ຜູ້ຊື້ເຮືອນເຊົ່າ (ເຈົ້າກຳມະສິດໃໝ່)ຂຶ້ນຄ່າເຊົ່າເຮືອນໃໝ່ ເຮັດແນວໃດດີ?

ສະບາຍດີ ບັນດາທ່ານຜູ້ອ່ານທີ່ຮັກແພງ, ມື້ນີ້ຂ້າພະເຈົ້າຂໍແລກປ່ຽນບັນຫາທາງດ້ານກົດໝາຍກ່ຽວກັບເລື່ອງການເຊົ່າເຮືອນ-ອາຄານ ກັບບັນດາທ່ານ. ຂ້າພະເຈົ້າໄດ້ຮັບຄຳຖາມວ່າ ຜູ້ຊື້ເຮືອນເຊົ່າ (ເຈົ້າຂອງເຮືອນໃໝ່) ຂຶ້ນຄ່າເຊົ່າເຮືອນສູງກວ່າທີ່ສັນຍາເບື້ອງຕົ້ນກຳນົດໄວ້, ຜູ້ເຊົ່າເຮືອນຈະເຮັດແນວໃດດີ ແລະ ເຈົ້າຂອງເຮືອນໃໝ່ ຫຼື ຜູ້ໃຫ້ເຊົ່າໃໝ່ນັ້ນເຮັດແນວນັ້ນໄດ້ບໍ່? ສະນັ້ນມື້ນີ້ຈະຂໍນຳເອົາບັນຫານີ້ມາແລກປ່ຽນກັບທ່ານຜູ້ອ່ານ.

ກ່ອນອື່ນໝົດ, ບັນຫາທີ່ກ່ຽວຂ້ອງກັບການເຊົ່າເຮືອນ (ຫຼື ການເຊົ່າຊັບ) ກຳນົດໄວ້ໃນປະມວນກົດໝາຍແພ່ງ ຂອງສປປລາວ ນັບແຕ່ມາດຕາ 434 – 438.

ມາດຕາ 437 ຂອງປະມວນກົດໝາຍກຳນົດກ່ຽວກັບການປ່ຽນເຈົ້າກຳມະສິດໃນຊັບທີ່ເຊົ່າວ່າ “ໃນກໍລະນີ ທີ່ຜູ້ໃຫ້ເຊົ່າຫາກໄດ້ມອບ ຫຼື ຂາຍຊັບທີ່ເຊົ່ານັ້ນໃຫ້ບຸກຄົນອື່ນ, ສັນຍາເຊົ່າຊັບນັ້ນກໍຈະມີຜົນໃຊ້ໄດ້ສຳລັບຜູ້ຮັບ ຫຼື ຜູ້ຊື້ທີ່ເປັນເຈົ້າກຳມະສິດໃໝ່, ແຕ່ຜູ້ໃຫ້ເຊົ່າຕ້ອງແຈ້ງໃຫ້ຜູ້ເຈົ້າກຳມະສິດໃໝ່ຊາບກ່ອນວ່າ ຊັບດັ່ງກ່າວ ຍັງຢູ່ໃນການນຳໃຊ້ຂອງຜູ້ໃຫ້ເຊົ່າຢູ່”.

ຈາກມາດຕານີ້ ຈະເຫັນໄດ້ວ່າ ເຖິງແມ່ນວ່າໄດ້ມີການປ່ຽນແປງຜູ້ໃຫ້ເຊົ່າໃໝ່ ແລ້ວກໍຕາມ ສັນຍາເຊົ່າຊັບ-ເຊົ່າເຮືອນ ທີ່ໄດ້ຕົກລົງກັນກັບເຈົ້າຂອງເຮືອນຜູ້ເກົ່າໃນເບື້ອງຕົ້ນນັ້ນ ຍັງມີຜົນສັກສິດຢູ່ ຫຼື ເວົ້າອີກຄວາມໜຶ່ງວ່າ ຍັງໃຊ້ໄດ້ ແລະ ຍັງຜູກພັນເຈົ້າຂອງເຮືອນໃໝ່-ຜູ້ໃຫ້ເຊົ່າເຮືອນໃໝ່ຄືເກົ່າ.

ຜູ້ໃຫ້ເຊົ່າເຮືອນໃໝ່ ຈະປ່ຽນແປງສັນຍາດັ່ງກ່າວ ເຊັ່ນ ກຳນົດຄ່າເຊົ່າໃໝ່, ກຳນົດອາຍຸຂອງສັນຍາຄືນໃໝ່ ແລະ ອື່ນໆທີ່ເປັນປ່ຽນແປງສັນຍານັ້ນບໍ່ໄດ້ ຖ້າຫາກວ່າຜູ້ເຊົ່າບໍ່ເຫັນດີນຳ. ສະນັ້ນໃນກໍລະນີນີ້ ຜູ້ໃຫ້ເຊົ່າເຮືອນຄົນໃໝ່ຈະຂຶ້ນຄ່າເຊົ່າ ແມ່ນເຮັດບໍ່ໄດ້.

ນອກຈາກນີ້ ຜູ້ໃຫ້ເຊົ່າເຮືອນຄົນໃໝ່ຈະຍົກເລີກສັນຍາເຊົ່າເຮືອນ ຫຼື ໄລ່ໃຫ້ຜູ້ເຊົ່າເຮືອນອອກເຮືອນເຊົ່າກ່ອນກຳນົດເວລາເຊົ່າເຮືອນກໍບໍ່ໄດ້ຄືກັນ, ຍົກເວັ້ນວ່າຜູ້ເຊົ່າເຮືອນໄດ້ລະເມີດສັນຍາ ເຊັ່ນ ສັນຍາເຊົ່າເຮືອນໃນເບື້ອງຕົ້ນບໍ່ອະນຸຍາດໃຫ້ຜູ້ເຊົ່າເຮືອນ ໃຫ້ຜູ້ອື່ນເຊົ່າຕໍ່, ແຕ່ຜູ້ເຊົ່າເຮືອນ ຜັດໃຫ້ຜູ້ອື່ນເຊົ່າຕໍ່ ນີ້ຖືວ່າເປັນການລະເມີດສັນຍາ.

ແຕ່ທັງໝົດທີ່ເວົ້າມານັ້ນ ສັນຍາເຊົ່າຕ້ອງເຮັດເປັນລາຍລັກອັກສອນ ແລະ ຕ້ອງໄດ້ຈົດທະບຽນການປ່ຽນແປງສິດນໍາໃຊ້ທີ່ດິນກັບຂະແໜງຊັບພະຍາກອນ ແລະ ສິ່ງແວດລ້ອມທີ່ກ່ຽວຂ້ອງ ບ່ອນທີ່ເຮືອນທີ່ເຊົ່ານັ້ນຕັ້ງຢູ່ ຜູ້ເຊົ່າຈຶ່ງຈະໄດ້ຮັບການປົກປ້ອງຕາມກົດໝາຍຢ່າງເຕັມສ່ວນ.

ບັນດາທ່ານສາມາດດາວໂລດປະມວນກົດໝາຍແພ່ງໄດ້ໂດຍຜ່ານທາງ ຈົດໝາຍເຫດທາງລັດຖະການ (ສະແກນ QRCode )

ວາລະສານທາເກັດ ສະບັບ 171 ເດືອນ ພະຈິກ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666

How to deal with a new house owner who would like to raise a rental fee?

Greeting dear readers! Today, I would like to exchange with all of you on laws regarding house rental. I received questions asking me that if someone buys a rental house (a new owner) and would like to raise a rental fee higher than the contractual rate, what can a tenant do in this situation? Can the new owner or the new rentor do that? Therefore, let us find out answers to these questions together.

Firstly, all issues related to house rental (or property rental) are stipulated in the Civil Code of the Lao PDR from Article 434 to 438.

As the Article 437 explains about the ownership transfer, “in case a former rentor transfers or sells his/her property to another party, any lease contract entered into before the transfer will remain effective for the new owner. However, the former rentor must inform the new owner beforehand that the property is now being used by a rentee.”

According to this Article, it can be seen that even though the ownership is transferred to the new party, any lease contract entered into before the transfer will remain effective. In other words, any agreement initially made will remain applicable and legally bind the new house owner and the tenant as agreed before.

The new rentor will not be able to amend the contract, for instance to renew a rental fee, rental period and so on without consent from the rentee. In this case, the new rentor, therefore, cannot raise the rental fee.

In addition, the new rentor will not be able to terminate the contract or force the tenant out of the house before the contract due unless the rentee breaches his/her agreement, for example if the tenant subleases the house to another party despite being prohibited by the contract.

For all the above regulations to be fully effective, the contract must be in writing and the right of land use of the rental house must be registered with the natural resources and environment sector beforehand.

All of you can download the Civil Code from the Lao Official Gazette or (scan this QRCode)

Target Magazine issue 171 November 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666

Comments