Customer Insight ຫົວໃຈຫຼັກໃນການວາງຍຸດທະສາດການຕະຫຼາດທີ່ຖືກຕ້ອງ

Subhead: ໝາຍເຖິງຄວາມເຂົ້າໃຈລູກຄ້າໃນລະດັບເລິກ ບໍ່ແມ່ນພຽງແຕ່ “ຮູ້ຈັກ” ຂໍ້ມູນ (Data) ແຕ່ຍັງລວມເຖິງການວິເຄາະ ແລະ ຕີຄວາມຈາກບັນດາຂໍ້ມູນຫຼາຍໆພາກສ່ວນ

ໃນທີ່ສຸດ ພວກເຮົາກໍເດີນທາງມາຮອດເດືອນສຸດທ້າຍຂອງປີ 2020 ປີ ເຊິ່ງເປັນປີທີ່ເຕັມໄປດ້ວຍສິ່ງທ້າທາຍຈາກທຸກທິດທາງ ການເຮັດການຕະຫຼາດກໍຄາດເດົາໄດ້ຍາກ ເນື່ອງຈາກມີເຫດການທີ່ຄາດການບໍ່ໄດ້ເກີດຂຶ້ນຢູ່ຕະຫຼອດເວລາ ໂດຍສະເພາະການແຜ່ລະບາດຂອງ ພະຍາດໂຄວິດ-19 ທີ່ກະທົບຕໍ່ວິຖີຊີວິດ ແລະພຶດຕິກຳຂອງຄົນທົ່ວໂລກ ສົ່ງຜົນໃຫ້ເກີດວິຖີດຳລົງຊີວິດແບບໃໝ່ (New Normal) ທີ່ນັກການຕະຫຼາດຕ້ອງໄດ້ທຳຄວາມເຂົ້າໃຈ ເພື່ອນຳໄປດັດປັບຍຸດທະສາດການຕະຫຼາດໃຫ້ແທດເໝາະກັບການປ່ຽນແປງໃໝ່ທີ່ໄວວາຄັ້ງນີ້. ແນ່ນອນວ່າ ການທຳຄວາມເຂົ້າໃຈຂໍ້ມູນພຶດຕິກຳຂອງລູກຄ້າທີ່ປ່ຽນແປງໃໝ່ໃຫ້ເລິກເຊິ່ງ ເປັນທາງລອດດຽວຂອງຜູ້ປະກອບການ, ໃນຂະນະທີ່ ການຫັນປ່ຽນເປັນອອນລາຍກໍເປັນເງື່ອນໄຂບັງຄັບຂອງທຸກໆຫົວໜ່ວຍທຸລະກິດບໍ່ວ່ານ້ອຍຫຼືໃຫຍ່.

Close-up of female postwoman signing parcels at the table at post office

ອີກສິ່ງໜຶ່ງທີ່ຜູ້ປະກອບການ ແລະ ນັກການຕະຫຼາດຄວນໃຫ້ຄວາມສຳຄັນໃນວິກິດການນີ້ ກໍຄື “Customer Insight” ເຊິ່ງໝາຍເຖິງຄວາມເຂົ້າໃຈລູກຄ້າໃນລະດັບເລິກ ບໍ່ແມ່ນພຽງແຕ່ “ຮູ້ຈັກ” ຂໍ້ມູນ (Data) ແຕ່ຍັງລວມເຖິງການວິເຄາະ ແລະ ຕີຄວາມຈາກບັນດາຂໍ້ມູນຫຼາຍໆພາກສ່ວນ ເຊັ່ນ: ຂໍ້ມູນດ້ານປະຊາກອນ (Demographic), ພຶດຕິກຳຂອງລູກຄ້າ, ສິ່ງທີ່ລູກຄ້າສົນໃຈ (Interest) ແລະອື່ນໆ ຈົນໄດ້ພາບລູກຄ້າໃນຫຼາກຫຼາຍມິຕິ ເລິກເຊິ່ງ ຈົນເຂົ້າໃຈລູກຄ້າຢ່າງແທ້ຈິງ ເຖິງວ່າລູກຄ້າບໍ່ໄດ້ບອກ. ສະນັ້ນ Customer Insight ຈຶ່ງແມ່ນຄວາມຮູ້ທີ່ຜ່ານຂະບວນການວິເຄາະ ແລະ ຕີຄວາມມາແລ້ວ ຈາກຂໍ້ມູນ ສະຖິຕິຕ່າງໆ ເພື່ອໃຫ້ສາມາດເດົາໃຈລູກຄ້າ ແລະ ຄາດການເຖິງສິ່ງທີ່ກຳລັງຈະເກີດຂຶ້ນລ່ວງໜ້າໄດ້ຢ່າງຖືກຕ້ອງ.

  • Information: ໝາຍເຖິງຂໍ້ມູນທີ່ສາມາດໃຊ້ໄດ້ ເພາະໄດ້ຖືກແບ່ງກຸ່ມ ໃຫ້ຄວາມໝາຍ ວ່າຂໍ້ມູນແຕ່ລະອັນແມ່ນຫຍັງ ສັງເກດໄດ້ຈາກຮູບ ທີ່ມີສີຂຽວ ແລະ ສີມ່ວງຕື່ມໃສ່ແຕ່ລະວົງມົນ
  • Knowledge: ແມ່ນເມື່ອບັນດາຂໍ້ມູນຕ່າງໆໄດ້ຖືກເຊື່ອມໂຍງເຂົ້າຫາກັນ ຈົນເກີດເປັນຊຸດຄວາມຮູ້ ຄວາມເຂົ້າໃຈໃດໜຶ່ງຂຶ້ນ ເບິ່ງໄດ້ຈາກເສັ້ນຕ່າງໆ ທີ່ເຊື່ອມໂຍງວົງມົນເຂົ້າຫາກັນ
  • Insight: ໝາຍເຖິງ ຄວາມເຂົ້າໃຈໃນລະດັບເລິກກວ່າ “ຄວາມຮູ້”, ອັນມາໄດ້ຈາກການຕີຄວາມ “ຄວາມຮູ້” ຈົນເກີດຄວາມເຂົ້າໃຈໃນສິ່ງທີ່ຂໍ້ມູນບໍ່ໄດ້ບອກ ເຊິ່ງໃນຮູບໄດ້ໝາຍເອົາຄວາມຮູ້ທີ່ຖືກຕີຄວາມແລ້ວ ດ້ວຍສີເຫຼືອງ
  • Wisdom: ເມື່ອສາມາດເຂົ້າໃຈຂໍ້ມູນໃນລະດັບເລິກແລ້ວ ຈຶ່ງນຳພາໄປສູ່ປັນຍາ ເຊິ່ງໃນນີ້ໝາຍເຖິງ ການແກ້ໄຂບັນຫາ (Solution) ຫຼື ຄວາມຄິດໃໝ່ໆ ການວາງແຜນໃໝ່ໆ ໃນທາງທຸລະກິດ ແລະການຕະຫຼາດ.

ທ່ານສາມາດຊອກຫາ Customer Insight ໄດ້ດັ່ງນີ້:

  1. ເຮັດການຄົ້ນຄວ້າກ່ຽວກັບລູກຄ້າ (Customer Research): ເປັນການຈັດກຸ່ມສົນທະນາ (Focus group interview) ສຳພາດກຸ່ມລູກຄ້າເປົ້າໝາຍໃນລະດັບຂ້ອນຂ້າງເລິກ ເຊິ່ງອາດຈະເຮັດເອງ ຫຼື ຈ້າງບໍລິສັດທີ່ຮັບເຮັດການຄົ້ນຄວ້າມາຊ່ວຍກໍໄດ້ ເຊິ່ງນີ້ເປັນວິທີທີ່ນັກການຕະຫຼາດນິຍົມເຮັດອັນດັບຕົ້ນໆ
  • ເບິ່ງຈາກສະຖິຕິ ຜົນການສຳຫຼວດຕ່າງໆ: ທີ່ສະຖາບັນຄົ້ນຄວ້າອື່ນໆ ເຮັດອອກມາ ເຊິ່ງປະຈຸບັນກໍມີຫຼາຍຂຶ້ນ ບັນດາບົດລາຍງານເຫຼົ່ານີ້ຖືວ່າເປັນຂໍ້ມູນທີ່ດີສຳລັບຜູ້ປະກອບການ ແລະ ນັກການຕະຫຼາດ ເຖິງວ່າບາງສະຖິຕິ ຫຼືຜົນສຳຫຼວດນັ້ນ ອາດບໍ່ໄດ້ກ່ຽວກັບສິນຄ້າ ຫຼື ບໍລິການຂອງທ່ານໂດຍກົງ ແຕ່ທ່ານກໍສາມາດນຳໄປເຊື່ອມໂຍງກັບຂໍ້ມູນອື່ນໆ ເພື່ອວິເຄາະນິໄສ ແລະ ພຶດຕິກຳຂອງກຸ່ມລູກຄ້າເປົ້າໝາຍໄດ້ຮອບດ້ານຂຶ້ນ
  • ເບິ່ງຈາກສະຖິຕິຈາກກູເກິນ: Google trends ເປັນເຄື່ອງມືຈາກກູເກິນ ທີ່ທ່ານສາມາດນຳໃຊ້ໃຫ້ຮູ້ວ່າ ຂະນະນີ້ຜູ້ໃຊ້ກູເກິນກຳລັງນິຍົມຄົ້ນຫາຫຍັງ ອາດຈະເປັນກະແສ, ບັນຫາ, ສິນຄ້າ, ບໍລິການ ແລະອື່ນໆ ບອກໃຫ້ທ່ານຮູ້ໄລຍະເວລາຂອງຄວາມນິຍົມ, ປຽບທຽບຄຳຄົ້ນຫາ, ແລະຍັງຮູ້ພື້ນທີ່ຂອງຄວາມສົນໃຈແຕ່ລະບ່ອນ ເຊິ່ງຊ່ວຍໃຫ້ທ່ານມີຄວາມຄິດໃໝ່ໆໃນການເຮັດການຕະຫຼາດ, ກຳນົດການສື່ສານຂອງທຸລະກິດທ່ານ ໃຫ້ເຂົ້າກັບສະຖານະການ
  • ເກັບຂໍ້ມູນຈາກບັນດາສື່ສັງຄົມອອນລາຍ: ນອກຈາກການລາຍງານສະຖິຕິດ້ານປະຊາກອນ ຂອງຜູ້ທີ່ເຂົ້າມາເບິ່ງຮ້ານຄ້າຂອງທ່ານໃນສື່ສັງຄົມອອນລາຍແລ້ວ, ການເຂົ້າໄປຕິດຕາມຄວາມຄິດເຫັນຂອງລູກຄ້າ ຕາມໜ້າເຟສບຸກ, ອິນສະຕາແກຣມ ຫຼືກ່ອງຂໍ້ຄວາມ ຂອງທ່ານ ແລະ ປຽບທຽບກັບ ໜ້າເຟສບຸກຂອງຄູ່ແຂ່ງ ພ້ອມທັງຮັບຟັງຂ່າວສານສັງຄົມທີ່ເວົ້າເຖິງສິນຄ້າ ຫຼື ບໍລິການ ໃນອຸດສາຫະກຳດຽວກັບທ່ານ ຢ່າງເຫັນຄວາມສຳຄັນ ແລະ ນຳເອົາຂໍ້ມູນເຫຼົ່ານີ້ມາປະກອບການວິເຄາະ ຊອກຫາຄວາມຕ້ອງການຂອງລູກຄ້າທີ່ຖືກຕ້ອງ ເປັນສິ່ງທີ່ທ່ານຄວນເຮັດຢ່າງຕໍ່ເນື່ອງ
  • ການລອງເປັນລູກຄ້າ: ບໍ່ວ່າຈະດ້ວຍການຈິນຕະນາການ ຫຼື ລອງມີປະສົບການແບບລູກຄ້າ ຢືນໃນຈຸດທີ່ລູກຄ້າແນມເບິ່ງທຸລະກິດ, ສິນຄ້າ ຫຼື ບໍລິການຂອງທ່ານ ພະຍາຍາມທຳຄວາມເຂົ້າໃຈຄວາມຮູ້ສຶກນຶກຄິດຂອງເຂົາເຈົ້າ ກໍຈະຊ່ວຍໃຫ້ທ່ານໄດ້ເຂົ້າໃຈລູກຄ້າເຊັ່ນກັນ ທັງນີ້ທ່ານກໍຕ້ອງມີພາບຂອງລູກຄ້າເປົ້າໝາຍຂ້ອນຂ້າງຊັດເຈນ ວ່າເຂົາເຈົ້າເປັນໃຜ, ຢູ່ໃສ ເຮັດວຽກຫຍັງ ມີວິຖີຊີວິດຮູບແບບໃດ ແລະອື່ນໆ ທ່ານຈຶ່ງຈະສາມາດສວມບົດບາດເປັນລູກຄ້າຂອງທ່ານໄດ້ 
  • ສຳພາດພະນັກງານຂາຍ ຫຼືຜູ້ບໍລິການລູກຄ້າໂດຍກົງ: ເພາະເຂົາເຈົ້າມີໂອກາດໃກ້ຊິດ ໂອ້ລົມ ແລກປ່ຽນຄວາມຄິດເຫັນກັບລູກຄ້າຂອງທ່ານ ສະນັ້ນ ຂໍ້ມູນທີ່ທ່ານຈະໄດ້ ຈຶ່ງເປັນຂໍ້ມູນທີ່ຊ່ວຍໃຫ້ທ່ານສ້າງພາບຈຳລອງຂອງລູກຄ້າໄດ້ໃກ້ຄຽງຄວາມເປັນຈິງທີ່ສຸດ ແລະ ຊ່ວຍໃຫ້ວາງແຜນຕໍ່ໜ້າໄດ້ຖືກຕ້ອງ.

ມາຮອດນີ້ ຫວັງວ່າບັນດາທ່ານຜູ້ອ່ານຈະເກີດຄວາມເຂົ້າໃຈກ່ຽວກັບ Customer Insight ຫຼາຍຂຶ້ນ ວ່າມີຄວາມສຳຄັນແນວໃດຕໍ່ການວາງຍຸດທະສາດການຕະຫຼາດທີ່ຖືກຕ້ອງ ສ່ວນວິທີການໃນການເຂົ້າເຖິງຂໍ້ມູນໃນລະດັບເລິກຂອງລູກຄ້າ ທ່ານສາມາດດັດປັບໃຫ້ເຂົ້າກັບຮູບແບບທຸລະກິດຂອງທ່ານ ເພື່ອປະໂຫຍດສູງສຸດ. (ວາລະສານທາເກັດ ສະບັບ 172 ເດືອນ ທັນວາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

customer insight, a key to correct planning of marketing strategies.

We are finally here, the last month of 2020. This year is full of challenges coming from different directions making it hard for marketing planning. Unexpected events occurred throughout the year, particularly the COVID-19 pandemic, has been affecting people’s living conditions and behaviors throughout the world creating the so called “New Normal” that marketers must understand in order to adapt to their marketing strategies in compliance with this rapid change. Obviously, to understand the changing customer behavior deeply is the only way for entrepreneurs to survive. In addition, transition to online platforms has also been a compulsory condition that business units regardless of their size have to do.

Another thing that entrepreneurs and marketers should emphasize on is “Customer Insight,” which refers to a deep understanding of customers, not only “knowing” from data, but also analyze and interpret information gained from other sources. For instance, information on demography, customer behavior, customer interest and so on. These types of data will help entrepreneurs gain insight from different dimensions and truly understand customer behavior. Therefore, Customer Insight is the knowledge obtained by analyzing and interpreting different sources of statistical data enabling entrepreneurs to predict customer demand and forecast eventualities accurately.

According to the figures above, we can see that:

  • Data refers to raw and unprocessed data. It has not been categorized into group (with colors) yet, attached meaning to and linked with other data.
  • Information refers to categorized information which is ready for usage. Each category of information is marked with green and purple indicating its meaning.
  • Knowledge is when every information is linked forming a set of knowledge or certain level of understanding. We can see the linkage demonstrated by lines attaching circles together.
  • Insight refers to a deeper understanding than “knowledge” gained by interpreting “knowledge” until users are able to make sense of something that “knowledge” does not indicate. Insight is marked by yellow.
  • Wisdom is when we deeply understand insight and develop it into wisdom. In this case, wisdom refers to the ability to come up with business and marketing solutions, new ideas and new plans.

You can seek Customer Insight based on the following methods:

  1. Customer Research: you can organize a focus group interview with your target customers to gain insight. You can do it by yourself or hire a research company to help. This is a very popular method carried out by marketers.
  2. Consider from Statistics or Studies: currently, there are many studies done by different institutes which could serve as a good source of information for entrepreneurs and marketers. Although some statistical data or studies may not directly relate to your products or services, you can link them with other types of information to analyze habit and behavior of your target customers in a more comprehensive manner.
  3. Consider from Google Trends: Google Trends is a tool which helps you know which trend is now being commonly searched and booming. It can be trends, problems, products, services and so on. The tool also reveals to you duration of popularity, keyword comparison as well as interest by regions. Information gained from this tool will give you new ideas for setting marketing and communication plans in compliance with current situations.
  4. Data Collected from Online Media: apart from demographic data of those who visit your online media page, it is also better to follow messages sent to your inbox as well as comments posted on other similar Facebook and Instagram pages. This way you will learn what society thinks about products or services in your industry so that you can make use of this data in your analysis in order to figure out customer demand correctly and what you should do to meet their demand continuously.
  5. Customer Roleplay: you can either imagine or practically try this to gain customer experience or understand customer thought through your own business, products or services. This way will help you understand customers better. You have to know who your target customers are, where they live, what they do, how they live their life and so on to roleplay them.
  6. Direct Sales or Customer Interview: since you have chances to get close, talk and exchange ideas with customers, data you receive is information that can help gain a better picture of your customers which will also help you set accurate future plans.

I hope that readers now understand more about Customer Insight, particularly its importance in correctly planning market strategies. Please also improvise methods of accessing Customer Insight to your business as you see fit to ensure maximum profit. Stay tune for next month.(Target Magazine issue 172 December 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments