ແນວຄິດການລິເລີ່ມທຸລະກິດ ໃຫ້ປະສົບຜົນສຳເລັດ

ໃນຍຸກປັດຈຸບັນ ການປະກອບອາຊີບພຽງອາຊີບດຽວອາດບໍ່ພຽງພໍຕໍ່ລາຍຈ່າຍຕົວຈິງ ຫຼາຍໆຄົນຈື່ງເລີ່ມແນມຫາຊ່ອງທາງການສ້າງລາຍໄດ້ເພີ່ມ ບໍ່ວ່າຈະເປັນລົງທຶນເພື່ອໃຫ້ຊັບສິນທີ່ມີຢູ່ເກີດດອກອອກຜົນ ຫຼື ການຕັດສິນໃຈ ດຳເນີນທຸລະກິດຂອງຕົນເອງ. ແຕ່ບໍ່ວ່າຈະເປັນທາງໃດແມ່ນກໍບໍ່ງ່າຍເລີຍ ເນື່ອງຈາກທ່ານຕ້ອງມີຄວາມຮູ້ສະເພາະດ້ານນັ້ນໆ ແລະ ມີເງິນທຶນທີ່ພຽງພໍ,

ແຕ່ທ່ານຮູ້ ຫຼື ບໍ່ວ່າທັດສະນະແນວຄິດຂອງເຈົ້າຂອງທຸລະກິດກໍຖືເປັນໜຶ່ງໃນປັດໄຈຫຼັກທີ່ສຳຄັນ ເພາະທັດສະນະທີ່ດີຍ່ອມສົ່ງຜົນທີ່ດີໃຫ້ການດຳເນີນທຸລະກິດ. ແຕ່ແນວໃດຈຶ່ງຈະເອີ້ນວ່າທັດສະນະທີ່ສົ່ງເສີມໃຫ້ທຸລະກິດປະສົບຜົນສຳເລັດ? ດັ່ງນັ້ນ, ຜູ້ຂຽນຈຶ່ງໄດ້ນຳເອົາທັດສະນະແນວຄິດທີ່ທ່ານຄວນມີ ເພື່ອບັນລຸຜົນສຳເລັດໃນການເລີ່ມຕົ້ນເຮັດທຸລະກິດມາໃຫ້ອ່ານນຳກັນ.

ອັນດັບທຳອິດ ທ່ານຕ້ອງຮູ້ຈັກຕົວເອງ ແລະ ຮັກໃນສິ່ງທີ່ຢາກເຮັດ ຕ້ອງຮູ້ວ່າຕົວເອງມີຄວາມມັກ ຫຼື ສົນໃຈໃນສິ່ງໃດ ເຊິ່ງໃນນີ້ແມ່ນໝາຍເຖິງປະເພດທຸລະກິດທີ່ທ່ານຢາກເຮັດ. ການຄົ້ນຫາຕົນເອງມີຄວາມສຳຄັນຫຼາຍ ເພາະການຮູ້ຈັກຕົວເອງ ແລະ ສິ່ງທີ່ສົນໃຈຖືເປັນບາດກ້າວທຳອິດທີ່ພາທ່ານໄປສູ່ການຊອກຮູ້ໃນລາຍລະອຽດທີ່ຈຳເປັນສຳລັບການວາງແຜນກ່ຽວກັບທຸລະກິດຂອງທ່ານໃນຂັ້ນຕໍ່ໄປ. ຄຽງຄູ່ກັນນັ້ນ, ການຮັກໃນສິ່ງທີ່ເຮັດນັ້ນ ເຮົາຈະເຮັດໄດ້ດີກວ່າສະເໝີ ເພາະເຮົາຈະມີຄວາມກະຕືລືລົ້ນຢາກປະສົບຜົນສຳເລັດ ເຮັດໃຫ້ມີການສຸມແຮງກາຍ ແລະ ແຮງໃຈໃສ່ເພື່ອໃຫ້ບັນລຸເປົ້າໝາຍ. ຫຼັງຈາກທີ່ຄົ້ນພົບທຸລະກິດທີ່ທ່ານສົນໃຈແລ້ວ ທ່ານຕ້ອງມີຄວາມຄິດທີ່ສ້າງສັນທີ່ແຕກຕ່າງ ເພື່ອເຮັດທຸລະກິດຂອງທ່ານມີເອກະລັກ ລວມທັງຍຸດທະສາດການຕະຫຼາດທີ່ແປກໃໝ່ເພື່ອດຶງດູດລູກຄ້າ ເຊິ່ງທັກສະເຫຼົ່ານີ້ສາມາດໄດ້ຈາກທັງພອນສະຫວັນ ແລະ ພອນສະແຫວງ ດ້ວຍການຊອກຮູ້, ການເປີດໃຈຕໍ່ສິ່ງໃໝ່ ແລະ ຄວາມປັບຕົວຕໍ່ກັບການປ່ຽນແປງ ແລະ ໝູນໃຊ້ບົດຮຽນໃຫ້ເກີດປະໂຫຍດ. ນອກນັ້ນ ການເຊື່ອໝັ້ນໃນຕົນເອງ ກໍເປັນອີກທັດສະນະສຳຄັນໜຶ່ງທີ່ທ່ານຕ້ອງມີ ໂດຍທ່ານຕ້ອງເຊື່ອວ່າແນວຄິດກ່ຽວກັບທຸລະກິດຂອງທ່ານສາມາດເປັນໄປໄດ້, ເຊື່ອວ່າຕົນເອງຕ້ອງເຮັດໄດ້ ແລະ ເຊື່ອວ່າຕົນເອງສາມາດຜ່ານຜ່າອຸປະສັກທີ່ອາດຈະເກີດຂຶ້ນ ແລະ ໄປເຖິງເປົ້າໝາຍທີ່ຕັ້ງໄວ້ ເຊິ່ງການມີສັດທາໃນຕົນເອງນອກຈາກຈະສົ່ງຜົນໃນທາງບວກໃຫ້ກັບຕົນເອງຕໍ່ກັບການເລີ່ມຕົ້ນທຸລະກິດແລ້ວ ຍັງສົ່ງຜົນຕໍ່ຄວາມເຊື່ອໝັ້ນຂອງຄົນອ້ອມຂ້າງ ຫຼື ຄູ່ຮ່ວມທຸລະກິດຂອງທ່ານນຳອີກ.

ແນ່ນອນວ່າການຈະເຮັດສິ່ງໃດໜຶ່ງ ຍ່ອມມີຈຸດປະສົງ ແລະ ເປົ້າໝາຍ, ການເລີ່ມຕົ້ນເຮັດທຸລະກິດກໍເຊັ່ນກັນ ເພາະຖ້າບໍ່ມີສິ່ງເຫຼົ່ານີ້ແລ້ວ ທ່ານຈະເຮັດທຸລະກິດເພື່ອຫຍັງ? ຈຸດປະສົງໝາຍເຖິງ ທ່ານເຮັດສິ່ງນີ້ເພື່ອຫຍັງ ເຊິ່ງ ຫຼາຍຄົນອາດມີຄຳຕອບໃນໃຈແລ້ວວ່າ ການເຮັດທຸລະກິດກໍເພື່ອໃຫ້ມີລາຍຮັບທີ່ເພີ່ມຂຶ້ນ ຫຼື ການຫາເງິນໄດ້ ຫຼາຍໆ, ແຕ່ເປົ້າໝາຍຕ້ອງມີຄວາມຊັດເຈນ ແລະ ລາຍລະອຽດຍິ່ງກວ່ານັ້ນ ເພື່ອໃຫ້ເກີດພາບທີ່ຈະແຈ້ງ ເປັນຕົ້ນແມ່ນ ການກຳນົດເປັນຕົວເລກໃຫ້ເຫັນມູນຄ່າຕົວຈິງທີ່ທ່ານຕ້ອງການ ເພື່ອໃຫ້ສາມາດວາງແຜນ ແລະ ບັນລຸເປົ້າໝາຍໄດ້ ເຊັ່ນ ຢາກເພີ່ມລາຍຮັບໃຫ້ຄອບຄົວດ້ວຍການເຮັດໂຮງງານນ້ຳດື່ມ ໂດຍມີເປົ້າໝາຍວ່າຕ້ອງມີລາຍຮັບສຸດທິ 500 ລ້ານກີບ ໃນໄລຍະເວລາ 5 ປີ. ນອກຈາກມີຄວາມຊັດເຈນແລ້ວ ເປົ້າໝາຍຕ້ອງສາມາດ ເປັນໄປໄດ້ ເຊິ່ງຕ້ອງຄຳນຶງເຖິງປັດໄຈຄວາມບໍ່ແນ່ນອນຕ່າງໆທີ່ອາດສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມ ໃນການບັນລຸເປົ້າໝາຍຂອງທ່ານ, ເພາະຖ້າຫາກຕັ້ງເປົ້າໝາຍເກີນຈິງແລ້ວບໍ່ສາມາດບັນລຸໄດ້ ກໍຈະເຮັດໃຫ້ທ່ານຜິດຫວັງ ແລະ ເກີດຄວາມບໍ່ເຊື່ອໝັ້ນໃນຕົນເອງ. ນອກນັ້ນ ການຮູ້ຈັກຄວາມສ່ຽງ ແລະ ມີຄວາມສາມາດໃນການຍອມຮັບຄວາມສ່ຽງກໍເປັນສິ່ງທີ່ທ່ານຕ້ອງມີ ເນື່ອງຈາກ ທຸກການລົງທຶນມີຄວາມສ່ຽງ. ດັ່ງນັ້ນ, ທ່ານຈໍາເປັນຕ້ອງຮູ້ ແລະ ຄາດຄະເນໄດ້ວ່າຄວາມສ່ຽງໃນທຸລະກິດຂອງທ່ານແມ່ນຫຍັງ ເພື່ອຊອກຫາວິທີຈັດການຄວາມສ່ຽງນັ້ນ ແລະ ຕ້ອງຄຳນຶງວ່າທ່ານສາມາດແບກຮັບຄວາມສ່ຽງໄດ້ ຫຼື ບໍ່ ຫາກຄວາມສ່ຽງນັ້ນເກີດຂຶ້ນ. ຫຼັງຈາກນັ້ນ ທ່ານຕ້ອງເປັນນັກວາງແຜນຄາດຄະເນລ່ວງໜ້າກ່ຽວກັບປະເພດ ແລະ ຮູບແບບທຸລະກິດ, ທີ່ຕັ້ງ, ເງິນທຶນ, ການຕະຫຼາດ, ບຸກຄະລາກອນ ແລະ ການແກ້ໄຂບັນຫາຕ່າງໆ ເຊິ່ງການວາງແຜນເບື້ອງຕົ້ນນີ້ຈະຊ່ວຍໃຫ້ທ່ານຕັດສິນໄດ້ກ່ຽວກັບການເລີ່ມຕົ້ນທຸລະກິດໄດ້ງ່າຍຂຶ້ນ. ແຜນການທີ່ວາງໄວ້ຈະເປັນພຽງແຕ່ເອກະສານ ຫາກບໍ່ມີການປະຕິບັດໃຫ້ເກີດຂຶ້ນຈິງ. ຄວາມບໍ່ກ້າຕັດສິນໃຈມັກເກີດຂຶ້ນໄດ້ຕະຫຼອດເວລາ ເຊິ່ງສາມາດເກີດຈາກຄວາມຢ້ານທີ່ຈະຜິດພາດ ແຕ່ທ່ານຢ່າລືມວ່າບຸກຄົນທີ່ປະສົບຜົນສຳເລັດນັ້ນລ້ວນແລ້ວແຕ່ພົບ ແລະ ຕໍ່ສູ້ກັບອຸປະສັກບໍ່ໜ້ອຍກວ່າໜຶ່ງຄັ້ງ ກ່ອນທີ່ຈະສາມາດບັນລຸເປົ້າໝາຍໄດ້. ພວກເຂົາລ້ວນແຕ່ມີຈຸດພິເສດ ຄືກ້າທີ່ຈະເຮັດ, ກ້າທີ່ຈະລົ້ມ, ກ້າທີ່ຈະປ່ຽນແປງ ແລະ ກ້າທີ່ຈະລຸກຂຶ້ນໃໝ່. ການທີ່ເຮົາບໍ່ປະສົບຜົນສໍາເລັດແມ່ນໃຫ້ບົດຮຽນ ແລະ ຕ້ອງນຳເອົາບົດຮຽນໄປແກ້ໄຂ ເພື່ອກ້າວຂ້າມອຸປະສັກເຫຼົ່ານັ້ນ. ການເປີດໃຈຮຽນຮູ້ຕະຫຼອດເວລາ ທັງຈາກປຶ້ມຕຳລາ ແລະ ບົດຮຽນຈາກຜູ້ມີປະສົບການກໍເປັນສິ່ງທີ່ສຳຄັນ ເພາະຈະເຮັດໃຫ້ທ່ານມີແນວຄິດທາງທຸລະກິດທີ່ກວ້າງ, ທັນການ, ແລະ ເຂົ້າໃຈຫຼາກຫຼາຍແງ່ມຸມຂຶ້ນຕື່ມ ທີ່ເປັນປະໂຫຍດໃຫ້ແກ່ການດຳເນີນທຸລະກິດຂອງທ່ານເອງ. ນອກນັ້ນ ທ່ານກໍຕ້ອງຮູ້ຈັກດັດປັບບົດຮຽນ ແລະ ຕົວຢ່າງເຫຼົ່ານັ້ນເຂົ້າກັບເງື່ອນໄຂ ແລະ ເປົ້າໝາຍຂອງທ່ານເອງ ເພາະວ່າ ສູດແຫ່ງຄວາມສຳເລັດບໍ່ໄດ້ມີຫຼັກການຕາຍຕົວ.

ນອກນັ້ນ, ທ່ານຍັງຕ້ອງຮູ້ສ້າງໂອກາດໃຫ້ຕົນເອງ ເຊິ່ງໝາຍເຖິງການພາຕົນເອງໄປໃຫ້ຄົນອື່ນຮູ້ຈັກ ເພື່ອໃຫ້ໄດ້ຮັບຄວາມສົນໃຈ. ບັນດາທ່ານອາດຈະເຄີຍໄດ້ຍິນເລື້ອຍໆກັບຄຳເວົ້າທີ່ວ່າ ໂອກາດບໍ່ເຄີຍລໍຖ້າໃຜ ຖ້າໂອກາດບໍ່ມາເຮົາ ເຮົາກໍຕ້ອງອອກໄປຫາເອງ. ໃນບາງຄັ້ງໂຊກອາດຈະແລ່ນມາຫາເຮົາໂດຍບໍ່ທັນຕັ້ງຕົວ ແຕ່ຫຼາຍໆຄັ້ງເຮົາກໍຕ້ອງໄດ້ອອກໄປຂົນຂວາຍເອງ ໂດຍການພາຕົວເອງໄປຢູ່ໃນສັງຄົມແວດວົງທຸລະກິດທີ່ທ່ານສົນໃຈ ເພື່ອຊອກຫາຊ່ອງທາງໃນການເລີ່ມຕົ້ນທຸລະກິດ ເພາະທ່ານຈະບໍ່ສາມາດປະສົບຜົນສຳເລັດໄດ້ຖ້າມີແຕ່ວາດຝັນ ແລະ ຄອຍຖ້າແຕ່ໂຊກລາບ ໂດຍບໍ່ເລີ່ມຕົ້ນເຮັດຫຍັງເລີຍ. ການສ້າງໂອກາດມັກຈະມາພ້ອມກັບການສ້າງເຄືອຂ່າຍ ທີ່ໝາຍເຖິງ ການສ້າງສາຍພົວພັນກັບບັນດານັກທຸລະກິດປະເພດຕ່າງໆ ເພື່ອຜົນປະໂຫຍດເຊິ່ງກັນ ແລະ ກັນ ເຊິ່ງລວມເອົາການແລກປ່ຽນຄວາມຮູ້ ກໍຄືການແບ່ງປັນຄວາມຮູ້, ຂໍ້ມູນ ແລະ ປະສົບການລະຫວ່າງກຸ່ມຄົນທີ່ມີຄວາມສົນໃຈໃນສິ່ງດຽວກັນ. ພ້ອມດຽວກັນນັ້ນ ການໂອ້ລົມແລກປ່ຽນທັດສະນະທຸລະກິດ ແລະ ປະສົບການ ກໍຖືເປັນການໃຫ້ອາຫານສະໝອງທີ່ດີ ເພາະເຮັດໃຫ້ທ່ານໄດ້ຮູ້ໃນມຸມມອງ ແລະ ປະສົບການທີ່ແຕກຕ່າງ ເຖິງແມ່ນວ່າຈະເປັນທຸລະກິດປະເພດດຽວກັນກໍຕາມ ດັ່ງຄຳເວົ້າທີ່ວ່າອ້າຍຮູ້ສອງ ນ້ອງຮູ້ໜຶ່ງ. ຕົວຢ່າງ ທ່ານຕ້ອງການເປີດຮ້ານອາຫານ ທ່ານຕ້ອງໝັ່ນພົບປະເຈົ້າຂອງຮ້ານອາຫານຕ່າງໆ ເພື່ອແລກປ່ຽນຂໍ້ມູນ ແລະ ສ້າງສາຍພົວພັນ ເພື່ອໃນອະນາຄົດອາດໄດ້ມີການເພິ່ງພາອາໄສກັນ. ການຍິ່ງຮູ້ຈັກຄົນຫຼາຍ ຍິ່ງເຮັດໃຫ້ທ່ານໄດ້ປຽບໃນການເຂົ້າເຖິງຂໍ້ມູນ ເຊິ່ງເປັນຂໍ້ດີໃນການດຳເນີນທຸລະກິດ.

ອັນດັບສຸດທ້າຍ ເພື່ອໃຫ້ແຜນທີ່ວາງໄວ້ປະກົດຜົນເປັນຈິງ ແລະ ປະສົບຜົນສຳເລັດ, ທ່ານຈຳເປັນຕ້ອງປະຕິບັດຕາມແຜນຢ່າງຕໍ່ເນື່ອງ ແລະ ມີຄວາມພະຍາຍາມ ເພາະເມື່ອມີແນວຄວາມຄິດທີ່ຈະເລີ່ມກໍຕ້ອງເຮັດໃຫ້ຈົນເຖິງທີ່ສຸດ ບໍ່ຍົກເລີກ ຫຼື ຖອດໃຈກາງທາງ. ເຖິງແມ່ນວ່າການເລີ່ມຕົ້ນມັນຈະບໍ່ງ່າຍ ແຕ່ມັນກໍບໍ່ຍາກເກີນຄວາມພະຍາຍາມຂອງຄົນເຮົາ ແລະ ການລົງມືກະທຳຢ່າງສະໝ່ຳສະເໝີ ດັ່ງສຸພາສິດທີ່ວ່າ: “ຄວາມພະຍາຍາມຢູ່ທີ່ໃດ ຄວາມສຳເລັດຢູ່ທີ່ນັ້ນ ແລະ ເກົ້າອົດເກົ້າເຍື້ອນຫາກຊິໄດ້ທ່ອນຄຳ”.

ເມື່ອອ່ານມາຮອດນີ້ແລ້ວ ຫຼາຍທ່ານອາດຄິດວ່າ ແລ້ວເຮັດແນວໃດເຮົາຈຶ່ງຈະເປັນຄົນທີ່ທັດສະນະຄະຕິແບບທີ່ກ່າວໄປຂ້າງເທິງ? ຈົ່ງຢ່າລືມວ່າບໍ່ມີໃຜສົມບູນ ແລະ ເກັ່ງມາຕັ້ງແຕ່ເກີດ, ການຝຶກຝົນເທົ່ານັ້ນທີ່ຈະເຮັດໃຫ້ເກີດມີທັກສະ ແລະ ຄວາມຊຳນິຊຳນານ, ທັດສະນະຄະຕິໃນການເລີ່ມຕົ້ນເຮັດທຸລະກິດກໍເຊັ່ນກັນ ຕ້ອງໄດ້ຜ່ານການຝຶກຫັດເປັນປະຈຳເພື່ອໃຫ້ເກີດຄວາມລື້ງເຄີຍ ແລະ ກາຍເປັນນິດໄສໃນພາຍຫຼັງ. ທັດສະນະຄະຕິຂ້າງເທິງບໍ່ພຽງແຕ່ສຳລັບຜູ້ທີ່ມີແນວຄິດຢາກເລີ່ມຕົ້ນເຮັດທຸລະກິດເທົ່ານັ້ນ ຜູ້ທີ່ດຳເນີນທຸລະກິດຢູ່ແລ້ວກໍສາມາດນຳໄປຝຶກຝົນໄດ້ ເຊິ່ງຜູ້ຂຽນກໍຫວັງວ່າສິ່ງເຫຼົ່ານີ້ຈະຊ່ວຍເປັນແນວທາງໃຫ້ບັນດາທ່ານຜູ້ອ່ານທີ່ຕັດສິນໃຈເລີ່ມຕົ້ນທຸລະກິດໃດໜຶ່ງ.

(ວາລະສານທາເກັດ ສະບັບ 159 ເດືອນຕຸລາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

ideas for starting a successful business

Currently, having only one job is not enough to sustain life so that many people start looking for extra jobs for extra earnings by investing on their assets to create a passive income or doing their own business. Either way, it does not seem that easy because you have to possess a specialized knowledge and sufficient fund for such investment.

Do you know that attitude of business owner serves as another crucial factor which can positively affect business operation, but which attitude is good for promoting business success? With this question in mind, the writer, therefore, will introduce you to some attitudes that you should have in achieving your business goals.

Firstly, you need to know yourself and love in what you want to do. You need to know what you like or are interested in, to be specific, type of business that you would like to do. Self-awareness is very important because knowing yourself and your interest is the first step leading you into researching more information and start planning for the next step in establishing your business. Because we tend to do better with something that we love to do, we will be enthusiastic in doing that thing successfully by dedicating both physical and mental efforts in achieving goals. After discovering your business of interest, you have to be creative in making your business unique including strategies and marketing approaches in attracting customers. These skills can be your talent from birth or acquired through hard work, openness, flexibility upon changes and improvisation of lesson-learned for the maximum benefit. Furthermore, trust in yourself is another vital attitude that you must have. You have to believe that your business idea is possible and you can do it regardless of how many obstacles that you have to overcome to reach your goals. Faith in yourself will not only affect both you and your business positively, but also help making those around you or your business partner trust in you more.

Certainly, you have to have a purpose and objective in doing something including business. Without these, what is your business for? Purpose refers to what you do something for which many of you might have an answer to this already. Doing business is to increase your income or make a lot of money. However, it is better to come up with a clearer and more detailed objective for a clearer picture by setting a specific value of income you would like to gain in order to plan out and achieve such objective. For instance, if you would like to raise your family’s earning by operating a drinking water factory with an objective of reaching 500 million kip of net revenue within 5 years, you should come up with a clear and practical objective taking into accounts of all uncertainties which might directly and indirectly affect your effort in achieving your goal. If your goal is unrealistic, you will be disappointed for not being able to achieve it and eventually lose your self-confidence. Moreover, recognizing risks and an ability to accept risks is vital as every investment is risky. Thus, you have to be well informed and be able to forecast what risks associated with your business are in order to find a way to cope with them. You should know if you will be able to handle such risks when they occur or not. After that, you can come up with a plan by forecasting based on your business type, location, capital, market, human resources and problem resolution capability. This initial planning process will help you make a better decision when starting a business.

The plan you laid out will be only just a piece of paper if you do not make it happens. Things that prevent you from making decisions can be anything, for instance the fear of making mistakes. Please remember that every successful person must experience failure and overcome countless obstacles before achieving their goals. They possess a commonly special characteristic which is courage to do, never be afraid of failure and change, and will always get back up when fall. Being unsuccessful is a valuable lesson and experience which you can learn from to overcome these difficulties. Being open-minded at all times to learn new things from books and experienced individuals is also highly important as it will equip you with a worldwide business view. Moreover, you should know how to apply and improvise any lesson-learned you picked up in correspondence with your own business conditions and objectives because there is no such thing as a fixed formula for success.

Additionally, you have to know how to create chances for yourself meaning to get to know more people to gain their attention. Some of you might have heard a saying “don’t wait for opportunity, create it.” Sometimes, we can get hit by luck unawarely. However, we just to have find it on our own most of the time by mingling with business networks that you are interested in to seek for ways in starting your own business. You will never be successful from dreaming and waiting for the God of Luck to be on your side without doing anything. Creating chances comes with creating networks meaning that you establish relationship with different types of businesspeople for mutual benefits including knowledge, information and experience sharing among people who share common interest. At the same time, exchange business knowledge, view and experience via discussion serves as a good food for your brain. By doing this, you will be able to expand your viewpoint by learning experiences shared by different entrepreneurs. For instance, if you would like to run a restaurant, you have to meet with different restaurant owners often in order to exchange information and create good relationship with them for future benefits. The higher the number of people you know, the more advantageous you will be in accessing information which will benefit your business.

Finally, in order for your plan to be realized and successfully implemented, you have to consistently comply with the plan and try to do whatever you plan to do all the way to the end. You should never stop or give up along the way. Even though the beginning is not easy, it should not be too difficult to achieve. You just have to keep doing it just like a saying “where there’s a will, there’s a way.”

At this point, many of you might wonder how we can have the above-mentioned attitudes. Please remember that nobody is perfect from birth. Skills, expertise and good attitudes in doing business are acquired through regular practice until it becomes familiar and habitual for you. The above-mentioned attitudes are not only for those who want to start a business, but also for those who have been in the area for a while to practice. The writer hopes that these can help guiding you in making a better decision when starting a business.

Comments