ໂອກາດ ແລະ ສິ່ງທ້າທາຍຂອງທຸລະກິດຂະໜາດນ້ອຍ ໃນຍຸກ “ດີຈິຕອນ”.

ຍຸກ”ດິຈິຕອນ”ກຳລັງສ້າງທັງກາລະໂອກາດ ແລະ ສິ່ງທ້າທ້າຍແກ່ຜູ້ປະກອບການໃນພາກພື້ນ ແລະ ທົ່ວໂລກ. ໂດຍພື້ນຖານແລ້ວ ຄວາມເຂົ້າໃຈສ່ວນໃຫຍ່ແມ່ນວ່າ ການຫັນເປັນ “ດີຈິຕອນ” (Digital Transformation) ກ່ຽວພັນກັບພຽງແຕ່”ເຕັກໂນໂລຊີ”ຂໍ້ມູນຂ່າວສານ (information technology: IT) ຫຼື “ເຕັກໂນໂລຊີ”ໂດຍລວມ. ແຕ່ຄວາມຈິງແລ້ວ ການຫັນເປັນ”ດີຈິຕອນ”ແມ່ນສອດຫ້ອຍກັບການປັບປ່ຽນນິຍາມຍຸດທະສາດທຸລະກິດທັງໝົດ ຂອງຜູ້ປະກອບການ ຊຶ່ງໃນບາງກໍລະນີອາດກ້າວໄປເຖິງການປ່ຽນແປງວັດທະນາທຳຂອງອົງກອນກໍໄດ້ ເພື່ອຮັບປະກັນຜົນສໍາເລັດໃນການດຳເນີນທຸລະກິດໃນອະນາຄົດ ບໍ່ວ່າຈະແມ່ນ ສຳລັບທຸລະກິດຂະໜາດໃຫຍ່ ຫຼື ນ້ອຍ ກໍຕາມ.

ບັນດາຜູ້ປະກອບການ ລວມທັງຢູ່ປະເທດເຮົາ ຈຶ່ງຈຳເປັນຕ້ອງມາທຳຄວາມເຂົ້າໃຈຄືນໃໝ່ ກ່ຽວກັບໜ້າທີ່ຂອງ”ເຕັກໂນໂລຊີ” ທີ່ບໍ່ເປັນພຽງເຄື່ອງມືສະໜັບສະໜູນ ແຕ່ຍັງເປັນຄວາມອາດສາມາດໃນດ້ານຍຸດທະສາດຂອງອົງກອນນຳອີກ. ສະນັ້ນ ການຫັນເປັນ”ດີຈິຕອນ” ຈຶ່ງບໍ່ແມ່ນແຕ່ການນຳໃຊ້”ເຕັກໂນໂລຊີ”ເຂົ້າໃນການດຳເນີນທຸລະກິດເທົ່ານັ້ນ ແຕ່ຍັງໝາຍເຖິງການສ້າງທຸລະກິດຮູບແບບໃໝ່ທັງໝົດ ບົນພື້ນຖານກະດູກສັນຫຼັງດ້ານ”ເຕັກໂນໂລຊີ” ທີ່ມີຢູ່. ຕົວຢ່າງ: ເວັບໄຊ໌ ອາເມຊອນ (Amazon.com) ແລະ ເວັບໄຊ໌ ອາລີບາບາ (Alibaba.com) ໄດ້ກາຍເປັນຊ່ອງທາງການຊື້ຂາຍສິນຄ້າທີ່ສຳຄັນ ພ້ອມທັງໄດ້ປ່ຽນແນວຄວາມຄິດ ແລະ ປະສົບການທັງໝົດ ຕໍ່ການຊື້-ຂາຍສິນຄ້າ ແລະ ການບໍລິການອື່ນໆ ໄປຕະຫຼອດການ. ດ້ວຍວິຖີທາງຂອງໂລກ”ດີຈິຕອນ”, ພຶດຕິກໍາ ແລະ ຄວາມຄາດຫວັງຂອງລູກຄ້າ ແມ່ນໄດ້ຫັນປ່ຽນ ແລະ ເຄື່ອນເໜັງຢ່າງໄວວາ ໂດຍຊ່ອງທາງການດຳເນີນທຸລະກິດ ແລະ ຄູ່ແຂ່ງທາງການຄ້າ ໄດ້ຫັນໄປສູ່ໂລກ”ດີຈິຕອນ”ເປັນທີ່ຮຽບຮ້ອຍແລ້ວ.

ດັ່ງນັ້ນ, ຜູ້ປະກອບການຈຶ່ງຈໍາເປັນຕ້ອງໄດ້ປັບຕົວ ແລະ ໃຊ້ປະໂຫຍດຈາກການປ່ຽນແປງດັ່ງກ່າວ. ສິ່ງເຫຼົ່ານັ້ນ ໄດ້ເຮັດໃຫ້ທົດສະວັດນີ້ ແມ່ນຍຸກຄຳຂອງຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ-ກາງ ຫຼື ຈວນກ ເພາະພວກເຂົາສາມາດເຂົ້າເຖິງຂໍ້ມູນ ກ່ຽວກັບລູກຄ້າ,​ ຄູ່ແຂ່ງ, ຕ່ອງໂສ້ການສະໜອງ ແລະ ຕະຫຼາດ ໄດ້ງ່າຍຂຶ້ນ ພ້ອມທັງມີຕົ້ນທຶນທີ່ຖືກລົງ ແລະ ສາມາດເຂົ້າເຖິງເຄື່ອງມືທາງ”ເຕັກໂນໂລຊີ”ດ້ວຍຄ່າໃຊ້ຈ່າຍທີ່ຕໍ່າ ເຮັດໃຫ້ ຈວນກ ສາມາດຕໍ່ສູ້ ແລະ ແຂ່ງຂັນກັບວິສາຫະກິດຂະໜາດໃຫຍ່ໄດ້. ທ່ານ ແຈກ ມ່າ ຜູ້ສ້າງຕັ້ງກຸ່ມບໍລິສັດອາລີບາບາ (Alibaba Group) ທີ່ກຳລັງມາແຮງຂອງຈີນ ເຄີຍສະແດງຄວາມຄິດເຫັນວ່າ ໃນຍຸກ”ດີຈິຕອນ” ອະນາຄົດແມ່ນຝາກໄວ້ກັບ ຈວນກ ຍ້ອນຂະໜາດທີ່ນ້ອຍ ເຮັດໃຫ້ທຸລະກິດມີຄວາມຄ່ອງຕົວໃນການປັບຕົວເຂົ້າກັບການປ່ຽນແປງທີ່ໄວວາໄດ້ດີກວ່າທຸລະກິດຂະໜາດໃຫຍ່. ໃນເວລາທີ່ເກີດວິກິດທາງການເງິນ  ເຮັດໃຫ້ຫຼາຍບໍລິສັດຍັກໃຫຍ່ ທີ່ບໍ່ຄາດຄິດວ່າຈະລົ້ມລະລາຍຕ້ອງໄດ້ປິດຕົວລົງ. ແຕ່ກົງກັນຂ້າມ ຈວນກ ເຖິງແມ່ນວ່າ ຈະໄດ້ຮັບຜົນກະທົບ ແຕ່ກໍຍັງຢູ່ລອດໄດ້. ໃນຊຸມປີຜ່ານໆມາ “ເຕັກໂນໂລຊີ”ໄດ້ຮັບໃຊ້ບໍລິສັດຂະຫນາດໃຫຍ່ ແຕ່ທົດສະວັດນີ້ “ເຕັກໂນໂລຊີ”ໄດ້ຖືກອອກແບບໃຫ້ຊ່ວຍຜູ້ຊົມໃຊ້. ນັ້ນຈຶ່ງແມ່ນໂອກາດຄໍາຂອງຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ-ກາງ ນີ້ເອງ.

ບົນພື້ນຖານປະກົດການດັ່ງກ່າວ ການຄ້າທາງ”ເອເລັກໂຕຣນິກ” ຫຼື e-commerce ຊຶ່ງເປັນໜຶ່ງໃນນະວັດຕະກຳ ທີ່ຊ່ວຍການຊື້ຂາຍສິນຄ້າ ແລະ ການບໍລິການຜ່ານຊ່ອງທາງ”ດີຈິຕອນ” ກໍຄືການນຳໃຊ້”ອິນເຕີເນັດ” ໄດ້ຖືກສ້າງຂຶ້ນເພື່ອສະໜັບສະໜູນໃຫ້ຜູ້ປະກອບການ ຈນວກ ສາມາດເຂົ້າເຖິງລູກຄ້າ ແລະ ຜູ້ສະໜອງສິນຄ້າໄດ້ງ່າຍຂຶ້ນຫຼາຍ. ນັ້ນໄດ້ເປີດໂອກາດໃໝ່ອັນສໍາຄັນໃຫ້ແກ່ທຸລະກິດເຫຼົ່ານີ້ ທີ່ນຳໃຊ້ e-commerce ເຂົ້າຫາຕະຫຼາດທີ່ບໍ່ແມ່ນແບບດັ້ງເດີມ (non-traditional market) ໂດຍທີ່ບໍ່ຕ້ອງມີຂໍ້ຈຳກັດ ກ່ຽວກັບຂະໜາດຂອງທຸລະກິດອີກຕໍ່ໄປ.

ໂດຍສະເພາະ ຢູ່ຈີນ Alibaba ໄດ້ກາຍເປັນເວທີການຄ້າທາງ”ເອເລັກໂຕຣນິກ” ສຳລັບ ຈວນກ ທີ່ປະສົບຜົນສຳເລັດຢ່າງໃຫຍ່ຫຼວງ ເຮັດໃຫ້ການນຳໃຊ້ e-commerce ຊ່ວຍຂາຍສິນຄ້າອອນໄລ໌ ໂດຍຄາດວ່າຈະກວມເອົາຫຼາຍກວ່າ 16% ຂອງການຂາຍຍ່ອຍໃນທົ່ວໂລກ. ໃນຂະນະດຽວກັນ ອັດຕາການເຂົ້າເຖິງ”ອິນເຕີເນັດ”ຂອງບັນດາປະເທດໃນກຸ່ມອາຊຽນ ແລະ ປະເທດອາຊີອື່ນໆ ເຊັ່ນ: ຈີນ,​ ອິນເດຍ, ຢີ່ປຸ່ນ ແລະ ສ.ເກົາຫລີ ລ້ວນແລ້ວແຕ່ເພີ່ມຂຶ້ນແບບຕິດຈະຫຼວດ ໃນທົດສະວັດຜ່ານມາ ແລະ ກໍຄາດຄະເນວ່າ ຈະເພີ່ມຂຶ້ນໄປອີກເລື້ອຍໆ. ໃນຂົງເຂດອາຊຽນ, ຂະໜາດຕະຫຼາດ e-commerce ກໍມີການຂະຫຍາຍຕົວເພີ່ມຂຶ້ນ ເມື່ອທຽບ 2015 ແລະ 2017 ໂດຍເພີ່ມຂຶ້ນ 43%. ຍັງຄາດວ່າຈະເພີ່ມຂຶ້ນເລື້ອຍໆ ໃນແຕ່ລະປີຈົນຮອດປີ 2025 ໂດຍຂະໜາດຕະຫຼາດ e-commerce ຈະເພີ່ມຂຶ້ນເຖິງ 8 ເທົ່າຂອງ 2017.

ນີ້ເປັນການແລກປ່ຽນຂໍ້ມູນພື້ນຖານກ່ຽວກັບບາງກາລະໂອກາດ ແລະ ສິ່ງທ້າທາຍ ທີ່ ຈວນກ ຈະໄດ້ໃຫ້ຄວາມສຳຄັນ ໃນຍຸກຂອງການຫັນເປັນ”ດີຈິຕອນ”. ສະບັບໜ້າວາລະສານທາເກັດພວກເຮົາ ຈະມາສົນທະນາກັນຕື່ມ ກ່ຽວກັບສະພາບ ກໍຄືຄວາມພ້ອມຂອງທຸລະກິດຢູ່ລາວ ເມື່ອສົມທຽບກັບ ບັນດາປະເທດໃກ້ຄຽງ.

(ວາລະສານທາເກັດ ສະບັບ 158 ເດືອນກັນຍາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

opportunities and challenges of SMEs

in the “digital” era. 

            “Digital” era is creating both opportunities and challenges for regional and international entrepreneurs. Based on people`s basic understanding, “digital” transformation is related to online information “technology” or “technology” in general. However, “digital” transformation is in fact associated with the change in economic strategies of entrepreneurs. In some case, it can also lead to the change in company culture in order to secure future business success regardless of how big or small the business is.

Entrepreneurs including in our country need to renew their understanding regarding the role of “technology” which has become not only a supporting tool, but also a strategic capability for an organization. Therefore, “digital” transformation is not all about using “technology” to support business operation, but also to reconstruct the entire business model on the basis of existing backbone “technology.” For example: Amazon.com and Alibaba.com have become an important channel for trade which completely alter the thought and experience people used to have about online shopping forever. Because of the arrival of “digital,” customer`s behavior and expectation have been changed rapidly driven by new business channels and competitors who have already digitalized their business.

As a result, entrepreneurs have to adjust and take advantage of such transformation. Those things mentioned have turned this decade into a golden era for micro, small and medium enterprises or MSMEs due to their ability to access to information regarding customers, competitors, supply chain and market more easily. With low production cost and the ability to access low-cost “technological” tool, MSMEs have been able to compete with large companines. Mr. Jack Ma, founder of the booming Alibaba Group, said that in the “digital” era, the future depends on MSMEs because the small size of their business equips them of high liquidity and the ability to adjust more rapidly than large enterprises. When financial crisis occurs, large companies are facing with an unexpected cause for closure. On the contrary, MSMEs have a better chance to survive despite impact from the crisis. In the past, “technology” was used to serve only large companies. Neverthess, “technology” in this decade has been developed with a focus on facilitating users. This then becomes an opportunity for MSMEs to take advantage of the tool for their own gain.

Based on the said phenomena, “e-commerce” which is another innovation to facilitate trade and service provided via “digital” or the “Internet” channel was invented to help MSMEs reaching their customers and suppliers more easily. That opens a new opportunity for these businesses using e-commerce to reach a non-traditional market without a limit on business size.

Specifically, Alibaba in China has transformed itself into a highly succesful e-commerce platform for MSMEs to help them sell their products online. It is expected that the sales on Alibaba will cover more than 16% of the total retail sales worldwide. At the same time, the “Internet” access rate of ASEAN and other Asian countries, such as China, India, Japan and South Korea, all increased drammatically during the past decade. Expectedly, it will continue to get higher in a consistent manner. In the ASEAN Region, e-commerce market size is starting to enlarge comparing to 2015 and 2017 with a 43% growth. Anticipatedly, the e-commerce market size will continue to grow every year until 2025 by 8 times from 2017.

This is an exchange of basic information on opportunities and challenges that MSMEs should take good consideration of in this “digital” era. On the next issue of Target Magazine, we will discuss more about the overall situation of business in Laos comparing to its neighboring countries.

 

Comments