ຄວາມແຕກຕ່າງ ທີ່ຂາດກັນບໍ່ໄດ້ ລະຫວ່າງ ການຕະຫຼາດ ແລະ ການຂາຍ indispensable differences between marketing and sales

ເວລາທີ່ທ່ານເຫັນປະກາດຮັບສະໝັກງານ ຕຳແໜ່ງພະນັກງານຂາຍ (Sales) ແລະ ການຕະຫຼາດ (Marketing) ຫຼືບາງບໍລິສັດກໍປະກາດຕຳແໜ່ງ ພະນັກງານຂາຍ ແລະການຕະຫຼາດ (Sales & Marketing) ທ່ານເຄີຍສົງໄສບໍ່ວ່າ ໜ້າທີ່ຫຼັກໆ ຂອງພະນັກງານຂາຍ ແລະການຕະຫຼາດ ສຳຄັນແຕກຕ່າງກັນແນວໃດກັນແທ້, ນອກຈາກນີ້ ໃນຖານະຜູ້ປະກອບການ ຫຼືຜູ້ທີ່ສົນໃຈສຶກສາການສ້າງທຸລະກິດ ແລະການຕະຫຼາດຫຼາຍທ່ານ ກໍອາດເຄີຍພົບຈຸດທີ່ສັບສົນ ຫຼືຈັງຫວະທີ່ຕ້ອງຖາມຕົວເອງວ່າ ກິດຈະກຳນີ້ ເປັນໜ້າທີ່ຂອງຝ່າຍການຕະຫຼາດ ຫຼື ຝ່າຍຂາຍ? ສະນັ້ນ ມື້ນີ້ວາລະສານທາເກັດຈະມາໄຈ້ແຍກໃຫ້ທ່ານຟັງ

Marketing ຫຼື ການຕະຫຼາດ: ໝາຍເຖິງການສື່ສານໃຫ້ຜູ້ບໍລິໂພກເຂົ້າໃຈເຖິງເຫດຜົນ ວ່າເປັນຫຍັງຈຶ່ງຄວນຊື້ສິນຄ້າ ແລະບໍລິການທີ່ບໍລິສັດທ່ານນຳສະເໜີ (our offerings) ຫຼາຍກວ່າສິນຄ້າ ຫຼື ບໍລິການຂອງຄູ່ແຂ່ງ. ສະນັັ້ນ ໜ້າທີ່ຂອງທີມການຕະຫຼາດ ຈຶ່່ງແມ່ນການວາງຍຸດທະສາດ ການຄິດກ່ຽວກັບຍີ່ຫໍ້ (Branding) ການສ້າງສື່ (Media) ແລະອື່ນໆ ເພື່ອນຳໄປສູ່ຄວາມຕ້ອງການຊື້ສິນຄ້າ ແລະບໍລິການຂອງບໍລິສັດ. ຄວາມແຕກຕ່າງລະຫວ່າງ ນັກການຕະຫຼາດທີ່ເກັ່ງ ແລະນັກການຕະຫຼາດທົ່ວໄປ ຈຶ່ງແມ່ນຄວາມສາມາດໃນການເລືອກເຄື່ອງມື ວິທີການ ແລະຂໍ້ຄວາມທີ່ໃຊ້ສື່ສານ (Marketing Message) ເພື່ອເຮັດໃຫ້ຜູ້ບໍລິໂພກໄດ້ຮັບຮູ້ ຈື່ຈຳ ແລະສາມາດຈູງໃຈຈົນເກີດຄວາມຕ້ອງການສິນຄ້າ ແລະບໍລິການໄດ້ໃນທີ່ສຸດ

Sales ຫຼື ການຂາຍ: ໝາຍເຖິງຂະບວນການໃນການນຳສະເໜີ ແລະສົ່ງມອບສິນຄ້າ ຫຼື ບໍລິການຂອງທ່ານ ໃຫ້ແກ່ລູກຄ້າ ເພື່ອແລກປ່ຽນກັບເງິນ.

ສະນັ້ນ ຈຶ່ງເຫັນວ່າ ການຕະຫຼາດ ມີໜ້າທີ່ສ້າງ “ຜູ້ທີ່ມີໂອກາດຈະຊື້” (Prospective Buyer) ສ່ວນ ການຂາຍ ມີໜ້າທີ່ໄປ “ປິດການຂາຍ” (Close the sale) ນັ້ນເອງ. ທັງສອງພາກສ່ວນນີ້ ມີຄວາມສຳຄັນ ກ່ຽວຂ້ອງສຳພັນກັນຢ່າງບໍ່ສາມາດແບ່ງແຍກໄດ້ ຜູ້ປະກອບການເອງກໍຈຳເປັນຕ້ອງໄດ້ທຳຄວາມເຂົ້າໃຈ ແລະສະໜັບສະໜູນໃຫ້ທັງ ການຕະຫຼາດ ແລະການຂາຍ ເຮັດວຽກຮ່ວມກັນຢ່າງກົມກຽວ ເພາະການມີກິດຈະກຳການຕະຫຼາດທີ່ຊັດເຈນ ບໍ່ວ່າຈະເປັນ ການປະຊາສຳພັນ, ໂຄສະນາ, ສ້າງຍີ່ຫໍ້, ການສົ່ງອີເມວ ຫຼືຈົດໝາຍນັ້ນ ຈະເປັນການສ້າງຈຳນວນຜູ້ສົນໃຈຊື້ ເຊັ່ນ: ສ້າງສື່ໂຄສະນາທີ່ຖືກໃຈກຸ່ມເປົ້າໝາຍ ສ້າງກະແສນິຍົມ ມີການແຊ (share) ແລະກ່າວເຖິງຫຼາຍ ກໍຈະເຮັດໃຫ້ລູກຄ້າຮັບຮູ້ຕົວຕົນຂອງຍີ່ຫໍ້ ສົນໃຈ ຈື່ຈຳ ແລະຮູ້ຈັກລາຍລະອຽດກ່ຽວກັບສິນຄ້າ ແລະບໍລິການຂອງທ່ານ ເຊິ່ງນຳໄປສູ່ກິດຈະກຳການຂາຍ ສ່ວນໃຫຍ່ກໍແມ່ນການຕິດຕໍ່ກັບຜູ້ຄົນ ເຊັ່ນ: ໂທຫາລູກຄ້າ, ການນັດລົມກັບຜູ້ທີ່ມີໂອກາດຈະຊື້ ຫຼືແມ້ແຕ່ການເຂົ້າສັງຄົມ ສ້າງເຄືອຂ່າຍ (Networking) ກໍຈະເຮັດໃຫ້ທ່ານສາມາດເພີ່ມຈຳນວນຜູ້ຊື້ຫຼາຍຂຶ້ນ ແລະປິດການຂາຍໄດ້ງ່າຍຂຶ້ນໄປຕື່ມອີກ. ແມ້ແຕ່ໃນບໍລິສັດທີ່ບໍ່ເນັ້ນການສ້າງສື່ເພື່ອໂຄສະນາ ຝ່າຍການຕະຫຼາດກໍຍັງມີໜ້າທີ່ສຳຄັນໃນການກະກຽມຂໍ້ມູນ ເນື້ອໃນ (Content) ຫຼື (Marketing Message) ເພື່ອໃຫ້ຝ່າຍຂາຍນຳໄປໃຊ້ ເຊັ່ນ: ການກຽມແຜ່ນພັບ (Brochure) ເພື່ອໃຫ້ຝ່າຍຂາຍມີເຄື່ອງມື ຫຼືຊຸດຂໍ້ມູນ (Sales kit) ທີ່ກ່ຽວຂ້ອງກັບສິນຄ້າ ແລະບໍລິການ ເພື່ອໄປນຳໃຊ້ສື່ສານກັບລູກຄ້າ.

ອີກບັນຫາໜຶ່ງທີ່ຜູ້ປະກອບການຄວນຄຳນຶງເຖິງກໍໍຄື ເປັນເລື່ອງປົກກະຕິທີ່ ທີມການຕະຫຼາດ ແລະທີມຂາຍ ຈະມີຂໍ້ຂັດແຍ່ງກັນ ຫຼື ມີຄວາມຄິດເຫັນບໍ່ກົງກັນ. ທີມການຕະຫຼາດ ອາດຈະບອກວ່າ ທີມຂາຍປິດການຂາຍບໍ່ເກັ່ງ ແຕ່ທີມຂາຍກໍມັກບອກວ່າ ທີມການຕະຫຼາດ ບໍ່ເຂົ້າໃຈລູກຄ້າ, ບາງຄັ້ງທີມການຕະຫຼາດ ອາດບໍ່ພໍໃຈທີ່ ການສື່ສານກ່ຽວກັບຍີ່ຫໍ້ ທີ່ພວກເຂົາໄດ້ພະຍາຍາມເຮັດນັ້ນ ບໍ່ໄປສູ່ຍອດຂາຍທີ່ສູງຂຶ້ນ ຫຼືການຮັບຮູ້ຄຸນນະພາບຂອງສິນຄ້າ ບໍ່ເປັນໄປຕາມທີ່ວາງແຜນໄວ້, ສ່ວນທີມຂາຍ ກໍອາດບໍ່ພໍໃຈ ທີ່ທີມການຕະຫຼາດ ບໍ່ເຂົ້າໃຈສະຖານະການທີ່ເກີດຂຶ້ນ ເວລາທີ່ພວກເຂົາຕ້ອງປະເຊີນໜ້າກັບລູກຄ້າ ແລະພັດທະນາເຄື່ອງມືໃນການຂາຍ ບໍ່ເປັນປະໂຫຍດພໍທີ່ຈະປິດການຂາຍໄດ້. ໃນຖານະຜູ້ປະກອບການ ທ່ານຄວນພະຍາຍາມສ້າງຄວາມເຂົ້າໃຈເຊິ່ງກັນແລະກັນ ໃຫ້ທັງສອງທີມ ສະໜັບສະໜູນການຮຽນຮູ້ ແລກປ່ຽນປະສົບການ ລະຫວ່າງທີມການຕະຫຼາດ ແລະທີມຂາຍ ຢ່າງເປັນປະຈຳ ແລະຕໍ່ເນື່ອງ ເຮັດໄດ້ແນວນັ້ນ ຈຶ່ງຈະນຳໄປສູ່ການຍົກສູງປະສິດທິພາບຂອງວຽກ ແລະຍອດຂາຍທີ່ສູງຂຶ້ນໄດ້.

ໂດຍສະເພາະ ໃນຍຸກອອນລາຍ ຜູ້ປະກອບການສ່ວນໃຫຍ່ເພິ່ງການການເຮັດ Digital Marketing ຫຼືການຕະຫຼາດເທິງແພລັດຟອມດິຈິຕອນເປັນຫຼັກ ເຊິ່ງມັກຈະລວມເອົາທັງການຕະຫຼາດ ແລະການຂາຍໄວ້ນຳກັນ. ການເຮັດແນວນີ້ພາໃຫ້ເກີດບັນຫາ ເພາະການທີ່ທ່ານສຸມໃສ່ແຕ່ກິດຈະກຳການຕະຫຼາດອອນລາຍ ທີ່ເນັ້ນການໃຊ້ເຄື່ອງມືການຕະຫຼາດເຊັ່ນ Search Marketing ຫຼື Facebook Ad. ເພື່ອສ້າງສື່ໃຫ້ໜ້າສົນໃຈ ຈົນລືມຄຳນຶງເຖິງແງ່ມຸມຂອງການຂາຍ ວ່າເມື່ອເກີດຜູ້ສົນໃຈແລ້ວ ເຂົາອາດໄດ້ເຫັນເວັບໄຊ້ຂອງທ່ານແລ້ວ ສື່ ຫຼືເນື້ອໃນເຫຼົ່ານັ້ນ ມັນນຳພາໄປສູ່ການປິດການຂາຍໄດ້ດີພໍແລ້ວຫຼືບໍ່? ຫຼືເອີ້ນວ່າ ການນຳໄປສູ່ການຂາຍຂາ (Sale Conversion) ຫຼືວ່າ ແທ້ຈິງແລ້ວ ຜູ້ທີ່ເຂົ້າມາເບິ່ງເວັບໄຊ້ທ່ານ ພຽງແຕ່ເຂົ້າມາເບິ່ງ ແລ້ວກໍຫາຍໄປເລີຍ (Bounce Rate)

ແນວໃດກໍຕາມ ຫາກທ່ານເປັນຜູ້ປະກອບການ ທ່ານຕ້ອງບໍ່ລືມວ່າ ພຶດຕິກຳຜູູ້ບໍລິໂພກປ່ຽນແປງໄປຕາມຍຸກສະໄໝ ແລະເຕັກໂນໂລຊີ ສິ່ງທີ່ທ່ານເຄີຍຄິດວ່າເຂົ້າໃຈດີແລ້ວ ເຊັ່ນເລື່ອງ ການຂາຍ ແລະການຕະຫຼາດ ກໍອາດເຖິງເວລາທ່ານຕ້ອງພິຈາລະນາ ຜ່ານມຸມມອງມິຕິໃໝ່ໆ ໂດຍບໍ່ລືມທີ່ຈະເບິ່ງໃຫ້ເປັນໜ້າທີ່ແຕກຕ່າງກັນ ທີ່ຈະນຳພາໄປສູ່ເປົ້າໝາຍອັນດຽວກັນ ກໍຄືການເພີ່ມຍອດຂາຍ ແລະສ້າງຜົນກຳໄລໃຫ້ກັບທຸລະກິດຂອງທ່ານນັ້ນເອງ

(ວາລະສານທາເກັດ ສະບັບ 163 ເດືອນກຸມພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ Kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

indispensable differences between marketing and sales

Whenever you see a vacancy announcement for a salesperson and marketing officer or some company combines the two into one position (sales and marketing officer), have you ever wondered how sales and marketing are different? Sometimes, entrepreneurs, those who are planning to start a business or marketers might be confused or do not really have a clue of whether this activity should belong to a marketing officer or salesperson? Therefore today, Target Magazine will help make things clear for you.

Marketing refers to the communication to consumers of why they should buy your products or services more than offerings of competitors. Therefore, a marketing team has a duty to come up with a strategy in branding and advertising products or services through media and other channels to spur public demands. What makes outstanding marketers different from ordinary ones are the ability to select the right tool, method and message for their marketing campaigns to increase public awareness and remembrance, while persuading them to buy the products or services in the end.

Sales refers to a process of introducing and delivering products or services to customers in exchange for money.

From above, it can be seen that a marketing staff is responsible for creating “potentials for buying” or “prospective buyer,” whereas salesperson is in charge of “closing a deal.” Both duties are important and indispensably related to each other. Entrepreneurs must understand and support both sections to ensure their smooth collaboration. Having clear marketing activities in terms of public relations, advertisements, branding campaigns, email or letter correspondence can help creating potential buyers. For instance, an advertisement with trendy content that fits well with a target group that people later share and talk widely will help them know and remember more about your brand, while learning details of products or services. This will then lead to sales activities involving P2P communication, for instance phone calls to customers, appointments with potential buyers or social networking which will help you increase the number of buyers and close deals more easily. Even though in a company that does not focus primarily on advertisement, a marketing staff is responsible for preparing contents or marketing messages for a salesperson, such as brochures or sales kits related to products or services for the salesperson to use when dealing with customers.

Another issue that entrepreneurs should consider is that it is normal for a marketing and sales team to have conflicts or share different ideas. A marketing team can say that it is a sales team’s fault for not being able to close a sales deal, while a sales team can say that it is because a marketing team does not understand customers. Sometimes a marketing team might get disappointed that their marketing campaign does not lead to a high sales volume or the public awareness of product quality does not go well as planned. On the contrary, a sales team can also be dissatisfied with a marketing team for not being able to understand the situation when they have to deal with customers and provide them with less useful information that they cannot form effective sales tools to help closing deals. As an entrepreneur, you should try to make sure both sides understand each other, while encouraging mutual support and exchanges between a marketing and sales team on a regular and continuous basis. With this, work performance of both team will be more effective with sales volume growing higher.

Currently, we are living in the online era when entrepreneurs rely heavily on digital marketing that binds marketing and sales together. This can be problematic because they will only concentrate on online marketing activities via a number of tools, such as search marketing or facebook ad to create interesting contents, while ignoring sales activities completely. They can get attention from customers via websites, media or advertising contents, but how will they close the deal? In this case, they lack sale conversion i.e. people just visit their websites and leave (bounce rate).

If you are an entrepreneur now, you should not forget that customer’s behaviors change in accordance with time and technological advancement. You may have to try to revise your understanding of sales and marketing by looking at new aspects of them. Please do not forget to treat them separately as they are different positions that will lead to common goals of increasing sales and making profits for your business.

( in Target Magazine issue 163 February 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments