ລ້ຽງລູກດ້ວຍວິທີໃດໃຫ້ມີຄຸນະພາບ ແລະ ເໝາະກັບຍຸກສະໄໝ ດີຈິຕອນ 5.0

ສະບາຍດີທ່ານຜູ້ອ່ານທຸກໆທ່ານທີ່ຮັກແພງ ແລະ ນັບຖືເປັນຢ່າງສູງ, ມື້ນີ້ຂ້າພະເຈົ້າຮູ້ສຶກເປັນກຽດ, ຕື່ນເຕັ້ນ ແລະ ດີອົກດີໃຈເປັນພິເສດທີ່ໄດ້ຂຽນບົດຄວາມກ່ຽວກັບວິທີລ້ຽງລູກຢູ່ວາລະສານທາກເກັດອັນຊົງຄຸນຄ່າແຫ່ງນີ້. ເມື່ອເວົ້າເຖິງສະໄໝ 30 ປີກ່ອນ, ທີ່ຂ້າພະເຈົ້າຍັງເປັນເດັກນ້ອຍປະມານ 10 ປີ, ພໍ່ແມ່ຂອງຂ້າພະເຈົ້າໄດ້ລ້ຽງລູກດ້ວຍວິທີໃຫ້ຕິດພັນກັບທໍາມະຊາດ ແລະ ໃຫ້ອິດສະຫຼະພາບທາງຄວາມຄິດຫຼາຍທີ່ສຸດ, ນັ້ນກໍຄືພໍ່ແມ່ອະນຸຍາດໃຫ້ຂ້າພະເຈົ້າໄດ້ໄປແລ່ນຫຼິ້ນຢູ່ທົ່ງໄຮ່ທົງນາທີ່ຂຽວງາມມີຕົ້ນເຂົ້າເຕັມທົ່ງນາ, ບາງເທື່ອກໍໄປສະປາ, ໄປຈັບຕັກກະແຕນ, ໄປແລ່ນວ່າວຢູ່ທົ່ງນາອັນແສນກ້ວາງໃຫຍ່ໄພສານ. ບາງເວລາຂ້າພະເຈົ້າກໍໄດ້ໄປແລ່ນຫຼິ້ນຢູ່ກາງເດີ່ນບ້ານນໍາໝູ່ເພື່ອນ, ເຮັດກິດຈະກໍາຫຼາຍໆຢ່າງເຊັ່ນ: ຫຼິ້ນບ່າຈິລຸ້ນ, ຫຼິ້ນເຕັ້ນຢາງ, ຫຼິ້ນເຕັ້ນໄຮ່ນາ, ຫຼິ້ນຈາດແປັກ, ຫຼິ້ນຄິດໃນແກ່ນໝາກຂາມ…ທີ່ກໍາລັງເປັນກິດຈະກໍາການຫຼິ້ນທີ່ນິຍົມສໍາລັບເດັກນ້ອຍໃນສະໄໝນັ້ນ, ອາດຈະເປັນຍ້ອນຂ້າພະເຈົ້າໄດ້ແລ່ນຫຼິ້ນນໍາໝູ່ເພື່ອນຢູ່ທົ່ງນາອັນກ້ວາງໃຫຍ່ສີຂຽວສະບາຍຕາສະບາຍໃຈ ຕັ້ງແຕ່ຍັງນ້ອຍໆນີ້ບໍຈຶ່ງເຮັດໃຫ້ຂ້າພະເຈົ້າມີຄວາມກ້າຫານ, ກ້າຮຽນຮູ້ສິ່ງໃໝ່ໆ, ກ້າລອງຜິດລອງຖືກ, ຮັກຄວາມຄິດສ້າງສັນ ແລະ ຮັກການສ້າງຄວາມສໍາພັນທີ່ດີກັບໝູ່ເພື່ອນຢ່າງສະໝໍ່າສະເໝີ, ຕ້ອງຂອບໃຈພໍ່ແມ່ຂ້າພະເຈົ້າທີ່ໄດ້ໃຫ້ຂ້າພະເຈົ້າໄດ້ໃຊ້ຊີວິດຕິດພັນກັບທໍາມະຊາດ ແລະ ໃຊ້ຊີວິດຮ່ວມກັບໝູ່ເພື່ອນເປັນກຸ່ມກ້ອນ.

30 ປີໄດ້ຜ່ານພົ້ນໄປຢ່າງໄວວາເໝືອນດັ່ງສາຍນໍ້າໄຫຼທີ່ບໍ່ມີວັນໄຫຼຢ້ອນກັບມາ, ຈົນຂ້າພະເຈົ້າບໍ່ຢາກເຊື່ອຕົນເອງວ່າຕອນນີ້ອາຍຸຂອງຂ້າພະເຈົ້າໄດ້ກ້າວເຂົ້າ 40 ປີແລ້ວ, ເປັນຕາໜ້າເສຍດາຍ ແລະ ຄ້ອຍອົກຄ້ອຍໃຈເອົາແທ້ເອົາວ່າທີ່ທົ່ງໄຮ່ທົ່ງນາ ໄດ້ເຄີຍເປັນບ່ອນແລ່ນຫຼິ້ນຫົວສະອິກສະອ້ອຍກັບໝູ່ເພື່ອນ ໃນເມື່ອກ່ອນນັ້ນໄດ້ກາຍເປັນເຮືອນຫຼັງໃຫຍ່ ແລະ ຖະໜົນຫົນທາງໄປໝົດແລ້ວ. ຕອນນີ້ຂ້າພະເຈົ້າມີລູກຊາຍສຸດທີ່ຮັກ 2​ ຄົນ, ຜູ້ກົກອາຍຸ 7 ປີ ແລະ ຜູ້ຫຼ້າອາຍຸ 1 ປີ. ຂ້າພະເຈົ້າຄົງບໍ່ສາມາດລ້ຽງລູກໃຫ້ຄືກັນກັບຕອນຂ້າພະເຈົ້າຍັງນ້ອຍໄດ້ຢ່າງສົມບູນ, ເພາະແຕ່ລະຍຸກແຕ່ລະສະໄໝກໍບໍ່ຄືກັນ, ວິທີອົບຮົມບົ່ມສອນ ແລະ ລ້ຽງລູກກໍອາດຈະແຕກຕ່າງກັນໄປ, ເຊິ່ງລູກຊາຍທັງສອງຄົນນີ້ເປັນແຮງບັນດານໃຈໃຫ້ຂ້າພະເຈົ້າຕ້ອງໄດ້ທຸ້ມເທ ແລະ ໃຊ້ຄວາມຄິດຢ່າງໜັກໜ່ວງເພື່ອລ້ຽງດູພວກເຂົາທັງສອງໃຫ້ເໝາະສົມກັບຍຸກສະໄໝໃໝ່ເຊິ່ງເປັນຍຸກສະໄໝແຫ່ງວິທະຍາສາດ ແລະ ເຕັກໂນໂລຊີຂະຫຍາຍຕົວຢ່າງກ້າວກະໂດດ. ທ່ານສາສະດາຈານ ສະຕີເຟັ້ນ ຮັອກຄິ້ງ (Stephen Hawking) ອັດສະລິຍະສ່ວນບຸກຄົນຜູ້ຊ່ຽວຊານທາງດ້ານວິທະຍາສາດ ແລະ ຈັກກະວານໄດ້ເວົ້າວ່າ: “ເດັກສະໄໝນີ້ແມ່ນມີຊີວິດຕິດພັນກັບວິທະຍາສາດ ແລະ ເຕັກໂນໂລຊີຫຼາຍກ່ວາເດັກສະໄໝກ່ອນ, ຄວນໃຫ້ເດັກນ້ອຍໄດ້ຮຽນຮູ້ ແລະ ສໍາຜັດກັບວິທະຍາສາດ ແລະ ເຕັກໂນໂລຊີຕັ້ງແຕ່ຕອນຍັງນ້ອຍໆຈະເປັນການດີທີ່ສຸດ”.

ຂ້າພະເຈົ້າກໍເຫັນດີກັບຄວາມຄິດຂອງທ່ານສາສະດາຈານ ສະຕີເຟັ້ນ ຮັອກຄິ້ງ (Stephen Hawking), ເພາະໃນໂລກຍຸກປັດຈຸບັນກໍຄືໂລກຂອງຍຸກອະນາຄົດ ແມ່ນຍຸກຂອງປັນຍາປະດິດ (AI = Artificial Intelligence), ຫຸ່ນຍົນຈະມີບົດບາດເຂົ້າມາໃນຂົງເຂດອຸດສະຫະກໍາການຜະລິດ, ການບໍລິການຕ່າງໆ ແລະ ອີກຫຼາຍໆຂະແໜງການ, ຫຸ່ນຍົນຈະມາຍາດແຍ່ງວຽກງານຂອງມະນຸດເຮົາ, ຕໍ່ໄປອາດຈະມີຄວາມເປັນໄປໄດ້ສູງທີ່ສະໝອງຂອງຫຸ່ນຍົນຈະສະຫຼາດກວ່າສະໝອງຂອງມະນຸດ. ເພາະມີຫຼາຍໆເຫດການທີ່ພິສູດໃຫ້ເຫັນແລ້ວວ່າຫຸ່ນຍົນນັ້ນສະຫຼາດເອົາແທ້ເອົາວ່າ ເຊັ່ນ: ໃນປີ 2016, ຫຸ່ນຍົນ AlphaGo ຂອງບໍລິສັດ Google ສາມາດເອົາຊະນະແຊ້ມໂລກຄົນເກົາຫຼີຊື່ Lee Sedol ໃນການແຂ່ງຂັນຫຼິ້ນໝາກລຸກ 4 ຕໍ່ 1 ໄດ້ສໍາເລັດ. ນີ້ຄືຄວາມຄິດສ່ວນຕົວຂອງຂ້າພະເຈົ້າ, ການລ້ຽງລູກໃຫ້ເໝາະສົມກັບຍຸກສະໄໝໃໝ່ເພື່ອກາຍເປັນຜູ້ນໍາໃນອະນາຄົດ ສາມາດແຂ່ງຂັນ ແລະ ຄວບຄຸມຫຸ່ນຍົນໄດ້ນັ້ນໄດ້ຕ້ອງມີ 3 ປັດໄຈພື້ນຖານຄື:

  • ສອນໃຫ້ລູກຮູ້ຈັກໃສ່ໃຈ ແລະ ຫ່ວງໃຍຜູ້ອື່ນ

ທ່ານແຈັກມາ (Jackma) ຜູ້ສ້າງຕັ້ງອະນາຈັກການຄ້າອອນໄລ໌ອາລີບາບາ (Alibaba) ທີ່ຍິ່ງໃຫຍ່ ເພິ່ນເຄີຍກ່າວເອົາໄວ້ວ່າ: “ຫຸ່ນຍົນມີເຄື່ອງຈັກ, ມະນຸດມີຫົວໃຈ”. ການສອນເດັກນ້ອຍໃຫ້ສາມາດເອົາຊະນະປັນຍາປະດິດໄດ້ນັ້ນ, ນອກຈາກຈະພັດທະນາຄວາມສະຫຼາດທາງປັນຍາ (Intelligence Quotient = IQ), ຄວາມສະຫຼາດທາງອາລົມ (Emotional Quotient = EQ), ໃຫ້ກັບເດັກນ້ອຍແລ້ວ, ການພັດທະນາພະລັງແຫ່ງຄວາມຮັກ (Love Quotient) ໃຫ້ກັບເດັກນ້ອຍນັ້ນແມ່ນສໍາຄັນ, ນັ້ນກໍຄືການສອນໃຫ້ລູກໃຫ້ຫຼານພວກເຮົາຮູ້ຈັກການໃສ່ໃຈ ແລະ ຫ່ວງໃຍຜູ້ອື່ນຢ່າງຈິງຈັງ, ຄວນສອນໃຫ້ລູກໃຫ້ຫຼານພວກເຮົາຮູ້ຈັກການສ້າງຄຸນຄ່າໃຫ້ແກ່ສັງຄົມ, ການເຮັດເພື່ອສັງຄົມ, ການແບ່ງປັນ ແລະ ການໃຫ້ເພື່ອສັງຄົມ. ສິ່ງນີ້ເອງທີ່ຫຸ່ນຍົນບໍ່ສາມາດເຮັດໄດ້ຄືກັນກັບມະນຸດເຮົາ, ເພາະວ່າມະນຸດເຮົາຖ້າເຮັດໃນສິ່ງທີ່ຮັກ ແລະ ເຮັດເພື່ອຄົນທີ່ເຮົາຮັກແລ້ວ, ເຮົາຈະມີພະລັງອັນຍິ່ງໃຫຍ່ ແລະ ມະຫາສານ ຈົນບໍ່ມີສິ່ງໃດສາມາດມາຕ້ານທານໄດ້, ເພາະມະນຸດເຮົາເກີດມາດ້ວຍຄວາມຮັກ, ເຕີບໃຫຍ່ດ້ວຍຄວາມຮັກ ແລະ ພ້ອມທີ່ຈະເຮັດທຸກຢ່າງເພື່ອຄວາມຮັກນັ້ນເອງ.

  • ສອນໃຫ້ລູກມີຄວາມຄິດສ້າງສັນ

ຄວາມຄິດສ້າງສັນທາງສະຕິປັນຍານີ້ເອງທີ່ເຮັດໃຫ້ມະນຸດເຮົາສາມາດອອກແບບ ແລະ ຜະລິດປັນຍາປະດິດຂຶ້ນມາໄດ້. ເມື່ອເວົ້າເຖິງຄວາມຄິດສ້າງສັນຕ້ອງຄິດເຖິງຄໍາວ່າ “Thinking Design” ນັ້ນກໍຄືຄວາມຄິດສ້າງສັນແມ່ນສາມາດອອກແບບ ແລະ ຮຽນຮູ້ໄດ້, ບໍ່ຈໍາເປັນຕ້ອງແມ່ນພອນສະຫວັນທີ່ຕິດມາຕັ້ງແຕ່ເກີດ. ຄວາມຄິດສ້າງສັນມັນຊ່ວຍສ້າງຄຸນຄ່າໃໝ່ໆ ແລະ ແກ້ໄຂບັນຫາຫຍຸ້ງຍາກໃຫ້ແກ່ສັງຄົມໄດ້. ມັນເຮັດໃຫ້ເຮົາໂດດເດັ່ນ ແລະ ຢູ່ເໜືອປັນຍາປະດິດ. ທ່ານທອມ ເຄລີ (Tom Kelley) ເຈົ້າພໍ່ແຫ່ງຄວາມຄິດສ້າງສັນ ເພິ່ນໄດ້ຂຽນປຶ້ມຊື່ “Creative Confidence” ເພິ່ນໄດ້ຂຽນເອົາໄວ້ວ່າ: “ຖ້າຢາກສ້າງລູກໃຫ້ມີຄວາມຄິດສ້າງສັນຕ້ອງຝຶກລູກໃຫ້ເຮັດ Creative Muscle ເຊິ່ງໝາຍເຖິງການຝຶກຝົນສະໝອງແຫ່ງຄວາມຄິດສ້າງສັນຢູ່ເລື້ອຍໆ”. ໝາຍຄວາມວ່າ ທ່ານຄວນສອນໃຫ້ເດັກຄິດນອກຂອບ ແລະ ຄິດສິ່ງໃໝ່ໆທີ່ບໍ່ເຄີຍມີຢູ່ໃນໂລກນີ້ຢູ່ສະເໝີ. ເວລາຕອນຍັງນ້ອຍໆຖ້າລູກຄິດນອກຂອບ ແລະ ເຮັດບໍ່ຄືຄົນອື່ນ ເຊັ່ນ: ແຕ້ມຮູບໃສ່ຝາເຮືອນ, ທ່ານຢ່າຟ້າວໄປຕໍານິ ຫຼື ຮ້າຍລູກເດັດຂາດ ເວລາທີ່ລູກເອີ່ຍປາກອອກມາວ່າ “ຈະສ້າງລົດບິນຢູ່ເທິງຟ້າທີ່ບໍ່ໃສ່ນໍ້າມັນ”, ກໍບໍ່ຄວນໄປບອກກັບລູກວ່າ: “ລູກເຮັດບໍ່ໄດ້ດອກ ຢຸດຄວາມຄິດນີ້ສາ”. ສິ່ງທີ່ສໍາຄັນເຮົາຄວນໃຫ້ກໍາລັງໃຈລູກ ແລະ ບອກໃຫ້ລູກໝັ້ນໃຈສະເໝີວ່າ: “ສິ່ງທີ່ລູກຄິດອອກມານັ້ນ ມັນສຸດຍອດ ແລະ ຖືກຕ້ອງແລ້ວ, ພໍ່ແມ່ເຊື່ອໝັ້ນວ່າ ລູກເຮັດໄດ້ສະເໝີ”. ແມ່ນແລ້ວການສອນລູກໃຫ້ມີຄວາມຄິດສ້າງສັນນັ້ນ, ບໍ່ແມ່ນການລ້ຽງລູກໂດຍການບັງຄັບຕາມຄວາມຄິດຂອງພໍ່ແມ່, ບໍ່ແມ່ນການວາງລະບຽບຢູ່ໃນຂອບທີ່ເຄັ່ງຄັດຈົນເກີນໄປ, ຄວນໃຫ້ອິດສະຫຼະພາບທາງຄວາມຄິດແກ່ລູກໃຫ້ຫຼາຍເທົ່າໃດຍິ່ງດີ.

  • ກະຕຸ້ນສະໝອງເບື້ອງຂວາເພື່ອໃຫ້ລູກຮຽນຮູ້ຂໍ້ມູນໄດ້ໄວຢ່າງມີປະສິດທິພາບ

ໃນຍຸກໂລກດີຈິຕອນ 5.0 ເປັນຍຸກທີ່ທຸກໆຄົນສາມາດເຂົ້າຫາແຫຼ່ງຂໍ້ມູນຂ່າວສານຢູ່ອິນເຕີເນັດໄດ້ຢ່າງວ່ອງໄວໂດຍຜ່ານທາງມືຖື, ຄອມພິວເຕີ້ ແລະ ເຄື່ອງເອເລັກໂທຣນິກຕ່າງໆ, ແຕ່ຂໍ້ມູນນັ້ນເປັນຂໍ້ມູນໃຫຍ່ (Big Data) ອັນມະຫາສານຈະຕ້ອງໄດ້ໃຊ້ເວລາຫຼາຍໃນການຄັດເລືອກກັ່ນຕອງເອົາຂໍ້ມູນທີ່ດີທີ່ສຸດ ແລະ ມີປະສິດທິພາບທີ່ສູດ. ຂ້າພະເຈົ້າຄິດວ່າຄົນທີ່ຫົວໄວ, ຫົວກະທິ, ສະໝອງໄວທີ່ສຸດເທົ່ານັ້ນຈຶ່ງຈະຄັດເລືອກ ແລະ ເຂົ້າໃຈຂໍ້ມູນໄດ້ວ່ອງໄວ ແລະ ມີປະສິດທິພາບ. ການຝຶກໃຫ້ເດັກນ້ອຍມີສະໝອງໄວ, ຮຽນຮູ້ໄດ້ໄວ ແລະ ຮັບຮູ້ຂໍ້ມູນໄດ້ໄວນັ້ນ, ເຮົາຕ້ອງກະຕຸ້ນສະໝອງເບື້ອງຂວາໃຫ້ແກ່ເດັກ, ຍ້ອນວ່າສະໝອງເບື້ອງຂວາເປັນສະໝອງແຫ່ງຈິນຕະນາການເພື່ອຜະລິດຄວາມຄິດສ້າງສັນ, ເປັນສະໝອງອັດສະລິຍະທີ່ຮັບຮູ້ຂໍ້ມູນໄດ້ໄວ ແລະ ຮັບຮູ້ຂໍ້ມູນໄດ້ເປັນຈໍານວນມະຫາສານ, ເປັນສະໝອງແຫ່ງການຈື່ຈໍາໄດ້ຫຼາຍ, ຈື່ຈໍາໄດ້ດີ, ຈື່ຈໍາໄດ້ໄວ ແລະ ຈື່ຈໍາແບບບໍ່ມີວັນລືມ. ເປັນສະໝອງແຫ່ງການຄິດໄລ່ໄວ ແລະ ຄິດໄລ່ເລກທີ່ຍາກສັບສົນໄດ້.

ການກະຕຸ້ນສະໝອງເບື້ອງຂວາໃຫ້ເດັກໄດ້ຢ່າງມີປະສິດທິພາບນັ້ນແມ່ນມີຢູ່ຫຼາຍວິທີແຕ່ຂ້າພະເຈົ້າຂໍຍົກຕົວຢ່າງ ການປ້ອນຂໍ້ມູນ ແລະ ສອນລູກດ້ວຍບັດຄໍາ. ການປ້ອນຂໍ້ມູນ ແລະ ສອນລູກດ້ວຍບັດຄໍານັ້ນເຮົາຕ້ອງປ້ອນຂໍ້ມູນຢ່າງວ່ອງໄວ, ຍິ່ງໄວເທົ່າໃດຍິ່ງດີ, ຍິ່ງໄວເທົ່າໃດຍິ່ງມີປະສິດທິພາບສູງ, 1 ຮູບພາບ ຫຼື 1 ຄໍາສັບຕ້ອງໃຫ້ໄວກວ່າ 1​ ວິນາທີ. ເປັນຫຍັງຈຶ່ງຕ້ອງເຮັດໄວ? ເພາະວ່າຖ້າຢາກສ້າງເດັກໃຫ້ມີສະໝອງທີ່ໄວ ແລະ ເຕັມປ່ຽມໄປດ້ວຍສະຕິປັນຍາແຫ່ງຄວາມຄິດສ້າງສັນນັ້ນ, ເຮົາຕ້ອງປ້ອນຂໍ້ມູນຕ່າງໆໃຫ້ກັບເດັກຢ່າງໄວ, ໝາຍຄວາມວ່າຖ້າຢາກໃຫ້ Output ອອກມາໄວ, ແນ່ນອນຕ້ອງປ້ອນຂໍ້ມູນ Input ໃຫ້ໄວເທົ່າໃດຍິ່ງດີ. ພ້ອມດຽວກັນນັ້ນການປ້ອນຂໍ້ມູນຕ້ອງມີປະລິມານຫຼາຍ ແລະ ເປັນຈໍານວນມະຫາສານ ຍົກຕົວຢ່າງເຊັ່ນ: ການປ້ອນຂໍ້ມູນບັດຄໍາທີ່ເປັນຮູບພາບ ແລະ ຕົວອັກສອນໃຫ້ແກ່ເດັກໜຶ່ງຄັ້ງເຮົາຕ້ອງກຽມຂໍ້ມູນທີ່ເປັນຕົວອັກສອນ ແລະ ຮູບພາບ 300 ໃບຂຶ້ນໄປ.

ນີ້ຄື 3 ເຕັກນິກທີ່ຄວນສອນລູກໃນຍຸກດີຈິຕອນ 5.0​ ເພື່ອໃຫ້ລູກທັນກັບຍຸກກັບສະໄໝ ແລະ ສາມາດເອົາຕົວລອດໃນສັງຄົມທີ່ທັນສະໄໝ ຢ່າງກ້າວກະໂດດໃນຍຸກປັດຈຸບັນກໍຄືອະນາຄົດ.

how to raise children with quality and prepare them for the 5.0 digital era

            Greetings dear and cherished readers, It is an honor and pleasure for me to have this exciting opportunity to write an article about how to raise children on prestigious Target Magazine. Dated back 30 years ago when I was 10 years old, my parents raised me in a natural way giving me freedom in thinking and expressing myself. My parents would allow me to go play at a green rice field and fish pond, catch grasshopper and play kite at a spacious landscape. Sometimes, I went to play at my friends` house. We did many activities, such as run and catch, rubber rope jumping, cross jumping, slipper throwing and flip tamarin seeds which were common among children at that time. Because I had a chance to run around with friends at a green, spacious field when I was a child, I was not afraid of learning new things, making mistakes, being creative and nurturing friendship with others in a consistent manner. Thanks to my parents for allowing me to live my life closely to the nature and a group of friends.

30 years passed by so quickly like water that will never flow back. Come to think of it, I cannot believe that I am 40 years old now. It is unfortunate and pity to see the area that was once my playground was replaced with big houses and roads. At the moment, I have two beloved sons with the oldest aged 7 and the youngest aged 1. I will never be able to raise my children just like my case because the time has changed, hence the teaching and nurturing methods will have to be altered. My sons are my inspiration to keep working hard and dedicated in order to prepare them for the digital era when it is full of advanced science and technology. Prof. Stephen Hawking, genius in physiology and cosmology, said that “children these days live their life around science and technology more than children in the past. It is best to allow them to learn and get to know about science and technology at a very young age.”

I agree with the saying of Prof. Stephen Hawking. We are living in the era of Artificial Intelligence or AI, a future robotic technology which will play a crucial role in manufacturing, service industry and other sectors. Robots will take away our jobs and they have a high possibility of surpassing human intelligence. There have been many cases which proved that robots are extremely smart. For example, in 2016, a robot named AlphaGo developed by Google was able to beat the Korean World Champion, Lee Sedol, in a game of Goh 4 to 1. With this in mind, in order to raise my children and prepare them for the digital era so that they can become future leaders and compete with robots, there are 3 main factors I need to consider:

  • Teach your children to care for others

Mr. Jack Ma, founder of the giant e-commerce empire called Alibaba, once said that “robots have machine, human have heart.” Teaching children so that they can compete with AI, parents should not only development their IQ and EQ, but also Love Quotient for them which is very important. They should be taught how to care for others and create social value by giving and sharing for society and community. This particular thing is what distinguish us from robots. If human get to do something they love or for their loved one, they will possess an incredible amount of power that nothing will be able to withstand. Human were born from love, grow up with love and are willing to do anything for love.

  • Teach your children to be creative

Creativity is what enables human to design and invent AI. When speaking of creativity, the word “Thinking Design” should pop up in our mind which refers to the ability to design and learn something in a creative way. One does not have to be talented from birth. With creativity, it can create new values and solve social problems. It makes us stand out and stay on top of AI. According to Mr. Tom Kelley, the king of creativity and an author of “Creative Confidence,” if you would like to teach your children to be creative, you should train them by having them practice their Creative Muscle all the times. It means that you should teach them to think outside the box and always try to come up with new things that have never existed in this world before. If you notice that your children think and behave differently from others, for instance paint on the wall, you should not immediately stop them by yelling in anger. If your children say that they will invent a gasoline-free flying car, you should not discourage them by saying that they cannot do it and they should stop thinking about it. What is important here is to keep encouraging and assuring their confidence by saying that what they think is amazing and possible. Please say that parents will always believe in them.

Teaching children to be creative is not to force them to do something that parents want and enforce strict rules upon them, but rather give them freedom of thinking as much as possible.

  • Encourage the usage of right brain to help your children process information more effectively

The 5.0 digital era is when people can access to information on the Internet quickly via mobile phone, computer and other electronic devices. However, the information available is Big Data which requires time and effort in screening out for the best and most effective information. I think that only those with smart brain who can think fast will be able to screen out data quickly and efficiently. Training children to think, learn and process information fast will help stipulating their right brain. The right hemisphere is used to create creative ideas. It is a genius part helping us receiving and processing large information quickly turning it into our memory which will last in our mind forever. It is also a part that deals with quick math and complicated calculation.

There are numerous ways in stipulating children`s right brain, for instance to feed information and teach your children with golden cards. Information feeding and teaching using golden cards has to be done quickly and effectively. 1 photo or 1 word will be shown faster than 1 second. Why does it have to be that fast? If you would like your children to think fast with full of creativity, we have to feed them information quickly i.e. if we want a quick output, we have to feed an input fast. In addition, large information has to be fed, for example when sharing data in a form of golden cards and words to children, the number should be at least 300 words and pictures.

This is the 3 techniques in teaching and preparing your children for the 5.0 digital era so that they can survive in this modern society which will keep advancing further in the future.

Comments