ຖ້າສັນຍາບໍ່ເປັນສັນຍາ ຫຼື ມີການລະເມີດສັນຍາແລ້ວ ອີກຝ່າຍສາມາດ ຍົກເລີກໄດ້ບໍ່?

ໃນການດໍາເນີນທຸລະກິດ “ສັນຍາ” ຖືເປັນເອກະສານໜຶ່ງທີ່ມີຄວາມຈໍາເປັນ ແລະ ມີຄວາມສໍາຄັນຫຼາຍ ເນື່ອງຈາກວ່າເປັນສິ່ງທີ່ພາໃຫ້ເກີດຂໍ້ຜູກພັນທາງດ້ານກົດໝາຍ ແລະ ເປັນການກໍານົດການຕົກລົງຂອງຄູ່ສັນຍາ ລວມທັງ ຮັບປະກັນການປະຕິບັດສິດ ແລະ ພັນທະຕາມທີ່ກໍານົດໄວ້ໃນສັນຍາ ແລະ ກົດໝາຍ. ນອກຈາກນີ້ ຍັງສາມາດໃຊ້ເປັນຫຼັກຖານ ຫຼື ເອກະສານໃນເວລາທີ່ເກີດຂໍ້ຂັດແຍ່ງ ຫຼື ຮ້ອງຟ້ອງໄປຍັງສານປະຊາຊົນໄດ້. ເມື່ອກ່າວເຖິງ ສັນຍາແລ້ວຫຼາຍໆທ່ານ ອາດເຄີຍໄດ້ຍິນຄໍາວ່າ “ສັນຍາຕ້ອງເປັນສັນຍາ[Contract must be served] ຫຼື ສັນຍາຕ້ອງໄດ້ຮັບການປະຕິບັດ ແຕ່ຄໍາຖາມກະຄືວ່າ ຖ້າສັນຍາບໍ່ເປັນສັນຍາ ຫຼື ມີການລະເມີດສັນຍາແລ້ວ ອີກຝ່າຍສາມາດ ຍົກເລີກໄດ້ບໍ່? ດັ່ງກໍລະນີຕົວຈິງຂ້າງລຸ່ມນີ້.

ທ້າວ ກໍ ແລະ ນາງ ຂໍ (ນາມສົມມຸດ) ໄດ້ເຮັດສັນຍາຊື້-ຂາຍທີ່ດິນ ແລະ ເຮືອນ ນໍາກັນ ໂດຍມີມູນຄ່າຊື້-ຂາຍທັງໝົດ 100,000,000 ກີບ ໂດຍທີ່ ທ້າວ ກໍ (ຜູ້ຊື້) ໄດ້ຈ່າຍເງິນມັດຈໍາໃຫ້ແກ່ ນາງ ຂໍ (ຜູ້ຂາຍ) ຈໍານວນ 50,000,000 ກີບ, ສ່ວນອີກ 50,000,000 ກີບ ແມ່ນຈະຈ່າຍທັງໝົດ ພາຍໃນ 3 ເດືອນ ນັບແຕ່ມື້ເຊັນສັນຍາເປັນຕົ້ນໄປ, ການຈ່າຍເງິນມັດຈໍານັ້ນແມ່ນຈຸດປະສົງເພື່ອ ບໍ່ໃຫ້ ນາງ ຂໍ ຂາຍ, ມອບ ຫຼື ໂອນທີ່ດິນໃຫ້ບຸກຄົນອື່ນ ແລະ ນາງຂໍ ຕ້ອງໂອນທີ່ດິນ ແລະ ເຮືອນດັ່ງກ່າວໃຫ້ແກ່ ທ້າວ ກໍ  ເມື່ອໄດ້ຈ່າຍເງິນຄົບຖ້ວນຕາມສັນຍາແລ້ວ, ແຕ່ເມື່ອ ຮອດກໍານົດຈ່າຍເງິນ ທ້າວ ກໍ ກັບບໍ່ຈ່າຍເງິນຕາມທີ່ຕົກລົງກັນໄວ້ໃນສັນຍາ.

ຈາກກໍລະນີຕົວຢ່າງຂ້າງເທິງນັ້ນເຫັນວ່າ ທ້າວ ກໍ ແລະ ນາງ ຂໍ ແມ່ນມີຂໍ້ຜູກພັນທາງດ້ານກົດໝາຍນໍາກັນ ເຊິ່ງຝ່າຍ ກໍ ຕ້ອງຈ່າຍເງິນສ່ວນທີ່ເຫຼືອໃຫ້ຄົບຖ້ວນຕາມກໍານົດເວລາ ແລະ ນາງ ຂໍ ຕ້ອງບໍ່ຂາຍ, ມອບ ຫຼື ໂອນ ທີ່ດິນ ແລະ ເຮືອນໃຫ້ບຸກຄົນອື່ນ… ການທີ່ ທ້າວ ກໍ ບໍ່ໄດ້ຈ່າຍເງິນຕາມທີ່ກໍານົດໄວ້ໃນສັນຍາ ເຫັນວ່າ ເປັນການລະເມີດສັນຍາ ຕາມທີ່ກໍານົດໄວ້ໃນມາດຕາ 33 ວັກ ​01 ຂອງກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ ສະບັບປັບປຸງປີ 2008 ເຊິ່ງກໍານົດວ່າ: “ການລະເມີດສັນຍາ ແມ່ນການບໍ່ປະຕິບັດສັນຍາທັງໝົດ ຫຼື ບາງສ່ວນ ຫຼື ການປະຕິບັດສັນຍາຢ່າງ ບໍ່ສົມເຫດສົມຜົນ ໂດຍຄູ່ສັນຍາຝ່າຍໃດໜຶ່ງ ເຊັ່ນການປະຕິບັດ ສັນຍາບໍ່ມີຄຸນນະພາບ, ບໍ່ທັນກັບເວລາ, ບໍ່ຖືກສະຖານທີ່ ຊຶ່ງກໍານົດໄວ້ສັນຍາ.

ແນ່ນອນ ເມື່ອມີການລະເມີດສັນຍາເກີດຂຶ້ນ ຍ່ອມສ້າງຄວາມເສຍຫາຍໃຫ້ແກ່ ຄູ່ສັນຍາອີກຝ່າຍ ເຊັ່ນ: ນາງ ຂໍ ບໍ່ໄດ້ຮັບເງິນຕາມທີ່ຕົກລົງກັນໄວ້ໃນສັນຍາ ແລະ ບໍ່ສາມາດ ຂາຍ, ມອບ, ໂອນ ທີ່ດິນ ແລະ ເຮືອນດັ່ງກ່າວນັ້ນ ໃຫ້ແກ່ບຸກຄົນອື່ນໄດ້ ເນື່ອງຈາກສັນຍາດັ່ງກ່າວ ຍັງບໍ່ທັນໄດ້ສິ້ນສຸດ. ສະນັ້ນ, ເພື່ອເຮັດໃຫ້ສັນຍາດັ່ງກ່າວນັ້ນສິ້ນສຸດ ຄູ່ສັນຍາທີ່ໄດ້ຮັບຄວາມອັບປະໂຫຍດຈາກການລະເມີດສັນຍານັ້ນ ມີສິດຍົກເລີກສັນຍາຝ່າຍດຽວກໍໄດ້ ຕາມມາດຕາ 37 ວັກ 02 ຂອງກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ ສະບັບປັບປຸງປີ 2008 ເຊິ່ງກໍານົດວ່າ: “ໃນກໍລະນີທີ່ມີການລະເມີດສັນຍາ ຄູ່ສັນຍາຝ່າຍທີ່ໄດ້ຮັບຄວາມອັບປະໂຫຍດນັ້ນ ຈະປ່ຽນແປງ ຫຼື ຍົກເລີກສັນຍາ ແຕ່ຝ່າຍດຽວກໍໄດ້ ເວັ້ນເສຍແຕ່ ຄູ່ສັນຍາຫາກໄດ້ຕົກລົງກັນຢ່າງອື່ນ.”

ສຸດທ້າຍນີ້ຂ້າພະເຈົ້າຫວັງວ່າ ບົດຄວາມນີ້ຈະເປັນສ່ວນໜຶ່ງໃນການໃຫ້ຂໍ້ມູນທາງດ້ານກົດໝາຍ ໂດຍສະເພາະ ຕໍ່ບັນດານັກທຸລະກິດ, ນັກຮຽນ, ນັກສຶກສາ, ປັນຍາຊົນຜູ້ກ້າວໜ້າ ແລະ ບຸກຄົນອື່ນໆທີ່ມີຄວາມສົນໃຈ ຫຼື ກໍາລັງມີບັນຫາທາງດ້ານກົດໝາຍ.

ໝາຍເຫດ: ວາລະສານ ທາແກັດ ສະຫງວນລິຂະສິດບົດຄວາມນີ້ ຕາມກົດໝາຍ ວ່າດ້ວຍຊັບສິນທາງປັນຍາ. ບົດຄວາມນີ້ ແມ່ນເພື່ອເປົ້າໝາຍໃຫ້ຄວາມຮູ້ທາງດ້ານກົດໝາຍເທົ່ານັ້ນບໍ່ແມ່ນເປັນການໃຫ້ຄຳປຶກສາທາງດ້ານກົດໝາຍ ຫຼື ເປັນການອອກຄຳເຫັນທາງດ້ານກົດໝາຍແຕ່ຢ່າງໃດ.

(ວາລະສານທາເກັດ ສະບັບ 159 ເດືອນຕຸລາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Contract must be served!

 In doing business, “Contract” is one of the necessary and significant documents since it is a tool that creates a legal binding, sets forth agreements of the parties and ensure exercise of rights and performance of obligations stipulated in the contract and laws. Moreover, contract can be used as evidence or supporting document in case of dispute or litigation to the people’s court. When we talk about contract, many people might have heard the quote “Contract must be served” or contract must be performed. However, according to the following case, the question is if the contract is not served nor performed, may another party terminate the contract?

Mr. A and Ms. B (fictitious name) entered into a land and house purchase contract with total value of LAK 100,000,000 under which Mr. A (Purchaser) paid Ms. B (Seller) LAK 50,000,000 as deposit while another LAK 50,000,000 will be paid within 3 months from the date of signing the contract. The purpose of paying the deposit was to prevent Ms. B from selling, assigning or transferring the land to others. Ms. B must transfer a land-use right over the land and house to Mr. A once he has fully paid the remaining. However, when the due date was met, Mr. A failed to pay the remainder as agreed in the contract.

From the sample case, Mr. A and Ms. B have a legally binding contract under which Mr. A must pay the remainder by the due date and Ms. B shall not sell, assign or transfer a land-use right over the land and house to others… The failure of Mr. A to pay the remainder as provided by the contract constitutes breach of the contract based on Article 33, paragraph 1 of the Law on Contract and Tort, amended version of 2008, which states that “the breach of contract refers to failure to entirely or partially perform the contract or unreasonably perform the contract by one party, such as the poor or untimely performance or performance not at the place specified in the contract.

Once the breach of contract occurs, it causes adversely effects to another party. In this case, Ms. B did not receive payment as agreed in the contract and she could not sell, assign or transfer a land-use right over the land and house to others since the contract is not ended. Thus, in order to end the contract, an injured party may unilaterally terminate the contract in accordance with Article 37, paragraph 2 of the Law on Contract and Tort, amended version of 2008, which states that “In case of breaching a contract, an injured party may unilaterally modify or terminate the contract unless otherwise agreed by the parties.

Lastly, I hope that this article will be one of the sources that provides legal information especially to businesspeople, students, scholars and other people who are interested or having legal problems.

Remarks: The Target Magazine reserves rights over this article in accordance with the Law on Intellectual Properties. This article is to provide legal knowledge only and it is not considered legal advice or legal opinion.

Comments