ຍາກກວ່າການເຮັດທຸລະກິດ ຄືການຊອກຫາຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າ!

ການເຮັດທຸລະກິດທຸກໆປະເພດລ້ວນແລ້ວແຕ່ມີຈຸດປະສົງດຽວກັນຄື “ການປະສົບຄວາມສໍາເລັດ” ແລ້ວກ່ອນທີ່ຈະໄປຮອດຈຸດນັ້ນມັນກໍບໍ່ແມ່ນເລື່ອງງ່າຍ ແລະ ກໍບໍ່ແມ່ນເລື່ອງຍາກເກີນໄປສໍາລັບຜູ້ທີ່ຕັ້ງໃຈ, ເຮົາສາມາດສັງເກດເຫັນໄດ້ດີໃນປັດຈຸບັນວ່າ ມີບັນດາຫົວໜ່ວຍທຸລະກິດເກີດຂຶ້ນມາຢ່າງຫຼວງຫຼາຍ ໃນນັ້ນກໍມີທັງລົ້ມເຫຼວ ແລະ ປະສົບຜົນສໍາເລັດ ນັ້ນກໍບໍ່ແມ່ນເລື່ອງທີ່ແປກເລີຍສໍາລັບວົງການທຸລະກິດ ຍິ່ງທຸກມື້ນີ້ທີ່ມີການແຂ່ງຂັນຂ້ອນຂ້າງສູງ ທັງທາງດ້ານຄວາມຄິດສ້າງສັນ ແລະ ເຕັກໂນໂລຊີ… ບາງຄົນມີຄວາມຄິດທີ່ໜ້າສົນໃຈ, ສ້າງສັນຜົນງານອອກມາດີ ແຕ່ບໍ່ສາມາດເຂົ້າເຖິງລູກຄ້າໄດ້, ລູກຄ້າບໍ່ຊື້ ຍ້ອນການຕະຫຼາດເຂົ້າບໍ່ເຖິງກຸ່ມເປົ້າໝາຍ; ບາງຄົນຄວາມຄິດສ້າງສັນພໍໃຊ້ໄດ້ ແຕ່ນໍາເຕັກໂນໂລຊີເຂົ້າມາໃຊ້ເພີ່ມຄວາມແປກໃໝ່ກໍສາມາດດຶງດູດລູກຄ້າໃຫ້ເຂົ້າມາຫາໄດ້. ສິ່ງທີ່ກ່າວມາທັງໝົດນີ້ ແມ່ນຄວາມທ້າທາຍຂອງຜູ້ປະກອບການທີ່ຕ້ອງຊອກຫາຄໍາຕອບວ່າ “ຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າທ່ານແມ່ນຫຍັງ” ຖ້າສາມາດຊອກຄໍາຕອບນີ້ໄດ້ ຄວາມສໍາເລັດໃນທຸລະກິດຂອງທ່ານກໍຢູ່ບໍ່ໄກເກີນເອື້ອມ… ວາລະສານທາເກັດສະບັບນີ້ເລີຍຢາກຈະມານໍາສະເໜີກ່ຽວກັບວິທີການ ຊອກຫາຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າ ເພື່ອນໍາພາທຸລະກິດທ່ານໃຫ້ປະສົບຄວາມສໍາເລັດ

ສໍາລັບໃຜທີ່ເຄີຍເຮັດທຸລະກິດຈະຮູ້ດີວ່າ ທຸກຄັ້ງທີ່ຈະສ້າງສິນຄ້າ ຫຼືບໍລິການໃດໜຶ່ງຂຶ້ນມານັ້ນ ສິ່ງທີ່ຕ້ອງເຮັດເພື່ອເຂົ້າເຖິງລູກຄ້າໄດ້ກໍຄື ການສໍາຫຼວດ ເຊິ່ງມີຂັ້ນຕອນທີ່ຂ້ອນຂ້າງຫຍຸ້ງຍາກ ແຕ່ຄໍາຖາມສ່ວນໃຫຍ່ຈະເປັນລັກສະນະດຽວກັນຄື “ເຈົ້າຢາກໃຫ້ສິນຄ້າ ຫຼືການບໍລິການຂອງພວກເຮົາອອກມາໃນຮູບແບບໃດ” ເຊິ່ງຄໍາຕອບທີ່ໄດ້ສ່ວນໃຫຍ່ແມ່ນ “ສິນຄ້າ ຫຼືການບໍລິການທີ່ດີທີ່ສຸດ” ຫຼັງຈາກນັ້ນກໍມານັ່ງວິເຄາະເພື່ອຊອກຫາຄວາມໝາຍຂອງຄໍາວ່າ “ດີທີ່ສຸດ” ເພື່ອນໍາມາສ້າງສັນຜົນງານໃຫ້ອອກມາຖືກໃຈລູກຄ້າທີ່ສຸດ, ແຕ່ທ່ານເຄີຍສັງເກດບໍ່ວ່າ ຫຼາຍຄັ້ງທີ່ເກັບຂໍ້ມູນມາໄດ້ ຮູ້ວ່າລູກຄ້າຕ້ອງການຫຍັງ ແລ້ວນໍາມາສ້າງສັນສິ່ງທີ່ສ້າງ “ຜົນໄດ້ຮັບ”ເຫຼົ່ານັ້ນອອກມາຈົນສໍາເລັດ ແຕ່ກໍຍັງບໍ່ສາມາດດຶງດູດລູກຄ້າໄດ້ເທົ່າທີ່ຄວນ, ຮູ້ແບບນີ້ແລ້ວທ່ານຍັງຈະເຮັດການສໍາຫຼວດແບບເກົ່າຊໍ້າໆໃຫ້ເສຍເວລາເຮັດຫຍັງ? ສະນັ້ນ ຈຶ່ງແນະນໍາໃຫ້ທ່ານລອງເອົາຜົນໄດ້ຮັບຈາກການສໍາຫຼວດຄັ້ງທໍາອິດ ມາເປັນຄໍາຖາມເລີຍວ່າ ຖ້າເຮົາສ້າງສັນຜະລິດຕະພັນນີ້ຂຶ້ນມາ ເຈົ້າ/ລູກຄ້າ ຈະຊົມໃຊ້ ຫຼືບໍ່? ເຊິ່ງວິທີນີ້ຈະເປັນການສ້າງໃຫ້ການສໍາຫຼວດຄັ້ງທີ 1 ແລະ ທີ 2 ມີຄວາມກ່ຽວຂ້ອງສຳພັນກັນ ແລະ ເຮັດໃຫ້ສາມາດຕີຄວາມໝາຍ “ຄວາມຕ້ອງການຂອງລູກຄ້າ” ໄດ້ດີຍິ່ງຂຶ້ນ.

ການສົ່ງມອບຄູນຄ່າ (Value Proposition) ກໍສໍາຄັນ

ການສົ່ງມອບຄຸນຄ່າແກ່ລູກຄ້າ ຖືວ່າເປັນໝາກຫົວໃຈຫຼັກຂອງສິນຄ້າ ແລະ ບໍລິການ ເມື່ອລູກຄ້າຮູ້ສຶກວ່າການໄດ້ຮັບຄຸນຄ່າຫຼາຍກວ່າຈໍານວນເງິນທີ່ຈ່າຍອອກໄປ ເມື່ອນັ້ນພວກເຂົາຈະຍອມຈົກເງິນມາອຸດໜູນສິນຄ້າ ແລະ ບໍລິກນຂອງເຮົາຢ່າງແນ່ນອນ.

ເມື່ອສາມາດຕອບໂຈດຂອງລູກຄ້າໄດ້, ລູກຄ້າຕັດສິນໃຈທີ່ຊື້ສິນຄ້າ ແລະ ບໍລິການຂອງເຮົາແລ້ວ ແນ່ນອນວ່າມັນເປັນຄວາມສໍາເລັດອີກຂັ້ນແລ້ວ ແຕ່ຍັງບໍ່ຖືວ່າເປັນການປະສົບຄວາມສໍາເລັດເທື່ອ ເພາະທຸລະກິດທີ່ປະສົບຄວາມສໍາເລັດແມ່ນ ທຸລະກິດທີ່ໄດ້ຮັບຄວາມນິຍົມ ແລະ ຢູ່ໃນໃຈລູກຄ້າໄດ້ດົນທີ່ສຸດ ສະນັ້ນ ສິ່ງທີ່ຈະມາຕອບສະໜອງຈຸດນີ້ໄດ້ກໍຄື “ການໃຫ້ຄຸນຄ່າແກ່ສິນຄ້າລະຫວ່າງການໃຊ້ບໍລິການ” ບໍ່ແມ່ນການຊື້-ຂາຍໄລຍະສັ້ນ ທີ່ຄິດພຽງວ່າເຮັດແນວໃດລູກຄ້າຈະຊື້ ພ້ອມກັບໂຄສະນາດ້ວຍຄວາມເຊື່ອວ່າ ສິນຄ້າ ຫຼືການບໍລິການຂອງເຮົາດີທີ່ສຸດ ຖ້າລູກຄ້າໄດ້ໃຊ້ແລ້ວຕ້ອງເພິ່ງພໍໃຈຢ່າງແນ່ນອນ ແລະ ເມື່ອລູກຄ້າຕັດສິນໃຈຊື້ກໍຂາຍແລ້ວກໍຈົບ. ຫາກທ່ານຄິດເປັນໄລຍະສັ້ນແບບນີ້ ທຸລະກິດຂອງທ່ານກໍຈະຢູ່ໄດ້ແບບໄລຍະສັ້ນເຊັ່ນກັນ ດັ່ງທີ່ກ່າວໄປຂ້າງເທິງວ່າ ປັດຈຸບັນການແຂ່ງຂັນໃນວົງການທຸລະກິດນັບມື້ນັບສູງ  ແຕ່ລະມື້ມີສິ່ງໃໝ່ໆເກີດຂຶ້ນມາບໍ່ຂາດສາຍ ສິນຄ້າຂອງທ່ານທີ່ເຄີຍເປັນອັນດັບໜຶ່ງ ກໍອາດຈະຕົກລົງມາເປັນອັນດັບ 2, 3​, 4 ຫຼືບໍ່ໄດ້ຮັບຄວາມນິຍົມເລີຍກໍເປັນໄດ້, ສະນັ້ນ ການໃຫ້ຄຸນຄ່າແກ່ສິນຄ້າລະຫວ່າງໃຊ້ບໍລິການ ຈຶ່ງເປັນສິ່ງທີ່ຜູ້ປະກອບການຕ້ອງໄດ້ເຮັດ ເພື່ອນໍາພາທຸລະກິດຂອງທ່ານໄປສູ່ເປົ້າໝາຍອັນສູງສຸດ.

ທ້າຍນີ້ ຜູ້ຂຽນຢາກຈະບອກທຸກທ່ານທີ່ເຮັດທຸລະກິດຢູ່ ຫຼືກໍາລັງຄິດຢາກຈະເຮັດທຸລະກິດວ່າ ການທີ່ທ່ານມີຄວາມຄິດສ້າງສັນ ແລ້ວລົງມືເຮັດທຸລະກິດໃດໜຶ່ງນັ້ນເປັນສິ່ງທີ່ດີຫຼາຍ ແຕ່ທ່ານຕ້ອງໄດ້ຄໍານຶງວ່າ ສິ່ງທີ່ດີທີ່ສຸດທີ່ທ່ານຄິດ ແລະ ສ້າງສັນອອກມານັ້ນ ຖ້າບໍ່ສາມາດຕອບສະໜອງຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າໄດ້ ກໍບໍ່ມີປະໂຫຍດຫຍັງທັງໝົດ ແລະ ເຖິງວ່າຈະສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າໄດ້ ແຕ່ຖ້າບໍ່ມີທັກສະໃນການຕໍ່ຍອດດ້ວຍການສ້າງຄຸນຄ່າໃຫ້ກັບສິນຄ້າລະຫວ່າງໃຊ້ບໍລິການ ທຸລະກິດຂອງທ່ານກໍຢູ່ໄດ້ບໍ່ດົນເຊັ່ນດຽວກັນ.

 (ວາລະສານທາເກັດ ສະບັບ 160 ເດືອນພະຈິກ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

finding out what exactly customers

really need is more difficult than doing business itself.

Every business type shares a common objective which is “to be successful.” Getting there is not easy, but not too difficult for the dedicated one. To date, we have seen a number of business units failed and succeeded. Failure and success are normal business phenomenon, especially in today’s highly competitive environment in terms of creativity and technology. Some people can come up with an interesting idea and a good product, but fail to reach the target customers due to their poor marketing approach, while someone with a moderate concept, but is able to attract clients via the application of technology in creating new and exciting experience. These are challenges entrepreneurs need to seek an answer for, especially to figure out “what exactly do customers need?” By figuring out this answer, success is not beyond your reach. Therefore on this issue of Target Magazine, we would like to introduce you to how to find out the actual demand of consumers for your business’ glory.

Those who have been in business should know well that for creating a product or service that can reach customers, conducting a survey is an answer. However, such task can be complicated because a common question, such as “how would you like our product or service to be?” will usually be answered with “the best product or service.” Now, we have to analyze what “the best” actually mean in this context in order to come up with the most satisfactory good. Sometimes you think that you obtain useful information that helps you successfully producing a good, it still fails to attract customers. Would you still stick with the same old survey method for the next time? We would suggest that you look carefully at all answers from the first survey. Then ask yourself if you produce this good, will you/your consumers use it? This method is to create a connection between the first and second survey which can help you interpret “customer’s need” better.

Value Proposition Is Crucial

Value proposition to customers is a key for selling products and services. When customers feel that the value gained is more than the money they paid, they would not definitely mind spending their pocket on our products and services.

When we can meet customer’s need meaning they decide to buy our products and services, this is a mission accomplished but not yet a success. Because successful business is the popular one that will last forever in client’s mind. Therefore, what will make this happen with our business is “the ability to add value to products when a service is being used.” Forget about a short-term buying and selling relationship aiming only for sales driven by a propaganda and will end after a completed transaction. If you have such idea, your business will not last long. As mentioned above, businesses nowadays are being operated in the highly competitive environment with new things invented every day. Your product which is number 1 now can be 2, 3, 4 or outdated one day. Therefore, being able to add value to products when a service is being used is what entrepreneurs must do in order to reach the highest business goal.

Finally, the writer would like to tell all of you who have been doing business or those who are interested in doing so that you have to be creative. To actually start doing business is already an excellent move, but you also have to consider of what the product you created can do based on the actual demand of customers. If it cannot meet the demand, then what is the point of producing it? Apart from this, you have to have a skill in expanding your product by adding value to it. Failing to do so, your business will not last long.

Comments