ຜົນກະທົບຈາກການແຜ່ລະບາດຂອງພະຍາດໄຂ້ຫວັດປອດອັກເສບ ສາຍພັນໃໝ່ COVID-19 ຕໍ່ເສດຖະກິດໃນທົ່ວໂລກ.

 

ໃນໄລຍະທ້າຍປີ 2019 ຫາຕົ້ນປີ 2020 ສະພາບເສດຖະກິດຂອງໂລກມີການຜັນແປໄປຢ່າງຕໍ່ເນື່ອງ ແລະ ບໍ່ມີຄວາມແນ່ນອນ ເຮັດໃຫ້ເສດຖະກິດໂລກໂດຍລວມຂະຫຍາຍຕົວຊ້າລົງ. ການແຜ່ລະບາດຂອງພະຍາດໄຂ້ຫວັດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື COVID-19 ທີ່ໄດ້ເລີ່ມແຜ່ກະຈາຍເຊື້ອຈາກເມືອງອູຮານ ແຂວງຮູເປີຍ ສປ ຈີນ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງຄົນໃນສັງຄົມໂລກ, ສັ່ນຄອນຄວາມເຊື່ອໝັ້ນຂອງການລົງທຶນ ແລະ ສ້າງຄວາມບໍ່ແນ່ນອນໃຫ້ກັບເສດຖະກິດ ແລະ ການເງິນໃນທົ່ວໂລກ. ບົດຄວາມນີ້ ຈະໄດ້ນຳສະເໜີໃຫ້ບັນດາທ່ານໄດ້ເຫັນຄວາມບໍ່ແນ່ນອນທີ່ສົ່ງຜົນກະທົບ ແລະ ສາມາດເຮັດໃຫ້ເສດຖະກິດຢຸດສະຫງັກໄດ້ຈາກ COVID-19.

ຖ້າເວົ້າເຖິງລະບົບເສດຖະກິດໃດໜຶ່ງແລ້ວ ພວກເຮົາຈະຄິດເຖິງບັນດາກິດຈະກຳທີ່ມີລັກສະນະເປັນຕ່ອງໂສ້ການສະໜອງ ແລະ ບໍລິການຕໍ່ກັນ ໂດຍປົກກະຕິແລ້ວຈະເລີ່ມຈາກການຜະລິດຂອງຜູ້ຜະລິດ ທີ່ຊົມໃຊ້ແຮງງານ ແລະ ປັດໄຈການຜະລິດອື່ນໃຫ້ກາຍເປັນສິນຄ້າ ແລະ ບໍລິການ ກ້າວໄປເຖິງການຊົມໃຊ້ຜະລິດຕະພັນຕົວຈິງຂອງຜູ້ບໍລິໂພກໂດຍຜ່ານການແລກປ່ຽນຊື້-ຂາຍ ແລະ ການກະຈາຍຂອງຕົວກາງເພື່ອສ້າງມູນຄ່າເພີ່ມທາງເສດຖະກິດ ທັງນີ້ກໍເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ບໍ່ສິ້ນສຸດຂອງຄົນ. ຂະບວນການເຫຼົ່ານີ້ໄດ້ຖືກກະທົບຈາກການແຜ່ລະບາດຂອງ COVID-19 ເຊິ່ງເຮັດໃຫ້ເກີດການຢຸດຊົ່ວຄາວຂອງເສດຖະກິດດັ່ງນີ້:

(ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 166 ເດືອນມິຖຸນາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Impacts of Covid-19 pandemic upon the global economy

From the end of 2019 to early 2020, the global economy has experienced constant changes and uncertainties resulted in its slow growth. Covid-19 pandemic, which started in Wuhan City, Hubei Province, China, has been affecting lives of people around the world, destabilizing investment trust, and causing economic and financial disruptions worldwide. In this article, the writer would like to present to you how uncertainties caused by Covid-19 can impact and prevent the economy from moving forward.

Speaking of the specific economic system, we would always picture activities under the supply chain and integrated services. Usually, it will all start from producers who invest labor and other production factors in making one good and service before reaching end-users through trade or distribution via middlemen to add value. These activities, which occurred in response to the infinite demand of human beings, have been disrupted as a result of Covid-19 pandemic causing economic suspension as following:

(More details can be found in Target Magazine issue 166 June 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments