ການເຮັດທຸລະກິດທຸກໆປະເພດລ້ວນແລ້ວແຕ່ມີຈຸດປະສົງດຽວກັນຄື “ການປະສົບຄວາມສໍາເລັດ” ແລ້ວກ່ອນທີ່ຈະໄປຮອດຈຸດນັ້ນມັນກໍບໍ່ແມ່ນເລື່ອງງ່າຍ ແລະ ກໍບໍ່ແມ່ນເລື່ອງຍາກເກີນໄປສໍາລັບຜູ້ທີ່ຕັ້ງໃຈ, ເຮົາສາມາດສັງເກດເຫັນໄດ້ດີໃນປັດຈຸບັນວ່າ ມີບັນດາຫົວໜ່ວຍທຸລະກິດເກີດຂຶ້ນມາຢ່າງຫຼວງຫຼາຍ ໃນນັ້ນກໍມີທັງລົ້ມເຫຼວ ແລະ ປະສົບຜົນສໍາເລັດ ນັ້ນກໍບໍ່ແມ່ນເລື່ອງທີ່ແປກເລີຍສໍາລັບວົງການທຸລະກິດ ຍິ່ງທຸກມື້ນີ້ທີ່ມີການແຂ່ງຂັນຂ້ອນຂ້າງສູງ ທັງທາງດ້ານຄວາມຄິດສ້າງສັນ ແລະ ເຕັກໂນໂລຊີ… ບາງຄົນມີຄວາມຄິດທີ່ໜ້າສົນໃຈ, ສ້າງສັນຜົນງານອອກມາດີ ແຕ່ບໍ່ສາມາດເຂົ້າເຖິງລູກຄ້າໄດ້, ລູກຄ້າບໍ່ຊື້ ຍ້ອນການຕະຫຼາດເຂົ້າບໍ່ເຖິງກຸ່ມເປົ້າໝາຍ; ບາງຄົນຄວາມຄິດສ້າງສັນພໍໃຊ້ໄດ້ ແຕ່ນໍາເຕັກໂນໂລຊີເຂົ້າມາໃຊ້ເພີ່ມຄວາມແປກໃໝ່ກໍສາມາດດຶງດູດລູກຄ້າໃຫ້ເຂົ້າມາຫາໄດ້. ສິ່ງທີ່ກ່າວມາທັງໝົດນີ້ ແມ່ນຄວາມທ້າທາຍຂອງຜູ້ປະກອບການທີ່ຕ້ອງຊອກຫາຄໍາຕອບວ່າ “ຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າທ່ານແມ່ນຫຍັງ” ຖ້າສາມາດຊອກຄໍາຕອບນີ້ໄດ້ ຄວາມສໍາເລັດໃນທຸລະກິດຂອງທ່ານກໍຢູ່ບໍ່ໄກເກີນເອື້ອມ… ວາລະສານທາເກັດສະບັບນີ້ເລີຍຢາກຈະມານໍາສະເໜີກ່ຽວກັບວິທີການ ຊອກຫາຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າ ເພື່ອນໍາພາທຸລະກິດທ່ານໃຫ້ປະສົບຄວາມສໍາເລັດ ສໍາລັບໃຜທີ່ເຄີຍເຮັດທຸລະກິດຈະຮູ້ດີວ່າ ທຸກຄັ້ງທີ່ຈະສ້າງສິນຄ້າ ຫຼືບໍລິການໃດໜຶ່ງຂຶ້ນມານັ້ນ ສິ່ງທີ່ຕ້ອງເຮັດເພື່ອເຂົ້າເຖິງລູກຄ້າໄດ້ກໍຄື ການສໍາຫຼວດ ເຊິ່ງມີຂັ້ນຕອນທີ່ຂ້ອນຂ້າງຫຍຸ້ງຍາກ ແຕ່ຄໍາຖາມສ່ວນໃຫຍ່ຈະເປັນລັກສະນະດຽວກັນຄື “ເຈົ້າຢາກໃຫ້ສິນຄ້າ ຫຼືການບໍລິການຂອງພວກເຮົາອອກມາໃນຮູບແບບໃດ” ເຊິ່ງຄໍາຕອບທີ່ໄດ້ສ່ວນໃຫຍ່ແມ່ນ “ສິນຄ້າ ຫຼືການບໍລິການທີ່ດີທີ່ສຸດ” ຫຼັງຈາກນັ້ນກໍມານັ່ງວິເຄາະເພື່ອຊອກຫາຄວາມໝາຍຂອງຄໍາວ່າ “ດີທີ່ສຸດ” ເພື່ອນໍາມາສ້າງສັນຜົນງານໃຫ້ອອກມາຖືກໃຈລູກຄ້າທີ່ສຸດ, ແຕ່ທ່ານເຄີຍສັງເກດບໍ່ວ່າ ຫຼາຍຄັ້ງທີ່ເກັບຂໍ້ມູນມາໄດ້ ຮູ້ວ່າລູກຄ້າຕ້ອງການຫຍັງ ແລ້ວນໍາມາສ້າງສັນສິ່ງທີ່ສ້າງ “ຜົນໄດ້ຮັບ”ເຫຼົ່ານັ້ນອອກມາຈົນສໍາເລັດ ແຕ່ກໍຍັງບໍ່ສາມາດດຶງດູດລູກຄ້າໄດ້ເທົ່າທີ່ຄວນ, ຮູ້ແບບນີ້ແລ້ວທ່ານຍັງຈະເຮັດການສໍາຫຼວດແບບເກົ່າຊໍ້າໆໃຫ້ເສຍເວລາເຮັດຫຍັງ? ສະນັ້ນ ຈຶ່ງແນະນໍາໃຫ້ທ່ານລອງເອົາຜົນໄດ້ຮັບຈາກການສໍາຫຼວດຄັ້ງທໍາອິດ ມາເປັນຄໍາຖາມເລີຍວ່າ ຖ້າເຮົາສ້າງສັນຜະລິດຕະພັນນີ້ຂຶ້ນມາ ເຈົ້າ/ລູກຄ້າ ຈະຊົມໃຊ້ ຫຼືບໍ່? ເຊິ່ງວິທີນີ້ຈະເປັນການສ້າງໃຫ້ການສໍາຫຼວດຄັ້ງທີ 1 ແລະ ທີ 2 ມີຄວາມກ່ຽວຂ້ອງສຳພັນກັນ ແລະ ເຮັດໃຫ້ສາມາດຕີຄວາມໝາຍ “ຄວາມຕ້ອງການຂອງລູກຄ້າ” ໄດ້ດີຍິ່ງຂຶ້ນ. ການສົ່ງມອບຄູນຄ່າ ...
Read More »Magazine
ດອກເບ້ຍຕາມກົດໝາຍ
ກົດໝາຍລາວຮັບຮູ້ສິດເສລີພາບໃນການສະແດງເຈດຈຳນົງຂອງຄູ່ສັນຍາ ແຕ່ເຈດຈຳນົງຂອງຄູ່ສັນຍານີ້ ຕ້ອງບໍ່ຂັດກັບກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໝາຍຄວາມວ່າ ຄູ່ສັນຍາຈະຕົກລົງເຫັນດີນຳກັນອັນໃດກໍໄດ້ທີ່ບໍ່ຂັດກັບກົດໝາຍ. ມື້ນີ້ ຂໍນຳສະເໜີກ່ຽວກັບເລື່ອງດອກເບ້ຍຂອງການກກູ້ຢືມ ຊຶ່ງຂ້າພະເຈົ້າໄດ້ສະເໜີກ່ຽວກັບດອກເບ້ຍ ໃນສະບັບກ່ອນໜ້ານີ້ ເຊິ່ງມີທ່ານຜູ້ອ່ານໃຫ້ຄວາມສົນໃຈ ແລະ ສອບຖາມມາຕື່ມອີກ ໂດຍສະເພາະໃນປະເດັນທີ່ວ່າ ຖ້າຫາກຄູ່ສັນຍາສາມາດຕົກລົງກັນກຳນົດດອກເບ້ຍໃນການກູ້ຢືມສູງ ຈະມີຜົນທາງດ້ານກົດໝາຍແນວໃດ. ກ່ອນອື່ນໝົດ, ເພື່ອຕອບຄຳຖາມນີ້ ຂ້າພະເຈົ້າ ສະເໜີໃຫ້ທ່ານຜູ້ອ່ານເບິ່ງບາງສ່ວນສຳຄັນຂອງມາດຕາ 412 ແລະ ມາດຕາ 413 ຂອງປະມວນກົດໝາຍແພ່ງລາວກ່ຽວກັບດອກເບ້ຍຂອງການກູ້ຢືມ (ປະມວນກົດໝາຍແພ່ງສະບັບທຳອິດຂອງ ສປປ ລາວ ໄດ້ຮັບຮອງຈາກສະພາແຫ່ງຊາດ ໃນວັນທີ 6 ທັນວາ 2018 ແລະ ຈະໄດ້ປະກາດໃຊ້ໃນໄວໆນີ້) ດັ່ງນີ້:…(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 166 ເດືອນມິຖຸນາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) Interest under ...
Read More »ສອງເອື້ອຍນ້ອງຜູ້ຮ່ວມສ້າງຕັ້ງ ກຸ່ມບໍລິສັດ ເອໄອເອັຟ
ໃນສະບັບເດືອນ ມິຖຸນາ 2020 ນີ້, ຖືເປັນຄັ້ງທໍາອິດທີ່ ວາລະສານພວກເຮົາໄດ້ຂຶ້ນປົກພາບຄູ່ ແລະໄດ້ຮັບກຽດການໃຫ້ສໍາພາດສອງເອື້ອຍ-ນ້ອງ ຄອບຄົວພູມມະສັກ, ຜູູ້ຮ່ວມສ້າງຕັ້ງກຸ່ມບໍລິສັດ ເອໄອເອັຟ (AIF Group). ປັດຈຸບັນ, ກຸ່ມບໍລິສັດມີພະນັກງານຫຼາຍກວ່າ 3.000 ຄົນ ທີ່ມາຈາກ 17 ປະເທດ ແລະ ໄດ້ດໍາເນີນທຸລະກິດຢູ່ ສປປ ລາວ, ຫວຽດນາມ, ກໍາປູເຈຍ, ໄທ ແລະ ສິງກະໂປ. ການດໍາເນີນທຸລະກິດຂອງກຸ່ມບໍລິສັດໃນປັດຈຸບັນມີໃນຂົງເຂດທະນາຄານ, ປະກັນໄພ, ຕະຫຼາດທຶນ, ພະລັງງານ, ໂທລະຄົມ, ທາງດ່ວນ, ນໍ້າປະປາ, ກໍ່ສ້າງ, ການຄ້າ, ກະສິກໍາ, ອະສັງຫາລິມະຊັບ, ວັດຖຸມີຄ່າ, ໄອທີ, ໂຮງແຮມ ແລະ ຮ້ານອາຫານ. ກຸ່ມ ເອໄອເອັຟ, ມີບໍລິສັດໃນເຄືອ ແລະ ບໍລິສັດຮ່ວມທຶນຫຼາຍກວ່າ 25 ບໍລິສັດ, ເຊັ່ນ: ບໍລິສັດ ເອໄອເອັຟເອັສ (AIFS), ບໍລິສັດ ເອໄອດີຊີ (AIDC), ທະນາຄານ ບີໄອຊີ ...
Read More »ພະນັກງານ ທຸກຄົນມີສິດໄດ້ຮັບ ໂບນັດ ຫຼື ບໍ່?
ໂບນັດ ຫຼື ເງິນເດືອນ (ເດືອນທີ 13) ນັ້ນຖືເປັນສິ່ງທີ່ມີຄຸນຄ່າທີ່ສຸດ ສໍາລັບ ພະນັກງານເອກະຊົນ ເຊິ່ງເປັນສິ່ງທີ່ສ້າງແຮງຈູງໃຈໃຫ້ແກ່ ພະນັກງານ ໃນການຜະລິດຜົນງານດີໆໃຫ້ແກ່ບໍລິສັດ ບໍ່ວ່າຈະເຮັດວຽກໜັກ ຫຼື ເບົາ, ເຮັດວຽກແຕ່ເຊົ້າຈົນຮອດຄໍ່າ. ອີກຢ່າງໜຶ່ງ ຖ້າຫາກ ເປັນພະນັກງານ ທີ່ບໍ່ໄດ້ຮັບສະຫວັດດີການຫຍັງຫຼາຍ ຈາກ ບໍລິສັດແລ້ວ, ໂບນັດ ອາດເປັນສິ່ງດຽວ ທີ່ີຊ່ວຍເຫຼືອທາງດ້ານການເງິນ ໃຫ້ແກ່ ພະນັກງານ ແລະ ຊີວິດການເປັນຢູ່ທີ່ດີຂອງ ພະນັກງານ. ແຕ່ຄໍາຖາມມີຢູ່ວ່າ ບໍລິສັດ ຕ້ອງຈ່າຍໂບນັດ ຫຼື ເງິນເດືອນ (ເດືອນທີ 13) ໃຫ້ແກ່ ພັກນັກງານ ຫຼື ບໍ່? ຄໍາຕອບ ກະຄືວ່າ ຕ້ອງຈ່າຍ ຖ້າຫາກ ກໍານົດໄວ້ໃນ ສັນຍາຈ້າງ ຫຼືສັນຍາແຮງງານ. ໃນປັດຈຸບັນ ຍັງບໍ່ທັນມີກົດໝາຍ ຫຼື ລະບຽບການໃດ ທີ່ກໍານົດສະເພາະໃຫ້ ບໍລິສັດ ຕ້ອງຈ່າຍ ໂບນັດ ໃຫ້ແກ່ ພະນັກງານ ຍົກເວັ້ນແຕ່ ໄດ້ກໍານົດໄວ້ ໃນ ...
Read More »ຄວາມຮຸນແຮງໃນຄອບຄົວ ບັນຫາທີ່ບໍ່ຄວນເບິ່ງຂ້າມ
ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຖືໄດ້ວ່າເປັນອີກປະກົດການຫຍໍ້ທໍ້ໜຶ່ງຂອງສັງຄົມ ທີ່ເກີດຂຶ້ນຢູ່ໃນທົ່ວໂລກທີ່ມີມາແຕ່ດົນນານແລ້ວ ເຊິ່ງເມື່ອກ່ອນ ຜູ້ຊາຍສ່ວນໃຫຍ່ມັກຍຶດຖືແນວຄວາມຄິດທີ່ວ່າ ຕົນເອງເປັນຜູ້ນໍາຄອບຄົວ ເປັນຜູ້ລ້ຽງດູຄອບຄົວ ຍ່ອມມີອໍານາດໃນການຊີ້ຂາດ ບັນຫາທຸກຢ່າງໃນຄອບຄົວ, ຖ້າຫາກ ສະມາຊິກ ພາຍໃນຄອບຄົວຫາກ ບໍ່ເຊື່ອຟັງກໍມັກຈະຖືກລົງໂທດ ດ້ວຍການໃຊ້ຄວາມຮຸນແຮງ ຫຼື ເຮັດໃຫ້ເຈັບປວດ ໃນ 4 ດ້ານເຊັ່ນ: ຄວາມຮຸນແຮງຕໍ່ຮ່າງກາຍ, ຕໍ່ຈິດໃຈ, ທາງເພດ ແລະ ເສດຖະກິດ. ນອກຈາກນີ້ ການໃຊ້ຄວາມຮຸນແຮງຍັງທະວີຄວາມຮຸນແຮງຂຶ້ນ ຈາກປັດໄຈກະຕຸ້ນເຊັ່ນ: ດື່ມເຫຼົ້າເມົາ ຫຼື ໃຊ້ຢາເສບຕິດ ພາໃຫ້ຜິດຖຽງກັນຈົນເຖິງຂັ້ນລົງມື, ເຫດຜົນເລື່ອງເສດຖະກິດຂອງຄອບຄົວ ຫຼື ປັດໄຈອື່ນໆ. ຢ່າລືມວ່າແມ່ຍິງ ແລະ ເດັກນ້ອຍທົ່ວໂລກ ມີຈຳນວນກວ່າເຄິ່ງໜຶ່ງຂອງປະຊາກອນ ສະນັ້ນ ການທີີ່ເຂົາເຈົ້າຕ້ອງປະເຊີນກັບບັນຫາຄວາມຮູນແຮງເຮັດໃຫ້ບໍ່ສາມາດພັດທະນາຕົນເອງ ແລະ ເຂົ້າເຖິງໂອກາດທາງເສດຖະກິດໄດ້ ຈຶ່ງເປັນບັນຫາໃຫຍ່ທີ່ຖ່ວງດຶງການພັດທະນາໃນລະດັບຊາດເຊັ່ນກັນ ນອກຈາກນີ້ ລາຍຈ່າຍໃນການແກ້ໄຂບັນຫາຄວາມຮຸນແຮງ ທີ່ລັດຖະບານ ແລະ ສັງຄົມຕ້ອງໃຊ້ຈ່າຍໄປໃນທົ່ວໂລກກໍມະຫາສານເຊັ່ນດຽວກັນ ບໍ່ວ່າຈະເປັນ ຄ່າໃຊ້ຈ່າຍໃນການປົວແປງສຸຂະພາບກາຍ, ສຸຂະພາບຈິດ ແລະ ຊັບສິນທີ່ເສຍຫາຍໄປນຳອີກ ສະນັ້ນ, ໃນປັດຈຸບັນ ບັນດາປະເທດຕ່າງໆໃນໂລກ, ລວມທັງ ສປປ ...
Read More »ສປປ ລາວ ເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ
ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ, ໃນນາມເປັນເຈົ້າພາບ ໄດ້ກ່າວເປີດ ກອງປະຊຸມທາງໄກສະໄໝພິເສດ ຂອງລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ພາຍໃຕ້ຫົວຂໍ້: ການຫລຸດຜ່ອນຜົນກະທົບຂອງພະຍາດ ໂຄວິດ-19 (COVID-19) ຕໍ່ກຸ່ມຄົນດ້ອຍໂອກາດໃນອາຊຽນ, ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ວັນທີ 10 ມິຖຸນາ 2020ໂດຍຜ່ານ (Video Conference) ເປັນທາງການ, ໂດຍ ມີບັນດາ ທ່ານລັດຖະມົນຕີ ປະເທດສະມາຊິກອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ ແລະ ພ້ອມດ້ວຍຄະນະຜູ້ແທນກອງປະຊຸມເຂົ້າຮ່ວມ. ທ່ານ ປອ ຄຳແພງ ໄຊສົມແພງ ໄດ້ກ່າວຕໍ່ກອງປະຊຸມຄັ້ງນີ້ວ່າ: ຖືເປັນໂອກາດທີ່ດີຫຼາຍ ທີ່ພວກເຮົາຈະໄດ້ພ້ອມກັນ ປຶກສາຫາລືແລກປ່ຽນ ຄໍາຄິດເຫັນ, ບົດຮຽນໃນລະດັບຊາດ ແລະ ບູລິມະສິດຍຸດທະສາດໃນການຈັດຕັ້ງປະຕິບັດວາລະຂອງ ອາຊຽນ ກ່ຽວກັບການປົກປ້ອງສັງຄົມ ແລະ ສະຫວັດດີການສັງຄົມ ຕໍ່ກຸ່ມຄົນດ້ອຍໂອກາດ ໃນຊ່ວງເວລາ ທີ່ມີການລະບາດຂອງພະຍາດ ໂຄວິດ-19, ເພື່ອເປັນແນວທາງໃນການຍົກສູງ ພາລະບົດບາດ ການເປັນຈຸດປະສານງານຂອງພາກພື້ນ ...
Read More »ຜູ້ຄ້າຂາຍອອນໄລ໌ຕ້ອງຮູ້ ! ເຕັກໂນໂລຊີ ເພີ່ມຍອດຂາຍໃຫ້ກັບທ່ານ…
ເມື່ອໃດທີ່ຄົນເຮົາຍັງມັກໃນຄວາມສະດວກສະບາຍ ການພັດທະນາຂອງເຕັກໂນໂລຊີກໍບໍ່ມີວັນສິ້ນສຸດ ແລະ ຍຸກປັດຈຸບັນນີ້ ທີ່ເວົ້າໄດ້ວ່າ ເປັນຍຸກຂອງເຕັກໂນໂລຊີ ທຸກຢ່າງຂຶ້ນກັບ Smart phone ແລະ Social media ພຽງແຕ່ສັ່ງ ຄວາມສະດວກສະບາຍກໍເກີດຂຶ້ນ ແລະ ຍ້ອນຄວາມສະດວກສະບາຍໃນເຕັກໂນໂລຊີນີ້ ຈຶ່ງເຮັດໂອກາດສໍາລັບການເຮັດທຸລະກິດເພີ່ມຂຶ້ນໄປນໍາ ໂດຍສະເພາະບັນດາແມ່ຄ້າ”ອອນໄລ໌” ທີ່ພວກເຮົາກໍເຫັນແລ້ວວ່າເກີດຢ່າງຫຼວງຫຼາຍໃນ”ໂຊຊຽວ”ຕ່າງໆ ບໍ່ວ່າຈະເປັນການ”ໄລຟ໌ສົດ”ຂາຍເຄື່ອງ, ການໂພສຂາຍເຄື່ອງ ແລະ ການໂຄສະນາຕ່າງໆ ທີ່ແຕ່ລະຮ້ານຈະມີວິທີໃຜລາວ ໃນການດຶງດູດລູກຄ້າ, ເຮັດໃຫ້ສິນຄ້າຂອງຕົນເອງໄດ້ຮັບຄວາມສົນໃຈຈາກລູກຄ້າ ແລະ ເມື່ອລູກຄ້າຕັດສິນໃຈຊື້ແລ້ວກໍຈະມີບໍລິການຈັດສົ່ງໃຫ້ພ້ອມ ເພື່ອຄວາມສະດວກສະບາຍຂອງລູກຄ້າ. ແຕ່ຍ້ອນການເພີ່ມຂຶ້ນຢ່າງຫຼວງຫຼາຍຂອງຮ້ານຂາຍເຄື່ອງ”ອອນໄລ໌” ເຮັດໃຫ້ການແຂ່ງຂັນເພີ່ມຂຶ້ນໄປນໍາ, ຈຶ່ງເຮັດໃຫ້ມີການເຕັກໂນໂລຊີທີ່ເອີ້ນວ່າ E-Commerce ເຂົ້າມາເປັນຕົວຊ່ວຍໃນການຂາຍສິນຄ້າ ເຮັດໃຫ້ປິດການຂາຍໄດ້ງ່າຍຂຶ້ນ, ສ່ວນຜູ້ຊື້ກໍຈະມີຄວາມໝັ້ນໃຈຫຼາຍຂຶ້ນ ຄືກັບໄດ້ໄປເລືອກຊື້ຢູ່ຮ້ານເອງເລີຍ!!! ສໍາລັບເທຣນ E-Commerce ຕົວຊ່ວຍແມ່ຄ້າ”ອອນໄລ໌”ຈະມີຫຍັງແດ່ນັ້ນ ເຮົາມາເບິ່ງນໍາກັນເລີຍ… Virtual Assistant ໃນຕ່າງປະເທດສໍາລັບ VA (Virtual Assistant) ຖືເປັນເທຣນ E-Commerce ທີ່ຖືກເວົ້າເຖິງຫຼາຍໃນປີ 2019 ເພາະໃນເມື່ອກ່ອນຈຸດອ່ອນຂອງຮ້ານຂາຍເຄື່ອງ”ອອນໄລ໌” ແມ່ນບໍ່ມີພະນັກງານແນະນໍາສິນຄ້າໃຫ້ກັບລູກຄ້າຄືກັບຮ້ານທົ່ວໄປ ເຮັດໃຫ້ລູກຄ້າບໍ່ໝັ້ນໃຈທີ່ຈະຊື້ສິນຄ້າ ແຕ່ການເອົາ VA ເຂົ້າມາຊ່ວຍເລື່ອງການຂາຍ ”ອອນໄລ໌”ນັ້ນ ຈະຊ່ວຍເປີດປະສົບການໃໝ່ ແລະ ...
Read More »ຍ້ອນຫຍັງຈຶ່ງຈ້າງຄົນຕ່າງປະເທດ ມາເປັນຜູ້ຈັດການ?
ສະບາຍດີ ທ່ານຜູ້ອ່ານທີ່ເຄົາລົບ , ສະບັບນີ້ ຂ້າພະເຈົ້າຮຽກຮ້ອງໃຫ້ຄົນລາວເຮັດວຽກເປັນມືອາຊີບ ເພາະວ່າຜູ້ປະກອບການຄົນລາວຫັນມາຈ້າງຄົນຕ່າງປະເທດມາເປັນຜູ້ຈັດການໃນຕຳແໜ່ງສູງໆຫຼາຍຂຶ້ນ ຈິ່ງເຮັດໃຫ້ຄົນລາວຜູ້ທີ່ມີທັກສະສູງເສຍໂອກາດດີໆໄປ. ຂ້າພະເຈົ້າໄດ້ມີໂອກາດໂອ້ລົມກັບນັກທຸລະກິດແຖວໜ້າໃນດ້ານໂຮງແຮມ, ຮ້ານອາຫານ ແລະ ທ່ອງທ່ຽວ ເພື່ອຢາກຮູ້ວ່າ ເປັນຫຍັງພວກເພິ່ນຈິ່ງຈ້າງຄົນຕ່າງປະເທດມາບໍລິຫານຮ້ານອາຫານ? ພວກເພິ່ນກໍຕອບກັບມາຢ່າງໄວວ່າ “ຈ້າງແລ້ວສະບາຍໃຈ” ຂ້າພະເຈົ້າ ຖາມເຈາະຈິ້ມຕໍ່ໄປອີກວ່າ “ເຖິງແມ່ນຈ້າງຄົນຕ່າງປະເທດແພງກວ່າຄົນເຮົາກໍຕາມບໍ?” ພວກເພິ່ນກໍຕອບກັບມາວ່າ “ແມ່ນ, ເຖິງຈະແພງກວ່າ ແຕ່ກໍກຸ້ມຄ່າກວ່າ ເພາະຄົນຕ່າງປະເທດເຮັດວຽກເປັນແບບມືອາຊີບກວ່າຄົນລາວ ໂດຍສະເພາະແມ່ນຄົນປະເທດໃນເອີຣົບ”. ບາງຄົນອາດຈະຄິດວ່າ ຂ້າພະເຈົ້າບໍ່ຄວນເອົາຄຳຕອບພຽງແຕ່ຈາກສອງສາມຄົນແລ້ວມາຕັດສິນຄົນທັງປະເທດ ຍ້ອນຄົນເອີຣົບເຮັດວຽກດີ ກໍເພາະພວກເຂົາໄດ້ເງິນເດືອນສູງກວ່າຄົນລາວແມ່ນບໍ? ແຕ່ແທນທີ່ຄົນລາວເຮົາຈະຕື່ນຈາກຝັນວ່າ ກ່ອນທີ່ຈະຮຽກຮ້ອງເງິນເດືອນສູງໆຂຶ້ນຈາກນາຍຈ້າງນັ້ນ ເຮົາຄວນຈະມາພັດທະນາສີມື ເພື່ອໃຫ້ສົມກັບຄ່າຈ້າງທີ່ແພງໆນັ້ນສາກ່ອນ ເພາະເຖິງຢ່າງໃດ ບໍ່ແມ່ນຂ້າພະເຈົ້າຕອບແທນຜູ້ປະກອບການ ຍ້ອນຄົນລາວກໍລ້ວນແຕ່ຢາກຊ່ວຍເຫຼືອຄົນລາວດ້ວຍກັນ ແລະ ໃຫ້ໂອກາດກັນຢູ່ແລ້ວ ເພາະຖ້າຈ້າງຄົນຕ່າງປະເທດ ນອກຈາກຈະແພງແລ້ວ ຍັງຕ້ອງມາຫຍຸ້ງຍາກເລື່ອງທີ່ພັກ ແລະ ອື່ນໆອີກແມ່ນບໍ? ແຕ່ທຸລະກິດ ກໍຄືທຸກລະກິດ ຜົນປະກອບການແມ່ນສຳຄັນກວ່າ. ຂໍອະນຸຍາດກັບເຂົ້າມາສູ່ເນື້ອໃນໃຈຄວາມດີກວ່າເນາະ ແລ້ວຈະເຮັດວຽກແບບໃດ ຈິ່ງຈະຖືວ່າເປັນມືອາຊີບທີ່ຖືກໃຈນາຍຈ້າງ?. ຄຳຕອບທີ່ຂ້າພະເຈົ້າໄດ້ຈາກນັກທຸລະກິດແຖວໜ້າຂອງປະເທດລາວ ກໍຄື ຄວາມຮັບຜິດຊອບສູງ ຫຼື Commitment ໝາຍເຖິງເວລາມອບວຽກໃຫ້ແລ້ວ ກໍສະບາຍຫາຍຫ່ວງ ບໍ່ແມ່ນຕ້ອງຕາມຖາມຕາມຈີ້ເອົາຄືດັ່ງເຮົາເຫັນ, ເພາະຄົນຕ່າງປະເທດນີ້ ຖ້າໄປຕາມວຽກນຳພວກເຂົາຫຼາຍ ເຂົາກໍຈະບໍ່ພໍໃຈ ເພາະນັ້ນຖືເປັນການດູຖູກ ...
Read More »ເປັນຫຍັງຄົນຈີນ ເຮັດການຄ້າຈຶ່ງຮັ່ງມີ? (ຕໍ່ຈາກສະບັບກ່ອນ)
ສະບາຍດີບັນດາທ່ານນັກອ່ານທີ່ຮັກແພງ ຂ້າພະເຈົ້າຂໍອະນຸຍາດຂຽນບົດຄວາມກ່ຽວຫຼັກປັດຊະຍາການຄ້າຂອງຄົນຈີນຕໍ່ອີກໃນສະບັບເດືອນມີນາ ປີ 2019 ນີ້, ຫວັງວ່າທ່ານນັກອ່ານຄົງຈະບໍ່ຢຸດເຊົາອ່ານນໍ. ດຸໝັ່ນ ແລະ ອົດທົນ (ຕໍ່) ທ່ານ ແຈັກມາ (Jack Ma) ມະຫາເສດຖີອັນດັບໜຶ່ງຂອງຈີນກໍຖືວ່າເປັນອີກຄົນໜຶ່ງມີຄວາມດຸໝັ່ນ ແລະ ອົດທົນເພື່ອສ້າງຕົນເອງໃຫ້ກາຍເປັນຄົນທີ່ປະສົບຄວາມສຳເລັດ ເຊິ່ງທ່ານເຄີຍກ່າວວ່າ “ຢ່າຍອມຈຳນົນ, ເຖິງມື້ນີ້ຈະລຳບາກ, ມື້ອື່ນອາດຈະລຳບາກຂຶ້ນໄປອີກ, ແຕ່ວ່າມື້ຮືອາດຈະເປັນມື້ທີ່ສົດໃສສຳລັບທ່ານ” ຫຼື “Never give up. Today is hard, tomorrow will be worse, but the day after tomorrow will be sunshine”, ແຕ່ໜ້າເສຍດາຍທີ່ຄົນສ່ວນຫຼາຍມັກຈະລົ້ມລົງໃນຕອນຄ່ຳຂອງມື້ອື່ນ ກ່ອນທີ່ຈະເຖິງມື້ຮື. ທ່ານ ແຈັກມາ ກໍເປັນອີກຄົນໜຶ່ງທີ່ມີຄວາມອົດທົນເປັນເລີດ ໂດຍບໍ່ຍອມຈຳນົນຕໍ່ໂຊກຊາຕາ ເຖິງຈະລົ້ມຫຼາຍຄັ້ງ ແລະ ຖືກສັງຄົມປະຕິເສດຫຼາຍປານໃດ ທ່ານຍັງອົດທົນ ແລະ ລຸກຢືນຂຶ້ນສູ້ຈົນປະສົບຄວາມສຳເລັດ ຍ້ອນທ່ານຄິດຢູ່ສະເໝີວ່າ “ທຸກໆຄວາມລຳບາກ ກໍຈະມີຂອງຂວັນໃຫ້ຢູ່ສະເໝີ ແລະ ເມື່ອທ່ານເສຍຢ່າງໜຶ່ງໄປ ທ່ານກໍຈະໄດ້ສິ່ງທີ່ດີກວ່າມາແທນຢູ່ສະເໝີ ຖ້າມີຄວາມອົດທົນພຽງພໍ”, ແຕ່ຄົນສ່ວນຫຼາຍມັກຈະຍອມຈຳນົນກ່ອນ ...
Read More »ເປັນຫຍັງຄົນຈີນ ເຮັດການຄ້າຈຶ່ງຮັ່ງມີ? (ຕໍ່ຈາກສະບັບກ່ອນ)
ເມື່ອພະເຈົ້າແຜ່ນດິນ ຊິນຊີ້ຮວງ (Qin Shi Huang) ໄດ້ສະຖາປານາພະອົງຂຶ້ນເປັນພະເຈົ້າແຜ່ນດິນແຫ່ງລາຊະວົງຊິນທີ່ເປັນອານາຈັກທີ່ຍິ່ງໃຫຍ່ທຳອິດຂອງປະເທດຈີນແລ້ວ ພໍ່ຄ້າລີກໍໄດ້ກາຍເປັນທ່ານເສນາອາມາດທີ່ເຮັດໜ້າທີ່ເປັນເໝືອນດັ່ງນາຍົກລັດຖະມົນຕີມີເງິນຄໍາອຳນາດ ແລະ ອິດທິພົນໃຫຍ່ລົ້ນຟ້າໃນເວລາຕໍ່ມາຖືວ່າປະສົບຄວາມສຳເລັດຈາກການລົງທຶນກໍ່ຕັ້ງລາຊະວົງ ສົມກັບທີ່ໄດ້ຕັ້ງໃຈໄວ້. ປະຫວັດສາດແຫ່ງການກຳເນີດລາຊະວົງທຳອິດຂອງຈີນທີ່ມາຈາກການລົງທຶນເຮັດການຄ້ານີ້ ໄດ້ຖືກສອນກັນຜ່ານຮຸ່ນລູກຮຸ່ນຫຼານຊາວຈີນພວກເຂົາເກ່ງເລື່ອງເຮັດການຄ້າບໍ່ແມ່ນເກີດຂຶ້ນໃນມື້ໜຶ່ງຍາມດຽວແຕ່ມັນຄືຄວາມຮູ້ທີ່ຖືກສະສົມມານັບພັນໆປີ ແລະ ກໍບໍ່ສະເພາະການເຮັດການຄ້າ, ເລື່ອງການປະດິດຄິດຄົ້ນຂອງຊາວຈີນໃນເມື່ອກ່ອນກໍກ້າວໜ້າທີ່ສຸດໃນໂລກເຊັ່ນ: ເຂັມທິດ, ການພິມ, ໝື້ປືນ ແລະ ການປະດິດເຈ້ຍໃຊ້ກ່ອນໝູ່ໃນໂລກ ລວມທັງວິທະຍາສາດການເດີນເຮືອ ໂດຍກ່າວກັນວ່າ ນັກສຳຫຼວດທີ່ໄປເຖິງແຜ່ນດິນອາເມຣິກາກ່ອນໝູ່ນັ້ນ; ບໍ່ແມ່ນ ທ່ານ ຄຣິດສະຕອບເຟີ ໂຄລຳບັສ (ChristopherColumbus) ແຕ່ແມ່ນທ່ານ ເຈີ້ງເຫີ (Zheng He) ແມ່ທັບເຮືອທີ່ຍິ່ງໃນລາຊະວົງ ມິງ (Ming Dynasty)ຂອງຈີນຕ່າງຫາກ ທີ່ໄປຢຽບແຜ່ນດິນອາເມຣິກາໃນປີ 1421 ຫຼື ປະມານ 71 ປີ ກ່ອນທີ່ ຄຣິດສະຕອບເຟີໂຄລຳບັສ ຈະໄປຮອດອາເມຣິກາ, ກອງເດີນເຮືອຂອງແມ່ທັບເຈີ້ງເຫີແມ່ນໃຫຍ່ກວ່າຂອງ ຄຣິດສະຕອບເຟີໂຄລຳບັສ ຫຼາຍຮ້ອຍເທົ່າ, ເສຍດາຍທີ່ເວລາຕໍ່ມາ ຍ້ອນຄວາມບໍ່ເປັນເອກະພາບຂອງຂຸນນາງ ແລະ ພະເຈົ້າແຜ່ນດິນອົງໃໝ່ທີ່ຄອງລາດໃນລາຊະວົງມິງ ໄດ້ປິດປະເທດ ແລະ ທຳລາຍກອງເຮືອທີ່ຍິ່ງໃຫຍ່ສະທ້ານໂລກ, ແຜ່ນດິນຈີນກໍກາຍເປັນເໝືອນດັ່ງມັງກອນນອນຫຼັບທີ່ຫາກໍເລີ່ມຕື່ນຂຶ້ນຫຼັງຈາກປົດປ່ອຍປະເທດໃນປີ 1949 ໂດຍການນຳຂອງຜູ້ນຳທີ່ຍິ່ງໃຫຍ່ທ່ານ ເມົາເຈີຕຸງ (Mao ...
Read More »