ທັດສະນະແນວຄິດຄວາມວ່ອງໄວໃນການຕອບສະໜອງ ແລະ ຕັດສິນໃຈ ຫຼື Agility mindest ຖືກຍົກຂຶ້ນມາກ່າວເຖິງຢ່າງກວ້າງຂວາງໃນການດຳເນີນທຸລະກິດໃນຍຸກດິຈິຕ໋ອນ ເຊິ່ງຫຼາຍໆບໍລິສັດໃນຕ່າງປະເທດໄດ້ມີການເອົາໄປນຳໃຊ້ ເພື່ອພັດທະນາອົງກອນ ແລະ ບຸກຄະກອນຂອງຕົນໃຫ້ມີປະສິດທິພາບຫຼາຍຂຶ້ນ. ຄວາມວ່ອງໄວ ແລະ ທັນການ ໃນການຕອບສະໜອງ ແລະ ຕັດສິນໃຈໃນນີ້ ບໍ່ໄດ້ໝາຍເຖິງແຕ່ຄວາມໄວເປັນຫຼັກເທົ່ານັ້ນ ແຕ່ໝາຍເຖິງການຕອບສະໜອງ ແລະ ການຕັດສິນໃຈ ທີ່ຖືກຕ້ອງ ແລະ ທັນເວລາ. ໃນຍຸກດິຈິຕ໋ອນທີ່ທຸກຢ່່າງເຄື່ອນເໜັງໄວ ເຊັ່ນ ຂໍ້ມູນຂ່າວສານ, ກົນລະຍຸດການແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດ ໆລໆ ເຮັດໃຫ້ການດຳເນີນທຸລະກິດປະສົບກັບການປ່ຽນແປງຢູ່ຕະຫຼອດເວລາ ແລະ ບາງຄັ້ງກໍກະທັນຫັນ ທີ່ອາດເກີດຈາກປັດໄຈພາຍໃນຂອງບໍລິສັດເອງທີ່ສາ ມາດຄວບຄຸມໄດ້ ຫຼື ປັດໄຈພາຍນອກທີ່ບໍ່ສາມາດຄາດເດົາ ແລະ ບໍ່ສາມາດຄວບຄຸມໄດ້. ດັ່ງນັ້ນ ທັດສະນະແນວຄິດຄວາມວ່ອງໄວໃນການຕອບສະໜອງ ແລະ ຕັດສິນໃຈ ຈຶ່ງເຂົ້າມາມີບົດບາດສຳຄັນ ໂດຍມີຈຸດປະສົງເຮັດໃຫ້ມີການຕອບສະໜອງທີ່ວ່ອງໄວ ແລະ ທັນການຕໍ່ກັບການປ່ຽນແປງໃດໜຶ່ງ ເພື່ອໃຫ້ທຸລະກິດສາມາດດຳເນີນຕໍ່ໄປໄດ້.

ການຕອບສະໜອງທີ່ວ່ອງໄວ ແລະ ທັນການນັ້ນສຳຄັນແນວໃດ? ແນ່ນອນວ່າ ການທີ່ບໍລິສັດຂອງທ່ານສາມາດຄາດເດົາ ແລະ ອ່ານເກມໃນຕະຫຼາດເພື່ອຍາດເອົາສ່ວນແບ່ງຕະຫຼາດ ແລະ ນຳໃຊ້ກົນລະຍຸດເພື່ອເອົາຊະນະຄູ່ແຂ່ງທາງການຄ້າໄດ້ຢ່າງທັນທີ ເມື່ອຄູ່ແຂ່ງຂັນອອກຜະລິດຕະພັນທີ່ຄ້າຍຄືກັນດ້ວຍບາງຈຸດເດັ່ນທີ່ແຕກຕ່າງ ຍ່ອມສົ່ງຜົນດີ ແລະ ເປັນປະໂຫຍດໃຫ້ກັບທຸລະກິດຂອງທ່ານ ເພາະການແຂ່ງຂັນທາງທຸລະກິດໃນຍຸກສະໄໝໃໝ່ມີການປ່ຽນແປງທີ່ມາພ້ອມກັບຄວາມທ້າທາຍໃໝ່ໆຕະຫຼອດເວລາ ອົງກອນຕ່າງໆຈຳເປັນຕ້ອງຕື່ນຕົວ ແລະ ສາມາດຕອບໂຕ້ການປ່ຽນແປງໄດ້ຢ່າງທັນທີ, ມີປະສິດທິພາບ ແລະ ຕໍ່ເນື່ອງ ເພາະການຕອບສະໜອງທີ່ຊ້າເກີນໄປອາດເຮັດໃຫ້ອົງກອນບໍ່ປະສົບຜົນສຳເລັດຕາມແຜນທີ່ວາງໄວ້ ເຊັ່ນ ທ່ານອາດມີຂໍ້ມູນ ແລະ ສະຖິຕິທາງການຕະຫຼາດໃນມືກ່ອນບໍລິ ສັດອື່ນ ເພື່ອຊ່ວຍໃຫ້ການສ້າງສິນຄ້າ ຫຼື ບໍລິການໃຫ້ຖືກກັບຄວາມຕ້ອງການຂອງລູກຄ້າໃນໄລຍະນັ້ນ ແຕ່ມັນກໍບໍ່ໄດ້ ຮັບປະກັນວ່າທ່ານຈະສາມາດຂາຍໄດ້ຕາມເປົ້າໝາຍ ຫຼື ສິນຄ້າຈະເປັນທີ່ສົນໃຈ ຫາກທ່ານເປີດໂຕ ຫຼື ເຮັດອອກມາຂາຍຊ້າເກີນໄປ ເພາະລູກຄ້າອາດໄດ້ປ່ຽນຄວາມຕ້ອງການໄປແລ້ວ ຫຼື ຊື້ຈາກບໍສິລັດຄູ່ແຂ່ງທີ່ໄດ້ເປີດຕົວກ່ອນບໍລິສັດ ຂອງທ່ານ, ຫຼື ມີການຮຽກຮ້ອງຈາກລູກຄ້າກ່ຽວກັບສິນຄ້າ ແຕ່ບໍລິສັດບໍ່ສາມາດນຳເອົາຄຳຄິດເຫັນມາປັບປຸງໄດ້ໃນ ທັນທີ ຫຼື ຕອບສະໜອງຊ້າເກີນໄປ ເຮັດໃຫ້ລູກຄ້າປ່ຽນໄປຊື້ສິນຄ້າ ຫຼື ໃຊ້ບໍລິການຂອງຄູ່ແຂ່ງຂອງທ່ານແທນ ເຊິ່ງ ເຫດການເຫຼົ່ານີ້ສາມາດເກີດຂຶ້ນໄດ້ຕະຫຼອດເວລາ.
ທັດສະນະແນວຄິດຄວາມວ່ອງໄວໃນການຕອບສະໜອງ ແລະ ຕັດສິນໃຈ ເປັນແນວຄິດການເຮັດວຽກທີ່ມີຄວາມໄວໃນການປັບປ່ຽນ ຫຼື ປັບຕົວພາຍໃນເວລາທີ່ທັນການ (Agile Methodology) ໂດຍຜ່ານການເຮັດວຽກຮ່ວມກັນຂອງ ບຸກຄະລາກອນທີ່ມີປະສົບການຈາກຫຼາຍສາຍງານ ຫຼື ຫຼາຍພະແນກ (Cross-functional team) ເພື່ອບັນລຸເປົ້າ ໝາຍລວມອັນດຽວກັນ ໃນນີ້ອາດປະກອບມີບຸກຄະລາກອນທີ່ມີການແຕ່ງຕັ້ງໂດຍສະເພາະ ຈາກພະແນກຜະລິດ, ພະ ແນກດຳເນີນການ, ພະແນກຂາຍ, ພະແນກການຕະຫຼາດ, ພະແນກການເງິນ, ພະແນກກົດໝາຍ ແລະ ພະແນກ ບຸກຄະລາກອນ ຂຶ້ນກັບປະເພດທຸລະກິດຂອງບໍລິສັດ. ການລວມກັນແມ່ນຖືເປັນຈຸດແຂງຂອງທັດສະນະຄວາມຄິດນີ້ ເພາະປະກອບມີບຸກຄະລາກອນທີ່ມີຄວາມຫຼາກຫຼາຍທາງດ້ານການສຶກສາ ແລະ ປະສົບການ ເຊິ່ງເຮັດໃຫ້ການວາງ ແຜນມີຄວາມຮອບດ້ານ ແລະ ຄົບຖ້ວນສູງ, ມີການແກ້ໄຂບັນຫາທີ່ສ້າງສັນ, ມີການພິຈາລະນາຜ່ານຫຼາຍແງ່ມຸມ ເຮັດໃຫ້ການຕັດສິນໃຈສຳຄັນໃດໜຶ່ງມີປະສິດທິພາບສູງ ເພາະເປັນການເຮັດວຽກທີ່ສາມາດເບິ່ງເຫັນຄວາມເປັນໄປໄດ້ ໃນຫຼາຍແງ່ມຸມໄປພ້ອມໆກັນ ເນື່ອງຈາກມີການວາງແຜນງານທີ່ລະອຽດຄົບຖ້ວນ ແລະ ແຜນໃນແກ້ໄຂບັນຫາ ຫຼື ແຜນສຳຮອງຄຽງຄູ່ກັນ ເພື່ອຮັບມືກັບບັນຫາທີ່ມີແນວໂນ້ມຈະເກີດຂຶ້ນ ຈຶ່ງເຮັດໃຫ້ມີການຕອບໂຕ້ທີ່ທັນການ ເມື່ອມີ ການປ່ຽນແປງທີ່ກະທັນຫັນ. ທັດສະນະແນວຄິດນີ້ເປັນການເຮັດວຽກທີ່ມີການກຳນົດເປົ້າໝາຍລວມອັນດຽວກັນລະ ຫວ່າງພະແນກໃນທົ່ວອົງການ ຫຼັງຈາກນັ້ນຈະມີການແບ່ງໜ້າວຽກກັນໂດຍຂອບເຂດ, ກຳນົດເວລາ ແລະ ຜູ້ຮັບຜິດ ຊອບຢ່າງລະອຽດ ເຮັດໃຫ້ມີໜ້າວຽກເປັນຈຳນວນຍ່ອຍຫຼາຍ ແຕ່ມີກຳນົດເວລາການສົ່ງມອບວຽກຖີ່ ເພື່ອໃຫ້ແກ້ໄຂຂໍ້ຜິດພາດນ້ອຍໆໄດ້ທັນເວລາ, ເປັນຮູບແບບການເຮັດວຽກທີ່ສາມາດປັບປ່ຽນແຜນງານໄດ້ທັນທີ ເພາະເຫັນຂໍ້ຜິດພາດ ຫຼື ບັນຫາໄວ ເຮັດໃຫ້ແກ້ໄຂໄດ້ໄວ ຫາກມີວຽກສ່ວນໃດໜຶ່ງບໍ່ເປັນໄປຕາມແຜນ, ແລະ ບໍ່ຂາດການປະສານງານລະ ຫວ່າງພະແນກ ຍ້ອນມີຕາງໜ້າຂອງແຕ່ລະພາກສ່ວນທີ່ສາມາດໃຫ້ຂໍ້ມູນ ແລະ ຕັດສິນບັນຫາໃດໜຶ່ງໄດ້ ເຮັດໃຫ້ຂັ້ນ ຕອນການເຮັດວຽກສັ້ນລົງ ຍ້ອນມີການຫຼຸດຜ່ອນການປະຊຸມແບບທາງການເກີນໄປລະຫວ່າງພະແນກ ເຊິ່ງອາດໃຊ້ເວ ລາໃນການລໍຖ້ານັດໝາຍ ເຊິ່ງຄວາມບໍ່ເປັນທາງການເກີນໄປເຮັດໃຫ້ມີຫຼຸດກຳແພງລະຫວ່າງພະແນກລົງ ສົ່ງເສີມໃຫ້ ການລະດົມຄວາມຄິດ ແລະ ການແບ່ງປັນຂໍ້ມູນງ່າຍ ແລະ ເປັນໄປໃນທາງບວກຫຼາຍຂຶ້ນ ນອກນັ້ນ ຍັງສະດວກໃນ ການກວດສອບ ແລະ ໄດ້ຮັບລາຍງານຂໍ້ມູນລະຫວ່າງພະແນກໄວຂຶ້ນ ເຊິ່ງເຮັດໃຫ້ທຸກພາກສ່ວນຂອງອົງກອນສາມາດເຂົ້າໃຈພາບລວມອັນດຽວກັນໄປພ້ອມໆກັນ ແລະ ເປັນໄປໃນທາງດຽວກັນຢູ່ສະເໝີ.
ມາຮອດນີ້ ຫຼາຍທ່ານອາດກຳລັງສັບສົນວ່າ ການເຮັດວຽກຮ່ວມກັນຂອງບຸກຄະລາກອນທີ່ມີປະສົບການຈາກຫຼາຍສາຍງານ ຫຼື ຫຼາຍພະແນກ (Cross-functional team) ແຕກຕ່າງຈາກ ກຸ່ມສະເພາະກິດ (Task force team) ແນວ ໃດ? ກຸ່ມສະເພາະກິດຈະເປັນກຸ່ມທີ່ສ້າງຂຶ້ນແບບສະເພາະກິດໃນໄລຍະແນ່ນອນໃດໜຶ່ງທີ່ສັ້ນກວ່າ ເພື່ອແກ້ໄຂສະຖາ ນະການໃດໜຶ່ງ ຫຼື ບັນຫາໃດໜຶ່ງສະເພາະ ທີ່ປະກອບດ້ວຍຜູ້ຊ່ຽວຊານຫຼາຍທ່ານທີ່ອາດມາຈາກພະແນກດຽວກັນ ຫຼື ຈາກຫຼາຍພະແນກ ເມື່ອສຳເລັດການແກ້ໄຂບັນຫາແລ້ວກໍແມ່ນຈົບໄປ ບໍ່ມີການດຳເນີນງານຕໍ່ ໃນຂະນະທີ່ ການເຮັດ ວຽກຮ່ວມກັນຂອງບຸກຄະລາກອນທີ່ມີປະສົບການຈາກຫຼາຍສາຍງານ ຫຼື ຫຼາຍພະແນກ ມີໄລຍະເວລາດຳເນີນການທີ່ ຍາວກວ່າ ຫຼື ຈົນກວ່າເປົ້າໝາຍລວມຂອງບໍລິສັດຈະສຳເລັດ.
ເຖິງແນວໃດກໍຕາມ ແນວຄິດຄວາມວ່ອງໄວໃນການຕອບສະໜອງ ແລະ ຕັດສິນໃຈ ກໍອາດການເປັນຈຸດອ່ອນຂອງ ບໍລິສັດໄດ້ ຫາກຜູ້ນຳບໍລິສັດບໍ່ເຂັ້ມແຂງພໍ ເພາະການຊີ້ນຳ ແລະ ຕິດຕາມການເຮັດວຽກຂອງການເຮັດວຽກຮ່ວມກັນ ຂອງ Cross-functional team ຕ້ອງມີຄວາມສາມາດສູງໃນການປະສານ, ສື່ສານ ແລະ ຄວບຄຸມຄວາມຫຼາກຫຼາຍ ຂອງບຸກຄະລາກອນໃຫ້ມີຄວາມສົມດຸນ ແລະ ເໝາະສົມ ເຊິ່ງການກຳນົດເປົ້າໝາຍຕ້ອງຊັດເຈນ ແລະ ລະບົບການ ເຮັດວຽກຕ້ອງລະອຽດ ເຊິ່ງແຕ່ລະບຸກຄົນຕ້ອງຮັບຜິດຊອບໃນໜ້າວຽກຂອງຕົນຢ່າງເຕັມສ່ວນ. ອົງກອນທີ່ຢາກນຳ ໃຊ້ທັດສະນະແນວຄິດນີ້ ແມ່ນມີຄວາມຈຳເປັນທີ່ສຸດໃນການປັບທັດສະນະຂອງບຸກຄະລາກອນ ເພາະມັນບໍ່ເປັນພຽງ ແນວຄິດ ແລະ ຮູບແບບການບໍລິຫານເທົ່ານັ້ນ ແຕ່ມັນກ່ຽວພັນກັບວັດທະນະທຳຂອງອົງກອນ, ຄວາມເຂົ້າໃຈ ແລະ ທັດສະນະຄະຕິໃນການເຮັດວຽກຂອງບຸກຄະລາກອນແຕ່ລະຄົນອີກດ້ວຍ. ອົງກອນຈຳເປັນຕ້ອງມີການປັບວັດທະນະ ທຳການເຮັດວຽກ ແລະ ທັດສະນະຄະຕິຂອງບຸກຄະລາກອນ ແລະ ສ້າງຄວາມເຂົ້າໃຈໃນທົ່ວອົງກອນໃຫ້ສອດຄ່ອງກັບແນວຄິດຄວາມວ່ອງໄວໃນການຕອບສະໜອງ ແລະ ຕັດສິນໃຈ ໂດຍຕ້ອງປັບປ່ຽນນັບແຕ່ລະດັບຜູ້ບໍລິຫານລົງໄປ ເຊິ່ງຜູ້ບໍລິຫານຕ້ອງເຂົ້າໃຈຢ່າງທ່ອງແທ້ ເພື່ອໃຫ້ສາມາດສື່ສານກັບພະນັກງານໄດ້ຢ່າງມີປະສິດທິພາບ ພ້ອມກັບເຮັດ ໃຫ້ເຫັນເປັນຕົວຢ່າງ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ແຮງບັນດານໃຈໃຫ້ພະນັກງານ. ໝາກຫົວໃຈສຳຄັນແມ່ນການສື່ສານລະຫວ່າງກັນໃນອົງກອນ ແລະ ການສ້າງຄວາມຮັບຮູ້ກ່ຽວກັບແນວຄິດດັ່ງກ່າວ ເຊິ່ງຝ່າຍບຸກຄະລາກອນຕ້ອງເຮັດວຽກຢ່າງໜັກໃນການສ້າງຄວາມເຂົ້າໃຈກ່ຽວກັບທັດສະນະແນວຄິດດັ່ງກ່າວ ໂດຍຕ້ອງສົ່ງເສີມໃຫ້ມີການເຄົາລົບກັນທາງຄວາມຄິດເຫັນ ແລະ ຄວາມແຕກຕ່າງ, ກະຕຸ້ນໃຫ້ມີການສື່ສານ ແລະ ການຮ່ວມມືີໃນທົ່ວອົງການຢ່າງເປີດກວ້າງ, ສ້າງໃຫ້ພະນັກງານສາມາດຍອມຮັບການປ່ຽນແປງ ແລະ ສ້າງເງື່ອນໄຂ ແລະ ສະພາບແວດລ້ອມການເຮັດວຽກທີ່ອຳນວຍໃນການພັດທະນາຕົນເອງ ແລະ ຮຽນຮູ້ສິ່ງໃໝ່ຂອງພະນັກງານຢູ່ສະເໝີ. ວາລະສານທາເກັດ ສະບັບ 171 ເດືອນ ພະຈິກ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666
Working in the new era requires an agility mindset
Agility mindset or the ability to react and make decision quickly has been discussed widely among businesses in this digital era. Many companies overseas have been applying this mindset in developing the effectiveness of their organization and personnel. The ability to react and make decision quickly does not only focus on the speed, but also the accuracy of such response and decision-making. In this digital era when information, competition strategy and market demand keep changing all the times, businesses have to keep changing as well. Sometimes, the change can happen so abrubtly driven by internal under-control factors or external beyond-control factors. The agility mindset is, therefore, very important enabling businesses to react quickly and promptly to any change occurred in order to carry on.

How important is the agility mindset? If your company is able to accurately anticipate market trend, compete for market share and utilize strategy to overcome your competitors, this will obviously benefit your business. Businesses competing in this era have to face with new challengs all the times. As a result, they have to always be alert, while being ready to respond immeditately, effectively and continuously to changes. Late response could result in failure of plan achievement. For instance, you may have information and statistics about market demand or customer behavior before your competitors that will help you producing products or services that best fit the information you have. However, this does not guarantee that you will be able to reach your sales goal or your products will be a hit if you are too slow in lauching them to the public. Customers may lose interest in your products when you lauch them too late or they may have already bought them from your competitors who act faster than you or you may react too slow to customer complaint upon your products forcing them to buy goods or services from your competitors instead. These kinds of situation can happen all the times.
Agility mindset applies agile methodology to improve work performance through collaboration among experienced personnel from diffferent work fields to form a cross-functional team to achieve a common goal. Such working team can include staff members appointed specifically from the production, operation, sales, marketing, finance, law and personnel department depending on what kind of business they are working with. Unity is the strength of this mindset. The idea of gathering personnel with different educational backgrounds and experience is to ensure careful and comprehensive planning, creative problem-solving and thorough consideration of problems from different viewpoints. This allows important decisions to be made effectively due to the thorough consideration of all possibilities and careful problem-solving with back up plans in order to handle with any eventuality readily and promptly. This mindset is commonly applied to work with a unified goal among staff members throughout an organization. The work will then be divided into scopes, given with timeframes and assigned to each responsible person. This method allows the big project to be divided into sub-tasks with numerous deadlines so that whenever problems occurred, they tend to be small and can be fixed in a short period of time. This working plan is highly flexible allowing workers to spot issues easily and solve them quickly. It will also enable departments to coordinate with each other more effectively as there will always be a representative from each department there to provide information and make certain decisions. This helps cutting out unnecesssary working processes, particularly official meetings which could take forever just to gather each member. Such unofficial coordination among departments eliminates communication burden, while promoting brainstorming and information sharing making it easy and quick to track work progress and exchange reports among departments. This keeps the entire organization on the same page, while consistently moving forward along the same direction.
Now, many of you may wonder of how working in a team combining personnel from diverse work fields or cross-functional team is different from a task force team? Task force team is built for a short period of time just to deal with a certain situation or trouble specifically. The team usually consists of several experts from the same or different departments to address a certain issue. Once the problem is solved, the team will no longer carry on. Meanwhile, the cross-functional team comprising experienced personnel from different work fields or departments usually last longer or until the shared goal of the organization is achieved.
Nevertheless, to apply the agility mindset in their workplace, business owners must be strong enough to lead and monitor the collaboration of their cross-functional team. They need to possess an excellent skill of coordination, communication and the ability to maintain balance for a team consisting of personnel with diverse backgrounds. Business owners must set their goal clearly for members to work fully in their area of responsibility to reach it. Most importantly, any organization in need of applying this mindset in their workplace must encourage each personnel to change their attitude in terms of their understanding and perspective upon work in alignment with their organization’s mindset, management method and company culture. Such change should be implemented starting from the top executive level who need to understand about this mindset clearly before being able to communicate it to staff members effectively. They have to practice this mindset as an example to gain trust and inspire employees. The key things are to promote communication internally, encourage the personnel department to better the understanding of the mindset among employees within the organization, while respecting difference ideas, widely promote communication and cooperation throughout the organization, and equip employees with the ability to accept changes, while building the working environment that faciliates self-development and supports self-learning.Target Magazine issue 171 November 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666