General

ຮູບເງົາລາວ-ຈີນ “ດອກຈຳປາບານ” ເປີດສາຍແລ້ວທຸກໂຮງຮູບເງົາທົ່ວປະເທດ

ຮູບເງົາ “ດອກຈຳປາບານ ” ໄດ້ເປີດສາຍເປັນຮອບປະຖົມມະເລິກແລ້ວ ໃນມື້ວານນີ້ ຄືຮອບສື່ມວນຊົນ ໃນວັນທີ 18 ກັນຍາ 2019 ຢູ່ທີ່ໂຮງຮູບເງົາເມເຈີ້ ສາຂາວຽງຈັນເຊັນເຕີ້, ພ້ອມທັງຈະເປີດສາຍໃນທຸກໂຮງຮູບໃນທົ່ວປະເທດ ໃນວັນທີ 19 ກັນຍາ 2019 ກໍຄືມື້ນີ້ນັ້ນເອງ…ໃຜທີ່ຕິດຕາມ ແລະ ລໍຖ້າຊົມຢູ່ກໍຢ່າລືມໄປຊົມ, ໄປໃຫ້ກໍາລັງໃຈຜົນງານການສ້າງ ແລະ ການສະແດງຂອງຄົນລາວເຮົາໄດ້. ຮູບເງົາ “ດອກຈໍາປາບານ” ເປັນຮູບເງົາເລື່ອງທໍາອິດທີ່ຮ່ວມມືກັນສ້າງລະຫວ່າງ 2 ປະເທດຄື: ສປປ ລາວ ແລະ ສປ ຈີນ ໂດຍມີຈຸດປະສົງຄື ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຖານທຸດຈີນປະຈໍາລາວຄົບຮອບ 55 ປີ. ເນື້ອເລື່ອງລາວໄດ້ພັນລະນາເຖິງຄວາມຮັກ ແລະ ຄວາມຜູກພັນຂອງປະຊາຊົນລາວຈີນຕັ້ງແຕ່ສະໄໝທີ່ປະເທດລາວຖືກຮຸກຮານ, ການລໍຄອຍຄົນຮັກທີ່ພັດພາກຈາກກັນຕັ້ງແຕ່ສະໄໝສົງຄາມ, ພ້ອມທັງສະແດງໃຫ້ເຫັນເຖິງວັດທະນະທໍາ, ຮີດຄອງປະເພນີ ແລະ ທໍາມະຊາດອັນງົດງາມຂອງສອງປະເທດກໍຄື ລາວ-ຈີນ. ຮ່ວມຖ່າຍທອດເລື່ອງລາວຂອງຮູບເງົາປະຫວັດສາດຄັ້ງນີ້ສະແດງນຳໂດຍ ໝໍແນ່ງ ຈັນດາລີ (ນາງເອກ) ຮ່ວມກັບນັກຈະແດງຊື່ດັງຈາກປະເທດຈີນຫຼາກຫຼາຍທ່ານເຊັ່ນ:  Mr. Zhiluo Ma , Mr. Haozhen Wang, Miss Xinhua Chen, Mr. ...

Read More »

ການກໍ່ສ້າງເສັ້ນທາງ ໜອງພະຍາ-ສີເກີດ ຫຼ້າຊ້າ ຍ້ອນບັນຫາທາງດ້ານການເງິນ

ໜ່ວຍງານທີ່ຮັບຜິດຊອບໂຄງການຍືນຢັນວ່າ:  ການກໍ່ສ້າງເສັ້ນທາງ ແຕ່ ສີ່ແຍກໄຟອໍານາດ ຕານມີໄຊ ເມືອງໄຊທານີ ຫາ ສີ່ແຍກໄຟອໍານາດ ສີເກີດ ເມືອງນາຊາຍທອງ ລວມໄລຍະທາງ 9.4 ກິໂລແມັດ ແມ່ນຈະໃຫ້ສໍາເລັດໃນທ້າຍປີ 2019 ນີ້ແນ່ນອນ, ປັດຈຸບັນ, ໂຄງການມີຄວາມຄືບໜ້າ ສຳເລັດແລ້ວ 72.62% ໂດຍໄດ້ສຸມໃສ່ວຽກ ໃນການປູຄອນກຣີດ. ໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ເດືອນ ຕຸລາ 2016 ແຕ່ເກີດມີຄວາມຫຼ້າຊ້າມາ ເນື່ອງຈາກມີບັນຫາທາງດ້ານການເງິນ ແລະ ໄດ້ຂໍສືບຕໍ່ໜ້າວຽກ ຕື່ມອີກ 9 ເດືອນ. ການປັບປຸງເສັ້ນທາງດັ່ງກ່າວ ແມ່ນໃຊ້ງົບປະມານຢູ່ທີ່ 45.1 ລ້ານໂດລາສະຫະລັດ (ປະມານ 367 ຕື້ກີບ). ເສັ້ນທາງທີ່ຈະສ້າງ ແມ່ນມີຄວາມກ້ວາງ 28 ແມັດ, ມີ 6 ເລນ, ມີລະບົບລະບາຍນໍ້າ ແລະ ໄຟເຍືອງທາງຄົບຊຸດ. ແປຈາກ ໜັງສືພິມ Vientianetimes ໂດຍ LAO YOUTH RADIO STATION, FM 90.0 MHZ

Read More »

ໄດ້ແລ້ວ!!! ຜູ້ຊະນະເລີດການແຂ່ງຂັນ ໂຄເວີ ເພງຮູບເງົາ “ດອກຈຳປາບານ”

ໃນວັນທີ 12 ກັນຍາ 2019 ທີ່ຜ່ານມາ, ຢູ່ກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໄດ້ຈັດງານປະກາດຜົນລາງວັນ ກິດຈະກຳ ໂຄເວີ ( Cover) ເພງຮູບເງົາ “ດອກຈຳປາບານ” ເພງປະກອບຮູບເງົາດອກຈຳປາບານ ທີ່ນັກສະແດງລາວ ໝໍແນ່ງ ຈັນດາລີ ສິດພະໄຊ ໄດ້ສະແດງຮ່ວມກັບນັກສະແດງຊື່ດັງຂອງຈີນ ; ຕົ້ນສະບັບຮ້ອງໂດຍ: ອຈ ສົມໃຈ ລາວລີ (JackBrown) ໂຄງການຈັດການປະກວດນີ້, ແມ່ນໄດ້ເລີ່ມເປີດການແຂ່ງຂັນຕັ້ງແຕ່ ວັນທີ 15 ສິງຫາ 2019 ແລະ ປິດຮັບວັນທີ  6 ກັນຍາ 2019 ເຊິ່ງໄດ້ມີຜູ້ເຂົ້າປະກວດທັງໝົດ  13 ຄົນແລະ ໄດ້ມີການປະກາດຜົນລາງວັນໃນວັນທີ 12 ກັນຍາ ລາງວັນຊະນະເລີດ ໄດ້ແກ່ ໝາຍເລກ  M 2 ທ້າວ ສີວິໄຊ (ເປເລ່) ໄດ້ຮັບເງິນລາງວັນມູນຄ່າ 1,000,000 ກີບ, ສະໜັບສະໜູນໂດຍ ບໍລິສັດ ພູນເງິນການຄ້າ, ໄດ້ຮັບບັດເຊີນເຂົ້າຮ່ວມງານ ...

Read More »

ວິທີ!!! ປ້ອງກັນຕົນເອງ ແລະ ຄອບຄົວ ຈາກພະຍາດທີ່ມາກັບໄພນໍ້າຖ້ວມ

ຫຼາຍພື້ນທີ່ໃນລາວ ເກີດນໍ້າຖ້ວມ ຢ່າງໄວວາ ເນື່ອງມາຈາກຝົນຕົກໜັກຈາກພາຍຸຫຼາຍຫົວທີ່ພັດຜ່ານເຂົ້າມາ ໂດຍສະເພາະແມ່ນ  6 ແຂວງພາກໃຕ້ຂອງລາວທີ່ໄດ້ຮັບຜົນກະທົບຢ່າງໜັກໃນປັດຈຸບັນຄື: ແຂວງຄຳມ່ວນ, ສະຫວັນນະເຂດ, ແຂວງເຊກອງ, ສາລະວັນ, ຈຳປາສັກ ແລະ ອັດຕະປື ທີ່ປີນີ້ເກີດເຫດນໍ້າຖ້ວມໜັກໃນຮອບຫຼາຍ 10 ປີ ເປັນເວລາຫຼາຍມື້ແລ້ວ.   ເຊິ່ງການມາຂອງນ້ຳນັ້ນບໍ່ພຽງຈະສ້າງຄວາມເສຍຫາຍໃຫ້ຊີວິດ ແລະ ຊັບສິນແລ້ວຍັງມີເຊື້ອພະຍາດຫຼາຍຊະນິດຕາມມາກັບໄພນໍ້າຖ້ວມ ເຊັ່ນ: ຕີນເປື່ອຍ ທີ່ເກີດຈາກນໍ້າຄັນ, ພະຍາດຍ່ຽວໜູ, ພະຍາດຖອກທ້ອງ, ຕາແດງ , ໄຂ້ຍຸງ ແລະ ອື່ນໆ. ເພື່ອຮັບມື ແລະ ຫຼີກລ້ຽງ ຈາກພະຍາດເຫຼົ່ານັ້ນ, ເຮົາຄວນເອົາໃຈໃສ່ ແລະ ປະຕິບັດຕາມຄໍາແນະນໍາຂອງແພດໝໍດັ່ງນີ້:ປ້ອງກັນຈາກພະຍາດຖອກທ້ອງ ແລະ ພະຍາດອື່ນໆທີ່ມາກັບນໍ້າ… 1 ລ້າງມືໃສ່ນໍ້າ ແລະ ສະບູ ໃຫ້ສະອາດທຸກໆຄັ້ງ ຫຼັງໃຊ້ວິດຖ່າຍ ຫຼື ຈັບບາຍສິ່ງເປິເປື້ອນ, ລ້າງມືກ່ອນ ແລະ ຫຼັງປຸງແຕ່ງອາຫານ, ກ່ອນຈັບອາຫານການກິນ ຫຼື ປ້ອນເຂົ້າໃຫ້ເດັກນ້ອຍ. 2 ຫ້າມຖ່າຍຊະຊາຍ ຫຼື ຖ່າຍລົງນໍ້າເດັດຂາດ ຫ້າມຖິ້ມອາຈົມ,ຜ້າອ້ອມ… ລົງນ້ຳເດັດຂາດ. 3 ...

Read More »

ກົມສື່ມວນຊົນ ຮຽກຮ້ອງໃຫ້ສື່ມວນຊົນລາວ ປະຕິບັດກົດລະບຽບກ່ຽວກັບການໂຄສະນາສິນຄ້າ…

ກົມສື່ມວນຊົນ ຮຽກຮ້ອງໃຫ້ສື່ມວນຊົນລາວ ໃຫ້ປະຕິບັດຕາມກົດລະບຽບກ່ຽວກັບການໂຄສະນາສິນຄ້າ…. ໃນວັນທີ 4 ກັນຍາ 2019 ຢູ່ທີ່ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມ ປຶກສາຫາລືສ້າງນິຕິກໍາລຸ່ມກົດໝາຍສື່ມວນຊົນ (ສະບັບປັບປຸງ) ໂດຍການເປັນປະທານຂອງ ທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ສະຫວັນຄອນ ລາຊມຸນຕີ ຮອງລັດຖະມົນຕີ, ທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມ ພ້ອມດ້ວຍ ບັນນາທິການ ຂອງແຕ່ລະສໍານັກຂ່າວເຂົ້າຮ່ວມ. ພາຍໃນກອງປະຊຸມດັ່ງກ່າວ ທ່ານ ທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຂຶ້ນກ່າວເຖິງຈຸດປະສົງໃນການສ້າງນິຕິກໍາສະບັບນີ້ ໂດຍອິງຕາມຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການຄຸ້ມຄອງການບໍລິການຂອງສື່ມວນຊົນ, ເຊິ່ງລາຍລະອຽດຂອງນິຕິກໍາມີດັ່ງນີ້:

Read More »

ພາບບັນຍາກາດ ໂລະລາດນະຄອນຫຼວງພະບາງ ໃນບຸນຫໍ່ເຂົ້າປະດັບດິນ

ໃນຕອນເຊົ້າມື້ນີ້ ວັນທີ 28 ສີງຫາ, ອົງການປົກຄອງນະຄອນຫຼວງພະບາງ ໄດ້ຈັດງານລົງຕະຫຼາດນັດແບບມວນຊົນ ຫຼື ໂລະລາດ ເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດິນ ແລະ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2562 ຄສ 2019. ໂດຍມີ ທ່ານ ອາຊາງ ລາວລີ, ທ່ານ ສົມສະຫວາດ ເລັ່ງສະຫັວດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນນະຄອນ-ເມືອງ, ມວນຊົນທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ. ງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໄດ້ຈັດຂຶ້ນເປັນປະຈຳພໍຮອດມື້ແຮມ 13 ຄໍ່າ ເດືອນ 9 ຢູ່ຖະໜົນສີ ສະຫວ່າງວົງ (ເສັ້ນທາງກາງເມືອງ) ເລີ່ມແຕ່ 3 ແຍກບ້ານຈູ້ມຄ້ອງ ຫາ 3 ແຍກ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ມີ ຊາວຄ້າຂາຍ ທັງພາຍໃນ ແລະຕ່າງປະເທດ, ພ້ອມດ້ວຍປະຊາຊົນພາຍໃນແຂວງຫຼວງພະບາງ ໄດ້ນຳເອົາສິນຄ້າ ແລະຜະລິດຕະພັນ ສີໄມ້ລາຍມືຂອງຕົນ ມາວາງສະແດງຂາຍ ...

Read More »

ລັດຖະບານອັງກິດ ຊ່ວຍເຫຼືອເງິນ 10 ລ້ານປອນ ຟື້ນຟູປ່າອາເມຊອນ

ອ້າງຕາມສຳນັກຂ່າວໄທ. ທ່ານ ບໍຣິສ ຈອນສັນ ນາຍົກລັດ ຖະມົນຕີ ອັງກິດ ຈະໃຫ້ເງິນສະໜັບສະໜູນ ການຟື້ນຟູປ່າ ອາເມຊອນ ທີ່ມີຂະໜາດໃຫຍ່ຂອງໂລກ ດ້ວຍມູນຄ່າ 10 ລ້ານປອນ ພາຍຫຼັງ ລັດຖະບານອັງກິດໄດ້ອອກຖະແຫຼງການ ນອກກອງປະຊຸມສຸດຍອດກຸ່ມຊາດອຸດສາຫະກຳຊັ້ນນຳ 7 ປະເທດ (ຈີ7) ຢູ່ຝຣັ່ງ ເມື່ອບໍ່ດົນມານີ້. ຂະນະທີ່ ປະຊາຄົມໂລກຈະຕ້ອງເລັ່ງແກ້ໄຂບັນຫາ ການປ່ຽນແປງສະພາບດິນຟ້າອາກາດ ຄຽງຄູ່ ເປັນກັບການແກ້ໄຂ ການສູນເສຍຄວາມຫຼາກຫຼາຍ ທາງຊີວະພາບ ເພາະທັງສອງ ບັນຫານີ້ ແຍກອອກຈາກ ກັນບໍ່ໄດ້. ນອກນີ້ ທ່ານ ບໍຣິສ ຈອນສັນ ຍັງຢືນຢັນ ການເປັນເຈົ້າພາບ ກອງ ປະຊຸມລັດ ພາຄີ ອະນຸສັນຍາ ສະຫະປະຊາຊາດ ວ່າດ້ວຍການປ່ຽນແປງ ສະພາບດິນຟ້າອາກາດ ຄັ້ງທີ່ 26 ໃນປີໜ້າ ເນື່ອງຈາກເປັນເວທີ ເນັ້ນຄົ້ນຫາທາງອອກ ເລື້ອງການປ່ຽແປງດິນ ຟ້າອາກາດ ດ້ວຍວິທີທຳມະຊາດ ໂດຍສະເພາະ ການຟື້ນຟູປ່າ. ທີ່ມາ: ຂ່າວສານປະເທດລາວ

Read More »

ແລນໂລເວີ ຈັດງານ RANGE ROVER OWNER EVENT  ຄືນກຳໄລໃຫ້ກັບລູກຄ້າ

ໃນວັນທີ 23 ສິງຫາ 2019 ຜ່ານມາ, ບໍລິສັດ ແລນໂລເວີ ໃນຈັດງານ RANGE ROVER OWNER EVENT  ເພື່ອຄືນກຳໄລໃຫ້ກັບລູກຄ້າ ຢູ່ຫ້ອງຂາຍ ລາວແລນໂລເວີ ບ້ານໂພນທັນ,​ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານງານຂອງທ່ານ ນາງ ອຸທິດ ສີພັນດອນ ຫົວໜ້າຜູ້ບໍລິຫານຝ່າຍຂາຍ ລາວແລນໂລເວີ, ມີບັນລູກຄ້າ ແຂກຄົນພິເສດຂອງແລນໂລເວີເຂົ້າຮ່ວມງານ. ພາຍໃນການໄດ້ຮັບຟັງການນຳສະເໜີລົດ Range Rover  ປັບຮູບໂຊມໃຫມ່ທີ່ເປັນລົດ  Premium Luxury Car  ທີ່ອອກແບບໃຫ້ມີຄວາມແຂງແກ່ນ, ໂດດເດັ່ນ, ດຸດັນເໝາະສົມກັບບຸກຄົນທີ່ມັກລົດປະເພດ SUV ຂະໜາດໃຫຍ່ ຈາກທ່ານ ສຸລິຄານ ຈັກຄິນ ທີ່ປຶກສາສູນຂາຍລົດບໍລິສັດ ລາວແລນໂລເວີ. ນອກນີ້, ພາຍໃນງານຍັງໄດ້ແຈກຂອງຂວັນລາງວັນ ໃຫ້ກັບຜູ້ຮ່ວມງານກໍຄືລູກຄ້າທີ່ເຂົ້າຮ່ວມ ລາງວັນທີ 1 ສາຍຄໍຄຳ ໜັກ 2 ສະລື້ງ ແລະ ລາງວັນຂອງຂວັນອື່ນໆ ອີກຫຼາກຫຼາຍຢ່າງ.

Read More »

ຮູບເງົາສັ້ນເລື່ອງ “ບ້ານເກີດ” ຊະນະເລີດໃນການແຂ່ງຂັນ”ເລື່ອງເລົ່າເຈົ້າ ແລະ ຂ້ອຍ”

ກະຊວງຖະແຫຼງຂ່າວ,​ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ສະຖານທູດຈີນ ປະຈຳລາວ ແລະ  ວິທະຍຸສາກົນແຫ່ງປະເທດຈີນ CRI ປະຈຳລາວ, ກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດການແຂ່ງຂັນຮູບເງົາສາລະຄະດີ ແລະ ຮູບເງົາສັ້ນ ເພື່ອຄວາມຮັກແພງລາວ-ຈີນ ພາຍໃຕ້ຫົວຂໍ້ “ເລື່ອງເລົ່າເຈົ້າ ແລະ ຂ້ອຍ” ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວລາວ-ຈີນ 2019.  ໄດ້ຈັດງານປະກາດຜູ້ຊະນະເລີດ ແລະ ມອບລາງວັນໃຫ້ກັບຜູ້ສ້າງຮູບເງົາຂຶ້ນໃນວັນທີ 19 ສິງຫາ  2019 ທີ່ໂຮງແຮມຄຣາວພາຊາ, ໂດຍມີຮູບເງົາສົ່ງເຂົ້າປະກວດທັງໝົດ 28 ເລື່ອງ ໂດຍມີປະເພດຮູບເງົາສາລະຄະດີທັງໝົດ 7 ເລື່ອງແລະ ປະເພດຮູບເງົາສັ້ນ 21. ການຈັດການແຂ່ງຂັນໃນຄັ້ງນີ້, ກໍເພື່ອເປັນເວທີໃນການແລກປ່ຽນ ແລະ ການສະແດງຄວາມຮູ້ຄວາມສາມາດໃຫ້ແກ່ນັກສ້າງຮູບເງົາຂອງລາວ ແລະ ເພື່ອເພີ່ມທະວີການແລກປ່ຽນດ້ານວັດທະນະທຳຂອງທັງສອງປະເທດລາວ-ຈີນ ແລະ ຜັນຂະຫຍາຍມິດຕະພາບເປັນມູນເຊື້ອລະຫວ່າງສອງຊາດໃນແໜ້ນແຟ້ນຂຶ້ນກວ່າເກົ່າ. ຮູບເງົາສັ້ນທີ່ຊະນະເລີດ ໄດ້ແກ່ ຮູບເງົາ ເລື່ອງ”ບ້ານເກີດ” ສ້າງໂດຍທ່ານ ກ່າຊົງ ຜະລິດໂດຍ ມາລາວ ສະຕູດີໂອ ຈາກແຂວງຫຼວງພະບາງ ແຮງບັນດານໃຈໃນການສ້າງເລື່ອງນີ້ ແມ່ນເນື່ອງຈາກ ແຂວງຫຼວງພະບາງແມ່ນມີສຸສານຄົນຈີນແລະ ...

Read More »

ພົບຄົນຕ່າງປະເທດເອົາວີຊາທ່ອງທ່ຽວເຂົ້າມາລາວ ແຕ່ມາເຮັດທຸລະກິດ

ເຈົ້າໜ້າທີ່ແຂວງສາລະວັນໄດ້ລາຍງານໃນມື້ເຊົ້າ ວັນທີ 14 ສິງຫາ 2019 ວ່າ ໄດ້ກວດພົບຄົນ ຕ່າງປະເທດຈຳນວນຫຼາຍທີ່ເອົາໜັງສືເດີນທາງ ຫຼື ວີຊານັກທ່ອງທຽ່ວເຂົ້າມາລາວ ແຕ່ມາ ເຮັດວຽກຢູ່ໃນ ສປປ ລາວ ໂດຍສະ ເພາະພາຍໃນແຂວງດັ່ງກ່າວ. ເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ, ພະແນກແຮງງານ ແລະ ສະ ຫວັດດີການສັງຄົມ ແຂວງ ຮ່ວມກັບ ປກສ ແຂວງ, ເມືອງ ແລະ ເຈົ້າໜ້າທີ່ດ່ານລະໄລ ກຳລັງເລັ່ງກວດສອບຄົນຕ່າງປະເທດທີ່ເດີນທາງເຂົ້າ-ອອກດ່ານດັ່ງກ່າວ ໂດຍສະເພາະ ຄົນຫວຽດນາມ ແລະ ຈີນ ທີ່ເອົາວີຊາ ຫຼື ໜັງສືເດີນທາງນັກທ່ອງທ່ຽວ ແຕ່ມາເຮັດວຽກ, ດຳເນີນທຸລະກິດຄ້າຂາຍ ເຊັ່ນ: ວຽກກໍ່ສ້າງ, ຄ້າຂາຍ, ເປີດຮ້ານເສີມສວຍ, ຮ້ານອາຫານ ແລະ ອື່ນໆ, ເຊິ່ງຜິດກົດໝາຍຂອງລາວ. ທ່ານ ສຳລີ ໂພທິສານ ຫົວໜ້າຄຸ້ມຄອງ ດ່ານສາກົນລະໄລ ໄດ້ກ່າວຕໍ່ທີມງານ ວຽງຈັນທາຍວ່າ: ເຈົ້າໜ້າທີ່ຢູ່ດ່ານໄດ້ມີ ການສົມທົບກັບບັນດາພະແນກທີ່ກ່ຽວຂ້ອງ ລົງກວດກາໜັງສືຜ່ານແດນຂອງອ້າຍນ້ອງ ກຳມະກອນ, ຊາວຄ້າຂາຍ, ຜູ້ເຮັດທຸລະກິດ ແລະ ...

Read More »