ເອັສເອັມອີເຂົ້າເຖິງແຫຼ່ງທຶນຍາກ ແມ່ນແທ້ບໍ່?

ມັກຈະມີຫາງສຽງຈາກສັງຄົມວ່າ ເປັນຫຍັງວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼື ເອັສເອັມອີ ຈຶ່ງເຂົ້າເຖິງ ແຫຼ່ງທຶນຍາກ? ບາງຄັ້ງຫົວໜ່ວຍທຸລະກິດໄດ້ເຂົ້າຮ່ວມການຝຶກອົບຮົມຕາມເງື່ອນໄຂແລ້ວ ແຕ່ພັດບໍ່ໄດ້ອະນຸມັດ ເງິນກູ້? ໃນໂອກາດນີ້ ວາລະສານທາເກັດຈຶ່ງຂໍແບ່ງປັນນຳທ່ານກ່ຽວກັບແຫຼ່ງທຶນໃຫ້ເອັມເອັມອີ, ເງື່ອນໄຂ ແລະ ຄວາມຄືບໜ້າຜ່ານມາ. 

ການປ່ອຍສິນເຊື່ອແກ່ເອັສເອັມອີ ແມ່ນຜ່ານທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການຂອງກອງທຶນສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼື ທສວ ຊຶ່ງມີ 6 ແຫ່ງ ຄື: ທະນາຄານພັດທະນາລາວ, ທະນາຄານຮ່ວມທຸລະກິດລາວຫວຽດ, ທະນາຄານຊາຄອມແບັງລາວ (ທະນາຄານໄຊງ່ອນເທືອງຕິ່ນລາວ), ທະນາຄານລາວ-ຈີນ,​ ທະນາຄານເອັສທີ​ ແລະ ທະນາຄານມາຣູຮານເຈແປນ-ລາວ. ໃນນີ້, ທຶນສະໜອງສິນເຊື່ອແກ່ເອັສເອັມອີ ແບ່ງເປັນ 4 ບ້ວງຄື: ບ້ວງເງິນດັດແກ້ມະຫາພາກ ໂດຍໃຫ້ບູລິມະສິດແກ່ຂະແໜງກະສິກໍາ, ອຸດສາຫະກໍາປຸງແຕ່ງ, ບໍລິການ ແລະ ການຄ້າ. ບ້ວງເງິນກູ້ຢືມຈາກທະນາຄານໂລກ ຜ່ານ 4 ທະນາຄານທຸລະກິດ ຊຶ່ງເນັ້ນຂະແໜງກະສິກຳ, ການຄ້າ, ບໍລິການ, ຫັດຖະກໍາ ແລະ ອຸດສາຫະກໍາ. ບ້ວງທີສາມ ແມ່ນບ້ວງເງິນສະສົມຂອງ ທສວ ເອງທີນໍາໄປເພີ່ມທຶນໃຫ້ທະນາຄານທຸລະກິດເຊັ່ນ ທະນາຄານຮ່ວມທຸລະກິດ ເພື່ອນໍາໄປປ່ອຍສິນເຊື່ອໃຫ້ ເອັດເອັມອີ ໂດຍຜ່ານມາໄດ້ປ່ອຍກູ້ໃຫ້​ຂະ​ແໜງ​ທ່ອງ​ທ່ຽວ. ອີກບ້ວງໜຶ່ງ ແມ່ນການສະໜອງສິນເຊື່ອບ້ວງເງິນລັດຖະບານປະກອບທຶນໃຫ້ ທສວ ໃນອັດຕາດອກເບ້ຍ 3% ຕໍ່ປີ.

ສິ່ງທີ່ຢາກນຳມາແບ່ງປັນແມ່ນກ່ຽວກັບບ້ວງທີ 4 ນີ້ເອງ. ໂດຍພື້ນຖານແລ້ວ ເອັສເອັມອີ ທີ່ຈະໄດ້ຮັບການອະນຸມັດເງິນກູ້ຈາກທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການ ຂອງກອງທຶນສົ່ງເສີມເອັສເອັມອີ ຕ້ອງເປັນວິສາຫະກິດທີ່ຂຶ້ນທະບຽນຢ່າງຖືກຕ້ອງຕາມກົດໝາຍ ໂດຍນອນໃນນິຍາມທີ່ເປັນເອັສເອັມອີ ແລະ ຄົບເງື່ອນໄຂທີ່ກຳນົດໃນມາດຕາ 15 ຂອງດຳລັດເລກທີ 299/ລບ ຄື:

  1. ມີແຜນທຸລະກິດທີ່ຊັດເຈນ.
  2. ໄດ້ຮັບການຝຶກອົບຮົມສ້າງຄວາມເຂັ້ມແຂງ (ໃນຫົວຂໍ້ ການບໍລິຫານການເງິນ, ການບັນຊີ ແລະ ການວາງແຜນທຸລະກິດ) ຈາກຂະແໜງການອຸດສາຫະກຳ ແລະ ການຄ້າ ຫຼື ພາກສ່ວນທີ່ໄດ້ຮັບການຢັ້ງຢືນຈາກຂະແໜງອຸດສາຫະກຳ ແລະ ການຄ້າ;
  3. ຖືບັນຊີຢ່າງຖືກຕ້ອງ ຕາມກົດໝາຍວ່າດ້ວຍການບັນຊີ;
  4. ບໍ່ມີໜີ້ທີ່ບໍ່ເກີດດອກອອກຜົນ ຫຼື ເອັນພີເອລ ກັບທະນາຄານທຸລະກິດ ຫລື ສະຖາບັນການເງິນອື່ນ;
  5. ເປັນທຸລະກິດທີ່ນອນໃນ 4 ຂະແໜງບູລິມະສິດຂອງລັດຖະບານ ຄື: ກະສິກຳ, ອຸດສາຫະກຳປຸງແຕ່ງກະສິກຳ, ຫັດຖະກຳ ແລະ ທ່ອງທ່ຽວ.
  6. ເປັນທຸລະກິດທີ່ມີຜົນຕອບແທນທາງທຸລະກິດ.

ນອກຈາກເງື່ອນໄຂທີ່ກ່າວມາແລ້ວນັ້ນ ຍັງມີເງື່ອນໄຂການອະນຸມັດສິນເຊື່ອຂອງທະນາຄານອື່ນໆ ອີກເຊັ່ນ ມີຫຼັກຊັບຄໍ້າປະກັນ ຕາມລະບຽບການ.

ເພື່ອອຳນວຍຄວາມສະດວກໃນການເຂົ້າເຖິງແຫຼ່ງທຶນ, ເອັສເອັມອີທີ່ໄດ້ເງື່ອນໄຂທັງໝົດ ຍົກເວັ້ນຂໍ້ 2 ແລະ 3 ຂ້າງເທິງ ທະນາຄານສາມາດອະນຸມັດສິນເຊື່ອຈາກທະນາຄານທຸລະກິດໄດ້ເລີຍ ແຕ່ຕ້ອງແຈ້ງລາຍຊື່ເຂົ້າຮັບການຝຶກອົບຮົມຕາມຫຼັງໄດ້ ແລະ ກໍຍັງສາມາດຫັນມາຖືບັນຊີຖືກຕ້ອງຕາມກົດໝາຍການບັນຊີ ພາຍໃນກຳນົດເວລາໜຶ່ງປີ. ເວົ້າສະເພາະການຝຶກອົບຮົມນັ້ນ ທະນາຄານທຸລະກິດຈະເປັນຜູ້ແຈ້ງລາຍຊື່ລູກຄ້າທີ່ຜ່ານການອະນຸມັດສິນເຊື່ອໄປເຖິງກອງທຶນສົ່ງເສີມເອັສເອັມອີ ເພື່ອຈະໄດ້ແຈ້ງໃຫ້ຜູ້ສະໜອງການບໍລິການໃຫ້ຄຳປຶກສາດ້ານທຸລະກິດ ດຳເນີນການຈັດຝຶກອົບຮົມໃນຫົວຂໍ້ການວາງແຜນທຸລະກິດ, ການວາງແຜນການເງິນ ແລະ ການບັນຊີເງິນສົດ.   ສະນັ້ນ ມາຮອດປັດຈຸບັນ 04 ທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການ ແມ່ນສາມາດປ່ອນສິນເຊື່ອໃຫ້ເອັສເອັມອີ

ເຫຼົ່ານີ້ແມ່ນບາງຂໍ້ມູນທີ່ນຳມາເລົ່າສູ່ບັນດາທ່ານ. ຫວັງວ່າຈະເປັນປະໂຫຍດ ໂດຍສະເພາະ ແກ່ຫົວໜ່ວຍ ທຸລະກິດທີ່ເປັນເອັສເອັມອີ ທີ່ມີຄວາມຄາດຫວັງເຂົ້າເຖິງແຫຼ່ງທຶນຂອງກອງທຶນສົ່ງເສີມເອັສເອັມອີ. ມີຫຍັງທີ່ບັນດາທ່ານຢາກຮູ້ຕື່ມ ຫຼື ສົ່ງຂ່າວ ກໍສາມາດຕິດຕໍ່ທີມງານວາລະສານທາເກັດຂອງພວກເຮົາໄດ້. (ວາລະສານທາເກັດ ສະບັບ 172 ເດືອນ ທັນວາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Is it true that SMEs have a difficult access to financial sources?

We have often heard from society that small and medium-sized enterprises or SMEs have a difficult access to financial sources. Sometimes, some business units are refused loan application even though they have already participated in pre-requisite trainings and complied with all requirements. Taking this opportunity, Target Magazine would like to share with you information regarding SME financial sources, criteria as well as progress in improving the access.

SMEs can apply for loan through commercial banks that are members of the SME Promotion Fund. Currently, there are 6 banks, namely Lao Development Bank, Lao-Viet Bank, SacomBank, Laos-China Bank, ST Bank and Maruhan Japan-Laos Bank. In this, the total budget to be allocated to SMEs is divided into 4 sums: 1. to address macro-economic issues giving priority to the agricultural, processing industry, service and trade sector. 2. loan from the World Bank applied via 4 commercial banks with a concentration on agricultural, trade, service, handicraft and industrial sector. 3. reserved budget of the SME Promotion Fund itself as a supplementary amount for commercial banks, such as the Lao-Viet Bank to offer to SMEs previously in the tourism sector. 4. budget contributed by the government to the SME Promotion Fund at an interest rate of 3% per year.

What I would like to share with all of you here is the 4th sum. Basically, in order for SMEs to obtain loan approval from members of the SME Promotion Fund, they have to be registered legally based on the definition and criteria stipulated in the Article 15 of the Decree No. 299/GOVT as following:

  1. Have a clear business plan;
  2. Attended pre-requisite capacity-building trainings (on financial management, accounting and business planning) offered by the industry and commerce sector or parties authorized by the industry and commerce sector;
  3. Hold a bank account in compliance with the Law on Accounting;
  4. Do not owe non-performing loan or NPL with any commercial banks or other financial institutes;
  5. Must operate a business in line with the 4 priorities of the government, namely agriculture, processing industry, handicraft and tourism;
  6. Must have a clear business return.

Apart from the above-mentioned conditions, there are additional criteria set by other banks, such as to provide collaterals to gain loan approval and so on.

To facilitate access to financial sources, SMEs who are able to meet with the whole criteria mentioned above except for the 2nd and 3rd one can gain approval from commercial banks right away. However, they have to register for trainings afterwards, while holding a bank account in compliance with the Law on Accounting within 1 year. For trainings, commercial banks will notify the list of approved customers to the SME Promotion Fund so that business consultants will be informed and get ready to offer trainings in the topic of business and financial planning, as well as cash accounting. Nowadays, there are 4 commercial banks participated in this SME funding project.

I hope that the information I am sharing with all of you will prove useful, particularly to business units operated as SMEs who wish to gain access to financial sources of the SME Promotion Fund. Should you need to know more or share any information with us, please do not hesitate to contact our Target Magazine.( Target Magazine issue 172 December 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments