ການແຜ່ລະບາດຂອງພະຍາດ COVID-19 ແລະ ຜົນກະທົບທາງເສດຖະກິດຕໍ່ກັບວິສາຫະກິດໃນ ສປປ ລາວ

  1. ລະດັບຜົນກະທົບຕໍ່ກັບເສດຖະກິດທາງດ້ານວິສາຫະກິດໃນລາວໂດຍຫຍໍ້

ໂດຍນໍາໃຊ້ຖານຂໍ້ມູນວິສາຫະກິດແຫ່ງຊາດ ຈາກກະຊວງອຸດສາຫະກໍາ ແລະ ການຄ້າ (ມີນາ 2020), ບົດປະເມີນວິສາຫະກິດເບື້ອງຕົ້ນສະບັບນີ້ ຄະນະຄົ້ນຄວ້າໄດ້ໝູນໃຊ້ຂໍ້ມູນຈໍານວນວິສາຫະກິດຢູ່ໃນ ສປປ ລາວ ເພື່ອສ້າງດັດສະນີຂອງວິສາຫະກິດທີ່ຄາດວ່າຈະຖືກຜົນກະທົບຈາກ COVID-19 (Compose Index of Effected Enterprises). ຜົນກະທົບຂອງ COVID-19 ຕໍ່ກັບວິສາຫະກິດຈະຖືກແບ່ງອອກເປັນ 2 ຂັ້ນ, ເຊິ່ງສະແດງໃຫ້ເຫັນຢູ່ໃນຮູບທີ 1. ວິສາຫະກິດໃນຂັ້ນ ຫຼື ກຸ່ມ Tier 1 ເປັນກຸ່ມທີ່ໄດ້ຮັບຜົນກະທົບຈາກຄື້ນໜ່ວຍ ທໍາອິດ (first wave) ຂອງ COVID-19, ເຊິ່ງປະກອບດ້ວຍວິສາຫະກິດທີ່ຕິດພັນກັບວຽກງານທ່ອງທ່ຽວ ແລະ ບໍລິການ ໄດ້ແກ່: ວິສາຫະກິດທ່ອງທ່ຽວ, ທີ່ພັກອາໄສ, ຮ້ານອາຫານ ແລະ ເຄື່ອງດື່ມ, ການບັນເທີງ, ການຂົນສົ່ງໂດຍສານ, ການສຶກສາ ແລະ ການບໍລິການອື່ນໆ ເຊິ່ງຖືກກະທົບໂດຍກົງຈາກສະພາບເສດຖະກິດ ແລະ ບັນດາມາດຕະການພາກລັດໃນຂັ້ນຕົ້ນ. ໃນນັ້ນ, ແຂວງທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ແລະ ນະ ຄອນຫຼວງພະບາງ ທີ່ມີຈໍານວນວິສາຫະກິດຢູ່ໃນເກນລະດັບທີ 3 (ຫຼາຍກວ່າ 5,000 ວິສາຫະກິດ). ນອກຈາກຈໍານວນວິສາຫະກິດຈໍານວນຫຼາຍແລ້ວ, ປະເດັນທີ່ຄວນພິຈາລະນາແມ່ນທັງ 2 ແຂວງເປັນຈຸດສູນກາງການທ່ອງທ່ຽວ, ມີຖ້ຽວບິນຈາກຕ່າງປະເທດຈໍານວນຫຼາຍ ແລະ ເປັນພຽງ 2 ແຂວງທໍາອິດໃນລາວທີ່ພົບຜູ້ຕິດເຊື້ອ. ນອກຈາກນັ້ນ, 11 ແຂວງທີ່ຖືກຜົນກະທົບໃນລະດັບທີ 2 (1,000-5,000 ວິສາຫະກິດ) ເກືອບທັງໝົດແມ່ນແຂວງທີ່ຕິດລຽບຊາຍແດນແມ່ນໍ້າຂອງທີ່ມີການເດີນທາງເຂົ້າອອກຂອງນັກທ່ອງທ່ຽວ ແລະ ການຂົນສົ່ງສິນຄ້າ, ແລະ ອີກ 5 ແຂວງແມ່ນຖືກຜົນກະທົບໃນລະດັບທີ 3 (ຕໍ່າກວ່າ 1,000 ວິສາຫະກິດ). ຕົວຢ່າງ, ອີງຕາມການປະເມີນເບື້ອງຕົ້ນຂອງສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໄດ້ໃຫ້ຮູ້ວ່າ ອັດຕາການຍົກເລີກການຈອງໂຮງແຮມໃນເດືອນມີນາ 2020 ສູງກວ່າ 70% (ສຳຫຼວດຈາກໂຮງແຮມໃຫຍ່ຈໍານວນໜຶ່ງໃນນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຫຼວງພະບາງ ແລະ ຈໍາປາສັກ). ສ່ວນບໍລິສັດການບິນລາວ ທີ່ໄດ້ປະກາດຢຸດບໍລິການຖ້ຽວບິນໃນເດືອນກຸມພາ 2020 ເຮັດໃຫ້ສູນເສຍລາຍຮັບຫຼາຍກວ່າ 2 ລ້ານໂດລາສະຫະລັດ ອີງຕາມການລາຍງານຂອງກະຊວງແຜນການ ແລະ ການລົງທຶນ.

(ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 166 ເດືອນມິຖຸນາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

 

COVID-19 pandemic and its economic impacts upon

enterprises operated in the Lao PDR 

  1. Level of economic impacts upon enterprises in brief

Based on the National Enterprise Database, Ministry of Industry and Commerce (as of March 2020), number of enterprises in Laos is incorporated into this initial business analysis by a study group in order to compose index of enterprises affected by COVID-19. Impacts of COVID-19 upon enterprises are divided into 2 tiers. As it can be seen from the figure 1, enterprises categorized under tier 1 are those affected by the first wave of COVID-19, which include business associated to tourism and services, such as tourist companies, hotels, restaurants, entertainment places, public transportation firms, educational and other service businesses. These are enterprises affected directly by the current economic situation and government’s initial measures. Out of all provinces, Vientiane Capital and Luang Prabang are the most two affected citites with the number of enterprises under level 3 (more than 5,000 enterprises). Apart from the high number of enterprises, we should also consider the fact that the two provinces are tourist hubs accommodating several international flights. These are also the first two provinces to find COVID infected patients. In addition, 11 provinces affected under level 2 (1,000-5,000 enterprises) are all located along the Mekong River bordering with neighboring countries where tourists as well as transport trucks enter and depart every day. Then we have the remaining 5 provinces affected under level 3 (below 1,000 enterprises). According to an initial assessment of the Lao National Chamber of Commerce and Industry, March 2020 had more than 70% of hotel cancellation rate (based on surveys done with some hotels in Vientiane Capital, Vientiane, Luang Prabang and Champasack). According to a report of the Ministry of Planning and Investment, Lao Airlines has lost more than 2 million US dollar after ceasing its operation since February 2020.

(More details can be found in Target Magazine issue 166 June 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

 

Comments