ທະນາຄານ ບີໄອຊີ ພູມໃຈທີ່ເປັນທະນາຄານແຫ່ງທຳອິດຂອງລາວ ທີ່ຂະຫຍາຍທຸລະກິດອອກນອກປະເທດ

ປະຫວັດ ແລະ ຄວາມເປັນມາຂອງທະນາຄານ BIC ລາວລວມທັງວິໄສທັດ, ຍຸດທະສາດ ແລະ ການດໍາເນີນທຸລະກິດຂອງທະນາຄານດັ່ງກ່າວ?

ທະນາຄານ BIC ລາວ ຫຼື ແຕ່ເດີມຮູ້ຈັກກັນໃນນາມທະນາຄານການຄ້າສາກົນ (ICB), ຖືກສ້າງຕັ້ງຂຶ້ນຄັ້ງທຳອິດໃນ ສປປລາວ ໃນປີ 2008. ໃນປີ 2015, ກຸ່ມບໍລິສັດ AIF ໂດຍຮ່ວມມືກັບ
ລັດວິສາຫະກິດໄຟຟ້າລາວ (EDL) ໄດ້ເຂົ້າຊື້ທຸລະກິດ ICB ພາຍໃຕ້ສ່ວນແບ່ງ 70 ແລະ 30 ສ່ວນຮ້ອຍຕາມລຳດັບ.

ໃນປີ 2017, ພວກເຮົາໄດ້ປ່ຽນຊື່ຈາກທະນາຄານການຄ້າສາກົນມາເປັນທະນາຄານສົ່ງເສີມການລົງທຶນ ແລະ ການຄ້າ (BIC).ນັບຕັ້ງແຕ່ນັ້ນມາ, ທະນາຄານແຫ່ງນີ້ກໍ່ໄດ້ຮັບລາງວັນຢ່າງຫຼວງ
ຫຼາຍສຳລັບຄວາມມຸ້ງໝັ້ນໃນການສະໜອງການບໍລິການທີ່ດີໃຫ້ແກ່ລູກຄ້າຢ່າງສະໝ່ຳສະເໝີ. ພວກເຮົາໄດ້ຮັບລາງວັນທະນາຄານສາຂາຍ່ອຍດີເດັ່ນໃນ ສປປ ລາວ 4 ຄັ້ງຕິດຕໍ່ກັນໃນລະຫວ່າງປີ 2015 ແລະ 2018 ຈາກວາລະສານການເງິນສາກົນ ແລະ ວາລະສານການເງິນ ແລະ ການທະນາຄານໂລກທີ່ມີສຳນັກງານຢູ່ນະຄອນຫຼວງລອນດອນ. ລາງວັນເຫຼົ່ານີ້ແມ່ນສິ່ງທີ່ຢັ້ງຢືນເຖິງເປົ້າໝາຍອັນໜັກແໜ້ນຂອງພວກເຮົາເຊິ່ງກໍ່ຄືລູກຄ້າທຸກທ່ານທີ່ໃຫ້ການສະໜັບສະໜຸນພວກເຮົາຕະຫຼອດຫຼາຍປີທີ່ຜ່ານມາ.

ພາລະກິດຫຼັກຂອງທະນາຄານ BIC ລາວ ແມ່ນການສະໜອງການບໍລິກາທາງດ້ານທະນາຄານ ແລະ ການເງິນຢ່າງຮອບດ້ານໃນສປປ ລາວ ພ້ອມທັງຍັງມີວິໄສທັດໃນການກ້າວໄປສູ່ທະນາຄານທີ່ສາມາດສະໜອງການບໍລິການອັນດີເລີດໃຫ້ແກ່ລູກຄ້າໄດ້, ໂດຍຜ່ານຜະລິດຕະພັນ ແລະ ການບໍລິການທາງດ້ານນະວັດຕະກຳທີ່ອອກແບບດ້ວຍເຕັກໂນໂລຊີລ້ຳສະໄໝ, ເພື່ອແນໃສ່ຕອບສະໜອງໄດ້ຕໍ່ຄວາມຄາດຫວັງຂອງລູກຄ້າ. ໃນບັນດາພາລະກິດທັງໝົດທີ່ທະນາຄານດຳເນີນການໃນຊ່ວງຊຸມປີທີ່ຜ່ານມາລວມມີການຍົກລະດັບລະບົບສູນກາງທະນາຄານ, ການອອກຜະລິດຕະພັນໃໝ່,ເຊັ່ນວ່າ: ບັດ ເຄຣດິດ, ການໂອນເງິນຂ້າມທະນາຄານໂດຍຮ່ວມມືກັບທະນາຄານການຄ້າຕ່າງປະເທດລາວ (BCEL) ຜ່ານໂປຣແກຣມ, ການເປີດໜ່ວຍບໍລິການຢູ່ບັນດາແຂວງຕ່າງໆ, ແລະ ຍັງໄດ້ປັບປຸງໂປຣແກຣມມືຖືເພື່ອຕອບສະໜອງຕໍ່ຄວາມຕ້ອງການຂອງລູກຄ້າທີ່ເພີ່ມຂຶ້ນ.

ພວກເຮົາຈະສືບຕໍ່ເສີມສ້າງຄວາມເຂັ້ມແຂງທາງດ້ານຄວາມ
ອາດສາມາດເພື່ອຂະຫຍາຍຕົວ ແລະ ສ້າງຄຸນຄ່າໃຫ້ແກ່ບັນດາຄູ່ຮ່ວມທຸລະກິດໂດຍຜ່ານການປັບປຸງການສະໜອງການບໍລິການ, ເຊັ່ນວ່າ: ລະບົບພື້ນຖານໂຄງລ່າງຫຼັກ, ລະບົບທະນາຄານອອນລາຍ, ບັດ MasterCard ລະດັບສູງ ແລະ ການຂະຫຍາຍໜ່ວຍບໍລິການເພີ່ມເຕີມໃນບາງແຂວງ. ບັນດາວຽກງານເຫຼົ່ານີ້ແມ່ນພາລະກິດທີ່ເພີ່ມມາຈາກການເປັນຄູ່ຮ່ວມຫຸ້ນຂອງ LAPNet ພາຍໃຕ້ທະນາຄານແຫ່ງ ສປປ ລາວ.

ສິ່ງທີ່ທ່ານ Lim ສາມາດເຮັດໃຫ້ທະນາຄານ ບີໄອຊີ  (BIC) ໄດ້

ທ່ານ Lim Wai Hoong, ອາຍຸ 56 ປີ, ປັດຈຸບັນເປັນຜູ້ບໍລິຫານຂອງທະນາຄານ ບີໄອຊີ ແລະ ເປັນ VP ຂອງກຸ່ມບໍລິສັດເອໄອເອັຟ ຕັ້ງແຕ່ເດືອນພຶດສະພາປີ 2019. ລາວເປັນຄົນປະເທດ
ມາເລເຊຍ ເຊິ່ງມີປະສົບການເຮັດວຽກດ້ານການທະນາຄານທັງພາຍໃນປະເທດມາເລເຊຍ ແລະ ສປປ ລາວ ຮວມໄດ້ 30 ປີ ພ້ອມທັງມີປະສົບການທີ່ຫລາກຫລາຍທີ່ຜ່ານມາດຕະຖານຂອງພາຍໃນປະເທດ ແລະ ມາດຕະຖານສາກົນ ເຊິ່ງສິ່ງດັ່ງກ່າວສາມາດຮັບປະກັນໃຫ້ລູກຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ວ່າລາວມີຄວາມສາມາດດ້ານການບໍລິຫານເພື່ອພັດທະນາ ແລະ ຈັດຕັ້ງປະຕິບັດໂຄງການຕ່າງໆໄດ້ເປັນຢ່າງດີ ພ້ອມທັງສາມາດຫລຸດຜ່ອນຄວາມສ່ຽງທີ່ຈະເກີດຂຶ້ນຈາກການປະຕິບັດວຽກງານ. ດ້ວຍຄວາມຮູ້ທີ່ກວ້າງຂວາງຂອງທ່ານ Lim Wai Hoong, ຍັງກ່າວວ່າ: ພວກເຮົາສາມາດສ້າງອົງກອນທີ່ເຂັ້ມແຂງ ແລະ ຂະບວນການ ການປະເມີນດ້ານເຕັກນິກສິນເຊື່ອທີ່ເປັນລະບົບ, ສ້າງວັດທະນະທຳ ຄວາມສ່ຽງພາຍໃນອົງກອນທີ່ເຂັ້ມແຂງພ້ອມທັງສ້າງຄວາມເຂົ້າໃຈກ່ຽວກັບລະບົບການບໍລິຫານ ແລະ ການປະຕິບັດຕາມຢ່າງຮອບດ້ານເພື່ອຮັບປະກັນຄວາມສາມາດຂອງພວກເຮົາທີ່ບໍ່ພຽງແຕ່ເຮັດໃຫ້ທຸລະກິດຂອງພວກເຮົາຫມັ້ນຄົງເທົ່ານັ້ນ, ແຕ່ຍັງເປັນການໃຫ້ຄຳໝັ້ນສັນຍາ ແລະສ້າງຄວາມເຊື່ອຫມັ້ນໃນການປະຕິບັດຫນ້າທີ່ຢ່າງມີປະສິດທິພາບຂອງພວກເຮົາໃຫ້ແກ່ພາກສ່ວນຕ່າງໆກ່ຽວຂ້ອງ.

ຜົນສຳເລັດທາງດ້ານທຸລະກິດອັນສຳຄັນຂອງ BIC ແລະ ວິທີໃນການຈັດການກັບ COVID-19.

ນັບຕັ້ງແຕ່ກໍ່ຕັ້ງທະນາຄານໃນປີ 2008, ທຸລະກິດກໍ່ຂະຫຍາຍຕົວໄປເທື່ອລະກ້າວດັ່ງທີ່ເຫັນໃນເອກະສານສະແດງສະຖານະທາງການເງິນຂອງທະນາຄານ. ສິ່ງດັ່ງກ່າວເປັນຜົນມາຈາກການ
ບໍລິຫານອັນເຂັ້ມແຂງພ້ອມຄວາມສາມາດໃນການຫຼຸດຜ່ອນຄວາມສ່ຽງ ແລະ ໃນຂະນະດຽວກັນ, ກໍ່ສ້າງເປັນແບບຢ່າງທຸລະກິດອັນຍືນຍົງເພື່ອໃຫ້ສາມາດບັນລຸຄຳໝັ້ນສັນຍາທີ່ໃຫ້ໄວ້ກັບຄູ່ຮ່ວມຫຸ້ນ.
ນອກເໜືອຈາກ 3 ສາຂາຂອງພວກເຮົາທີ່ມີຢູ່ໃນນະຄອນຫຼວງວຽງຈັນ 2 ແຫ່ງ ແລະ ປາກເຊ, ແຂວງຈຳປາສັກ, 1 ແຫ່ງແລ້ວ,ທະນາຄານຂອງພວກເຮົາໃນປີທີ່ຜ່ານມາຍັງໄດ້ຂະຫຍາຍການເຂົ້າເຖິງລູກຄ້າໃຫ້ກວ້າງຂຶ້ນ ໂດຍການເປີດໜ່ວຍບໍລິການຢູ່ແຂວງສະຫວັນນະເຂດ (ໃນປີ 2019) ແລະ ຢູ່ຫຼວງພະບາງ (ໃນປີ 2020). ພວກເຮົາຍັງຮູ້ສຶກພູມໃຈທີ່ໄດ້ເປັນທະນາຄານແຫ່ງທຳອິດໃນ ສປປ ລາວ ທີ່ສາມາດຂະຫຍາຍທຸລະກິດການທະນາຄານອອກນອກປະເທດ, ກໍຄືການເປີດທະນາຄານ BIC ສາຂາກໍາປູເຈຍໄດ້ສໍາເລັດໃນເດືອນກໍລະກົດ 2018. ນີ້ແມ່ນຫຼັກຖານທີ່ຊ່ວຍຢັ້ງຢືນເພີ່ມຕື່ມໃຫ້ເຫັນເຖິງຄວາມມຸ້ງໝັ້ນຂອງພວກເຮົາໃນການສ້າງທຸລະກິດທີ່ຈະຊ່ວຍສະໜອງການບໍລິການໃຫ້ແກ່ລູກຄ້າບໍ່ພຽງແຕ່ໃນ ສປປ ລາວ ເທົ່ານັ້ນ, ແຕ່ຍັງລວມໄປເຖິງພາຍໃນພາກພື້ນນຳອີກ.

ໜຶ່ງໃນປັດໄຈສຳຄັນຕໍ່ຄວາມສຳເລັດໃນທຸລະກິດຂອງພວກເຮົາແມ່ນຄວາມສາມາດໃນການໃຊ້
ປະໂຫຍດຈາກຈຸດແຂັງຂອງກຸ່ມ AIF ຜູ້ທີ່ມີແນວຄິດກົງກັບພວກເຮົາດ້ານການພັດທະນາທຸລະກິດການທະນາຄານໃຫ້ຂະຫຍາຍຕົວໄດ້ຢ່າງຍືນຍົງ ແລະ ໃຫ້ກາຍເປັນທະນາຄານທີ່ທຸກຄົນໄວ້ໃຈໄດ້.ປັດຊະຍາຂອງກຸ່ມທຸລະກິດ ແລະ ທະນາຄານຂອງພວກເຮົາບໍ່ໄດ້ແນໃສ່ການກາຍເປັນອັນດັບ 1 ໃນອຸດສະຫະກຳນີ້, ແຕ່ເນັ້ນໜັກໃສ່ຄວາມສາມາດໃນການສະໜອງໂອກາດເພື່ອປະໂຫຍດສູງສຸດໃຫ້ແກ່ລູກຄ້າບົນພື້ນຖານຂອງຄວາມຫຼາກຫຼາຍແລະຄວາມເປັນເອກະລັກ.

ການທີ່ຈະພັດທະນາທຸລະກິດໃຫ້ໄດ້ຢ່າງຍືນຍົງ, ພວກເຮົາຕ້ອງໄດ້ອາໄສບັນດາຫົວໜ່ວຍທຸລະ
ກິດພາຍໃນກຸ່ມເປັນຫຼັກ, ຜູ້ທີ່ມີຄວາມຊໍານິຊຳນານໃນແຕ່ລະຂົງເຂດ. ການເຮັດວຽກຮ່ວມກັບພວກເຂົາຊ່ວຍເປີດໂລກກວ້າງໃຫ້ແກ່ພວກເຮົາ ພ້ອມທັງຍັງສະໜອງຄວາມສາມາດໃນການຂ້າມຜ່ານອຸປະສັກຕ່າງໆຍ້ອນພວກເຮົາມີການກຳນົດຍຸດທະສາດມາເປັນຢ່່າງດີ. ການເຮັດວຽກຮ່ວມກັນລະຫວ່າງທະນາຄານ ແລະ ຫົວໜ່ວຍທຸລະກິດພາຍໃຕ້ກຸ່ມບໍລິສັດ AIF ຈະຊ່ວຍນຳພາພວກເຮົາໄປຢູ່ໃນຈຸດທີ່ສາມາດບັນລຸຜົນສຳເລັດໂດຍຜ່ານການລວມຈຸດແຂງທາງດ້ານທຸລະກິດຂອງຄູ່ຮ່ວມມືເຂົ້າກັນ ແລະ ຢຸດຢັ້ງທຸກໂອກາດທີ່ຈະກີດຂວາງການຂະຫຍາຍຕົວຂອງທຸລະກິດ. ນີ້ຈະຊ່ວຍໃຫ້ທັງກຸ່ມບໍລິສັດ ແລະ ທະນາຄານກ້າວໜ້າໄປພ້ອມໆກັນ.

ປະເດັນທີ່ສຳຄັນທີ່ສຸດແມ່ນພວກເຮົາເກັ່ງໄດ້ຍ້ອນທີມງານ ແລະ ຖ້າເບິ່ງຈາກຄວາມເປັນຈິງທັງ
ໝົດແລ້ວ, ທີມງານທະນາຄານຂອງພວກເຮົາບໍ່ເປັນສອງຮອງໃຜເລີຍ. ຖ້າປາສະຈາກພວກເຂົາແລ້ວ,ພວກເຮົາຈະບໍ່ມີທາງມາຮອດຈຸດທີ່ຢືນຢູ່ໃນປັດຈຸບັນໄດ້ຢ່າງແນ່ນອນ. ພວກເຮົາສະໜັບສະໜຸນຄວາມສາມັກຄີ, ການພັດທະນາຕົນເອງ, ທັດສະນະດ້ານການບໍລິການທີ່ດີ, ຄວາມສື່ສັດ ແລະ ຄວາມກະຕືລືລົ້ນຢູ່ບ່ອນເຮັດວຽກເພື່ອເຮັດໃຫ້ພະນັກງານທຸກຄົນມີຄວາມຮູ້ສຶກວ່າເປັນສ່ວນໜຶ່ງກັບອົງກອນ.ພວກເຮົາຂໍຊົມເຊີຍຄວາມມຸ້ງໝັ້ນ, ການອຸທິດຕົນ ແລະ ຄວາມພະຍາຍາມອັນສູງສົ່ງຂອງພະນັກງານແລະ ຄະນະຜູ້ບໍລິຫານໝົດທຸກຄົນ, ໂດຍສະເພາະໃນຊ່ວງໄລຍະຂອງການແຜ່ລະບາດ. ພວເຂົາມີຄວາມມຸ້ງໝັ້ນ ແລະ ມີທັດສະນະຄະຕິທີ່ເປັນບວກ ພ້ອມທັງຍັງມີສະມາທິສູງໃນການບັນລຸໜ້າທີ່ຮັບຜິດຊອບຕໍ່ລູກຄ້າ ແລະ ຜູ້ຮ່ວມຫຸ້ນ. ພວກເຮົາເປີດໃຫ້ບໍລິການຢ່າງເຕັມທີ່ໃນລະຫວ່າງຊ່ວງໄລຍະປິດເມືອງ ແລະ ສາມາດອຳນວຍຄວາມສະດວກໃຫ້ແກ່ລູກຄ້າທັງພາຍໃນ ແລະ ຕ່າງປະເທດ, ຜູ້ທີ່ບໍ່ສາມາດເດີນທາງກັບບ້ານ-ເມືອງຂອງຕົນໄດ້ເນື່ອງຈາກມີຂໍ້ຈຳກັດດ້ານການເດີນທາງ. ນີ້ແມ່ນການສະແດງອອກໃຫ້ເຫັນເຖິງຄຳໝັ້ນສັນຍາ ແລະ ຄວາມມຸ້ງໝັ້ນໃນການຂັບເຄື່ອນແຜນລິເລີ່ມຂອງທະນາຄານ ແລະ ບັນລຸຈຸດປະສົງລວມຂອງທຸລະກິດ. ທັງໝົດນີ້ຫຼອມລວມກັນກາຍເປັນວັດທະນະທຳແຫ່ງການຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງທະນາຄານທີ່ເອີ້ນວ່າແນວຄິດ “Because I Care” ທີ່ປູກຝັງເຂົ້າໃນຈິດໃຈຂອງທຸກໆຄົນ.

ທະນາຄານມີວິທີໃນແກ້ໄຂບັນຫາ COVID-19 ໃນດ້ານເຕັກໂນໂລຊີຄືແນວໃດເພື່ອໃຫ້ສາມາດ
ຕອບສະໜອງໄດ້ຕໍ່ຄວາມປ່ຽນແປງດ້ານການດຳລົງຊີວິດຂອງລູກຄ້າ?

ພວກເຮົາສາມາດເວົ້າໄດ້ເຕັມປາກວ່າການແຜ່ລະບາດຂອງ COVID-19 ໄດ້ກໍ່ໃຫ້ເກີດມີການຊົມ
ໃຊ້ເຕັກໂນໂລຊີດິຈິຕອລ໌ສູງຂຶ້ນ. ການຫັນປ່ຽນໄປສູ່ລະບົບດິຈິຕອນໄດ້ກາຍເປັນວຽກງານບູລິມະສິດລຳດັບຕົ້ນໆ. ຫຼາຍຄົນເລີ່ມນຳໃຊ້ເຄື່ອງມືດິຈິຕອນເຂົ້າໃນການຊຳລະໃບແຈ້ງໜີ້, ໂອນເງິນທາງອອນລາຍ, ຊື້ເຄື່ອງໃຊ້ຂອງສອຍ ແລະ ອາຫານ ແລະ ອື່ນໆ.

ໂດຍພື້ນຖານແລ້ວ, ເຖິງແມ່ນວ່າໃນຍຸກກ່ອນ COVID-19 ກໍ່ມີອັດຕາຂອງການຫັນປ່ຽນໄປສູ່ລະ
ບົບດິຈິຕອນໃນຫຼາກຫຼາຍຂະແໜງການສູງຢູ່ກ່ອນແລ້ວ. ເຊື້ອພະຍາດດັ່ງກ່າວໄດ້ປ່ຽນແປງສະຖານະການດັ່ງກ່າວໃຫ້ກາຍເປັນເໝືອນດັ່ງການປະຕິວັດລະບົບດິຈິຕອນທັງໝົດ. ໃນປັດຈຸບັນ, ພວກເຮົາສາມາດເຫັນໄດ້ວ່າມີລູກຄ້າທີ່ເປັນທຸລະກິດລາຍຍ່ອຍ ແລະ ຫ້າງຮ້ານບໍລິສັດຫຼາຍຄົນນຳເອົາລະບົບດິຈິຕອນທຸກຢ່າງມາໃຊ້ເພື່ອເສີມຄວາມເຂັ້ມແຂງໃຫ້ແກ່ທຸລະກິດຂອງຕົນ, ເພື່ອຢູ່ລອດ ແລະ ເພື່ອສືບຕໍ່ຂະຫຍາຍໂຕໃນຍຸກວິຖີຊີວິດໃໝ່. ທຸກໆຂະແໜງການໃນລາວຕ້ອງຮີບນຳໃຊ້ປະໂຫຍດຈາກເຄື່ອງມືດິຈິຕອນໃຫ້ໄດ້ຢ່າງເຕັມທີ່ເພື່ອຮັບປະກັນຄວາມສຳເລັດໃນຍຸກສະໄໝໃໝ່.

ສິ່ງທີ່ທະນາຄານ BIC ລາວ ເນັ້ນໜັກແມ່ນການນໍາໃຊ້ຈຸດແຂງຂອງຕົນເອງພາຍໃຕ້ພື້ນຖານ
ໂຄງລ່າງອັນເຂັ້ມແຂງເພື່ອຂ້າມຜ່ານວິກິດການນີ້. ພວກເຮົາໄດ້ປັບປຸງທຸລະກິດໂດຍການຫັນປ່ຽນການບໍລິການບາງສ່ວນໄປສູ່ລະບົບດິຈິຕອນເພື່ອຊ່ວຍຊຸກຍູ້ໂຄງລ່າງພື້ນຖານດ້ານດິຈິຕອນຂອງພວກເຮົາ, ເພື່ອຕອບສະໜອງໄດ້ຕໍ່ຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ແລະ ເພື່ອສົ່ງມອບການບໍລິການໃນຮູບແບບດິຈິຕອນສູ່ລູກຄ້າ. ພວກເຮົາມີການກຽມພ້ອມຮັບມືກັບວິກິດການໃນຊ່ວງປິດເມືອງເພື່ອແກ້ໄຂສະຖານະການແອອັດໃນລະບົບດິຈິຕອນຂອງພວກເຮົາອັນເນື່ອງມາຈາກຈຳນວນຂອງຜູ້ເຮັດວຽກຢູ່ເຮືອນເພີ່ມຂຶ້ນ ໂດຍຜ່ານການນຳໃຊ້ມາດຕະການອັນເຂັ້ມແຂງເພື່ອຮັບມືຕໍ່ການເພີ່ມຂຶ້ນຂອງຜູ້ຊົມ
ໃຊ້ຢ່າງໄວ້ວາ.

ບົດບາດສ່ວນໜຶ່ງຂອງທະນາຄານຈາກມຸມມອງຂອງພວກເຮົາແມ່ນເພື່ອຊ່ວຍອຳນວຍຄວາມສະດວກທາງດ້ານດິຈິຕອນໃຫ້ແກ່ຫ້າງຮ້ານບໍລິສັດໃນການສ້າງລະບົບນິເວດອັນສົມບູນແບບໃຫ້ແກ່ສັງຄົມ ແລະ ທຸລະກິດດິຈິຕອນ. ດ້ວຍວິທີນີ້, ພວກເຮົາບໍ່ພຽງແຕ່ກຳລັງຊ່ວຍຊຸກຍູ້ສະພາບແວດລ້ອມການດຳເນີນທຸລະກິດ, ແຕ່ຍັງຊ່ວຍເຮັດໃຫ້ປະເທດຂອງພວກເຮົາເຂັ້ມແຂງຂຶ້ນໃນຍຸກຫຼັງການແຜ່ລະບາດ, ນັ້ນກໍ່ຄືການສ້າງເງື່ອນໄຂອຳນວຍໃຫ້ ລາວສາມາດກ້າວໄປສູ່ການຫັນເປັນດິຈິຕອນໄດ້ເພີ່ມເຕີມໃນອະນາຄົດ. ສິ່ງທີ່ສຳຄັນທີ່ສຸດແມ່ນການຮັບປະກັນໃຫ້ຄົນຂອງພວກເຮົາມີແນວຄວາມຄິດທີ່ດີເລີດ ແລະ ພ້ອມເດີນທາງສູ່ການຫັນເປັນລະບົບດິຈິຕອລ໌ຢ່າງສົມບູນແບບ.

ການຄຸ້ມຄອງລູກຄ້າຍັງຄົງສຳຄັນຢູ່ບໍ່ເນື່ອງຈາກມີການປ່ຽນແປງທາງດ້ານເຕັກໂນໂລຊີຢ່າງໄວວາ?

ພວກເຮົາຮັບຮູ້ດີວ່າລະບົບດິຈິຕອນຍຸກສະໄໝໃໝ່ທີ່ປະສົມປະສານນະວັດຕະກຳທາງດ້ານເຕັກ
ໂນໂລຊີ, ການນຳໃຊ້ ແລະ ຄວາມຮ່ວມມືດ້ານລະບົບນິເວດຈະຊ່ວຍກະຕຸ້ນເສດຖະກິດດິຈິຕອນໄດ້ດີຂຶ້ນ, ພ້ອມທັງຍັງຊ່ວຍສ້າງລະບົບດິຈິຕອນແຫ່ງຍຸກອະນາຄົດທີ່ເຕັມໄປໄດ້ວຍຄວາມຫວັງ ແລະ ມີຊີວິດຊີວາ. ຄົນທົ່ວທຸກມຸມໂລກຈະຖືກເຊື່ອມໂຍງເຂົ້າຫາກັນບໍ່ດ້ານໃດກໍ່ດ້ານໜຶ່ງ. ໃນຖານະທະນາຄານ,ພວກເຮົາຈະຕ້ອງພ້ອມຕອບສະໜອງຕໍ່ຄວາມຕ້ອງການຂອງລູກຄ້າໃນຍຸກສະໄໝໃໝ່ຢູ່ສະເໝີ. ດ້ວຍເຫດນັ້ນ, ການຫັນປ່ຽນທຸລະກິດໄປສູ່ລະບົບດິຈິຕອນຈິ່ງແມ່ນສິ່ງທີ່ຈຳເປັນ. ສຳລັບພວກເຮົາແລ້ວ, ນີ້ແມ່ນໜຶ່ງໃນເຫດຜົນທີ່ສຳຄັນທີ່ສຸດວ່າເປັນຫຍັງຂະບວນການຫັນເປັນດິຈິຕອນຈິ່ງມີຄວາມສຳຄັນ.

ດ້ວຍເຄື່ອງມືນະວັດຕະກຳດິຈິຕອນເຫຼົ່ານີ້ທີ່ພວກເຮົາມີ, ພວກເຮົາ ຈຶ່ງສາມາດປັບປຸງຜະລິດຕະ
ພັນ ແລະ ການບໍລິການຫຼັກຂອງທະນາຄານໄດ້ດີຂຶ້ນ. ການນຳເອົາເຕັກໂນໂລຊີເຂົ້າມາໃຊ້ໃນທຸລະກິດຫຼັກຈະຊ່ວຍຫຼຸດຜ່ອນຄວາມຜິດພາດຂອງມະນຸດໂດຍການເອົາເຄື່ອງຈັກ ແລະ ຫຸ່ນຍົນເຂົ້າມາແທນທີ່. ທຸກຄົນຈະສາມາດບໍລິຫານການເງິນຂອງຕົນເອງໄດ້ພຽງປາຍນິ້ວ ໂດຍມີລະບົບດິຈິຕອນ ເປັນແກນກາງຂອງການສື່ ສານທັງໝົດຂອງພວກເຂົາ. ໂປຣແກຣມທະນາຄານຜ່ານມືຖື, ລະບົບ ATMອັດສະລິຍະ ໄປຈົນເຖິງຫຸ່ນຍົນຜູ້ຊ່ວຍສະເໝືອນຈິງ, ອະນາຄົດຂອງການທະນາຄານພວມໄດ້ຮັບການ
ພັດທະນາຢ່າງໄວວາ.

ໃນທ່າມກາງການພັດທະນາເສດຖະກິດດິຈິຕອນໂລກ, ຄວາມຕ້ອງການດ້ານການຫັນໄປສູ່ລະ
ບົບດິຈິຕອນ ແລະ ລະບົບອັດສະລິຍະແມ່ນມີຢູ່ສະ ເໝີ ແລະ ຈະສືບຕໍ່ຂະຫຍາຍໂຕບໍ່ພຽງແຕ່ໃນອຸດສະຫະກຳການທະນາຄານເທົ່ານັ້ນ, ແຕ່ຍັງລວມໄປເຖິງອຸດສະຫະກຳອື່ນໆອີກໃນທົ່ວໂລກ. ການແຜ່ລະບາດຂອງ COVID-19 ໄດ້ເຮັດໃຫ້ບັນດາອຸດສະຫະກຳຕ່າງໆເຫັນເຖິງຄວາມສຳຄັນຂອງຄວາມຈຳເປັນໃນການຮີບຮ້ອນຫັນເປັນດິຈິຕອລ໌. ພວກເຮົາເຊື່ອວ່າການກະກຽມຕົນເອງໃຫ້ພ້ອມຮັບມືຕໍ່ການປ່ຽນແປງທັງໝົດທີ່ເກີດຂຶ້ນໃນປັດຈຸບັນຈະຊ່ວຍຫຼຸດຜ່ອນແຮງກົດດັນທີ່ມີຕໍ່ການພັດທະນາເສດຖະກິດ ແລະ ການຫັນເປັນດິຈິຕອນພາຍຫຼັງການແຜ່ລະບາດ. ອີກດ້ານ, ມັນຍັງຈະສົ່ງຜົນດີອັນໃຫຍ່ຫຼວງຕໍ່ການຟື້ນຟູຫຼັງການແຜ່ລະບາດ, ນັບຕັ້ງແຕ່ການເພີ່ມຈຳນວນການຈ້າງງານໄປຈົນເຖິງການຍົກລະດັບດ້ານອຸດສະຫະກຳ.

ເຖິງຢ່າງໃດກໍ່ຕາມ, ພວກເຮົາຈະບໍ່ສາມາດບັນລຸການຫັນເປັນດິຈິຕອນໄດ້ພຽງຄວາມພະຍາ
ຍາມຄັ້ງດຽວ. ມັນແມ່ນຂະບວນການປ່ຽນແປງທີ່ແກ່ຍາວເວລາ ແລະ ກວມເອົາຫຼາຍອົງປະກອບບໍ່ວ່າຈະເປັນວັດທະນະທຳອົງກອນ, ຂັ້ນຕອນການຈັດຕັ້ງ, ຮູບແບບທຸລະກິດ ແລະ ຄວາມອາດສາມາດຂອງບຸກຄະລາກອນ. ການປ່ຽນແປງເຫຼົ່ານີ້ຈະຊ່ວຍໃຫ້ພວກເຮົາຕັດສິນໃຈໄດ້ດີຂຶ້ນ, ປັບປຸງທຸລະກິດໃຫ້ມີຄວາມຄ່ອງໂຕສູງຂຶ້ນ, ສະໜອງຫຼັກປະກັນທາງທຸລະກິດທີ່ໜ້າເຊື່ອຖືຍິ່ງຂຶ້ນ ແລະ, ສຳຄັນທີ່ສຸດ, ສ້າງສະພາບແວດລ້ອມທຸລະກິດໃຫ້ມີຄວາມປອດໄພສູງຂຶ້ນລວມທັງຊ່ວຍສະໜອງຄວາມສາມາດຫຼັກໃນດ້ານອື່ນໆຕື່ມອີກ. (ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 172 ເດືອນ ທັນວາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

BIC BANK PROUD TO BE THE FIRST LOCAL BANK FROM LAO PDR TO SPREAD OUR WINGS OUT OF LAOS

History and background of BIC and the Bank’s vision, strategy and business
practices?

BIC Bank or formerly known as the International Commercial Bank (ICB) first
incorporated in Lao PDR in 2008. In 2015, AIF Group (AIF) collaborated with Electricite du
Laos (“EDL”) to fully acquire ICB with a share composition of 70% and 30% respectively.

In 2017, we changed the name of the bank from International Commercial Bank to the Bank
for Investment and Commerce (BIC). Since then, the Bank has received numerous accolades for the continued commitment in providing customer service. We were awarded the Best Retail Bank Lao PDR by International Finance Magazine and Global Banking and Finance Review, London for 4 consecutive years between 2015 and 2018. These are evident of our main emphasis which is our customers who have been supporting us all these years.

BIC’s mission is to provide a full range of banking and financial services in Lao PDR and a vision to be a bank that provides excellent customer service, through innovative
products and solutions that are technologically advanced with an objective to exceed customer expectations. Amongst the endeavor the bank embarked in recent years was the upgrading of our Core Banking System, releasing of new products, such as Credit Cards, Interbank transfer with BCEL via our App, opening of Service Units in provinces, and also enhancing our Mobile Apps to cater to our customers’ growing needs.

We will continue to strengthen our capabilities to grow and create value for our various stakeholders by constantly enhancing our service offerings such as our core infrastructures, Internet Banking, Premium MasterCard and increasing the number of Service Units in some of the provinces. These are in addition to being the shareholder of LAPNet under the umbrella of the Bank of Lao PDR.

What Mr Lim would be able to bring to BIC Bank.

Mr Lim Wai Hoong, 56 years of age, the current CEO of BIC Bank & VP of the AIF Groupsince May, 2019, a Malaysian with a total of 30 years of experience in the banking industry both in Malaysia and Laos combined. Equipped with his vast experience in both local and International standards, is an assurance to our customers and stakeholders in the capability of the management to develop and implement projects, to have the ability to mitigate performance risks. With Mr. Lim’s wide knowledge we are able to build a robust origination and credit technical assessment process, strong risk culture together with a comprehensive governance and compliance framework to ensure our ability to not only sustain our business model but also fulfill our commitment to our stakeholders.

BIC’s key business successes & how is BIC managing Covid-19.

Since the inception of the Bank in 2008, it has progressed steadily as shown in the bank’s balance sheet. This relates to sound Management with the ability to mitigate risk and at the same time build a sustainable business model to fulfill our commitment to our stakeholders. In addition to our 3 branches, 2 in Vientiane, and one in Pakse, district of Champasack province, the bank has in the past year expanded our reach wider by opening our service units in Savanakhet (2019) and Luang Prabhang (2020).We are also proud to be the
first local bank from Lao PDR to spread our wings out of Laos, where in July, 2018, we successfully opened our Sister Bank, BICBank Cambodia. This is further reinforcement to show our commitment in the business to serve our customers not only in Lao PDR, but also within the region.

The continued support, confidence and trust of our valued customers and business partners provide a significant contribution to where we are today. We are also grateful
to the Bank of Lao PDR for their invaluable support in facilitating the Bank’s progress. With the positive advise and guidance fromthe Central Bank, we are able to find solutions and address challenges during the course of our journey.

One of the key factors to our success in our business is that we are able to leverage on the strength of our Group (AIF) who stand on a common ground that of the bank where the business objective is to consistentlyachieve sustainable growth and become a bank where everyone can rely on. Thephilosophy our Group and the Bank hold is not aimed to be number one in the industry, but to be able to provide viable opportunities to our customers where webelieve in diversity and distinctiveness. This uniqueness gives us the ability to focus and serve those specific segments and help these segments grow. We view our“competitors” not as adversaries, but as our
business colleagues where information isshared and challenges are faced together. This in turn will enrich our development andgrowth for the benefit of the country and
the people.

We owe our sustainable development, mainly to the Business Units within the
group who are subject matter experts in their respective fields. Working with them, broaden our horizon and gives us the ability to overcome obstacles as we are equipped with greater strategic formulation. The synergy between the Bank and the Business Units within the AIF Group provides a cutting edge where we are able to achieve success by encompassing our business partners’ strengths and cease any opportunity that is able to sustain the business growth.  This; allows the Group and the Bank to soar in tandem.

A salient point to make is – we are as good as our team is and in all honesty,
the team we have at the Bank, is second to none. Without them we would not be where we are today. We constantly advocate togetherness, self-improvement, service mindedness, integrity and enthusiasm at work to give our staff a sense of belonging to the organization. A shout out goes to our staff and management team for their dedication, devotion and perseverance especially during the pandemic. They stayed committed and remained positive and focused on our responsibilities to our customers and stakeholders. We remained opened full hours during the containment
period and managed to facilitate our customers both local and those abroad who could not return due to travel restrictions. These are the commitment and dedication portrayed to drive the Bank’s initiatives and to achieve our business objectives. All these boils down to the culture of the Bank advocates, which is the “Because I Care” attitude that is instilled in each and everyone’s hearts.

The COVID-19 crisis drove fundamental changes in consumer values, supply chains, and routes to market, knocking industries off balance. From the banking perspective, immediate action was needed to not only address short-term liquidity challenges, but also to solve costs and profitability and generate funding to invest in new opportunities. While some shifts are temporary, others might never be the same. Interventions to adapt may require investments in key technologies, processes and people. In short, we had to be responsive to change and position ourselves to take advantage of the void left by the effects of COVID-19.

From the conventional perspective of business, we had to prepare the much needed restructuring and relief tools to help distressed business and consumers directly hit by the COVID-19. We provided moratoriums for an initial period of 6 months to distressed companies and individuals; this allowed them some breathing space and time to canvass the Bank’s support.
This fair and equitable gesture promotes greater chance of successful restructuring which eases the burden of our customers. This might be a game changer and a necessary facet of promoting corporate rescue or introducing rescue financing to those affected. We believe that these restructuring tools are able to better assist companies and individuals alike in battling the challenging COVID-19 business environment and will help flatten the default curve threatening companies and banks.

How did the Bank address COVID-19 technology wise to meet customers’
lifestyle change.

We can safely say, the COVID-19 pandemic has triggered an extreme spike in digital technology adoption. Digital adaptation has now become highly priotirised where many rely on digital tools from paying our bills, online fund transfers, buying our groceries, food etc.

Essentially, the pre-covid scenario was already seeing a steady rise of digital adoption across multiple sectors. This has transformed into what is now virtually a digital revolution of sorts. Today we are seeing a major uptick in customers both retail and corporate embracing all things digital to solidify their business survival and build growth for a new normal. All sectors in Laos need to take full advantage of digital means to secure success in this new era. 

What BIC focuses on is to use our strength within our strong infrastructure to harness through this crisis.  We have enhanced our adoption on certain services to bolster our digital infrastructure backbone to support our customers’ needs and to deliver digital services to our customers. We have prepared ourselves to face crisis during lockdown to address any instances of unforeseen spike in traffic due to the upsurge in working from home which
led to frequent increase in demand of digital platform by adopting robust measures to withstand these sudden surge in usage.

Part of the Bank’s role from our view is to serve as a digital enabler for corporates and retail sectors preparing a complete ecosystem for digital society and digital business. This way, we are not only helping the business environment, but also helping our nation to become stronger in the post pandemic era, which is, building Laos’ resilience towards further transformation progress.  The key is, we must ensure our people’s mindsets are primed and ready for the digital transformation journey.

Is Consumer management still important because of the rapid change in technology?

Customer-centric supply chains are crucial for a successful and sustainable growth agenda. It has become more pertinent for us to find ways to rethink and transform our supply chains to be more customer-centric to effectively compete in the new environment.

The customer-centric supply chain is the ability to have a wider reach including reaching the unbanked in the most cost-efficient and scalable way. But more than that, it also means the ability to provide personalized services to meet their expectations during these unprecedented times.

To meet this personalized service, amongst others, we have collaborated with
BCEL to enable funds transfers between BIC & BCEL and vice versa via our mobile app, with BIC being the only bank to have this privilege; we have obtained a wider reach to our customers within the country. In addition, the availability of performing utility payments and the like via the app have provided our customers a plethora of service offerings they can enjoy from the comfort of their homes and at their own convenience. Moving forward, our collaboration with organisations from other sectors and Fintechs will give us a greater platform to further extend our engagement with customers digitally beyond our normal reach. Whilst we calibrate our supply chain management to meet consumers digitally, we also emphasise on the traditional
methods by opening our Service Units in Savanakhet and Luang Prabhang. Although digitalization is a big function in the equation, the conventional banking methods are still essential to meet patterns from the “shop floor” to better address unmet or changing demands of the end-consumer. Using traditional design of the supply chain is one that is based on a retail network and using conventional method of distribution channels to provide
personalization which is preferred by certain quarters of our consumers. With a sharp rise in retail, SME consumption digitally, we need to strike a balance to not incur higher cost to directly reach the end-consumer. In order to strike a good balance, we are constantly revisiting our position and the need to reconfigure our existing networks and business models according to our customers’ needs and find areas of profitability.

In the quest of business innovation and improvisation, we are constantly
working with trusted partners to bring in the expertise and experience we require to embrace these brand new challenges when new technologies advance the industrial development. We are cognizant that this new era digital solutions that integrate technological innovation,
applications and ecology cooperation can better energise the digital economy, and create a promising and lively digital future. Today, we are living in an age that is dominated by technology. People from all over the world are connected to each other in one way or another. As a Bank, we must be sensitive to meet the modern demands of our customers and as such, digitalizing our business and approach is imperative. For us, this is one of the most important reasons why digitalization matters.

Equipped with these innovative digital tools we are revamping the core banking products and deliverables. Adopting technologies into the core business, human error will be very unlikely as machines and robots take over. People will have financial management at their fingertips, and digital in their heart of all interactions. Mobile Banking apps, smart ATMs to virtual assistant chatbots, the future of banking is quickly taking shape.

Against the backdrop of the vigorous development of the global digital economy, the demand for digital and intelligent transformation has always existed and continues to grow not only in the banking industry but also other industries all over the world. COVID-19 pandemic has made more industrial players recognize the urgent need for digital transformation. We believe, by preparing ourselves with all these changes that are happening currently, will ease the pressure on economic development and digitalization after the pandemic. On the other hand, it will have a significant positive
effect on post-epidemic recovery, from the increase of employment to industrial upgrading.

Having said that, we cannot accomplish digitalization at one stroke; it is a long-term endeavor that involves company culture, organizational process, business models and personnel capabilities. These changes enable us to make smarter business decisions, create more agile business deployments, provide more reliable business reassurance and most importantly create a safer business environment amongst other core abilities. (More interview details can be found in Target Magazine issue 172 December 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments