ເຢຍລະມັນແມ່ນໜຶ່ງໃນບັນດາຄູ່ຮ່ວມພັດທະນາ ສໍາຄັນທີ່ສຸດຂອງສປປລາວ

ສະບັບເດືອນກໍລະກົດໄດ້ຮັບກຽດສໍາພາດທ່ານເຢັນສລຸດເຄັນແຮມເອກອັກຄະລັດຖະທູດສາທາລະນະລັດສະຫະພັນເຢຍລະມັນປະຈໍາສປປລາວ, ຊຶ່ງທ່ານຈະສະເໜີໃຫ້ຊາບເຖິງການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດເຊິ່ງໃນປີຜ່ານມາສອງປະເທດໄດ້ຮ່ວມກັນສະຫຼອງສາຍພົວພັນທາງດ້ານການທູດຄົບຮອບ 60 ປີ. ພ້ອມນີ້ທ່ານຍັງຈະສະເໜີໃຫ້ຊາບກ່ຽວກັບການຊ່ວຍເຫຼືອຂອງລັດຖະບານເຢຍລະມັນຕໍ່ລັດຖະບານສປປລາວແລະການພົວພັນຂອງສອງປະເທດໃນອະນາຄົດ.

ສປປລາວແລະສສເຢຍລະມັນໄດ້ສ້າງຕັ້ງສາຍພົວພັນການທູດນຳກັນວັນທີ 31 ມັງກອນ 1958 ເຊິ່ງໄດ້ໝູນວຽນມາຄົບຮອບ 60 ປີໃນປີ 2018 ໃນຕະຫຼອດໄລຍະ 60 ປີທີ່ຜ່ານມາທັງສອງປະເທດໄດ້ດໍາເນີນການພົວພັນຮ່ວມມືຢ່າງຕັ້ງໜ້າແລະເພີ່ມທະວີຂຶ້ນຢ່າງໜັກແໜ້ນດ້ວຍການໃຫ້ການສະໜັບສະໜູນເຊິ່ງກັນແລະກັນທັງໃນຂອບການຮ່ວມມືສອງຝ່າຍແລະຂອບຫຼາຍຝ່າຍໃນເວທີສາກົນ, ລັດຖະບານເຢຍລະມັນໄດ້ໃຫ້ການຮ່ວມມືຊ່ວຍເຫຼືອແກ່ລາວຢູ່ໃນສອງຂະແໜງ

ການບຸລິມະສິດຄື: ການຮ່ວມມືທາງດ້ານເຕັກນິກໂດຍຜ່ານອົງການຮ່ວມມືສາກົນເພື່ອການພັດທະນາເຢຍລະມັນ (GIZ) ແລະການຮ່ວມມືທາງດ້ານການເງິນຜ່ານທະນາຄານສິນເຊື່ອເພື່ອການພັດທະນາເຢຍລະມັນ, ໂດຍອີງໃສ່ເປົ້າໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານລາວເປັນຕົ້ນແມ່ນເນັ້ນໜັກໃສ່ການພັດທະນາຊົນນະບົດວຽກງານອາຊີວະສຶກສາການພັດທະນາເສດຖະກິດແບບຍືນຍົງການພັດທະນາຊັບພະຍາກອນມະນຸດການອະນຸຮັກສິ່ງແວດລ້ອມກໍ່ສ້າງໂຄງລ່າງພື້ນຖານແລະການສົ່ງເສີມພາກທຸລະກິດ-ເອກະຊົນນອກຈາກນີ້ເຢຍລະມັນຍັງໄດ້ໃຫ້ການຊ່ວຍເຫຼືອລາວໂດຍຜ່ານອົງການຈັດຕັ້ງສາກົນອື່ນໆອີກເຊັ່ນ: ສະຫະພາບເອີຣົບແລະອົງການແມ່ນ້ຳຂອງ.

  • ຕະຫຼອດ 60 ປີທີ່ຜ່ານມາ, ສາຍພົວພັນທາງການທູດລະຫວ່າງລາວແລະເຢຍລະມັນໄດ້ຮັບການພັດທະນາຄືແນວໃດ? ລາວແລະເຢຍລະມັນມີວິໄສທັດແນວໃນຕໍ່ສາຍພັວພັນດັ່ງກ່າວ?

