ຄອນໂດສຸດຫຼູໃນເຂດ Phayathai ໂຄງການຈາກ Sansiri ແນ່ໃສ່ພັດທະນາຊີວິດການເປັນຢູ່ຂອງຄົນເມືອງຫຼວງ

ໃນທຸກໄລຍະເວລາຂອງມື້, ແຖວເຂດ Phayathai ທີ່ຕັ້ງຢູ່ໃຈກາງກຸງເທບມະຫານະຄອນແມ່ນຄຶກຄື້ນໄປດ້ວຍກິດຈະກຳຕ່າງໆ. ຜູ້ພັກອາໄສ, ພະນັກງານຫ້ອງການ, ນັກທ່ອງທ່ຽວ ແລະ ຜູ້ທີ່ມາຢ້ຽມຢາມຕ່າງກໍໄດ້ຮັບຜົນປະໂຫຍດຈາກຄວາມສະດວກສະບາຍໃນການເຂົ້າເຖິງການຂົນສົ່ງສາທາລະນະຮູບແບບຕ່າງໆທີ່ເຊື່ອມຕໍ່ກັບເຂດໃຈກາງເມືອງທີ່ເປັນແຫຼ່ງສູນການຄ້າ, ສະຖາບັນສຶກສາ ແລະ ສິ່ງອຳນວຍຄວາມສະດວກອື່ນໆທີ່ໃຫຍ່ທີ່ສຸດໃນກຸງເທບ.

ແນ່ນອນວ່າ, ໂຄງການ XT Phayathai ກໍບໍ່ພາດທີ່ຈະເປີດໂຕຫ້ອງພັກສຸດຫຼູໃນເຂດດັ່ງກ່າວ.  ໂດຍເປັນສ່ວນໜຶ່ງຂອງ Sansiri ພາຍໃຕ້ “ແບຣນ” XT ທີ່ແນໃສ່ພັດທະນາຊີວິດການເປັນຢູ່, ໂຄງການນີ້ໄດ້ເຂົ້າມາເປັນສ່ວນເຕີມເຕັມໃຫ້ແກ່ເຂດທີ່ພັກອາໄສດັ່ງກ່າວເພື່ອໃຫ້ປະຊາຊົນສາມາດເຮັດວຽກ, ທ່ຽວຫຼິ້ນ ແລະ ເດີນທາງໄປມາໄດ້ຕາມອັດທະຍາໄສ. ດ້ວຍລົດໄຟຟ້າ BTS ທີ່ຕັ້ງຢູ່ຫ່າງພຽງແຕ່ 600 ແມັດ, ລົດໄຟທີ່ເຊື່ອມຕໍ່ ແລະ ໃຊ້ເວລາເດີນທາງໂດຍກົງຫາສະໜາມບິນສຸວັນນະພູມພຽງແຕ່ 30 ນາທີ, ແລະ ທາງດ່ວນສາຍຕ່າງໆເຮັດໃຫ້ມີເສັ້ນທາງໃນການເດີນທາງໄປພາກສ່ວນອື່ນໆຂອງເມືອງໄດ້ສະດວກ. ຂົງເຂດດັ່ງກ່າວຍັງຈະໄດ້ຮັບຜົນປະໂຫຍດເພີ່ມຕື່ມຈາກລົດໄຟຟ້າ BTS ສາຍສີສົ້ມທີ່ຈະຖືກຂະຫຍາຍຕື່ມອີກໃນອະນາຄົດ.

ໃນຖານະຜູ້ພັດທະນາການບໍລິການດ້ານອະສັງຫາລິມາຊັບຄົບວົງຈອນຊັ້ນນ້ຳຂອງປະເທດໄທທັງຍັງເປັນຜູ້ບຸກເບີກປະສົບການດ້ານທີ່ພັກອາໄສຂອງຄົນລຸ້ນໃໝ່, Sansiri ຈຶ່ງໄດ້ພັດທະນາແບຣນ XT ສຳລັບຄົນຍຸກ Millennial ໃຫ້ກາຍເປັນ “XT ທີ່ສົ່ງເສີມຮູບແບບການໃຊ້ຊີວິດ” ໂດຍເນັ້ນໜັກກຸ່ມລູກຄ້າໃນຕະຫຼາດທີ່ຕ້ອງການພື້ນທີ່ພັກອາໄສທີ່ມີຊີວິດຊີວາອັນແທດເໝາະ ແລະ ເຕີມເຕັມໃຫ້ແກ່ຮູບແບບການໃຊ້ຊີວິດອັນຟົດຟື້ນໃນຕົວເມືອງ.

ອາຄານທີ່ພັກທັງສອງຫຼັງຂອງໂຄງການຖືກສ້າງຂຶ້ນໃນຮູບຊົງທັນສະໄໝ, ເຕັມໄປດ້ວຍຄວາມຮູ້ສຶກອົບອຸ່ນ ແລະ ເປັນມິດທີ່ອອກແບບໂດຍອີງຕາມຮູບຊົງຂອງຮັງນົກ. ໂຄງການນີ້ປະກອບມີອາຄານ 41 ຊັ້ນ ແລະ  37 ຊັ້ນພ້ອມດ້ວຍຫ້ອງພັກ 1.435 ຫ້ອງ. ດ້ວຍສິ່ງອຳນວຍຄວາມສະດວກທີ່ ທັນສະໄໝ ແລະ ພື້ນທີ່ສີຂຽວທີ່ຕັ້ງຢູ່ໃນເນື້ອທີ່ທັງໝົດ 4.500 m2, ໂຄງການນີ້ໄດ້ສ້າງຄວາມຮູ້ສຶກສະຫງົບ ແລະ ຜ່ອນຄາຍ – ເປັນສະຖານທີ່ເໝາະສົມໃນການຫຼີກໜີຈາກຄວາມວຸ້ນວາຍ ແລະ ສັບສົນໃນຕົວເມືອງ.

ສິ່ງອຳນວຍຄວາມສະດວກຮ່ວມ ແລະ ນະວັດຕະກຳທາງເຕັກໂນໂລຊີຫຼາຍຢ່າງຊ່ວຍປັບປຸງປະສົບການໃຊ້ຊີວິດໃຫ້ດີຂຶ້ນ. ເມື່ອເວົ້າເຖິງການສົ່ງເສີມຄວາມເປັນມືອາຊີບທີ່ດີທີ່ສຸດ, ຜູ້ພັກອາໄສສາມາດນຳໃຊ້ສະໂມສອນ XT ເປັນພື້ນທີ່ເຮັດກິດຈະກຳສ້າງສັນຂະໜາດໃຫຍ່. ຕົບແຕ່ງດ້ວຍສີພື້ນອັນອົບອຸ່ນ ແລະ ປູພື້ນດ້ວຍກະໂລ້ຫີນອ່ອນພິເສດຈາກອິຕາລີໃນໂທນສີທອງແດງມັນວາວ, ສະໂມສອນດັ່ງກ່າວປະກອບມີພື້ນທີ່ເຮັດວຽກຮ່ວມ, ຫ້ອງປະຊຸມທີ່ຕິດຕັ້ງເຕັກໂນໂລຊີປະຊຸມທາງໄກ, ຫ້ອງຈັດງານລ້ຽງແລະພື້ນທີ່ຕັ່ງນວດ. ໃນລະຫວ່າງພັກວຽກ, ພື້ນທີ່ສັນທະນາການຍັງປະກອບມີເກມພາບສະເໝືອນຈິງ, Wii ແລະ ເກມກະດານໄວ້ບໍລິການ. ຜູ້ພັກອາໄສຍັງສາມາຜ່ອນຄາຍຈາກການຊົມສວນຂະໜາດໃຫຍ່, ຫ້ອງສະໝຸດ, ສະນ້ຳເກືອ ຍາວ 28 ແມັດສອງສະເທິງດາດຟ້າ, ອ່າງແຊ່ນ້ຳ Jacuzzis, ສະໜາມຫຼິ້ນຂອງເດັກນ້ອຍ, ຫ້ອງຊົມຮູບເງົາພ້ອມຕັ່ງນັ່ງນຸ້ມສະບາຍ,ແລະສູນອອກກຳລັງກາຍໃນຕູ້ແກ້ວທີ່ເຕັມໄປດ້ວຍອຸປະກອນສຸດທັນສະໄໝທີ່ລວມມີວິທີການອອກກຳລັງກາຍແບບສະເໝືອນຈິງນຳອີກ.

ລາຄາເລີ່ມຕົ້ນແມ່ນ 7.95 ລ້ານບາດ. ຄາດວ່າລາຄາປ່ອຍເຊົ່າຈະຢູ່ທີ່ 5 ເຖິງ 8 ສ່ວນຮ້ອຍຕໍ່ປີເຮັດໃຫ້ໂຄງການ XT Phayathaiແມ່ນການລົງທຶນໄລຍະຍາວທີ່ໜ້າສົນໃຈ.

Comments