ທ່ານອາດໄດ້ຍິນຂ່າວວ່າ ສະພາບແວດລ້ອມຍັງບໍ່ເອື້ອອຳນວຍໃຫ້ແກ່ພາກທຸລະກິດຢູ່ລາວ ໂດຍສະເພາະ ລະບຽບຄຸ້ມຄອງການສ້າງຕັ້ງວິສາຫະກິດ ແລະ ການເຄື່ອນໄຫວທຸລະກິດດ້ານອື່ນໆ. ໃນປີ 2019, ລາວຖືກຈັດຢູ່ໃນອັນດັບທີ 154 ໃນ 190 ປະເທດ ກ່ຽວກັບຄວາມສະດວກໃນການດຳເນີນທຸລະກິດ ເຊິ່ງຕົກຈາກອັນດັບທີ 141 ໃນປີ 2018 ທີ່ຜ່ານມານັ້ນ. ເມື່ອພິຈາລະນາມາດຖານລະອຽດ, ພົບວ່າປະເທດເຮົາຢູ່ໃນອັນດັບທີ່ຕໍ່າ ໃນດ້ານເວລາ ແລະ ຄ່າໃຊ້ຈ່າຍ ໃນການເລີ່ມຕົ້ນທຸລະກິດ (ໝາຍວ່າ ໄດ້ອັນດັບທີ 180), ການປົກປ້ອງນັກລົງທຶນຜູ້ຖືຮຸ້ນນ້ອຍ (ໄດ້ອັນດັບທີ 174) ແລະ ການແກ້ບັນຫາການລົ້ມລະລາຍຂອງທຸລະກິດ (ໄດ້ອັນດັບທີ 168).
ຍ້ອນແນວນັ້ນ, ລັດຖະບານຈຶ່ງພະຍາຍາມປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ໃນຫຼາຍໆດ້ານ ດ້ວຍການອອກຄຳສັ່ງເລກທີ 02/ນຍ ໃນຕົ້ນເດືອນກຸມພາ ປີ 2018 ເພື່ອໃຫ້ບັນດາກະຊວງ ຂະແໜງການຂຸ້ນຂ້ຽວດຳເນີນການ. ສະເພາະຕິດພັນກັບໜ້າວຽກ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ແມ່ນການປັບປຸງລະບຽບການ ແລະ ຂັ້ນຕອນ ເພື່ອອຳນວຍຄວາມສະດວກແກ່ການຂຶ້ນທະບຽນ ພາຍໃຕ້ກົດໝາຍວິສາຫະກິດ ແລະ ກົດໝາຍສົ່ງເສີມການລົງທຶນ ໂດຍສົ່ງຜົນໃຫ້ມີການຫຼຸດເວລາ ແລະ ຂັ້ນຕອນທີ່ຈໍາເປັນໃນການຂຶ້ນທະບຽນວິສາຫະກິດ ແລະ ຂໍອະນຸຍາດດຳເນີນທຸລະກິດໃນບາງຂະແໜງການ ເຊັ່ນ: ກິດຈະການດ້ານອຸດສາຫະກຳປຸງແຕ່ງ ແລະ ການຂາຍຍົົກ-ຂາຍຍ່ອຍ. ນອກນີ້ ກໍມີການປັບປຸງ ແລະ ອຳນວຍຄວາມສະດວກ ແກ່ການນຳເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ມີຄວາມກະທັດຮັດ ແລະ ວ່ອງໄວຂຶ້ນ.
ນີ້ຖືວ່າເປັນບາດກ້າວເພີ່ມ ນອກຈາກທີ່ລັດຖະບານ ກໍຄື ຂະແໜງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໂດຍສະເພາະສຳລັບວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼືທີ່ມັກເວົ້າຫຍໍ້ວ່າ “ເອສເອມອີ” (SMEs) ທີ່ໄດ້ຮັບຜົນສໍາເລັດຫຼາຍດ້ານ. ນອກຈາກການຍົກດໍາລັດເລກທີ 42/ນຍ ຂຶ້ນເປັນກົດໝາຍສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນປີ 2011 ແລ້ວ ກໍໄດ້ມີການສ້າງຕັ້ງເຄືອຂ່າຍຜູ້ສະໜອງບໍລິການໃຫ້ຄໍາປຶກສາພັດທະນາທຸລະກິດ ຈໍານວນ 21 ຫົວໜ່ວຍ ພ້ອມທັງ ສ້າງຫົວໜ່ວຍວິສາຫະກິດໃຫ້ເປັນຕົວແບບໃນການດໍາເນີນວຽກງານຜະລິດຕະພາບ ແລະ ຄຸນນະພາບ ຈໍານວນໜຶ່ງ. ນອກນັ້ນ ຍັງໄດ້ສຸມໃສ່ບັນດາໜ້າວຽກບູລິມະສິດອື່ນໆ ເພື່ອພັດທະນາ “ເອສເອມອີ” ເປັນຕົ້ນແມ່ນ ການສ້າງສະພາບແວດລ້ອມທາງດ້ານລະບຽບການ ແລະ ການຄຸ້ມຄອງທີ່ເອື້ອອໍານວຍ ລວມທັງການຈັດຕັ້ງເວທີປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ໃນລະດັບແຂວງ ພາຍໃຕ້ຂອບຂອງການປະຊຸມນັກທຸລະກິດລາວ.
ຍ້ອນແນວນັ້ນ, ການລົງທຶນທັງຈາກພາຍໃນ ແລະ ຕ່າງປະເທດ ໄດ້ມີການເພີ່ມຂຶ້ນຢ່າງໄວວາ ໃນຊຸມປີຜ່ານມາ. ໃນນີ້ ການລົງທຶນໂດຍກົງຈາກຕ່າງປະເທດ ມີມູນຄ່າ 2,3 ຕື້ໂດລາ (ຍອດສະສົມ) ໃນປີ 2015 ແລະ ເພີ່ມຂຶ້ນເປັນ 5,6 ຕື້ໂດລາ ໃນປີ 2016, ຫຼື ກວມເອົາ 41% ຂອງ (GDP). ການລົງທຶນສ່ວນໃຫຍ່ ຖືວ່າສຸມໃສ່ການສ້າງເຂື່ອນໄຟຟ້າ ແລະ ຂຸດຄົ້ນບໍ່ແຮ່ ເປັນຕົ້ນຕໍ. ພ້ອມນີ້, ການລົງທຶນພາຍໃນຂອງພາກເອກະຊົນ ກໍມີທ່າອ່ຽງເພີ່ມຂຶ້ນເຊັ່ນກັນ ໂດຍມີມູນຄ່າເພີ່ມຈາກພຽງແຕ່ 300 ລ້ານໂດລາ ໃນປີ 2000 ເປັນ 2,7 ຕື້ໂດລາ ໃນປີ 2015 ນີ້ສ່ອງແສງໃຫ້ເຫັນວ່າແຫຼ່ງເຫຼົ່ານັ້ນ ໄດ້ປະກອບສ່ວນສຳຄັນເຮັດໃຫ້ມີການເຕີບໃຫຍ່ທາງເສດຖະກິດ, ເພີ່ມກໍາລັງແຮງການຜະລິດ ແລະ ສົ່ງຜົນໃຫ້ເກີດການປ່ຽນແປງໃໝ່ທາງດ້ານເຕັກນິກວິທະຍາສາດ ທັງປະກອບສ່ວນຕໍ່ການຍົກລະດັບການສົ່ງອອກ, ສ້າງວຽກເຮັດງານທຳ ແລະ ລາຍໄດ້ໃຫ້ປະຊາຊົນນຳອີກ.
ເຖິງຢ່າງໃດກໍຕາມ, ຜົນການສຶກສາກ່ຽວກັບສະພາບແວດລ້ອມດ້ານການລົງທຶນຢູ່ລາວ ບໍ່ວ່າຈະ ດຳເນີນການໂດຍທະນາຄານໂລກ ກໍຄື ທະນາຄານພັດທະນາອາຊີ ພົບວ່າຍັງມີຂໍ້ຈຳກັດດ້ານນິຕິກຳຄຸ້ມຄອງການເຄື່ອນໄຫວທຸລະກິດ ລວມທັງ ລະບຽບການຂໍອະນຸຍາດຕ່າງໆ ທີ່ຕິດພັນກັບການສ້າງຕັ້ງທຸລະກິດ, ລະບຽບການກວດກາ, ການນຳເຂົ້າ-ສົ່ງອອກ ແລະ ການເສຍພາສີ-ພັນທະອາກອນ ດັ່ງທີ່ໄດ້ ກ່າວເຖິງໃນເບື້ອງຕົ້ນແລ້ວ.
ນອກນີ້ ສິ່ງທ້າທ້າຍຂອງທຸລະກິດລາວ ໂດຍສະເພາະ “ເອສເອມອີ” (SMEs) ແມ່ນບັນຫາແຮງງານດິບ ກໍຄືການຂາດແຮງງານທີ່ມີຄວາມສຳນານງານ ຕະຫຼອດເຖິງ ອຸປະສັກໃນການເຂົ້າເຖິງແຫຼ່ງທຶນ ເພື່ອການລົງທຶນໄລຍະຍາວ. ນີ້ຖືວ່າເປັນອຸປະສັກຕົ້ນຕໍ ຕໍ່ການຂະຫຍາຍຕົວຂອງວິສາຫະກິດຕ່າງໆ ຢູ່ປະເທດເຮົາ.
ນອກນີ້, ສະພາບແວດລ້ອມດ້ານການຄ້າຢູ່ລາວ ໃນໄລຍະຜ່ານມາ ພາຍໃຕ້ການເປັນສະມາຊິກອົງການການຄ້າໂລກ ແລະ ການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ ຈະເຮັດໃຫ້ພວກເຮົາຈະຕ້ອງປະເຊີນ ລວມມີ ຄວາມຈຳເປັນໃນການປະສານງານ ແລະ ການຈັດຕັ້ງປະຕິບັດບັນດາພັນທະຕ່າງໆ ທີ່ໄດ້ໃຫ້ໄວ້ກັບສາກົນ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ມີການເຜີຍແຜ່ ກໍຄື: ສ້າງຄວາມຮັບຮູ້ກ່ຽວກັບຄວາມຄືບໜ້າ ແລະ ສິ່ງທີ່ພາກທຸລະກິດຄວນກະກຽມ ເພື່ອຮັບມືກັບການເຊື່ອມໂຍງເສດຖະກິດກັບພາກພືື້ນ ແລະ ສາກົນ ໃຫ້ທົ່ວເຖິງຢ່າງກວ້າງຂວາງ ໃຫ້ແກ່ພາກທຸລະກິດ ແລະ ສັງຄົມໂດຍລວມ. ພ້ອມນັ້ນ, ການເປີດເສລີທາງດ້ານການບໍລິການ ແລະ ການຄຸ້ມຄອງຂອງພາກລັດ ຕໍ່ບັນດາຂະແໜງການບໍລິການ ທີ່ເປັນຍຸດທະສາດ ເຊັ່ນ: ໂທລະຄົມສື່ສານ ແລະ ການຂົນສົ່ງ ເຊິ່ງສາມາດນຳຜົນປະໂຫຍດຫຼາຍຢ່າງ ມາສູ່ເສດຖະກິດໂດຍລວມ, ແຕ່ການເປີດເສລີຕ້ອງໄດ້ດຳເນີນຄຽງຄູ່ກັບການປັບປຸງລະບຽບຄຸ້ມຄອງ ເຊັ່ນ: ການສ້າງຕັ້ງໜ່ວຍງານຄຸ້ມຄອງທີ່ເປັນອິດສະຫຼະຂອງຂະແໜງໂທລະຄົມ, ການສ້າງນິຕິກໍາເພື່ອຮັກສາສະຖຽນລະພາບຂອງຕະຫຼາດທຶນ ພ້ອມທັງ ການຮັບປະກັນການເຂົ້າເຖິງການບໍລິການພື້ນຖານຢ່າງທົ່ວເຖິງ.
ດັ່ງນັ້ນ, ໃນກາງເດືອນມີນາ ປີ 2019 ນີ້, ລັດຖະບານຈຶ່ງໄດ້ຊີ້ນຳໃຫ້ຫຼາຍພາກສ່ວນ ຂຸ້ນຂ້ຽວ ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ໃຫ້ມີບາດກ້າວກະໂດດທີ່ດີຂຶ້ນຕື່ມ. ຕົວຢ່າງ ຕົວຊີ້ວັດທີ 1 ທີ່ຕິດພັນກັບການເລີ່ມຕົ້ນທຸລະກິດ, ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ອອກໃບທະບຽນວິສາຫະກິດ ພາຍໃນເວລາ 10 ວັນລັດຖະບານ ແລະ ທຸລະກິດສາມາດດຳເນີນກິດຈະການໄດ້ເລີຍ ຖ້າບໍ່ແມ່ນ ກິດຈະການຄວບຄຸມ ຫຼື ຕ້ອງຂໍອະນຸຍາດດຳເນີນກິດຈະການຈາກຂະແໜງວິຊາສະເພາະ. ກະຊວງການເງິນ ກໍໃຫ້ລົບລ້າງການຈົດທະບຽນກົດລະບຽບພາຍໃນບໍລິສັດ. ພ້ອມນີ້ ກໍໃຫ້ພະຍາຍາມດຳເນີນການ ຂຶ້ນທະບຽນວິສາຫະກິດແບບເອເລັກໂຕຣນິກ ແລະ ໃຫ້ມີການເຊື່ອມຕໍ່ຂອງລະບົບການຂຶ້ນທະບຽນວິສາຫະກິດ ກັບລະບົບປະກັນສັງຄົມຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ນອກນີ້ ຕົວຊີ້ວັດທີ 8 ກ່ຽວກັບການຄ້າລະຫວ່າງປະເທດ ກໍໃຫ້ຫຼຸດຜ່ອນຂັ້ນຕອນ, ເອກະສານ ແລະ ເວລາ ໃນການຂໍອະນຸຍາດ ນຳເຂົ້າ ແລະ ສົ່ງອອກ ພ້ອມທັງ ການແຈ້ງເສຍພາສີຢູ່ດ່ານ. ນີ້ແມ່ນໜ້າວຽກ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ຈະໄດ້ເປັນເຈົ້າການສົມທົບກະຊວງກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມທັງ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນອື່ນໆ ຈັດຕັ້ງປະຕິບັດໃຫ້ສຳເລັດ ເພື່ອສ້າງ ຄວາມສະດວກດ້ານການຄ້າຕ່າງປະເທດ ແລະ ຍົກລະດັບຄວາມສາມາດດ້ານການແຂ່ງຂັນຂອງທຸລະກິດລາວ.
ນອກຈາກນີ້ ກໍຍັງມີຕົວຊີ້ວັດອື່ນໆ ທີ່ຫຼາຍຂະແໜງການ ຕ້ອງໄດ້ເອົາໃຈໃສ່ ລວມທັງ ກ່ຽວກັບການປັບປຸງການເຂົ້າເຖິງສິນເຊື່ອ, ການຂໍອະນຸຍາດກໍ່ສ້າງ, ການຊຳລະອາກອນ, ການຕິດຕັ້ງໄຟຟ້າ ແລະ ການຈົດທະບຽນຊັບສິນ. ພ້ອມນັ້ນ ກໍມີກ່ຽວກັບ ການປົກປ້ອງຜູ້ລົງທຶນລາຍຍ່ອຍ, ການບັງຄັບໃຊ້ສັນຍາ ແລະ ການແກ້ໄຂບັນຫາການລົ້ມລະລາຍ.
ພາກທຸລະກິດຈຶ່ງຫວັງວ່າ ຄວາມເອົາໃຈໃສ່ຂອງລັດຖະບານ ກໍຄື ບັນດາກະຊວງຂະແໜງການ ຈະຊ່ວຍໃຫ້ສະພາບແວດລ້ອມໃນການດຳເນີນທຸລະກິດ ໄດ້ຮັບການປັບປຸງໃຫ້ມີທ່າກ້າວທີ່ດີຂຶ້ນ ເພື່ອສ້າງຄວາມສະດວກວ່ອງໄວ ທັງເປັນການຍົກລະດັບຄວາມສາມາດດ້ານການແຂ່ງຂັນ ໃນຍຸກແຫ່ງການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
Steps forward and conveniences in doing business
You may have heard that our business environment fails to be conducive to businesses in Laos, especially due to the management regulations in founding an enterprise and operating businesses and so forth and in 2019, Laos was ranked 154th out of 190 for convenience in doing business, falling from 141st in 2018. When we consider the standards in detail, we will find that our country has been ranked low with respect to time and expenses in founding an enterprise (coming 180th), the governance of investors and shareholders low (coming 174th), and the bankruptcies problematic (coming 168th).
The government is therefore endeavoring to improve the business climate in many areas through Order 02/PM, issued at the start of February 2018, in order that ministries and sectors may operate effectively, especially in association with the tasks of the Ministry of Industry and Commerce (MoIC), which has improved its regulations and procedures to facilitate registrations under the Law on Enterprise and the Law on Investment Promotion, thus streamlining business licensing requests in certain sectors, such as businesses engaging in industrial processing, wholesale, and retail. Furthermore, improvements have been made to convenience the import and export of goods so that the procedure is concise and fast.
This can be considered to be an additional step. Other than the government and industry and commerce sector, recent implementation, especially for the promotion of small and medium-sized enterprises (SMEs), has allowed for achievements in many areas. In addition to Decree 42/PM, networks have been created to provide services to 21 business development consultancies, including the creation of a number of model enterprises in terms of productivity and quality. Furthermore, focus is being placed on other priorities in order to develop SMEs, such as the building of the environment in terms of regulations and facilitative management, including the setting up of forums for consultation between the State and private sector at provincial level under the framework of Lao businesspeople’s meetings.
In light of this, domestic and foreign investment has seen a rapid increase over recent years, including a foreign direct investment (FDI) of 2.3 billion dollars (total accumulated) in 2015 and a rise to 5.6 billion dollars in 2016, equal to 41% of gross domestic product (GDP). Investments have mostly been associated with the construction of hydroelectric dams and mineral excavation while domestic private sector investment have also been on an upward trend with an increase from just 300 million dollars in year 2000 to 2.7 billion kip in 2015. This shows that these sources of capital have made an important contribution to economic growth, increased production forces, and boosted new technological and scientific changes while also contributing to an increase in exports, employment, and public income.
However, results of studies on the investment environment in Laos by both the World Bank (WB) and Asian Development Bank (ADB) show that there are legislative constraints to business management and operations, including regulations for requesting licenses, which is closely connected with founding a business, inspection regulations, import-export regulations, and customs and taxes, as mentioned at the start.
Furthermore, challenges to Lao business, especially for SMEs, include unskilled labor and a lack of skilled labor right through to access to capital for long-term investments. These can be said to be the main obstacles to the expansion of enterprises in our country.
Also, the recent commercial environment in Laos as members of the WB and in joining the ASEAN Economic Community (AEC) means that, among other things, we have to coordinate and implement the obligations we undertook with the international community. This therefore requires comprehensive and wide dissemination and raising of awareness of the progress made and things for which the private sector should prepare in order to handle regional and international integration for its own benefit and society at large. Together with this, the opening up of freedom in the trade of services and State sector regulation of the service sector, which is strategic, such as telecommunications and logistics, which can bring many benefits to the economy as a whole, must take place together with amendments to regulations, such as the creation of free management units of the telecommunications sector and the creation of legislation to maintain capital market stability and ensure comprehensive access to basic services.
Therefore, in mid-March 2019, the government led other sectors in doing their best to improve the business operating environment in leaps and bounds. For example, as for Indicator 1, which relates to the starting of a business, the MoIC should issue enterprise registration certificates (ERCs) within ten working days, after which businesses should be able to commence operations forthwith. Otherwise, if it is a regulated business, it will have to request permission to operate from a specialized sector. The Ministry of Finance (MoF) should do away with the registration of articles of association (AoA). Along with this, they should endeavor to have enterprises registered online and link up the enterprise registration system to the labor and social welfare system. Furthermore, Indicator 8, concerning international trade should size down its procedures, documents, and time spent when requesting permission to import or export while paying customs duties at each border. These are the tasks over which the MoIC must coordinate autonomously with the MoF, Ministry of Public Works and Transport (MPWT), Ministry of Energy and Mines (MEM), and other parties concerned to implement them through to completion so as to facilitate matters for overseas trade and boost the competitiveness of Lao businesses.
Furthermore, there are also other indicators of many sectors, which must pay close attention to the improvement of access to credit, planning permission, tax payment, the installation of electricity, and the registration of assets along with the protection of small investors, the enforcement of contracts, and the resolution of bankruptcies.
The private sectors hopes that close attention from the government and various ministries and sectors will help the business environment improve and move forward to boost convenience and speed while also improving the competitiveness in this world of regional and international integration.