ພະນັກງານ ທຸກຄົນມີສິດໄດ້ຮັບ ໂບນັດ ຫຼື ບໍ່?

ໂບນັດ ຫຼື ເງິນເດືອນ (ເດືອນທີ 13) ນັ້ນຖືເປັນສິ່ງທີ່ມີຄຸນຄ່າທີ່ສຸດ ສໍາລັບ ພະນັກງານເອກະຊົນ ເຊິ່ງເປັນສິ່ງທີ່ສ້າງແຮງຈູງໃຈໃຫ້ແກ່ ພະນັກງານ ໃນການຜະລິດຜົນງານດີໆໃຫ້ແກ່ບໍລິສັດ ບໍ່ວ່າຈະເຮັດວຽກໜັກ ຫຼື ເບົາ, ເຮັດວຽກແຕ່ເຊົ້າຈົນຮອດຄໍ່າ. ອີກຢ່າງໜຶ່ງ ຖ້າຫາກ ເປັນພະນັກງານ ທີ່ບໍ່ໄດ້ຮັບສະຫວັດດີການຫຍັງຫຼາຍ ຈາກ ບໍລິສັດແລ້ວ, ໂບນັດ ອາດເປັນສິ່ງດຽວ ທີ່ີຊ່ວຍເຫຼືອທາງດ້ານການເງິນ ໃຫ້ແກ່ ພະນັກງານ ແລະ ຊີວິດການເປັນຢູ່ທີ່ດີຂອງ ພະນັກງານ.

ແຕ່ຄໍາຖາມມີຢູ່ວ່າ ບໍລິສັດ ຕ້ອງຈ່າຍໂບນັດ ຫຼື ເງິນເດືອນ (ເດືອນທີ 13) ໃຫ້ແກ່ ພັກນັກງານ ຫຼື ບໍ່? ຄໍາຕອບ ກະຄືວ່າ ຕ້ອງຈ່າຍ ຖ້າຫາກ ກໍານົດໄວ້ໃນ ສັນຍາຈ້າງ ຫຼືສັນຍາແຮງງານ.

ໃນປັດຈຸບັນ ຍັງບໍ່ທັນມີກົດໝາຍ ຫຼື ລະບຽບການໃດ ທີ່ກໍານົດສະເພາະໃຫ້ ບໍລິສັດ  ຕ້ອງຈ່າຍ ໂບນັດ ໃຫ້ແກ່ ພະນັກງານ ຍົກເວັ້ນແຕ່ ໄດ້ກໍານົດໄວ້ ໃນ ສັນຍາແຮງງານ ຫຼື ເອກະສານອື່ນໆ ເຊິ່ງຖືວ່າ ເປັນການຕົກລົງ ລະຫວ່າງ ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ຕາມມາດຕາ 75 ຂອງ ກົດໝາຍ ແຮງງານ ສະບັບປັບປຸງປີ 2013 ແລະ ຕາມມາດຕາ 8 ຂອງ ກົດໝາຍ ວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະນອກສັນຍາ ສະບັບປັບປຸງປີ 2008.

ເຖິງແມ່ນວ່າ ກົດໝາຍ ບໍ່ໄດ້ບັງຄັບໃຫ້ ບໍລິສັດ ຫຼື ຜູ້ໃຊ້ແຮງງານ ຈ່າຍເງິນໂບນັດ ໃຫ້ແກ່ ພະນັກງານ ເວັ້ນເສຍແຕ່ ກໍານົດໄວ້ໃນສັນຍານັ້ນ ແຕ່ໃນຄວາມເປັນຈິງ  ຜູ້ໃຊ້ແຮງງານ ຄວນຄິດຄໍານຶງ ສະເໝີວ່າ ຖ້າຫາກ ຜູ້ອອກແຮງງານ ບໍ່ມີຫຍັງກະຕຸ້ນ ແນ່ນອນແລ້ວ ອາດສົ່ງຜົນກະທົບຕໍ່ວຽກງານ ຂອງ ບໍລິສັດ ບໍ່ຫຼາຍກໍໜ້ອຍ ແລະ ຂ້າພະເຈົ້າ ເຊື່ອວ່າ ຜູ້ບໍລິຫານ ບໍລິສັດ ຫຼາຍໆທ່ານ ກໍເຄີຍເປັນ ລູກຈ້າງ ມາກ່ອນ ໜ້າຈະເຂົ້າໃຈ ຄວາມຮູ້ສຶກ ຂອງຜູ້ອອກແຮງງານ ເປັນຢ່າງດີ ແລະ ອີກປະການໜຶ່ງ ເນື່ອງຈາກ ສປປ ລາວ ເປັນປະເທດທີ່ມີແຮງງານ ຂ້ອນຂ້າງໜ້ອຍ, ບໍ່ພຽງພໍ ກັບຄວາມຕ້ອງການຂອງວຽກ ແລະ ອີງໃສ່ຄ່ານິຍົມຂອງ ຄົນລາວສ່ວນໃຫຍ່ ແມ່ນຢາກເຮັດວຽກກັບອົງການຈັດຕັ້ງຂອງລັດ ເຊິ່ງອາດຈະເຮັດໃຫ້ເກີດປະກົດການ ຄົນເລືອກວຽກ ຕາມມາ.

ຮູ້ແບບນີ້ ແລ້ວ! ກ່ອນການເຊັນສັນຍາແຮງງານ, ຜູ້ອອກແຮງງານ ຢ່າລືມຕໍ່ລອງກັບ ບໍລິສັດ ກ່ອນຈະເປັນການດີ ຖ້າຫາກທ່ານ ຢາກໄດ້ ໂບນັດ! ແລະ ຜູ້ໃຊ້ແຮງງານ ຢ່າລືມ ໃສ່ໃຈລາຍລະອຽດ ເລັກໆໜ້ອຍ ຂອງພະນັກງານ ເພື່ອເຮັດໃຫ້ບໍລິສັດ ມີຜົນຕອບແທນທີ່ດີ ດັ່ງສຸພາສິດ ລາວບູຮານທີ່ວ່າ “ນໍ້າເພິ່ງເຮືອ ເສືອເພິ່ງປ່າ”.

ສຸດທ້າຍນີ້ຂ້າພະເຈົ້າຫວັງວ່າ ບົດຄວາມນີ້ຈະເປັນສ່ວນໜຶ່ງໃນການໃຫ້ຂໍ້ມູນທາງດ້ານກົດໝາຍ ແລະ ເປັນປະໂຫຍດຢ່າງຍິ່ງ ຕໍ່ບັນດານັກທຸລະກິດ, ຜູ້ປະກອບການ, ເຈົ້າຂອງກິດຈະການ, ນັກຮຽນ, ນັກສຶກສາ, ປັນຍາຊົນຜູ້ກ້າວໜ້າ ແລະ ບຸກຄົນອື່ນໆທີ່ມີຄວາມສົນໃຈ ຫຼື ກໍາລັງມີບັນຫາທາງດ້ານກົດໝາຍ.

(ວາລະສານທາເກັດ ສະບັບ 161 ເດືອນທັນວາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Are all employees entitled to bonus?

Bonus or a thirteenth-month salary is considered as one of the most valuable remunerations that incentivizes private company employees to provide good performance to the companies regardless of difficulty or easiness of the work, and work from morning until night. Moreover, if a company does not provide various benefits to an employee, a salary may be the only financial source that contributes to the good livelihood of the employee. However, the question is whether or not a company must pay a bonus or a thirteenth-month salary to its employee? The answer is yes if it is stipulated in an employment contract.

Currently, there is no law nor regulation that requires a company to pay its employee such bonus unless it is stipulated in the employment contract or other documents considered as agreement between an employer and an employee in accordance with Article 75 of the amended Labor Law of 2013 and Article 8 of the amended Law on Contract and Tort of 2008.

Although no law requires payment to its employee of such bonus unless it is stipulated in the employment contract, a company should indeed consider a fact that if there is no incentive that motivates an employee, it may more or less affect performance of the company. I believe that many managements were once employees and may well understand the feeling of the employees. In addition, since the Lao PDR has small and insufficient labor force to meet the need of work and based upon trend of Lao people in keening to work for governmental organizations, there is a possibility that the issue where the jobseekers become picky in seeking for a job may occur.

Being aware of that, before entering into an employment contract, an employee should not forget to negotiate with a company if you want to receive a bonus, and an employer should not ignore small details of the employee in order for the company to achieve good performance, just like the proverb “Roll my log and I’ll roll yours.”

Lastly, I hope that this article will serve as a legal information and benefit entrepreneurs, business operators, business owners, students, scholars and other people who are interested or having issue regarding this salary.

Remarks: The Target Magazine reserves rights over this article in accordance with the Law on Intellectual Properties. This article aims at providing legal knowledge only and it is not considered legal advice or legal opinion.

Comments