ມາດຕະການດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບການລະບາດພະຍາດ Covid-19

ຈາກການແຜ່ລະບາດຂອງພະຍາດ Covid-19 ໃນປະເທດເຮົາໄດ້ສົ່ງຜົນກະທົບຕໍ່ເສດຖະກິດຂອງປະເທດເຮົາ. ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດໄດ້ອອກບົດລາຍງານຜົນຄົ້ນຄວ້າການແຜ່ລະບາດຂອງພະຍາດ Covid-19; ຜົນກະທົບທາງເສດຖະກິດ ແລະ ຂໍ້ສະເໜີແນະບາງມາດຕະການສໍາລັບໄລຍະສັ້ນ, ກາງ ແລະ ຍາວປະຈໍາເດືອນ ເມສາ 2020 ສະບັບເລກທີ 005/ສຄສຊ ລົງວັນທີ 19 ເມສາ 2020 ເຊິ່ງຄາດຄະເນວ່າ ເສດຖະກິດແຫ່ງຊາດ GDP ຈະເຕີບໂຕໃນລະດັບ 3,3% ໃນປີ 2020 ຕໍ່າກວ່າປີ 2019 ໂດຍໃນປີນັ້ນເຕີບໂຕ 6,1%; ທະນາຄານ ADB ຄາດວ່າ 3,5%; ທະນາຄານໂລກ WB 3,6%; ກອງທຶນສາກົນ IMF 0,7%. ສໍາລັບປີ 2020 ທຸລະກິດທ່ອງທ່ຽວເປັນຂະແໜງທີ່ໄດ້ຮັບຜົນກະທົບທໍາອິດ ຄາດວ່າຈະສູນເສຍລາຍຮັບບໍ່ຫຼຸດ 350 ລ້ານໂດລາ ຫຼືປະມານ 3.111 ຕື້ກີບ.

ຕໍ່ມາແມ່ນການຄ້າຕ່າງປະເທດຄາດວ່າຈະສູນເສຍລາຍຮັບຈາກການສົ່ງອອກປະມານ 483,3 ລ້ານໂດລາ ຫຼືປະມານ 4,243 ຕື້ກີບ… ກ່ອນໜ້ານັ້ນຄືໃນວັນທີ 02 ເມສາ 2020 ລັດຖະບານໄດ້ຖະແຫຼງຂ່າວ ໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ; ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຕໍ່ສື່ມວນຊົນກ່ຽວກັບມາດຕະການດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຂອງການລະບາດພະຍາດ Covid-19 ໃນລາວເຮົາ ເຊິ່ງມີເນື້ອໃນສໍາຄັນຄື:

(ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 166 ເດືອນມິຖຸນາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

economic measures to address impacts from Covid-19

Due to the Covid-19 pandemic, the virus has adversely affected the national economy of our country. The National Institute for Economic Research issued the Report No. 005/NIER dated April 19, 2020 which reveals economic impacts of Covid-19 and some recommended measures for the short, medium and long-term implementation. The report forecasts 3.3% of GDP growth for 2020 which is lower than the rate in 2019 of 6.1%. Apart from this report, ADB also forecasts the GDP growth at 3.5%, the World Bank at 3.6% and the IMF at 0.7%. In 2020, tourism industry is the first sector to be affected with an expected loss of revenue of 350 million US dollar or approximately 3.111 billion kip.

International trade is another sector experienced a loss of revenue of about 483.3 million US dollar or approximately 4.243 billion kip. On April 2, 2020, Mr. Sonexay Siphandone, Deputy Prime Minister and Minister of Planning and Investment, held a press conference on behalf of the government to inform the general publics about economic measures in address impacts of Covid-19. The details are as following:

(More details can be found in Target Magazine issue 166 June 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments