ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ ລັດຖະບານຈະປັບປຸງຄາດໝາຍການຂະຫຍາຍຕົວເສດຖະກິດ ຫຼື GDP ຄືນໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນໄລຍະປັດຈຸບັນ, ພ້ອມນັ້ນກໍຈະປັບຫຼຸດຄາດໝາຍດ້ານເສດຖະກິດມະຫາພາກຈໍານວນໜຶ່ງເຊັ່ນ: ຄາດໝາຍດ້ານງົບປະມານ, ເງິນຕາ, ດຸນການຄ້າ, ແຫຼ່ງທຶນພັດທະນາ ແລະ ອື່ນໆ.ເອົາໃຈໃສ່ຄຸ້ມຄອງອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ເໝາະສົມ ໂດຍການຄຸ້ມຄອງລາຄາສິນຄ້າ, ເພີ່ມການສະໜອງການຜະລິດພາຍໃນໃຫ້ຫຼາຍຂຶ້ນ.ຄຸ້ມຄອງອັດຕາແລກປ່ຽນໃຫ້ມີສະຖຽນລະພາບ, ເລັ່ງສ້າງຄວາມເຊື່ອໝັ້ນ ແລະ ອໍານວຍຄວາມສະດວກໃຫ້ແກ່ນັກລົງທຶນຕ່າງປະເທດໃຫ້ຫຼາຍຂຶ້ນ, ພ້ອມທັງຫຼຸດການນໍາເຂົ້າສິນຄ້າບາງຊະນິດ ໂດຍສະເພາະສິນຄ້າຟຸມເຟືອຍທີ່ບໍ່ຈໍາເປັນ ເພື່ອຊ່ວຍຮັກສາລະດັບຄັງສໍາຮອງເງິນຕາ.ເອົາໃຈໃສ່ຮັກສາການຂາດດຸນງົບປະມານ ໃຫ້ໃກ້ຄຽງກັບລະດັບທີ່ສະພາແຫ່ງຊາດໄດ້ກໍານົດ ເຖິງແມ່ນວ່າຈະໄດ້ຮັບຜົນກະທົບຈາກການລະບາດໂຄວິດ 19 ກໍຕາມ.ເລັ່ງຈັດເກັບອາກອນທີ່ມີທ່າແຮງ ແລະ ບໍ່ໄດ້ຮັບຜົນກະທົບໂດຍກົງຈາກ ໂຄວິດ 19 ເປັນຕົ້ນ: ຂະຫຍາຍການເກັບອາກອນທີ່ດິນຜ່ານລະບົບທະນາຄານ, ລາຍຮັບວິຊາການ ແລະ ຄ່າທໍານຽມຕ່າງໆ ຜ່ານລະບົບທັນສະໄໝ, ຫັນຫົວໜ່ວຍທຸລະກິດ SME ທີ່ມີຄວາມພ້ອມຈໍານວນໜຶ່ງໃຫ້ຖືບັນຊີ ແລະ ເຂົ້າລະບົບຈ່າຍອາກອນຕາມລະບຽບການ. ກວດກາສາງສິນຄ້າ, ນໍ້າມັນເຊື້ອໄຟຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກ ຢ່າງເຂັ້ມງວດ. ພ້ອມນັ້ນກໍຕິດຕາມ-ກວດກາການເກັບລາຍຮັບຢ່າງເປັນປະຈໍາ. (ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 167 ເດືອນກໍລະກົດ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ ...
Read More »Magazine
ທຸລະກິດປະເທດອັງກິດ ຂະຫຍາຍຕົວໃນ ສປປ ລາວ
ທ່ານ ຈອນ ເພຍສັນ ເອກອັກຄະຣາຊະທູດ ແຫ່ງສະຫະຣາຊະອານາຈັກອັງກິດ ປະຈໍາ ສປປ ລາວ, ໄດ້ໃຫ້ກຽດສໍາພາດຂຶ້ນປົກວາລະສານ ທາເກັດ ສະບັບເດືອນກໍລະກົດ 2020, ເຊິ່ງທ່ານຈະໄດ້ຍົກໃຫ້ເຫັນການພົວພັນ ແລະ ການຮ່ວມມືມິດຕະພາບລະຫວ່າງສອງປະເທດ, ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດປະເທດອັງກິດໃນ ສປປ ລາວ ແລະ ເປົ້າໝາຍໃນອະນາຄົດ. ພ້ອມທັງການຊ່ວຍເຫຼືອດ້ານຕ່າງໆແກ່ ສປປ ລາວ ໃນໄລຍະຜ່ານມາ. • ສະຖານທູດອັງກິດໄດ້ເຄື່ອນໄຫວວຽກຫຍັງແດ່ໃນ ສປປ ລາວ? ສະຖານທູດອັງກິດຢູ່ນະຄອນຫຼວງວຽງຈັນ ໄດ້ເຮັດວຽກສົ່ງເສີມຜົນປະໂຫຍດຂອງອັງກິດຢູ່ໃນລາວ ທີ່ລວມມີການສົ່ງເສີມບັນດາທຸລະກິດຂອງອັງກິດໃນການສະໜອງສິນຄ້າ ແລະ ການບໍລິການໃນ ລາວ, ເຊິ່ງທີ່ຜ່ານມາກໍມີບໍລິສັດຂອງອັງກິດຫຼາຍແຫ່ງປະສົບຜົນສຳເລັດໃນໜ້າທີ່ດັ່ງກ່າວ. ຍົກຕົວຢ່າງ, ກຸ່ມທຸລະກິດໂຮງແຮມລະຫວ່າງປະເທດ, ຜູ້ທີ່ດຳເນີນກິດຈະການໂຮງແຮມລະດັບຫ້າດາວ Crowne Plaza Vientiane, ມີແຜນທີ່ຈະເປີດໂຮງແຮມໃໝ່ໃນຊື່ Holiday Inn ໃນອະນາຄົດອັນໃກ້ນີ້. ນອກຈາກນີ້ຍັງມີ Prudential ທີ່ເປັນອີກບໍລິສັດໜຶ່ງທີ່ເຄື່ອນໄຫວກິດຈະການດ້ານປະກັນໄພຢ່າງຕັ້ງໜ້າ, ແລະ Ernst and Youngທີ່ສະໜອງການບໍລິການດ້ານອາກອນ ແລະ ກວດສອບບັນຊີແບບມືອາຊີບ. ສຳລັບທຸລະກິດໃໝ່ທີ່ຫາກໍ່ເຂົ້າສູ່ຕະຫຼາດເຊັ່ນ: ໂຮງຮຽນສອນພາສາອັງກິດ Pingu ທີ່ດຳເນີນການໂດຍກຸ່ມທຸລະກິດດ້ານພາສາຂອງອັງກິດ, ເຊິ່ງໄດ້ສະໜອງຫຼັກສູດພາສາອັງກິດລະດັບປະຖົມໃຫ້ແກ່ໄວໜຸ່ມລາວ ໂດຍມີສັນຍາລັກຂອງໂຮງຮຽນເປັນຮູບນົກເພນກວິ້ນ, ...
Read More »ດອກເບ້ຍການກູ້ຢືມເງິນສູງ ແລະ ກົດໝາຍ
ສັງຄົມລາວເຮົາມັກເວົ້າກັນວ່າບໍ່ຈຳເປັນແທ້ໆ ບໍ່ໄປກູ້ຢືມເປັນໜີ້ເປັນສິນຜູ້ໃດ…ແຕ່ໃນສະພາບເສດຖະກິດ ແລະ ສັງຄົມ ໃນປັດຈຸບັນທີ່ມີຄ່າຄອງຊີບສູງ, ມີລາຍຈ່າຍຫຼາຍ ແຕ່ໃນເວລາດຽວກັນລາຍໄດຊ້ຳພັດຍັງເທົ່າເກົ່າ ຫຼື ໜ້ອຍກວ່າເກົ່າ (ເມື່ອທຽບກັບຄ່າເງິນກີບທີ່ອ່ອນຄ່າລົງຕາມລຳດັບ), ບາງຄັ້ງໃນຢາມເຈັບເປັນ ຫຼື ມີຄວາມຈຳເປັນຕ້ອງໄດ້ໃຊ້ເງິນ; ຫຼື ຈຳເປັນລົງທຶນເພີ່ມສຳລັບຂະຫຍາຍກິດຈະການ, ຫ້າງຮ້ານ ແລະ ອື່ນໆ ເພື່ອສະພາບຄ່ອງໃນການດຳເນີນທຸລະກິດ ກໍຕ້ອງໄດ້ “ກູ້ໜີ້ຢືມສິນ” ຈາກຜູ້ອື່ນ ເພື່ອນຳມາແກ້ໄຂຄວາມຫຍຸ້ງຍາກຂາດເຂີນ ໃນຊີວິດປະຈຳວັນ ຫຼື ເພື່ອຊຸກຍູ້ທຸລະກິດໃຫ້ເຕີບໃຫຍ່.ຖ້າໄປກູ້ຢືມເງິນນຳທະນາຄານ ຫຼື ສະຖາບັນການເງິນ ກໍມີຫຼາຍຂັ້ນຕອນຫຍຸ້ງຍາກ ແລະ ຕ້ອງໄດ້ລໍຖ້າການອະນຸມັດທີ່ອາດໃຊ້ເວລາຫຼາຍເດືອນຈຶ່ງຈະໄດ້ເງິນ ໂດຍສະເພາະສຳລັບນັກທຸລະກິດແລ້ວ ກວ່າຈະໄດ້ເງິນກູ້ຢືມມາ ໂອກາດໃນການໄດ້ລູກຄ້າ ຫຼື ສັ່ງວັດຖຸດິບກໍອາດບໍ່ທັນການແລ້ວກໍເປັນໄດ້, ສະນັ້ນ ການກູ້ຢືມເງິນຈາກບຸກຄົນ ບໍ່ວ່າຈະເປັນໝູ່ເພື່ອນ, ຍາດຕິພີ່ນ້ອງ ຫຼື ຈາກຜູ້ທີ່ໃຫ້ບໍລິການເງິນກູ້ຢືມເປັນອາຊີບ ເອີ້ນວ່າ: “ເຈົ້າໜີ້ນອກລະບົບທະນາຄານ” ຈຶ່ງເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ ແລະ ບາງຄັ້ງເຖິງແມ່ນວ່າດອກເບ້ຍກູ້ຢືມສູງກວ່າທະນາຄານ ຫຼື ສະຖາບັນການເງິນ ຫຼາຍໆຄົນກໍຈຳຍອມເພາະຄວາມຈຳເປັນ ດັ່ງທີ່ກ່າວມາແລ້ວນັ້ນ. ເມື່ອເປັນແນວນີ້ ກົດໝາຍບ້ານເຮົາໄດ້ກຳນົດໄວ້ແນວໃດແດ່ ກ່ຽວກັບດອກເບ້ຍເງິນກູ້ຢືມທີ່ສູງ ມື້ນີ້ຂ້າພະເຈົ້າຈະເລົ່າໃຫ້ຟັງ ກ່ອນອື່ນໝົດ, ກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ (2008), ...
Read More »ເຊື່ອວ່າ ຫຼາຍໆຄົນຕ້ອງມີພຶດຕິກຳການຊື້ ທີ່ບໍ່ມີເຫດຜົນ ແມ່ນບໍ່?
ສະບາຍດີ ທ່ານຜູ້ອ່ານວາລະສານທາເກັດທັງຫຼາຍ ໃນປີທີ່ຜ່ານມາທ່ານໄດ້ເຫັນແລ້ວວ່າ ບ້ານເຮົາມີທຸລະກິດຫຼາຍປະເພດທີ່ເປີດຂຶ້ນມາໃໝ່ ແລະກໍມີທຸລະກິດຈຳນວນຫຼວງຫຼາຍ ທີ່ທົນຕໍ່ສະພາບການແຂ່ງຂັນທີ່ດຸເດືອດ, ປັບຕົວກັບການປ່ຽນແປງຂອງຕະຫຼາດ ແລະພຶດຕິກຳຂອງຜູ້ບໍລິໂພກ ຍຸກ 5.0 ບໍ່ທ່ວງທັນ ຈົນຕ້ອງຈຳໃຈປິດກິດຈະການໄປ. ເຊິ່ງເມື່ອວິເຄາະແລ້ວ ບັນຫາຫຼັກໆ ທີ່ເຮັດໃຫ້ທຸລະກິດເຫຼົ່ານັ້ນ ຕ້ອງຕົກຢູ່ໃນສະພາບຝືດເຄືອງ ຍອດຂາຍຕົກຕ່ຳແບບຕໍ່ເນື່ອງ ສາຍເຫດມາຈາກການຂາດຄວາມຮູ້ທາງການຕະຫຼາດ ບໍ່ວ່າຈະເປັນ ການຂາດການວາງຍຸດທະສາດ ແລະການປະເມີນຜົນທີ່ເໝາະສົມ, ບໍ່ມີການເຈາະຈົງກຸ່ມເປົ້າໝາຍທີ່ແນ່ນອນ ຈຶ່ງເຮັດໃຫ້ບໍ່ເຂົ້າໃຈຄວາມຕ້ອງການ ແລະພຶດຕິກຳການຊື້ ຂອງກຸ່ມເປົ້າໝາຍສະເພາະ ແລ້ວຍັງປ່ຽນແປງໄປຕາມປັດໄຈພາຍນອກ ແລະຄວາມກ້າວໜ້າທາງເຕັກໂນໂລຊີນຳອີກ. ນອກຈາກນີ້ ໃນປີທີ່ຜ່ານມາ ບັນດາທ່ານກໍອາດເຄີຍໄດ້ຍິນຜ່ານໆຫູ ກ່ຽວກັບຄວາມຮູ້ທາງການຕະຫຼາດແບບໃໝ່ ທີ່ເອີ້ນວ່າ: ການຕະຫຼາດແບບປະສາດວິທະຍາ (Neuroscience / Neuromarketing) ທີ່ໃຊ້ເຄື່ອງມືທາງວິທະຍາສາດ ເຂົ້າມາສຶກສາການເຮັດວຽກຂອງສະໝອງຄົນ ສາມາດຈັບຄື່ນສະໝອງ ຈັບສັນຍານ ຄວາມເຄື່ອນໄຫວຂອງສາຍຕາ ອັດຕາການເຕັ້ນຂອງຫົວໃຈ ອາລົມຄວາມຮູ້ສຶກ ແລະອື່ນໆ. ເຮັດໃຫ້ເຂົ້າໃຈຂະບວນການຄິດຂອງຄົນ ປະຕິກິລິຍາຕອບສະໜອງຕໍ່ໂຄສະນາສິນຄ້າຕ່າງໆ. ສະນັ້ນ, ຄວາມຮູ້ຂະແໜງນີ້ ຈຶ່ງກາຍເປັນອີກເຄື່ອງມືໜຶ່ງທີ່ຖືກກ່າວເຖິງຢ່າງຫຼວງຫຼາຍ ໃນວົງການການຕະຫຼາດ ຖືກນຳໃຊ້ວິເຄາະເພື່ອຊອກຫາ ຂໍ້ມູນລູກຄ້າແບບເຈາະເລິກ (Customer insights) ເຊິ່ງເຮັດໃຫ້ການວາງແຜນການຕະຫຼາດ ການຜະລິດສື່ໂຄສະນາມີປະສິດທິພາບຫຼາຍຂຶ້ນ. ຈາກການສຳຫຼວດພຶດຕິກຳການຊື້ ໂດຍໃຊ້ການຕະຫຼາດແບບປະສາດວິທະຍາ ເຫັນວ່າ 75% ...
Read More »Alexa ສັ່ງວຽກດ້ວຍສຽງ ເຕັກໂນໂລຊີສື່ສານທີ່ຈະມາແຮງໃນອະນາຄົດ
ເມື່ອກ່ອນເຕັກໂນໂລຊີຖືກນໍາເຂົ້າມາໃຊ້ໃນວົງການຂອງທຸລະກິດ ໂດຍການເຂົ້າມາຊ່ວຍເພີ່ມແຮງງານຄົນໃຫ້ເຮັດວຽກໄວຂຶ້ນ ແລະ ມີປະສິດທິພາບຫຼາຍຂຶ້ນ. ແຕ່ປັດຈຸບັນເຕັກໂນໂລຊີໄດ້ກາຍເປັນສ່ວນໜຶ່ງໃນຊີວິດມະນຸດໄປແລ້ວ, ຄົນສ່ວນຫຼາຍມັກຄວາມສະດວກສະບາຍຈົນກາຍເປັນນິໄສ ຜູ້ຜະລິດເຕັກໂນໂລຊີກໍພັດທະນາຂຶ້ນມາແບບທັນໃຈ ຕອບໂຈດຄວາມຕ້ອງການຂອງລູກຄ້າໄດ້ ຄືດັ່ງຜູ້ຊ່ວຍທີ່ມີຊື່ວ່າ Alexa ນີ້ ມີລັກສະນະຄ້າຍໆກັບ Siri ໃນ Apple Smart Phone ແລະ Google Assistant ໃນ Google ແຕ່ຈະມາໃນຮູບແບບຂອງລໍາໂພງ ແລະ ເພີ່ມປະສິດທິພາບໃນການໃຊ້ງານຕື່ມອີກ… ເຮົາມາທໍາຄວາມຮູ້ຈັກກັບ Alexa ພ້ອມໆກັນເບິ່ງວ່າແມ່ນຫຍັງແທ້? Alexa ແມ່ນຫຍັງ? Alexa ເປັນລໍາໂພງສຽງ ທີ່ຖືກພັດທະນາມາຈາກ Amazon Echo ເຊິ່ງສາມາດໃຊ້ວຽກໄດ້ຄືກັນກັບ Siri ເຊິ່ງຜູ້ໃຊ້ສາມາດຖາມຄໍາຖາມໄດ້ທຸກຢ່າງເພື່ອໃຫ້ Alexa ຕອບ. ໂດຍ Amazon ໄດ້ອອກແບບ Alexa Voice Service (AVS) ເພື່ອຮຽນແບບການສົນທະນາຕົວຈິງ ແຕ່ທ່ານສາມາດໃຊ້ຄໍາສັ່ງສຽງນີ້ເພື່ອໃຊ້ບໍໍລິການ ແລະ ເຮັດວຽກແບບສະເພາະເຈາະຈົງໄດ້; Alexa ເປັນ ເຄື່ອງເຕືອນ ທີ່ຄອຍເຕືອນເວລາ ແລະ ສິ່ງທີ່ທ່ານຕັ້ງໄດ້, ເປັນໂມງປຸກໃນຕອນເຊົ້າ, ເປັນຜູ້ຊ່ວຍໃນການເດີນທາງ… ພຽງແຕ່ທ່ານຖາມ ...
Read More »ຄວາມແຕກຕ່າງ ທີ່ຂາດກັນບໍ່ໄດ້ ລະຫວ່າງ ການຕະຫຼາດ ແລະ ການຂາຍ indispensable differences between marketing and sales
ເວລາທີ່ທ່ານເຫັນປະກາດຮັບສະໝັກງານ ຕຳແໜ່ງພະນັກງານຂາຍ (Sales) ແລະ ການຕະຫຼາດ (Marketing) ຫຼືບາງບໍລິສັດກໍປະກາດຕຳແໜ່ງ ພະນັກງານຂາຍ ແລະການຕະຫຼາດ (Sales & Marketing) ທ່ານເຄີຍສົງໄສບໍ່ວ່າ ໜ້າທີ່ຫຼັກໆ ຂອງພະນັກງານຂາຍ ແລະການຕະຫຼາດ ສຳຄັນແຕກຕ່າງກັນແນວໃດກັນແທ້, ນອກຈາກນີ້ ໃນຖານະຜູ້ປະກອບການ ຫຼືຜູ້ທີ່ສົນໃຈສຶກສາການສ້າງທຸລະກິດ ແລະການຕະຫຼາດຫຼາຍທ່ານ ກໍອາດເຄີຍພົບຈຸດທີ່ສັບສົນ ຫຼືຈັງຫວະທີ່ຕ້ອງຖາມຕົວເອງວ່າ ກິດຈະກຳນີ້ ເປັນໜ້າທີ່ຂອງຝ່າຍການຕະຫຼາດ ຫຼື ຝ່າຍຂາຍ? ສະນັ້ນ ມື້ນີ້ວາລະສານທາເກັດຈະມາໄຈ້ແຍກໃຫ້ທ່ານຟັງ Marketing ຫຼື ການຕະຫຼາດ: ໝາຍເຖິງການສື່ສານໃຫ້ຜູ້ບໍລິໂພກເຂົ້າໃຈເຖິງເຫດຜົນ ວ່າເປັນຫຍັງຈຶ່ງຄວນຊື້ສິນຄ້າ ແລະບໍລິການທີ່ບໍລິສັດທ່ານນຳສະເໜີ (our offerings) ຫຼາຍກວ່າສິນຄ້າ ຫຼື ບໍລິການຂອງຄູ່ແຂ່ງ. ສະນັັ້ນ ໜ້າທີ່ຂອງທີມການຕະຫຼາດ ຈຶ່່ງແມ່ນການວາງຍຸດທະສາດ ການຄິດກ່ຽວກັບຍີ່ຫໍ້ (Branding) ການສ້າງສື່ (Media) ແລະອື່ນໆ ເພື່ອນຳໄປສູ່ຄວາມຕ້ອງການຊື້ສິນຄ້າ ແລະບໍລິການຂອງບໍລິສັດ. ຄວາມແຕກຕ່າງລະຫວ່າງ ນັກການຕະຫຼາດທີ່ເກັ່ງ ແລະນັກການຕະຫຼາດທົ່ວໄປ ຈຶ່ງແມ່ນຄວາມສາມາດໃນການເລືອກເຄື່ອງມື ວິທີການ ແລະຂໍ້ຄວາມທີ່ໃຊ້ສື່ສານ (Marketing Message) ເພື່ອເຮັດໃຫ້ຜູ້ບໍລິໂພກໄດ້ຮັບຮູ້ ຈື່ຈຳ ແລະສາມາດຈູງໃຈຈົນເກີດຄວາມຕ້ອງການສິນຄ້າ ...
Read More »ນະວັດຕະກໍາ Software ທີ່ຈະເຂົ້າມາຊ່ວຍ SME ໃຫ້ສະດວກສະບາຍຍິ່ງຂຶ້ນ.
ໃນຍຸກທີ່ມະນຸດລ້ວນແລ້ວແຕ່ຕ້ອງການຄວາມສະດວກສະບາຍ ບໍ່ວ່າຈະເຮັດຫຍັງ ຈະໄປໃສຂໍໃຫ້ມີຄວາມສະບາຍມາກ່ອນ ຈຶ່ງບໍ່ແປກໃຈເລີຍທີ່ ເຕັກໂນໂລຊີ ເຂົ້າມາມີອິດທິພົນຕໍ່ການໃຊ້ຊີວິດຂອງມະນຸດເຮົາໄດ້ຢ່າງງ່າຍດາຍ ບໍ່ວ່າຈະເປັນນະວັດຕະກໍາທີ່ເຂົ້າມາຊ່ວຍເລື່ອງຄວາມສະດວກສະບາຍໃນການໃຊ້ຊີວິດຂອງມະນຸດເຊັ່ນ: ຫຸ່ນຍົນ AI ທີ່ເຂົ້າມາເປັນຜູ້ຊ່ວຍເກືອບຄົບທຸກໜ້າທີ່ວຽກທີ່ຄົນເຮັດໄດ້… ຫຼືນະວັດຕະກໍາທີ່ເຂົ້າມາຊ່ວຍເລື່ອງການເຮັດທຸລະກິດ ເປັນຕົ້ນແມ່ນ Digital Platform ຕ່າງໆ ທີ່ຊ່ວຍໃນເລື່ອງການຈັດເກັບຂໍ້ມູນທີ່ສໍາຄັນ, ການເພີ່ມປະສິດທິພາບຂອງວຽກໃຫ້ໄວຂຶ້ນ, ມີຄຸນນະພາບຂຶ້ນ ແລະ ທີ່ສໍາຄັນຍັງຊ່ວຍດ້ານແຮງງານຄົນໃຫ້ສາມາດເຮັດວຽກໄດ້ດີຍິ່ງຂຶ້ນອີກດ້ວຍ… ກໍຍ້ອນວ່າ ເຕັກໂນໂລຊີ ໃຫ້ຄວາມສະດວກສະບາຍໃນການດໍາລົງຊີວິດ ແລະ ຍັງສາມາດຊ່ວຍເຫຼືອດ້ານທຸລະກິດໄດ້ແບບນີ້ ຈຶ່ງເຮັດໃຫ້ນັກທຸລະກິດໃນທົ່ວໂລກໃຫ້ການຍອມຮັບ ແລະ ເປີດໃຈຮັບເອົາ ເຕັກໂນໂລຊີ ໃໝ່ໆທີ່ເກີດຂຶ້ນໃນຕະຫຼາດຢູ່ສະເໝີ. ຄືດັ່ງ 4 ນະວັດຕະກໍາຊອບແວ (Software) ຜູ້ຊ່ວຍ SME ທີ່ຜູ້ຂຽນນໍາມາສະເໜີໃນມື້ນີ້ ເຊິ່ງຖືວ່າເປັນເທຣນທີ່ມາໃໝ່ ແລະ ກໍາລັງມາແຮງໃນວົງການທຸລະກິດ (ຕ່າງປະເທດ) ກໍເລີຍຢາກແນະນໍາໃຫ້ນັກທຸລະກິດລາວໄດ້ລອງສຶກສາ ທໍາຄວາມຮູ້ຈັກກັບນະວັດຕະກໍາເຫຼົ່ານີ້ ເພື່ອມາພັດທະນາທຸລະກິດ ແລະ ອົງກອນຂອງທ່ານໃຫ້ມີປະສະດທິພາບຍິ່ງຂຶ້ນ!!! ARSA Framework ອາສາ ເຟຣມເວິກ ເປັນບໍລິສັດທີ່ສາມາດສ້າງເຕັກໂນໂລຊີແບບອະເນກປະສົງ ສາມາດເຊື່ອມໂຍງ ແລະ ຮອງຮັບການປະມວນຜົນ, ສະແດງຜົນ ແລະ ການຕິດຕໍ່ສື່ສານຜ່ານຄລາວ (Cloud) ໄດ້ແບບຜ່ານຊ່ອງທາງດຽວ (One ...
Read More »ລ້ຽງລູກດ້ວຍວິທີໃດໃຫ້ມີຄຸນະພາບ ແລະ ເໝາະກັບຍຸກສະໄໝ ດີຈິຕອນ 5.0
ສະບາຍດີທ່ານຜູ້ອ່ານທຸກໆທ່ານທີ່ຮັກແພງ ແລະ ນັບຖືເປັນຢ່າງສູງ, ມື້ນີ້ຂ້າພະເຈົ້າຮູ້ສຶກເປັນກຽດ, ຕື່ນເຕັ້ນ ແລະ ດີອົກດີໃຈເປັນພິເສດທີ່ໄດ້ຂຽນບົດຄວາມກ່ຽວກັບວິທີລ້ຽງລູກຢູ່ວາລະສານທາກເກັດອັນຊົງຄຸນຄ່າແຫ່ງນີ້. ເມື່ອເວົ້າເຖິງສະໄໝ 30 ປີກ່ອນ, ທີ່ຂ້າພະເຈົ້າຍັງເປັນເດັກນ້ອຍປະມານ 10 ປີ, ພໍ່ແມ່ຂອງຂ້າພະເຈົ້າໄດ້ລ້ຽງລູກດ້ວຍວິທີໃຫ້ຕິດພັນກັບທໍາມະຊາດ ແລະ ໃຫ້ອິດສະຫຼະພາບທາງຄວາມຄິດຫຼາຍທີ່ສຸດ, ນັ້ນກໍຄືພໍ່ແມ່ອະນຸຍາດໃຫ້ຂ້າພະເຈົ້າໄດ້ໄປແລ່ນຫຼິ້ນຢູ່ທົ່ງໄຮ່ທົງນາທີ່ຂຽວງາມມີຕົ້ນເຂົ້າເຕັມທົ່ງນາ, ບາງເທື່ອກໍໄປສະປາ, ໄປຈັບຕັກກະແຕນ, ໄປແລ່ນວ່າວຢູ່ທົ່ງນາອັນແສນກ້ວາງໃຫຍ່ໄພສານ. ບາງເວລາຂ້າພະເຈົ້າກໍໄດ້ໄປແລ່ນຫຼິ້ນຢູ່ກາງເດີ່ນບ້ານນໍາໝູ່ເພື່ອນ, ເຮັດກິດຈະກໍາຫຼາຍໆຢ່າງເຊັ່ນ: ຫຼິ້ນບ່າຈິລຸ້ນ, ຫຼິ້ນເຕັ້ນຢາງ, ຫຼິ້ນເຕັ້ນໄຮ່ນາ, ຫຼິ້ນຈາດແປັກ, ຫຼິ້ນຄິດໃນແກ່ນໝາກຂາມ…ທີ່ກໍາລັງເປັນກິດຈະກໍາການຫຼິ້ນທີ່ນິຍົມສໍາລັບເດັກນ້ອຍໃນສະໄໝນັ້ນ, ອາດຈະເປັນຍ້ອນຂ້າພະເຈົ້າໄດ້ແລ່ນຫຼິ້ນນໍາໝູ່ເພື່ອນຢູ່ທົ່ງນາອັນກ້ວາງໃຫຍ່ສີຂຽວສະບາຍຕາສະບາຍໃຈ ຕັ້ງແຕ່ຍັງນ້ອຍໆນີ້ບໍຈຶ່ງເຮັດໃຫ້ຂ້າພະເຈົ້າມີຄວາມກ້າຫານ, ກ້າຮຽນຮູ້ສິ່ງໃໝ່ໆ, ກ້າລອງຜິດລອງຖືກ, ຮັກຄວາມຄິດສ້າງສັນ ແລະ ຮັກການສ້າງຄວາມສໍາພັນທີ່ດີກັບໝູ່ເພື່ອນຢ່າງສະໝໍ່າສະເໝີ, ຕ້ອງຂອບໃຈພໍ່ແມ່ຂ້າພະເຈົ້າທີ່ໄດ້ໃຫ້ຂ້າພະເຈົ້າໄດ້ໃຊ້ຊີວິດຕິດພັນກັບທໍາມະຊາດ ແລະ ໃຊ້ຊີວິດຮ່ວມກັບໝູ່ເພື່ອນເປັນກຸ່ມກ້ອນ. 30 ປີໄດ້ຜ່ານພົ້ນໄປຢ່າງໄວວາເໝືອນດັ່ງສາຍນໍ້າໄຫຼທີ່ບໍ່ມີວັນໄຫຼຢ້ອນກັບມາ, ຈົນຂ້າພະເຈົ້າບໍ່ຢາກເຊື່ອຕົນເອງວ່າຕອນນີ້ອາຍຸຂອງຂ້າພະເຈົ້າໄດ້ກ້າວເຂົ້າ 40 ປີແລ້ວ, ເປັນຕາໜ້າເສຍດາຍ ແລະ ຄ້ອຍອົກຄ້ອຍໃຈເອົາແທ້ເອົາວ່າທີ່ທົ່ງໄຮ່ທົ່ງນາ ໄດ້ເຄີຍເປັນບ່ອນແລ່ນຫຼິ້ນຫົວສະອິກສະອ້ອຍກັບໝູ່ເພື່ອນ ໃນເມື່ອກ່ອນນັ້ນໄດ້ກາຍເປັນເຮືອນຫຼັງໃຫຍ່ ແລະ ຖະໜົນຫົນທາງໄປໝົດແລ້ວ. ຕອນນີ້ຂ້າພະເຈົ້າມີລູກຊາຍສຸດທີ່ຮັກ 2 ຄົນ, ຜູ້ກົກອາຍຸ 7 ປີ ແລະ ຜູ້ຫຼ້າອາຍຸ 1 ປີ. ຂ້າພະເຈົ້າຄົງບໍ່ສາມາດລ້ຽງລູກໃຫ້ຄືກັນກັບຕອນຂ້າພະເຈົ້າຍັງນ້ອຍໄດ້ຢ່າງສົມບູນ, ...
Read More »ການຟື້ນຟູກິດຈະການ ແລະ ການລົ້ມລະລາຍຂອງວິສາຫະກິດ
ໃນການດຳເນີນທຸລະກິດ ແລກປ່ຽນຊື້ຂາຍ ແລະ ບໍລິການ, ມີຫຼາຍປັດໃຈທີ່ມີຜົນກະທົບຕໍ່ສະພາບການດຳເນີນທຸລະກິດ ແລະ ຖານະການເງິນຂອງວິສາຫະກິດເຮັດໃຫ້ການດຳເນີນວິສາຫະກິດມີຄວາມຫຍຸ້ງຍາກ ໂດຍສະເພາະການຂາດສະພາບເງິນໝູນວຽນ ເພື່ອຊຸກໃຫ້ທຸລະກິດດຳເນີນຕໍ່ໄປ. ມີຫຼາຍກໍລະນີ ທີ່ຜູ້ດຳເນີນທຸລະກິດປະສົບກັບບັນຫາ ການເຂົ້າເຖິງສິນເຊື່ອຈາກສະຖາບັນການເງິນ ຫຼື ທະນາຄານເຮັດ ໃຫ້ການເກີດສະພາບຂາດເງິນໝູນວຽນ ແລະ ບໍ່ສາມາດຊໍາລະໜີ້ສິນໄດ້, ບາງກໍລະນີ ເຈົ້າຂອງກິດຈະການ ກໍຕົກຢູ່ໃນສະພາວະມີໜີ້ສິນຫຼາຍເກີນກວ່າຊັບສິນ (insolvent) ຈົນບໍ່ສາມາດດຳເນີນກິດຈະການຕໍ່ໄປໄດ້ອີກ ຈົນຕ້ອງກ້າວເຂົ້າສູ່ພາວະ “ການລົ້ມລະລາຍ” ຂອງວິສາຫະກິດນັ້ນໃນທີ່ສຸດ. ໃນແງ່ຂອງກົນໄກເສດຖະກິດຕະຫຼາດແລ້ວ, ການປ່ອຍໃຫ້ພາກເອກະຊົນກໍຄືເຈົ້າຂອງກິດຈະການ ໄດ້ບໍລິຫານຈັດການທຸລະກິດຂອງຕົນຢ່າງອິດສະຫຼະ ແລະ ການລົ້ມລະລາຍກໍເປັນກົດເກນຢ່າງໜຶ່ງທີ່ສາມາດເກີດຂຶ້ນໄດ້ກັບວິສາຫະກິດ (ວິສາຫະກິດ ມີເກີດ-ສ້າງຕັ້ງຂຶ້ນ, ມີປ່ຽນແປງຈາກນ້ອຍຫາໃຫຍ່ ຫຼື ໃຫຍ່ຫານ້ອຍ ແລະ ມີສິ້ນສຸດໄດ້) ແຕ່ການປ່ອຍໃຫ້ທຸລະກິດລົ້ມລະລາຍ ກໍອາດຈະທົບຕໍ່ເສດຖະກິດ-ສັງຄົມໄດ້ ທັງໃນວົງກວ້າງ ແລະ ແຄບ ຂຶ້ນກັບຂະໜາດ ແລະ ລັກສະນະຂອງທຸລະກິດນັ້ນ. ດ້ວຍເຫດນີ້, ຢູ່ຫຼາຍປະເທດ ພາກລັດຖະບານຕ້ອງເຂົ້າແຊກແຊງ, ດັດສົມກົນໄກຕະຫຼາດໃຫ້ເໝາະສົມ ທັງໃນລະດັບນະໂຍບາຍ ແລະ ອອກກົດໝາຍ ເພື່ອສະກັດກັ້ນບໍ່ເຮັດໃຫ້ການລົ້ມລະລາຍສ້າງຜົນກະທົບຕໍ່ເສດຖະກິດ-ສັງຄົມໃນວົງກວ້າງຂວາງ. ໜຶ່ງໃນນະໂຍບາຍດັ່ງກ່າວແມ່ນການຊຸກຍູ້ໃຫ້ວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກໄດ້ຮັບການຟື້ນຟູກິດຈະການ ເຮັດໃຫ້ເຈົ້າຂອງວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກດັ່ງກ່ວ ໄດ້ສາມາດສືບຕໍ່ກິດຈະການໄດ້; ນອກຈາກນີ້ຍັງຕ້ອງປົກປ້ອງ ແລະ ຄຸ້ມຄອງເຈົ້າໜີ້ຂອງວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກ ແລະ ...
Read More »ໂຄວິດ-19 ສົ່ງຜົນກະທົບຕໍ່ເສດຖະກິດ, ມີທັງສິ່ງທ້າທາຍ ແລະ ໂອກາດ
ປີ 2020 ລັດຖະບານ ສປປ ລາວໄດ້ວາງຕົວເລກຄາດໝາຍແຜນການຂະຫຍາຍຕົວຂອງເສດຖະກິດ ໄວ້ໃນລະດັບ 6,7% ເພີ່ມຂຶ້ນປະມານ 0,3% ທຽບໃສ່ປີຜ່ານມາ ແຕ່ປີນີ້ ມີຄວາມເປັນໄປໄດ້ທີ່ຈະບໍ່ບັນລຸເປົ້າໝາຍທີ່ກຳນົດໄວ້ເຊິ່ງອາດຈະບັນລຸພຽງເຄິ່ງໜຶ່ງຂອງຄາດໝາຍ. ເພາະປີ 2020 ເປັນປີທີ່ມີຄວາມທ້າທາຍໃຫຍ່ກວ່າປີຜ່ານມາຍ້ອນວິກິດຈາກການແຜ່ລະບາດຂອງພະຍາດໂຄວິດ-19 , ໄດ້ມີການຄາດຄະເນວ່າ: ການຫຼຸດລົງຂອງເສດຖະກິດໃນປີນີ້ ອາດຈະຕ່ຳທີ່ສຸດໃນຮອບ 5 ປີ, ຖ້າພະຍາດດັ່ງກ່າວຫາກສືບຕໍ່ລະບາດແກ່ຍາວໄປດົນເທົ່າໃດ ຍິ່ງສົ່ງຜົນກະທົບໜັກເທົ່ານັ້ນ. ຜົນກະທົບຂອງການແຜ່ລະບາດຕໍ່ເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕົ້ນຕໍແມ່ນມາ ຈາກ 2 ປັດໄຈ (ສາເຫດ) ຄື: ປະເທດຄູ່ການຄ້າ, ຄູ່ການລົງທຶນ ຂອງ ສປປ ລາວ ປະຕິບັດມາດຕະການຈໍາກັດການພົວພັນທາງເສດຖະກິດກັບ ສປປ ລາວ ເພື່ອຫຼີກເວັ້ນການແຜ່ລະບາດຂອງພະຍາດ COVID-19 ຢູ່ປະເທດຂອງເຂົາເຈົ້າ. ການກໍານົດນະໂຍບາຍ ແລະ ມາດຕະການຮັບມືກັບການແຜ່ລະບາດພະຍາດ COVID-19 ຢູ່ປະເທດເຮົາໂດຍການຈໍາກັດການພົວພັນຂອງຄົນພາຍໃນປະເທດ, ຈໍາກັດການເຄື່ອນໄຫວ ທາງການ, ການດໍາເນີນທຸລະກິດ, ການຊຸມນຸມ, ການໄປມາ ຫາສູ່ກັນ… ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໄດ້ອອກບົດລາຍງານຜົນການຄົ້ນຄວ້າການແຜ່ລະບາດຂອງພະຍາດໂຄວິດ – 19, ຜົນກະທົບທາງດ້ານເສດຖະກິດ ແລະ ...
Read More »