ສອງເອື້ອຍນ້ອງຜູ້ຮ່ວມສ້າງຕັ້ງ ກຸ່ມບໍລິສັດ ເອໄອເອັຟ

ໃນສະບັບເດືອນ ມິຖຸນາ 2020 ນີ້, ຖືເປັນຄັ້ງທໍາອິດທີ່ ວາລະສານພວກເຮົາໄດ້ຂຶ້ນປົກພາບຄູ່ ແລະໄດ້ຮັບກຽດການໃຫ້ສໍາພາດສອງເອື້ອຍ-ນ້ອງ ຄອບຄົວພູມມະສັກ, ຜູູ້ຮ່ວມສ້າງຕັ້ງກຸ່ມບໍລິສັດ ເອໄອເອັຟ (AIF Group). ປັດຈຸບັນ, ກຸ່ມບໍລິສັດມີພະນັກງານຫຼາຍກວ່າ 3.000 ຄົນ ທີ່ມາຈາກ 17 ປະເທດ ແລະ ໄດ້ດໍາເນີນທຸລະກິດຢູ່ ສປປ ລາວ, ຫວຽດນາມ, ກໍາປູເຈຍ, ໄທ ແລະ ສິງກະໂປ. ການດໍາເນີນທຸລະກິດຂອງກຸ່ມບໍລິສັດໃນປັດຈຸບັນມີໃນຂົງເຂດທະນາຄານ, ປະກັນໄພ, ຕະຫຼາດທຶນ, ພະລັງງານ, ໂທລະຄົມ, ທາງດ່ວນ, ນໍ້າປະປາ, ກໍ່ສ້າງ, ການຄ້າ, ກະສິກໍາ, ອະສັງຫາລິມະຊັບ, ວັດຖຸມີຄ່າ, ໄອທີ, ໂຮງແຮມ ແລະ ຮ້ານອາຫານ. ກຸ່ມ ເອໄອເອັຟ, ມີບໍລິສັດໃນເຄືອ ແລະ ບໍລິສັດຮ່ວມທຶນຫຼາຍກວ່າ 25 ບໍລິສັດ, ເຊັ່ນ: ບໍລິສັດ ເອໄອເອັຟເອັສ (AIFS), ບໍລິສັດ ເອໄອດີຊີ (AIDC), ທະນາຄານ ບີໄອຊີ (BIC Bank), ບໍລິສັດ ບີເອສເຄ-ສະກາຍ ໂທລະຄົມ,ບໍລິສັດ ເອໄອເອັຟຂາເຂົ້າ-ຂາອອກວັດຖຸມີຄ່າ, ບໍລິສັດທາງດ່ວນເລກ 1 ນະຄອນຫຼວງວຽງຈັນ ແລະ ອື່ນໆ.

  • ຂໍໃຫ້ ທ່ານ ນາງ ກິ່ງໂພເງິນ, ຜູ້ອໍານວຍການໃຫຍ່ຂອງກຸ່ມບໍລິສັດ AIF, ປະທານ ບໍລິສັດ AIFS ຊ່ວຍເລົ່າປະຫວັດຄວາມເປັນມາ ຂອງ AIF Group.
  • ຂໍໃຫ້ທ່ານນາງ ກີ່ງໂພເງິນ ກ່າວເຖິງວິໄສທັດ ແລະຫຼັກການດໍາເນີນທຸລະກິດຂອງກຸ່ມບໍລິສັດ AIF.

  • ຂໍໃຫ້ທ່ານ ພຶດສະພາ ພູມມະສັກ, ຮອງປະທານ ຜູ້ທີ 1 ຂອງກຸ່ມບໍລິສັດ AIF, ປະທານ ບໍລິສັດ AIDC,ກ່າວເຖິງປັດໄຈສໍາຄັນທີ່ເຮັດໃຫ້ກຸ່ມບໍລິສັດເອໄອເອັຟມີການເຕີບໃຫຍ່ມາຮອດປັດຈຸບັນ.
  • ຂໍຖາມມຸມມອງຂອງທ່ານ ພຶດສະພາ ຕໍ່ວິກິດການ ໂຄວິດ 19 ແລະ ການກຽມຄວາມພ້ອມຂອງກຸ່ມບໍລິສັດຕໍ່ວິກິດການດັ່ງກ່າວ.
  • ສຸດທ້າຍ, ໄດ້ຮູ້ຂ່າວມາວ່າ, ທ່ານ ນາງ ກິ່ງໂພເງິນ ມີລູກ 6 ຄົນ, ຂໍຖາມ ທ່ານວ່າການທີ່ເປັນແມ່ຍິງ ແລະ ເປັນແມ່ ມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກແນວໃດ ໃນການຊີ້ນໍາການດໍາເນີນທຸລະກິດຂອງກຸ່ມ AIF ແລະ ທ່ານ ບໍລິຫານເວລາສໍາລັບວຽກ ແລະຄອບຄົວຄືແນວໃດ?.

(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 166 ເດືອນມິຖຸນາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

CO – FOUNDERS OF AIF GROUP

June 2020 issue is the first time the magazine is featuring two remarkable business people on our cover page. We were honored to conduct an exclusive interview with the siblings of Phoummasack family who are the co-founders of AIF Group. Currently, the AIF Group has more than 3,000 staff from 17 countries, with business operations in the Laos, Vietnam, Cambodia, Thailand and Singapore.

AIF Group ventures in various industries ranging from Banking, Insurance, Capital Market, Energy, Telecommunication, Expressway, Water Supply, Construction, Trade, Agriculture, Real-Estate, Precious Metals Trading, IT Solutions, Hospitality and Restaurant businesses. AIF Group has more than 25 subsidiaries and joint ventures, to name a few, AIFS, AIDC, BIC Bank, BSK-Sky Telecom, AIF Precious Metal Import-Export, Vientiane Expressway No. 1, etc.

  • Could Ms. Kingphongeun, CEO of AIF Group and President of AIFS, explain to  us about the background of AIF Group?
  • Could Ms. Kingphongeun inform us about AIF’s vision and business practices?

  • Could Mr. Pheutsapha, First Vice President of AIF Group and President  of AIDC, inform us about factors that have contributed to the growth of AIF to date?

  • Could Mr. Pheutsapha explain about how have you prepared for the COVID-19?

  • Last question. I heard that Ms. Kingphongeun has 6 children. What are the advantages and difficulties for you as a woman and a mother in managing businesses of AIF Group? How do you keep balance between work and family?

(More interview details can be found in Target Magazine issue 166 June 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

 

Comments