ການເຂົ້າຮ່ວມໃນຕ່ອງໂສ້ມູນຄ່າເພີ່ມການຜະລິດຂອງໂລກໃນ ສປປ ລາວ ຍັງອ່ອນ

ສປປ ລາວ ເປັນປະເທດທີ່ອຸດົມຮັ່ງມີໄປດ້ວຍຊັບພະຍາກອນທໍາມະຊາດ ແລະ ແຮ່ທາດ, ແນວທາງການພັດທະນາເສດຖະກິດໄດ້ເຕີບໂຕເປັນກ້າວໆໄປສູ່ເສດຖະກິດຕະຫຼາດຫຼັງຈາກການນໍາໃຊ້ກົນໄກເສດຖະກິດໃໝ່ນັບແຕ່ປີ 1986 ເປັນຕົ້ນມາ. ລະຫວ່າງຊຸມປີ 2000, ການລົງທຶນໂດຍກົງຈາກຕ່າງປະເທດ ໂດຍສະເພາະໃນຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ປັບປ່ຽນໂສມໜ້າຂອງເສດຖະກິດລາວໃຫ້ຂະຫຍາຍໂຕ. ເຖິງຢ່າງໃດກໍຕາມ, ການຄ້າຕ່າງປະເທດກໍຍັງບໍ່ທັນຫຼາກຫຼາຍ, ສິນຄ້າສົ່ງອອກຫຼັກຂອງລາວກໍໄດ້ແກ່: ໄມ້, ໄຟຟ້າ, ແຮ່ທາດ ແລະ ສິນຄ້າກະສິກໍາ, ເຊິ່ງຮຽກຮ້ອງໃຫ້ມີການສົ່ງເສີມດ້ານເຕັກໂນໂລຊີ ເພື່ອພັດທະນາອຸດສາຫະກໍາການຜະລິດສິນຄ້າຕ່າງໆທີ່ມີຢ່າງຈໍາກັດ. ໃນນັ້ນ, ການມີສ່ວນຮ່ວມເຂົ້າໃນຕ່ອງໂສ້ມູນຄ່າເພີ່ມການຜະລິດຂອງໂລກ (Global Value Chains: GVCs) ເປັນປັດໄຈທີ່ສໍາຄັນຕໍ່ກັບການພັດທະນາເສດຖະກິດຂອງ ສປປ ລາວ.

ໃນຊຸມປີຜ່ານມາ, ມູນຄ່າເພີ່ມການສົ່ງອອກສິນຄ້າທັງໝົດ (gross exports ຫຼື value added exports ເຊິ່ງຄິດໄລ່ຈາກ = ມູນຄ່າເພີ່ມຈາກຕ່າງປະເທດ ຫຼື foreign value added (FVA) + ມູນຄ່າເພີ່ມຈາກພາຍໃນ ປະເທດ ຫຼື domestic value added (DVA)) ຂອງລາວມີການຂະຫຍາຍຕົວ, ແຕ່ວ່າອັດຕາຂອງສ່ວນມູນຄ່າເພີ່ມຈາກຕ່າງປະເທດ (FVA) ຍັງມີໜ້ອຍພຽງແຕ່ 6% ເທົ່ານັ້ນ ໃນສະຖິຕິ ປີ 2019. ອັດຕາສ່ວນດັ່ງກ່າວສ່ອງແສງເຖິງການເຂົ້າຮ່ວມໃນຕ່ອງໂສ້ມູນຄ່າເພີ່ມການຜະລິດຂອງໂລກໃນລາວເຮົາຍັງອ່ອນ. ໝາຍຄວາມວ່າ ການປະກອບສ່ວນເຂົ້າໃນຕ່ອງໂສ້ມູນຄ່າເພີ່ມການຜະລິດຂອງໂລກ (ເປັນຕົ້ນແມ່ນການລົງທຶນ-ການຜະລິດ-ການຄ້າ-ການຂົນສົ່ງ) ຂອງລາວຍັງບໍ່ທັນສູງ. ຄຽງຄູ່ກັນນັ້ນ, ອັດຕາສ່ວນມູນຄ່າເພີ່ມພາຍໃນປະເທດ (DVA) ກວມເອົາ 94% ຂອງມູນຄ່າການສົ່ງອອກ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ການຜະລິດພາຍໃນຍັງມີການເອື່ອຍອີງແຕ່ຊັບພະຍາກອນທຳມະຊາດ ແລະ ຍັງມີແຕ່ການຜະລິດທີ່ເປັນການປຸງແຕ່ງຂັ້ນຕົ້ນ ທີ່ບໍ່ໄດ້ສ້າງມູນຄ່າເພີ່ມຫຍັງຫຼາຍ ເຊັ່ນວ່າ: ການຂຸດຄົ້ນແຮ່ທອງ, ການຜະລິດໄຟຟ້າ, ແລະ ອື່ນໆ (ແຫຼ່ງຂໍ້ມູນ: AJC-UNCTAD-Eora database on ASEAN GVCs).

ສປປ ລາວ ຖືກຈັດຢູ່ໃນກຸ່ມປະເທດທີ່ອຸດສາຫະກໍາການຜະລິດຍັງຈໍາກັດ, ໝາຍຄວາມວ່າ ລະດັບການພັດທະ ນາຂອງອຸດສາຫະກໍາຍັງບໍ່ໄດ້ໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝ. ປະເທດທີ່ປະກອບສ່ວນເຂົ້າໃນການສ້າງມູນຄ່າເພີ່ມຈາກຕ່າງປະເທດຂອງລາວ (FVA) ໄດ້ແກ່: ປະເທດໄທ, ສປ ຈີນ, ສສ ຫວຽດນາມ, ບັນດາປະເທດອີຢູ ແລະ ຍີ່ປຸ່ນ ຕາມລໍາດັບ. ນອກຈາກນັ້ນ, ບັນດາປະເທດເຫຼົ່ານີ້ກໍເປັນປະເທດທີ່ປະກອບສ່ວນເຂົ້າໃນສ້າງ ມູນຄ່າເພີ່ມການຜະລິດພາຍໃນ (value added incorporated in other countries’ exports: DVX). ໃນນີ້, ການມີສ່ວນຮ່ວມເຂົ້າໃນຕ່ອງໂສ້ມູນຄ່າເພີ່ມການຜະລິດຂອງໂລກ GVCs = FVA + DVX. ໝາຍຄວາມວ່າ ບັນດາປະເທດເຫຼົ່ານີ້ແມ່ນປະເທດປາຍທາງທີ່ນໍາເຂົ້າສິນຄ້າຈາກ ສປປ ລາວ. ອັດຕາສ່ວນຂອງມູນຄ່າເພີ່ມຕ່າງປະເທດຂອງລາວຕໍ່ກັບການປະກອບສ່ວນເຂົ້າຕ່ອງໂສ້ມູນຄ່າເພີ່ມການຜະລິດຂອງໂລກຍັງຕໍ່າ ແລະ ບໍ່ທັນໄດ້ຖືກປັບປຸງໃຫ້ດີຂຶ້ນ ພໍປານໃດໃນຫຼາຍທົດສະວັດຜ່ານມາ, ສິ່ງນີ້ໄດ້ຊີ້ໃຫ້ເຫັນວ່າ ການນໍາເຂົ້າສິນຄ້າສ່ວນໃຫຍ່ ແມ່ນການນໍາເຂົ້າເພື່ອບໍລິໂພກ ບໍ່ແມ່ນການນໍາເຂົ້າເພື່ອຜະລິດສິນຄ້າທີ່ສ້າງມູນຄ່າສູງ. ສາເຫດກໍຍ້ອນວ່າ ອຸດສາຫະກໍາການຜະລິດຂອງລາວຍັງມີຫຼາຍຂໍ່້ຈໍາກັດ ແລະ ໂຮງງານຕ່າງໆຍັງມີຈໍານວນໜ້ອຍທີ່ສາມາດຜະລິດສິນຄ້າໂດຍໃຊ້ເຕັກໂນໂລຊີທີ່ທັນສະໄໝ.

ໃນລະຫວ່າງປີ 1990-2019, ການປະກອບສ່ວນເຂົ້າໃນຕ່ອງໂສ້ມູນຄ່າເພີ່ມການຜະລິດຂອງໂລກ ຂອງປະເທດລາວຍັງຢູ່ໃນລະດັບບໍ່ສູງ ລະຫວ່າງ 35-48%, ໃນຂະນະທີ່ການປະກອບສ່ວນເຂົ້າໃນຕ່ອງໂສ້ມູນຄ່າເພີ່ມການຜະລິດຂອງບັນດາປະເທດໃນພາກພື້ນອາຊຽນ, ນອນຢູ່ລະດັບ 13-25%. ໂດຍສະເລ່ຍແລ້ວ, ອັດຕາສ່ວນຂອງຕ່ອງໂສ້ມູນຄ່າເພີ່ມການຜະລິດຂອງພາກພື້ນອາຊຽນຕໍ່ກັບຕ່ອງໂສ້ມູນຄ່າໂລກສູງກວ່າ 45% ແຕ່ວ່າ ກໍຄ່ອຍໆຫຼຸດລົງມາ ຢູ່ໃນລະດັບ ປະມານ 36.2% ໃນປີ 2019. ຍິ່ງອັດຕາສ່ວນດັ່ງກ່າວສູງ ກໍສະແດງວ່າ ສປປ ລາວ ປະກອບສ່ວນເຂົ້າໃນຕ່ອງໂສ້ມູນຄ່າເພີ່ມການຜະລິດໃນພາກພື້ນອາຊຽນຫຼາຍກວ່າໃນໂລກ. ໝາຍຄວາມວ່າ ການຜະລິດຂອງລາວປະກອບ ສ່ວນເຂົ້າໃນຕ່ອງໂສ້ການຜະລິດໃນພາກພື້ນພາກອາຊຽນ ຫຼື ມີສ່ວນຮ່ວມໃນປະເທດອາຊຽນຫຼາຍກວ່າຂົງເຂດອື່ນ.

