ໂຄງການທາງລົດໄຟ ລາວ-ຈີນ ຄືບໜ້າຕາມແຜນ

ໂຄງການກໍ່ສ້າງເສັ້ນທາງ​ລົດໄຟ ລາວ-ຈີນ ຖື​ເປັນ​ຂົວ​ຕໍ່​ທີ່​ສຳຄັນ​ຂອງ​ການ​ລິ​ເລີ່ມ “ໜຶ່ງ​ແລວ ໜຶ່ງ​ເສັ້ນທາງ” ຂອງ ​ສປ ຈີນ ເພື່ອ​ສະໜັບສະໜູນ​ແຜນ​ຍຸດ​ທະ​ສາດ​ຂອງ​ລັດຖະບານ ສປປ ​ລາວ​ ຈາກ​ປະເທດ Land Lock ໃຫ້​ເປັນ Land Link.

ເສັ້ນທາງ​ລົດໄຟ ລາວ-ຈີນ ບໍ່​ພຽງ​ແຕ່​ປ່ຽນແປງ​ສະຖານະ​ພາບ​ຂອງ ສປປ ​ລາວ​ ຈາກ​ການ​ເປັນ​ປະເທດ​ບໍ່​ຕິດ​ກັບ​ທະເລ​ ມາ​ເປັນ​ປະເທດ​ເຊື່ອມ​ໂຍງ​ເທົ່າ​ນັ້ນ ແຕ່​ຍັງ​ເປັນ​ການ​ເປີດ​ໂສມ​ໜ້າ ແລະ ຍົກ​ລະດັບ​ຊື່​ສຽງ​ຂອງ​ປະເທດ​ໃຫ້​ຊາວ​ໂລກ​ໄດ້​ຮູ້​ໄດ້​ເຫັນ ແລະ ເຂົ້າໃຈ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ ໂດຍ​ຜ່ານ​ການ​ໄປ​ມາຫາ​ສູ່ ແລກປ່ຽນ​ວັດທະນະທຳ,ການ​ຄ້າ,ການ​ລົງທຶນ,ການ​ບໍລິການ ແລະ ອື່ນໆ ພ້ອມ​ດຽວ​ກັນ​ນັ້ນ ​ເສັ້ນທາງ​ລົດໄຟ ລາວ-ຈີນ ຍັງ​ຈະ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ໃຫ້​ມີ​ຄວາມ​ເຂັ້ມແຂງ ການ​ຂົນສົ່ງ​ສິນຄ້າ​ຈາກ​ພາຍ​ໃນ ແລະ ຕ່າງປະເທດ​ຈະ​ມີ​ຄາ​ລາ​ຖືກ​ລົງ ແລະ ປະຢັດ​ເວລາ ນອກ­ຈາກນີ້​ໂຄງ­ການ​ລົດ­ໄຟ ລາວ-ຈີນ ຍັງ​ໄດ້​ປະ­ກອບ­ສ່ວນ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະ­ຊາ­ຊົນ ໄວ​ໜຸ່ມ​ໃນ​ທ້ອງ­ຖິ່ນ ລວມ​ທັງ​ຊຸກ­ຍູ້​ດ້ານ​ການ​ບໍ­ລິ­ການ​ໂຮງ­ແຮມ,ເຮືອນ​ພັກ,ຮ້ານ​ອາ­ຫານ ຕະ­ຫຼອດ​ເຖິງຊຸກຍູ້​ກຸ່ມ​ການ​ຜະ­ລິດ​ທາງດ້ານກະ­ສິ­ກຳ ເພື່ອເປັນສິນຄ້າສົ່ງອອກ ໃນອະນາຄົດອີກດ້ວຍ.

