“ໂລກນີ້ບໍ່ຍຸຕິທໍາດອກ ເຈົ້າຕ້ອງເປີດໃຈຍອມຮັບ”

“ໂລກນີ້ບໍ່ຍຸຕິທໍາດອກ ເຈົ້າຕ້ອງເປີດໃຈຍອມຮັບ”ທ່ານບິວເກດ (Bill Gates) ເສດຖີອັນດັບຕົ້ນຂອງໂລກ ຜູ້ບຸກເບີກ “ໂປຣແກຣມ” ລະບົບປະຕິບັດການຄອມພິວເຕີ ໄດ້ກ່າວໄວ້. ເພາະທຸກສິ່ງທຸກຢ່າງມັນມີເຫດ ແລະຜົນທີ່ຈະຕ້ອງເປັນແບບນັ້ນ ແລະຖ້າເບິ່ງໃນອີກມຸມໜຶ່ງ ການທີ່ມັນເປັນແບບນັ້ນ ກໍອາດຖືວ່າຍຸຕິທຳດີແລ້ວ … ແມ່ນແນວໃດກັນແທ້? ຄໍລໍາໃໝ່ “Change in Mindset” ຄໍລໍາທີ່ຈະເຮັດໃຫ້ທ່ານຕັ້ງຄໍາຖາມ ກັບຄວາມເຊື່ອແບບເກົ່າໆ ໃນແນວຄວາມຄິດແບບໃໝ່ໆ ເຊິ່ງບົດຄວາມທຳອິດ ເຮົາຈະມາໃຫ້ທ່ານຕັ້ງຄຳຖາມກັບ “ຄວາມຮັ່ງມີ”.

ທ່ານອາດເຄີຍໄດ້ຍິນຄວາມຄິດຂອງຫຼາຍໆຄົນທີ່ວ່າ “ຄົນຮັ່ງມີຄວນຈະແບ່ງຊັບສິນມາໃຫ້ຄົນທຸກຍາກແດ່ ເພື່ອໃຫ້ເກີດຄວາມເທົ່າທຽມກັນໃນສັງຄົມ” ຫຼືບາງຄົນອາດຄິດຫຼິ້ນໆວ່າ “ລັດຖະບານຄວນຈະເອົາເງິນຈາກກຸ່ມຄົນທີ່ຮັ່ງມີແລ້ວມາແຈກຢາຍແກ່ປະຊາຊົນຜູ້ທຸກຍາກ ຫຼື ຄວນຈະເກັບພາສີອາກອນຄົນຮັ່ງມີໃຫ້ຫຼາຍຂຶ້ນ” ເພື່ອແກ້ໄຂບັນຫາຄວາມທຸກຍາກ ແນວຄິດການແບ່ງປັນຊັບພະຍາກອນແບບນີ້ ມີໃຫ້ເຫັນຢູ່ທົ່ວໂລກມາດົນແລ້ວ ຈົນເຮັດໃຫ້ເກີດມີນິທານທີ່ໂດ່ງດັງ ຈົນຖືກສ້າງເປັນກາຕູນ ແລະຮູບເງົາຂຶ້ນມາເຊັ່ນ: ໂຣບິນຮູດ (Robin hood) ທີ່ມີເນື້ອເລື່ອງກ່າວເຖິງຊາຍຄົນໜຶ່ງໄປປຸ້ນເງິນຂອງຄົນຮັ່ງມີ ເພື່ອເອົາມາແຈກຢາຍໃຫ້ຄົນທຸກຍາກສ່ວນຕົວພະເອກທີ່ເປັນໂຈນກໍໄດ້ຮັບຄຳຍ້ອງຍໍຊົມເຊີຍທີ່ເຮັດແບບນັ້ນ. ທ່ານຄິດວ່ານັ້ນແມ່ນຄວາມຍຸຕິທຳທາງສັງຄົມແລ້ວບໍ່? ແລ້ວວິທີນີ້ມັນຊ່ວຍໃຫ້ຄົນທຸກຍາກ ຮັ່ງມີຂຶ້ນໄດ້ແນວໃດ? ແລ້ວຍ້ອນຫຍັງ ຄົນຮັ່ງ ຈຶ່ງຮັ່ງມີຫຼາຍຂຶ້ນ? ເຮົາລອງມາຄົ້ນຫາຄຳຕອບພ້ອມໆກັນເລີຍ.

ເປັນຫຍັງຄົນຮັ່ງ ຈຶ່ງຮັ່ງມີຫຼາຍຂຶ້ນ?

ຄົນທີ່ຮັ່ງມີ ແມ່ນມາຈາກຫຼາຍສາເຫດ ບາງຄົນກໍໄດ້ຮັບມໍລະດົກຈາກພໍ່-ແມ່, ບາງຄົນກໍຮັ່ງມີຍ້ອນໄດ້ແຕ່ງດອງກັບຜູ້ທີ່ມີຖານະດີ ບາງຄົນກໍຍ້ອນຖືກເລກ ຖືກລາງວັນໃຫຍ່ໆ ບາງຄົນກໍໄດ້ມາຈາກການສໍ້ໂກງຄົນອື່ນ ບາງຄົນກໍຮັ່ງມີຈາກການສ້າງທຸລະກິດຂຶ້ນມາ. ໃນຈໍານວນດັ່ງກ່າວ ຈະຂໍຍົກໃຫ້ເຫັນກຸ່ມຄົນຮັ່ງມີຍ້ອນດໍາເນີນທຸລະກິດວ່າຍ້ອນຫຍັງ? ເມື່ອພວກເຂົາປະສົບຄວາມສຳເລັດແລ້ວ ເປັນຫຍັງພວກເຂົາຈຶ່ງປະສົບຄວາມເລັດຍິ່ງຂຶ້ນໄປຕື່ມ. ຄໍາຕອບຄື ເນື່ອງຈາກ “ພວກເຂົາຊ່ວຍແກ້ບັນຫາໃຫ້ຄົນຈຳນວນຫຼາຍ” ການເຮັດທຸລະກິດຄືການຊ່ວຍເຫຼືອຄົນອື່ນ. ມັນຄືການຊ່ວຍຄົນອື່ນໃນເລື່ອງການແກ້ໄຂບັນຫາ ໃນເລື່ອງໃດເລື່ອງໜຶ່ງ. ແລ້ວຜົນກຳໄລທີ່ໄດ້ມາຄືກັບລາງວັນຕອບແທນທີ່ພວກເຂົາໄດ້ຊ່ວຍຄົນອື່ນນັ້ນເອງ. ຕົວຢ່າງ: ຊ່າງຕັດຜົມ ສາມາດຊ່ວຍຕັດຜົມໃຫ້ລູກຄ້າໄດ້ ພວກເຂົາກໍຈະໄດ້ຄ່າຈ້າງເປັນລາງວັນຕອບແທນ. ຍິ່ງພວກເຂົາສາມາດຕັດຜົມໃຫ້ລູກຄ້າໄດ້ຫຼາຍເທົ່າໃດ ພວກເຂົາກໍຍິ່ງໄດ້ລາງວັນຕອບແທນຫຼາຍເທົ່ານັ້ນ.

ຊ່າງຕັດຜົມ 1 ຄົນ ອາດສາມາດຕັດຜົມໄດ້ມື້ລະ 15 ຄົນ ແຕ່ຖ້າລາວເປັນເຈົ້າຂອງທຸລະກິດ ແລ້ວຈ້າງຊ່າງຕັດຜົມມາເຮັດວຽກຊ່ວຍ ຮ້ານຂອງລາວຈະສາມາດຕັດຜົມໃຫ້ລູກຄ້າໄດ້ ມື້ລະ 100 ຄົນ ຮ້ານຕັດຜົມນັ້ນກໍຍິ່ງຈະມີລາຍຮັບຫຼາຍຂຶ້ນ. ຍິ່ງທ່ານສາມາດຊ່ວຍແກ້ໄຂບັນຫາໃຫ້ລູກຄ້າທົ່ວແຂວງໄດ້ ທ່ານກໍຈະປະສົບຄວາມສຳເລັດໃນລະດັບແຂວງ, ຖ້າທ່ານສາມາດຊ່ວຍຄົນທັງປະເທດໄດ້ ທ່ານກໍຈະປະສົບຄວາມສຳເລັດລະດັບປະເທດ, ຖ້າທ່ານສາມາດຊ່ວຍຄົນທັງໂລກໄດ້ ທ່ານກໍຈະປະສົບຄວາມສຳເລັດລະດັບໂລກ. ດ້ວຍເຫດນີ້ບໍລິສັດໃຫຍ່ໆ ຈຶ່ງສ້າງຜົນກຳໄລໄດ້ຫຼາຍ.

Facebook ຊ່ວຍຄົນທົ່ວໂລກໃຫ້ສາມາດຕິດຕໍ່ສື່ສານກັນໄດ້. ຊ່ວຍໃຫ້ທຸລະກິດຕ່າງໆສາມາດໂຄສະນາສິນຄ້າຂອງຕົວເອງ ດ້ວຍຕົນທຶນທີ່ຕໍ່າໆໄດ້ ,ຊ່ວຍຄົນທົ່ວໂລກໃຫ້ສາມາດຂາຍສິນຄ້າ ແລະ ບໍລິການໄດ້ຫຼາຍຂຶ້ນ ນີ້ຄືເຫດຜົນທີ່ເຈົ້າຂອງ facebook ຈຶ່ງຮັ່ງມີຫຼາຍຂຶ້ນ. ເປັນຫຍັງທ່ານ ເຈບ ເບຊອສ (Jeff Bezos) ຈຶ່ງເປັນຄົນທີ່ຮັ່ງມີທີ່ສຸດໃນໂລກ? ນັ້ນກໍເພາະວ່າລາວສາມາດຊ່ວຍໃຫ້ຄົນທົ່ວໆໄປ ແລະ ບໍລິສັດຕ່າງໆ ສາມາດຕິດຕໍ່ຊື້ຂາຍສິນຄ້າກັນໄດ້ທົ່ວໂລກ ແລະ ເຄື່ອງມືທີ່ພວກເຂົາໃຊ້ເພື່ອຊ່ວຍຄົນທົ່ວໂລກກໍຄືເວັບໄຊ໌ ອາເມຊອນ (Amazon) ແລະ ບໍລິການອື່ນໆອີກຫຼາຍອັນ ແຕ່ທຸກອັນກໍເພື່ອຊ່ວຍຄົນອື່ນແກ້ໄຂບັນຫາໃດໜຶ່ງທັງໝົດ.

ຖ້າທ່ານຢາກຮັ່ງມີ ທ່ານກໍຕ້ອງຮູ້ກ່ອນວ່າ ບັນຫາທີ່ຄົນສ່ວນໃຫຍ່ໃນສັງຄົມພວມປະສົບ ແລະ ຕ້ອງການໃຜຜູ້ໜຶ່ງມາຊ່ວຍແກ້ໄຂນັ້ນ ແມ່ນຫຍັງ? ແລ້ວໄປຄົ້ນຄິດເບິ່ງວ່າ ວິທີການໃດ ທີ່ທ່ານສາມາດຊ່ວຍແກ້ໄຂບັນຫາຂອງເຂົາເຈົ້າໄດ້ ບໍ່ວ່າຈະໃນຮູບແບບຂອງ ສິນຄ້າ ຫຼື ບໍລິການ ຖ້າສິ່ງນັ້ນ ຕອບໂຈດ ຊ່ວຍໃຫ້ຊີວິດເຂົາເຈົ້າດີຂຶ້ນ ສະດວກສະບາຍຂຶ້ນ ແນ່ນອນວ່າ ເງິນຈະໄຫຼມາຫາທ່ານຢ່າງແນ່ນອນ.

ສຸດທ້າຍນີ້ ຂໍຝາກໄວ້ວ່າ: ການແບ່ງປັນຊັບສິນ ຫຼື ຊັບພະຍາກອນໃຫ້ຄົນທຸກຍາກ ແລະ ຄົນຮັ່ງມີ ຢ່າງເທົ່າທຽມກັນ ບໍ່ແມ່ນການແກ້ໄຂບັນຫາຄວາມທຸກຍາກ ເພາະບໍ່ດົນຄົນທຸກຍາກກໍຈະກັບໄປທຸກຍາກດັ່ງເດີມ ສ່ວນຄົນຮັ່ງມີກໍຍັງຈະມີຊັບສິນຫຼາຍຂຶ້ນ. ການຮູ້ຈັກສ້າງຄຸນຄ່າ  ການຮູ້ຈັກແກ້ໄຂບັນຫາໃຫ້ຄົນສ່ວນຫຼາຍຕ່າງຫາກ ທີີ່ເປັນໂອກາດທາງທຸລະກິດ ຊຸກຍູ້ໃຫ້ທ່ານມີລາຍຮັບເພີ່ມຂຶ້ນ ແລະ ຮັ່ງມີຂຶ້ນຢ່າງຍືນຍົງ.

(ວາລະສານທາເກັດ ສະບັບ 158 ເດືອນກັນຍາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

why do rich people get richer and richer?

            “The world is unfair and you have to accept it,” said Bill Gates, one of the wealthiest people in the world and the person who pioneered a computer’s operation system “software.” Everything happens for a reason and it can sometimes be fair if we look at things from a different perspective. What does this sentence really mean? This “Change in Mindset” column will make you question your traditional belief and carefully consider new ideas. This is the first time that we will question “richness” together.

You might have heard many people said that “rich people should share their wealth with the poorer ones to create social equality.” Some people even joked that “the Government should take money or collect more tax from wealthy people and share it with the poor” in order to address the poverty issue. This resource sharing idea has been around for a long time which heavily inspires the creation of a cartoon and movie titled “Robin Hood.” The story is about a man who robs rich people and share the wealth with the poorer ones. The robber, also the main character, is highly praised by the publics for his action. Do you think this is considered a social just? How can this method help poor people getting richer? Why do rich people get richer and richer? Let us find an answer to these questions together.

Why do rich people get richer and richer?

Wealth comes in many forms. Some people inherit their richness from parents, some becomes wealthy from getting married to the rich one. Some have more money from winning a lottery jackpot. Some gain their richness from fraud, while some earn from their business. Of all these people, we will focus primarily on those who do business to find out why they get richer and richer. And why do they keep being successful? The answer is “they can solve people’s problems.” Doing business is like solving problems for others. It is a way of solving a particular issue for someone. Profit they make is a reward for helping people. For example: a barber help cutting hair for customers and receive a payment in return. The more hair they can cut, the more rewards they will get.

On average, one barber can cut hair for 15 customers at maximum per day. However, if that person hires barbers to do the job for him, his barber shop can serve 100 customers per day giving the shop more income. The more you help people in a province solve their problems, the more successful you will become within that province. If you can help people across the country, then your success will be at the national level. The same logics apply to a global business as well. This is the reason major companies keep making more and more profit.

Facebook helps people around the world get connected and helps businesses advertising their goods in a low price. People across the globe can provide products and services via facebook making the owner of the application wealthier. Why is Jeff Bezos the richest man on earth? Because he is able to help people in general and firms trading with each other online via a website called “Amazon” as well as other services. These tools were created to help solving people’s problems.

If you would like to be rich, you have to know what problem people in society are struggling with. Then you can start thinking about what you can do to help them addressing such issue, whether in a form of products or services. If you can make consumer’s life better and more convenient, all the money will definitely flow into your pocket.

Finally, the writer would like to suggest that sharing resources between rich and poor people in order to create an equality is not the way of addressing poverty issue. Once the resources are depleted, people will become poor again, while rich people will keep getting wealthier and wealthier. Knowing how to create values and solve people’s problems will give you opportunities to earn more income and wealth.

 

Comments