ເປັນເວລາຫຼາຍປີແລ້ວທີ່ທັງສອງຊາດຂອງພວກເຮົາໄດ້ພະຍາຍາມສ້າງສາຍພົວພັນຮ່ວມກັນໃຫ້ເກີດດອກອອກຜົນແລະແໜ້ນແຟ້ນຂຶ້ນກວ່າເກົ່າ. ໃນປີທີ່ຜ່ານມາ, ພວກເຮົາໄດ້ສະເຫຼີມສະຫຼອງສາຍພົວພັນທາງການທູດຄົບຮອບ 60 ປີທີ່ໄດ້ຮ່ວມກັນຜ່ານຜ່າອຸປະສັກນາໆປະການອັນໄດ້ກາຍເປັນປະຫວັດສາດຈາລຶກຂອງທັງສອງປະເທດ. ໃນປັດຈຸບັນ, ມີປະຊາຊົນລາວຈໍານວນຫຼວງຫຼາຍ, ໃນນັ້ນປະກອບມີການນໍາຂັ້ນສູງລວມທັງນັກທຸລະກິດພາກເອກະຊົນ, ທີ່ຈົບການສຶກສາຈາກເຢຍລະມັນແລະສືບຕໍ່ມີສາຍພົວພັນທີ່ດີກັບປະເທດຂອງພວກເຮົາ. ພວກເຮົາແນມເຫັນປະສົບການເຫຼົ່ານີ້ເປັນພື້ນຖານອັນໜັກແໜ້ນໃນການສົ່ງເສີມສາຍພົວພັນຮ່ວມມືທີ່ດີລະຫວ່າງສອງປະເທດທັງໃນປັດຈຸບັນແລະອະນາຄົດ.

ເຢຍລະມັນແລະລາວຍັງຄົງຈື່ຈໍາໄດ້ດີເຖິງການຮ່ວມມືພັດທະນາຮ່ວມກັນຕະຫຼອດ 56 ປີທີ່ຜ່ານ. ຫຼາຍກວ່າ 5 ທົດສະວັດມາແລ້ວທີ່ທັງສອງປະເທດມີສາຍພົວພັນຮ່ວມມືທີ່ແໜ້ນແຟ້ນບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ,ໄດ້ເຮັດວຽກຮ່ວມກັນເພື່ອສົ່ງເສີມການພັດທະນາດ້ານເສດຖະກິດແລະສັງຄົມປະກອບສ່ວນຊ່ວຍໃຫ້ສປປລາວຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ເສີມສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງດ້ວຍກົດໝາຍແລະເພີ່ມທະວີຄວາມຈະເລີນໃຫ້ແກ່ປະຊາຊົນຂອງຕົນ.

ລາວແມ່ນໜຶ່ງໃນສະມາຊິກຂອງອາຊຽນທີ່ມີທີ່ຕັ້ງຢູ່ຈຸດໃຈກາງຂອງພາກພື້ນອາຊີຕາເວັນອອກສຽງໃຕ້, ເຊິ່ງເປັນໜຶ່ງໃນພາກພື້ນທີ່ມີສະພາບເສດຖະກິດທີ່ຟົດຟື້ນທີ່ສຸດໃນໂລກ. ປະເທດລາວສາມາດບັນລຸເປົ້າໝາຍການຂະຫຍາຍໂຕທາງເສດຖະກິດໄດ້ໃນອັດຕາ 7 ສ່ວນຮ້ອຍຕໍ່ປີມາເປັນເວລາຫຼາຍປິີ, ເຮັດໃຫ້ຕົນເອງກາຍເປັນໜຶ່ງໃນປະເທດທີ່ອັດຕາການຂະຫຍາຍໂຕໄວທີ່ສຸດໃນໂລກ. ເຢຍລະມັນ, ໃນຖານະເປັນຄູ່ຄ້າລາຍໃຫຍ່ແລະສະມາຊິກຂອງສະຫະພາບເອີຣົບ, ແມ່ນມີຄວາມສົນໃຈໃນການເສີມຂະຫຍາຍເສດຖະກິດຂອງຕົນຮ່ວມກັບພາກພື້ນອາຊຽນ, ລວມທັງສປປລາວ. ພວກເຮົາເຂົ້າໃຈເຖິງຄວາມຕ້ອງການຂອງລາວ, ລວມທັງບັນດາ “ປະເທດເສດຖະກິດໃໝ່,” ທີ່ຢາກຈະພັດທະນາໃຫ້ທັນກັບບັນດາປະເທດສະມາຊິກອື່ນໆຂອງອາຊຽນທີ່ມີເສດຖະກິດທີ່ກ້າວໜ້າກວ່າ. ດັ່ງນັ້ນ, ໜຶ່ງໃນເສົາຫຼັກຂອງການຮ່ວມມືຂອງພວກເຮົາກັບສປປລາວແມ່ນເພື່ອຊ່ວຍໃຫ້ພວກເຂົາສາມາດເຊື່ອມໂຍງກັບປະຊາຄົມເສດຖະກິດອາຊຽນໄດ້.

ນອກຈາກການຮ່ວມມືດ້ານເສດຖະກິດແລ້ວ, ທັງສອງປະເທດລວມທັງສະຫະພາບເອີຣົບແລະອາຊຽນທັງໝົດຍັງໄດ້ຮຽກຮ້ອງຮ່ວມກັນໃຫ້ມີການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອງລະຫວ່າງປະເທດດ້ວຍກົດໝາຍຜ່ານບັນດາໜ່ວຍງານທີ່ມີຄວາມເຂັ້ມແຂງແລະມີປະສິດທິພາບ. ຕໍ່ກັບບັນຫານີ້, ພວກເຮົາຈະສືບຕໍ່, ເພີ່ມທະວີການຮ່ວມມືກັບລາວແລະບັນດາປະເທດສະມາຊິກອາຊຽນຕໍ່ໄປ.

ຂ້າພະເຈົ້າຢາກຂໍກ່າວເຖິງການປະກອບສ່ວນຂອງລາວຕໍ່ສິນຄ້າສາທາລະນະສາກົນ, ໂດຍສະເພາະແມ່ນກ່ຽວກັບການຕໍ່ຕ້ານພຶດຕິກໍາທີ່ກໍ່ໃຫ້ເກີດສະພາວະອາກາດປ່ຽນແປງ, ເຊິ່ງລາວແມ່ນໜຶ່ງໃນກຸ່ມປະເທດທໍາອິດທີ່ລົງນາມແລະໃຫ້ສັດຕະຍາບັນຕໍ່ຂໍ້ຕົກລົງປາຣີ. ລັດຖະບານລາວ, ໂດຍຜ່ານການສະໜັບສະໜຸນຈາກເຢຍລະມັນ, ໄດ້ລິເລີ່ມໂຄງການຫຼຸດຜ່ອນການເຜົາໄໝ້ທາດອາຍເຮືອນແກ້ວຈາກການຈູດແລະທໍາລາຍປ່າ.

  • ປັດຈຸບັນ, ບໍລິສັດເຢຍລະມັນທີ່ມາລົງທຶນໃນລາວມີຈໍານວນເທົ່າໃດ?

ໃນປັດຈຸບັນ, ມີພຽງສອງ-ສາມບໍລິສັດຂອງເຢຍລະມັນເທົ່ານັ້ນທີ່ມາລົງທຶນໂດຍກົງໃນສປປລາວ. ຂ້າພະເຈົ້າໝັ້ນໃຈວ່າທັງສອງປະເທດຂອງພວກເຮົາຈະສືບຕໍ່ສ້າງສາຍພົວພັນແລະການຮ່ວມມືໃຫ້ເກີດດອກອອກຜົນຕໍ່ໄປແລະຫວັງວ່າການລົງທຶນໂດຍກົງແລະການຄ້າຂອງເຢຍລະມັນກັບລາວຈະຂະຫຍາຍໂຕຕື່ມອີກໃນອະນາຄົດ. ເຖິງຢ່າງໃດກໍ່ຕາມ, ຂ້າພະເຈົ້າເຫັນວ່າການຫຼັ່ງໄຫຼເຂົ້າມາຂອງການລົງທຶນພາກເອກະຊົນທີ່ເພີ່ມຂຶ້ນແມ່ນຂຶ້ນກັບນະໂຍບາຍດ້ານການເງິນທີ່ເຂັ້ມແຂງ, ໝາຍຄວາມວ່າລາວຄວນສຸມໃສ່ປັບປຸງອັນດັບຄວາມສ່ຽງດ້ານການເງິນທີ່ຈັດໂດຍກອງທຶນການເງິນສາກົນໃຫ້ດີຂຶ້ນ. ກ່ຽວກັບທິດທາງໃນອະນາຄົດ, ລັດຖະບານເຢຍລະມັນເຫັນວ່າສິ່ງທີ່ສໍາຄັນທີ່ລັດຖະບານລາວຄວນເນັ້ນໜັກແມ່ນການຕັດສິນໃຈຢ່າງເດັດຂາດຕໍ່ບັນດາບູລິມາສິດດ້ານການພັດທະນາແລະຈັດສັນງົບປະມານເຂົ້າໃນແຜນຍຸທະສາດຂອງຕົນຢ່າງເໝາະສົມ. ນອກຈາກນັ້ນ, ສິ່ງທີ່ສໍາຄັນຕໍ່ມາແມ່ນການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆແລະບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ. ພວກເຮົາຍອມຮັບຕໍ່ທຸກໆການຕັດສິນໃຈຂອງລັດຖະບານຕໍ່ບັນຫາເຫຼົ່ານີ້, ແລະມີຄວາມຍິນດີຕໍ່ຂັ້ນຕອນຕ່າງໆທີ່ໄດ້ປະຕິບັດມາກ່ອນແລ້ວ. ຂ້າພະເຈົ້າໜັ້ນໃຈວ່າ, ບົນພື້ນຖານນີ້, ບໍລິສັດເຢຍລະມັນແລະສະຫະພາບເອີຣົບຈະເຂົ້າມາລົງທຶນໃນລາວເພີ່ມຂຶ້ນປະກອບສ່ວນສ້າງເສດຖະກິດລາວໃຫ້ມີຄວາມຫຼາກຫຼາຍຂຶ້ນຕື່ມອີກ.

  • ການຢ້ຽມຢາມເຢຍລະມັນຂອງທ່ານນາຍົກທອງລຸນສີສຸລິດຊ່ວຍພັດທະນາການຮ່ວມມືແລະສາຍພົວພັນທາງການທູດລະຫວ່າງສອງປະເທດໃນອະນາຄົດຄືແນວໃດ?

ການຢ້ຽມຢາມເຢຍລະມັນຂອງທ່ານນາຍົກທອງລຸນສີສຸລິດໃນເດືອນມີນາແມ່ນບາດກ້າວທີ່ສໍາຄັນໃນການຍົກລະດັບສາຍພົວພັນສອງຝ່າຍ. ນີ້ແມ່ນການຢ້ຽມຢາມເຢຍລະມັນຄັ້ງທໍາອິດໃນປະຫວັດສາດຂອງຜູ້ນໍາລັດຖະບານຂອງສປປລາວ. ໃນລະຫວ່າງການພົບປະ, ທ່ານນາຍົກທອງລຸນແລະທ່ານນາຍົກ Angela Merkel ໄດ້ໂອ້ລົມກັນໃນຫຼາກຫຼາຍຫົວຂໍ້ກ່ຽວກັບສະພາບການໃນສປປລາວລວມທັງໃນພາກພື້ນອາຊີຕາເວັນອອກສຽງໃຕ້ແລະພາກພື້ນເອີຣົບ. ທັງສອງຝ່າຍໄດ້ປຶກສາຫາລືໂດຍເນັ້ນໜັກໃສ່ຜົນສໍາເລັດຂອງການຮ່ວມມືສອງຝ່າຍແລະເຮັດແນວໃດຈະສືບຕໍ່ພັດທະນາເພື່ອສະໜັບສະໜຸນການພັດທະນາເສດຖະກິດ-ສັງຄົມ, ໂດຍສະເພາະໃນເຂດຊົນນະບົດຂອງລາວ, ໃຫ້ຍືນຍົງ.

ເນື່ອງໃນໂອກາດການຢ້ຽມຢາມດັ່ງກ່າວ, ລັດຖະມົນຕີກະຊວງການຕ່າງປະເທດຂອງທັງສອງຝ່າຍກໍໄດ້ລົງນາມຂໍ້ຕົກລົງວ່າດ້ວຍການຈັດຕັ້ງການປຶກສາຫາລືສອງຝ່າຍລະຫວ່າງການນໍາຂັ້ນສູງຢ່າງເປັນປະຈໍາ, ເຊິ່ງການປຶກສາຫາລືໃນຮອບທໍາອິດແມ່ນຖືກຈັດຂຶ້ນແລ້ວໃນເດືອນເມສາໃນນະຄອນຫຼວງວຽງຈັນ.

  • ລັດຖະບານເຢຍລະມັນໃຫ້ການຊ່ວຍເຫຼືອຫຍັງແດ່ແກ່ສປປລາວ?

ເຢຍລະມັນແມ່ນໜຶ່ງໃນຄູ່ຮ່ວມພັດທະນາທີ່ສໍາຄັນທີ່ສຸດຂອງສປປລາວ. ໃນເດືອນກັນຍາປີກາຍ, ທັງສອງລັດຖະບານໄດ້ຕົກລົງກັນຈັດຕັ້ງປະຕິບັດໂຄງການຮ່ວມມືອັນໃໝ່ເປັນໄລຍະເວລາສອງປີທີ່ມີມູນຄ່າການລົງທຶນ 50 ລ້ານເອີໂຣ. ໃນນັ້ນ,ທຶນປະກອບສ່ວນພິເສດຈໍານວນ 10 ລ້ານເອີໂຣ ແມ່ນຖືກນໍາໃຊ້ເຂົ້າໃນການຟື້ນຟູພື້ນຖານໂຄງລ່າງທີ່ຖືກທໍາລາຍຈາກໄພພິບັດນໍ້າຖ້ວມທີ່ແຂວງອັດຕະປືໃນເດືອນກໍລະກົດປີກາຍ. ດ້ວຍໂຄງການໃໝ່ນີ້, ພວກເຮົາຈະສືບຕໍ່ເນັ້ນໜັກໃສ່ສອງຂົງເຂດ
ທີ່ເປັນບູລິມາສິດ: “ການພັດທະນາຊົນນະບົດແລະຄຸ້ມຄອງຊັບພະຍາກອນທໍາມະຊາດ” ແລະ “ການພັດທະນາເສດຖະກິດທີ່ຍືນຍົງ.” ບັນດາໂຄງການຂອງພວກເຮົາຢູ່ເຂດຊົນນະບົດແມ່ນຖືກອອກແບບມາເພື່ອຊ່ວຍໃຫ້ປະຊາຊົນໃນທ້ອງຖິ່ນສາມາດນໍາທັນການພັດທະນາໂດຍລວມຂອງປະເທດ, ໂດຍມີເປົ້າໝາຍສົ່ງເສີມໃຫ້ພວກເຂົາມີສ່ວນຮ່ວມກັບການພັດທະນາປະເທດ. ທິດທາງການພັດທະນາທີ່ດຸ່ນດ່ຽງແລະເປັນມິດກັບສິ່ງແວດລ້ອມເປັນສິ່ງທີ່ຈໍາເປັນໃນການແບ່ງປັນໝາກຜົນແຫ່ງການເຕີບໃຫຍ່ຂະຫຍາຍໂຕພາຍໃນສັງຄົມ.

ເປົ້າໝາຍຂອງການມີສ່ວນຮ່ວມຂອງພວກເຮົາໃນຫຼາກຫຼາຍຂະແໜງການດ້ານເສດຖະກິດຂອງລາວແມ່ນເພື່ອສ້າງໂຄງສ້າງທີ່ສົ່ງເສີມການພັດທະນາເສດຖະກິດທີ່ຍືນຍົງ, ໂດຍທຸກຝ່າຍມີສ່ວນຮ່ວມແລະເປັນເຈົ້າຕົນເອງ.

ເມື່ອບໍ່ດົນມານີ້, ພວກເຮົາຍັງໄດ້ລິເລີ່ມການຮ່ວມມືໃນຂົງເຂດການມີສ່ວນຮ່ວມຂອງປະຊາຊົນ,ການປົກຄອງທີ່ດີ, ປູກຈິດສໍານຶກຄວາມຮັບຜິດຊອບແລະສົ່ງເສີມການຄຸ້ມຄອງລັດດ້ວຍກົດໝາຍ.ໂດຍລວມແລ້ວ, ລັດຖະບານເຢຍລະມັນໂດຍຜ່ານກະຊວງການຮ່ວມມືດ້ານເສດຖະກິດແລະພັດທະນາ (BMZ) ໄດ້ສະໜັບສະໜຸນດ້ານເງິນທຶນເຂົ້າໃນບັນດາໂຄງການວິຊາການແລະການຮ່ວມມືດ້ານການເງິນມາເປັນເວລາຫຼາຍປີລວມມູນຄ່າ 485 ລ້ານເອີໂຣ, ສ່ວນໃຫຍ່ແມ່ນທຶນຊ່ວຍເຫຼືອລ້າ.

ໃນໂຄງການຕ່າງໆ, ພວກເຮົາໄດ້ດໍາເນີນວຽກງານໂດຍຜ່ານການຮ່ວມມືຢ່າງໃກ້ຊິດກັບບັນດາຄູ່ຮ່ວມພັດທະນາທີ່ມາຈາກພາກພື້ນເອີຣົບພາຍໃຕ້ຍຸດທະສາດຮ່ວມ, “ການປະຕິບັດໂຄງການຮ່ວມຂອງເອີຣົບໃຫ້ແກ່ລາວ,” ເຊິ່ງມີຄວາມສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 8 ຂອງສປປລາວ.

ຍຸດທະສາດຮ່ວມນີ້ແມ່ນກົນໄກການຮ່ວມມືທີ່ມີປະສິດທິພາບຂອງສະຫະພາບເອີຣົບ, ບັນດາປະເທດສະມາຊິກແລະສະວິດເຊີແລນໃນການຮ່ວມມືຢ່າງໃກ້ຊິດແລະໃຫ້ໄດ້ຮັບໝາກຜົນຕາມຄາດໝາຍ.ພວກເຮົາມີຄວາມມຸ່ງໝັ້ນເຊັ່ນດຽວກັນກັບລັດຖະບານລາວໃນການບັນລຸເປົ້າໝາຍຕ່າງໆຕາມກໍານົດການໃນປີ 2030, ແລະພວກເຮົາຫວັງຢ່າງຍິ່ງວ່ານະໂຍບາຍຂອງລັດຖະບານຈະນໍາພາໃຫ້ເກີດການຈັດຕັ້ງປະຕິບັດແລະການບັງຄັບໃຊ້ມະຕິຕ່າງໆທາງການເມືອງແລະເສດຖະກິດຢ່າງມີຄຸນນະພາບສູງ.

Germany is one of the most important development partners for the Lao PDR.

In this issue, we have the honor to interview Mr. Jens Peter Lutkenherm, Ambassador of the Federal Republic of Germany to the Lao PDR, who will brief us about the friendly relations on the occasion of the 60th anniversary of the diplomatic ties between Laos and Germany which was celebrated just last year. Moreover, he will also explain about the assistance extended from the German to the Lao Government including the future cooperation between the two countries.

Lao PDR and Germany established their bilateral relations on January 31, 1958 which reached the 60th anniversary in 2018. During the past 60 years, the two states have been actively cooperating and providing supports to each other bilaterally and multilaterally. In Laos, the German Government put great emphasis on two priorities in its assistance, namely technical cooperation through the German Society for International Development (GIZ) and financial cooperation via the German Development Bank. Such cooperative acts were planned out in correspondence with the general objectives of the socio-economic development plan of the Lao Government concentrating particularly on the rural development, vocational education, sustainable economic development, human resource development, environmental preservation, infrastructure development and public-private business promotion. Furthermore, Germany has also extended its assistance to Laos through other international organizations, such as the European Union and Mekong River Commission.

How is the improvement of the diplomatic relations between Laos and Germany over 60 years?              What is the vision of the diplomatic relations of both Laos and Germany?                                               

For many years our two nations have maintained fruitful and close relations. Last year we have celebrated 60 years of official diplomatic relations between our countries which were continued through all ups and downs of our respective national histories. Numerous Lao nationals, among them nowadays high ranking representatives of the public and private sectors, have studied in Germany and continue to gain a dear relationship with our country. We see these personal experiences as a strong foundation for the current and future partnership between our countries.

Germany and Laos are also looking back at 56 years of development cooperation. Over more than five decades our countries have enjoyed a trustful partnership and close cooperation, working on the task to foster social and economic development with the perspective of Lao PDR graduating from Least Developed Country status, strengthening the rule of law and increasing the prosperity of all of its citizens.

