ປັບປຸງ “ຈຸດຢືນຂອງຍີ່ຫໍ້” ເພື່ອນຳພາທຸລະກິດຜ່ານຜ່າວິກິດ COVID-19

ທ່າມກາງສະຖານະການລະບາດຂອງພະຍາດປອດອັກເສບສາຍພັນໃໝ່ ໂຄວິດ-19 ເປັນພາວະທີ່ຜູ້ປະກອບການຫຼາຍໆທ່ານກຳລັງປະເຊີນກັບວິກິດການ ທາງທຸລະກິດ ຈົນແທບຕັ້ງຕົວບໍ່ທັນ ແລະ ມີເວລາພຽງສັ້ນໆ ໃຫ້ກະກຽມແຜນການຮັບມືກັບສະພາບການທີ່ປ່ຽນແປງຢ່າງໄວ ເມື່ອເກີດພະຍາດລະບາດ ທຸລະກິດທີ່ເຄີຍຂາຍດີ ມີລູກຄ້າຈຳນວນຫຼວງຫຼາຍ ໃນມື້ນີ້ພັດງຽບເຫງົາ ຕ້ອງໂຈະຊົ່ວຄາວ ຍອດຂາຍຫຼຸດລົງແບບບໍ່ເຄີຍຄາດຄິດມາກ່ອນ ແຜນທຸລະກິດ ແລະ ການຕະຫຼາດທີ່ວາງໄວ້ ມີອັນຕ້ອງຍົກເລີກ.

ໃນຂະນະທີ່ບັນດາເຈົ້າຂອງທຸລະກິດ ຍັງຕ້ອງແບກຮັບຄ່າໃຊ້ຈ່າຍຕ່າງໆ ໂດຍສະເພາະລາຍຈ່າຍປະຈຳ (Fixed cost) ບໍ່ວ່າຈະເປັນ ໜີ້ສິນ ເງິນເດືອນພະນັກງານ ຄ່າບໍລິຫານຫ້ອງການ ແລະ ອື່ນໆ ບາງອົງກອນຈຶ່ງຕ້ອງເລືອກໃຊ້ວິທີຫຼຸດເງິນເດືອນທັງຜູ້ບໍລິຫານ ແລະ ພະນັກງານ ບາງບ່ອນກໍຈຳຕ້ອງໃຊ້ນະໂຍບາຍ ໃຫ້ພະນັກງານລາພັກ ໂດຍບໍ່ເອົາເງິນເດືອນ ໄປຈົນຮອດການໃຫ້ພະນັກງານຢຸດເຊົາການເຮັດວຽກ ຫຼື ໃຫ້ອອກຈາກການວຽກ ເຊິ່ງສ້າງຄວາມເຈັບປວດໃຫ້ທັງນາຍຈ້າງ ແລະ ພະນັກງານ ສະນັ້ນ ມື້ນີ້ ຄໍລຳ Branding & Marketing ຂອງພວກເຮົາ ຈຶ່ງຢາກເປັນສ່ວນໜຶ່ງ ທີ່ນຳສະເໜີແງ່ມຸມ ແລະ ວິທີການຮັບມືກັບວິກິດການຄັ້ງນີ້ ດ້ວຍການກຳນົດທິດທາງທຸລະກິດໃຫ້ຊັດເຈນຂຶ້ນ ໂດຍການທົບທວນ ຈຸດຢືນຂອງຍີ່ຫໍ້ (Brand Positioning) ເພື່ອປັບປຸງໃຫ້ເໝາະສົມກັບສະຖານະການ ແລະ ສ້າງໂອກາດໃນພາວະວິກິດ.

ກ່ອນອື່ນຂໍອະທິບາຍໂດຍຫຍໍ້ກ່ຽວກັບ ຈຸດຢືນຂອງຍີ່ຫໍ້ ວ່າໝາຍເຖິງ ການວາງຕຳແໜ່ງຜະລິດຕະພັນ ຫຼື ການກຳນົດລ່ວງໜ້າໄວ້ວ່າ ຢາກໃຫ້ລູກຄ້າເບິ່ງສິນຄ້າ ຫຼື ບໍລິການຂອງທ່ານເປັນແນວໃດ? ມີຈຸດຢືນແບບໃດ? ໃນລະດັບໃດ? ເປັນສິນຄ້າ ຫຼື ບໍລິການ ສຳລັບຄົນກຸ່ມໃດ? ແລະ ສິນຄ້າ ຫຼື ບໍລິການຂອງທ່ານນັ້ນຈັດຢູ່ໃນຕຳແໜ່ງໃນເມື່ອທຽບກັບຄູ່ແຂ່ງ. ເຊິ່ງການກຳນົດຈຸດຢືນຂອງຍີ່ຫໍ້ ແມ່ນສະແດງອອກໃນ 3 ດ້ານຫຼັກໆ ໄດ້ແກ່: ຈຸດຢືນທາງດ້ານອາລົມ (Emotional), ຈຸດຢືນດ້ານປະໂຫຍດໃຊ້ສອຍ (Functional) ແລະ ຈຸດຢືນດ້ານຄວາມແຕກຕ່າງ (Differentiation) ໂດຍການທົບທວນ ແລະ ປັບປຸງຈຸດຢືນຂອງຍີ່ຫໍ້ ມີວິທີການຕາມລາຍລະອຽດດັ່ງຕໍ່ໄປນີ້:

(ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 166 ເດືອນມິຖຸນາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

improve “brand positioning” in order to survive this Covid-19 crisis

Covid-19 pandemic is the period when entrepreneurs are facing with business crisis. The virus struck so abruptly giving us no time to prepare for and respond to such sudden change. Businesses that were once booming with numerous customers are now experiencing stagnation and have to close down temporarily affecting their sales volume. Whichever business and marketing plan they intended to execute before have to be canceled.

Meanwhile, business owners still have to be responsible for all the fix costs incurred including salary, administrative costs and so on. Some organizations have chosen to cut payment for both managerial level and general staff, while some have to force their employees for an unpaid leave all the way to laying them off which hurt both the employers and employees. In this “Branding & Marketing” column today, we would like to be a part in revealing to you some dimensions about and ways in handling with this crisis. We will focus on determining a clearer business path by re-adjusting your brand positioning so that it fits well with the situation and opportunities during this crisis.

First of all, let me explain in brief about brand positioning. It refers to how you would like your customers to see in your products or services. What are their positioning? Their level? Who are they made for? How do you compare your products or services with competitors? Brand positioning has 3 main features, namely emotion, function and differentiation. You can start reviewing and improving your brand positioning based on the following details:

(More details can be found in Target Magazine issue 166 June 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments