ຄາດຄະເນການຈັດຕັ້ງປະຕິບັດ 6ເດືອນ ຕົ້ນປີ 2019

ສະບັບກ່ອນໄດ້ສະເໜີຜົນງານພົ້ນເດັ່ນໃນຮອບ 4 ເດືອນ, ມາໃນສະບັບນີ້ຈະສະເໜີຜົນຄາດຄະເນ 6 ເດືອນ ຕົ້ນປີ 2019 ເຊິ່ງສະເໜີລາຍງານໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເຊັ່ນກັນໂດຍມີລາຍລະອຽດດັ່ງນີ້:

  1. ດ້ານລາຍຮັບ: ອີງຕາມແຜນການ 6 ເດືອນຕົ້ນປີທີ່ວາງໄວ້ໃນເບື້ອງຕົ້ນ ປະມານ 12.658 ຕື້ກີບ ເທົ່າກັບ 48,1% ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະ 4 ເດືອນຜ່ານມາ ແລະ ອີງຕາມຖານຂໍ້ມູນລາຍຮັບຄາດວ່າຈະປະຕິບັດໄດ້ 12.965 ຕື້ກີບ, ເທົ່າກັບ 49,2% ຂອງແຜນການປີ, ໃນນັ້ນ ລາຍຮັບພາຍໃນ 12.128 ຕື້ກີບ, ເທົ່າກັບ 50% ຂອງແຜນການເຊິ່ງມາຈາກ ລາຍຮັບສ່ວຍສາອາກອນ 5.918 ຕື້ກີບ ເທົ່າກັບ 48% ຂອງແຜນການປີ, ລາຍຮັບພາສີ 3.760 ຕື້ກີບ ເທົ່າກັບ 50% ຂອງແຜນການປີ, ຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ປະກັນໄພ 1.410 ຕື້ກີບ ເທົ່າກັບ 60% ຂອງແຜນການປີ, ລາຍຮັບຊັບສິນຂອງລັດ 1.038 ຕື້ກີບ ເທົ່າກັບ 50,07% ຂອງແຜນການປີ ແລະ ລາຍຮັບອື່ນໆ 1,3 ຕື້ກີບ ແລະ ລາຍຮັບຈາກການຊ່ວຍເຫຼືອລ້າ 834 ຕື້ກີບ, ເທົ່າກັບ 40% ຂອງແຜນການປີ.
  2. ດ້ານລາຍຈ່າຍ: ອີງຕາມແຜນ 6 ເດືອນຕົ້ນປີທີ່ວາງໄວ້ເບື້ອງຕົ້ນ ປະມານ 17.689 ຕື້ກີິບ ເທົ່າກັບ 53% ແຕ່ຜ່ານການຕັດຕັ້ງປະຕິບັດຕົວຈິງໄລຍະ 4 ເດືອນຜ່ານມາ ແລະ ອີງຕາມຂໍ້ມູນລາຍຈ່າຍທີ່ມີຢູ່ ຄາດວ່າຈະປະຕິບັດໄດ້ 14.127 ຕື້ກີບ ເທົ່າກັບ 42% ຂອງແຜນການປີ, ໃນນັ້ນ ລາຍຈ່າຍເງິນເດືອນ ແລະ ເງິນອຸດໜູນປະມານ 5.500 ຕຶ້ກີບ ເທົ່າກັບ 49% ຂອງແຜນການປີ, ລາຍຈ່າຍເງິນບໍລິຫານ-ຊື້ໃໝ່ ຢູ່ໃນລະດັບ 27,6%, ຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ ຢູ່ໃນລະດັບ 60% ຂອງແຜນການປີ ແລະ ລາຍຈ່າຍລົງທຶນພາຍໃນ ແລະ ຕ່າງປະເທດ ຢູ່ລະດັບ 40,3% ຂອງແຜນການປີ.
  3. ດ້ານການດຸ່ນດ່ຽງ: ຈະຂາດດຸນງົບປະມານແຫ່ງລັດ ປະມານ 1.162 ຕື້ກີບ. ນອກຈາກນີ້ ຍັງມີແຜນການທົດແທນຄືນຕົ້ນທຶນໜີ້ສິນພາຍໃນ ແລະ ຕ່າງປະເທດ ຢູ່ແຫຼ່ງດຸ່ນດ່ຽງງົບປະມານ 5.875,8 ຕື້ກີບ. ຕາມການຄາດຄະເນເບື້ອງຕົ້ນໃນການລະດົມທຶນ ເພື່ອມາດຸ່ນດ່ຽງງົບປະມານຈາກພາຍໃນ ແລະ ຕ່າງປະເທດ ຈະປະຕິບັດໄດ້ປະມານ 6.855,6 ຕື້ກີບ ເທົ່າກັບ 38,9% ຂອງແຜນການປີ ຄື: ດຸ່ນດ່ຽງຈາກພາຍໃນຈໍານວນ 2.197,4 ຕື້ກີບ ເທົ່າກັບ 34,5% ຂອງແຜນການປີ; ດຸ່ນດ່ຽງຈາກຕ່າງປະເທດຈໍານວນ 4.658 ຕື້ກີບ ເທົ່າກັບ 41,3% ຂອງແຜນການປີ.

ການຈັດຕັ້ງປະຕິບັດນີ້ ແມ່ນປະຕິບັດວຽກຈຸດສຸມທີ່ໄດ້ກໍານົດໃນດໍາລັດທີ 560/ນ.ຍ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດປະຈໍາປີ 2019 ກໍຄືມະຕິຂອງສະພາແຫ່ງຊາດສະບັບເລກທີ 99/ສພຊ  ແລະ 100/ສພຊ.

(ວາລະສານທາເກັດ ສະບັບ 158 ເດືອນກັນຍາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Estimated implementation:

First 6 months of the Lao Government’s budget plan for 201

In our previous issue we revealed outstanding budgetary achievements in the first four months of 2019. In this issue we continue reporting economic progress related to the first six months of 2019 as presented by H.E DrThonglounSisoulith, Prime Minister of Lao PDR:

    1. Income: According to the first six-month plan, it is initially estimated that 12,658 billion kip of income will be collected, equivalent to 48.1% of annual revenue. However, real figures from the past four months indicate that about 12,965 billion kip will be collected or 49.2% of the annual budget plan. Of that amount, domestic income accounts for 12,128 billion kip or 50% of the plan derived from taxes on 5,918 billion kip or 48% of the annual budget plan; customs at 3,760 billion kip or 50% of the annual budget plan; public investment and insurance charges of 1,410 billion kip or 60% of the annual budget plan; public assets of 1,038 billion kip or 50.07% of the annual plan; and other income of 1.3 billion kip and grant aid of 834 billion kip or 40% of the annual plan.
    2. Expenses: According to the first six-month plan, it is estimated initially that 17,689 billion kip or 53% will be spent. However real figures over the past four months indicate that 14,127 billion kip will be spent or 42% of the annual budget plan. In that, expenses for administration-procurement accounts for 27.6%, domestic and foreign debt repayment will reach 60% of the annual plan, and domestic and foreign investment will be 40.3% of the annual budget plan.
    3. Balance: the Government will suffer a budget deficit of about 1,162 billion kip. Moreover, there is a plan to replace the principal amount of domestic and foreign debt with a balanced budget of 5,875.8 billion kip. Based on the initial forecast of budget mobilization to help balance the domestic and foreign budget of 6,855.6 billion kip or 38.9% of the annual plan i.e. 2,197.4 billion kip or 34.5% of the annual plan to balance the domestic budget, or 4,658 billion kip or 41.3% of the annual plan to balance foreign budget.

This implementation is carried out as stipulated in Decree No. 560/PM on the Implementation of the National Socio-Economic and State Budget Plan for 2019 as well as the National Assembly Resolution No. 99/NA and 100/NA.

Comments