຄາມ ຢັ່ງຢາຍຢູ່ຕາມພື້ນທີ່ທຳການຜະລິດ, ພື້ນທີ່ທຳມາຫາກິນ, ໄຮ່ນາ, ຮົ້ວສວນ ຂອງປະຊາຊົນລາວບັນດາເຜົ່າ ຢູ່ບາງແຂວງ ໃນຂອບເຂດທົ່ວປະເທດ ຍັງສືບສົໍ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ເປັນຈຳນວນຫລວງຫລາຍ, ເຊິ່ງແຕ່ລະປີ ໄດ້ມີອຸປະຕິເຫດເກີດຂຶ້ນ ແລະ ມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ເປັນຈຳນວນຫລາຍ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ, ເສຍອົງຄະ, ພິການ ແລະ ເສຍຊີວິດ, ໂດຍສະເພາະຢູ່ແຂວງຊຽງຂວາງ ມີປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກຫລາຍກວ່າ 1.800 ຄົນ. ປັດຈຸບັນ ປະຊາຊົນຈຳນວນດັ່ງກ່າວ, ພວມໄດ້ຮັບການຊ່ວຍເຫລືອຢ່າງຕໍ່ເນື່ອງ ຈາກລັດຖະບານ ກໍຄື ຜູ້ໃຫ້ທຶນຊ່ວຍ ເຫລືອຈາກສາກົນ. ໃນວັນທີ 15 ຕຸລາ 2020 ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການຄະນະກຳ ມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງໃນລາວ ໄດ້ນຳພາຜູ້ຕາງໜ້າຈາກອົງການສະຫະປະຊາຊາດເພື່ອການພັດທະນາ ແລະ ອົງການກອຍກາ (ຜູ້ສະໜອງທຶນຊ່ວຍເຫລືອ) ລົງເຄື່ອນໄຫວຢ້າມຢາມປະຊາຊົນທີ່ຖືກເຄາະຮ້າຍ ຈາກລະເບີດບໍ່ທັນແຕກ ຢູ່ບ້ານນາດີ ເມືອງແປກ ແຂວງຊຽງຂວາງ ເພື່ອສຳຫລວດ ແລະ ເບິ່ງວິຖີການດຳລົງຊີວິດ, ການທຳມາຫາກິນ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ພາຍຫລັງທີ່ໄດ້ໃຫ້ການຊ່ວຍເຫລືອໃນໄລຍະຜ່ານມາ, ທັງສຶກສາຄວາມເປັນໄປໄດ້ ...

Read More »

ເຜີຍແຜ່ ປພຍ ບັນດາອົງການເຄືອຂ່າຍ ສປຊ ແລະ ຄູ່ຮ່ວມພັດທະນາຢູ່ລາວ…

ກະຊວງການຕ່າງປະເທດ ໃນນາມເປັນກອງເລຂາເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ( ປພຍ ) ຮ່ວມກັບ ຫ້ອງການຜູ້ປະສານງານ   ອົງການສະຫະປະຊາຊາດ ( ສປຊ ) ຢູ່ ສປປ ລາວ ໄດ້ຮ່ວມກັນຈັດກອງປະຊຸມເຜີຍແຜ່ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ( ປພຍ ) ຮ່ວມກັບບັນດາອົງການເຄືອຂ່າຍສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາ ຢູ່ ສປປ ລາວ ໃນວັນທີ 13 ຕຸລາ ຜ່ານມາ ທີ່ສູນການຮ່ວມມື ແລະ ຝຶກອົບຮົມສາກົນ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊເກັນເນສ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ. ມີຜູ້ເຂົ້າຮ່ວມ ຕາງໜ້າຈາກບັນດາຈຸດປະສານງານ ປພຍ ແຫ່ງຊາດ ປະຈໍາກະຊວງ ແລະ ອົງການລັດທຽບເທົ່າກະຊວງ, ສະຖານທູດ, ບັນດາອົງການເຄືອຂ່າຍ ສປຊ ແລະ ຄູ່ຮ່ວມພັດທະນາ ປະຈໍາ ...

Read More »

ຄວາມສຳຄັນຂອງວຽກງານມາດຕະຖານວັດແທກ ຕໍ່ຜູ້ປະກອບການ SME

ກອງປະຊຸມສຳມະນາ ພາຍຫົວຂໍ້ ຄວາມສຳຄັນຂອງວຽກງານມາດຕະຖານ ແລະ ວັດແທກ ຕໍ່ຜູ້ປະກອບການ SME ຂອງ ສປປ ລາວ ໃນໂອກາດການສະເຫຼີມສະຫຼອງ ວັນມາດຕະຖານໂລກ ຄົບຮອບ 73 ປີ ໃນວັນທີ 14 ຕຸລາ 2020 ທີ່ຫ້ອງປະຊຸມ ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ), ໃຫ້ກຽດເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ (ກວຕ), ມີບັນດາທ່ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ, ບັນດາຜູ້ປະກອບການຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມ ກວຕ ໄດ້ກ່າວວ່າ: ການຈັດກອງປະຊຸມສຳມະນາໃນຄັ້ງນິ້ ແມ່ນເພື່ອສ້າງຈິດສຳນຶກໃຫ້ແກ່ ຜູ້ປະກອບການລົງທຶນ, ນັກທຸລະກິດ, ຜູ້ຜະລິດ ແລະ ຜູ້ຊົມໃຊ້ໄດ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານມາດຕະຖານ ຕໍ່ການພັດທະນາເສດຖະກິດ-ສັງຄົມໃນລະດັບຊາດ, ພາກພື້ນ ແລະ ສາກົນ ທີ່ຈະອໍານວຍຄວາມສະດວກຊຸກຍູ້ສົ່ງເສີມດ້ານການຄ້າ, ...

Read More »

ສປ ຈີນ ໃຫ້ໂຄງການຊ່ວຍເຫຼືອລ້າ 3 ສະບັບ ໃຫ້ແກ່ ສປປ ລາວ…

ໃນວັນທີ 14 ຕຸລາ 2020 ຢູ່ຫໍປະຊຸມແຫ່ງຊາດ, ພາຍຫຼັງການພົບປະ 2 ຝ່າຍ ລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດ, ຕາງໜ້າລັດຖະບານລາວ, ທ່ານ ສະເຫຼີມໄຊ ກົມມະສິດ ກັບ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ທ່ານ ຫວັງ ອີ້, ໄດ້ມີການແລກປ່ຽນ ໂຄງການຊ່ວຍເຫຼືອລ້າ 3 ສະບັບ ໃຫ້ແກ່ ສປປ ລາວ ປະກອບມີ: 1) ໂຄງການຊ່ວຍເຫຼືອລ້າ ກ່ຽວກັບອຸປະກອນຕ້ານໄຂ້ເລືອດອອກ 2) ໂຄງການພື້ນຖານໂຄ່ງລ່າງ ພັດທະນາຊົນນະບົດ ໄລຍະ 2 3) ໂຄງການແລກປ່ຽນລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສປ ຈີນ ກ່ຽວກັບການຮັບເອົາ ສິດທິພິເສດ ທາງດ້ານພາສີ (0%) ໃຫ້ແກ່ 97% ຂອງລາຍການສິນຄ້າທັງໝົດ GSP 97%. ແຫຼ່ງຂໍ້ມູນ: LAO ...

Read More »

ຜູ້ນຳຕ້ອນຮັບລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ…

ໃນວັນທີ 14 ຕຸລາ 2020, ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຫວັງອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 13-14 ຕຸລາ 2020 ນີ້. ໃນໂອກາດນີ້. ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງທ່ານ ຫວັງອີ້ ພ້ອມດ້ວຍຄະນະໃນຄັ້ງນີ້, ເຊິ່ງເປັນການປະ ກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ, ທັງເປັນການປະກອບສ່ວນສຳຄັນ ໃນການເສີມຂະຫຍາຍມູນເຊື້ອແຫ່ງການພົວພັນມິດຕະພາບ ແລະ ການ ຮ່ວມມືຍຸດທະສາດຮອບດ້ານ ແລະ ການເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມ ລະຫວ່າງ ສອງພັກ, ...

Read More »

ເປີດ ສະໂມສອນນັກການທູດລາວ…

ສະໂມສອນນັກການທູດ ທີ່ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດຈະເປັນບ່ອນເຕົ້າໂຮມ ແລະ ເປັນເວທີປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ , ຕີລາຄາຕໍ່ສະພາບການທີ່ພົ້ນເດັ່ນຢູ່ໃນພາກພື້ນ ແລະ ສາກົນລະຫວ່າງບັນດາອະດີດເອກອັກຄະລັດຖະທູດ ແລະ ບັນດານັກການທູດລາວ ແລະ ເປັນເວທີແລກປ່ຽນຄວາມຮູ້ ແລະ ປະສົບການ ລະຫວ່າງນັກການທູດອາວຸໂສບຳນານ ແລະ ນັກການທູດຮຸ່ນໜຸ່ມກໍຄືພະນັກງານກະຊວງການຕ່າງປະເທດ ນອກຈາກນີ້ ເພື່ອເປັນຖານຂໍ້ມູນທີ່ເປັນປະໂຫຍດໃຫ້ແກ່ພະນັກງານກະຊວງການຕ່າງປະເທດນຳໄປໝູນໃຊ້ເຂົ້າໃນການຄົ້ນຄວ້າວິໄຈ ແລະ ເປັນຂໍ້ມູນລາຍງານຄະນະນຳກະຊວງການຕ່າງປະເທດ. ພິທີເປີດສະໂມສອນດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ແລະ ອະດີດກົມການເມືອງສູນກາງພັກ ອະດີດຮອງນາຍົກລົດຖະມົນຕີກະຊວງການຕ່າງປະເທດ ທ່ານ ສົມສະຫວາດ ເລັງສະຫວັດ, ມິບັນດາຄະນະນຳກະຊວງການຕ່າງປະເທດ, ອະດີດຄະນະການນຳກະຊວງ, ຄະນະກົມ, ບັນດາທ່ານທູດອາວຸໂສບຳນານ ແລະ ພະນັກງານກະຊວງການຕ່າງປະເທດເຂົ້າຮ່ວມ 70 ກວ່າທ່ານ. ແລ່ງຂໍ້ມູນ: ວຽງຈັນທາຍ

Read More »

ລາວ-ຈີນ ສືບຕໍ່ຜັນຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍ…

ໃນວັນທີ 14 ຕຸລາ 2020, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ສະຫາຍ ສະເຫຼີມໄຊ ກົມມະສິດ,ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສປປ ລາວ, ໄດ້ມີການພົບປະສອງຝ່າຍກັບ ສະຫາຍ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ. ໃນໂອກາດນີ້,ສະຫາຍລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຄັ້ງທີ 2 ຂອງ ສະຫາຍ ລັດຖະມົນຕີ ຫວັງ ອີ້ ໃນປີ 2020 ນີ້. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ ລະຫວ່າງ ສອງພັກ ແລະ ສອງລັດຖະບານ ກໍຄືປະຊາຊົນສອງຊາດ ຊຶ່ງນັບມື້ນັບໄດ້ຮັບການເສີມຂະຫຍາຍດ້ວຍຄຸນນະພາບໃໝ່ຢ່າງບໍ່ຢຸດຢັ້ງ ໂດຍໄດ້ສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ. ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະສະໜັບສະໜູນຕໍ່ຂໍ້ລິເລີ່ມທີ່ ...

Read More »

ຫລວງພະບາງ ປະຕິບັດໂຄງການຫລຸດລາຄາ ແຕ່ຮັກສາກໍາໄລ …….

ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວແຂວງຫລວງພະບາງ ຮ່ວມກັບບັນດາຂະແໜງ ການກ່ຽວຂ້ອງ ເລັ່ງຟື້ນຟູຫົວໜ່ວຍທຸລະກິດທ່ອງທ່ຽວພາຍໃນແຂວງທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃຫ້ຟື້ນໂຕໂດຍໄວ. ຂະນະດຽວກັນ ໄດ້ແນະນໍາໃຫ້ທຸກຫົວໜ່ວຍທຸລະກິດທ່ອງທ່ຽວປະຕິບັດໂຄງການຫລຸດລາຄາແຕ່ຮັກສາກໍາໄລ ເພື່ອໃຫ້ສາມາດຢູ່ລອດໄດ້ຕໍ່ໄປ. ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ຖວທ ແຂວງຫລວງພະບາງ ໃຫ້ສໍາພາດວ່າ: ເພື່ອຊ່ວຍໃຫ້ຫົວໜ່ວຍທຸລະກິດທ່ອງທ່ຽວພາຍໃນແຂວງຟື້ນຕົວນັບມື້ດີຂຶ້ນ ພະແນກ ຖວທ ແຂວງ ໄດ້ຈັດກອງປະຊຸມປຶກສາຫາ ລືກັບສະມາຄົມໂຮງ ແຮມ, ເຮືອນພັກ ແລະ ຮ້ານອາຫານ ຈັດຕັ້ງປະຕິບັດກິດຈະກໍາເພື່ອສົ່ງເສີມການທ່ອງທ່ຽວ ເປັນຕົ້ນ: ໄດ້ຮ່ວມກັບລັດວິສາຫະກິດການບິນລາວຈັດກິດຈະກໍາສົ່ງເສີມການທ່ອງທ່ຽວ ຄື: ການຫລຸດຄ່າປີ້ຍົນໄປ-ກັບ ແລະໃຫ້ພັກຢູ່ໂຮງແຮມ 2 ຄືນຢູ່ຫລວງພະບາງ, ຈັດເທດສະການກາເຟລາວ ແລະ ກິດຈະກໍາໄຫລເຮືອໄຟໃນມື້ອອກພັນສາສໍາເລັດແລ້ວ, ສ່ວນໃນຕໍ່ໜ້າຈະຈັດອີກຫລາຍກິດຈະກໍາ ເປັນຕົ້ນ: ເທດ ສະການອາຫານລາວ, ການແຂ່ງ ຂັນຖີບລົດເພື່ອສຸຂະພາບ ແລະ ອື່ນຯ. ທ່ານ ນາງ ສຸດາພອນ ຄົມທະວົງ ໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັບການຈັດກິດຈະກໍາຕ່າງຯ ທາງແຂວງໄດ້ແນະນໍາໃຫ້ຜູ້ປະກອບການທ່ອງທ່ຽວ ຫັນປ່ຽນວິທີດໍາເນີນກິດຈະການ ໂດຍແນໃສ່ນັກທ່ອງທ່ຽວພາຍໃນເປັນຕົ້ນຕໍ ດ້ວຍການປະຕິບັດໂຄງການຫລຸດລາ ຄາແຕ່ຮັກສາກໍາໄລ ...

Read More »

ASEM ຊຸກຍູ້ສິດອຳນາດດ້ານເສດຖະກິດຂອງແມ່ຍິງ…

ວິທະຍຸ​ກະຈາຍສຽງ​ຫວຽດ ນາມ​ລາຍ​ງານ​ວ່າ: ມີ​ຜູ້​ແທນ​ເກືອບ 130 ທ່ານ ຢູ່ ສະຖານທີ່​ເຊື່ອມ​ຕໍ່ກວ່າ 40 ແຫ່ງ ຈາກ 41 ປະເທດ​ສະມາຊິກ ASEM ແລະ 7 ອົງການ​ຈັດ​ຕັ້ງ​ສາກົນ ແລະ ພາກ​ພື້ນ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ. ຂ່າວ​ລະບຸ​ວ່າ: ວັນ​ທີ 12 ເດືອນ​ຕຸລາ​ຜ່ານ​ມາ, ການ​ໂອ້​ລົມ​ສົນທະນາ​ຂັ້ນ​ສູງ​ຂອງ ເວທີ​ປາ​ໄສ​ການ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ – ເອີ​ຣົບ (ASEM) ກ່ຽວ​ກັບ​ການ “ຊຸກຍູ້​ສິດ​ອຳນາດ​ດ້ານ​ເສດຖະກິດ​ຂອງ​ແມ່ຍິງ ໃນ​ສະພາບ​ການ​ເກີດ​ໂລກ​ລະບາດ Covid – 19” ໂດຍ​ກະຊວງ​ການ​ຕ່າງປະເທດ​ຫວຽດນາມ ສົມທົບ​ກັບ​ກະຊວງ​ແຮງ​ງານ – ທະຫານ​ເສຍ​ອົງຄະ ແລະ ສັງຄົມ ຫວຽດນາມ ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ, ມີ​ຜູ້​ແທນ​ເກືອບ 130 ຄົນ ຂອງ​ສະຖານທີ່​ເຊື່ອມ​ຕໍ່​ກວ່າ 40 ແຫ່ງ ຈາກ 41 ປະເທດ​ສະມາຊິກ ASEM ແລະ 7 ອົງການ​ຈັດ​ຕັ້ງ​ສາກົນ ແລະ ພາກ​ພື້ນ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ. ໂດຍກາຍກ່າວ​ຄຳ​ເຫັນ​ໃນ​ວາ​ລະ​ດໍາ​ເນີນ​ການ​ໂອ້​ລົມ​ສົນທະນາ ...

Read More »

ອຸດສາຫະກຳການບິນຈີນ ຂະຫຍາຍຕົວຕໍ່ເນື່ອງ…

ສຳນັກຂ່າວຊິນຮວາ ລາຍງານໂດຍອ້າງຂໍ້ມູນຈາກ ວາຣີຟາຍ ( VariFlight ) ເຊິ່ງເປັນອົງການບໍລິການຂໍ້ມູນການບິນພົນລະເຮືອນຂອງຈີນ ເປີດເຜີຍວ່າ: ອຸດສາຫະກຳການບິນພົນລະເຮືອນຂອງ ສປ ຈີນ ຟື້ນຕົວຢ່າງຕໍ່ເນື່ອງໃນເດືອນກັນຍາ ພາຍຫຼັງທີ່ສະໜາມບິນຫຼາຍແຫ່ງພາຍໃນປະເທດໄດ້ກັບມາໃຫ້ບໍລິການຖ້ຽວບິນກວ່າ 90% ຂອງປະລິມານຖ້ຽວບິນ ເມື່ອທຽບກັບປີຜ່ານມາ. ລາຍງານຍັງລະບຸວ່າ: ສະໜາມບິນທົ່ວປະເທດສາມາດຮອງຮັບຖ້ຽວບິນຂາອອກ ລວມ 375.300 ຖ້ຽວ ໃນເດືອນກັນຍາ ຫຼຸດລົງ 6,86% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແຕ່ເພີ່ມຂຶ້ນ 1,6% ເມື່ອທຽບໃສ່ເດືອນສິງຫາ. ລາຍງານຍັງໄດ້ສະແດງໃຫ້ເຫັນເຖິງຈຳນວນຖ້ຽວບິນເພີ່ມຂຶ້ນໃນເດືອນກັນຍາ, ຂະນະທີ່ຖ້ຽວບິນສາຍຕ່າງປະເທດກໍເພີ່ມຂຶ້ນເລັກໜ້ອຍ ເມື່ອທຽບກັບເດືອນສິງຫາ. ທັງນີ້, ເມື່ອເດືອນກັນຍາຜ່ານມາ ສະໜາມບິນສາກົນກວາງໂຈ, ໄປ໋ອວິ໋ນ ໃນແຂວງກວາງຕຸ້ງ ທາງພາກໃຕ້ຂອງ ສປ ຈີນ ຮອງຮັບຖ້ຽວບິນຂາອອກຫຼາຍທີ່ສຸດໃນບັນດາສະໜາມບິນຂອງ ສປ ຈີນ. ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Read More »