ທ່ານອາດໄດ້ຍິນຂ່າວວ່າ ສະພາບແວດລ້ອມຍັງບໍ່ເອື້ອອຳນວຍໃຫ້ແກ່ພາກທຸລະກິດຢູ່ລາວ ໂດຍສະເພາະ ລະບຽບຄຸ້ມຄອງການສ້າງຕັ້ງວິສາຫະກິດ ແລະ ການເຄື່ອນໄຫວທຸລະກິດດ້ານອື່ນໆ. ໃນປີ 2019, ລາວຖືກຈັດຢູ່ໃນອັນດັບທີ 154 ໃນ 190 ປະເທດ ກ່ຽວກັບຄວາມສະດວກໃນການດຳເນີນທຸລະກິດ ເຊິ່ງຕົກຈາກອັນດັບທີ 141 ໃນປີ 2018 ທີ່ຜ່ານມານັ້ນ. ເມື່ອພິຈາລະນາມາດຖານລະອຽດ, ພົບວ່າປະເທດເຮົາຢູ່ໃນອັນດັບທີ່ຕໍ່າ ໃນດ້ານເວລາ ແລະ ຄ່າໃຊ້ຈ່າຍ ໃນການເລີ່ມຕົ້ນທຸລະກິດ (ໝາຍວ່າ ໄດ້ອັນດັບທີ 180), ການປົກປ້ອງນັກລົງທຶນຜູ້ຖືຮຸ້ນນ້ອຍ (ໄດ້ອັນດັບທີ 174) ແລະ ການແກ້ບັນຫາການລົ້ມລະລາຍຂອງທຸລະກິດ (ໄດ້ອັນດັບທີ 168). ຍ້ອນແນວນັ້ນ, ລັດຖະບານຈຶ່ງພະຍາຍາມປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ໃນຫຼາຍໆດ້ານ ດ້ວຍການອອກຄຳສັ່ງເລກທີ 02/ນຍ ໃນຕົ້ນເດືອນກຸມພາ ປີ 2018 ເພື່ອໃຫ້ບັນດາກະຊວງ ຂະແໜງການຂຸ້ນຂ້ຽວດຳເນີນການ. ສະເພາະຕິດພັນກັບໜ້າວຽກ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ແມ່ນການປັບປຸງລະບຽບການ ແລະ ຂັ້ນຕອນ ເພື່ອອຳນວຍຄວາມສະດວກແກ່ການຂຶ້ນທະບຽນ ພາຍໃຕ້ກົດໝາຍວິສາຫະກິດ ແລະ ກົດໝາຍສົ່ງເສີມການລົງທຶນ ໂດຍສົ່ງຜົນໃຫ້ມີການຫຼຸດເວລາ ແລະ ຂັ້ນຕອນທີ່ຈໍາເປັນໃນການຂຶ້ນທະບຽນວິສາຫະກິດ ແລະ ...
Read More »Magazine
ໂຄງການທາງລົດໄຟ ລາວ-ຈີນ ຄືບໜ້າຕາມແຜນ
ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຖືເປັນຂົວຕໍ່ທີ່ສຳຄັນຂອງການລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ເພື່ອສະໜັບສະໜູນແຜນຍຸດທະສາດຂອງລັດຖະບານ ສປປ ລາວ ຈາກປະເທດ Land Lock ໃຫ້ເປັນ Land Link. ເສັ້ນທາງລົດໄຟ ລາວ-ຈີນ ບໍ່ພຽງແຕ່ປ່ຽນແປງສະຖານະພາບຂອງ ສປປ ລາວ ຈາກການເປັນປະເທດບໍ່ຕິດກັບທະເລ ມາເປັນປະເທດເຊື່ອມໂຍງເທົ່ານັ້ນ ແຕ່ຍັງເປັນການເປີດໂສມໜ້າ ແລະ ຍົກລະດັບຊື່ສຽງຂອງປະເທດໃຫ້ຊາວໂລກໄດ້ຮູ້ໄດ້ເຫັນ ແລະ ເຂົ້າໃຈຫຼາຍຂຶ້ນກວ່າເກົ່າ ໂດຍຜ່ານການໄປມາຫາສູ່ ແລກປ່ຽນວັດທະນະທຳ,ການຄ້າ,ການລົງທຶນ,ການບໍລິການ ແລະ ອື່ນໆ ພ້ອມດຽວກັນນັ້ນ ເສັ້ນທາງລົດໄຟ ລາວ-ຈີນ ຍັງຈະປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມເຂັ້ມແຂງ ການຂົນສົ່ງສິນຄ້າຈາກພາຍໃນ ແລະ ຕ່າງປະເທດຈະມີຄາລາຖືກລົງ ແລະ ປະຢັດເວລາ ນອກຈາກນີ້ໂຄງການລົດໄຟ ລາວ-ຈີນ ຍັງໄດ້ປະກອບສ່ວນສ້າງວຽກເຮັດງານທຳໃຫ້ປະຊາຊົນ ໄວໜຸ່ມໃນທ້ອງຖິ່ນ ລວມທັງຊຸກຍູ້ດ້ານການບໍລິການໂຮງແຮມ,ເຮືອນພັກ,ຮ້ານອາຫານ ຕະຫຼອດເຖິງຊຸກຍູ້ກຸ່ມການຜະລິດທາງດ້ານກະສິກຳ ເພື່ອເປັນສິນຄ້າສົ່ງອອກ ໃນອະນາຄົດອີກດ້ວຍ. ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເປັນໂຄງການຮ່ວມມືຂອງສອງລັດຖະບານ ລາວ ແລະ ຈີນ ໃນນີ້ ລັດຖະບານລາວ ຖືຫຸ້ນ 30% ແລະ ...
Read More »ໂອກາດ ແລະ ສິ່ງທ້າທາຍຂອງທຸລະກິດຂະໜາດນ້ອຍ ໃນຍຸກ “ດີຈິຕອນ”.
ຍຸກ”ດິຈິຕອນ”ກຳລັງສ້າງທັງກາລະໂອກາດ ແລະ ສິ່ງທ້າທ້າຍແກ່ຜູ້ປະກອບການໃນພາກພື້ນ ແລະ ທົ່ວໂລກ. ໂດຍພື້ນຖານແລ້ວ ຄວາມເຂົ້າໃຈສ່ວນໃຫຍ່ແມ່ນວ່າ ການຫັນເປັນ “ດີຈິຕອນ” (Digital Transformation) ກ່ຽວພັນກັບພຽງແຕ່”ເຕັກໂນໂລຊີ”ຂໍ້ມູນຂ່າວສານ (information technology: IT) ຫຼື “ເຕັກໂນໂລຊີ”ໂດຍລວມ. ແຕ່ຄວາມຈິງແລ້ວ ການຫັນເປັນ”ດີຈິຕອນ”ແມ່ນສອດຫ້ອຍກັບການປັບປ່ຽນນິຍາມຍຸດທະສາດທຸລະກິດທັງໝົດ ຂອງຜູ້ປະກອບການ ຊຶ່ງໃນບາງກໍລະນີອາດກ້າວໄປເຖິງການປ່ຽນແປງວັດທະນາທຳຂອງອົງກອນກໍໄດ້ ເພື່ອຮັບປະກັນຜົນສໍາເລັດໃນການດຳເນີນທຸລະກິດໃນອະນາຄົດ ບໍ່ວ່າຈະແມ່ນ ສຳລັບທຸລະກິດຂະໜາດໃຫຍ່ ຫຼື ນ້ອຍ ກໍຕາມ. ບັນດາຜູ້ປະກອບການ ລວມທັງຢູ່ປະເທດເຮົາ ຈຶ່ງຈຳເປັນຕ້ອງມາທຳຄວາມເຂົ້າໃຈຄືນໃໝ່ ກ່ຽວກັບໜ້າທີ່ຂອງ”ເຕັກໂນໂລຊີ” ທີ່ບໍ່ເປັນພຽງເຄື່ອງມືສະໜັບສະໜູນ ແຕ່ຍັງເປັນຄວາມອາດສາມາດໃນດ້ານຍຸດທະສາດຂອງອົງກອນນຳອີກ. ສະນັ້ນ ການຫັນເປັນ”ດີຈິຕອນ” ຈຶ່ງບໍ່ແມ່ນແຕ່ການນຳໃຊ້”ເຕັກໂນໂລຊີ”ເຂົ້າໃນການດຳເນີນທຸລະກິດເທົ່ານັ້ນ ແຕ່ຍັງໝາຍເຖິງການສ້າງທຸລະກິດຮູບແບບໃໝ່ທັງໝົດ ບົນພື້ນຖານກະດູກສັນຫຼັງດ້ານ”ເຕັກໂນໂລຊີ” ທີ່ມີຢູ່. ຕົວຢ່າງ: ເວັບໄຊ໌ ອາເມຊອນ (Amazon.com) ແລະ ເວັບໄຊ໌ ອາລີບາບາ (Alibaba.com) ໄດ້ກາຍເປັນຊ່ອງທາງການຊື້ຂາຍສິນຄ້າທີ່ສຳຄັນ ພ້ອມທັງໄດ້ປ່ຽນແນວຄວາມຄິດ ແລະ ປະສົບການທັງໝົດ ຕໍ່ການຊື້-ຂາຍສິນຄ້າ ແລະ ການບໍລິການອື່ນໆ ໄປຕະຫຼອດການ. ດ້ວຍວິຖີທາງຂອງໂລກ”ດີຈິຕອນ”, ພຶດຕິກໍາ ແລະ ຄວາມຄາດຫວັງຂອງລູກຄ້າ ແມ່ນໄດ້ຫັນປ່ຽນ ...
Read More »ສະກຸນ ເງິນຄຣິບໂຕ (Cryptocurrency) ແມ່ນຫຍັງ? ມີຄວາມສ່ຽງຕໍ່ການລົງທຶນແນວໃດ?
ໃນຍຸກທີ່ເຕັກໂນໂລຊີມີຄວາມທັນສະໄໝ ແລະ ກ້າວໜ້າຢ່າງວ່ອງໄວ, ເຕັກໂນໂລຊີໃໝ່ໆຖືກນຳເຂົ້າມາໃຊ້ໃນຂະແໜງການຕ່າງໆຢ່າງກວ້າງຂວາງລວມເຖິງການນຳໃຊ້ເຂົ້າໃນທຸລະກຳການເງິນ ແລະ ການພັດທະນາຮູບແບບການໃຫ້ບໍລິການຕ່າງໆ ເຊິ່ງສ້າງຄວາມສະດວກສະບາຍໃຫ້ແກ່ຜູ້ໃຊ້ບໍລິການ. ຫຼາຍທ່ານອາດເຄີຍໄດ້ຍິນກ່ຽວກັບ Cryptocurrency (ເງິນຄຣິບໂຕ) ທີ່ເລີ່ມມີຊື່ສຽງເມື່ອ 2-3 ປີຜ່ານມາເຊິ່ງເປັນມິຕິໃໝ່ຂອງການເຮັດທຸລະກຳການເງິນດ້ວຍຕົ້ນທຶນຕໍ່າ, ສະດວກແລະວ່ອງໄວຍ້ອນບໍ່ມີຕົວກາງຄືສະຖາບັນການເງິນເຮັດໜ້າທີ່ສະສາງ, ນອກນັ້ນຍັງມີຜົນຕອບແທນທີ່ໜ້າດຶງດູດໃຈໃຫ້ແກ່ການສະແຫວງກຳໄລ. ເຖິງຢ່າງໃດກໍຕາມ, ໃນທ້າຍປີ 2018ທະນາຄານແຫ່ງສປປລາວ (ທຫລ) ໄດ້ອອກແຈ້ງການເຕືອນປະຊາຊົນໃຫ້ຫຼີກການຊື້-ຂາຍແລະນຳໃຊ້ເງິນຄຣິບໂຕ, ພ້ອມທັງຫ້າມສະຖາບັນການເງິນໃນຂອບເຂດທົ່ວປະເທດດຳເນີນທຸລະກຳທີ່ກ່ຽວຂ້ອງກັບເງິນຄຣິບໂຕ. ໃນບົດຄວາມນີ້,ຜູ້ຂຽນຈຶ່ງຢາກນຳສະເໜີໃຫ້ເຫັນວ່າເງິນຄຣິບໂຕນີ້ແມ່ນຫຍັງແລະເປັນຫຍັງທຫລຈຶ່ງອອກແຈ້ງການດັ່ງກ່າວ. Cryptocurrency (ເງິນຄຣິບໂຕ) ເງິນຄຣິບໂຕແມ່ນ ເງິນດິຈິຕອນ (Digital Money) ຫຼື (Virtual Currency), ບໍ່ໄດ້ເປັນ ໃບເງິນ ຫຼື ຫຼຽນ ທີ່ເຮົາໃຊ້ເຂົ້າໃນການແລກປ່ຽນໃນປັດຈຸບັນ, ເຊິ່ງເງິນຄຣິບໂຕ ແມ່ນມີຫຼາຍກວ່າ 1.000 ສະກຸນເງິນ ເຊັ່ນ: Bitcoin, Ethereum, Litecoin ແລະ ອື່ນໆ. ໃນບົດຄວາມນີ້ ຜູ້ຂຽນຂໍຍົກຕົວຢ່າງເອົາສະກຸນ Bitcoin ທີ່ເປັນສະກຸນທີ່ມີຊື່ສຽງອັນດັບຕົ້ນໆໃນບັນດາເງິນຄຣິບໂຕທັງຫຼາຍ ເຊິ່ງຖືກເລີ່ມນໍາໃຊ້ໂດຍກຸ່ມຄົນໜຶ່ງໃນປີ 2009 ເພື່ອຊຳລະ, ໂອນ ແລະ ແລກປ່ຽນກັນສະເພາະໃນໂລກອອນໄລ໌. ໃນໄລຍະຜ່ານມາ Bitcoin ຖືກນຳໃຊ້ໃນວົງກວ້າງຂຶ້ນ ເມື່ອຖືກໃຊ້ເຂົ້າໃນການຊຳລະສິນຄ້າ ...
Read More »ຄາດຄະເນການຈັດຕັ້ງປະຕິບັດ 6ເດືອນ ຕົ້ນປີ 2019
ສະບັບກ່ອນໄດ້ສະເໜີຜົນງານພົ້ນເດັ່ນໃນຮອບ 4 ເດືອນ, ມາໃນສະບັບນີ້ຈະສະເໜີຜົນຄາດຄະເນ 6 ເດືອນ ຕົ້ນປີ 2019 ເຊິ່ງສະເໜີລາຍງານໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເຊັ່ນກັນໂດຍມີລາຍລະອຽດດັ່ງນີ້: ດ້ານລາຍຮັບ: ອີງຕາມແຜນການ 6 ເດືອນຕົ້ນປີທີ່ວາງໄວ້ໃນເບື້ອງຕົ້ນ ປະມານ 12.658 ຕື້ກີບ ເທົ່າກັບ 48,1% ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະ 4 ເດືອນຜ່ານມາ ແລະ ອີງຕາມຖານຂໍ້ມູນລາຍຮັບຄາດວ່າຈະປະຕິບັດໄດ້ 12.965 ຕື້ກີບ, ເທົ່າກັບ 49,2% ຂອງແຜນການປີ, ໃນນັ້ນ ລາຍຮັບພາຍໃນ 12.128 ຕື້ກີບ, ເທົ່າກັບ 50% ຂອງແຜນການເຊິ່ງມາຈາກ ລາຍຮັບສ່ວຍສາອາກອນ 5.918 ຕື້ກີບ ເທົ່າກັບ 48% ຂອງແຜນການປີ, ລາຍຮັບພາສີ 3.760 ຕື້ກີບ ເທົ່າກັບ 50% ຂອງແຜນການປີ, ຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ປະກັນໄພ 1.410 ຕື້ກີບ ເທົ່າກັບ 60% ຂອງແຜນການປີ, ລາຍຮັບຊັບສິນຂອງລັດ ...
Read More »GOTEDDY ສະຕາດອັບລາວມາແຮງໄດ້ຮັບລາງວັນ LAO ICT Award 2019
ມື້ນີ້ພວກເຮົາມີໂອກາດມາຮູ້ຈັກກັບທຸລະກິດປະກອບການໃໝ່ຫຼືສະຕາດອັບ (Startup) ທີ່ມີຊື່ວ່າ “ໂກເທັດດີ້” (GOTEDDY) ເຊິ່ງເປັນທຸລະກິດທີ່ໃຫ້ບໍລິການສັ່ງອາຫານຈາກຮ້ານຕ່າງໆທົ່ວນະຄອນຫຼວງວຽງຈັນຜ່ານ “ແອັບພລີເຄຊັ່ນ” (application) ໃນມືຖືຂອງທ່ານແອັບນີ້ຍັງໃໝ່ອີ່ຫຼີເພາະຫາກໍເລີ່ມຕົ້ນເປີດຕົວໄດ້ພຽງແຕ່ 4 ເດືອນເທົ່ານັ້ນແຕ່ຖືວ່າກຳລັງມາແຮງເພາະມີຈຳນວນຜູ້ຊົມໃຊ້ (user) ເພີ່ມຂຶ້ນເຖິງເດືອນລະ 15% ແລະຫຼ້າສຸດຍັງໄດ້ຮັບລາງວັນຊະນະເລີດໃນງານລາວໄອຊີທີອະວອດ 2019 (Lao ICT Award 2019). ກ່ອນອື່ນທີມງານວາລະສານ ທາເກັດ ຂໍແນະນຳຕົວຜູ້ສ້າງຕັ້ງ ແລະ ປະທານບໍລິສັດໃຫ້ຜູ້ອ່ານໄດ້ຮູ້ຈັກກັນກ່ອນເພິ່ນມີຊື່ວ່າ ທ່ານ ປະສົງ ລັດຕະນະ ຫຼື ເອີ້ນວ່າ ສົງ ອາຍຸ 24 ປີ ຮຽນຈົບ ມັດທະຍົມປາຍ ທີ່ປະເທດສິງກະໂປ, ປະລິນຍາຕີຈາກ ປະເທດອັງກິດ ແລະ ມີແຜນຈະໄປຮຽນຕໍ່ປະລິນຍາໂທ. ເພິ່ນມີແນວຄວາມຄິດຢາກສ້າງຕັ້ງ GOTEDDY ຕັ້ງແຕ່ຕອນທີ່ຮຽນຢູ່ຕ່າງປະເທດແລ້ວ ເນື່ອງຈາກລຶ້ງເຄີຍກັບການໃຊ້ບໍລິການສັ່ງຊື້ສິນຄ້າຕ່າງໆຜ່ານໂທລະສັບມືຖືໃນຮູບແບບ “ແອັບພລີເຄຊັ່ນ” ທີ່ສະດວກສະບາຍ ໂດຍສະເພາະການສັ່ງຊື້ອາຫານ ແຕ່ເມື່ອກັບມາຢາມບ້ານ ເວລາຢາກກິນຫຍັງກໍຕ້ອງເດີນທາງອອກໄປຊື້ ຫຼື ຕ້ອງຍົກຫູໂທລະສັບໄປສັ່ງຈາກຮ້ານອາຫານ ແລ້ວຍັງຕ້ອງໂທແຈ້ງບໍລິສັດສົ່ງສິນຄ້າມາສົ່ງຕ້ອງແຈ້ງທີ່ຢູ່ຂອງເຮົານຳອີກເຊິ່ງເຫັນວ່າຫຍຸ້ງຍາກ ແລະ ບໍ່ເໝາະກັບພຶດຕິກຳຜູ້ບໍລິໂພກລຸ້ນໃໝ່ແບບ ກຸ່ມ Gen Y ທີ່ໃຫຍ່ມາກັບ “ອິນເຕີເນັດ” ...
Read More »“ໂລກນີ້ບໍ່ຍຸຕິທໍາດອກ ເຈົ້າຕ້ອງເປີດໃຈຍອມຮັບ”
“ໂລກນີ້ບໍ່ຍຸຕິທໍາດອກ ເຈົ້າຕ້ອງເປີດໃຈຍອມຮັບ”ທ່ານບິວເກດ (Bill Gates) ເສດຖີອັນດັບຕົ້ນຂອງໂລກ ຜູ້ບຸກເບີກ “ໂປຣແກຣມ” ລະບົບປະຕິບັດການຄອມພິວເຕີ ໄດ້ກ່າວໄວ້. ເພາະທຸກສິ່ງທຸກຢ່າງມັນມີເຫດ ແລະຜົນທີ່ຈະຕ້ອງເປັນແບບນັ້ນ ແລະຖ້າເບິ່ງໃນອີກມຸມໜຶ່ງ ການທີ່ມັນເປັນແບບນັ້ນ ກໍອາດຖືວ່າຍຸຕິທຳດີແລ້ວ … ແມ່ນແນວໃດກັນແທ້? ຄໍລໍາໃໝ່ “Change in Mindset” ຄໍລໍາທີ່ຈະເຮັດໃຫ້ທ່ານຕັ້ງຄໍາຖາມ ກັບຄວາມເຊື່ອແບບເກົ່າໆ ໃນແນວຄວາມຄິດແບບໃໝ່ໆ ເຊິ່ງບົດຄວາມທຳອິດ ເຮົາຈະມາໃຫ້ທ່ານຕັ້ງຄຳຖາມກັບ “ຄວາມຮັ່ງມີ”. ທ່ານອາດເຄີຍໄດ້ຍິນຄວາມຄິດຂອງຫຼາຍໆຄົນທີ່ວ່າ “ຄົນຮັ່ງມີຄວນຈະແບ່ງຊັບສິນມາໃຫ້ຄົນທຸກຍາກແດ່ ເພື່ອໃຫ້ເກີດຄວາມເທົ່າທຽມກັນໃນສັງຄົມ” ຫຼືບາງຄົນອາດຄິດຫຼິ້ນໆວ່າ “ລັດຖະບານຄວນຈະເອົາເງິນຈາກກຸ່ມຄົນທີ່ຮັ່ງມີແລ້ວມາແຈກຢາຍແກ່ປະຊາຊົນຜູ້ທຸກຍາກ ຫຼື ຄວນຈະເກັບພາສີອາກອນຄົນຮັ່ງມີໃຫ້ຫຼາຍຂຶ້ນ” ເພື່ອແກ້ໄຂບັນຫາຄວາມທຸກຍາກ ແນວຄິດການແບ່ງປັນຊັບພະຍາກອນແບບນີ້ ມີໃຫ້ເຫັນຢູ່ທົ່ວໂລກມາດົນແລ້ວ ຈົນເຮັດໃຫ້ເກີດມີນິທານທີ່ໂດ່ງດັງ ຈົນຖືກສ້າງເປັນກາຕູນ ແລະຮູບເງົາຂຶ້ນມາເຊັ່ນ: ໂຣບິນຮູດ (Robin hood) ທີ່ມີເນື້ອເລື່ອງກ່າວເຖິງຊາຍຄົນໜຶ່ງໄປປຸ້ນເງິນຂອງຄົນຮັ່ງມີ ເພື່ອເອົາມາແຈກຢາຍໃຫ້ຄົນທຸກຍາກສ່ວນຕົວພະເອກທີ່ເປັນໂຈນກໍໄດ້ຮັບຄຳຍ້ອງຍໍຊົມເຊີຍທີ່ເຮັດແບບນັ້ນ. ທ່ານຄິດວ່ານັ້ນແມ່ນຄວາມຍຸຕິທຳທາງສັງຄົມແລ້ວບໍ່? ແລ້ວວິທີນີ້ມັນຊ່ວຍໃຫ້ຄົນທຸກຍາກ ຮັ່ງມີຂຶ້ນໄດ້ແນວໃດ? ແລ້ວຍ້ອນຫຍັງ ຄົນຮັ່ງ ຈຶ່ງຮັ່ງມີຫຼາຍຂຶ້ນ? ເຮົາລອງມາຄົ້ນຫາຄຳຕອບພ້ອມໆກັນເລີຍ. ເປັນຫຍັງຄົນຮັ່ງ ຈຶ່ງຮັ່ງມີຫຼາຍຂຶ້ນ? ຄົນທີ່ຮັ່ງມີ ແມ່ນມາຈາກຫຼາຍສາເຫດ ບາງຄົນກໍໄດ້ຮັບມໍລະດົກຈາກພໍ່-ແມ່, ບາງຄົນກໍຮັ່ງມີຍ້ອນໄດ້ແຕ່ງດອງກັບຜູ້ທີ່ມີຖານະດີ ບາງຄົນກໍຍ້ອນຖືກເລກ ຖືກລາງວັນໃຫຍ່ໆ ບາງຄົນກໍໄດ້ມາຈາກການສໍ້ໂກງຄົນອື່ນ ...
Read More »ຄອນໂດສຸດຫຼູໃນເຂດ Phayathai ໂຄງການຈາກ Sansiri ແນ່ໃສ່ພັດທະນາຊີວິດການເປັນຢູ່ຂອງຄົນເມືອງຫຼວງ
ໃນທຸກໄລຍະເວລາຂອງມື້, ແຖວເຂດ Phayathai ທີ່ຕັ້ງຢູ່ໃຈກາງກຸງເທບມະຫານະຄອນແມ່ນຄຶກຄື້ນໄປດ້ວຍກິດຈະກຳຕ່າງໆ. ຜູ້ພັກອາໄສ, ພະນັກງານຫ້ອງການ, ນັກທ່ອງທ່ຽວ ແລະ ຜູ້ທີ່ມາຢ້ຽມຢາມຕ່າງກໍໄດ້ຮັບຜົນປະໂຫຍດຈາກຄວາມສະດວກສະບາຍໃນການເຂົ້າເຖິງການຂົນສົ່ງສາທາລະນະຮູບແບບຕ່າງໆທີ່ເຊື່ອມຕໍ່ກັບເຂດໃຈກາງເມືອງທີ່ເປັນແຫຼ່ງສູນການຄ້າ, ສະຖາບັນສຶກສາ ແລະ ສິ່ງອຳນວຍຄວາມສະດວກອື່ນໆທີ່ໃຫຍ່ທີ່ສຸດໃນກຸງເທບ. ແນ່ນອນວ່າ, ໂຄງການ XT Phayathai ກໍບໍ່ພາດທີ່ຈະເປີດໂຕຫ້ອງພັກສຸດຫຼູໃນເຂດດັ່ງກ່າວ. ໂດຍເປັນສ່ວນໜຶ່ງຂອງ Sansiri ພາຍໃຕ້ “ແບຣນ” XT ທີ່ແນໃສ່ພັດທະນາຊີວິດການເປັນຢູ່, ໂຄງການນີ້ໄດ້ເຂົ້າມາເປັນສ່ວນເຕີມເຕັມໃຫ້ແກ່ເຂດທີ່ພັກອາໄສດັ່ງກ່າວເພື່ອໃຫ້ປະຊາຊົນສາມາດເຮັດວຽກ, ທ່ຽວຫຼິ້ນ ແລະ ເດີນທາງໄປມາໄດ້ຕາມອັດທະຍາໄສ. ດ້ວຍລົດໄຟຟ້າ BTS ທີ່ຕັ້ງຢູ່ຫ່າງພຽງແຕ່ 600 ແມັດ, ລົດໄຟທີ່ເຊື່ອມຕໍ່ ແລະ ໃຊ້ເວລາເດີນທາງໂດຍກົງຫາສະໜາມບິນສຸວັນນະພູມພຽງແຕ່ 30 ນາທີ, ແລະ ທາງດ່ວນສາຍຕ່າງໆເຮັດໃຫ້ມີເສັ້ນທາງໃນການເດີນທາງໄປພາກສ່ວນອື່ນໆຂອງເມືອງໄດ້ສະດວກ. ຂົງເຂດດັ່ງກ່າວຍັງຈະໄດ້ຮັບຜົນປະໂຫຍດເພີ່ມຕື່ມຈາກລົດໄຟຟ້າ BTS ສາຍສີສົ້ມທີ່ຈະຖືກຂະຫຍາຍຕື່ມອີກໃນອະນາຄົດ. ໃນຖານະຜູ້ພັດທະນາການບໍລິການດ້ານອະສັງຫາລິມາຊັບຄົບວົງຈອນຊັ້ນນ້ຳຂອງປະເທດໄທທັງຍັງເປັນຜູ້ບຸກເບີກປະສົບການດ້ານທີ່ພັກອາໄສຂອງຄົນລຸ້ນໃໝ່, Sansiri ຈຶ່ງໄດ້ພັດທະນາແບຣນ XT ສຳລັບຄົນຍຸກ Millennial ໃຫ້ກາຍເປັນ “XT ທີ່ສົ່ງເສີມຮູບແບບການໃຊ້ຊີວິດ” ໂດຍເນັ້ນໜັກກຸ່ມລູກຄ້າໃນຕະຫຼາດທີ່ຕ້ອງການພື້ນທີ່ພັກອາໄສທີ່ມີຊີວິດຊີວາອັນແທດເໝາະ ແລະ ເຕີມເຕັມໃຫ້ແກ່ຮູບແບບການໃຊ້ຊີວິດອັນຟົດຟື້ນໃນຕົວເມືອງ. ອາຄານທີ່ພັກທັງສອງຫຼັງຂອງໂຄງການຖືກສ້າງຂຶ້ນໃນຮູບຊົງທັນສະໄໝ, ເຕັມໄປດ້ວຍຄວາມຮູ້ສຶກອົບອຸ່ນ ແລະ ເປັນມິດທີ່ອອກແບບໂດຍອີງຕາມຮູບຊົງຂອງຮັງນົກ. ໂຄງການນີ້ປະກອບມີອາຄານ 41 ...
Read More »ເມື່ອເກີດຂໍ້ຂັດແຍ່ງຈາກການເຮັດທຸລະກິດຈະແກ້ໄຂແນວໃດ?
ໃນການດໍາເນີນທຸະກິດ ແນ່ນອນວ່າບໍ່ໄດ້ງ່າຍສະເໝີໄປ ເພາະມີບັນຫາໃຫ້ແກ້ໄຂ ແລະປັບປຸງຢູ່ຕະຫຼອດເວລາ ເຊິ່ງບາງຄັ້ງ ອາດຫຼີກບໍ່ພົ້ນເລື່ອງຂອງການເກີດຂໍ້ຂັດແຍ່ງ ກັບຄູ່ຮ່ວມທຸລະກິດ ເຊິ່ງອາດເກີດມາຈາກ ການບໍ່ປະຕິບັດຕາມສັນຍາ ຫຼື ປະຕິບັດສັນຍາ ແບບບໍ່ມີຄຸນນະພາບເຊິ່ງສ້າງຄວາມເສຍຫາຍ ຫຼື ຄວາມບໍ່ພໍໃຈ ໃຫ້ແກ່ຄູ່ຮ່ວມທຸລະກິດ. ເມື່ອສັນຍາທີ່ເຊັນກັນ ບໍ່ໄດ້ຮັບການປະຕິບັດ ຜູ້ໄດ້ຮັບຄວາມເສຍຫາຍ ອາດຕັ້ງຄໍາຖາມວ່າ ຕົນເອງຄວນເຮັດແນວໃດ, ເລີ່ມຈາກຂັ້ນຕອນໃດ ແລະ ມີວິທີການແກ້ໄຂທາງກົດໝາຍແນວໃດເພື່ອປົກປ້ອງທຸລະກິດ, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ. ໃນການແກ້ໄຂຂໍ້ຂັດແຍ່ງ ທີ່ເກີີດຂຶ້ນຈາກການດໍາເນີນທຸລະກິດນັ້ນ ສາມາດແກ້ໄຂໄດ້ດ້ວຍຫຼາຍວິທີດ້ວຍກັນ ໂດຍຂຶ້ນກັບວ່າ ສັນຍາທີ່ໄດ້ເຊັນກັນນັ້ນ ກໍານົດວິທີການແກ້ໄຂຂໍ້ຂັດແຍ່ງໄວ້ແບບໃດ. ໃນກໍລະນີທີ່ສັນຍາ ຫາກບໍ່ໄດ້ກໍານົດວິທີການແກ້ໄຂຂໍ້ຂັດແຍ່ງໄວ້ຄູ່ກໍລະນີ ກໍສາມາດພິຈາລະນາ ເລືອກເອົາວິທີການແກ້ໄຂຂໍ້ຂັດແຍ່ງໃດໜຶ່ງ ທີ່ເຫັນວ່າເໝາະສົມ ຂ້າງລຸ່ມນີ້: ການແກ້ໄຂຂໍ້ຂັດແຍ່ງ ດ້ວຍການປະນີປະນອມໂດຍ ຄູ່ຮ່ວມທຸລະກິດ…. ການແກ້ໄຂຂໍ້ຂັດແຍ່ງ ດ້ວຍຄູ່ຮ່ວມທຸລະກິດເອງ ຖືເປັນບາດກ້າວທໍາອິດໃນການເລີ່ມຕົ້ນທີ່ດີ ໃນການແກ້ໄຂບັນຫາ ໂດຍຜູ້ໄດ້ຮັບຄວາມເສຍຫາຍ ຄວນແຈ້ງເປັນລາຍລັກອັກສອນໃຫ້ ແກ່ອີກຝ່າຍຮັບຮູ້ ຕໍ່ການລະເມີດນັ້ນ ແລະ ເພື່ອໃຫ້ຢຸດເຊົາການລະເມີດສັນຍາດັ່ງກ່າວ. ການແຈ້ງເປັນລາຍລັກອັກສອນ ໃຫ້ຄູ່ກໍລະນີທີ່ລະເມີດສັນຍາ ແມ່ນເປັນຜົນດີອີກຢ່າງໜຶ່ງ ເພາະຖືໄດ້ວ່າ ເຮົາບໍ່ໄດ້ຍອມຮັບ ຫຼື ເຫັນດີໃຫ້ມີການລະເມີດດັ່ງກ່າວ. ແຕ່ໂດຍສ່ວນໃຫຍ່ການແກ້ໄຂໃນລັກສະນີ້ ບໍ່ໄດ້ຮັບຜົນດີ ...
Read More »ຜູ້ອຳນວຍການໃຫຍ່ທະນາຄານ ອາເຮັສບີລາວ ມີປະສົບການຫຼາຍກວ່າ 30 ປີ ບໍລິການດ້ານການເງິນ ແລະທະນາຄານ.
ຂຶ້ນປົກໃນເດືອນກັນຍາ 2019 ພວກເຮົາໄດ້ຮັບກຽດສຳພາດທ່ານ Danny Ling ຜູ້ອຳນວຍການໃຫຍ່ທະນາຄານອາເຮັສບີລາວຈຳກັດເຊິ່ງທ່ານມີປະສົບການຫຼາຍກວ່າ 30 ປີໃນການເຮັດວຽກໃນຂະແໜງບໍລິການ ດ້ານການເງິນແລະທະນາຄານ. ທ່ານໄດ້ອະທິບາຍໃຫ້ຮູ້ເຖິງການພັດທະນາແລະການເຕີບໃຫຍ່ຂະຫຍາຍຕົວ ຂອງທະນາຄານອາເຮັສບີຕະຫລອດໄລຍະ 5 ປີທີ່ຜ່ານມາແຜນການດໍາເນີນງານແລະເປົ້າໝາຍໃນອານາຄົດ. ໂດຍທ່ານ Danny Ling ໄດ້ເລີ່ມເຂົ້າມາປະຈຳການທີ່ທະນາຄານອາເຮັສບີລາວນັບແຕ່ປີ 2014 ເປັນຕົ້ນມາ. ຂໍໃຫ້ທ່ານອະທິບາຍໂດຍສັງເຂບກ່ຽວກັບ ທະນາຄານອາເຮັສບີ ລາວ ຈຳກັດ? ທະນາຄານ ອາເຮັສບີ ລາວ ຈຳກັດ ແມ່ນພາກສ່ວນໜຶ່ງຂອງກຸ່ມທະນາຄານອາເຮັສບີ ເຊິ່ງເປັນກຸ່ມທຸລະກິດການເງິນແບບຄົບວົງຈອນ ອັນດັບ 4 ຂອງມາເລເຊຍ.ທຸລະກິດຫຼັກຂອງກຸ່ມທະນາຄານແບ່ງອອກເປັນ 3 ຂະແໜງສຳຄັນດັ່ງລຸ່ມນີ້: ກຸ່ມທະນາຄານເພື່ອລູກຄ້າລາຍຍ່ອຍ, ກຸ່ມທຸລະກິດສາກົນ ແລະ ກຸ່ມທະນາຄານເພື່ອການລົງທຶນ. ການດໍາເນີນທຸລະກິດຂອງກຸ່ມທະນາຄານໃນພາກພື້ນແມ່ນຂະຫຍາຍກວມເອົາ 9 ປະເທດລວມມີ: ມາເລເຊຍ, ສິງກະໂປ, ອິນໂດເນເຊຍ, ໄທ, ບຣູໄນ, ກຳປູເຈຍ, ຮົງກົງ, ຫວຽດນາມ ແລະ ສປປ ລາວ, ກຸ່ມທະນາຄານ ອາເຮັສບີມີແຮງບັນດານໃຈໃນການສືບຕໍ່ມອບປະສົບການທີ່ເໜືອລະດັບໃຫ້ແກ່ລູກຄ້າ ແລະ ສ້າງມູນຄ່າໃຫ້ແກ່ຄູ່ຮ່ວມລົງທຶນເພື່ອໃຫ້ໄດ້ຮັບການຍອມຮັບໃນຖານະຜູ້ນຳດ້ານກຸ່ມທຸລະກິດທີ່ໃຫ້ບໍລິການດ້ານການເງິນລະດັບສາກົນ. ທະນາຄານ ອາເຮັສບີ ລາວ ໄດ້ເປີດດຳເນີນການມາຕັ້ງແຕ່ຕົ້ນເດືອນ ...
Read More »