ແວ່ພັກ ພູພຽງຟ້າ ກາງເຕັ້ນນອນນັບດາວ

ໜາວນີ້ໄປທ່ຽວໃສ ລອງມາ ນອນນັບດາວ ຈິບເຄື່ອງດື່ມ ຊົມຕະເວັນຂຶ້ນ-ຕາເວັນຕົກດິນ ແນມເບິ່ງສາຍພູພະເຈົ້າອັນເດັ່ນສະຫງ່າ ແລະ ທະເລໝອກໜາເທິງພູໃນລະດູໜາວ ນຳກັນທີ່ສາລາຄຳພູຄູນບໍ່…?

ໄລຍະນີ້ ເແມ່ນກຳລັງກ້າວເຂົ້າສູ່ ເດືອນທັນວາ ເຊິ່ງຈະເປັນລະດູການປ່ຽນແປງຂອງສະພາບດິນຟ້າອາກາດ ອີກທັງເປັນເດືອນສຸດທ້າຍຂອງປີ ເພາະວ່າເດືອນນີ້ກໍກ້າວເຂົ້າສູ່ລະດູໜາວຢ່າງຈິງຈັງ ຊຶ່ງຫຼາຍເຂດແຂວງໃນທົ່ວປະເທດລາວເຮົາ ຈະຖືກປົກຫຸ້ມໄປດ້ວຍອາກາດທີ່ແຕກຕ່າງກັນອອກໄປ ໂດຍສະເພາະພາກເໜືອ ເປັນເຂດທີ່ມີປ່າໄມ່ເປັນສ່ວນຫຼາຍ ແລະ ຈະເປັນຂົງເຂດທີ່ມີອາດກາດໜາວເຢັນຫຼາຍກວ່າຂົງເຂດອື່ນໆ.

ແຜນການທ່ອງທ່ຽວຍາມອາກາດໜາວແບບນີ້ ບໍ່ຕ້ອງເດີນທາງໄກໃຫ້ຍາກ ວາລະສານພວກເຮົາຢາກແນະນຳທ່ານໄປສຳພັດວີວທຳມະຊາດງາມໆບົນພູພຽງຟ້າສະຫວັນບົນດິນ ແຫ່ງສາລາຄຳພູຄູນ ເມື່ອຕື່ນໃນຕອນເຊົ້າໆຈະເຫັນມີນ້ຳໝອກຕົກລົງ ເມື່ອເວລາທີ່ດວງຕາເວັນກຳລັງເລີ່ມໂຜ່ຂຶ້ນພົ້ນຈາກຂອບຟ້າສ່ອງແສງລົງສູ່ພື້້ນທີ່ປ່າໄມ້ທີ່ຕໍ່າກວ່າ ຈະເຫັນໄດ້ເຖິງທະເລໝອກອັນສວຍສົດງົດງາມ ພ້ອມທັງ ໃຫ້ທ່ານກັກເກັບອາກາດບໍລິສຸດແບບທຳມະຊາດບົນພູພຽງ ແລະ ຖ່າຍຮູບພາບທີ່ງາມໆ ດ້ວຍຄວາມສຸກກາຍສຸກໃຈໄດ້ຕະຫຼອດການທ່ອງທ່ຽວ.

ພູພຽງຟ້າ ເປັນພູພຽງແຫ່ງໜຶ່ງ ທີ່ຕັ້ງຢູ່ລະຫວ່າງທາງຜ່ານຈາກເສັ້ນທາງນະຄອນຫຼວງວຽງຈັນ ຫາ ເມືອງພູຄູນ (ແຂວງຫຼວງພະບາງ) ຕາມສາຍທາງເລກທີ 13 ເໜືອ ໄລຍະທາງປະມານ 260 ກິໂລແມັດ ຫາກອອກມາຈາກທາງວຽງຈັນ ກໍຈະຮອດພູຟ້າກ່ອນ ເມືອງພູຄູນປະມານ 20 ນາທີ.

ພູພຽງຟ້ານີ້ ເປັນຈຸດຊົມທໍາມະຊາດທີ່ສວຍງາມ ແລະ ເປັນຈຸດແວ່ພັກໃຫ້ຫາຍເມື່ອຍ. ຫາກທ່ານມາທາງວຽງຈັນ ທໍາມະຊາດຂອງທີ່ນີ້ຈະມີພູພຽງທີ່ຕັ້ງສູງເດັ່ນສະຫງ່າ ສວຍງາມ ແລະ ສາມາດຊົມທິວທັດໄດ້ໂດຍຮອບໆເປັນພານາໂຣມ່າ ກວ້າງຂວາງສຸດສາຍຕາ ມີບັນຍາກາດທີ່ເຢັນສະບາຍ ເໝາະແກ່ການແວ່ພັກຍາມທີ່ເດີນທາງມາເມື່ອຍໆ.

ຢູ່ທີ່ພູພຽງແຫ່ງນີ້ ສາມາດແນມເຫັນ ພູພະເຈົ້າ ທີ່ຢູ່ເທິງເສັ້ນທາງໄປວັງວຽງ (ສາເຫດທີ່ຊື່ພູພະເຈົ້າເພາະວ່າ ເປັນພູສາມຫຼ່ຽມ ຄືກັບພະເຈົ້ານັ້ນເອງ) ຖ້າຫາກມາຕອນຕາເວັນໃກ້ຊິຕົກດິນ ບັນຍາກາດທີ່ນີ້ກໍແຫ່ງງາມ ຫຼື ຖ້າແມ່ນໃນລະດູໜາວ ອາກາດທີ່ນີ້ຈະໜາວເຢັນ ມີໝອກລອຍປົກຄຸມຈົນຂາວຈຸ່ນພຸ່ນໄປທົ່ວໃນຕອນເຊົ້າ ທີ່ຫຼາຍຄົນມັກເອີ້ນກັນວ່າ ທະເລໝອກ ສະຖານທີ່ແຫ່ງນີ້ບາງມື້ອາກາດເຢັນພໍດີ ແລະ ມີແດດອ່ອນໆຄ່ອຍໆສາດສ່ອງລົງມາ ເຮັດໃຫ້ສາມາດແນມເຫັນທິວທັດໄດ້ຢ່າງຕະການຕາ.

ນອກຈາກຄວາມງົດງາມຂອງທິວທັດທໍາມະຊາດແລ້ວ ເທິງພູພຽງຟ້າແຫ່ງນີ້ ຍັງມີສະຖານທີ່ກວ້າງຂວາງ ບໍ່ແອອັດ ມີມູມໃຫ້ຖ່າຍຮູບງາມໆ, ມີບ່ອນປິກນິກ, ມີການບໍລິການກາງເຕັ້ນນອນຊົມນັບດາວ ແລະ ທີ່ສໍາຄັນຍັງມີຮ້ານອາຫານພູພຽງຟ້າ ເຊິ່ງເປັນທີ່ພັກຜ່ອນຮັບປະທານອາຫານ, ດື່ມກາເຟຮ້ອນໆ ຫຼື ຈະນັ່ງຈິບເຄື່ອງດື່ມເຢັນໆພໍປະມານກໍໄດ້.

ແຖບຖິ່ນພູຄູນແຫ່ງນີ້ ເຖິງຈະເປັນເສັ້ນທາງທີ່ຄົດໂຄ້ງແດ່ກໍຕາມ ແຕ່ການເດີນທາງເຕັມໄປດ້ວຍອັນສວຍງາມນີ້ ກໍເປັນທີ່ໜ້າສົນໃຈ ແລະ ສາມາດດຶງດູດນັກທ່ອງທ່ຽວ ໂດຍສະເພາະນັກທ່ອງທ່ຽວຊາວຕ່າງປະເທດ ທັງຂີ່ລົດຖີບ, ລົດຈັກ ຈໍາພວກ big bike ທີ່ລວມຕົວກັນອອກທ່ອງທ່ຽວແຖບຖິ່ນດິນລາວເໜືອເປັນກຸ່ມໆ ເພື່ອຊື່ນຊົມຄວາມງາມລະຫວ່າງສອງຂ້າງທາງໄດ້ຢ່າງເບີກບານສໍາລານໃຈ.

ກ່ອນທ່ານຈະເດີນທາງເຂົ້າສູ່ເຂດພູພຽງຟ້າ ກໍມີຫຼາຍບ້ານທີ່ທ່ານຈະໄດ້ເຫັນ ທີ່ຍັງຄົງກິ່ນອາຍຂອງວັດທະນະທໍາ ອັນດັ່ງເດີມທ່າມກາງຄວາມພັດທະນາຄ່ອຍໆເຂົ້າມາຫາເທື່ອລະກ້າວ ເຊັ່ນວ່າ: ບ້ານຜາເຈົ້າ, ບ້ານຫີນໂງ່ນ, ບ້ານນໍ້າແປ໊ກ ແລະບ້ານອື່ນໆ.

ການໄປພິຊິດພູພຽງຟ້າ ເຊິ່ງຖືເປັນຈຸດຊົມທິວທັດທີ່ທ່ານຄວນຫາໂອກາດໄປຢ້ຽມຢາມ ໂດຍສະເພາະ ໃນລະດູຫນາວ ຈະຊຸ່ມເຢັນເຕັມໄປດ້ວຍທະເລໝອກ ເພາະພູພຽງຟ້າໄດ້ກາຍມາເປັນຈຸດທ່ອງວທ່ຽວທີ່ສໍາຄັນແຫ່ງຫນຶ່ງທີ່ທ່ານຕ້ອງໄປສຳພັດໃຫ້ເຖິງທີີ່ ໂດຍປັດຈຸບັນ ເຂດສາລາພູຄູນ ກໍມີຫລາຍກິດຈະກຳທ່ອງທ່ຽວທີ່ສ້າງຂຶ້ນມາ ເພື່ອຮອງຮັບນັກທ່ອງທ່ຽວທີ່ຫຼາກຫຼາຍ, ດ້ວຍການບໍລິການທີ່ດີ ນອກນັ້ນ, ການເດີນທາງໄປເມືອງພູຄູນແຫ່ງນີ້ ຮັບຮອງວ່າທ່ານຈະບໍ່ຜິດຫວັງ ຍ້ອນເມືອງພູຄູນ ຍັງມີຫຼາກຫຼາຍສະຖານທີ່ ແລະ ກິດຈະກຳອື່ນໆທີ່ໜ້າສົນໃຈອີກຫຼວງຫຼາຍ. (ວາລະສານທາເກັດ ສະບັບ 172 ເດືອນ ທັນວາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Comments