Laos is a member state of ASEAN and a country located in the heart of Southeast Asia, one of the economically most dynamic regions in the world. For a number of years Laos has achieved a yearly economic growth rate of close to 7 per cent, it is one of the fastest growing countries in the world. Germany, as a major trading nation as well as a member country of the European Union, is interested in expanding our economic cooperation with the region, including Laos. We understand the need of Laos, as well as other “newcomers”, to catch up with the bigger and more advanced member countries of ASEAN. Therefore, one of the pillars of our cooperation with Lao PDR is the support for the integration of the country in the ASEAN Economic Cooperation.

Beyond the economic field our two countries as well as the European Union and ASEAN as a whole share a preference for a rule-based international order with strong and viable institutions. In this respect we would like to continue and if possible intensify our cooperation with Laos and other ASEAN member countries.

I would also like to emphasize the contribution of Laos to global public goods, especially regarding the fight against anthropogenic climate change, where Laos was one of the first countries to sign and ratify the Paris Agreement. The Lao government, with support from Germany, has initiated an ambitious program to reduce emissions from de-forestation and forest degradation.

 

How many German companies are currently invested in Laos?

Currently only few German companies hold direct investments in Lao PDR.  I am confident that our countries will maintain a fruitful cooperation relationship and I also expect German foreign directinvestment and trade to expand in the future.  However, I would like to mention that increased flows of private investment depend on sound fiscal policies, which means that Laos should work on improving its current country risk rating by the International Monetary Fund.

With a view to the future the German government sees it as more and more important that the Lao government takes bold decisions on the priorities of the development agenda and aligns the budget to its strategy. Further, it will be crucial that projects be fully implemented and the laws be enforced. We welcome the decisions the government has taken in this respect, and we appreciate the steps already taken. I am confident that on this basis in the future more German and European companies will invest in the country and contribute to the diversification of the Lao economy.

How could the visit of the Prime Minister of Lao PDR, Mr. ThonglounSisoulith, to Germany help to improve the diplomatic relations and cooperation of these two countries in the future?

The visit of Prime Minister ThonglounSisoulith to Germany in March was an important step in the evolution of our bilateral relations. It was the first visit ever of a head of government of Lao PDR to Germany. In their conversation Prime Minister Thongloun and Federal Chancellor Ms Angela Merkel touched upon a broad range of topics concerning the situation in Lao PDR as well as in Southeast Asia and in Europe. The discussion focused on our successful bilateral cooperation and how it could be further developed in order to support a sustainable socio-economic development especially in rural areas of Lao PDR.

On the margins of the visit the Ministries of Foreign Affairs of both sides signed an agreement to hold bilateral consultations on the level of high ranking officials on a regular basis. A first round of these newly established bilateral consultations took place in April in Vientiane.

What did the German government grant to Lao PDR?

Germany is one of the most important bilateral development partners of Lao PDR. Last September our governments agreed on a new two-year cooperation program with a total financial volume of 50 million Euro, out of which a special contribution of 10 million Euro is dedicated for the rehabilitation of infrastructure destroyed by the flood catastrophe in Attapeu province last July. With this new program we will continue to focus on our longstanding two priority areas: “Rural Development and Natural Resources Management” and “Sustainable Economic Development”. Our projects in rural areas are designed to help the local populations to catch up with the overall development of the country, aiming to support the inclusiveness of the country’s development. A balanced and green development pathway is essential for sharing the fruits of growth within the society. The objective of our engagement in various fields of the Lao economy is to establish structures for a sustainable, inclusive and autonomous economic development. Recently we also started to cooperate in the areas of citizen engagement, good governance, accountability and the rule of law.

Altogether, over the years the German government through its Ministry of Economic Cooperation and Development (BMZ) has committed to finance projects of technical and financial bilateral cooperation in Laos worth 485 million Euro, exclusively through grants.

With our program we are acting in close cooperation with our European partners under a common roof, the “European Joint Programming for Laos”, which is aligned to the 8th National Socio-Economic Development Plan of Lao PDR. This joint strategy is a successful mechanism of the European Union, member states and Switzerland to cooperate closer and receive more efficient results. We are encouraged by the determination of the Lao government to reach the goals set out in the Agenda 2030, and we sincerely hope that the government policy leads to a high rate of implementation and enforcement of the political and economic decisions taken.

 

Comments