ໂຄງ­ການ​ກໍ່­ສ້າງ​ທາງ​ລົດ­ໄຟ​ລາວ-ຈີນ ເປັນ​ໂຄງ­ການ​ຮ່ວມ​ມື​ຂອງ​ສອງ​ລັດ­ຖະ­ບານ ລາວ ແລະ ຈີນ ໃນ​ນີ້ ລັດ​ຖະບານ​ລາວ ຖື​ຫຸ້ນ 30% ແລະ ລັດ­ຖະ­ບານ​ຈີນ​ຖື​ຫຸ້ນ 70% ມີ​ຈຸດ​ເລີ່ມ​ຕົ້ນ​ແຕ່​ບໍ່​ເຕັນ ແຂວງ​ຫຼວງ​ນ້ຳ​ທາ ຜ່ານ​ແຂວງ ອຸ­ດົມ​ໄຊ ແຂວງ​ຫຼວງ​ພະ​ບາງ ແຂວງ​ວຽງ​ຈັນ ຈົນ​ຮອດ​ນະ­ຄອນ­ຫຼວງ​ວຽງ​ຈັນ ລວມ​ຄວາມ​ຍາວ​ທັງ​ໝົດ 414,3 ກິ­ໂລ­ແມັດ ມີ 32 ສະ­ຖາ­ນີ ເປັນ​ທາງ​ລົດ­ໄຟ​ສາຍ​ດຽວ​ທີ່​ຂັບ​ເຄື່ອນ​ດ້ວຍ​ພະ­ລັງ­ງານ​ໄຟ­ຟ້າ​ຂົນ­ສົ່ງ​ໂດຍ­ສານ ແລະ ສິນ­ຄ້າ​ດ້ວຍ​ຄວາມ​ໄວ​ສູງ 160 ກິ­ໂລ­ແມັດ​ຕໍ່​ຊົ່ວ­ໂມງ ເຊິ່ງ​ວາງ​ສີ​ລາ​ລຶກ​ໂຄງ­ການ​ກໍ່­ສ້າງ​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 2 ທັນ­ວາ ປີ 2015 ຄາດ​ວ່າ­ການ​ກໍ່­ສ້າງ​ຈະ​ໃຫ້​ສຳ­ເລັດ​ໃນ​ປີ 2021 ມູນ​ຄ່າ​ການ​ລົງ­ທຶນ​ທັງ​ໝົດ​ເກືອບ 6 ຕື້​ໂດ​ລາ​ສະ­ຫະ­ລັດ.

ສຳລັບ​ການ​ກໍ່ສ້າງ​ເສັ້ນທາງ​ລົດໄຟຄວາມ​ໄວ​ສູງ ​ຈາກ​ເມືອງ​ຄຸນ​ໝິງຫາບໍ່​ຫານ ແມ່ນ​ເລີ່ມ​ລົງມື​ແຕ່​ປີ 2016 ມີ​ຄວາມ​ຍາວ​ປະມານ 500 ກວ່າ​ກິໂລແມັດ, ມີ 18 ສະຖານີ​ໃຫຍ່ ແຕ່​ລະ​ສະຖານີ​ມີ​ສາງ​ຄ່ຽນ​ຖ່າຍ​ສິນຄ້າ ສະເພາະຄຸນ​ໝິງ-ຊຽງ​ຮຸ່ງ ຈະ​ນຳ​ໃຊ້​ລາງ​ຄູ່​ໃນ​ການ​ຂົນສົ່ງ​ໂດຍສານ ແລະ ຂົນສົ່ງ​ສິນຄ້າ ການ​ກໍ່ສ້າງ​ເສັ້ນທາງ​ລົດໄຟ​ຄວາມ​ໄວ​ສູງ​ຢູ່ “ຢຸນ​ນານ” ໄດ້​ເນັ້ນ​ການ​ເປັນ​ມິດ​ກັບ​ສິ່ງແວດລ້ອມ ບໍ່​ທຳລາຍ​ທຳ​ມະ​ຊາດ ແລະ ເນື້ອທີ່​ການ​ຜະລິດ​ກະສິກຳ​ຂອງ​ປະຊາຊົນ​ຫຼາຍ ໂດຍ​ສະເພາະຢູ່​ໃນ​ເຂດ​ຊຸມ​ຊົນ ໄດ້​ມີ​ການ​ສ້າງ​ກຳແພງ​ບັງ ເພື່ອ​ບໍ່​ໃຫ້​ມີ​ສຽງ​ລົບ​ກວນ​ແຮງ​ເກີນ​ໄປ.

ນະຄອນ​ຄຸນ​ໝິງ ມີ​ເສັ້ນທາງ​ລົດໄຟ​ຄວາມ​ໄວ​ສູງ ເຊື່ອມ​ຕໍ່​ທຸກ​ແຂວງ​ໃນ​ທົ່ວ​ປະເທດຈີນ ລວມມີ 70 ເສັ້ນທາງ ສາມາດ​ໄປມາຫາສູ່​ກັບ​ບັນດາ​ເມືອງ​ໃຫຍ່​ຕ່າງໆ​ສະດວກ​ສະບາຍ ຖ້າ​ຫາກ​ເສັ້ນທາງ​ຄຸນ​ໝິງ-ວຽງ​ຈັນ ສຳເລັດໃນ​ປີ 2021 ​ຈະ​ເພີ່ມ​ຄວາມ​ສະດວກ​ໃນ​ການ​ຂົນສົ່ງ​ໂດຍສານ ຈາກ​ເມື່ອ​ກ່ອນ​ທີ່​​ນຳ​ໃຊ້​ລົດ​ຂົນສົ່ງ​ທຳ​ມະ​ດາ ຈະໃຊ້​ເວລາ​ຫຼາຍ​ວັນ​ຈາກ ​ຄຸນ​ໝິງ-ວຽງ​ຈັນ ແຕ່​ໃນ​ອະນາຄົດ​ຖ້ານໍາ​ໃຊ້​ລົດໄຟ​ຄວາມ​ໄວ​ສູງ ​ຈະໃຊ້​ເວລາໃນການເດີນທາງ​ພຽງ 6-7 ຊົ່ວໂມງ​.

ໂຄງ­ການ​ກໍ່­ສ້າງ​ທາງ​ລົດ­ໄຟ​ແຕ່​ຊາຍ​ແດນ​ລາວ-ຈີນ ເຖິງ​ສະ­ຖາ­ນີ​ຂົນ­ສົ່ງ​ໂດຍ­ສານ​ນະ­ຄອນ­ຫຼວງ​ວຽງ​ຈັນ​ມີ​ແລວ​ທາງ​ລົດ­ໄຟ​​ຜ່ານ 5 ແຂວງ ຄື: ແຂວງ​ຫຼວງ​ນ້ຳ​ທາ ກວມ​ເອົາ 16,9 ກິ​ໂລແມັດ ອຸ­ດົມ​ໄຊ 126,6 ກິ​ໂລແມັດ ຫຼວງ​ພະ​ບາງ 80 ກິ​ໂລແມັດ ວຽງ​ຈັນ 145,5 ກິ​ໂລແມັດ ແລະ ນະ­ຄອນ­ຫຼວງ​ວຽງ​ຈັນ 40 ກິ​ໂລແມັດ ໄລ­ຍະ​ເວ­ລາ​ການ​ກໍ່­ສ້າງ​ແມ່ນ 5 ປີ ໂດຍ​ເລີ່ມ​ກໍ່­ສ້າງ​ວັນ​ທີ 1 ມັງ­ກອນ 2017.

ສໍາລັບຄ່າຊົດເຊີຍຕໍ່ຜູ້ໄດ້ຮັບຜົນກະທົບຈາກໂຄງການ ອີງ​ຕາມ​ການ​ໃຫ້​ຂໍ້​ມູນ​ຂອງ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ​ໃຫ້​ຮູ້​ວ່າ: ພາຍ­ຫຼັງ​ທີ່​ຄູ່​ມື​ການ​ເບີກ​ຈ່າຍ​ຄ່າ​ຊົດ​ເຊີຍ​ໄດ້​ຖືກ​ຮັບ­ຮອງ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 11 ມີ­ນາ 2018 ແລະ ລາ­ຄາ​ຫົວ­ໜ່ວຍ​ສຳ­ລັບ​ການ​ຊົດ​ເຊີຍ​ສິ່ງ​ກີດ­ຂວາງ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ທັງ 4 ແຂວງ​ທີ່​ມີ​ໂຄງ­ການ​ຜ່ານ ໄດ້​ມີ​ການ​ຮັບ­ຮອງ​ຈາກ​ສະ­ພາ​ທ້ອງ­ຖິ່ນ​ຢ່າງ​ເປັນ​ທາງ​ການ​ແລ້ວ ບໍ­ລິ­ສັດ​ທາງ​ລົດ­ໄຟ​ລາວ-ຈີນ ໄດ້​ສົມ­ທົບ​ກັບ​ຄະ­ນະ​ຄຸ້ມ​ຄອງ​ໂຄງ­ການ,ຫ້ອງ­ການ​ປະ­ສານ​ງານ​ໂຄງ­ການ,ຄະ­ນະ​ກຳ­ມະ­ການ​ໄກ່​ເກ່ຍ​ນະ­ຄອນ­ຫຼວງ, ແຂວງ ແລະ ເມືອງ ບໍ­ລິ­ສັດ​ຜູ້​ຮັບ​ເໝົາ​ໄດ້​ດຳ­ເນີນ​ການ​ລົງ​ກວດ­ກາ​ຕົວ​ຈິງ ພ້ອມ​ສ້າງ​ເອ­ກະ­ສານ​ຢັ້ງ­ຢືນ​ຜົນ​ກະ­ທົບ ຈາກ​ການ​ກໍ່­ສ້າງ​ໂຄງ­ການ ເຊິ່ງ​ສາ­ມາດ​ສ້າງ​ເອ­ກະ­ສານ​ຢັ້ງ­ຢືນ​ການ​ເບີກ​ຈ່າຍ​ຄ່າ​ຊົດ​ເຊີຍ​ທີ່​ພັກ​ອາ­ໄສ ພ້ອມ​ຕອນ​ດິນ ງວດ​ທີ 1 ໄດ້​ສຳ­ເລັດ​ຢູ່ 3 ແຂວງ ມູນ​ຄ່າ 56,51 ຕື້​ກີບ ໃນ​ນີ້ ແຂວງ​ຫຼວງ​ນ້ຳ​ທາ ຈຳ­ນວນ 41 ຄອບ­ຄົວ ມູນ​ຄ່າ 28,5 ຕື້​ກີບ  ອຸ­ດົມ​ໄຊ ຈຳ­ນວນ 13 ຄອບ­ຄົວ ແລະ ໂຮງ­ຮຽນ​ມັດ­ທະ­ຍົມ 1 ແຫ່ງ ມູນ​ຄ່າ 20,34 ຕື້​ກີບ ແລະ ແຂວງ​ວຽງ​ຈັນ ຈຳ­ນວນ 22 ຄອບ­ຄົວ ມູນ​ຄ່າ 7,6 ຕື້​ກີບ ຈຳ­ນວນ​ເງິນ​ມູນ​ຄ່າ​ດັ່ງ­ກ່າວ ບໍ­ລິ­ສັດ​ທາງ​ລົດ­ໄຟ​ລາວ-ຈີນ ໄດ້​ໂອນ​ເຂົ້າ​ບັນ­ຊີ​ຂອງ​ຄະ­ນະ​ກຳ­ມະ­ການ​ໄກ່​ເກ່ຍ​ຂອງ​ແຂວງ​ແລ້ວ​ວັນ​ທີ 25 ກໍ­ລະ­ກົດ 2018.

  ທ່ານ ລັດ­ຕະ­ນະ­ມະ­ນີ ຄູນ​ນີ​ວົງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ (ຍທຂ) ຫົວ­ໜ້າ​ຄະ­ນະ​ຄຸ້ມ​ຄອງ​ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ລົດ­ໄຟ​ລາວ-ຈີນ ໄດ້​ຖະ­ແຫຼງ​ຂ່າວ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຂອງ​ໂຄງ­ການ​ກໍ່­ສ້າງ​ໃນວັນ​ທີ 12 ທັນ­ວາ 2018 ວ່າ: ນັບ​ແຕ່​ວັນ​ທີ 25 ທັນ­ວາ 2016 ໄດ້​ເລີ່ມ​ລົງ­ມື​ກໍ່­ສ້າງ​ເສັ້ນ­ທາງ​ລົດ­ໄຟ​ລາວ-ຈີນ ມາ​ຮອດ​ວັນ​ທີ 30 ເດືອນ​ພະ­ຈິກ 2018 ​ໂຄງ­ການ​ດັ່ງ­ກ່າວ ມີ​ຄວາມ​ຄືບ​ໜ້າ 46,5% ຂອງ​ວຽກ​ງານ​ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ​ທາງ​ລົດ­ໄຟ ທຽບ­ໃສ່​ເດືອນ​ຜ່ານ​ມາ ເພີ່ມ​ຂຶ້ນ 3,19%.

ສຳ­ລັບ​ການ​ຈ່າຍ​ຄ່າ​ຊົດ​ເຊີຍ​ໃຫ້​ປະ­ຊາ­ຊົນ ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໂຄງ­ການ ໄດ້​ຈ່າຍ​ທົດ​ແທນ​ຄືນ​ຊັບ​ສິນ (ສິ່ງ​ປຸກ​ສ້າງ) ທີ່​ດິນ ແລະ ຜົນ­ລະ­ປູກ​ຂອງ​ປະ­ຊາ­ຊົນ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ ໃນ​ນີ້​ໄດ້​ຈ່າຍ​ຄ່າ​ຊົດ​ເຊີຍ​ໄປ​ແລ້ວ​ສາມ​ງວດ​ຄື: ງວດ​ທີ 1 ຈໍາ­ນວນ 56,5 ຕື້​ກີບ ງວດ​ທີ 2 ຈໍານວນ 81,6 ຕື້​ກີບ ງວດ​ທີ 3 ຈໍາ­ນວນ 82,9 ຕື້​ກີບ ແລະ ງວດ​ທີ 4 ຈຳ­ນວນ 134 ຕື້​ກີບ.

ກອງ​ປະ­ຊຸມ​ສາ­ມັນ​ຄົບ​ຄະ­ນະ​ພັກ ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ (ຍທຂ) ຄັ້ງ​ທີ 14 ສະ­ໄໝ​ທີ IV (ເປີດ​ກວ້າງ) ຈັດ​ຂຶ້ນ​ວັນ​ທີ 31 ມັງ­ກອນ ຫາ 1 ກຸມ­ພາ 2019 ໄດ້ຍົກໃຫ້ເຫັນວ່າ: ໂຄງ­ການ​ກໍ່­ສ້າງ​ທາງ​ລົດ­ໄຟ​ລາວ-ຈີນ (ບໍ່​ເຕັນ-ນະ­ຄອນ­ຫຼວງ​ວຽງ​ຈັນ) ປັດ­ຈຸ­ບັນ​ມີ​ຄວາມ​ຄືບ​ໜ້າ 55,69%, ສະ­ເພາະ​ການ​ຊົດ​ເຊີຍ​ສິ່ງ​ກີດ­ຂວາງ​ບັນ­ດາ​ແຂວງ ໄດ້​ຄົ້ນ­ຄວ້າ​ລາ­ຄາ​ຫົວ­ໜ່ວຍ​ຄ່າ​ຊົດ​ເຊີຍ​ສິ່ງ​ກີດ­ຂວາງ​ຕາມ 8 ຂັ້ນ​ຕອນ ປັດ­ຈຸ­ບັນ ການ​ໄກ່​ເກ່ຍ​ຊົດ​ເຊີຍ​ໃຫ້​ຜູ້​ຖືກ​ຜົນ​ກະ­ທົບ 8 ຄັ້ງ ມູນ​ຄ່າ 851,53 ຕື້​ກີບ.

 ພ້ອມ​ນີ້ ຍັງ​ໄດ້​ດຳ­ເນີນ​ການ​ສຳ​ຫຼວດ​ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ລົດ­ໄຟ​ເຊື່ອມ​ຕໍ່ ລາວ-ໄທ ໄລ­ຍະ II (ຕອນ2) ເພື່ອ​ຂຶ້ນ​ແຜນ​ງົບ­ປະ­ມານ​ຊົດ​ເຊີຍ​ສິ່ງ​ກີດ­ຂວາງ​ປະ­ຕິ­ບັດ​ໄດ້ 95% ສໍາ­ເລັດ​ການ​ປະ­ມູນ​ວ່າ​ຈ້າງ​ບໍ­ລິ­ສັດ​ທີ່​ປືກ​ສາ​ໂຄງ­ການ ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ທາງ​ລົດ­ໄຟ​ແຕ່​ນະ­ຄອນ­ຫຼວງ​ວຽງ​ຈັນ-ທ່າ​ແຂກ-ມູ​ຢ່າ-ຫວຸງ​ອ່າງ ສສ ຫວຽດ­ນາມ.

 ທ່ານ ແທ່ນ​ຄຳ ທອງ​ບົນ ຮອງ​ຫົວ­ໜ້າ​ຄະ­ນະ​ຄຸ້ມ​ຄອງ​ໂຄງ­ການ​ກໍ່­ສ້າງ​ທາງ​ລົດ­ໄຟ ລາວ-ຈີນ ໃຫ້​ສຳ­ພາດ​ວັນ​ທີ 26 ມີ­ນາ 2019 ວ່າ: ໂຄງ­ການ​ທາງ​ລົດ­ໄຟ​ລາວ-ຈີນ ເຊິ່ງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມາ​ຮອດ​ທ້າຍ​ເດືອນ​ກຸມ­ພາ 2019 ໂຄງ­ການ​ສາ­ມາດ​ດຳ­ເນີນ​ໄປ​ໄດ້​ດີ ໂດຍ​ສະ­ເພາະ​ການ​ຂຸດ​ເຈາະ​ອຸບ­ມຸງ ກໍ່­ສ້າງ​ຂົວ ເສັ້ນ­ທາງ ແລະ ວຽກ​ງານ​ອື່ນໆ ມີ​ຄວາມ​ຄືບ​ໜ້າ​ປະ­ມານ 62%. ສ່ວນ​ການ​ຊຳ­ລະ​ຄ່າ​ຊົດ​ເຊີຍ​ໃຫ້​ຜູ້​ໄດ້​ຮັບ​ຜົນ​ກະ­ທົບ ໄດ້​ເບີກ​ຈ່າຍ​ເປັນ​ປົກ­ກະ­ຕິ ປັດ­ຈຸ­ບັນ​ເປັນ​ງວດ​ທີ 5 ຫຼື ປະ­ມານ 15% ແລະ ຄາດ​ວ່າ​ຮອດ​ກາງ​ປີ 2020 ການ​ຊົດ​ເຊີຍ​ຈະ​ສຳ­ເລັດ 100%.

ວັນທີ 5 ເມສາ 2019 ຜ່ານມານີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວພ້ອມດ້ວຍຄະນະ ໄດ້ໄປກວດການຢູ່ສະຖານທີ່ກໍ່ສ້າງທາງລົດໄຟຈີນ-ລາວ ແລະ ໄດ້ຕີລາຄາຢ່າງສູງຕໍ່ການກໍ່ສ້າງທາງລົດໄຟຈີນ-ລາວ. ທ່ານ ກ່າວວ່າ: ໂຄງການທາງລົດໄຟລາວ-ຈີນແມ່ນໂຄງການຮ່ວມມືສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ທັງສອງປະເທດ, ແມ່ນໂຄງການຂອງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຈະຊຸກຍູ້ໃຫ້ເສດຖະກິດແຫ່ງຊາດລາວພັດທະນາຢ່າງແນ່ນອນ, ພ້ອມທັງຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນລາວ, ບັນລຸຄວາມໄຝ່ຝັນຂອງສປປ ລາວ ທີ່ຈາກປະເທດບໍ່ມີທາງອອກສູ່ທະເລຫັນເປັນປະເທດທາງຜ່ານ.

ທ່ານຍັງຮຽກຮ້ອງໃຫ້ພາກສ່ວນຕ່າງໆຂອງລັດຖະບານລາວ, ອົງການປົກຄອງທ້ອງຖິ່ນທຸກຂັ້ນທີ່ລຽບຕາມທາງລົດໄຟລາວ-ຈີນ ຈົ່ງອອກແຮງຢ່າງສຸດຂີດເພື່ອປະສານສົມທົບວຽກງານການກໍ່ສ້າງທາງລົດໄຟລາວ-ຈີນ, ອຳນວຍຄວາມສະດວກໃຫ້ແກ່ການກໍ່ສ້າງໂຄງການດັ່ງກ່າວໃຫ້ຫຼາຍຕາມຄວາມສາມາດຂອງຕົນ.

ໃນວັນທີ 13 ເມສາ 2019 ຜ່ານມາ​ທ່ານ​ ທອງລຸນ ສີສຸລິດ​ ນາຍົກລັດຖະມົນແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ຢ້ຽມຢາມເຮັດວຽກຢູ່ແຂວງອຸດົມໄຊ ກໍໄດ້ເດີນທາງໄປຢ້ຽມຢາມ, ຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງ ທາງລົດໄຟ​ ລາວ-ຈີນ​ ຈຸດກໍ່ສ້າງສະຖານນີໃຫຍ່ເມືອງໄຊ,​ ຈຸດກໍ່ສ້າງອຸບມຸງເມືອງໄຊ​1​.

ສັງລວມແລ້ວການຈັດຕັ້ງ​ປະຕິບັດ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດໄຟ​ຄວາມ​ໄວ​ສູງ ລາວ-ຈີນ ຈີນ-ລາວ ຕ່າງ​ຝ່າຍ​​ໄດ້​ດຳເນີນ​ການ​ສຸມ​ໃສ່​ແຕ່​ລະ​ໜ້າ​ວຽກ ເປັນຕົ້ນ ການ​ເຈາະ​ອຸບມຸງ ການ​ສ້າງ​ຂົວ ການ​ສ້າງ​ເສັ້ນທາງ ນັບ​ທັງ​ສະຖານີ​ໃຫຍ່ ແລະ ສະຖານີ​ຍ່ອຍ ມາ​ຮອດ​ປັດຈຸບັນ ​ໄດ້​ມີ​ຄວາມ​ຄືບ​ໜ້າ​ຕາມ​ແຜນການ.

ພາຍຫຼັງ​ສຳເລັດ​ການ​ກໍ່ສ້າງ ຈະ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ຂົນສົ່ງ​ໂດຍສານ ຂົນສົ່ງ​ສິນຄ້າ ສົ່ງເສີມ​ການ​ຄ້າ ການ​ລົງທຶນ ແລະ ການທ່ອງທ່ຽວລະຫວ່າງ​ສອງ​ປະເທດ ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ.

Laos-China Railway project still on track

The project to build the Laos-China Railway constitutes an important link for the “One Belt One Road (OBOR)” initiative of the People’s Republic of China aimed at supporting the strategic plan of the government of the Lao PDR to transform the Lao PDR from a land-locked to a land-linked country.

The Laos-China Railway will not only transform the country from being a land-locked country into a land-linked country but also open up the country and upgrade the reputation thereof for citizens of the world to see and gain a deeper understanding through the exchange of culture, trade, investment, services, and so forth. Furthermore, the Laos-China Railway shall also contribute importantly to enhancing socio-economic development. The streamlined transport of domestic and foreign goods will result in lower prices and faster delivery times. Besides this, the Laos-China Railway project shall also create jobs for the locals, including support for hospitality and restaurant services while also supporting agricultural production groups by facilitating exports in the future.

The project to build the Laos-China Railway is a joint venture (JV) between the governments of Laos and China, of which the Lao government shall have a 30% shareholding and the Chinese government 70%. The railway will start at Boten in Louang Namtha province before passing through Oudomxay, Luang Prabang, and Vietiane province before finally reaching Vientiane Capital, covering a total distance of 414.3km and passing 32 stations. It promises to be the only electric railway in Laos which can transport passengers and goods at a speed of 160 kph. The project officially commenced on 2 December 2015 and it is hoped that it will be complete by 2021 at a total cost of 6 billion US dollars.

The construction of the high-speed railway from Kunming to Boten commenced in 2016 over a distance of just over 500km and shall have 18 major stations. Each station shall have warehouse facilities to drop off goods, especially, between Kunming and Xienghoung, which shall have dual tracks – one for goods and the other for passengers. The construction of the high-speed railway in Yunan province shall place a heavy emphasis on being environmentally friendly and avoid damaging the nature and cultivation areas of the public, especially in community areas, where a wall shall be put up to prevent noise pollution.

Kunming has high-speed rail links to all provinces in China, amounting to 70 routes, and this enables easy access to all major cities. When the Kunming-Vientiane railway is completed in 2021, it shall further facilitate the transport of passengers, who used to have to resort to ordinary road vehicles, which would take many days, but in the future, the high-speed railway will get you there in 6-7 hours.

The project to construct the passenger railway from the Lao-Chinese border to Vientiane Capital shall pass through five provinces: Luang Namtha over stretch of 16.9 km, Oudomxay 126.6 km, Luang Prabang 80 km, Vientiane province 145.5 km, and Vientiane Capital 40 km and shall take five years, commencing on 1 January 2017.

Compensation for those affected by the project shall be based on data from the Ministry of Public Works and Transport (MPWT). When the manual for the payment of compensation was officially approved on 11 March 2018 and the unit prices for the compensation for obstructions affecting Vientiane Capital and the other four provinces through which the railway shall pass are officially approved by the Provincial Assemblies (PAs), the Laos-China Railway Company shall coordinate with the project steering committee, the project coordination office, the Vientiane Capital, provincial and district mediation committees, and its contractors to examine the true circumstances and create assessment reports into the impact of the project construction so that they can create a certified document to compensate for housing and plots of land. The first installment has been completed for three provinces and amounts to 56.51 billion kip with 41 households in Luang Namtha province receiving 28.5 billion kip, 13 households and one secondary school in Oudomxay receiving 20.34 billion kip, and 22 households in Vientiane province receiving 7.6 billion kip. These amounts were transferred into the account of the provincial mediation committees on 25 July 2018.

Deputy Minister of Public Works and Transport (PWT) and head of the Laos-China Railway project steering committee announced in relation to the project progress on 12 December 2018 that “Construction for the Laos-China Railway commenced on 25 December 2016 and by 30 November 2018, the basic construction was 46.5% complete, making for an increase last year of 3.19%.

Compensation for assets lost (structures), such as land and crops belonging to the public affected by the project compensation is being paid in three installments: Installment 1: 56.5 billion kip; Installment 2: 81.6 billion kip; Installment 3: 82.9 billion kip; and Installment 4: 134 billion kip.

The 14th ordinary meeting of the Party Committee of the MPWT for the fourth period (opening up) held on 31 January and 1 February 2019 showed that the project for the construction of the Laos-China Railway (Boten – Vientiane Capital) is now 55.69% complete, especially the compensation for barriers arising in the affected provinces. The studies into the unit prices for compensation according to the eight stages, following mediation, currently arrive at the figure of 851.53 billion kip for those affected.

A survey is also underway for a project to build a railroad connecting Laos and Thailand and this is in its 2nd phase in order to create a budget plan to compensate for barriers and the requests for tenure (RFTs) for consulting over the project and the feasibility study for the railway from Vientiane Capital – Tha Khek – Moun Ya – Voung Ang in the Socialist Republic of Vietnam are now 95% complete.

Deputy Head of the project steering committee for the construction of the Laos-China Railway Thenkham Thongbon gave an interview on 26 March 2019, explaining that “The project for the Laos-China Railway, up until February 2019, has seen good progress, especially the construction of tunnels, bridges, roads, and other tasks, and is now 62% complete. Regular compensation payments have been made to those affected and we are currently at Installment 5 or approximately 15% while we hope to reach 100% by 2020”.

On 5 April 2019, National President of the Lao PDR Bounyang Volachith conducted an onsite survey at a station being constructed for the Laos-China Railway and gave an outstanding assessment of the work being done, saying that “The Laos-China Railway is a project over which essential cooperation has taken place for the socio-economic development of the two countries. It is part of the OBOR initiative and there is no doubt that it shall support socio-economic development while also upgrading the quality of life of the Lao people and achieve the ambition of the Lao PDR to transform itself from a landlocked country to a land-linked country”.

He also called upon the various bodies of the Lao government and local authorities of all levels which lie along the route of the Laos-China Railway to go to all efforts to coordinate over the construction work thereof and to facilitate matters for the project to the full extent of their abilities.

On 13 April 2019, Prime Minister of the Lao PDR Thongloun Sisoulith led a delegation to see the work taking place in Oudomxay province and monitor the progress being made with the construction of the Laos-China Railway at the construction site of the major station being built in Xay district and Xay district Tunnel 1.

In summary, the implementation of the project for the construction of the high-speed Laos-China Railway and both parties were focused on their respective tasks of digging tunnels and building roads and bridges, including both the major and minor stations, and thus far, progress is on schedule.

After the construction has been completed, it shall facilitate the transport of passengers and goods, thereby promoting trade, investment, and tourism between the two countries better than before.

 

Comments