ນະວັດຕະກໍາ Software ທີ່ຈະເຂົ້າມາຊ່ວຍ SME ໃຫ້ສະດວກສະບາຍຍິ່ງຂຶ້ນ.

ໃນຍຸກທີ່ມະນຸດລ້ວນແລ້ວແຕ່ຕ້ອງການຄວາມສະດວກສະບາຍ ບໍ່ວ່າຈະເຮັດຫຍັງ ຈະໄປໃສຂໍໃຫ້ມີຄວາມສະບາຍມາກ່ອນ ຈຶ່ງບໍ່ແປກໃຈເລີຍທີ່ ເຕັກໂນໂລຊີ ເຂົ້າມາມີອິດທິພົນຕໍ່ການໃຊ້ຊີວິດຂອງມະນຸດເຮົາໄດ້ຢ່າງງ່າຍດາຍ ບໍ່ວ່າຈະເປັນນະວັດຕະກໍາທີ່ເຂົ້າມາຊ່ວຍເລື່ອງຄວາມສະດວກສະບາຍໃນການໃຊ້ຊີວິດຂອງມະນຸດເຊັ່ນ: ຫຸ່ນຍົນ AI ທີ່ເຂົ້າມາເປັນຜູ້ຊ່ວຍເກືອບຄົບທຸກໜ້າທີ່ວຽກທີ່ຄົນເຮັດໄດ້… ຫຼືນະວັດຕະກໍາທີ່ເຂົ້າມາຊ່ວຍເລື່ອງການເຮັດທຸລະກິດ ເປັນຕົ້ນແມ່ນ Digital Platform ຕ່າງໆ ທີ່ຊ່ວຍໃນເລື່ອງການຈັດເກັບຂໍ້ມູນທີ່ສໍາຄັນ, ການເພີ່ມປະສິດທິພາບຂອງວຽກໃຫ້ໄວຂຶ້ນ, ມີຄຸນນະພາບຂຶ້ນ ແລະ ທີ່ສໍາຄັນຍັງຊ່ວຍດ້ານແຮງງານຄົນໃຫ້ສາມາດເຮັດວຽກໄດ້ດີຍິ່ງຂຶ້ນອີກດ້ວຍ… ກໍຍ້ອນວ່າ ເຕັກໂນໂລຊີ ໃຫ້ຄວາມສະດວກສະບາຍໃນການດໍາລົງຊີວິດ ແລະ ຍັງສາມາດຊ່ວຍເຫຼືອດ້ານທຸລະກິດໄດ້ແບບນີ້ ຈຶ່ງເຮັດໃຫ້ນັກທຸລະກິດໃນທົ່ວໂລກໃຫ້ການຍອມຮັບ ແລະ ເປີດໃຈຮັບເອົາ ເຕັກໂນໂລຊີ ໃໝ່ໆທີ່ເກີດຂຶ້ນໃນຕະຫຼາດຢູ່ສະເໝີ. ຄືດັ່ງ 4 ນະວັດຕະກໍາຊອບແວ (Software) ຜູ້ຊ່ວຍ SME ທີ່ຜູ້ຂຽນນໍາມາສະເໜີໃນມື້ນີ້ ເຊິ່ງຖືວ່າເປັນເທຣນທີ່ມາໃໝ່ ແລະ ກໍາລັງມາແຮງໃນວົງການທຸລະກິດ (ຕ່າງປະເທດ) ກໍເລີຍຢາກແນະນໍາໃຫ້ນັກທຸລະກິດລາວໄດ້ລອງສຶກສາ ທໍາຄວາມຮູ້ຈັກກັບນະວັດຕະກໍາເຫຼົ່ານີ້ ເພື່ອມາພັດທະນາທຸລະກິດ ແລະ ອົງກອນຂອງທ່ານໃຫ້ມີປະສະດທິພາບຍິ່ງຂຶ້ນ!!!

  1. ARSA Framework

ອາສາ ເຟຣມເວິກ ເປັນບໍລິສັດທີ່ສາມາດສ້າງເຕັກໂນໂລຊີແບບອະເນກປະສົງ ສາມາດເຊື່ອມໂຍງ ແລະ ຮອງຮັບການປະມວນຜົນ, ສະແດງຜົນ ແລະ ການຕິດຕໍ່ສື່ສານຜ່ານຄລາວ (Cloud) ໄດ້ແບບຜ່ານຊ່ອງທາງດຽວ (One stop Service) ເພື່ອຮອງຮັບວຽກໃນສັດຕະວັດທີ 21 ແລະ ຍຸກ 5G ໂດຍຈຸດເດັ່ນຂອງ ອາສາ ເຟຣມເວິກ ຄືສາມາດນໍາໄປປະຍຸກໃຊ້ໃນດ້ານຕ່າງໆ ເພື່ອນໍາໄປສ້າງຂັ້ນຕອນວິທີຂອງປັນຍາປະດິດ (Algorithm) ໄດ້ ເຊັ່ນ ການສ້າງເປັນແຜນການຕະຫຼາດ, ການວິເຄາະຂໍ້ມູນທາງ (Data Science), ການລະດົມທຶນດິຈິຕອນ (ICO – Initial Coin Offerring) ຫຼືສ້າງສະກຸນເງິນດິຈິຕອນ (Cryptocurrency), ນໍາໄປໃຊ້ດ້ານການສຶກສາໃນທຸກລະດັບ ໄປຈົນເຖິງການສ້າງປະສົບການຜູ້ຊົມໃຊ້ / ເຊື່ອມຜູ້ຊົມໃຊ້ເຂົ້າກັບລະບົບ (User Experience/ User  Interface) ທາງດ້ານການແພດ ເພື່ອເຊື່ອມຕໍ່ປະສົບການຂອງຜູ້ໃຊ້ ແລະ ອຸປະກອນຕ່າງໆໃຫ້ເຂົ້າໃຈໄດ້ງ່າຍຂຶ້ນ ນອກຈາກນັ້ນຍັງສາມາດນໍາໄປໃຊ້ຄວບຄຸມ ຫຼືປະມວນຜົນຍານອາວະກາດໄຮ້ຄົນຂັບໄດ້ອີກດ້ວຍ. ເຊິ່ງຄວາມສາມາດທັງໝົດນີ້ ແມ່ນມີຄວາມສະດວກຕໍ່ການເຮັດວຽກ ໂດຍການນໍາເອົາເຕັກໂນໂລຊີມາໃຊ້ໃຫ້ເກີດປະໂຫຍດໄດ້ສູງສຸດ.

  1. Farm Luck Project

Farm Luck Project ເປັນອີກໜຶ່ງທາງເລືອກທີ່ເໝາະສົມສໍາລັບການເຮັດວຽກຮ່ວມກັນຂອງພາກອຸດສາຫະກໍາ ໃນການຮັບຊື້ ແລະ ການແປຮູບຜົນຜະລິດທາງກະສິກໍາ ໂດຍຈະມີການສຶກສາຂັ້ນຕອນການເພາະພັນ, ການປູກ ແລະ ເກັບກ່ຽວ. ຮວບຮວມຂໍ້ມູນພາກສະໜາມ ດ້ວຍການນໍາເອົາເຕັກໂນໂລຊີເຂົ້າມາມີສ່ວນຮ່ວມໃນການພັດທະນາ ແລະ ປະເມີນຄວາມສ່ຽງຂອງພື້ນທີ່ປູກຝັງ, ຜົນຜະລິດທາງກະສິກໍາ. ເຊິ່ງນະວັດຕະກໍານີ້ຈະມາພັດທະນາພື້ນທີ່ປູກຝັງ ເພື່ອແກ້ໄຂຜົນຜະລິດກະສິກໍາຂາດຕະຫຼາດ ຫຼືລົ້ນຕະຫຼາດ, ຜົນຜະລິດຂາດຄຸນນະພາບບໍ່ເປັນໄປຕາມຜູ້ຮັບຊື້ ຫຼືກົນໄກທີ່ຕະຫຼາດກໍານົດ… ເໝາະສໍາລັບກະສິກໍາທີ່ກໍາລັງຊອກຫານະວັດຕະກໍາເພື່ອມາຊ່ວຍຫຼຸດຄວາມສ່ຽງໃນດ້ານຕ່າງໆທີ່ອາດຈະເກີດຂຶ້ນໄດ້.

  1. Food Factory Internet of things Platform (FloT)

ປັດຈຸບັນເຕັກໂນໂລຊີໄດ້ເຂົ້າມາມີບົດບາດ ແລະ ສ່ວນຊ່ວຍໃນອຸດສາຫະກໍາອາຫານຫຼາຍຂຶ້ນ ໂດຍທີ່ເຮົາສາມາດນໍາແພຼດຟອມ (Platform) ເຫຼົ່ານັ້ນເຂົ້າມາໃຊ້ວຽກໄດ້ຫຼາຍຮູບແບບເຊັ່ນ ການເລືອກວັດຖຸດິບ, ການແປຮູບອາຫານ, ການເກັບຮັກສາອາຫານ ໄປຈົນເຖິງການຂົນສົ່ງອາຫານ. ແຕ່ບາງຄັ້ງກໍອາດຈະຂາດຄວາມຖືກຕ້ອງແນ່ນອນ ແລະ ມາດຕະຖານທີ່ດີ. “FloT” ຄື Platform ທີ່ຈະເຂົ້າມາຊ່ວຍການເຮັດອາຫານ ໃຫ້ຕອບໂຈດຜູ້ປະກອບການດ້ານອຸດສາຫະກໍາອາຫານຫຼາຍຍິ່ງຂຶ້ນ. ໂດຍເນັ້ນໃສ່ການເພີ່ມຜົນຜະລິດໃຫ້ກັບໂຮງງານ ແລະ ເພີ່ມປະສິດທິພາບໃນການເຮັດວຽກ ເຊັ່ນ ລະບົບການເຊື່ອມຕໍ່ເຊັນເຊີ່ທຸກຮູບແບບທີ່ສາມາດຄວບຄຸມໄດ້ຕາມມາດຕະຖານອຸດສາຫະກໍາອາຫານ, ຍົກລະດັບການຄວບຄຸມອັດສະລິຍະມີຮູບແບບການວິເຄາະດ້ວຍ Online web based ໃນການໃຫ້ຄໍາປຶກສາ ເພື່ອແກ້ຄ່າວິກິດຕາມຄວາມຕ້ອງການຂອງ IOS22000 ລວມເຖິງການໃຫ້ບໍລິການຄລາວ (Cloud as a software service). ໃນການວິໄຈລະບົບ ແລະ ສະແດງຜົນຂໍ້ມູນຕາມ Platform ອັດສະລິຍະຜ່ານແອັບພລີເຄຊັ່ນລາຍ (Line application) ເຮັດໃຫ້ງ່າຍຕໍ່ການນໍາໄປໃຊ້ຕໍ່ໄປ.

  1. Sensing ລະບົບອັດສະລິຍະ ເພື່ອການບໍລິຫານຊັບພະຍາກອນມະນຸດ ແລະ ຄວາມປອດໄພ

ໃນພາວະທີ່ທຸກທຸລະກິດຕ່າງມີການແຂ່ງຂັນສູງ ທົ່ວໂລກມີຄວາມພະຍາຍາມໃນການນໍາເອົາເຕັກໂນໂລຊີມາໃຊ້ພັດທະນາຂີດຄວາມສາມາດໃນດ້ານຕ່າງໆ ຊັບພະຍາກອນມະນຸດຖືເປັນອົງປະກອບໜຶ່ງທີ່ຫຼາຍອົງກອນຕ່າງຫັນມາໃຫ້ຄວາມສໍາຄັນ ເພາະເຊື່ອໝັ້ນວ່າຈະນໍາພາທຸລະກິດໃຫ້ກ້າວໃຫຍ່ເຕີບໃຫຍ່ໄປທາງໜ້າໄດ້ “Sensing” (ເຊັນຊິ່ງ) ຄື ລະບົບອຸປະກອນອັດສະລິຍະທີ່ຊ່ວຍເພີ່ມຂີດຄວາມສາມາດໃນການບໍລິຫານຈັດການບຸກຄະລາກອນໄດ້ຢ່າງມີປະສິດທິພາບ ລວມໄປເຖິງການຊ່ວຍຮັກສາຄວາມປອດໄພໃຫ້ກັບພະນັກງານທີ່ອາດຈະມີຄວາມສ່ຽງ ຈາກພາວະອາລົມທີ່ບໍ່ປົກກະຕິໄດ້. ຕົວຢ່າງ ການສ້າງແວ່ນຕາທົດສອບອາລົມທີ່ມີການລັກຕິດລະບົບອັດສະລິຍະ ເພື່ອກວດສອບອາລົມຄວາມຮູ້ສຶກຂອງຜູ້ທີ່ສວມໃສ່ໄດ້ເຖິງ 6 ອາລົມເຊັ່ນ: ຕຶງຄຽດ, ກັງວົນໃຈ, ຜ່ອນຄາຍ, ສະຫງົບ ແລະ ຄວາມຕັ້ງໃຈ. ເຊິ່ງສາມາດສະແດງຜົນໄດ້ຢ່າງໄວວາ ແລະ ມີຈໍສະແດງຜົນບອກສຸຂະພາບຈິດ ແລະ ສົ່ງສັນຍານເຕືອນເມື່ອເກີດຄວາມສ່ຽງ ແຖມຍັງມີການສ້າງປະຫວັດສຸຂະພາບຂອງບຸກຄົນ, ໜ່ວຍງານ ຫຼືພາບລວມຂອງບໍລິສັດ ເພື່ອນໍາຂໍ້ມູນເຊີງເລິກໄປບໍລິຫານຊັບພະຍາກອນມະນຸດໄດ້ຢ່າງມີຄຸນນະພາບ ແລະ ຕໍ່ເນື່ອງ.

ບັນດາທ່ານ ເຫັນແລ້ວບໍ່ວ່າເຕັກໂນໂລຊີນັ້ນ ບໍ່ແມ່ນເລື່ອງທີ່ໄກຕົວເຮົາອີກຕໍ່ໄປ ເຕັກໂນໂລຊີເປັນດັ່ງຜູ້ຊ່ວຍທີ່ດີຄົນໜຶ່ງ ທີ່ຈະເຂົ້າມາຊ່ວຍເພີ່ມປະສິດທິພາບໃນການເຮັດວຽກ ລວມໄປເຖິງການແກ້ໄຂບັນຫາໃນບາງເລື່ອງທີ່ຜູ້ປະກອບການເອງບໍ່ສາມາດເຮັດໄດ້ ດັ່ງນັ້ນ ຈຶ່ງຢາກໃຫ້ຜູ້ປະກອບການ ໂດຍສະເພາະຄົນລາວ ໃຫ້ລອງເປີດໃຈສຶກສາ, ຮຽນຮູ້ ແລະ ປັບປ່ຽນມາໃຊ້ໃນທຸລະກິດຕົນເອງ.

(ວາລະສານທາເກັດ ສະບັບ 162 ເດືອນມັງກອນ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

 

innovative software that will help facilitating SME

in its operation.

           

In the era when everyone desires for convenience in no matter what they do and where they go, it is unsurprisingly to see how influential technology is to our life. Whether it is an innovation to help make our life more convenient, such as a robotic AI to work for us, or a business innovation, namely digital platforms that help us manage important information, quickly boost the effectiveness and quality job performance, and, more importantly, encourage labor workers to work better. Since technology makes life more comfortable and help with business operation, new technologies are always well accepted by businesspeople around the world. Just like the 4 innovative software to support SME that the writer would like to talk about today. They are becoming a new trend and popular among businesspeople (in foreign countries). The writer, therefore, would like to suggest Lao entrepreneurs to learn more and get to know about these innovations to help develop the effectiveness of their business and organization.

  1. ARSA Framework

ARSA Framework is a company who can come up with a multi-purpose technology, which can be connected, while supporting the evaluation, displaying results and communicating with Cloud through a one-stop service. The technology was invented to support the technological capabilities of the 21st Century and 5G era. ARSA Framework is outstanding in its diverse utilities in building algorithm for AI, for example to help creating a marketing plan, analyzing scientific data, initializing coin offering or Cryptocurrency, applying to education at all levels and creating medical user experience/user interface, while helping users to link with devices more easily. Moreover, it can be used to control or evaluate a space shuttle without astronauts. All these capabilities will facilitate job performance and thus, people should make maximum use of it.

  1. Farm Luck Project

Farm Luck Project is another suitable option for the industrial sector in buying and processing agricultural goods by providing information regarding the breeding, planting and harvesting process. The project will collect field data by involving technology in the process of developing and evaluating risks associated to arable lands as well as agricultural products. This innovation is invented to develop arable lands and address issues of shortage or surplus supply of agricultural goods, and sub-quality products mismatching buyers or market demand. It is ideal for an agricultural business which seeks an innovation to help mitigating risks that might occurred.

  1. Food Factory Internet of things Platform (FloT)

Currently, technology is playing more crucial role in helping food industry. We can incorporate many platforms to assist us in a number of ways, for instance in choosing raw materials, and processing, keeping as well as delivering food. Sometimes, such tasks can lack accuracy and good standard. “FloT” is a platform invented to aid entrepreneurs in food industry by emphasizing on increasing productivity and work performance for manufacturing factories, for example to link the entire system via sensor technology which can be controlled based on the standard of food industry, enhance a smart control via online web based to analyze, provide suggestions and address crises based on the requirement of the ISO22000 including the Cloud software service. Furthermore, results of system analysis will be displayed through a smart platform of Line application making the information more easily to access and use.

  1. Sensing is a smart system for human resources and safety management

In the mid of the highly competitive era, businesses around the world have been trying to apply technology in building capacities for their human resources, which is a vital element for many organizations, with a belief that this will drive their business forward. “Sensing” is a smart system to help building capacities in effectively managing personnel and ensuring safety for vulnerable staff members who have emotional uncertainty. For example, there are smart glasses invented to measure emotional changes of the person who wear the glasses ranging from stress, anxiety, relaxation, peace to activeness. The technology can reveal its measurement result promptly via a screen displaying information regarding psychological health and emotionally associated risks. It also helps creating an overall personnel, unit or company profile which can be used for an extensive analysis for the continuous quality management of human resources.

Dear readers, can you see that technology is not something far away from us? It has become an excellent assistant which will help boosting the effectiveness of our job performance as well as addressing some problems which entrepreneurs themselves cannot solve. As a result, it is highly recommended that entrepreneurs, particularly Lao businesspeople, to start accepting, learning and applying it more into their own business.

Comments