ໂຄວິດ-19 ສົ່ງຜົນກະທົບຕໍ່ເສດຖະກິດ, ມີທັງສິ່ງທ້າທາຍ ແລະ ໂອກາດ

ປີ 2020 ລັດຖະບານ​ ສປປ ລາວໄດ້​ວາງ​ຕົວເລກຄາດໝາຍແຜນການ​ຂະຫຍາຍຕົວ​ຂອງ​ເສດຖະກິດ ໄວ້ໃນລະດັບ 6,7% ​ເພີ່ມ​ຂຶ້ນປະມານ 0,3% ທຽບ​ໃສ່​ປີຜ່ານມາ​ ​ແຕ່​ປີ​ນີ້ ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ບໍ່​ບັນລຸ​ເປົ້າ​ໝາຍ​ທີ່​ກຳນົດ​ໄວ້ເຊິ່ງອາດຈະບັນລຸພຽງເຄິ່ງໜຶ່ງຂອງຄາດໝາຍ. ເພາະປີ 2020 ​ເປັນປີ​ທີ່​ມີ​ຄວາມ​ທ້າທາຍ​ໃຫຍ່ກວ່າປີຜ່ານມາຍ້ອນວິກິດຈາກການແຜ່ລະບາດຂອງພະຍາດໂຄວິດ-19 , ໄດ້ມີການຄາດ​ຄະ​ເນ​ວ່າ: ການ​ຫຼຸ​ດລົງ​ຂອງ​ເສດຖະກິດ​ໃນປີນີ້ ອາດ​ຈະ​ຕ່ຳ​ທີ່​ສຸດ​ໃນ​ຮອບ 5 ​ປີ, ຖ້າພະຍາດ​ດັ່ງ​ກ່າວຫາກ​ສືບ​ຕໍ່​ລະບາດ​ແກ່ຍາ​ວ​ໄປ​ດົນ​ເທົ່າ​ໃດ ຍິ່ງ​ສົ່ງ​ຜົນກະທົບໜັກ​ເທົ່າ​ນັ້ນ.

ຜົນ​ກະທົບ​ຂອງ​ການແຜ່​ລະບາດ​ຕໍ່​ເສດ​ຖະ​ກິດ​-ສັງຄົມ​ ຂອງ ສປປ ລາວ ຕົ້ນຕໍ​ແມ່ນມາ​ ຈາກ 2 ປັດໄຈ (ສາເຫດ) ຄື: ປະເທດ​ຄູ່​ການ​ຄ້າ, ຄູ່​ການລົງທຶນ ​ຂອງ ສປປ ລາວ ປະຕິບັດມາດ​ຕະ​ການ​ຈໍາ​ກັດ​ການ​ພົວພັນ​ທາງ​ເສດຖະກິດ​ກັບ ສປປ ລາວ ເພື່ອ​ຫຼີກເວັ້ນ​ການ​ແຜ່ລະບາດ​ຂອງ​ພະຍາດ COVID-19 ຢູ່​ປະເທດ​ຂອງ​ເຂົາ​ເຈົ້າ.  ການ​ກໍາ​ນົດ​ນະໂຍບາຍ ແລະ ມາດ​ຕະການ​ຮັບ​ມື​ກັບ​ການແຜ່ລະບາດ​ພະຍາດ COVID-19 ຢູ່ປະເທດ​ເຮົາໂດຍ​ການຈໍາກັດການ​ພົວພັນ​ຂອງຄົນພາຍ​ໃນ​ປະເທດ,  ຈໍາ​ກັດ​ການເຄື່ອນໄຫວ ​ທາງ​ການ,  ການ​ດໍາ​ເນີນ​ທຸລະ​ກິດ, ການ​ຊຸມນຸມ, ການໄປມາ ຫາສູ່​ກັນ…

ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໄດ້ອອກບົດລາຍງານຜົນການຄົ້ນຄວ້າການແຜ່ລະບາດຂອງພະຍາດໂຄວິດ – 19, ຜົນກະທົບທາງດ້ານເສດຖະກິດ ແລະ ຂໍ້ສະເໜີແນະບາງມາດຕະການສໍາລັບໄລຍະສັ້ນ, ກາງ ແລະ ຍາວປະຈໍາເດືອນເມສາ 2020 ສະບັບເລກທີ 005/ສຄສຊ ລົງວັນທີ 19 ເມສາ 2020 ຊຶ່ງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຄາດຄະເນວ່າ ວິກິດຄັ້ງນີ້ ເປັນທັງໂອກາດ ແລະ ສິ່ງທ້າທາຍ ສຳລັບ ສປປ ລາວ.

ໃນໄລຍະຜ່ານມາ ເຖິງແມ່ນວ່າລັດຖະບານ ສປປ ລາວ ຈະມີມາດຕະການຕ້ານ, ສະກັດກັ້ນ ແລະ ມີນະໂຍບາຍຊ່ວຍປະຄັບປະຄອງເສດຖະກິດຫຼາຍດ້ານກໍຕາມ, ໃນໄລຍະກາງ ແລະ ຍາວ, ຜົນກະທົບທີ່ເປັນທັງສິ່ງທ້າທາຍ ແລະ ໂອກາດ ຕໍ່ການພັດທະນາເສດຖະກິດຂອງລາວ ຈະຍັງມີຢູ່ຢ່າງຫຼີກບໍ່ໄດ້ ເປັນຕົ້ນແມ່ນ:ຜົນ​ກະທົບ​ຕໍ່​ພາກ​ທຸລະ​ກິດ

(ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 166 ເດືອນມິຖຸນາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Economic impacts of COVID-19 serve as both challenge and opportunity

       For 2020, Government of the Lao PDR set a targeted economic growth at 6.7% with a 0.3% increase from the previous year. However, not only it is impossible now to achieve the goal, but also the growth rate will drop by half. The year 2020 is by far the most challenging period due to the COVID-19 pandemic. It is expected that the economy this year will drop to the lowest point in 5 years. The longer the outbreak persists, the more severe the impacts will be.

Impacts of the pandemic upon socio-economic situation of the Lao PDR derive from 2 factors (causes), namely 1) the fact that Lao PDR’s trading and investment partners have been implementing measures to restrict economic cooperation with the Lao PDR in order to prevent COVID-19 pandemic in their countries. 2) the stipulation of policies and measures in combating the COVID-19 pandemic in Laos by restricting interactions among people inside, official activities, business operation, meetings, travels and so on.

National Institute for Economic Research issued a report on economic impacts of the COVID-19 pandemic together with policy recommendations for a short, medium and long-term No. 005/NIER dated April 19, 2020. The institute forecasts that this crisis serves as both opportunity and challenge for the Lao PDR.

Despite measures and policies issued by the Lao Government previously to combat the pandemic and support the economy in a medium and long run, we will never be able to avoid impacts which serve as both challenge and opportunity for the development of Laos, particularly economic impacts upon:

(More details can be found in Target Magazine issue 166 June 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments