ສະກຸນ ເງິນຄຣິບໂຕ (Cryptocurrency) ແມ່ນຫຍັງ? ມີຄວາມສ່ຽງຕໍ່ການລົງທຶນແນວໃດ?

ໃນຍຸກທີ່ເຕັກໂນໂລຊີມີຄວາມທັນສະໄໝ ແລະ ກ້າວໜ້າຢ່າງວ່ອງໄວ, ເຕັກໂນໂລຊີໃໝ່ໆຖືກນຳເຂົ້າມາໃຊ້ໃນຂະແໜງການຕ່າງໆຢ່າງກວ້າງຂວາງລວມເຖິງການນຳໃຊ້ເຂົ້າໃນທຸລະກຳການເງິນ ແລະ ການພັດທະນາຮູບແບບການໃຫ້ບໍລິການຕ່າງໆ ເຊິ່ງສ້າງຄວາມສະດວກສະບາຍໃຫ້ແກ່ຜູ້ໃຊ້ບໍລິການ. ຫຼາຍທ່ານອາດເຄີຍໄດ້ຍິນກ່ຽວກັບ Cryptocurrency (ເງິນຄຣິບໂຕ) ທີ່ເລີ່ມມີຊື່ສຽງເມື່ອ 2-3 ປີຜ່ານມາເຊິ່ງເປັນມິຕິໃໝ່ຂອງການເຮັດທຸລະກຳການເງິນດ້ວຍຕົ້ນທຶນຕໍ່າ, ສະດວກແລະວ່ອງໄວຍ້ອນບໍ່ມີຕົວກາງຄືສະຖາບັນການເງິນເຮັດໜ້າທີ່ສະສາງ, ນອກນັ້ນຍັງມີຜົນຕອບແທນທີ່ໜ້າດຶງດູດໃຈໃຫ້ແກ່ການສະແຫວງກຳໄລ.

ເຖິງຢ່າງໃດກໍຕາມ, ໃນທ້າຍປີ 2018ທະນາຄານແຫ່ງສປປລາວ (ທຫລ) ໄດ້ອອກແຈ້ງການເຕືອນປະຊາຊົນໃຫ້ຫຼີກການຊື້-ຂາຍແລະນຳໃຊ້ເງິນຄຣິບໂຕ, ພ້ອມທັງຫ້າມສະຖາບັນການເງິນໃນຂອບເຂດທົ່ວປະເທດດຳເນີນທຸລະກຳທີ່ກ່ຽວຂ້ອງກັບເງິນຄຣິບໂຕ. ໃນບົດຄວາມນີ້,ຜູ້ຂຽນຈຶ່ງຢາກນຳສະເໜີໃຫ້ເຫັນວ່າເງິນຄຣິບໂຕນີ້ແມ່ນຫຍັງແລະເປັນຫຍັງທຫລຈຶ່ງອອກແຈ້ງການດັ່ງກ່າວ.

  1. Cryptocurrency (ເງິນຄຣິບໂຕ)

ເງິນຄຣິບໂຕແມ່ນ ເງິນດິຈິຕອນ (Digital Money) ຫຼື (Virtual Currency), ບໍ່ໄດ້ເປັນ ໃບເງິນ ຫຼື ຫຼຽນ ທີ່ເຮົາໃຊ້ເຂົ້າໃນການແລກປ່ຽນໃນປັດຈຸບັນ, ເຊິ່ງເງິນຄຣິບໂຕ ແມ່ນມີຫຼາຍກວ່າ 1.000 ສະກຸນເງິນ ເຊັ່ນ: Bitcoin, Ethereum, Litecoin ແລະ ອື່ນໆ. ໃນບົດຄວາມນີ້ ຜູ້ຂຽນຂໍຍົກຕົວຢ່າງເອົາສະກຸນ Bitcoin ທີ່ເປັນສະກຸນທີ່ມີຊື່ສຽງອັນດັບຕົ້ນໆໃນບັນດາເງິນຄຣິບໂຕທັງຫຼາຍ ເຊິ່ງຖືກເລີ່ມນໍາໃຊ້ໂດຍກຸ່ມຄົນໜຶ່ງໃນປີ 2009 ເພື່ອຊຳລະ, ໂອນ ແລະ ແລກປ່ຽນກັນສະເພາະໃນໂລກອອນໄລ໌. ໃນໄລຍະຜ່ານມາ Bitcoin ຖືກນຳໃຊ້ໃນວົງກວ້າງຂຶ້ນ ເມື່ອຖືກໃຊ້ເຂົ້າໃນການຊຳລະສິນຄ້າ ແລະ ບໍລິການໃນຮ້ານຄ້າອອນໄລ໌ ແລະ ຮ້ານຄ້າທົ່ວໄປ ເຊັ່ນ overstock.com, cheapair.com, KFC Canada, Subway Moscow, ແລະ ອື່ນໆ. ນອກນັ້ນ ຍັງສາມາດນຳເອົາໄປແລກປ່ຽນເປັນສະກຸນເງິນຕົວຈິງ ເຊັ່ນ: ໂດລາສະຫະລັດ ໄດ້ນຳອີກ ໂດຍມີການກຳນົດອັດຕາແລກປ່ຽນກັນເອງພາຍໃນເຄືອຂ່າຍ, ສ່ວນມູນຄ່າຂອງ Bitcoin ແມ່ນເກີດຈາກຄວາມຕ້ອງການຂອງກຸ່ມຄົນທີ່ແລກປ່ຽນຊື້-ຂາຍກັນເອງ ເຊິ່ງມີການປ່ຽນແປງຢ່າງໄວວາ ແລະ ອາດກາຍເປັນຊັບສິນທີ່ບໍ່ມີຄ່າເມື່ອຂາດຄວາມຕ້ອງການ. ການເໜັງຕີງຢ່າງວ່ອງໄວຂອງມູນຄ່າ Bitcoin ຈຶ່ງກາຍເປັນຊ່ອງທາງໃນການສະແຫວງກຳໄລອີກຮູບແບບໜຶ່ງ ທີ່ດຶງດູດໃຫ້ນັກສະແຫວງກຳໄລຫັນມາສົນໃຈ Bitcoin ຫຼາຍຂຶ້ນເລື້ອຍໆ, ເຊິ່ງແນ່ນອນວ່າ ຜົນຕອບແທນທີ່ສູງກໍຕ້ອງຍ່ອມແລກມາດ້ວຍຄວາມສ່ຽງທີ່ສູງຂຶ້ນເຊັ່ນກັນ.

  1. ຄວາມສ່ຽງຂອງເງິນຄຣິບໂຕ

ຄວາມສ່ຽງທີ່ຜູ້ໃຊ້ບໍ່ໄດ້ຮັບການຄຸ້ມຄອງ: ເງິນຄຣິບໂຕ ບໍ່ຖືວ່າເປັນເງິນຕາ ຫຼື ສື່ກາງໃນການຊຳລະເງິນຕາມກົດໝາຍທີ່ຖືກຮັບຮອງຈາກລັດຖະບານ ຈຶ່ງບໍ່ໄດ້ຮັບການຄຸ້ມຄອງ ແລະ ບໍ່ສາມາດໃຊ້ໃນການຊໍາລະໜີ້ໄດ້ຕາມກົດໝາຍໄດ້. ຖ້າຫາກມີການສວຍໃຊ້ເປັນຊ່ອງທາງໃນການຕົວະຍົວະຫຼອກລວງ ແລະ ສໍ້ໂກງ ເປັນຕົ້ນແມ່ນ ການຕົກເປັນເຫຍື່ອຂອງຂະບວນການທຸລະກິດຕ່ອງໂສ້ (Ponzi Scheme), ຫຼື ໃນກໍລະນີເກີດມີບັນຫາໃນການໃຊ້ງານ ເຊັ່ນ: ການໂອນໄປຜິດບັນຊີ ຫຼື ຈໍານວນບໍ່ຖືກຕ້ອງ, ການໂອນສໍາເລັດແລ້ວ ແຕ່ຍັງບໍ່ໄດ້ຮັບສິນຄ້າ ຫຼື ບໍລິການ. ຕົວຢ່າງ: ໃນກໍລະນີມີການຟ້ອງຮ້ອງດຳເນີນຄະດີທີ່ຕິດພັນກັບເງິນ Bitcoin, ການຕິດຕາມຂໍ້ມູນການໂອນເພື່ອໃຊ້ເປັນຫຼັກຖານໃນຄະດີ ອາດເຮັດໄດ້ຍາກ ເພາະທຸລະກໍາຂອງ Bitcoin ນັ້ນ ບໍ່ມີການເປີດເຜີຍຂໍ້ມູນຂອງຄູ່ຄ້າຮ່ວມເຮັດທຸລະກຳ ບໍ່ວ່າຈະເປັນ ຊື່, ທີ່ຢູ່, ປະຫວັດການເຮັດທຸລະກໍາ ແລະ ບໍ່ຈໍາເປັນຕ້ອງສະແດງຕົວຕົນໃນການໃຊ້ບໍລິການ, ເຊິ່ງແຕກຕ່າງຈາກການໂອນຜ່ານລະບົບທະນາຄານ ແລະ ສະຖາບັນທະນາຄານ ທີ່ໄດ້ຮັບການຄຸ້ມຄອງຈາກລັດຖະບານ ທີ່ມີການກວດສອບຕິດຕາມໄດ້.

ເງິນຄຣິບໂຕເປັນຊັບສິນທີ່ມີມູນຄ່າຜັນຜວນສູງ: ທ່ານຄວນທໍາຄວາມເຂົ້າໃຈເຖິງຄວາມສ່ຽງ ແລະ ລາຍລະອຽດການລົງທຶນຢ່າງຖີ່ຖ້ວນ ຍ້ອນເງິນຄຣິບໂຕ ເຊັ່ນ: Bitcoin ມີຄວາມຜັນຜວນຮຸນແຮງ ຈາກເຄີຍມີມູນຄ່າຂຶ້ນຈາກ ປະມານ 8.000 ໂດລາສະຫະລັດ ໃນກາງເດືອນພະຈິກ 2017 ເພີ່ມມາເປັນ ປະມານ 19.870 ໂດລາ ໃນກາງເດືອນທັນວາ 2017 ແລະ ຕົກລົງມາ ເປັນ 11.736 ໂດລາ ໃນກາງເດືອນມັງກອນ 2018, ນອກນັ້ນ ລາຄາຍັງເໜັງຕີງພາຍໃນມື້ ບາງເທື່ອສູງເກືອບ 5.000 ໂດລາ (ອີງໃສ່ຂໍ້ມູນຈາກ Yahoo Finance). ການຄາດຄະເນທ່າອ່ຽງຂອງມູນຄ່າເງິນຄຣິບໂຕ ເປັນສິ່ງທ້າທາຍສົມຄວນ ຍ້ອນບໍ່ມີຜູ້ໃດຮູ້ວ່າພື້ນຖານມູນຄ່າເງິນຄຣິບໂຕມາຈາກໃສ ຄົນສ່ວນຫຼາຍຈະອີງໃສ່ການຄາດຄະເນຈາກເສັ້ນສະແດງລາຄາຍ້ອນຫຼັງ ແລະ ຄວາມຕ້ອງການນຳໃຊ້ເງິນດັ່ງກ່າວເປັນສຳຄັນ ໂດຍບໍ່ໄດ້ມີປັດໄຈພື້ນຖານອື່ນໆທີ່ສາມາດວິເຄາະໄດ້ແບບການລົງທຶນໃນຮຸ້ນຂອງບໍລິສັດໃດໜຶ່ງ. ຖ້າທ່ານໃດບໍ່ສາມາດຮັບຄວາມສ່ຽງ ແລະ ຄວາມຜັນຜວນນີ້ໄດ້ກໍຄວນຫຼີກ.

ຄວາມສ່ຽງທີ່ຈະຕົກເປັນເຫຍື່ອຂອງທຸລະກິດຕ່ອງໂສ້ (Ponzi Scheme): ການສະແຫວງກຳໄລ ຈາກການເໜັງຕີງຂອງຄ່າເງິນຄຣິບໂຕແມ່ນສາມາດເຮັດໄດ້ແທ້ ແຕ່ທ່ານຕ້ອງສຶກສາ ແລະ ຄາດຄະເນທິດທາງໃຫ້ຖືກຕ້ອງ, ການລົງທຶນໃນເງິນຄຣິບໂຕ ເຮັດໃຫ້ຫຼາຍຄົນກາຍເປັນເສດຖີໄດ້ແທ້ ແລະ ກໍໝົດຕົວ ຫຼື ເປັນໜີ້ໄດ້ເຊັ່ນດຽວກັນ. ສິ່ງທີ່ໜ້າເປັນຫ່ວງແມ່ນການຖືກຕົ້ມດ້ວຍຮູບການຂອງທຸລະກິດຕ່ອງໂສ້ ເຊິ່ງໃນຄວາມຈິງຮູບການດັ່ງກ່າວແມ່ນມີມາແຕ່ດົນແລ້ວ ກໍຄືການລະດົມເອົາເງິນຂອງຜູ້ທີ່ເຂົ້າມາລົງທຶນໃໝ່ ໄປເຮັດເປັນຜົນຕອບແທນໃຫ້ຜູ້ທີ່ເຂົ້າມາລົງທຶນກ່ອນໜ້າ, ເຊິ່ງຈະໃຊ້ເງິນຄຣິບໂຕເປັນຕົວຫຼອກລໍ້ ໂດຍມາຕົວະະວ່າ ລະດົມເງິນເພື່ອລົງທຶນໃນເງິນຄຣິບໂຕ ພ້ອມທັງຮັບປະກັນຜົນຕອບແທນໃນອັດຕາທີ່ສູງ ເຊັ່ນ 5% ຫຼື 10% ຕໍ່ເດືອນ ເຊິ່ງໄລຍະທຳອິດ ອາດຈະໄດ້ຜົນຕອບແທນແທ້ ແຕ່ດົນໄປໜ້ອຍໜຶ່ງ ກໍເລີ່ມມີຂໍ້ອ້າງບໍ່ຈ່າຍເງິນໃຫ້ຄືນ ແລະ ບອກໃຫ້ເຮົາໄປຊັກຊວນຄົນມາລົງທຶນນຳຕື່ມ ແລ້ວຈະໄດ້ສ່ວນແບ່ງອີກ. ແຕ່ໃນຄວາມເປັນຈິງແລ້ວ ເງິນທີ່ລະດົມໄປບໍ່ໄດ້ຖືກເອົາໄປລົງທຶນໃນເງິນຄຣິບໂຕ ແລ້ວກຸ່ມຄົນນີ້ກໍຈະນຳເງິນຂອງພວກທ່ານໜີໄປ.

ສຸດທ້າຍນີ້ ຜູ້ຂຽນຂໍຝາກໄວ້ວ່າ ທຸກໆການລົງທຶນ ລວມເຖິງ ເງິນຄຣິບໂຕ ແມ່ນບໍ່ມີການຮັບປະກັນຜົນຕອບແທນທີ່ແນ່ນອນ ຖ້າມີການຮັບປະກັນ ແມ່ນໃຫ້ທ່ານຄິດພິຈາລະນາເບິ່ງວ່າ ເຂົ້າຂ່າຍຮູບການທຸລະກິດຕ່ອງໂສ້ ຫຼື ບໍ່. ການທີ່ ທຫລ ອອກແຈ້ງການຮຽກຮ້ອງໃຫ້ປະຊາຊົນທົ່ວໄປ ມີສະຕິລະມັດລະວັງຕໍ່ການນຳໃຊ້ເງິນຄຣິບໂຕ ກໍ ເພື່ອເຕືອນໃຫ້ມີການສຶກສາຂໍ້ມູນ ແລະ ສ້າງຄວາມເຂົ້າໃຈກ່ຽວກັບການຖືຄອງ, ການນໍາໃຊ້ ແລະ ຄວາມສ່ຽງຕ່າງໆຢ່າງຖີ່ຖ້ວນ. ສ່ວນການຫ້າມບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ຢູ່ພາຍໃຕ້ການຄຸ້ມຄອງ ດຳເນີນທຸລະກຳທາງການເງິນໃດໆທີ່ກ່ຽວຂ້ອງກັບເງິນຄຣິບໂຕນີ້ ອາດເນື່ອງມາຈາກ ໃນປັດຈຸບັນເຮົາຍັງບໍ່ມີລະບຽບ-ຫຼັກການ ແລະ ກົດໝາຍຄຸ້ມຄອງເທື່ອ ເຊິ່ງຖືໄດ້ວ່າເງິນຄຣິບໂຕຍັງບໍ່ໄດ້ຖືກຍອມຮັບໃຫ້ສາມາດຊຳລະສະສາງໄດ້ ຈຶ່ງຈໍາເປັນຕ້ອງໃຊ້ເວລາໃນການຄົ້ນຄວ້າລະບຽບຫຼັກການທີ່ເໝາະສົມ ແລະ ລະອຽດຖີ່ຖ້ວນ ເພື່ອໃຊ້ເຂົ້າໃນການຄຸ້ມຄອງວຽກງານການເງິນ-ເງິນຕາ ເຮັດໃຫ້ການດໍາເນີນທຸລະກໍາທາງການເງິນມີປະສິດທິພາບ, ປອດໄພ ແລະ ມີສະຖຽນລະພາບທີ່ສຸດ.

(ວາລະສານທາເກັດ ສະບັບ 158 ເດືອນກັນຍາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

what is Cryptocurrency?

What are the risks of Cryptocurrency investment?

            In the age of modernity when technology is advancing rapidly, new technology has been increasingly introduced widely in all sectors, for instance financial transaction and service development technology which facilitates users hugely. Many of you might have heard about Cryptocurrency which started to boom a few years ago. This is a new horizon for a low-cost business transaction which is convenient and fast due to the lack of a medium i.e. financial institutes which help operating payment. Cryptocurrency also offers attractive returns for profit seekers. However, at the end of 2018, Bank of the Lao PDR (BOL) issued a notice to warn the publics about trading and engaging with Cryptocurrency, while banning financial institutes throughout the country from operating a Cryptocurrency-related business. In this article, the writer would like to clarify what Cryptocurrency is and explain why BOL issued the notice.

  1. Cryptocurrency

Cryptocurrency is a digital money or virtual currency, not a banknote or coin which we have been using in our daily business. Cryptocurrency composes of more than 1,000 currencies, namely Bitcoin, Ethereum, Litecoin and so on. In this article, the writer would like to explain about this digital money through Bitcoin, the most famous virtual money among other currencies which was first used in 2009 specifically for online payment, transfer and exchange, as an example. Bitcoin has been widely used for online payment for products and services, such as overstock.com, cheapair.com, KFC Canada, Subway Moscow and so on. Moreover, the currency can be converted into cash, namely US dollar based on a rate set between buyers and sellers within their own network. The value of Bitcoin is determined by demand from traders which can change rapidly and might become worthless whenever it is no longer needed.

  1. Risks of Cryptocurrency

Users face a risk of not being protected: Cryptocurrency is not considered a real currency or medium for legal payment authorized by the Government. Therefore, users are not protected and cannot use this money for any legal payment. Users of this money may be victimized by a scam so called Ponzi Scheme. In case when issues related to transaction occurred, for instance transfer wrong amount of money, receive no products even if the transaction is completed or any law suit related to Bitcoin, it would be very difficult to keep track of information to be used as evidence in court because Bitcoin does not reveal data of trade partners whether name, address and transaction history. Bitcoin does not require identity approval before using, which is different from a transaction system through banks and financial institutes protected by the Government and can always be monitored.

Cryptocurrency is a highly uncertain asset: you should understand more details about risks before investing in Cryptocurrency, such as Bitcoin which is highly uncertain. The currency experienced fluctuation in its value from approximately 8,000 US dollar in mid-November, 2017, to about 19,870 US dollar in mid-December of the same year, then to 11,736 US dollar in mid-January, 2018. In addition, the currency’s value sometimes changes within a day as high as 5,000 US dollar (based on Yahoo Finance). Forecast of Cryptocurrency’s value is quite challenging because nobody knows the value basis of the currency. Mostly, people would look at its previous price and demand for the currency as an important factor for forecasting its value, which is different from analyzing investment on shares with a certain company. If you cannot handle risks derived from high uncertainty of the currency, please avoid.

Risk of being victimized by a Ponzi Scheme: profit seeking from the value fluctuation of Cryptocurrency is possible as long as you study about it thoroughly and can predict its trend correctly. Cryptocurrency investment can make people rich and broke or in debt. What you should worry about is not to be tricked by a chain referral scheme which has existed in our society for a long time. This business is founded to mobilize fund from new investors to be used as a dividend for those who invested before. They would use Cryptocurrency as a decoy to attract investment money with a promise of high rate of profit return for 5% or 10% per month. The dividend payment is real only at first. However, they will start delaying the next payment with loads of excuse, while persuading you to invite more investors to join the business to receive higher share of profit. In fact, the fund pour into this business is never used in Cryptocurrency, but into their pocket before they flee with your money.

Finally, the writer would like to suggest that there is no guarantee for profit return for every investment including Cryptocurrency. If the return is guaranteed, you should carefully consider whether this is a chain referral scheme or not. For this reason, BOL then issued an announcement to warn people to think carefully before using or engaging with Cryptocurrency. They should thoroughly study and understand everything associated with the currency ranging from the possession, usage to risks. Banks and financial institutes are banned from operating a Cryptocurrency-related business because at the moment, we do not have rules and laws to regulate and approve its use as a medium for legal payment. Coming up with a proper and detailed rules and laws to regulate this new financial area requires time to study in order to ensure that financial transaction is effective, safe and stable.

 

Comments