ສະບາຍດີບັນດາທ່ານຜູ້ອ່ານທີ່ຮັກແພງ ຜູ້ຂຽນຂໍອະນຸຍາດຂຽນບົດຄວາມກ່ຽວຫຼັກປັດຊະຍາການຄ້າ ຫຼື ອາດຈະວ່າເປັນເຄັດລັບໃນການເຮັດທຸລະກິດທີ່ໄດ້ຊອກຮູ້ຜ່ານການອ່ານວາລະສານຈາກຕ່າງປະເທດໂດຍສະເພາະຂອງຄົນ 3 ຊາດທີ່ຖືກໂລກຂະໜານນາມໃຫ້ວ່າ: ເປັນຊົນຊາດທີ່ເຮັດການຄ້າຂາຍເກັ່ງທີ່ສຸດໃນໂລກ. ເມື່ອ 18 ປີກ່ອນໄດ້ມີໂອກາດໄປເຝິກອົບຮົມ ແລະເຮັດວຽກຢູ່ທີ່ປະເທດ ສ.ເກົາຫລີ ມີນັກທຸລະກິດທີ່ປະສົບຄວາມສຳເລັດທ່ານໜຶ່ງບອກຂ້າພະເຈົ້າວ່າ: “ຖ້າໄປເປີດຮ້ານຄ້າໃກ້ຄົນ 3 ຊາດນີ້ຂໍໃຫ້ເຈົ້າຈົ່ງຍ້າຍໄປບ່ອນໃໝ່ ເພາະບໍ່ມີທາງທີ່ເຈົ້າຈະຄ້າຂາຍແຂ່ງຂັນກັບພວກເຂົາໄດ້ເພາະພວກເຂົາເຫຼົ່ານີ້ຈະຖ່າຍທອດຫຼັກປັດຊະຍາໃນການເຮັດການຄ້າໄປຊົ່ວລູກຊົ່ວຫຼານຂອງເຂົາເຈົ້າ”. ສ່ວນຄົນ 3 ຊາດທີ່ວ່ານັ້ນກໍຄື: ຈີນ, ອິນເດຍ ແລະ ຢິວເຊິ່ງບົດຄວາມທຳອິດ ຜູ້ຂຽນຈະຂໍເລີ່ມທີ່ຄົນຈີນກ່ອນ. ເຊິ່ງບົດຄວາມທຳອິດ ຜູ້ຂຽນຈະຂໍເລີ່ມທີ່ຄົນຈີນກ່ອນ. ຄົນຈີນ ເປັນຊົນຊາດໜຶ່ງທີ່ມີຄວາມຮັ່ງມີ ແລະ ປະສົບຄວາມສໍາເລັດໃນການສ້າງທຸລະກິດຂອງຕົນເອງ, ບໍ່ວ່າພວກເຂົາຈະດໍາລົງຊີວິດຢູ່ແຫ່ງໃດໃນໂລກນີ້ພວກເຂົາກໍຈະສາມາດສ້າງຖານະຂອງຕົນເອງຈົນປະສົບຄວາມສໍາເລັດ. ສະນັ້ນ, ຄົນຝຣັ່ງຈິ່ງໄດ້ປຽບທຽບຄົນຈີນທີ່ອາໄສຢູ່ໃນປະເທດຝຣັ່ງວ່າ “ຄົນຝຣັ່ງເປັນຄືດັ່ງຄົນລ້ຽງງົວ ແຕ່ຄົນຈີນເປັນຄືດັ່ງຄົນບີບເອົານໍ້ານົມງົວ” ຖືວ່າເປັນຄໍາເວົ້າທີ່ມີຄວາມເໝາະສົມຫຼາຍຕໍ່ຄົນຈີນໃນປັດຈຸບັນນີ້ ເພາະເມື່ອກ່ອນຄົນຝຣັ່ງເປັນຜູ້ຄິດຄົ້ນ ແລະ ຜະລິດສິນຄ້າ ອອກມາແລ້ວ ຄົນຈີນກໍຈະເປັນຜູ້ທີ່ນໍາເອົາສິນຄ້າດັ່ງກ່າວໄປຈໍາໜ່າຍຕໍ່ຈົນເຮັດໃຫ້ຄົນຈີນຮັ່ງມີຫຼາຍກວ່າຜູ້ທີ່ເປັນຄົນຜະລິດ ກໍຄືຄົນຝຣັ່ງຕັ້ງຫຼາຍເທົ່າ. ເພື່ອເປັນການວິເຄາະເລິກເຖິງກົກເຖິງຮາກວ່າເປັນຫຍັງຄົນຈີນຈິ່ງເກັ່ງໃນເລື່ອງການຄ້າ ຜູ້ຂຽນຈິ່ງຂໍອະນຸຍາດນຳບັນດາທ່ານຊ່ວຍຕິດຕາມອ່ານໃຫ້ຈົບທັງສີ່ຕອນ(ສີ່ສະບັບ)ໃນວາລະສານ ທາເກັດເພາະເປັນບົດຄວາມທີ່ຂ້ອນຂ້າງຍາວ ຕ້ອງອ່ານຕໍ່ເນື່ອງກັນຈິ່ງຈົບທັງນີ້ກໍເພື່ອຄວາມເຂົ້າໃຈເຖິງແກ່ນແທ້ທີ່ບໍ່ເຄີຍເປີດເຜີຍມາກ່ອນ. ຄົນຈີນເກັ່ງເລື່ອງເຮັດການຄ້ານັ້ນກໍເພາະປະເທດຈີນມີປະຫວັດສາດທີ່ຍາວນານທີ່ສຸດແຫ່ງໜຶ່ງຂອງໂລກ ພວກເຂົາຮູ້ຈັກເລື່ອງການລົງທຶນເຮັດການຄ້າມາໄດ້ດົນກວ່າ 2.000 ປີແລ້ວ, ນັບໄດ້ຕັ້ງແຕ່ສະໄໝຣາຊະວົງຊິນ (Qin dynasty) ປີ 221 ກ່ອນ ຄສ. ທີ່ເປັນອານາຈັກທຳອິດຂອງຈີນ, ເຊິ່ງກ່ອນໜ້ານັ້ນ ...
Read More »Magazine
ບໍລິສັດ ຕັນຈົງ ມໍເຕີ ລາວ ຈະເຕີບໃຫຍ່ຄຽງຄູ່ກັບສັງຄົມລາວ.
ກຸ່ມບໍລິສັດ TCMH ເລີ່ມຕົ້ນຈາກການເປັນຜູ້ຈໍາໜ່າຍລົດຂະໜາດນ້ອຍໃນຊ່ວງຊຸມປີ 1950 ຢູ່ ມາເລເຊຍ, ເຊິ່ງໃນປັດຈຸບັນໄດ້ຂະຫຍາຍໂຕເປັນກຸ່ມທຸລະກິດຂະໜາດໃຫຍ່ທີ່ດຳເນີນຫຼາກຫຼາຍກິດຈະການ; ນັບຕັ້ງແຕ່ການປະກອບ ແລະ ວາງແຜນການຕະຫຼາດໃຫ້ແກ່ລົດ, ລວມທັງການຜະລິດຊິ້ນສ່ວນພາຫະນະ ໄປຈົນເຖິງການລົງທຶນດ້ານອະສັງຫາ ແລະ ການຄ້າຂາຍກົນຈັກໜັກ, ເຄື່ອງມືອຸດສະຫະກຳ ລວມທັງເຄື່ອງອຸປະໂພກ-ບໍລິໂພກ ທັງພາຍໃນ ແລະ ຕ່າງປະເທດ. ໃນປັດຈຸບັນ, TCMH ແມ່ນບໍລິສັດຖືຫຸ້ນການລົງທຶນ ແລະ ມີກິດຈະການຫຼັກໆດັ່ງຕໍ່ໄປນີ້: ການປະກອບ, ຜະລິດ, ຂາຍ ແລະ ຈໍາໜ່າຍພາຫະນະທົ່ວໄປ ແລະ ພາຫະນະເພື່ອການຄ້າ; ການບໍລິການຫຼັງການຂາຍ ແລະ ເປັນຜູ້ສະໜອງອາໄຫຼ່ລົດ; ການບໍລິການດ້ານການເງິນທີ່ກ່ຽວຂ້ອງກັບລົດ, ເຊັ່ນວ່າການເຊົ່າຊື້, ຕົວແທນປະກັນໄພ ແລະ ສິນເຊື່ອ ແລະ ທ້າຍສຸດແມ່ນການລົງທຶນດ້ານອະສັງຫາລິມະຊັບ. ບໍລິສັດ ຕັນ ຈົງ ມໍເຕີ (ລາວ) ຈໍາກັດ ຜູ້ດຽວ (“TCML”), ເຊິ່ງເປັນບໍລິສັດສາຂາພາຍໃຕ້ Tan Chong Motor Holdings Berhad (ມາເລເຊຍ), ແມ່ນຕົວແທນຈໍາໜ່າຍຢ່າງເປັນທາງການພຽງຜູ້ດຽວຂອງລົດຍີ່ຫໍ້ Nissan ໃນ ສປປ ...
Read More »ການຮັບມືກັບການດ້ອຍຄ່າຂອງມູນຄ່າຂອງເງິນຕາມເວລາ
ບັນດາທ່ານອາດຈະເຄີຍສັງເກດ ແລະ ຄຶດແປກໃຈວ່າ ເປັນຫຍັງລາຄາຂອງເຄື່ອງອຸປະໂພກ ແລະ ບໍລິໂພກໃນຊີວິດປະຈຳວັນຂອງເຮົາຈຶ່ງເພີ່ມຂຶ້ນ ເຮັດໃຫ້ຕົ້ນທຶນການຄອງຊີບຂອງເຮົາເພີ່ມຂຶ້ນ ໃນຂະນະທີ່ຈໍານວນເງິນຂອງເຮົາທີ່ຫາເກັບສະສົມໄວ້ໃນແຕ່ລະວັນ ພັດບໍ່ສາມາດຊື້ເຄື່ອງດັ່ງກ່າວໄດ້ໃນຈຳນວນເທົ່າເດີມ, ຈາກທີ່ເຄີຍຊື້ເຝີໃນລາຄາ 8.000 ຫາ 10.000 ກີບໃນໄລຍະ 10 ປີກ່ອນ, ແຕ່ລາຄາຂອງເຝີໃນທ້ອງຕະຫຼາດທຸກມື້ນີ້ພັດເພີ່ມຂຶ້ນເປັນ 15.000 ຫາ 20.000 ກີບ. ສາເຫດຫຼັກໆທີ່ຢູ່ເບື້ອງຫຼັງຂອງການດ້ອຍມູນຄ່າຂອງຈຳນວນເງິນດັ່ງກ່າວ ກໍແມ່ນຍ້ອນການເຟີ້ຂອງຄ່າເງິນ ເຊິ່ງອັດຕາເງິນເຟີ້ໄດ້ບັ່ນທອນຄ່າເງິນໃນແຕ່ລະໄລຍະ. ບົດຄວາມນີ້ ຈະໄດ້ນໍາສະເໜີໃຫ້ຜູ້ອ່ານໄດ້ເຂົ້າໃຈກ່ຽວກັບການປ່ຽນແປງຂອງມູນຄ່າເງິນຕາມການເວລາ ແລະ ວິທີການຮັບມືກັບການດ້ອຍຄ່າຂອງເງິນດ້ວຍການລົງທຶນໃນຊັບສິນທາງການເງິນແຕ່ລະປະເພດ…..(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 165 ເດືອນພຶດສະພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) handling with the periodic devaluation of currency value Many of you ...
Read More »ການສ້າງຄຸນຄ່າໃຫ້ຍີ່ຫໍ້ ຕ້ອງເຮັດແນວໃດ?
ສະບາຍດີທ່ານຜູ້ອ່ານ ທີ່ຕິດຕາມຄໍລຳ Branding & Marketing ຂອງພວກເຮົາ ເດືອນເມສານີ້ທີມງານວາລະສານທາເກັດ ກໍມາຕາມສັນຍາ ຫຼັງຈາກທີ່ບົດຄວາມເດືອນແລ້ວນີ້ ພວກເຮົາໄດ້ກ່າວເຖິງ ການສ້າງຍີ່ຫໍ້ ວ່າສາມາດສ້າງມູນຄ່າເພີ່ມໃຫ້ສິນຄ້າ ຫຼືບໍລິການຂອງທ່ານໄດ້ແບບໄຮ້ຂີດຈຳກັດ ຈາກການເຮັດໃຫ້ລູກຄ້າຮູ້ສຶກເຖິງຄຸນຄ່າທາງຈິດໃຈ ແລ້ວທ່ານຈະບໍ່ຕ້ອງເຈັບຫົວ ກັບການຢ້ານຄູ່ແຂ່ງຂາຍຕັດລາຄາ ຫຼືແຂ່ງກັນຂາຍຖືກ ເພື່ອຍາດສ່ວນແບ່ງຕະຫຼາດອີກຕໍ່ໄປ ສະນັ້ນ ໃນເດືອນນີ້ ເຮົາຈະມາແນະນຳທ່ານ ກ່ຽວກັບວິທີການສ້າງຄຸນຄ່າໃຫ້ຍີ່ຫໍ້ ໂດຍສຸມໃສ່ການສ້າງຄຸນປະໂຫຍດທາງຄວາມຮູ້ສຶກ (Emotional benefits) ເຮັດແນວໃດ ຍີ່ຫໍ້ຂອງທ່ານຈຶ່ງຈະເຂົ້າໄປຢູ່ໃນໃຈລູກຄ້າໄດ້ ຫຼາຍກວ່າ ຄຸນປະໂຫຍດໃຊ້ສອຍ (Functional benefits) ຈາກຕົວສິນຄ້າ ຫຼືບໍລິການໂດຍກົງ ດ້ວຍວິທີການດັ່ງຕໍ່ໄປນີ້:….(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 165 ເດືອນພຶດສະພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) how to create brand value? ...
Read More »ວຽກຈຸດສຸມຂອງລັດຖະບານໃນປີ 2020
ສະບັບກ່ອນໄດ້ເວົ້າເຖິງຄາດຄະເນ GDP ໃນປີ 2020; ສ່ວນສະບັບເດືອນ ພຶດສະພາ ນີ້ຢາກຈະນໍາສະເໜີວຽກຈຸດສຸມຂອງລັດຖະບານ; ເຊິ່ງກອງປະຊຸມລັດຖະບານເປີດກວ້າງຄັ້ງທີ II ທີ່ດໍາເນີນໃນລະຫວ່າງວັນທີ 19-20 ທັນວາ 2019 ທີ່ຫໍປະຊຸມແຫ່ງຊາດ; ຜູ້ຂຽນຂໍນໍາເອົາວຽກຈຸດສຸມຕົ້ນຕໍມານໍາສະເໜີດັ່ງລຸ່ມນີ້: ເສດຖະກິດ ວັດທະນະທໍາ-ສັງຄົມ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ການເຕີບໂຕສີຂຽວ, ການປະຕິບັດບັນດາເງື່ອນໄຂ ເພື່ອຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ (LDC) ແລະ ພັດທະນາແບບຍືນຍົງ (SDG) ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ການຕ່າງປະເທດ ແລະ ການເຊື່ອມໂຍງກັບສາກົນ ການຄຸ້ມຄອງບໍລິຫານລັດ (ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 165 ເດືອນພຶດສະພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) focused works of the government in ...
Read More »ມາຮູ້ຈັກ!!! ເຈົ້າຂອງ ແລະ ຈຸດເລີ່ມຕົ້ນ ຮຸ່ງອາລຸນ ຂົນສົ່ງດ່ວນ ທີ່ຄ່າຂົນສົ່ງຖືກທີ່ສຸດ ໃນ ສປປ ລາວ
“ນັກທຸລະກິດ ຕ້ອງມີສ່ວນຮ່ວມໃນການເບິ່ງແຍງສັງຄົມ ບໍ່ແມ່ນຍາມໃດກໍຈະໃຫ້ແຕ່ ພັກ-ລັດຮັບຜິດຊອບສັງຄົມຢູ່ຝ່າຍດຽວ ເພາະຫາກສັງຄົມດີ ສັງຄົມສີວິໄລ ແລະ ສະຫງົບສຸກ ກໍຈະເປັນຜົນດີຕໍ່ຫົວໜ່ວຍທຸລະກິດເຊັ່ນດຽວກັນ ເພາະຈະເຮັດໃຫ້ສາມາດດໍາເນີນທຸລະກິດຢູ່ໄດ້ ແລະ ປະສົບຜົນສຳເລັດ” ນີ້ເປັນຄຳເວົ້າຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ທີ່ໄດ້ກ່າວໄວ້ໃນກອງປະຊຸມພົບປະນັກທຸລະກິດທ້າຍປີ 2016 ທີ່ໂຮງແຮມດອນຈັນພາເລດ ແລະ ໄດ້ກາຍເປັນແຮງບັນດານໃຈໃຫ້ນັກທຸລະກິດທ່ານໜຶ່ງທີ່ມີຊື່ວ່າ ທ່ານ ສີສະຫວັນ ມ່າຢົງເຊິນ ອາຍຸ 31 ປີ ຢາກສ້າງທຸະກິດໃດໜຶ່ງທີ່ສາມາດປະກອບສ່ວນຊ່ວຍໃຫ້ສັງຄົມລາວເຮົາດີຂຶ້ນ. ຫຼັງຈາກກອງປະຊຸມມື້ນັ້ນ ທ່ານ ສີສະຫວັນ ໄດ້ນຳຄຳເວົ້າດັ່ງກ່າວໄປທົບທວນຊ້ຳໄປຊ້ຳມາວ່າ ທຸລະກິດໃດທີ່ຈະຊ່ວຍສັງຄົມໄດ້ປະກອບກັບໃນຂະນະນັ້ນ ເພິ່ນໄດ້ຍິນຜູ້ປະກອບການຫຼາຍຄົນຈົ່ມວ່າຜະລິດສິນຄ້າມາແລ້ວຂາຍບໍ່ໄດ້ ຍ້ອນຕະຫຼາດພາຍໃນຍັງບໍ່ກວ້າງ ການກະຈາຍສິນຄ້າກໍບໍ່ທົ່ວເຖິງເຊິ່ງແນ່ນອນວ່າຂໍ້ຫຍຸ້ງຍາກເຫຼົ່ານີ້ ສ່ວນໜຶ່ງແມ່ນເນື່ອງມາຈາກບັນຫາຂອງລະບົບໃຫ້ບໍລິການຂົນສົ່ງທີ່ຍັງລາຄາສູງ ແລະ ບໍ່ໄດ້ມາດຕະຖານຈາກບັນຫາຕ່າງໆທີ່ກ່າວມານັ້ນເຮັດໃຫ້ ທ່ານ ສີສະຫວັນ ພິຈາລະນາເຖິງທ່າແຮງທີ່ມີຢູ່ ເຊິ່ງຕົວເພິ່ນເອງກໍເປັນທາຍາດລຸ້ນທີສອງຂອງ ບໍລິສັດ ຮຸ່ງອາລຸນ ຂາອອກ-ຂາເຂົ້າ…(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 165 ເດືອນພຶດສະພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ...
Read More »ເຄືອໄໝຫັດຖະກຳ ງາມສະຫງ່າຢ່າງມີຄຸນຄ່າ
ໃນຕົ້ນເດືອນມີນາທີ່ຜ່ານມາ, ບັນດາທ່ານຄົງໄດ້ເຂົ້າຮ່ວມຊົມ ແລະ ເຫັນຂ່າວທາງໂທລະພາບກ່ຽວກັບງານສະເຫຼີມສະຫຼອງຄົບຮອບ 20 ປີ ຂອງເຄືອໄໝຫັດຖະກໍາ. ຄວາມຈິງແລ້ວຮ້ານເພິ່ນໄດ້ເປີດຕົວ ນັບແຕ່ ວັນທີ 8 ມີນາ 2000 ເປັນຕົ້ນມາ. ໂອກາດນີ້ ພວກເຮົາຈະມາທຳຄວາມຮູ້ຈັກກັບນັກທຸລະກິດຍິງລາວ ຜູ້ທີ່ມີໄຟແຮງ ແລະ ພະຍາຍາມປັບກົນລະຍຸດທາງທຸລະກິດໄດ້ດີ ອີກທ່ານໜຶ່ງ ຄື ທ່ານນາງ ສົມສະຫວັນ ໄຊຍະວົງ (ຫຼື ຕິກ) ຊຶ່ງເພິ່ນຈະມາແບ່ງປັນນຳພວກເຮົາກ່ຽວກັບເຄືອໄໝຫັດຖະກໍາ (Kheuamai Handicraft) ແລະ ການປະກອບສ່ວນຕໍ່ການສົ່ງເສີມ ແລະ ອະນຸຮັກວັດທະນະທຳລາວ. ເລີ່ມຈາກຄວາມມັກຮັກ ແລະ ຫຼົງສະເໜ່ໃນແຜ່ນແພລາວ ທ່ານນາງ ສົມສະຫວັນ ຈຶ່ງມີຄວາມຄິດຢາກສ້າງຜົນງານຈາກຜ້າໄໝ ແລະ ຜ້າຝ້າຍ ດ້ວຍສີມືຂອງຄົນລາວເອງ.(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 165 ເດືອນພຶດສະພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ ...
Read More »ແມ່ນໃຜມີອໍານາດຕັດສິນບັນຫາໃນບໍລິສັດຈຳກັດ
ທ່ານຜູ້ອ່ານເຄີຍສົງໄສບໍ່ວ່າ ໃນບໍລິສັດຈຳກັດໃດໜຶ່ງ ແມ່ນໃຜເປັນຜູ້ມີສິດຕັດສີນບັນຫາຕ່າງໆຂອງບໍລິສັດ ລະຫວ່າງ ຜູ້ລົງທຶນ ຫຼື ຜູ້ຖືຮຸ້ນ ຫຼື ປະທານ ຫຼື ຜູ້ອຳນວຍການບໍລິສັດນັ້ນ. ມື້ນີ້ ຄໍລຳກົດໝາຍທຸລະກິດຂອງເຮົາ ຂໍນຳສະເໜີ ແລະ ແລກປ່ຽນຫຼັກການກ່ຽວກັບການຄຸ້ມຄອງບໍລິຫານບໍລິສັດຈຳກັດ. ກ່ອນອື່ນໝົດຂໍໃຫ້ຜູ້ອ່ານເຂົ້າໃຈວ່າ ບໍລິສັດຈຳກັດ ທີ່ຂ້າພະເຈົ້າໝາຍເຖິງແມ່ນ ບໍລິສັດທີ່ສ້າງຕັ້ງຂຶ້ນຢ່າງຖືກ ຕ້ອງຕາມກົດໝາຍ ໄດ້ຮັບການຈົດທະບຽນເປັນບໍລິສັດ “ຈຳກັດ” ຕາມກົດໝາຍວ່າດ້ວຍວິສາຫະກິດຄັກແນ່. ສະນັ້ນ ຮູບແບບວິສາຫະກິດອື່ນ ທີ່ມີການຮ່ວມທຶນກັນແຕ່ບໍ່ໄດ້ສ້າງຕັ້ງ ແລະ ຈົດທະບຽນເປັນບໍລິສັດຈຳກັດ ແມ່ນບໍ່ນອນຢູ່ໃນຄວາມໝາຍຂອງການແລກປ່ຽນສົນທະນາໃນເທື່ອນີ້..(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 165 ເດືອນພຶດສະພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) who has the power to make decisions in ...
Read More »ບໍລິສັດ ຕັນຈົງ ມໍເຕີ ລາວ ຈະເຕີບໃຫຍ່ຄຽງຄູ່ກັບສັງຄົມລາວ.
ທ່ານ Song Choon Beng ຜູ້ອໍານວຍການບໍລິສັດ TCMH ປະຈໍາລາວ ແລະ ກໍາປູເຈຍ ໄດ້ໃຫ້ກຽດສໍາພາດຕໍ່ທາງວາລະສານທາເກັດເພື່ອນໍາສະເໜີປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດ Tan Chong Motor Holdings ຜູ້ຜະລິດລົດຍົນຍີ່ຫໍ້ ນິດສັນ (Nissan) ເຊິ່ງມີຕົ້ນກໍາເນີດໃນປະເທດມາເລເຊຍ ແລະ ເລີ່ມເຂົ້າມາຂະຫຍາຍການຕະຫຼາດຈໍາໜ່າຍໃນ ສປປ ລາວ ເມື່ອປີ 2010 ເປັນຕົ້ນມາ,ພ້ອມທັງມີຍອດຈໍາໜ່າຍເພີ່ມຂຶ້ນໃນແຕ່ລະປີຢ່າງຕໍ່ເນື່ອງ. ທ່ານຍັງໄດ້ໃຫ້ຮູ້ເຖິງວິໄສທັດຂອງ ຕັນ ຈົງ ມໍເຕີ ລາວ ທີ່ຈະເຕີບໃຫຍ່ຂະຫຍາຍຕົວຄຽງຄູ່ກັບສັງຄົມລາວ ແລະ ນໍາຜະລິດຕະພັນທີ່ທັນສະໄໝ ແລະ ການບໍລິການຫຼັງຂາຍທີ່ດີເລີດ ມາໃຫ້ກັບລູກຄ້າຊາວລາວໄດ້ຊົມໃຊ້ຢ່າງທົ່ວເຖິງ. ກະລຸນາເລົ່າປະຫວັດຄວາມເປັນມາໂດຍຫຍໍ້ ກ່ຽວກັບ ການພັດທະນາ ບໍລິສັດ Tan Chong Motor Holdings Berhad ແລະ ບໍລິສັດ Tan Chong Motor (ລາວ) ຈໍາກັດ ຜູ້ດຽວ. ທີ່ຜ່ານມາ, ບໍລິສັດສາມາດບັນລຸຍອດຂາຍໄດ້ ຫຼື ບໍ່? ບໍລິສັດມີສ່ວນແບ່ງຕະຫຼາດຫຼາຍເທົ່າໃດ? ...
Read More »ຄວາມໝັ້ນໃຈ ກັບການປະສົບຜົນສຳເລັດ
ຄວາມໝັ້ນໃຈໃນຕົນເອງເປັນສິ່ງທີ່ສຳຄັນ ແລະ ຈຳເປັນໃນຊີວິດປະຈຳວັນ ໂດຍສະເພາະໃນແວດວົງການດຳ ເນີນທຸລະກິດ. ຄວາມໝັ້ນໃຈເປັນສິ່ງທີ່ຫຼາຍຄົນຝັນຢາກມີ ແລະ ພະຍາຍາມຝຶກຕົນເອງໃຫ້ມີທັດສະນະແນວຄິດນີ້. ທ່ານອາດຈະຍັງມີຄຳຖາມວ່າ ຄວາມໝັ້ນໃຈໃນຕົນເອງແມ່ນຫຍັງກັນແທ້ ເພື່ອໃຫ້ເຂົ້າໃຈງ່າຍຂຶ້ນຕື່ມ ຜູ້ຂຽນຈຶ່ງໄດ້ຍົກເອົາຄຳນິຍາມທີ່ບັນດານັກຄົ້ນຄວ້າໄດ້ຂຽນໄວ້ມາເລົ່າສູ່ກັນຟັງຕື່ມ. ຄວາມໝັ້ນໃຈໃນຕົນເອງ ແມ່ນການທີ່ທ່ານສາມາດຮັບຮູ້ໄດ້ວ່າ ສິ່ງໃດທີ່ທ່ານເຮັດໄດ້ ແລະ ສິ່ງໃດທີ່ທ່ານເຮັດບໍ່ໄດ້, ເຊື່ອໃນຄວາມສາມາດຂອງຕົນເອງ ຊຶ່ງລະດັບຄວາມໝັ້ນໃຈສາມາດຂຶ້ນກັບສະຖານະການທີ່ແຕກຕ່າງກັນ ໂດຍມີຄວາມພາກພູມໃຈໃນຕົນເອງເປັນອີກໜຶ່ງຕົວຜັກດັນທີ່ເຮັດໃຫ້ເກີດຄວາມໝັ້ນໃຈ. ອີກຄວາມໝາຍໜຶ່ງກໍແມ່ນ ການເຊື່ອໝັ້ນໃນປະສິດ ທິພາບຂອງຕົນເອງວ່າ ສາມາດປະສົບຜົນສຳເລັດໄດ້ຢ່າງແນ່ນອນ. ຄວາມໝັ້ນໃຈໃນຕົນເອງສາມາດເບິ່ງເຫັນໄດ້ຈາກຫຼາຍຢ່າງ ເຊັ່ນວ່າ ພຶດຕິກຳ, ການໃຊ້ພາສາຮ່າງກາຍ, ວີທີການເວົ້າ ຫຼື ການນຳສະເໜີ ແລະ ເນື້ອຫາທີ່ນຳມາສະເໜີ. ຜູ້ທີ່ມີຄວາມໝັ້ນໃຈ ຈະເຮັດໃນສິ່ງທີ່ເຂົາເຊື່ອວ່າຖືກຕ້ອງ ເຖິງແມ່ນວ່າຈະຖືກວິຈານກໍຕາມ, ພວກເຂົາກ້າທີ່ຈະສ່ຽງ ເພື່ອພົບກັບສິ່ງທີ່ດີກວ່າ, ກ້າທີ່ຈະຍອມຮັບຄວາມຜິດພາດ ແລະ ຮຽນຮູ້ຈາກສິ່ງນັ້ນ, ຍອມຮັບຄຳຊົມເຊີຍຈາກຄົນອື່ນດ້ວຍຄວາມເຕັມໃຈ ສຸພາບ ແລະ ອ່ອນນ້ອມ. ໃນທາງກົງກັນຂ້າມ, ຜູ້ທີ່ຂາດຄວາມໝັ້ນໃຈໃນຕົນເອງ ມັກຈະປະຕິບັດຕົນຕາມຄວາມຄິດຂອງຄົນອື່ນ, ຢູ່ແຕ່ຈຸດທີ່ປອດໄພ (comfort zone), ຢ້ານຄວາມລົ້ມເຫຼວ ແລະ ຫຼີກລ່ຽງຄວາມສ່ຽງ, ກ່າວອ້າງເຖິງຄວາມສາມາດຂອງຕົນເອງໃຫ້ຜູ້ອື່ນຟັງທຸກຄັ້ງທີ່ມີໂອກາດ ແຕ່ມັກປະຕິເສດການຍ້ອງຍໍຈາກຄົນອື່ນດ້ວຍຄຳເວົ້າທີ່ຖ່ອມຕົນຈົນເກີນໄປ. ດັ່ງນັ້ນ ຈຶ່ງກ່າວໄດ້ວ່າບຸກຄົນທີ່ຂາດຄວາມໝັ້ນໃຈໃນຕົນເອງມັກຈະເສຍໂອກາດໃນການປະສົບຜົນສຳເລັດ ເນື່ອງຈາກບໍ່ມີຄວາມເດັດຂາດໃນການຕັດສິນໃຈ ແລະ ...
Read More »