ວິທີ!!! ປ້ອງກັນຕົນເອງ ແລະ ຄອບຄົວ ຈາກພະຍາດທີ່ມາກັບໄພນໍ້າຖ້ວມ

ຫຼາຍພື້ນທີ່ໃນລາວ ເກີດນໍ້າຖ້ວມ ຢ່າງໄວວາ ເນື່ອງມາຈາກຝົນຕົກໜັກຈາກພາຍຸຫຼາຍຫົວທີ່ພັດຜ່ານເຂົ້າມາ ໂດຍສະເພາະແມ່ນ  6 ແຂວງພາກໃຕ້ຂອງລາວທີ່ໄດ້ຮັບຜົນກະທົບຢ່າງໜັກໃນປັດຈຸບັນຄື: ແຂວງຄຳມ່ວນ, ສະຫວັນນະເຂດ, ແຂວງເຊກອງ, ສາລະວັນ, ຈຳປາສັກ ແລະ ອັດຕະປື ທີ່ປີນີ້ເກີດເຫດນໍ້າຖ້ວມໜັກໃນຮອບຫຼາຍ 10 ປີ ເປັນເວລາຫຼາຍມື້ແລ້ວ.   ເຊິ່ງການມາຂອງນ້ຳນັ້ນບໍ່ພຽງຈະສ້າງຄວາມເສຍຫາຍໃຫ້ຊີວິດ ແລະ ຊັບສິນແລ້ວຍັງມີເຊື້ອພະຍາດຫຼາຍຊະນິດຕາມມາກັບໄພນໍ້າຖ້ວມ ເຊັ່ນ: ຕີນເປື່ອຍ ທີ່ເກີດຈາກນໍ້າຄັນ, ພະຍາດຍ່ຽວໜູ, ພະຍາດຖອກທ້ອງ, ຕາແດງ , ໄຂ້ຍຸງ ແລະ ອື່ນໆ.

ເພື່ອຮັບມື ແລະ ຫຼີກລ້ຽງ ຈາກພະຍາດເຫຼົ່ານັ້ນ, ເຮົາຄວນເອົາໃຈໃສ່ ແລະ ປະຕິບັດຕາມຄໍາແນະນໍາຂອງແພດໝໍດັ່ງນີ້:ປ້ອງກັນຈາກພະຍາດຖອກທ້ອງ ແລະ ພະຍາດອື່ນໆທີ່ມາກັບນໍ້າ…

1 ລ້າງມືໃສ່ນໍ້າ ແລະ ສະບູ ໃຫ້ສະອາດທຸກໆຄັ້ງ ຫຼັງໃຊ້ວິດຖ່າຍ ຫຼື ຈັບບາຍສິ່ງເປິເປື້ອນ, ລ້າງມືກ່ອນ ແລະ ຫຼັງປຸງແຕ່ງອາຫານ, ກ່ອນຈັບອາຫານການກິນ ຫຼື ປ້ອນເຂົ້າໃຫ້ເດັກນ້ອຍ.

2 ຫ້າມຖ່າຍຊະຊາຍ ຫຼື ຖ່າຍລົງນໍ້າເດັດຂາດ ຫ້າມຖິ້ມອາຈົມ,ຜ້າອ້ອມ… ລົງນ້ຳເດັດຂາດ.

3 ດື່ມ ແລະ ໃຊ້ນໍ້າທີ່ສະອາດ ຕົ້ມໃຫ້ຟົດ 10 ນາທີ ກ່ອນຈະນໍາມາດື່ມ ຫຼື ດື່ມນໍ້າທີ່ຖືກຂ້າເຊື້ອແລ້ວ

4 ບໍ່ຄວນກິນອາຫານດິບ ແລະ ອາຫານເຫຼືອ (ປະໄວ້ຄ້າງຄືນ), ຜັກສົດຕ້ອງລ້າງດ້ວຍນໍ້າໃຫ້ສະອາດ, ອາຫານຄວນເຮັດໃຫ້ສຸກ. ອາຫານຕ້ອງໄດ້ອຸ່ນ ແລະ ຕ້ອງກິນທັນທີ ສະຖານທີ່, ເຄື່ອງແຕ່ງກິນ ແລະ ຖ້ວຍບ່ວງ ຕ້ອງລ້າງເກັບມ້ຽນໃຫ້ສະອາດ ຢ່າງດີ ເພື່ອຫຼີກລ້ຽງແມງວັນ, ແມງສາບ ແລະ ໝູ.

ປ້ອງກັນພະຍາດທີ່ເກີດຈາກຍຸງ

1 ທ່ານ ແລະ ຄອບຄົວຄວນນອນໃນມຸ້ງ ຫຼື ມຸ້ງຍ້ອມຢາກັນຍຸງ ບໍ່ວ່າກາງເວັນຫຼືກາງຄືນ.

2 ປິດຖັງນໍ້າ ແລະ ພາຊະນະເກັບນໍ້າຕ່າງໆ ບໍ່ໃຫ້ຍຸງວາງໄຂ່ໄດ້

3 ອະນາໄມເຂດທີ່ຢູ່ອາໄສໃຫ້ສະອາດສະໝໍ່າສະເໝີ

4 ຫາກທ່ານ ຫຼື ສະມາຊິກໃນຄອບຄົວມີໄຂ້ສູງ ຜິດປົກກະຕິ ຕ້ອງໄປພົບແພດທັນທີ

ສິ່ງທີ່ຄວນເອົາໃຈໃສ່ຕື່ມ ຄວນກວດກາລະບົບໄຟ ຫາກເຫັນໄຟຕົກຫຼົ່ນ, ໄຟຊ໊ອດ ຫຼື ມີກິ່ນຄວັນອອກ ໃຫ້ທ່ານຢູ່ຫ່າງໆ ແລ້ວແຈ້ງເຈົ້າໜ້າທີ່ທັນທີ;ລະວັງທີ່ສຸດສັດຮ້າຍ, ມີຜິດ ງູ ຂີ້ເຂັບ ແມງງອດ… ທີ່ອາດມາກັດຕອດທ່ານໄດ້ ລວມໄປເຖິງສິ່ງມີຄົມທີ່ອາດໄຫຼມາຕາມນໍ້າອາດແທງ ຫຼື ປັກທ່ານໄດ້.

ທີ່ມາ: ພະແນກສາທາລະນະສຸກ ແຂວງສະຫວັນນະເຂດ/ ກະຊວງສາທາລະນະສຸກ ສູນຂ່າວສານການແພດ

 

 

Comments