ການມີສ່ວນຮ່ວມໃນຕ່ອງໂສ້ມູນຄ່າເພີ່ມການຜະລິດຂອງໂລກ (GVC participation) ສົ່ງຜົນໃຫ້ເສດຖະ ກິດມີການຂະຫຍາຍໂຕ. ການພົວພັນລະຫວ່າງການມີສ່ວນຮ່ວມໃນຕ່ອງໂສ້ມູນຄ່າເພີ່ມການຜະລິດຂອງໂລກ ແລະ ອັດຕາການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ແຕ່ປີ 1990-2018 ສະແດງໃຫ້ເຫັນການພົວພັນທາງບວກລະຫວ່າງການມີສ່ວນຮ່ວມໃນຕ່ອງໂສ້ມູນຄ່າເພີ່ມການຜະລິດຂອງໂລກ ແລະ ການເຕີບໂຕທາງເສດຖະກິດຂອງລາວ. ສິ່ງດັ່ງກ່າວຊີ້ໃຫ້ເຫັນວ່າ ສປປ ລາວ ຄວນປັບປຸງຂະແໜງການຜະລິດໃຫ້ທັນສະໄໝ ໂດຍພັດທະນາປັດໄຈປິ່ນອ້ອມອັນໄດ້ແກ່: ດ້ານໂລຊິດສະຕິກ, ດ້ານນະໂຍບາຍ, ດ້ານການເຂົ້າເຖິງຕະຫຼາດ ແລະ ດ້ານແຮງງານ ກັບ ທຶນ. ສະນັ້ນ, ລັດຖະບານ ກໍຄືຜູ້ອອກນະໂຍບາຍຄວນປັບປຸງຂອດປະສານງານລະຫວ່າງພາກສ່ວນທີ່ກ່ຽວຂອ້ງ ແລະ ພາກເອກະຊົນເພື່ອຮັບປະກັນຜົນປະໂຫຍດຂອງປະຊາຊົນກໍຄືປະເທດຊາດ. ວາລະສານທາເກັດ ສະບັບ 171 ເດືອນ ພະຈິກ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666

Promoting Global Value Chains in the Lao PDR

Lao PDR is rich with natural resources and minerals. After the implementation of the new economic mechanism back in 1986, Lao economy has been growing consistently. In 2000s, foreign direct investment, particularly in the energy and mining sector, uplifted the Lao economy to the new height. Nevertheless, Laos still lacks diversity in its export with the concentration only on wood, electricity, mineral and agricultural commodities. The government is urged to further promote the application of technology in developing production, while eliminating restrictions. Lao involvement in the global value chains (GVCs) is an important factor for the development of its economy.

During the past years, gross exports or value added exports of Laos (which are the result of the following calculation: foreign value added (FVA) + domestic value added (DVA)) have been expanding. However, the ratio of foreign value added (FVA) is still low which reached only 6% as of 2019. The ratio illustrates that Lao has weak involvement in the global value chains. It means that Laos has not contributed high enough to the global value chains (in terms of investment, production, trade and transportation). At the same time, the ratio of domestic value added (DVA) covers 94% of the total export value. This ratio shows that Laos is still heavily dependent on natural resources and basic processing products without high value added, such as the extraction of gold ore, electricity generation, and so on (source: AJC-UNCTAD-Eora database on ASEAN GVCs).

Lao PDR is categorized under a group with limitations in its manufacturing industry. It means that the country has not yet applied advanced technology in developing its industrial sector. Countries that contribute to Lao foreign value added (FVA) comprise: Thailand, China, Vietnam, EU and Japan. Moreover, these states also contribute to Lao domestic value added in exports (DVX) meaning that they are the final destination for Lao export. However, if we have a look at the equation of GVCs = FVA+DVX of Laos, we can see that Laos has a very low FVA ratio or weak contribution to the global value chains which has not been improved during the past decade. It also lets us know that Laos imports products for consuming mostly, not for producing high valuable goods. The reason is that Laos has limitations in its manufacturing industry with very few factories applied advance technology in their production process.

Between 1990 and 2019, Laos had contributed between 35-48% to global value chains and about 13-25% to ASEAN value chains. On average, the ratio of ASEAN value chains against global value chains used to reach as high as 45%, but the number gradually decreased to approximately 36.2% in 2019. The higher the ratio, the more contribution of Laos to ASEAN than to the world. To put it simply, Lao production contributes to ASEAN value chains or Laos has more engagement with ASEAN countries than other nations in the world.

GVC participation will help driving the economic growth. Looking at the relationship between Lao GVC participation and its economic growth rate from 1990 to 2018, we can see that GVC participation has positively contributed to the Lao economic expansion. This fact suggests that the Lao PDR should enhance its manufacturing industry with modern technology in combination with related factors in terms of logistics, policy, market access, labor and capital. As a result, government, as the policy issuer, should guarantee smooth coordination between concerned authorities and the private sector in order to yield positive benefits to the people and country. Target Magazine issue 171 November 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666

Comments