ສອງເອື້ອຍນ້ອງຜູ້ຮ່ວມສ້າງຕັ້ງ ກຸ່ມບໍລິສັດ ເອໄອເອັຟ

ໃນສະບັບເດືອນ ມິຖຸນາ 2020 ນີ້, ຖືເປັນຄັ້ງທໍາອິດທີ່ ວາລະສານພວກເຮົາໄດ້ຂຶ້ນປົກພາບຄູ່ ແລະໄດ້ຮັບກຽດການໃຫ້ສໍາພາດສອງເອື້ອຍ-ນ້ອງ ຄອບຄົວພູມມະສັກ, ຜູູ້ຮ່ວມສ້າງຕັ້ງກຸ່ມບໍລິສັດ ເອໄອເອັຟ (AIF Group). ປັດຈຸບັນ, ກຸ່ມບໍລິສັດມີພະນັກງານຫຼາຍກວ່າ 3.000 ຄົນ ທີ່ມາຈາກ 17 ປະເທດ ແລະ ໄດ້ດໍາເນີນທຸລະກິດຢູ່ ສປປ ລາວ, ຫວຽດນາມ, ກໍາປູເຈຍ, ໄທ ແລະ ສິງກະໂປ. ການດໍາເນີນທຸລະກິດຂອງກຸ່ມບໍລິສັດໃນປັດຈຸບັນມີໃນຂົງເຂດທະນາຄານ, ປະກັນໄພ, ຕະຫຼາດທຶນ, ພະລັງງານ, ໂທລະຄົມ, ທາງດ່ວນ, ນໍ້າປະປາ, ກໍ່ສ້າງ, ການຄ້າ, ກະສິກໍາ, ອະສັງຫາລິມະຊັບ, ວັດຖຸມີຄ່າ, ໄອທີ, ໂຮງແຮມ ແລະ ຮ້ານອາຫານ. ກຸ່ມ ເອໄອເອັຟ, ມີບໍລິສັດໃນເຄືອ ແລະ ບໍລິສັດຮ່ວມທຶນຫຼາຍກວ່າ 25 ບໍລິສັດ, ເຊັ່ນ: ບໍລິສັດ ເອໄອເອັຟເອັສ (AIFS), ບໍລິສັດ ເອໄອດີຊີ (AIDC), ທະນາຄານ ບີໄອຊີ (BICBank), ບໍລິສັດ ບີເອສເຄ-ສະກາຍ ໂທລະຄົມ,ບໍລິສັດ ເອໄອເອັຟຂາເຂົ້າ-ຂາອອກວັດຖຸມີຄ່າ, ບໍລິສັດທາງດ່ວນເລກ 1 ນະຄອນຫຼວງວຽງຈັນ ແລະ ອື່ນໆ.

  • ຂໍໃຫ້ ທ່ານ ນາງ ກິ່ງໂພເງິນ, ຜູ້ອໍານວຍການໃຫຍ່ຂອງກຸ່ມບໍລິສັດ AIF, ປະທານ ບໍລິສັດ AIFS ຊ່ວຍເລົ່າປະຫວັດຄວາມເປັນມາ ຂອງ AIF Group.

ກຸ່ມບໍລິສັດ ເອໄອເອັຟ, ແມ່ນມີກົກເຄົ້າຈາກບໍລິສັດ ຟ້າວັດທະນາ ຂາເຂົ້າ-ຂາອອກວັດຖຸມີຄ່າ ສ້າງຕັ້ງໂດຍພໍ່ກອງຟ້າ ແລະ ແມ່ອາມອນ ພູມມະສັກ ໃນປີ 1991, ເປັນບໍລິສັດເອກະຊົນທໍາອິດຂອງລາວ, ທີ່ດໍາເນີນທຸລະກິດນໍາເຂົ້າ ແລະ ຈໍາໜ່າຍຄໍາແທ່ງແລະ ເງິນແທ່ງ. ມາຮອດປີ 2005, ໂດຍໄດ້ຮັບການສະໜັບສະໜູນ ແລະ ແນະນໍາຂອງຄອບຄົວ, ຂ້າພະເຈົ້າທີ່ເປັນລູກໄພ້ກົກແລະ ພຶດສະພາ ທີ່ເປັນນ້ອງຊາຍຂອງສາມີໄດ້ຮ່ວມກັນສ້າງຕັ້ງບໍລິສັດເອເຊຍລົງທຶນ ແລະ ບໍລິການ (AIFS) ເຊິ່ງເປັນຈຸດເລີ່ມຕົ້ນຂອງກຸ່ມບໍລິສັດ ເອໄອເອັຟ ໃນປັດຈຸບັນ.

ນັບແຕ່ຕົ້ນຊຸມປີ 2000 ເປັນຕົ້ນມາ, ພາຍຫຼັງວິກິດທາງດ້ານການເງິນອາຊີ ໄດ້ຜ່ອນຄາຍລົງ, ການລົງທຶນຂອງຕ່າງປະເທດກໍເລີ້ມໄຫຼເຂົ້າມາ ສປປ ລາວ ຫຼາຍຂຶ້ນ, ພວກຂ້າພະເຈົ້າເຫັນ ໂອກາດທຸລະກິດໃນຂະແໜງອາສັງຫາລິມະຊັບ, ຈຶ່ງໄດ້ຮ່ວມກັບນັກລົງທຶນຕ່າງປະເທດ, ສະເໜີນະຄອນຫຼວງວຽງຈັນເພື່ອຂໍພັດທະນາເຂດໜອງຈັນຊິ່ງເປັນຊຸມຊົນແອອັດກາງເມືອງໃນສະໄໝນັ້ນ, ໃຫ້ກາຍເປັນສູນກາງການຄ້າທັນສະໄໝ, ເຊິ່ງແມ່ນສູນການຄ້າວຽງຈັນ ເຊັນເຕີ ໃນປັດຈຸບັນ, ນັ້ນແມ່ນທຸລະກິດທໍາອິດຂອງ AIFS. ຕໍ່ມາພວກເຮົາກໍໄດ້ມີສ່ວນຮ່ວມກັບນັກລົງທຶນຈາກຕ່າງປະເທດເຂົ້າຊື້ໂຮງແຮມ ດອນຈັນ ນໍາທະນາຄານ EXIM ມາເລເຊຍ. ປັດຈຸບັນ, ພວກເຮົາກໍໄດ້ຂາຍຮຸ້ນໃນບັນດາໂຄງການດັ່ງກ່າວໃຫ້ຜູູ້ຮ່ວມລົງທຶນຈາກຕ່າງປະເທດໝົດແລ້ວ, ແຕ່ການລົງທຶນໃນຂະແໜງອາສັງຫາຂອງພວກເຮົາ ແມ່ນໄດ້ສືບຕໍ່ກັບຄູ່ຮ່ວມ
ທຸລະກິດອື່ນໃນການພັດທະນາຫຼາຍໂຄງການໃໝ່, ເຊັ່ນ: ໂຄງການປັບປຸງ ແລະ ພັດທະນາສວນນໍ້າພຸວຽງຈັນ, ໂຄງການພັດທະນາໂຮງແຮມ ອາມາຣິນ ຢູ່ເຂດປາກປ່າສັກ, ໂຮງແຮມ ເຊັນທາຣາ ແກຣນ ຢູ່ຫຼວງພະບາງ, ໂຄງການກໍ່ສ້າງຫ້ອງການ ແລະສູນການຄ້າຢູ່ພະນົມເປັນ, ໂຄງການກໍ່ສ້າງໂຮງແຮມຢູ່ເຂົາໃຫຍ່ ແລະ ພູເກັດ ແລະ ອື່ນໆ.

(ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 166 ເດືອນມິຖຸນາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

CO – FOUNDERS OF AIF GROUP

 

June 2020 issue is the first time the magazine is featuring two remarkable business people on our cover page. We were honored to conduct an exclusive interview with the siblings of Phoummasack family who are the co-founders of AIF Group. Currently, the AIF Group has more than 3,000 staff from 17 countries, with business operations in the Laos, Vietnam, Cambodia, Thailand and Singapore. AIF Group ventures in various industries ranging from Banking, Insurance, Capital Market, Energy, Telecommunication, Expressway, Water Supply, Construction, Trade, Agriculture, Real-Estate, Precious Metals Trading, IT Solutions, Hospitality and Restaurant businesses. AIF Group has more than 25 subsidiaries and joint ventures, to name a few, AIFS, AIDC, BIC Bank, BSK-Sky Telecom, AIF Precious Metal Import-Export, Vientiane Expressway No. 1, etc.

  • Could Ms. Kingphongeun, CEO of AIF Group and President of AIFS, explain to us about the background of AIF Group?

AIF Group originated from Fawatthana Precious Metal Import-Export Company founded by Mr. Kongfa and Ms. Amone Phoummasack in 1991. It was the first private firm in Laos to engage in gold and silver bars import and trading. In 2005, with the support of our family, myself, as the eldest daughter-in-law, together with Mr. Pheutsapha, my brother-in-law, established Asia Investment and Financial Services (AIFS) which is the beginning of AIF Group’s journey.

Since early 2000, after the Asian Financial Crisis, there has been an increase in foreign investments in Laos. We saw a great opportunity in real-estate business, therefore, AIFS decided to embark on its first business by teaming up with our foreign business partners proposing to the Vientiane Capital authorities to develop the Nongchanh slump, into a modern commercial center , which is now Vientiane Center. After the first project AIFS continued on our second project by collaborating with other partners to acquire Don Chan Hotel, from EXIM Bank, Malaysia. As it stands
today, we have relinquished our investment interest in the aforementioned projects to our partners. Nevertheless, our involvement in the Real Estate sector continued and has become a major business activity of the Group. Amongst our new Real Estate projects include Namphou Park in the heart of Vientiane, Amari Hotel Development in Pakpasack area, Centara Grand Hotel in Luang Prabang, Office buildings and shopping center in Phnom Penh, Hotels and resorts in Khao Yai and Phuket.

(More details can be found in Target Magazine issue 166 June 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

 

Comments