Magazine

ສ້າງກະແລ້ມ ບ້ານບ້ານ ດ້ວຍຄວາມມັກ, ຄວາມພ້ອມ ແລະ ການຕະຫຼາດ

ການຜະລິດສິນຄ້າໃໝ່ເປັນສິ່ງທີ່ທ້າທາຍເພາະວ່າຕະຫຼາດລາວເຮົານອກຈາກມີຂະໜາດນ້ອຍແລ້ວຍັງມີການແຂ່ງຂັນສູງຈາກການນຳເຂົ້າຈາກປະເທດເພື່ອນບ້ານ. ເຖິງຢ່າງໃດກໍຍັງມີນັກທຸລະກິດໜຸ່ມບ້ານເຮົາ ກ້າສ່ຽງທີ່ຈະສ້າງທຸລະກິດຂອງຕົນເອງແລະ ເຮັດການຕະຫຼາດ. ມື້ນີ້ພວກເຮົາມາຮູ້ຈັກກັບຜູ້ບຸກເບີກທຸລະກິດດ້ານນີ້ ເພື່ອເຂົ້າໃຈກ່ຽວກັບຈຸດເລີ່ມຕົ້ນຕະຫຼອດເຖິງແຜນການຕະຫຼາດຂອງເພິ່ນ. ທ່ານ ອານັນ ທອງສະຫວັດ, ອາຍຸ 25 ປີ, ຜູ້ສ້າງຕັ້ງແລະເຈົ້າຂອງກະແລ້ມ ບ້ານບ້ານ (Ban Ban Ice Cream). ເມື່ອສີ່ປີກ່ອນ ທ່ານ ອານັນ ໄດ້ເລີ່ມເຮັດກະແລ້ມຕັກແບບບູຮານສົ່ງໃຫ້ບັນດາຮ້ານອາຫານ ແລະ ຮ້ານຄ້າຕ່າງໆທັງມີຮ້ານຂອງຕົນເອງຊື່ຮ້ານໂກໂກ້ນັດມິວ ຢູ່ແຖວສວນເຈົ້າອານຸວົງແຄມຂອງ ຊຶ່ງປັດຈຸບັນກໍຍັງສືບຕໍ່ດຳເນີນຢູ່. ຕໍ່ມາເພິ່ນຈຶ່ງເຫັນໂອກາດໃນການຕໍ່ຍອດທຸລະກິດ ແລ້ວເຮັດເປັນກະແລ້ມໄມ້ ຍີ່ຫໍ້ ບ້ານບ້ານ ໂດຍຫາກໍປ່ອຍຜະລິດຕະພັນໃໝ່ນີ້ໄດ້ປະມານ 8 ເດືອນ. ເພິ່ນໄດ້ໃຊ້ເວລາ 2 ປີ ເພື່ອກຽມອອກສິນຄ້າຍີ່ຫໍ້ບ້ານບ້ານນີ້ເພື່ອໃຫ້ມີຄວາມພ້ອມຫຼາຍໆດ້ານ ລວມທັງສູດ, ລົດຊາດ, ລູກຄ້າ, ການເງິນ, ສະຖານທີ່ ແລະ ໂຮງງານ ເປັນຕົ້ນ. ທ່ານ ອານັນ ເຄີຍໄປຮຽນຢູ່ປະເທດໄທ ແລະອົດສະຕາລີ ແຕ່ຮູ້ສຶກວ່າບໍ່ແມ່ນສິ່ງທີ່ເພິ່ນມັກ. ຕໍ່ມາເພິ່ນຈຶ່ງເລືອກຮຽນທັງສຶກສາດ້ວຍຕົນເອງ ໂດຍລົງເລິກດ້ານການເຮັດກະແລ້ມໂດຍສະເພາະ. ການສ້າງຕັ້ງກິດຈະການຂອງເພິ່ນແມ່ນຖືວ່າ ເລີ່ມຈາກສູນ ເນື່ອງຈາກຄວາມຄິດຂອງເພິ່ນສວນທາງກັບຂອງພໍ່ແມ່ທີ່ຢາກໃຫ້ຜູ້ກ່ຽວຮຽນຫຼາຍກວ່າ; ໃນຂະນະທີ່ຕົນເອງເປັນຄົນຄິດນອກຂອບ. ຍ້ອນເຫັນໂອກາດວ່າຍັງບໍ່ທັນມີກະແລ້ມຍີ່ຫໍ້ຂອງລາວແທ້ໆວາງຂາຍໃນຕະຫຼາດ, ທ່ານ ອານັນ ຈຶ່ງເນັ້ນຈຸດຂາຍຂອງ ...

Read More »

ສິດໃນການສະເໜີໃຫ້ສານອອກຄໍາສັ່ງອາຍັດຊັບ

ການສະເໜີໃຫ້ສານອອກຄໍາສັ່ງອາຍັດຊັບ ຖືເປັນສິດທິຂັ້ນພື້ນຖານຂອງຄູ່ຄວາມ ໃນການເນີນຄະດີຢູ່ສານ ທັງນີ້ກໍ່ເພື່ອປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາ ຂອງຕົນຕາມກົດໝາຍ. ຄໍາວ່າ “ອາຍັດຊັບ” ໃນດ້ານກົດໝາຍແລ້ວ ໝາຍເຖິງ ການບໍ່ອະນຸຍາດໃຫ້ຊື້, ຂາຍ, ມອບ, ໂອນ, ແລກປ່ຽນ, ຊວດຈໍາ, ຄໍ້າປະກັນ, ຕໍ່ເຕີມ, ສ້ອມແປງ, ທໍາລາຍ ຫຼື ປ່ຽນແປງ ແລະ ອື່ນໆກ່ຽວກັບຊັບເຄື່ອນທີ່ ຫຼື ຊັບຄົງທີ່ ລວມທັງບັນຊີເງິນຝາກຢູ່ທະນາຄານ ທີ່ພົວພັນກັບຄະດີ ຕາມຄໍາສັ່ງຂອງສານ ຕາມທີ່ກໍານົດໄວ້ໃນມາດຕາ 3(19) ຂອງກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງປີ 2012. ການອາຍັດຊັບສິນ ແມ່ນມາດຕະການໜຶ່ງຂອງສານທີ່ສໍາຄັນ ເພື່ອຮັບປະກັນ ບໍ່ໃຫ້ໂຈດ ຫຼື ຈໍາເລີຍ ຫຼື ຜູ້ທີ່ເປັນເຈົ້າຂອງ ຊັບສິນດັ່ງກ່າວ ກະທໍາການໃດໆທີ່ຈະເປັນການສ້າງຄວາມເສຍຫາຍ ຫຼື ສ້າງຂໍ້ຜູກພັນເພີ່ມເຕີມຕໍ່ຊັບສິນດັ່ງກ່າວ ໃນລະຫວ່າງ ການດໍາເນີນຄະດີ ຈົນກວ່າ ສານຈະມີຄໍາສັ່ງປ່ຽນແປງ ເປັນຢ່າງອື່ນເຊັ່ນ: ການອາຍັດຮຸ້ນໃນບໍລິສັດ, ບັນຊີທະນາຄານ, ທີ່ດິນ, ອາຄານ, ເຮືອນ ແລະ ຊັບສິນອື່ນໆ, ເຊິ່ງສານສາມາດ ...

Read More »

ມາຮູ້ຈັກ!!! ປະຫວັດ ທ່ານ ເກຍ ອູ໊ສິດທິເດດ ນັກທຸລະກິດຜູ້ມີນໍ້າໃຈເສຍສະຫຼະ

ເມື່ອເອີ່ຍເຖິງທ່ານ ເກຍ ອູ໊ສິດທິເດດ ຫຼື “ເຮຍເກຍ” ຫຼາຍທ່ານຄົງຮູ້ຈັກດີ ໂດຍສະເພາະກໍແມ່ນປະຊາຊົນໃນບ້ານ ຄໍາປ່າແໜ ແລະ ບ້ານ ປ່າກ້ວຍ ເມືອງຈໍາພອນແຂວງສະຫວັນນະເຂດທີ່ຈົດຈໍາໄດ້ດີທີ່ສຸດ ເພາະທ່ານເປັນຜູ້ໜຶ່ງທີ່ຍື່ນມື ແລະ ສະຫຼະແຮງຊັບສ່ວນຕົວຫຼາຍພັນລ້ານກີບເພື່ອໄປຊ່ວຍເຫຼືອ, ພັດທະນາ, ປັບປຸງຊີວິດການເປັນຢູ່ຂອງພວກເຂົາເຈົ້າຫຼາຍຮ້ອຍຊີວິດຫຼຸດພົ້ນອອກຈາກອາຊີບຂໍທານໃຫ້ມີທີ່ຢູ່ອາໄສຖາວອນ, ມີອາຊີບທີ່ໝັ້ນຄົງ, ມີຊັບສິນເປັນຂອງຕົນເອງ, ມີຊີວິດການເປັນຢູ່ທີ່ດີຂຶ້ນພ້ອມທັງສາມາດເຂົ້າເຖິງການສຶກສາ ແລະ ສາທາລະນະສຸກໄດ້ສະດວກສະບາຍຫຼາຍຂຶ້ນ. ທ່ານ ເກຍ ອູ໊ສິດທິເດດ ໄດ້ເລົ່າໃຫ້ຟັງເຖິງປະຫວັດຄວາມເປັນມາ, ການຕໍ່ສູ້ຊີວິດເພື່ອຫາລ້ຽງຕົນເອງ ແລະຄອບຄົວຈົນກວ່າຈະມີວັນນີ້ວ່າ: ຊຸມປີ 1964 ຕົນເອງໄດ້ປົບໜີສົງຄາມ ແລະ ຫຼົບຊ້ອນຢູ່ດົງປ່າຕືບເຂດຊາຍແດນລາວ-ຫວຽດນາມ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ເພາະຢ້ານເຮືອບິນຝ່າຍກົງກັນຂ້າມຖິ້ມລະເບີດໃສ່ ໃນນັ້ນເວລານັ້ນຕົນເອງມີອາຍຸ 7 ປີ ແລະ ໄດ້ຮຽນໜັງສືຢູ່ໃນປ່າ ເປັນເວລາ 10 ປີ (ຈົບຊັ້ນປ4) ພໍ່ແມ່ໃນເວລານັ້ນແມ່ນມີອາຊີບເຮັດໄຮ່ເຮັດສວນລ້ຽງຊີບ, ປີ 1974 ສົງຄາມຍຸຕິຈຶ່ງໄດ້ອອກມາຢູ່ບ້ານ ທ່າໂຂ່ງ ເມືອງ ເຊໂປນ ຄອບຄົວພໍ່ແມ່ຂອງຕົນເອງຈຶ່ງໄດ້ປະກອບອາຊີບຄ້າຂາຍເຄື່ອງຍ່ອຍ, ຕົກມາຮອດຊຸມປີ 1976 ຕົນເອງຈຶ່ງຍົກຍ້າຍເຂົ້າຢູ່ສະຫວັນນະເຂດ ມາເຮັດວຽກເປັນກໍາມະກອນຮັບຈ້າງ, ປີ 1978 ໄດ້ເຮັດທຸລະກິດຮັບຈ້າງຂົ້ວໝາກກາເຟໃຫ້ບໍລິສັດການຄ້າແຂວງ, ...

Read More »

ຜູ້ຄ້າຂາຍອອນໄລ໌ຕ້ອງຮູ້ ! ເຕັກໂນໂລຊີ ເພີ່ມຍອດຂາຍໃຫ້ກັບທ່ານ…

ເມື່ອໃດທີ່ຄົນເຮົາຍັງມັກໃນຄວາມສະດວກສະບາຍ ການພັດທະນາຂອງເຕັກໂນໂລຊີກໍບໍ່ມີວັນສິ້ນສຸດ ແລະ ຍຸກປັດຈຸບັນນີ້ ທີ່ເວົ້າໄດ້ວ່າ ເປັນຍຸກຂອງເຕັກໂນໂລຊີ ທຸກຢ່າງຂຶ້ນກັບ Smart phone ແລະ Social media ພຽງແຕ່ສັ່ງ ຄວາມສະດວກສະບາຍກໍເກີດຂຶ້ນ ແລະ ຍ້ອນຄວາມສະດວກສະບາຍໃນເຕັກໂນໂລຊີນີ້ ຈຶ່ງເຮັດໂອກາດສໍາລັບການເຮັດທຸລະກິດເພີ່ມຂຶ້ນໄປນໍາ ໂດຍສະເພາະບັນດາແມ່ຄ້າ”ອອນໄລ໌” ທີ່ພວກເຮົາກໍເຫັນແລ້ວວ່າເກີດຢ່າງຫຼວງຫຼາຍໃນ”ໂຊຊຽວ”ຕ່າງໆ ບໍ່ວ່າຈະເປັນການ”ໄລຟ໌ສົດ”ຂາຍເຄື່ອງ, ການໂພສຂາຍເຄື່ອງ ແລະ ການໂຄສະນາຕ່າງໆ ທີ່ແຕ່ລະຮ້ານຈະມີວິທີໃຜລາວ ໃນການດຶງດູດລູກຄ້າ, ເຮັດໃຫ້ສິນຄ້າຂອງຕົນເອງໄດ້ຮັບຄວາມສົນໃຈຈາກລູກຄ້າ ແລະ ເມື່ອລູກຄ້າຕັດສິນໃຈຊື້ແລ້ວກໍຈະມີບໍລິການຈັດສົ່ງໃຫ້ພ້ອມ ເພື່ອຄວາມສະດວກສະບາຍຂອງລູກຄ້າ. ແຕ່ຍ້ອນການເພີ່ມຂຶ້ນຢ່າງຫຼວງຫຼາຍຂອງຮ້ານຂາຍເຄື່ອງ”ອອນໄລ໌” ເຮັດໃຫ້ການແຂ່ງຂັນເພີ່ມຂຶ້ນໄປນໍາ, ຈຶ່ງເຮັດໃຫ້ມີການເຕັກໂນໂລຊີທີ່ເອີ້ນວ່າ E-Commerce ເຂົ້າມາເປັນຕົວຊ່ວຍໃນການຂາຍສິນຄ້າ ເຮັດໃຫ້ປິດການຂາຍໄດ້ງ່າຍຂຶ້ນ, ສ່ວນຜູ້ຊື້ກໍຈະມີຄວາມໝັ້ນໃຈຫຼາຍຂຶ້ນ ຄືກັບໄດ້ໄປເລືອກຊື້ຢູ່ຮ້ານເອງເລີຍ!!! ສໍາລັບເທຣນ E-Commerce ຕົວຊ່ວຍແມ່ຄ້າ”ອອນໄລ໌”ຈະມີຫຍັງແດ່ນັ້ນ ເຮົາມາເບິ່ງນໍາກັນເລີຍ… Virtual Assistant ໃນຕ່າງປະເທດສໍາລັບ VA (Virtual Assistant)  ຖືເປັນເທຣນ E-Commerce ທີ່ຖືກເວົ້າເຖິງຫຼາຍໃນປີ 2019 ເພາະໃນເມື່ອກ່ອນຈຸດອ່ອນຂອງຮ້ານຂາຍເຄື່ອງ”ອອນໄລ໌” ແມ່ນບໍ່ມີພະນັກງານແນະນໍາສິນຄ້າໃຫ້ກັບລູກຄ້າຄືກັບຮ້ານທົ່ວໄປ ເຮັດໃຫ້ລູກຄ້າບໍ່ໝັ້ນໃຈທີ່ຈະຊື້ສິນຄ້າ ແຕ່ການເອົາ VA ເຂົ້າມາຊ່ວຍເລື່ອງການຂາຍ ”ອອນໄລ໌”ນັ້ນ ຈະຊ່ວຍເປີດປະສົບການໃໝ່ ແລະ ...

Read More »

ໂອກາດ ແລະ ສິ່ງທ້າທາຍ ຂອງ ຈວນກ ໃນຍຸກດີຈິຕອນ (ຕໍ່)

ຈາກສະບັບເດືອນຜ່ານມາທີ່ພວກເຮົາໄດ້ສົນທະນາກັນວ່າ ຍຸກດີຈິຕອນນອກຈາກສ້າງທັງກາລະໂອກາດ ແລ້ວ ຍັງມີສິ່ງທ້າທາຍແກ່ທຸລະກິດນ້ອຍ ຍ້ອນວ່າການຫັນເປັນດີຈີຕອນແມ່ນສອດຫ້ອຍກັບການປັບປ່ຽນນິຍາມຍຸດທະສາດທຸລະກິດທັງໝົດຂອງຜູ້ປະກອບການ ຕະຫຼອດເຖິງການປ່ຽນວັດທະນາທຳຂອງອົງກອນ ເພື່ອໃຫ້ສາມາດ ຢູ່ລອດໄດ້. ໂດຍລວມແລ້ວ ການຄ້າທາງເອເລັກໂຕຣນິກ ຫຼື “ອີຄອມເມີສ” (e-commerce) ເປັນຂະແໜງທີ່ມີການຂະຫຍາຍຕົວ ແລະ ເຕີບໂຕຢ່າງໄວວາ ໃນຫຼາຍໆ ປະເທດທີ່ກຳລັງພັດທະນາ ແລະ ພັດທະນາແລ້ວ ລວມທັງພາກພື້ນອາຊຽນ.  ແຕ່ກົງກັນຂ້າມຢູ່ລາວຜູ້ປະກອບການໃຊ້”ອີຄອມເມີສ”ໜ້ອຍຫຼາຍ. ການຄົ້ນຄວ້າຂອງທະນາຄານໂລກ ຊີ້ໃຫ້ເຫັນວ່າ 30 ເວັບໄຊ໌ ທີ່ມີຄົນເຂົ້າຊົມໃຊ້ຫຼາຍທີ່ສຸດໃນປະເທດເຮົາ ບໍ່ມີເວັບໄຊ໌ໃດທີ່ຈັດເປັນປະເພດ “ອີຄອມເມີສ”. ສ່ວນໃຫຍ່ຈະເປັນການຊອກຫາຂໍ້ມູນ, ສື່ສັງຄົມອອນໄລ໌, ການບັນເທີງ, ຂ່າວສານ,​ ແລະ ເວທີແລກປ່ຽນຂໍ້ຄິດເຫັນ. ໃນພາກພື້ນອາຊຽນ, ບາງທຸລະກິດໃຫ້ບໍລິການສົ່ງສິນຄ້າ ຫຼື ສາມາດໃຫ້ບໍລິການ ແກ່ລູກຄ້າຢູ່ລາວໄດ້ ເຊັ່ນ: “ແອບພລີເຄຊັນ ແກຣບ” ​(​Grab) (ບໍລິການເອີ້ນລົດຮັບສົ່ງ) ທີ່ມີຢູ່ທຸກປະເທດອາຊຽນ ຍົກເວັ້ນ ລາວ ແລະ ບຣູໄນ. ຕົວຢ່າງ ອື່ນ ແມ່ນ: Lazada ຮ້ານຂາຍເຄື່ອງອອນໄລ໌ ມີສາຂາໃຫ້ບໍລິການຢູ່ 6 ປະເທດອາຊຽນ ແຕ່ບໍ່ມີຢູ່ລາວ ເຊັ່ນກັນ. ...

Read More »

ມາເລເຊຍ – ລາວ ມີສາຍພົວພັນມິດຕະພາບອັນອົບອຸ່ນຮ່ວມກັນ 53 ປີ.

ຂຶ້ນປົກເດືອນຕຸລາ ພວກເຮົາໄດ້ຮັບກຽດສໍາພາດທ່ານ ໂມດ ໄອນີ ອາຕັນ ເອກອັກຄະລັດຖະທູດ ມາເລເຊຍ ປະຈໍາ ສປປ ລາວ ເຊິ່ງທ່ານຈະໄດ້ສະເໜີໃຫ້ຊາບເຖິງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດຕະຫຼອດໄລຍະ 53 ປີທີ່ຜ່ານມາພ້ອມທັງວິໄສທັດໃນການຮ່ວມມືໃນອະນາຄົດ ແລະ ຄາດໝາຍເພື່ອດຶງດູດນັກທ່ອງທ່ຽວຈາກ ສປປ ລາວ ໃນປີ 2020. ສາຍພົວພັນທາງການທູດ ລະຫວ່າງລັດຖະບານລາວ ແລະ ລັດຖະບານມາເລເຊຍ ໄດ້ຮັບການປັບປຸງຄືແນວໃດ? ທີ່ຜ່ານມາ, ມີຈັກໂຄງການທີ່ ມາເລເຊຍ ໃຫ້ການສະໜັບສະໜຸນຢູ່ໃນ ລາວ? ມາເລເຊຍ ແລະ ລາວ ມີສາຍພົວພັນມິດຕະພາບອັນອົບອຸ່ນຮ່ວມກັນນັບຕັ້ງແຕ່ການສ້າງຕັ້ງສາຍພົວພັນທາງການທູດໃນວັນທີ 1 ກໍລະກົດ 1966. ຍ້ອນວ່າທັງສອງເປັນປະເທດສະມາຊິກອາຊຽນຄືກັນ, ສາຍພົວພັນສອງຝ່າຍຂອງພວກເຮົາ ຈຶ່ງສືບຕໍ່ໄດ້ຮັບການຍົກລະດັບ ໂດຍຜ່ານການແລກປ່ຽນຢ້ຽມຢາມ ແລະ ພົບປະກັນລະຫວ່າງການນຳຂັ້ນສູງ, ລວມທັງການຮ່ວມມືກັນໃນຫຼາຍຂົງເຂດ, ເຊັ່ນວ່າດ້ານການຄ້າ, ການລົງທຶນ, ພະລັງງານ, ການທ່ອງທ່ຽວ,ການສຶກສາ ແລະ ການສ້າງຂີດຄວາມສາມາດ. ດ້ານການແລກປ່ຽນຢ້ຽມຢາມລະຫວ່າງການນຳຂັ້ນສູງ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກ ລັດຖະມົນຕີແຫ່ງ ສປປ ລາວ, ກໍໄດ້ໄປຢ້ຽມຢາມ ...

Read More »

ສະຖານທູດໄທຈັດກິດຈະກໍາສະຫຼອງ 70 ປີພົວພັນການທູດ

ໃນໂອກາດທີ່ການພົວພັນທາງການທູດລະຫວ່າງ ລາວ-ໄທ-ລາວ ຈະຄົບຮອບ 70 ປີ ໃນເດືອນ ທັນວາ ປີ 2020 ຈະມາເຖິງນີ້ ລັດຖະບານຂອງສອງປະເທດ ແລະ ໜ່ວຍງານກ່ຽວຂ້ອງ ໄດ້ມີການກະກຽມເພື່ອສະເຫຼີມສະຫຼອງວັນດັ່ງກ່າວ ດ້ວຍບັນຍາກາດທີ່ຄຶກຄື້ນ. ປັດຈຸບັນ ການພົວພັນຂອງສອງປະເທດແມ່ນຢູ່ໃນລະດັບທີ່ດີ ໃນໄລຍະຫຼາຍປີຜ່ານມາ ສອງປະເທດໄດ້ເສີມຂະຫຍາຍການຮ່ວມມືລະຫວ່າງກັນໃນຫຼາຍດ້ານ, ດ້ານເສດຖະກິດຂອງທັງສອງປະເທດມີການເຊື່ອມໂຍງກັນຢ່າງແໜ້ນແຟ້ນໃນທຸກດ້ານ ມູນຄ່າການຄ້າລະຫວ່າງປະເທດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍຫຼ້າສຸດໃນປີ 2018 ມີມູນຄ່າລວມຫຼາຍກວ່າ 6 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 11% ສົມທຽບໃສ່ປີຜ່ານມາ ແລະ ລັດຖະບານຂອງສອງປະເທດໄດ້ຕັ້ງເປົ້າໝາຍຮ່ວມກັນທີ່ຈະເພີ້ມມູນຄ່າການຄ້າໃຫ້ໄດ້ປະມານ 11 ຕື້ໂດລາສະຫະລັດໃນປີ 2021. (ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 159 ເດືອນຕຸລາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)Royal ...

Read More »

ຄອນໂດ!!! THE MONUMENT THONG LO ຈາກແສນສິລິ ຕອບໂຈດການໃຊ້ຊີວິດໃນເມືອງຫຼວງ

ສຳລັບເຂດທີ່ຢູ່ອາໄສໃນກຸງເທບທີ່ມີຊື່ສຽງ ແລະ ຫຼາຍຄົນຮູ້ຈັກດີ ຈະຮູ້ວ່າແມ່ນຢູ່ຖະໜົນສຸຂຸມວິດ ຫຼື ທອງຫຼໍ່ ເຊິ່ງເປັນເຂດທີ່ມີຄວາມສຳຄັນ ແລະ ໄດ້ຮັບຄວາມນິຍົມທີ່ສຸດສຳລັບຄົນໃນຕົວເມືອງກຸງເທບ ເພາະເຂດນີ້ເປັນເຂດສະດວກສະບາຍທີ່ສຸດ ບໍ່ວ່າຈະເປັນເລື່ອງການເດີນທາງ, ອາຫານ, ຮ້ານ ຄາເຟ່ ແລະ ບາ ທີ່ມີເອກະລັກໂດດເດັ່ນ ຄົນກຸງເທບນິຍົມໄປທ່ຽວຫຼາຍທີ່ສຸດ. ບໍ່ພຽງເທົ່ານັ້ນ, ເຂດທອງຫຼໍ່ຍັງເປັນເຂດທີ່ຢູ່ອາໄສຂອງບຸກຄົນສໍາຄັນ ແລະ ນັກທຸລະກິດທີ່ມີອິດທິພົນຂອງປະເທດ ເພາະເປັນເຂດທີ່ມີຄວາມສະຫງົບ, ປອດໂປ່ງ ແລະ ຄວາມເປັນສ່ວນຕົວທີ່ສຸດ. ຖ້າໃຜຫາກໄດ້ຜ່ານໄປແຖວທອງຫຼໍ່ຈະສັງເກດເຫັນສະຖາປັດຕະຍາກໍາຕຶກອາຄານສູງທີ່ເປັນຮູບຊົງ Monolith “ໂມໂນລິດ” ແຫ່ງທໍາອິດຂອງປະເທດໄທ ແລະ ຍັງເປັນໂຄງການທີ່ສູງທີ່ສຸດໃນເຂດທອງຫຼໍ່ “ດີໄຊ໌” ທີ່ເອີ້ນວ່າເປັນ World-class Design ທີ່ເຂດໃຈກາງເມືອງ ແລະ ເຂດສຳຄັນທົ່ວໂລກມັກນິຍົມກັນສ້າງອາຄານສະຖາປັດຕະຍາກຳ “ໂມໂນລິດ” ມີເອກະລັກໂດດເດັ່ນຮູບຊົງເປັນແທ່ງຊື່ສູງ ແລະ ມີອັດຕາສ່ວນລະຫວ່າງຄວາມກ້ວາງຂອງຖານອາຄານຕໍ່ຄວາມສູງຂອງອາຄານຢູ່ທີ່ 1:10 ເຊິ່ງກໍບໍ່ແປກໃຈເລີຍທີ່ຈະເຮັດໃຫ້ໂຄງການນີ້ ກຸ້ມຄ່າແກ່ການເປັນເຈົ້າຂອງ ເພາະຄວາມແຕກຕ່າງທີ່ໂດດເດັ່ນຈະສະແດງເຖິງລົດນິຍົມ ແລະ ບົ່ງບອກຕົວຕົນຂອງຜູ້ເປັນເຈົ້າຂອງ. THE MONUMENT THONG LO ເປັນໂຄງການຈາກ ແສນສິລິ ຄືແລນມາກແຫ່ງໃໝ່ໃນຖະໜົນເສັ້ນຫຼັກຂອງເຂດທອງຫຼໍ່ ແລະ ເປັນເປົ້າໝາຍທີ່ຢູ່ອາໃສຂອງລູກຄ້າກຸ່ມ “Luxury” ເພາະດ້ວຍເຂດທີ່ຕັ້ງທີ່ມີອັດຕາລາຄາດິນທີ່ສູງຂຶ້ນຢ່າງຕໍ່ເນື່ອງ ...

Read More »

ຜົນກະທົບຂອງການເໜັງຕີງ ຂອງຄ່າເງິນກີບຕໍ່ເສດຖະກິດພາຍໃນປະເທດ

ໃນຫົກເດືອນຕົ້ນປີ 2019 ທີ່ຜ່ານມາ ຜູ້ອ່ານຫຼາຍທ່ານກໍຄົງຈະຮູ້ສຶກວ່າ ລາຄາສິນຄ້າໃນຕະຫຼາດຫຼາຍຢ່າງ ແພງຂຶ້ນ ແລະ ມີທ່າອ່ຽງແພງຂຶ້ນເລື້ອຍໆ ສັງເກດງ່າຍໆຈາກ ລາຄາສິນຄ້າອຸປະໂພກ ແລະ ບໍລິໂພກ ທີ່ເຮົາ ຕ້ອງໃຊ້ຈ່າຍໃນຊີວິດປະຈຳວັນ ເຊິ່ງເຫດຜົນຕົ້ນຕໍທີ່ຊາວຄ້າຂາຍອ້າງເຖິງກໍຄື “ເງິນໂດລາຂຶ້ນ” “ເງິນບາດຂຶ້ນ” ຫຼື ໃນທາງວິຊາການແລ້ວເອີ້ນວ່າ ການອ່ອນຄ່າຂອງເງິນກີບ. ພ້ອມດຽວກັນນັ້ນ ຜູ້ປະກອບການຫຼາຍທ່ານ ກໍອາດ ສັງເກດໄດ້ວ່າ ຕົວເລກກຳໄລຫຼຸດລົງ ທີ່ອາດສືບເນື່ອງມາຈາກຕົ້ນທຶນການຜະລິດທີ່ເພີ່ມຂຶ້ນ ຫຼື ຍອດລາຍຮັບຫຼຸດລົງ, ຜູ້ປະກອບການແຕ່ລະທ່ານອາດໄດ້ຮັບຜົນກະທົບຈາກການອ່ອນຄ່າດັ່ງກ່າວແຕກຕ່າງກັນຕາມລັກສະນະ ແລະ ປະເພດຂອງທຸລະກິດ. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຂໍນຳສະເໜີໃຫ້ເຫັນເຖິງ ຜົນກະທົບຂອງການເໜັງຕີງຂອງຄ່າເງິນກີບ ຕໍ່ເສດຖະກິດພາຍໃນປະເທດ ໂດຍໃຊ້ຂໍ້ມູນອັດຕາແລກປ່ຽນເງິນໂດລາ ແລະ ບາດ ເຊິ່ງເປັນເງິນຕາຕ່າງປະເທດສອງສະກຸນຫຼັກທີ່ຕິດພັນກັບການຊຳລະສະສາງລະຫວ່າງປະເທດຂອງ ສປປ ລາວ ຈາກທະນາຄານການຄ້າຕ່າງປະເທດລາວ ມະຫາຊົນເປັນຂໍ້ມູນອ້າງອີງ. ການແຂງຄ່າຂອງເງິນກີບໝາຍເຖິງ: ມູນຄ່າຂອງເງິນກີບເພີ່ມຂຶ້ນເມື່ອທຽບກັບສະກຸນເງິນອື່ນ. ຕົວຢ່າງ: ເງິນກີບ ແຂງຄ່າເມື່ອທຽບໃສ່ເງິນໂດລາ ແລະ ເງິນບາດ ຈາກເມື່ອວັນທີ 19 ກຸມພາ 2019 ອັດຕາແລກປ່ຽນແມ່ນ 8.580 ກີບຕໍ່ໂດລາ ແລະ 277,27 ກີບຕໍ່ບາດ ...

Read More »

ປ່ຽນລູກຄ້າໃຫ້ເປັນພະນັກງານຂາຍໄດ້ແນວໃດ?

ປັດຈຸບັນເປັນຍຸກທີ່ເອີ້ນໄດ້ວ່າ Smart Phone ຫຼື ໂທລະສັບມືຖື ຄອບຄອງທຸກສິ່ງ, ເປັນສິ່ງທີ່ທຸກຄົນຂາດບໍ່ໄດ້ຕ້ອງຈັບຕິດຕົວຢູ່ຕະຫຼອດເວລາ, ຍິ່ງເວລາໄປທ່ອງທ່ຽວ, ໄປກິນເຂົ້າ, ໄປສະຖານທີ່ໃໝ່ໆ ທີ່ມີຄວາມງົດງາມ ກໍບໍ່ພາດທີ່ຈະຈັບມືຖືມາຖ່າຍຮູບໂລດ ແລະ ພະຍາດອີກອັນໜຶ່ງທີ່ຄົນຍຸກນີ້ເປັນຄື ພະຍາດຕິດສື່ສັງຄົມອອນໄລ໌ (social media) ທີ່ໄປໃສ, ເຮັດຫຍັງກໍຕ້ອງມີຮູບໂພສລົງ ເພື່ອສະແດງໃຫ້ຮູ້ເຖິງການເຄື່ອນໄຫວ, Life Style ຂອງຕົນເອງ ໃຫ້ຜູ້ຕິດຕາມໄດ້ຮັບຮູ້ ຈົນບາງຄົນກາຍເປັນ “ນັກໂຄສະນາ” ໄປໃນຕົວເລີຍກໍວ່າໄດ້ ເພາະຮູບທີ່ຖ່າຍມາໄປສ້າງຄວາມສົນໃຈໃຫ້ແກ່ຜູ້ຕິດຕາມຢາກຮູ້, ຢາກລອງ ແລະ ກາຍເປັນການສ້າງລູກຄ້າໃຫ້ເພີ່ມຂຶ້ນ ໂດຍທີ່ເຈົ້າຂອງບໍ່ຕ້ອງເຮັດການຕະຫຼາດຫຍັງເລີຍ… ນີ້ຈຶ່ງຖືກເອີ້ນວ່າ “ຍຸດທະສາດ! ການສ້າງລູກຄ້າໃຫ້ເປັນພະນັກງານຂາຍ” ແລ້ວການສ້າງໃຫ້ລູກຄ້າເປັນພະນັກງານຂາຍໄດ້ນັ້ນ ເຮັດໄດ້ແນວໃດ? ມື້ນີ້ທາງວາລະສານທາເກັດເລີຍຢາກຈະນໍາສະເໜີ ຍຸດທະສາດນີ້ໂດຍການໃຊ້ປະໂຫຍດຈາກສື່ສັງຄົມອອນໄລ໌ ດັ່ງທີ່ກ່າວມາຂ້າງເທິງນັ້ນວ່າ ຍຸກປັດຈຸບັນນີ້ ເປັນຍຸກທີ່ Smart Phone ຫຼື ມືຖືເປັນສູນກາງຂອງຄົນ, ຫຼາຍຄົນຂາດມັນບໍ່ໄດ້ ແລະ ຄົນເຫຼົ່ານັ້ນກໍມັກສະແດງຕົວຕົນ ແລະ ການເຄື່ອນໄຫວຕ່າງໆ ຜ່ານໂລກ”ໂຊຊຽວ” ສະນັ້ນ ການເຮັດການຕະຫຼາດໂດຍໃຫ້ ລູກຄ້າມາເປັນພະນັກງານນັ້ນ ຈຶ່ງເປັນການຕະຫຼາດຮູບແບບໃໝ່ທີ່ຜູ້ປະກອບການຍຸກນີ້ ນິຍົມນໍາມາໃຊ້ຫຼາຍ ເຊິ່ງວິທີກໍຄືເຮັດແນວໃດກໍໄດ້ ໃຫ້ສິນຄ້າ, ຫຼື ...

Read More »