Magazine

ເຄືອໄໝຫັດຖະກຳ ງາມສະຫງ່າຢ່າງມີຄຸນຄ່າ

ໃນຕົ້ນເດືອນມີນາທີ່ຜ່ານມາ, ບັນດາທ່ານຄົງໄດ້ເຂົ້າຮ່ວມຊົມ ແລະ ເຫັນຂ່າວທາງໂທລະພາບກ່ຽວກັບງານສະເຫຼີມສະຫຼອງຄົບຮອບ 20 ປີ ຂອງເຄືອໄໝຫັດຖະກໍາ. ຄວາມຈິງແລ້ວຮ້ານເພິ່ນໄດ້ເປີດຕົວ ນັບແຕ່ ວັນທີ 8 ມີນາ 2000 ເປັນຕົ້ນມາ. ໂອກາດນີ້ ພວກເຮົາຈະມາທຳຄວາມຮູ້ຈັກກັບນັກທຸລະກິດຍິງລາວ ຜູ້ທີ່ມີໄຟແຮງ ແລະ ພະຍາຍາມປັບກົນລະຍຸດທາງທຸລະກິດໄດ້ດີ ອີກທ່ານໜຶ່ງ ຄື ທ່ານນາງ ສົມສະຫວັນ ໄຊຍະວົງ (ຫຼື ຕິກ) ຊຶ່ງເພິ່ນຈະມາແບ່ງປັນນຳພວກເຮົາກ່ຽວກັບເຄືອໄໝຫັດຖະກໍາ (Kheuamai Handicraft) ແລະ ການປະກອບສ່ວນຕໍ່ການສົ່ງເສີມ ແລະ ອະນຸຮັກວັດທະນະທຳລາວ. ເລີ່ມຈາກຄວາມມັກຮັກ ແລະ ຫຼົງສະເໜ່ໃນແຜ່ນແພລາວ ທ່ານນາງ ສົມສະຫວັນ ຈຶ່ງມີຄວາມຄິດຢາກສ້າງຜົນງານຈາກຜ້າໄໝ ແລະ ຜ້າຝ້າຍ ດ້ວຍສີມືຂອງຄົນລາວເອງ.(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 165 ເດືອນພຶດສະພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ ...

Read More »

ແມ່ນໃຜມີອໍານາດຕັດສິນບັນຫາໃນບໍລິສັດຈຳກັດ

ທ່ານຜູ້ອ່ານເຄີຍສົງໄສບໍ່ວ່າ ໃນບໍລິສັດຈຳກັດໃດໜຶ່ງ ແມ່ນໃຜເປັນຜູ້ມີສິດຕັດສີນບັນຫາຕ່າງໆຂອງບໍລິສັດ ລະຫວ່າງ ຜູ້ລົງທຶນ ຫຼື ຜູ້ຖືຮຸ້ນ ຫຼື ປະທານ ຫຼື ຜູ້ອຳນວຍການບໍລິສັດນັ້ນ. ມື້ນີ້ ຄໍລຳກົດໝາຍທຸລະກິດຂອງເຮົາ ຂໍນຳສະເໜີ ແລະ ແລກປ່ຽນຫຼັກການກ່ຽວກັບການຄຸ້ມຄອງບໍລິຫານບໍລິສັດຈຳກັດ. ກ່ອນອື່ນໝົດຂໍໃຫ້ຜູ້ອ່ານເຂົ້າໃຈວ່າ ບໍລິສັດຈຳກັດ ທີ່ຂ້າພະເຈົ້າໝາຍເຖິງແມ່ນ ບໍລິສັດທີ່ສ້າງຕັ້ງຂຶ້ນຢ່າງຖືກ ຕ້ອງຕາມກົດໝາຍ ໄດ້ຮັບການຈົດທະບຽນເປັນບໍລິສັດ “ຈຳກັດ” ຕາມກົດໝາຍວ່າດ້ວຍວິສາຫະກິດຄັກແນ່. ສະນັ້ນ ຮູບແບບວິສາຫະກິດອື່ນ ທີ່ມີການຮ່ວມທຶນກັນແຕ່ບໍ່ໄດ້ສ້າງຕັ້ງ ແລະ ຈົດທະບຽນເປັນບໍລິສັດຈຳກັດ ແມ່ນບໍ່ນອນຢູ່ໃນຄວາມໝາຍຂອງການແລກປ່ຽນສົນທະນາໃນເທື່ອນີ້..(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 165 ເດືອນພຶດສະພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)   who has the power to make decisions in ...

Read More »

ບໍລິສັດ ຕັນຈົງ ມໍເຕີ ລາວ ຈະເຕີບໃຫຍ່ຄຽງຄູ່ກັບສັງຄົມລາວ.

ທ່ານ Song Choon Beng ຜູ້ອໍານວຍການບໍລິສັດ TCMH ປະຈໍາລາວ ແລະ ກໍາປູເຈຍ ໄດ້ໃຫ້ກຽດສໍາພາດຕໍ່ທາງວາລະສານທາເກັດເພື່ອນໍາສະເໜີປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດ Tan Chong Motor Holdings ຜູ້ຜະລິດລົດຍົນຍີ່ຫໍ້ ນິດສັນ (Nissan) ເຊິ່ງມີຕົ້ນກໍາເນີດໃນປະເທດມາເລເຊຍ ແລະ ເລີ່ມເຂົ້າມາຂະຫຍາຍການຕະຫຼາດຈໍາໜ່າຍໃນ ສປປ ລາວ ເມື່ອປີ 2010 ເປັນຕົ້ນມາ,ພ້ອມທັງມີຍອດຈໍາໜ່າຍເພີ່ມຂຶ້ນໃນແຕ່ລະປີຢ່າງຕໍ່ເນື່ອງ. ທ່ານຍັງໄດ້ໃຫ້ຮູ້ເຖິງວິໄສທັດຂອງ ຕັນ ຈົງ ມໍເຕີ ລາວ ທີ່ຈະເຕີບໃຫຍ່ຂະຫຍາຍຕົວຄຽງຄູ່ກັບສັງຄົມລາວ ແລະ ນໍາຜະລິດຕະພັນທີ່ທັນສະໄໝ ແລະ ການບໍລິການຫຼັງຂາຍທີ່ດີເລີດ ມາໃຫ້ກັບລູກຄ້າຊາວລາວໄດ້ຊົມໃຊ້ຢ່າງທົ່ວເຖິງ.  ກະລຸນາເລົ່າປະຫວັດຄວາມເປັນມາໂດຍຫຍໍ້ ກ່ຽວກັບ ການພັດທະນາ ບໍລິສັດ Tan Chong Motor Holdings Berhad ແລະ ບໍລິສັດ Tan Chong Motor (ລາວ) ຈໍາກັດ ຜູ້ດຽວ. ທີ່ຜ່ານມາ, ບໍລິສັດສາມາດບັນລຸຍອດຂາຍໄດ້ ຫຼື ບໍ່? ບໍລິສັດມີສ່ວນແບ່ງຕະຫຼາດຫຼາຍເທົ່າໃດ? ...

Read More »

ຄວາມໝັ້ນໃຈ ກັບການປະສົບຜົນສຳເລັດ

ຄວາມໝັ້ນໃຈໃນຕົນເອງເປັນສິ່ງທີ່ສຳຄັນ ແລະ ຈຳເປັນໃນຊີວິດປະຈຳວັນ ໂດຍສະເພາະໃນແວດວົງການດຳ ເນີນທຸລະກິດ. ຄວາມໝັ້ນໃຈເປັນສິ່ງທີ່ຫຼາຍຄົນຝັນຢາກມີ ແລະ ພະຍາຍາມຝຶກຕົນເອງໃຫ້ມີທັດສະນະແນວຄິດນີ້. ທ່ານອາດຈະຍັງມີຄຳຖາມວ່າ ຄວາມໝັ້ນໃຈໃນຕົນເອງແມ່ນຫຍັງກັນແທ້ ເພື່ອໃຫ້ເຂົ້າໃຈງ່າຍຂຶ້ນຕື່ມ ຜູ້ຂຽນຈຶ່ງໄດ້ຍົກເອົາຄຳນິຍາມທີ່ບັນດານັກຄົ້ນຄວ້າໄດ້ຂຽນໄວ້ມາເລົ່າສູ່ກັນຟັງຕື່ມ. ຄວາມໝັ້ນໃຈໃນຕົນເອງ ແມ່ນການທີ່ທ່ານສາມາດຮັບຮູ້ໄດ້ວ່າ ສິ່ງໃດທີ່ທ່ານເຮັດໄດ້ ແລະ ສິ່ງໃດທີ່ທ່ານເຮັດບໍ່ໄດ້, ເຊື່ອໃນຄວາມສາມາດຂອງຕົນເອງ ຊຶ່ງລະດັບຄວາມໝັ້ນໃຈສາມາດຂຶ້ນກັບສະຖານະການທີ່ແຕກຕ່າງກັນ ໂດຍມີຄວາມພາກພູມໃຈໃນຕົນເອງເປັນອີກໜຶ່ງຕົວຜັກດັນທີ່ເຮັດໃຫ້ເກີດຄວາມໝັ້ນໃຈ. ອີກຄວາມໝາຍໜຶ່ງກໍແມ່ນ ການເຊື່ອໝັ້ນໃນປະສິດ ທິພາບຂອງຕົນເອງວ່າ ສາມາດປະສົບຜົນສຳເລັດໄດ້ຢ່າງແນ່ນອນ. ຄວາມໝັ້ນໃຈໃນຕົນເອງສາມາດເບິ່ງເຫັນໄດ້ຈາກຫຼາຍຢ່າງ ເຊັ່ນວ່າ ພຶດຕິກຳ, ການໃຊ້ພາສາຮ່າງກາຍ, ວີທີການເວົ້າ ຫຼື ການນຳສະເໜີ ແລະ ເນື້ອຫາທີ່ນຳມາສະເໜີ. ຜູ້ທີ່ມີຄວາມໝັ້ນໃຈ ຈະເຮັດໃນສິ່ງທີ່ເຂົາເຊື່ອວ່າຖືກຕ້ອງ ເຖິງແມ່ນວ່າຈະຖືກວິຈານກໍຕາມ, ພວກເຂົາກ້າທີ່ຈະສ່ຽງ ເພື່ອພົບກັບສິ່ງທີ່ດີກວ່າ, ກ້າທີ່ຈະຍອມຮັບຄວາມຜິດພາດ ແລະ ຮຽນຮູ້ຈາກສິ່ງນັ້ນ, ຍອມຮັບຄຳຊົມເຊີຍຈາກຄົນອື່ນດ້ວຍຄວາມເຕັມໃຈ ສຸພາບ ແລະ ອ່ອນນ້ອມ. ໃນທາງກົງກັນຂ້າມ, ຜູ້ທີ່ຂາດຄວາມໝັ້ນໃຈໃນຕົນເອງ ມັກຈະປະຕິບັດຕົນຕາມຄວາມຄິດຂອງຄົນອື່ນ, ຢູ່ແຕ່ຈຸດທີ່ປອດໄພ (comfort zone), ຢ້ານຄວາມລົ້ມເຫຼວ ແລະ ຫຼີກລ່ຽງຄວາມສ່ຽງ, ກ່າວອ້າງເຖິງຄວາມສາມາດຂອງຕົນເອງໃຫ້ຜູ້ອື່ນຟັງທຸກຄັ້ງທີ່ມີໂອກາດ ແຕ່ມັກປະຕິເສດການຍ້ອງຍໍຈາກຄົນອື່ນດ້ວຍຄຳເວົ້າທີ່ຖ່ອມຕົນຈົນເກີນໄປ. ດັ່ງນັ້ນ ຈຶ່ງກ່າວໄດ້ວ່າບຸກຄົນທີ່ຂາດຄວາມໝັ້ນໃຈໃນຕົນເອງມັກຈະເສຍໂອກາດໃນການປະສົບຜົນສຳເລັດ ເນື່ອງຈາກບໍ່ມີຄວາມເດັດຂາດໃນການຕັດສິນໃຈ ແລະ ...

Read More »

ການພັດທະນາທັກສະ ສຳລັບມະນຸດເງິນເດືອນ

ບັນດາຜູ້ອ່ານຫຼາຍທ່ານອາດຈະຄຸ້ນເຄີຍກັນດີກັບຄຳວ່າ “ມະນຸດເງິນເດືອນ” ຊຶ່ງທ່ານເອງກໍອາດຈະຖືກຈັດໃນກຸ່ມ ຄົນເຫຼົ່ານີ້ກໍເປັນໄດ້ ເພາະໃນປັດຈຸບັນ ມະນຸດເງິນເດືອນ ຖືໄດ້ວ່າເປັນກຸ່ມຄົນທີ່ກວມເອົາສັດສ່ວນບໍ່ໜ້ອຍທີ່ປະ ກອບສ່ວນເຂົ້າໃນກຳລັງແຮງງານຂອງປະເທດ ຊຶ່ງທຸກຄົນກໍລ້ວນແຕ່ຕ້ອງການປະສົບຜົນສຳເລັດໃນຊີວິດ ແລະ ວຽກງານດ້ວຍກັນທັງໝົດ. ທ່ານເຄີຍຕັ້ງຄຳຖາມບໍ່ວ່າ ມີຫົນທາງໃດທີ່ຈະນຳໄປສູ່ການເປັນມະນຸດເງິນ ເດືອນທີ່ມີຄຸນນະພາບຊີວິດທີ່ດີໃນອະນາຄົດ?  ຄຳຕອບຂອງຄຳຖາມນີ້ກໍຄື ທ່ານຕ້ອງຮູ້ຈັກວາງແຜນຊີວິດໃນ ສີ່ ດ້ານ ຄື: 1. ການວາງແຜນອາຊີບ, 2. ການວາງແຜນດ້ານການເງິນ, 3. ການວາງແຜນກະສຽນ ແລະ 4. ການວາງແຜນພັດທະນາຕົນເອງ ຖ້າຊີວິດຂອງທ່ານ ມີ 4 ແຜນນີ້ແລ້ວ ກໍເປັນໃບເບີກທາງທີ່ດີທີ່ຈະນຳໄປສູ່ການເປັນມະນຸດເງິນເດືອນທີ່ມີຄຸນນະພາບ ແລະ ຊີວິດທີ່ດີໃນອະນາຄົດໄດ້. ໃນບົດຄວາມນີ້ ຜູ້ຂຽນຈະຂໍນຳເອົາການວາງແຜນພັດທະນາຕົນເອງ ມານຳສະເໜີໃຫ້ບັນດາທ່ານ ເພາະການພັດທະນາຕົນເອງຈະເປັນຕົວຊ່ວຍເພີ່ມປະສິດທິພາບໃນການເຮັດວຽກໃຫ້ໂດດເດັ່ນຂຶ້ນ ແລະ ສ້າງໂອກາດໃຫ້ທ່ານມີຄວາມກ້າວໜ້າໃນວຽກງານກວ່າເກົ່າ. ໃນສະພາບແວດລ້ອມການເຮັດວຽກທຸກມື້ນີ້ ຄົນສ່ວນຫຼາຍຫຍຸ້ງກັບການເອົາໃຈໃສ່ເຮັດໜ້າທີ່ຂອງຕົນຢ່າງເຕັມ ທີ່ ເພື່ອເຮັດວຽກງານທີ່ຖືກມອບໝາຍໃຫ້ສຳເລັດ ຈົນອາດລະເລີຍການພັດທະນາທັກສະໃນ ການເຮັດວຽກແບບບໍ່ຮູ້ຕົວ ເພາະການເຮັດວຽກປະຈຳວັນນີ້ ກໍເຮັດໃຫ້ບໍ່ມີເວລາຈະໄປຄິດຄຳນຶງເຖິງເລື່ອງອື່ນຢູ່ແລ້ວ. ແຕ່ທ່ານຮູ້ບໍ່ວ່າ ທັກສະບາງຢ່າງ ກໍຄຸ້ມຄ່າທີ່ທ່ານຈະສະຫຼະເວລາໃຫ້ ເພື່ອໃຫ້ວຽກງານຂອງທ່ານມີປະສິດທິພາບຫຼາຍຂຶ້ນ. ທັກສະທາງດ້ານພາສາ: ພະນັກງານຫ້ອງການຫຼາຍທ່ານ ອາດຍັງໃຫ້ຄວາມສຳຄັນໜ້ອຍ ໃນການຍົກລະ ດັບພາສາຂອງຕົນເອງ ຍິ່ງຖ້າທ່ານໃດເຮັດວຽກທີ່ບໍ່ກ່ຽວຂ້ອງກັບການໃຊ້ພາສາຕ່າງປະເທດແລ້ວ ຍິ່ງບໍ່ເຫັນ ...

Read More »

ຄວາມພາກພູມໃຈ ແລະ ຄວາມໝັ້ນໃຈ ຄື ສິ່ງສຳຄັນສູ່ຄວາມສຳເລັດ.

ຄວາມພາກພູມໃຈ ແລະ ຄວາມໝັ້ນໃຈ ມີຜົນຕໍ່ການປະສົບຜົນສຳເລັດໃນທຸລະກິດຫຼາຍກວ່າທີ່ທ່ານຄິດ ແລະ ການທີ່ຂາດສິ່ງໃດສິ່ງໜຶ່ງ ກໍເຮັດໃຫ້ທຸລະກິດຂອງທ່ານເກີດບັນຫາຫຼາຍກວ່າທີ່ທ່ານຄາດຄິດໄວ້. ການຂາດຄວາມໝັ້ນໃຈ ແລະ ພາກພູມໃຈ ເປັນໜຶ່ງໃນສາເຫດທີ່ເປັນອຸປະສັກໃນການດຳເນີນທຸລະກິດ ຈາກການສຳຫຼວດ 20 ສາເຫດທີ່ ເຮັດໃຫ້ທຸລະກິດບໍ່ປະສົບຜົນສຳເລັດ ຫຼື ບໍ່ມີການຂະຫຍາຍຕົວ ແມ່ນເຈົ້າຂອງທຸລະກິດດັ່ງກ່າວ ຂາດຄວາມເຊື່ອໝັ້ນໃນຕົນເອງ ແລະ ບໍ່ເຫັນຄຸນຄ່າໃນຄວາມສາມາດຂອງຕົນ ຮູ້ສຶກວ່າຕົນເອງບໍ່ສາມາດນຳພາທຸລະກິດ ໃຫ້ເຕີບໃຫຍ່ ຫຼື ກ້າວຂ້າມບັນຫາໄດ້ ເມື່ອພົບວິກິດການໃດໜຶ່ງ ເຖິງວ່າຈະມີທຶນຮອນ ແລະ ຄວາມຮູ້ຢູ່ໃນມືແລ້ວ ແຕ່ກໍຍັງບໍ່ໝັ້ນໃຈທີ່ຈະສ່ຽງ ຫຼື ຕໍ່ສູ້ ຈຶ່ງເຮັດໃຫ້ບໍ່ສາມາດນຳພາທຸລະກິດຫັນໄປສູ່ແນວທາງໃໝ່ ຫຼື ການແກ້ໄຂທີ່ດີໄດ້. ຫາກຖາມວ່າ ຄວາມພາກພູມໃຈ ມີຄວາມໝາຍແນວໃດກັນແທ້ ຫຼາຍທ່ານອາດຈຳກັດຄວາມ ເປັນຄຳສະເພາະ ບໍ່ໄດ້ ແຕ່ສາມາດບັນລະຍາຍໄດ້ວ່າ ມັນເປັນຄວາມຮູ້ສຶກດີໃຈ ແລະ ມີຄວາມສຸກເມື່ອເວລາທີ່ທ່ານສາມາດເອົາ ຊະນະສິ່ງໃດໜຶ່ງໄດ້ດ້ວຍຄວາມຕັ້ງໃຈ ແລະ ຄວາມພະຍາຍາມຂອງຕົນເອງ. ແຕ່ຄວາມໝາຍທີ່ແທ້ຈິງນັ້ນ ແມ່ນ ຄວາມຮູ້ສຶກໂດຍລວມຂອງທ່ານທີ່ມີຕໍ່ຕົວທ່ານເອງຕ່າງຫາກ, ການເຄົາລົບ ແລະ ການຮັກຕົນເອງ. ຄວາມພູມໃຈໃນຕົນເອງ ເກີດຈາກປະສົບການ ແລະ ສະຖານະການຕ່າງໆທີ່ຫຼໍ່ຫຼອມທັດສະນະຄະຕິສ່ວນຕົວ ທີ່ທ່ານມີຕໍ່ຕົນເອງໃນປັດຈຸບັນ ຊຶ່ງເກີດຂຶ້ນ ...

Read More »

ຄວາມໝາຍຂອງຄຳວ່າ “ຈຳກັດ” ຕໍ່ຈາກ “ບໍລິສັດ”

ບໍລິສັດຈຳກັດ ແມ່ນຫນຶ່ງໃນສາມຮູບແບບວິສາຫະກິດຕາມກົດຫມາຍ ວ່າດ້ວຍວິສາຫະກິດ ຂອງ ສປປ ລາວ. ຄຳວ່າ “ຈຳກັດ” ທີ່ຕໍ່ທ້າຍ ຄຳວ່າ “ບໍລິສັດ” ມີຄວາມຫມາຍແນວໃດ ຫລາຍຄົນອາດບໍ່ທັນຮູ້ເທື່ອ, ສະນັ້ນ ມື້ນີ້ຂ້າພະເຈົ້າຂໍນຳສະເໜີ ຄວາມຫມາຍຂອງຄຳວ່າ “ຈຳກັດ”. ຄຳວ່າ “ຈຳກັດ” ທີ່ຕໍ່ທ້າຍ ຄຳວ່າ “ບໍລິສັດ” (“Limited” Company – LTD ຫຼື Co., Ltd) ຫມາຍເຖິງ ຄວາມຮັບຜິດຊອບສ່ວນບຸກຄົນ/ສ່ວນຕົວ ຂອງ ບັນດາຜູ້ຖືຮຸ້ນ (“shareholder”) ມີຢ່າງຈຳກັດກັບຄວາມຮັບຜິດຊອບຂອງບໍລິສັດ. ຄວາມຮັບຜິດຊອບທີ່ວ່າມີແນວໃດ ອະທິບາຍໄດ້ດັ່ງນີ້: ຕົວຢ່າງ: ບໍລິສັດ ABC ຈຳກັດ ມີຜູ້ຖືຮຸ້ນ 3 ຄົນ. ຜູ້ຖືຮຸ້ນຄົນທີ 1 ຖືຮຸ້ນ 20% ຂອງຮຸ້ນທັງໝົດຂອງບໍລິສັດ; ຜູ້ຖືຮຸ້ນຄົນທີ 2 ຖືຮຸ້ນ 21% ຂອງຮຸ້ນທັງໝົດຂອງບໍລິສັດ ແລະ ຜູ້ຖືຮຸ້ນຄົນທີ 3 ເປັນນິຕິບຸກຄົນ-ບໍລິສັດ XYZ ຈຳກັດ ...

Read More »

ການເປີດໃຈ ແລະ ຮຽນຮູ້ສິ່ງໃໝ່ໆ

ການເປີດໃຈ ແລະ ການຮຽນຮູ້ສິ່ງໃໝ່ ເປັນຄຳເວົ້າທີ່ເຊື່ອວ່າຫຼາຍທ່ານເຄີຍໄດ້ຍິນເລື້ອຍໆ ແຕ່ຄວາມໝາຍທີ່ແທ້ຈິງນັ້ນແມ່ນຫຍັງ? ແລະ ມີຄວາມຈຳເປັນແນວໃດໃນການເຮັດທຸລະກິດ? ການເປີດໃຈ ໝາຍເຖິງ ຄວາມເຕັມໃຈໃນການຮັບຟັງແນວຄິດ ຂອງບຸກຄົນອື່ນທີ່ແຕກຕ່າງຈາກຕົນເອງ. ເມື່ອອ່ານເບິ່ງແລ້ວ ທ່ານອາດຈະຄິດວ່າເປັນສິ່ງທີ່ໃຜກໍເຮັດໄດ້ ແຕ່ໃນຄວາມເປັນຈິງແລ້ວ ມັນບໍ່ໄດ້ງ່າຍດາຍເລີຍ ຫາກທ່ານມີຄວາມເຊື່ອ ແລະ ຄວາມສັດທາໃນສິ່ງໃດໜຶ່ງ ຫຼື ແນວຄວາມຄິດໃດໜຶ່ງທີ່ ໜັກແໜ້ນ ແລະ ເຊື່ອໝັ້ນວ່າຕົນເອງຖືກຕ້ອງທີ່ສູດແລ້ວນັ້ນ ເມື່ອພົບກັບຄົນທີ່ມີຄວາມເຊື່ອ ແລະ ຄວາມຄິດຕ່າງໄປຈາກຕົນ ກໍມັກຈະມີປະຕິກິລິຍາຕອບໂຕ້ໄປໃນທາງລົບ ຈຶ່ງເປັນເລື່ອງທີ່ທ້າທາຍຫຼາຍທີ່ຈະເປີດໃຈຮັບຟັງ ແລະ ຍອມຮັບຄວາມຄິດເຫັນ ຂອງຄົນອື່ນ. ທ່ານຜູ້ອ່ານອາດຈະມີຄຳຖາມວ່າ ແລ້ວການເປີດໃຈກ່ຽວຂ້ອງແນວໃດກັບການດຳເນີນທຸລະກິດ? ອັນດັບທຳອິດທ່ານຕ້ອງເຂົ້າໃຈວ່າ ທ່ານເຮັດທຸລະກິດເພື່ອສ້າງລາຍໄດ້ ໂດຍຜ່ານການຂາຍສິນຄ້າ ຫຼື ການບໍລິການ ຊຶ່ງສິນຄ້າ ແລະ ການບໍໍລິການ ແມ່ນສິ່ງທີ່ສ້າງຂຶ້ນມາຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ ຫຼື ລູກຄ້າ ຊຶ່ງໝາຍຄວາມວ່າທ່ານຈຳເປັນຕ້ອງຮັບຟັງຄວາມຕ້ອງການ ແລະ ຄຳຕິຊົມຂອງລູກຄ້າ ເພື່ອນຳມາປັບປຸງໃຫ້ທຸລະກິດຂອງທ່ານດີຂຶ້ນ. ການບໍ່ຮັບຟັງລູກຄ້າ ໂດຍການຢືນຢັນທີ່ຈະຂາຍແຕ່ສິ່ງທີ່ທ່ານມັກ ຫຼື ໝັ້ນໃຈວ່າດີທີ່ສຸດນັ້ນ ກໍຄືກັນກັບການປະຕິເສດຄວາມຕ້ອງການຂອງຕະຫຼາດ. ການຂາຍສິນຄ້າ ທີ່ບໍ່ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ແນ່ນອນວ່າຈະບໍ່ສາມາດສ້າງລາຍໄດ້ ແລະ ກຳໄລໃຫ້ທ່ານຢ່າງແນ່ນອນ. ເພື່ອໃຫ້ເຫັນພາບໄດ້ຊັດເຈນຂຶ້ນ ຜູ້ຂຽນຂໍຍົກຕົວຢ່າງ ...

Read More »

ການເພີ່ມປະສິດທິພາບໃນການເຮັດວຽກ

ທ່ານເຄີຍສັງເກດບໍ່ວ່າ ເຖິງວ່າຄົນເຮົາທຸກຄົນມີເວລາ 24 ຊົ່ວໂມງເທົ່າກັນ ແຕ່ໝາກຜົນທີ່ແຕ່ລະຄົນບັນລຸໄດ້ກໍບໍ່ໄດ້ເທົ່າກັນໝົດທຸກຄົນ. ໜຶ່ງໃນຕົວປ່ຽນສຳຄັນ ທີ່ເຮັດໃຫ້ຄວາມສຳເລັດຂອງແຕ່ລະຄົນແຕກຕ່າງກັນແມ່ນ ປະສິດທິພາບໃນການເຮັດວຽກ ຂຶ້ນກັບວ່າແຕ່ລະຄົນຈະສາມາດບໍລິຫານຈັດການເວລາທີ່ມີຢູ່ ໃຫ້ເກີດປະໂຫຍດສູງສຸດ ໄດ້ດີພຽງໃດ. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຂໍນຳເອົາບາງເຕັກນິກການເພີ່ມປະສິດທິພາບໃນການເຮັດວຽກມາແບ່ງປັນນຳທ່ານຜູ້ອ່ານ ນັ້ນກໍຄື ການຈັດລຳດັບຄວາມສຳຄັນ ແລະ ການແບ່ງວຽກ. ກ່ອນອື່ນໝົດ ເຮົາມາທຳຄວາມເຂົ້າໃຈນຳກັນກ່ອນວ່າ “ປະສິດທິພາບ (Efficiency)” ໝາຍເຖິງ ການເຮັດວຽກ ອອກມາຢ່າງມີຄຸນນະພາບດ້ວຍການໃຊ້ເວລາຢ່າງຄຸ້ມຄ່າ ໂດຍສາມາດປະເມີນໄດ້ຈາກ ການໃຊ້ເວລາ ແລະ ພະລັງງານໜ້ອຍທີ່ສຸດ ເພື່ອໃຫ້ໄດ້ໝາກຜົນທີ່ມີຄຸນນະພາບ ແລະ ປະລິມານສູງທີ່ສຸດ. ການທີ່ທ່ານເຮັດ ວຽກຫຼາຍກວ່າຄົນອື່ນ ບໍ່ໄດ້ໝາຍຄວາມວ່າ ທ່ານເຮັດວຽກໄດ້ຢ່າງມີປະສິດທິພາບ ສະນັ້ນ ການບໍລິຫານເວລາ ດ້ວຍການຈັດລຳດັບຄວາມສຳຄັນ ແລະ ການແບ່ງວຽກ ຈຶ່ງສຳຄັນຕໍ່ການພັດທະນາປະສິດຕິພາບໃນການເຮັດວຽກ. ການຈັດລຳດັບຄວາມສຳຄັນ: ວິທີການຈັດລຳດັບຄວາມສຳຄັນຂອງວຽກນັ້ນມີຫຼາຍແບບ ແຕ່ແບບຈຳລອງ (Model) ທີ່ນິຍົມໃຊ້ຄື Eisenhower Matrix ຊຶ່ງເປັນການແບ່ງວຽກອອກເປັນ 4 ກຸ່ມ ຕາມລຳດັບ ຄວາມສຳ ຄັນ ແລະ ຄວາມຮີບດ່ວນຂອງວຽກ ດັ່ງພາບ: ການເລີ່ມເຮັດວຽກໃນມື້ນີ້ເລີຍ (Do It ...

Read More »

ການເຮັດວຽກຢ່າງໜັກ ກັບ ການເຮັດວຽກຢ່າງສະຫຼາດ (Work Hard vs Work Smart)

ຫຼາຍທ່ານກໍຮູ້ກັນດີວ່າ ຄວາມຕັ້ງໃຈ ດຸໝັ່ນ ແລະ ອົດທົນ ເປັນພື້ນຖານຂອງທຸກຄວາມສຳເລັດ ແຕ່ການເຮັດ ວຽກຢ່າງໜັກ ເພື່ອມຸ່ງໄປສູ່ຄວາມສຳເລັດໃນໜ້າທີ່ວຽກງານ ອາດບໍ່ແມ່ນສິ່ງສຳຄັນຢ່າງດຽວໃນຊີວິດ ເພາະ ການເຮັດວຽກຢ່າງສະຫຼາດ ທີ່ສາມາດສ້າງຄວາມສົມດຸນລະຫວ່າງວຽກງານ ແລະ ຊີວິດ ໄປພ້ອມໆກັບການ ມີສຸກຂະພາບກາຍ ແລະ ໃຈທີ່ແຂງແຮງ ເພື່ອພ້ອມທີ່ຈະສ້າງສັນຜົນງານທີ່ດີໃນໄລຍະຍາວ ຍ່ອມເປັນສິ່ງສຳ ຄັນກວ່າ ທີ່ຄົນລຸ້ນໃໝ່ຄວນຄຳນຶງເຖິງ. ໃນບົດຄວາມນີ້ ຜູ້ຂຽນຈະສະເໜີໃຫ້ເຫັນເຖິງຄວາມແຕກຕ່າງລະ ຫວ່າງການເຮັດວຽກຢ່າງໜັກ ແລະ ການເຮັດວຽກຢ່າງສະຫຼາດ ພ້ອມທັງນຳເອົາເຕັກນິກການເຝິກຕົນເອງ ໃຫ້ກາຍເປັນຄົນທີ່ເຮັດວຽກຢ່າງສະຫຼາດ ມາແບ່ງປັນນຳບັນດາຜູ້ອ່ານ. ການເຮັດວຽກຢ່າງໜັກ (Work Hard) ໝາຍເຖິງ ການທຸ້ມເທເຫື່ອແຮງ ຊັບພະຍາກອນ ແລະເວລາສ່ວນຫຼາຍໃຫ້ກັບການເຮັດວຽກ ຊຶ່ງໝາກຜົນທີ່ອອກ ມາອາດຈະເປັນທີ່ໜ້າເພິ່ງພໍໃຈ ຫຼືບໍ່ກໍໄດ້ ແຕ່ການໄດ້ມາຊຶ່ງໝາກຜົນນັ້ນ ທ່ານອາດຈະຕ້ອງແລກມາດ້ວຍການ ເຮັດວຽກໜັກຈົນເກີນໄປ ທີ່ອາດສົ່ງຜົນກະທົບຕໍ່ສະພາບຮ່າງກາຍ ແລະ ຈິດໃຈຂອງທ່ານ; ເຮົາລອງມາທົດສອບເບິ່ງວ່າ ທ່ານເຮັດວຽກໜັກ ຫຼືບໍ່ ດ້ວຍການສັງເກດຕົນເອງວ່າ ທ່ານເລີກວຽກຄໍ່າ ຫຼືບໍ່, ທ່ານຫອບເອົາວຽກມາ ເຮັດຢູ່ເຮືອນນຳ ຫຼືບໍ່, ທ່ານຄິດວ່າວຽກສຳຄັນທີ່ສຸດໃນຊີວິດຫຼືບໍ່, ຖ້າຄຳຕອບຂອງທ່ານຄື “ແມ່ນ” ທັງໝົດ ...

Read More »