ໂຄງສ້າງການຄ້າລະຫວ່າງ ສປປ ລາວ ກັບ ສປ ຈີນ ໃນປັດຈຸບັນ

ການສ້າງຄວາມເຂົ້າໃຈຕໍ່ກັບການສົ່ງອອກ-ນຳເຂົ້າຂອງ ສປປ ລາວ ຕ້ອງກຳໄດ້ຈຸດພິເສດ ແລະ ທ່າແຮງຂອງຊາດອັນເປັນພື້ນຖານຂອງການພັດທະນາ. ສປປ ລາວ ເປັນປະເທດທີ່ອຸດົມຮັ່ງມີໄປດ້ວຍຊັບພະຍາກອນທໍາມະຊາດເປັນຕົ້ນແມ່ນ ປ່າໄມ້, ແມ່ນ້ຳ ແລະ ແຮ່ທາດ, ແຕ່ວ່າ ຊັບພະຍາກອນດັ່ງກ່າວໄດ້ຖືກຂຸດຄົ້ນໄປຢ່າງຫຼວງຫຼາຍໃນເວລາຫຼາຍທົດສະວັດທີ່ຜ່ານມາ ໂດຍບໍ່ຮັບການປຸງແຕ່ງ ແລະ ສ້າງມູນຄ່າເພີ່ມ (value-added) ຢ່າງແຂງແຮງເທົ່າທີ່ຄວນ. ໃນດ້ານແຮງງານກໍຍັງຂາດແຮງງານມີສີມືສະໜອງເຂົ້າໃສ່ການຜະລິດໃນຂະແໜງຕ່າງໆ, ແຕ່ເນື່ອງຈາກວ່າອັດຕາການເກີດໃນລາວຍັງສູງ ຈຶ່ງເປັນກາລະໂອກາດໃຫ້ສາມາດສະໜອງແຮງງານເພີ່ມຂຶ້ນໄປອີກ 10 ຫາ 15 ປີຕໍ່ໜ້າ. ສປປ ລາວ ຖືກຈັດເປັນປະເທດໃນກຸ່ມອຸດສາຫະກຳທີ່ການຜະລິດຍັງຈໍາກັດ, ໝາຍຄວາມວ່າ ອຸດສາຫະກຳປຸງແຕ່ງພາຍໃນປະເທດ ສ່ວນໃຫຍ່ຍັງມີລັກສະນະພື້ນຖານ, ບໍ່ໄດ້ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຜະລິດ, ສ່ວນໂຮງຈັກໂຮງງານທີ່ໃຊ້ອຸປະກອນທີ່ທັນສະໄໝຍັງມີຈໍານວນໜ້ອຍ ເຊິ່ງເປັນການລົງທຶນຈາກຕ່າງປະເທດເກືອບທັງໝົດ. ສິນຄ້າທີ່ລາວເຮົາສົ່ງອອກຈຶ່ງແມ່ນ ແຮ່ທາດ, ໄຟຟ້າ ແລະ ສິນຄ້າກະສິກຳຂັ້ນຕົ້ນ. ເຖິງແມ່ນວ່າ ແຮ່ທອງ, ແຮ່ຄຳ ແລະ ແຮ່ເງິນຈະມີມູນຄ່າສູງກໍຕາມ, ສິນຄ້າເຫຼົ່ານີ້ເປັນສິນຄ້າທີ່ບໍ່ມີການສ້າງມູນຄ່າເພີ່ມ ເມື່ອທຽບກັບບັນດາສິນຄ້າທີ່ຖືກນຳເຂົ້າສຳລັບຊົມໃຊ້ ແລະ ທຳການຜະລິດຢູ່ໃນປະເທດ. ເພາະວ່າສິນຄ້າປະເພດເຄື່ອງຈັກ, ເຄືື່ອງອີເລັກໂທຣນິກ ແລະ ພາຫະນະ ລ້ວນແລ້ວແຕ່ເປັນສິນຄ້າທີ່ສ້າງມູນຄ່າເພີ່ມສູງ ແລະ ເປັນສິ່ງທີ່ລາວຍັງບໍ່ສາມາດຜະລິດເອງໄດ້ ຈຶ່ງຈຳເປັນຕ້ອງໄດ້ນຳເຂົ້າ. ສະນັ້ນ, ການຂາດດຸນການຄ້າຂອງ ສປປ ລາວ ຈຶ່ງເປັນບັນຫາທີ່ເກີດຂຶ້ນຕິດຕໍ່ກັນເປັນເວລາຫຼາຍທົດສະວັດ ໃນໂຄງສ້າງການຄ້າໂດຍລວມ ໂດຍສະເພາະແມ່ນການຂາດດຸນການຄ້າຕໍ່ກັບປະເທດໄທ.  ດັ່ງທີ່ໄດ້ເຄີຍນໍາສະເໜີໄປ ໃນສະບັບເດືອນກັນຍາ 2020, ສະເພາະການຄ້າລາວ-ຈີນ ແມ່ນໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງ ໃນທົດສະວັດທີ່ຜ່ານມາ ແລະ ປະເທດລາວແມ່ນເກີນດຸນການຄ້າ ຢ່າງຕໍ່ເນື່ອງ ໃນຊຸມປີຜ່ານມາ.

ຕາຕະລາງທີ 1: ສິນຄ້າຫຼັກທີ່ສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ 5 ອັນດັບທຳອິດ, 2010-2019

ອັນດັບ2010201120122013201420152016201720182019
1ສາລີແຮ່ທອງ ແລະ ຫົວແຮ່ທອງບໍລິສຸດຄຳ; ເຄິ່ງສຳເລັດຮູບແຮ່ທອງ ແລະ ຫົວແຮ່ແຮ່ທອງ ແລະ ຫົວແຮ່ແຮ່ທອງ ແລະ ຫົວແຮ່ແຮ່ທອງ ແລະ ຫົວແຮ່ແຮ່ທອງ ແລະ ຫົວແຮ່ແຮ່ທອງ ແລະ ຫົວແຮ່
2ງາຖົ່ວແມັກຄາເດເມຍຖົ່ວແມັກຄາເດເມຍໝາກກ້ວຍຄຳ; ເຄິ່ງສຳເລັດຮູບຄຳ; ເຄິ່ງສຳເລັດຮູບໝາກກ້ວຍໝາກກ້ວຍເຍື່ອໄມ້ໝາກກ້ວຍ
3ຖົ່ວແມັກຄາເດເມຍໄມ້ຟືນສາລີທອງບໍລິສຸດໝາກກ້ວຍເກືອຂອງກົດອອກໄຊເກືອຂອງກົດອອກໄຊປຸ໋ຍທອງບໍລິສຸດເຍື່ອໄມ້
4ເຟີນິເຈີໄມ້ໄມ້ທ່ອນ (ບໍ່ທັນແປຮູບ)ແຜ່ນໄມ້ສົນ, ປັກເກໄມ້ຟືນທອງບໍລິສຸດໝາກກ້ວຍທັນຍາພືດອື່ນໆຢາງປຸ໋ຍປຸ໋ຍ
5ໄມ້ທ່ອນ (ບໍ່ທັນແປຮູບ)ເບຣິລລຽມ, ໂຄຣມຽມຂີ້ຄັ່ງ, ຢາງທຳມະຊາດແຮ່ເຫຼັກ ແລະ ຫົວແຮ່ນ້ຳຢາງທຳມະຊາດສາລີເຂົ້າສານທັນຍາພືດອື່ນໆໝາກກ້ວຍເຍື່ອໄມ້

ໝາຍເຫດ: ຂໍ້ມູນການສົ່ງອອກດ້ວຍ 6 digits ແຕ່ປີ 2010-2019 ລາຍງານໂດຍ ASEAN Stats ແລະ UN Comtrade

ສປ ຈີນ (29%) ເປັນຄູ່ຄ້າຫຼັກຂອງ ສປປ ລາວ ຮອງຈາກ ຣາຊອານາຈັກໄທ (46%). ມູນຄ່າສົ່ງອອກໄດ້ເພີ່ມຂຶ້ນຢ່າງກ້າວກະໂດດຫຼັງປີ 2013, ເຊິ່ງເປັນປີທີ່ ສປ ຈີນ ອອກນະໂຍບາຍຕ່າງປະເທດ “ໜຶ່ງແລວທາງໜຶ່ງເສັ້ນທາງ” ຫຼື Belt and Road Initiative. ອີງຕາມການລາຍງານຂອງ ASEAN Stats ເຊິ່ງເປັນເວບໄຊ້ສັງລວມຂໍ້ມູນຂອງອາຊຽນສະແດງໃຫ້ຮູ້ວ່າ ສິນຄ້າສົ່ງອອກອັນດັບໜຶ່ງໄປຈີນ ແມ່ນ ແຮ່ທາດ. ໃນປີ 2011 ແລະ 2014-2019, ມູນຄ່າການສົ່ງອອກແຮ່ທອງ ແລະ ຫົວແຮ່ດັ່ງກ່າວ (ຍັງບໍ່ທັນສະກັດເປັນທອງບໍລິສຸດ) ກວມເອົາຫຼາຍກວ່າເຄິ່ງໜຶ່ງຂອງການສົ່ງອອກທັງໝົດໄປ ສປ ຈີນ. ນອກຈາກນັ້ນ, ທອງບໍລິສຸດ, ຄຳເຄິ່ງສຳເລັດຮູບ ແລະ ແຮ່ເຫຼັກ ກໍເປັນສິນຄ້າທີ່ລາວສົ່ງອອກໄປຈີນອີກດ້ວຍ. ການນຳເຂົ້າແຮ່ທາດຢ່າງມະຫາສານຂອງຈີນກໍເພື່ອນຳໃຊ້ເຂົ້າໃນອຸດສາຫະກໍາການຜະລິດ, ການກໍ່ສ້າງ ທັງຍັງສາມາດຮັກສາຊັບພະຍາກອນແຮ່ທາດທີ່ມີພາຍໃນປະເທດຂອງຕົນໄວ້ເພື່ອໃຊ້ໃນອະນາຄົດອີກດ້ວຍ. ເນື່ອງຈາກຄວາມສາມາດໃນການຜະລິດດ້ານອື່ນຍັງຈຳກັດ, ລາວເຮົາຈຶ່ງມີຄວາມຈຳເປັນໃນການຂຸດຄົ້ນຊັບພະຍາກອນທຳມະຊາດເພື່ອສ້າງ ແລະ ຮັກສາລະດັບການຂະຫຍາຍຕົວທາງເສດຖະກິດ. ເຖິງຢ່າງໃດກໍຕາມ ເຮົາບໍ່ສາມາດປະຕິເສດໄດ້ວ່າ ການໝູນໃຊ້ແຮງງານລາວເຂົ້າໃນຂະແໜງການດັ່ງກ່າວຍັງໜ້ອຍຫຼາຍ ສະເລ່ຍແລ້ວມີພຽງແຕ່ 6% ເທົ່ານັ້ນໃນລະຫວ່າງປີ 2016-2020 ອີງຕາມການລາຍງານຂອງກະຊວງພະລັງງານ ແລະ ບໍ່ແຮ່. ສິນຄ້າກະສິກໍາທີ່ສໍາຄັນ ຕິດໃນປະເພດ ສິນຄ້າສົ່ງອອກຕົ້ນຕໍແມ່ນ ໝາກກ້ວຍ ເຊິ່ງກ້າວເຂົ້າມາມີບົດບາດພົ້ນເດັ່ນ ນັບແຕ່ປີ 2013 ເປັນຕົ້ນມາ. ໃນປີ 2016-2019, ມູນຄ່າການສົ່ງອອກໝາກກ້ວຍແມ່ນປະມານ 160 ລ້ານໂດລາສະຫະລັດ ກວມເອົາປະມານ 10% ຂອງມູນຄ່າການສົ່ງອອກ. ນອກນັ້ນ, ສາລີ, ຖົ່ວ (ແມັກຄາເດເມຍ), ງາ, ເຂົ້າ ແລະ ທັນຍາພືດ ກໍແມ່ນສິນຄ້າສົ່ງອອກໃນ 5 ອັນດັບທຳອິດເຊັ່ນກັນ. ນອກຈາກນີ້, ສິນຄ້າປະເພດໄມ້, ເຍື່ອໄມ້, ຢາງ ແລະ ປຸ໋ຍ ກໍເປັນທີ່ຕ້ອງການສູງຈາກຕະຫຼາດຂອງ ສປ ຈີນ.

ຕາຕະລາງທີ 2: ສິນຄ້າຫຼັກທີ່ນຳເຂົ້າໂດຍ ສປປ ລາວ ຈາກ ສປ ຈີນ 5 ອັນດັບທຳອິດ, 2010-2019

ອັນດັບ2010201120122013201420152016201720182019
1ເຄື່ອງສົ່ງສັນຍານສື່ສານອຸປະກອນ ໂທລະສັບໂຄມໄຟ, ດອກໄຟກະດານຈ່າຍກະແສໄຟຟ້າຊີມັງພອດແລນເຕົາເຜົາທີ່ໃຊ້ໃນອຸດສາ ຫະກຳເຄື່ອງຈັກ ແລະ ອຸປະກອນໄຟຟ້າທ່ອນ ແລະ ເສັ້ນເຫຼັກລົດຫຸ້ມເກາະວັດສະດຸກໍ່ສ້າງ ທີ່ເຮັດຈາກເຫຼັກ ຫຼື ເຫຼັກກ້າບໍ່ປະສົມ
2ຊິ້ນສ່ວນປະກອບລົດຈັກເຄື່ອງສົ່ງສັນຍານສື່ສານປາກກາປາກກາ, ນ້ຳໝຶກຕື່ມປາກກາເຄື່ອງສົ່ງສັນຍານສື່ສານສະຖານີສັນຍານພາຫະນະຂົນສົ່ງສິນຄ້າ; ນ້ຳໜັກບໍ່ເກີນ 5Tສ່ວນປະກອບກັງຫັນໄຮໂດຣລິກເຄື່ອງສົ່ງສັນຍານສື່ສານສ່ວນປະກອບກັງຫັນໄຮໂດຣລິກ
3ຢາສູບ (ລວມໃບຢາສູບ)ຕະປູກຽວ ແລະ ບູລອງອື່ນໆແຜ່ນໄມ້ອັດຢາສູບທີ່ບໍ່ທັນເອົາກ້ານ/ກ່າງອອກອຸປະກອບໂທລະສັບຢາສູບທີ່ບໍ່ທັນເອົາກ້ານ/ກ່າງອອກເສັ້ນລວດ, ເຄເບີລເຮັດດ້ວຍທອງໝໍ້ແປງໄຟຟ້າ; ກໍາລັງໄຟຟ້າບໍ່ເກີນ 650kVAທ່ອນ ແລະ ເສັ້ນເຫຼັກທີ່ເຮັດດ້ວຍເຫຼັກ ຫຼື ເຫຼັກກ້າບໍ່ປະສົມວັດສະດຸກໍ່ສ້າງ ທີ່ເຮັດຈາກເຫຼັກ ຫຼື ເຫຼັກກ້າບໍ່ປະສົມ
4ສ່ວນປະກອບໝໍ່້ແປງໄຟຟ້າເຄື່ອງກັງຫັນອາຍພົ່ນ, ກັງຫັນໃບພັດ; ໃຊ້ແກັສເສັ້ນລວດ, ເຄເບີລເຮັດດ້ວຍທອງສ່ວນປະກອບວົງຈອນອີເລັກໂຕຣນິກເຄື່ອງບັນທຶກ ຫຼື ຖ່າຍທອດວິດີໂອ; ຊະນິດທີ່ບໍ່ມີເທບແມ່ເຫຼັກເສັ້ນລວດ ແລະ ເຄເບີລ; ເສັ້ນລວດສຳລັບພັນ (ທີ່ບໍ່ແມ່ນທອງ)ພາຫະນະຂົນສົ່ງສິນຄ້າວັດສະດຸກໍ່ສ້າງ ທີ່ເຮັດຈາກເຫຼັກ ຫຼື ເຫຼັກກ້າບໍ່ປະສົມສ່ວນປະກອບກັງຫັນໄຮໂດຣລິກທ່ອນ ແລະ ເສັ້ນເຫຼັກທີ່ເຮັດດ້ວຍເຫຼັກ ຫຼື ເຫຼັກກ້າບໍ່ປະສົມ
5ວັດສະດຸກໍ່ສ້າງ ທີ່ເຮັດຈາກເຫຼັກເສັ້ນລວດ, ເຄເບີລເຮັດດ້ວຍທອງຂອບໄມ້ສຳລັບໃສ່ຮູບລົດດັບເພີງເສັ້ນລວດ ແລະ ເຄເບີລ, ແລະອຸປະກອນຕົວນຳໄຟຟ້າວັດສະດຸກໍ່ສ້າງ ທີ່ເຮັດຈາກເຫຼັກແກັດ, ຫີບ, ກ່ອງ ເຈ້ຍລົດຖອກດິນສຳລັບໃຊ້ງານນອກທາງຫຼວງວັດສະດຸກໍ່ສ້າງ ທີ່ເຮັດຈາກເຫຼັກ ຫຼື ເຫຼັກກ້າບໍ່ປະສົມສາຍຊະນວນຈູດລະເບີດ ແລະ ສ່ວນປະກອບອື່ນໆ

ໝາຍເຫດ: ຂໍ້ມູນການນຳເຂົ້າດ້ວຍ 6 digits ແຕ່ປີ 2010-2019 ລາຍງານໂດຍ ASEAN Stats ແລະ ລາຍງານໂດຍ UN Comtrade

ເຊັ່ນດຽວກັນກັບການສົ່ງອອກ, ມູນຄ່າການນຳເຂົ້າສິນຄ້າຈາກ ສປ ຈີນ ເພີ່ມຂຶ້ນຢ່າງກ້າວກະໂດດຫຼັງປີ 2014 ເປັນຕົ້ນມາ, ເຊິ່ງສິນຄ້ານຳເຂົ້າຈະມີຄວາມຫຼາກຫຼາຍກວ່າສິນຄ້າທີ່ສົ່ງອອກໄດ້ແກ່ບັນດາເຄື່ອງຈັກ, ອຸປະກອນໄຟຟ້າ, ອີເລັກໂຕຣນິກຕ່າງໆ. ສິນຄ້ານຳເຂົ້າອັນດັບໜຶ່ງ ແລະ ອັນດັບສອງແມ່ນສະຫຼັບສັບປ່ຽນຕຳແໜ່ງຂຶ້ນລົງໃນໄລຍະທົດສະວັດຜ່ານມາປະກອບດ້ວຍ: ເຄື່ອງສົ່ງສັນຍານ, ອຸປະກອນໂທລະສັບ, ເຄື່ອງຈັກ, ອຸປະກອນໄຟຟ້າ, ພາຫະນະຂົນສົ່ງສິນຄ້າ, ເຕົາເຜົາ, ຊີມັງ, ເຫຼັກເສັ້ນ ແລະ ວັດສະດຸກໍ່ສ້າງ. ສ່ວນອັນດັບສາມ ແລະ ສີ່ ປະກອບມີ ໝໍ້ແປງໄຟຟ້າ, ເສັ້ນລວດ, ເຄເບີລ, ທ່ອນເຫຼັກ, ຕະປູ ແລະ ວັດສະດຸກໍ່ສ້າງ. ການນຳເຂົ້າສິນຄ້າປະເພດດັ່ງກ່າວກໍເນື່ອງມາຈາກການພັດທະນາຂະແໜງການໄຟຟ້າ ແລະ ບໍ່ແຮ່ ທີ່ຕ້ອງການມີການກໍ່ສ້າງເຂື່ອນໄຟຟ້າ ແລະ ຂຸດຄົ້ນແຮ່ທາດຫຼາຍແຫ່ງ ໃນໄລຍະນັ້ນຢ່າງຫຼວງຫຼາຍ ໂດຍສະເພາະແມ່ນການລົງທຶນໂດຍກົງຂອງ ສປ ຈີນ ທີ່ເລີ່ມເຂົ້າມາມີບົດບາດນັບຕັ້ງແຕ່ທ້າຍຊຸມປີ 2000 ເປັນຕົ້ນມາ. ນອກຈາກນີ້, ໃນປີ 2010 ແລະ 2014, ໃບຢາສູບ ແລະ ຢາສູບທີ່ບໍ່ທັນເອົາກ້ານອອກ ກໍເປັນທີ່ຕ້ອງການພາຍໃນເຊິ່ງຖືກນຳໃຊ້ເຂົ້າໃນການຜະລິດຢາສູບອີກດ້ວຍ. ພ້ອນນັ້ນ, ນັບແຕ່ທ້າຍປີ 2016 ເປັນຕົ້ນມາ, ການນໍາເຂົ້າທີ່ຕິດພັນກັບໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່ ຄື: ໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ແລະ ໂຄງການທາງດ່ວນ ໄລຍະທີ 1 ວຽງຈັນ-ວັງວຽງ ກໍພາໃຫ້ມີການນໍາເຂົ້າສິນຄ້າປະເພດວັດສະດຸກໍ່ສ້າງ ເຊັ່ນວ່າ ເສັ້ນເຫຼັກ, ທ່ອນເຫຼັກ, ເຫຼັກກ້າປະສົມ ໄດ້ເພີ່ມສູງຂຶ້ນຢ່າງຫຼີກລ່ຽງບໍ່ໄດ້.

ຂໍ້ສະເໜີແນະໜຶ່ງທີ່ສຳຄັນແມ່ນ ນອກຈາກການລົງທຶນໂດຍກົງຈາກຕ່າງປະເທດໃນໂຄງການພື້ນຖານໂຄງລ່າງ ລະດັບຊາດ, ຂະແໜງການຂຸດຄົ້ນພະລັງງານ ແລະ ບໍ່ແຮ່ ໃຫຍ່ໆແລ້ວ, ພວກເຮົາຄວນສຸມໃສ່ການສ້າງຄວາມຫຼາກຫຼາຍ ທາງດ້ານການຄ້າ-ການລົງທຶນ ໂດຍສະເພາະແມ່ນຂະແໜງການຜະລິດ-ປຸງແຕ່ງ ທີ່ສາມາດສ້າງວຽກເຮັດງານທຳ ແລະ ລາຍຮັບອັນເປັນຮູບປະທຳໃຫ້ແກ່ປະຊາຊົນໄດ້ຫຼາຍຍິ່ງຂຶ້ນກວ່າເກົ່າ, ເຊິ່ງອາດຈະເລີ່ມຈາກການພັດທະນາຕ່ອງໂສ້ມູນຄ່າຂອງສິນຄ້າກະສິກໍາ ທີ່ມີຮາກຖານທີ່ກວ້າງໃຫຍ່ໃນຂອບເຂດທົ່ວປະເທດຢູ່ແລ້ວ ເພື່ອເປັນເງື່ອນໄຂໄປສູ່ການຫັນ ປ່ຽນເປັນການປຸງແຕ່ງແບບອຸດສາຫະກໍາ ແລະ ທັນສະໄໝຕາມທິດທາງນະໂຍບາຍທີ່ພັກ-ລັດວາງອອກ. (ວາລະສານທາເກັດ ສະບັບ 172 ເດືອນ ທັນວາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Current Lao-Chinese Trade Structure

To really understand the export-import situation of the Lao PDR, one must make sense of its comparative advantages which serve as the development foundation of the country. Lao PDR is rich in natural resources, namely forestry, river and minerals. However, such resources have been substantially extracted during the past decade and exported without being processed and value-added as it should be. In terms of labor, the country is lacking supply skill labor to support production in different sectors. Fortunately, Laos has high birth rate which could enable to country to fill it labor shortage within 10 to 15 years ahead. Lao PDR is categorized under a group with limited industry meaning that most processing industries in the country are still in the basic level without involving modern technology in their production process. Only limited number of factories are now making use of advanced innovation and almost all of them are foreign invested. Most of Lao imports are centered at minerals, electricity and agricultural goods. Despite the high value gained from exporting copper ore and gold ore, these commodities have not been value-added when compared with imported goods for domestic consumption and production. Because machines, electronic devices and vehicles are high-value products which Laos cannot manufacture on its own, they have to be imported. With such fact, Laos has been experiencing trade deficit for several decades in its overall trade structure, especially with Thailand. Fortunately, the strong growth of Lao-Chinese trade during the past decade has been able to help Laos gaining trade surplus continuously for several years, according to my article back in September 2020.

Table 1: Top 5 Main Products Exported from the Lao PDR to China, 2010-2019

Rank2010201120122013201420152016201720182019
1CornGold ore and ore concentratePure goldSemi-refined goldGold ore and ore concentrateGold ore and ore concentrateGold ore and ore concentrateGold ore and ore concentrateGold ore and ore concentrateGold ore and ore concentrate
2Sesame seedMacadamia nutMacadamia nutBananaSemi-refined goldSemi-refined goldBananaBananaWood pulpBanana
3Macadamia nutCharcoal woodCornPure goldBananaSodium oxideSodium oxideFertilizerPure goldWood pulp
4Wooden furnitureWood log (unprocessed)Pinewood and parquet boardCharcoal woodPure goldBananaGrainsRubberFertilizerFertilizer
5Wood log (unprocessed)Beryllium, chromiumSticklac, natural rubberIron ore and ore concentrateNatural liquid rubberCornRiceGrainsBananaWood pulp

Notice: this export information denominated in 6 digits from 2010-2019 is reported by the ASEAN Stats and UN Comtrade

China (29%) is Lao main trading partner after Thailand (46%). Lao-Chinese trade has been growing dramatically since 2013, the year when China launched its foreign policy of “One Belt One Road Initiative.” According to a report of the ASEAN Stats, a website collecting information of ASEAN, Lao number one product exported to China is minerals. In 2011 and 2014-2019, Lao export value of gold ore and ore concentrate (unpurified gold) covered more than half of its total export to China. In addition, pure gold, semi-refined gold and iron ore were exported to China as well. China imports a tremendous amount of minerals to use in its production industry and construction, while reserving its own mineral resources for future use. Because of limited productivity, Laos has been forced to sell its natural resources to build and maintain its economic growth. However, we cannot deny the fact that Lao laborers have not been paid attention on much. According to a report by Ministry of Labor and Social Welfare, only 6% of Lao laborers between 2016 and 2019 have been employed in the production industry. One of the most important agricultural products is banana which has become Lao main export product since 2013. From 2016 to 2019, banana export value reached 160 million US dollar which covered approximately 10% of total export value. Furthermore, corn, macadamia nut, sesame seed, rice and grain also make it to the top 5 of export commodities as well. In addition, wood products, wood pulp, rubber and fertilizer are also highly demanded by China.

Table 2: Top 5 Main Goods Imported by the Lao PDR from China, 2010-2019

Rank2010201120122013201420152016201720182019
1Signal transmission deviceTelephoneLamp, light bulbElectric distribution boardPortland cementIncineratorMachine and electrical applianceSteel bar and iron rodArmored carConstruction materials made from iron or pure steel
2Motorcycle assembly partsSignal transmission devicePenPen, inkSignal transmission deviceSignal transmitter stationTransportation vehicle weighed less than 5TParts of hydraulic turbineSignal transmission deviceParts of hydraulic turbine
3Cigarette (including tobacco leaf)Spiral nail and anchor boltPlywood sheetTobacco without stem removedTelephoneTobacco without stem removedWire, cable made of copperTransformer with electric power of less than 650kVASteel bar and iron rod made from iron or pure steelConstruction materials made from iron or pure steel
4Parts of transformerJet engine, pinwheel turbine using gasWire, cable made from copperParts of electronic circuitVideo recording or broadcasting device without a magnetic tapeWire and cable; wire; non-copper wrapping wireProduct transportation vehicleConstruction materials made from iron or pure steelParts of hydraulic turbineSteel bar and iron rod made from iron and pure steel
5Construction materials made from steelWire, cable made from copperWooden photo frameFire truckWire and cable, and conductorConstruction materials made from steelCrate, chest, paper boxDump truck to be used outside main roadConstruction materials made from iron or pure steelExplosive fuse and other parts

Notice: this import information denominated in 6 digits from 2010-2019 is reported by the ASEAN Stats and UN Comtrade

Similar to export, value of imports from China has increased sharply since 2014. Imported products are more diverse than export which comprise machine, electrical appliance, electronic device and so on. There have been consistent changes in the top one and top two products among signal transmission device, telephone, machine, electrical appliance, product transportation vehicle, incinerator, cement, iron rod and construction materials. While the third and fourth places consist of transformer, wire, cable, steel bar, nail and construction materials. Laos has been importing all these goods in order to support the development of its electricity and mineral sector which need these commodities to build several hydropower dams and implement mining projects, especially those invested by China itself which have started since the late 2000s. Furthermore, between 2010 and 2014, tobacco leaf and tobacco without stem removed were demanded domestically urging the government to import in order to produce cigarette. Since 2016, commodities closely related to major basic infrastructure projects, such as the Laos-China High-Speed Railway and phase 1 of Vientiane-Vang Vieng Highway, have been increasingly and unavoidably imported which include iron rod, steel bar and mix steel.

One important recommendation that the government should consider is that apart from a focus on major basic infrastructure, electricity and mining projects funded by foreign investors, we should also concentrate on diversifying our trade and investment, especially to production and processing industry in order to create more jobs and income for people. We can start from the development of a value chain in agriculture with its production base nationwide as a condition to transition into modern processing industry as directed by the party and government.(Target Magazine issue 172 December 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments