General

ເຊີນຊວນ!!! ທຸກທ່ານ ສົ່ງຮູບຖ່າຍປະກວດ ຊິງລາງວັນ ຈາກ UN Women ປະຈຳລາວ

UN Women ປະຈຳລາວ ໄດ້ຈັດການປະກວດຮູບຖ່າຍ ເນື່ອງໃນໂອກາດວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ. ພາຍໃຕ້ຫົວຂໍ້: ບໍ່ປະປ່ອຍໃຫ້ຜູ້ໃດໄວ້ຂ້າງຫຼັງ ຮ່ວມກັບອົງການສະຫະປະຊາຊາດ UNFPA, GDA, UNODC ແລະ ILO,ໂດຍມີວັດຖຸປະສົງເພື່ອສ້າງຈິດສຳນຶກໃນທົ່ວສັງຄົມ ໃຫ້ດຳເນີນການປ້ອງກັນ ແລະ ຍຸຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນທົ່ວປະເທດລາວ. ວິທີສົ່ງຮູບ ຜູ້ເຂົ້າຮ່ວມສາມາດສົ່ງພາບຖ່າຍຂອງຕົນເອງເຂົ້າມາປະກວດ ໄດ້ທີ່ E-mail: [email protected] ກຳນົດສົ່ງວັນທີ 10 ທັນວາ 2018 ເວລາ 12:00 AM ການແຂ່ງຂັນນີ້ແມ່ນເປີດໂອກາດໃຫ້ທຸກຄົນທີ່ອາໄສຢູ່ໃນ ສປປ ລາວ ຢ່າງຖືກກົດໝາຍ ໂດຍບໍ່ຈຳກັດອາຍຸ. ລາງວັນຊະນະເລີດ ເງິນສົດ ແລະ ບັດຂອງຂວັນລາງວັນ,  ມີ 4 ລາງວັນຄື:  1,2,3 ແລະ ລາງວັນຂວັນໃຈມະຫາຊົນ. UN Women Laos launches the #EVAWLaos2018: Leave No One Behind photo contest ? ...

Read More »

ທຸລະກິດ ກະຕ່າຂອງຂວັນ ອອນໄລ໌ ເໝາະກັບພຶດຕິກຳຂອງຄົນຍຸກນີ້.

ເປັນ ໄອເດຍທີ່ດີ ຂອງທຸລະກິດ ກະຕ່າຂອງຂວັນ ເໝາະກັບຄົນຍຸກໃໝ່  ທີ່ມີພຶດຕິກຳທີ່ປ່ຽນແປງໄປຕາມຍຸກຕາມສະໄໝ. ໄລຍະນີ້ ເປັນໄລຍະໃກ້ຈະຮອດເທສະການ ງານສຳຄັນແຫ່ງຄວາມສຸກຕ່າງໆ ບໍ່ວ່າຈະເປັນງານປີໃໝ່ ວັນຄົບຮອບແຕ່ງງານ ຫຼື ວັນສຳຄັນອື່ນໆ ເຊື່ອວ່າຫຼາຍໆຄົນເລີ່ມຊອກຫາຂອງຂວັນພິເສດໃຫ້ກັບຄົນສຳຄັນໃນງານສຳຄັນຕ່າງໆ ແມ່ນບໍ່? ສະນັ້ນ, ມື້ນີ້ທາງທາເກັດ ໄດ້ເຫັນ ໄອເດຍ ການເຮັດທຸລະກິດ ກະຕ່າຂອງຂວັນ ຮູບແບບໃໝ່ຂອງ WISH ໜຶ່ງໃນການບໍລິການກະຕ່າຂອງຂວັນທຸກຮູບແບບ (Gift Delivery Service) ມານຳສະເໝີໃຫ້ທຸກຄົນໄດ້ຮຸ້ຈັກ ໂດຍສະເພາະຄົນທີ່ມີທຸລະກິດດ້ານນີ້ ຫຼື ກຳລັງຄິດຈະເຮັດທຸລະກິດນີ້ ໄດ້ມີໄອເດຍໃໝ່ໆ  ມາປັບໃຊ້ໃຫ້ທັນຍຸກຂຶ້ນ. ໃນຍຸກປັດຈຸບັນນີ້ ເທຣນການໃຫ້ຂອງຂວັນກຳລັງມາແຮງເນື່ອງຈາກຄົນຢາກໄດ້ຂອງຂວັນຫຼາຍຂຶ້ນ ແມ່ນໃຜແດ່ທີ່ຈະບໍ່ຢາກໄດ້ຂອງຂວັນແທນຄວາມຮູ້ສຶກທາງໃຈ ບວກກັບໃນປັດຈຸບັນຄົນ ແມ່ນເຫັນຄວາມສຳຄັນຂອງການມອບຂອງຂວັນໃຫ້ກັນຫຼາຍຂຶ້ນ ເພາະທຸກມື້ນີ້ເປັນສັງຄົມອອນໄລ໌ ເຮັດໃຫ້ເຮົາຮູ້ຫຼາຍຂຶ້ນວ່າ ຫມູ່ເພື່ອນ ຫຼື ຄົນໃກ້ຊິດ ຮັກແພງ ຂອງເຮົາມີວັນສຳຄັນມື້ໃດ… ສອດຄ່ອງກັບຕະຫຼາດຂອງຂວັນທຸກມື້ນີ້ການຂະຫຍາຍຕົວຂຶ້ນທຸກໆປີ ສົ່ງຜົນໃຫ້ທຸລະກິດຂອງຂວັນຕ່າງໆ ເລີ່ມຂະຫຍາຍຕົວເອງອອກຈາກອ໊ອບໄລ໌ ສູ່ ອອນໄລ໌ຫຼາຍຂຶ້ນ ເຮັດໃຫ້ລູກຄ້າສະດວກສະບາຍຂຶ້ນກວ່າເກົ່າ ແບບບໍ່ຕ້ອງມາຫາຢູ່ຮ້ານກໍສາມາດຈັດສົ່ງກະຕ່າຂອງຂວັນໄດ້ຕາມໃຈ ແຕ່ຖ້າເບິ່ງໃນອີກແງ່ມູມໜຶ່ງ ຖ້າຫາກເຮົາໄດ້ຮັບ ກະຕ່າ ຂອງຂວັນຫຼາຍກະຕ່າ ກໍອາດຈະເຮັດໃຫ້ຫົກເຮືອນບໍ່ມີບ່ອນເກັບ ກາຍເປັນຂີ້ເຫຍື່ອໄດ້  ເພາະວ່າບາງອັນຂາຍຕໍ່ບໍ່ໄດ້ກະບໍ່ຮູ້ຈະນຳໄປເຮັດຫຍັງຕໍ່. ແຕ່ຈະດີກວ່າ ຖ້າກະຕ່າ ...

Read More »

ເປັນຫຍັງ? EQ ຈຶ່ງສຳຄັນໃນການເຮັດວຽກ

ຄວາມສະຫຼາດທາງດ້ານອາລົມ ຫຼື EQ ນັ້ນ ຖືວ່າ ເປັນພື້ນຖານຂອງຄວາມສຳເລັດ ຖ້າຢາກໃຫ້ຕົວເອງ ຫຼື ທີມງານຂອງທ່ານ ປະສົບຄວາມສຳເລັດ ໃນໜ້າທີ່ວຽກງານ ຫຼື ທຸລະກິດ ທ່ານຕ້ອງຫັນມາໃສ່ໃຈ ແລະ ພັດທະນາດ້ານ EQ ໃຫ້ຫຼາຍຂຶ້ນ. ເມື່ອຖາມວ່າ ເປັນຫຍັງ? EQ ຈຶ່ງສຳຄັນໃນການເຮັດວຽກ ເຮົາມີຄຳຕອບລຸ່ມນີ້ ເຊິ່ງໂດຍລວມແມ່ນສົ່ງຜົນຕໍ່ໃນການເຮັດວຽກ ແລະ ການໃຊ້ຊີວິດປະຈຳວັນ. ເປັນພື້ນຖານຂອງຄວາມສຳເລັດ ຄົນທີ່ມີ EQ ສູງນັ້ນສາມາດຫາເງິນໄດ້ຫຼາຍກວ່າຄົນທີ່ມີ EQ ຕໍ່າ ໂດຍສະເລ່ຍຈະມີລາຍໄດ້ຢູ່ທີ່ 29.000 ໂດລາສະຫະລັດປີ. ຄົນທີ່ມີ EQ ສູງຈະສາມາດຫຼຸດອັດຕາການເກີດອຸບັດຕິເຫດຈາກການເຮັດວຽກທີ່ເຮັດໃຫ້ເຖິງຂັ້ນຕ້ອງຢຸດເຮັດວຽກ ຫຼື Lost-Time Accident ໄດ້ເຖິງ 50% ແລະ ຫຼຸດການຮ້ອງທຸກກັບອົງກອນໄດ້ເຖິງ 15%ຕໍ່ປີ. ລູກນ້ອງສ່ວນຫຼາຍຈະບໍ່ມັກລາອອກ ຖ້າຫາກຫົວໜ້າມີ EQ ສູງ ຄົນທີ່ມີ EQ ສູງຈະສາມາດເຮັດກໍາໄລລາຍປີໃຫ້ກັບບໍລິສັດເພີ່ມຂຶ້ນ 22% 90% ຂອງຄົນເຮັດວຽກໃນທົ່ວໂລກທີ່ມີຕໍາແໜ່ງສູງຈະມີ EQ ທີ່ສູງ. ຄົນແບບໃດ? ທີ່ມີຄວາມສະຫຼາດທາງດ້ານອາລົມ ຫຼື EQ ຄິດບວກ ...

Read More »

Richard Branson ເຊື່ອວ່າ ຄວາມສຳເລັດຄືການເຮັດວຽກພຽງ 3 ມື້/ອາທິດ

Richard Branson ມະຫະເສດຖີລະດັບໂລກ ຜູ້ຜັກດັນທຸລະກິດດ້ວຍແນວຄວາມຄິດການເຮັດວຽກທີ່ມີຄວາມລະອຽດອ່ອນ ເຖິງແມ່ນວ່າ ເຕັກໂນໂລຊີຈະມີຄວາມທັນສະໄໝ ກໍບໍ່ມີເຫດຜົນ ທີ່ຕ້ອງໃຫ້ມະນຸດເຮັດວຽກໜ້ອຍລົງ  ຫຼື ຫຼາຍກວ່າເກົ່າ. Richard Branson ຂຽນໃນປຶ້ມ “The Virgin Way: If It’s Not Fun, It’s Not Worth Doing ເຊິ່ງເປັນໜັງສືທີ່ຂາຍດີທີ່ສຸດໃນຕ່າງປະເທດ ເນື້ອໃນກ່າວວ່າ ການເຮັດວຽກໜັກ  ຄື ກະແຈສຳຄັນຂອງຄວາມສຳເລັດ ແຕ່ທ່ານກໍຕ້ອງມີຄວາມມ່ວນຊື່ນ, ມີຄວາມສຸກ ໄປກັບການເຮັດວຽກ ເພາະນີ້ຄືສິ່ງສຳຄັນທີ່ສຸດ ແລະ ເປັນສ່ວນປະກອບທີ່ຈະເຮັດໃຫ້ທຸລະກິດປະສົບຄວາມສຳເລັດໄດ້ໃນອະນາຄົດ. ຫຼາຍໆຄັ້ງ Richard Branson ມັກຈະໃຫ້ຄວາມສຳຄັນກັບການພັກຜ່ອນ ກັບຄອບຄົວ ເພື່ອເປັນການສາກແບັດເຕີລີ ເພີ່ມພະລັງງານໃຫ້ກັບຕົນເອງ ລວມເຖິງຍັງເຊື່ອວ່າ ຄວາມພິຖີພິຖັນ ລະອຽດອ່ອນໃນການເຮັດວຽກ ໂດຍອະນຸຍາດໃຫ້ພະນັກງານຫາຄວາມສົມດຸນລະຫວ່າງການເຮັດວຽກ ແລະ ການໃຊ້ຊີວິດສ່ວນຕົວ ເຊິ່ງຄວາມສົມດຸນເຫຼົ່ານີ້ຈະກາຍເປັນຄວາມສຸກຂອງຊີວິດທີ່ຈະເກີດປະສິດທິພາບທີ່ດີຕໍ່ອົງກອນໃນທີ່ສຸດ. ບໍລິສັດ ຂອງ Richard Branson ຍັງສະເໜີທາງເລືອກໃຫ້ກັບພະນັກງານສາມາດເຮັດວຽກນອກສະຖານທີ່ ຫຼື ເຮັດວຽກຢູ່ບ້ານກໍໄດ້. ເຊິ່ງເຂົາໃຫ້ເຫດຜົນວ່າ ມັນເປັນເລື່ອງງ່າຍທີ່ທ່ານຈະດຶງສັກກະຍະພາບລະດັບສູງຂອງພະນັກງານອອກມາ ຂໍພຽງແຕ່ເປີດກວ້າງ ແລະ  ມີຄວາມລະອຽດອ່ອນ ...

Read More »

ວິທີ!!! ເຊັນ ລາຍເຊັນ ດິຈິຕ໋ອນ ໃນຟາຍຣ໌ PDF ໃນສະມາດໂຟນ

ເອກະສານເຊັນດ່ວນ ເຊັນໄວ ຈະບໍ່ເປັນອຸປະສັກ  ອີກຕໍ່ໄປ ເຊື່ອວ່າຫຼາຍອົງກອນ ບໍ່ວ່າຈະເປັນພາກລັດ ແລະ ເອກະຊົນ. ຈະມີຄວາມສະດວກສະບາຍງ່າຍຂຶ້ນ. ບໍ່ຈຳເປັນຕ້ອງແລ່ນນຳຂໍລາຍເຊັນກັບຫົວໜ້າ ຫຼື ຕ້ອງຖ້າຫົວໜ້າກັບມາແຕ່ຕ່າງປະເທດ ມື້ນັ້ນມື້ນີ້ກ່ອນ. ສຳລັບເລື່ອງນີ້ອາດມີຫຼາຍຄົນຮູ້ມາແລ້ວ ຫຼື ເຄີຍໃຊ້ມາກ່ອນ ແຕ່ກໍເຊື່ອວ່າ ຍັງມີຫຼາຍຄົນທີ່ຍັງບໍ່ຮູ້ ແລະ ບໍ່ເຄີຍນຳໃຊ້ວິທີນີ້ ແລະ ຄິດວ່າມັນຫຍຸ້ງຍາກ. ແຕ່ເຊື່ອວ່າຖ້າໄດ້ເຫັນວິທີໃຊ້ແລ້ວ ມັນງ່າຍໜ້ອຍດຽວເທົ່ານັ້ນ. ສຳລັບໃຜ ທີ່ຕ້ອງໄດ້ເຮັດວຽກກັບເອກະສານຕະຫຼອດ ແຕ່ຕົນເອງບໍ່ໄດ້ຢູ່ ຫ້ອງການຕະຫຼອດເວລາ ຕ້ອງມີວຽກອື່ນ ຫຼື ອອກວຽກນອກຕະຫຼອດ. ດັ່ງນັ້ນ, ການເຊັນ ເອກະສານທີ່ຈະຕ້ອງໄດ້ຮັບການອະນຸມັດ ກໍຕ້ອງລ່າຊ້າໄປ.  ແຕ່ຍຸກນີ້ ຍຸກ 4.0 ທີ່ເຮົາສາມາດສົ່ງເອກະສານຫຼື ຟາຍຣ໌ເອກະສານຜ່ານສະມາດໂຟນໄດ້ແລ້ວນັ້ນ ເຮົາກໍສາມາດໃສ່ລາຍເຊັນດິຈິຕ໋ອນໃນຟາຍຣ໌ເອກະສານນັ້ນໄດ້ເຊັ່ນກັນ,  ໂດຍບໍ່ຈຳເປັນຕ້ອງເຂົ້າມາຫ້ອງການໃຫ້ເສຍເວລາ ເຮັດໃຫ້ການເຮັດວຽກນັ້ນໄວຂຶ້ນ. ໃນນີ້, ການໃສ່ລາຍເຊັນ ດິຈິຕ໋ອນ ໃນເອກະສານ ຟາຍຣ໌ PDF ຈະເປັນສະເພາະໂທລະສັບລຸ້ນ  iPhone, iPad ນັ້ນເປັນເລື່ອງງ່າຍໆ ພຽງແຕ່ໃນ ຟີເຈີ Markup ທີ່ມີມາໃຫ້ໃຊ້ແຕ່ IOS 9 ແລ້ວ ສຳລັບໃຜທີ່ກຳລັງຈະເລີ່ມໃຊ້ ...

Read More »

ຫ້ອງການສຳນັກງານນາຍົກ ອອກແຈ້ງການພັກຊົດເຊີຍວັນຊາດ ທີ 2 ທັນວາ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການວັນທີ 19 ພະຈິກ 2018 ເລື່ອງ: ວັນພັກທົດແທນທາງລັດຖະການ ວັນຊາດ ທີ 2 ທັນວາ ປີ 2018 ແມ່ນເຫັນດີກຳນົດເອົາວັນທີ 3 ທັນວາ 2018 (ກົງກັບວັນຈັນ) ເປັນວັນພັກທາງລັດຖະການ ທົດແທນ ວັນທີ 2 ທັນວາ 2018 ກົງກັບວັນທິດ (ວັນສະຖາປະນາ ສປປ ລາວ)  

Read More »

ມາຮູ້ຈັກ ກັບຄຳວ່າ E-Commerce ແມ່ນຫຍັງ?

ຫຼາຍໆຄົນອາດຈະຮູ້ຈັກກັບຄຳນີ້ດີ ຫຼື ບາງຄົນກໍອາດເຄີຍໄດ້ຍິນຄົນອື່ນມັກເວົ້າເລື້ອຍໆໂດຍສະເພາະໃນເລື່ອງທຸລະກິດໃນຍຸກນີ້.  E-Commerce (Electronic Commerce) ຫຼື ການຄ້າ ອີເລັກໂຕຣນິກ ໝາຍເຖິງການເຮັດທຸລະກິດທີ່ຜ່ານສື່ອີເລັກໂຕຣນິກ  ເພື່ອໃຫ້ບັນລຸເປົ້າໝາຍທາງທຸລະກິດທີ່ອົງກອນໄດ້ຕັ້ງເປົ້າໝາຍໄວ້ ເຊັ່ນ: ການຊື້ຂາຍສິນຄ້າ ແລະ ການບໍລິການ, ການໂອນເງິນ ທາງອີເລັກໂຕຣນິກ, ການໂຄສະນາຜ່ານສື່ອີເລັກໂຕຣນິກ ບໍ່ວ່າຈະເປັນ ໂທລະພາບ, ວິທະຍຸ ແລະ ທາງອິນເຕີ້ເນັດ ເປັນຕົ້ນ…. ຈຸດເດັ່ນຂອງ E-Commerce ຄື ຊ່ວຍຫຼຸດຄ່າໃຊ້ຈ່າຍ ແລະ ເພີ່ມປະສິດທິພາບຂອງການດຳເນີນທຸລະກິດ. ໂດຍຊ່ວຍຫຼຸດບົດບາດຂອງອົງປະກອບທາງທຸລະກິດລົງໄດ້ເຊັ່ນ: ສະຖານທີຕັ້ງ,  ສາງເກັບສິນຄ້າ, ຮ້ານຄ້າ ລວມເຖິງພະນັກງານຂາຍ, ພະນັກງານຕ້ອນຮັບ ເປັນຕົ້ນ…. ຈຶ່ງຫຼຸດຂໍ້ຈຳກັດຂອງໄລຍະທາງ ແລະ ເວລາລົງໄດ້ ຈຶ່ງບໍ່ກໍໃຫ້ເກີດເປັນອຸປະສັກຕໍ່ທຸລະກິດໄຮ້ພົມແດນອີກຕໍ່ໄປ. E-Commerce ຊ່ວຍອຳນວຍຄວາມສະດວກໃຫ້ນັກທຸລະກິດໄດ້ຫຼາຍດ້ານດັ່ງນີ້: 1. ເຮັດວຽກແທນພະນັກງານຂາຍໄດ້ ໂດຍສາມາດເຮັດການຄ້າແບບອັດຕະໂນມັດ ໄດ້ຢ່າງວ່ອງໄວ. 2. ເຮັດໃຫ້ເປີດໜ້າຮ້ານຂາຍເຄື່ອງ ໃຫ້ຄົນທົ່ວໂລກໄດ້ ແລະ ສາມາດເປີດຂາຍໄດ້ທຸກມື້ຕະຫຼອດ 24​ ຊົ່ວໂມງ ໂດຍບໍ່ມີເວລາປິດ ເຊັ່ນ: ການຂາຍໂດຍໃຊ້ລະບົບ Shopping Cart ເຮັດໃຫ້ລູກຄ້າສາມາດສັ່ງຊື້ສິນຄ້າໄດ້ຕະຫຼອດເວລາຜ່ານເວັບໄຊ. 3. ສາມາດເກັບເງິນປາຍທາງ ...

Read More »

ເຕັກນິກ ການເຈລະຈາ ໃຫ້ລູກຄ້າ SAY YES!!!

ທຸກຄັ້ງທີ່ທ່ານຈະໄປເຈລະຈາກັບລູກຄ້າ ຄວນຈື່ໄວ້ວ່າ ຢ່າເຈລະຈາກັບຕົນເອງ ຫຼື ຄິດໄປເອງກ່ອນລ່ວງໜ້າ ກ່ອນໄປເຈລະຈາກັບລູກຄ້າ ເຮົາຄວນໄດ້ເຈລະຈາກັບຄູ່ສົນທະນາກ່ອນທີ່ເຮົາຈະເວົ້າກັບຕົນເອງ ເນື່ອງຈາກຫຼາຍຄັ້ງມັກຄິດໄປເອງກ່ອນລ່ວງໜ້າເຖິງສິ່ງທີ່ກຳລັງຈະເຈລະຈານັ້ນໄປຕ່າງໆນາໆ ແຕ່ກັບບໍ່ສົ່ງຜົນດີຕໍ່ການເຈລະຈາເລີຍ ເພາະການເຈລະຈາແຕ່ລະຄັ້ງ ລູກຄ້າແຕ່ລະຄົນມີຄວາມຍາກງ່າຍບໍ່ຄືກັນ ບາງຄັ້ງອາດຈະບໍ່ໄດ້ນຮັບຜົນດີຢ່າງທີ່ຄາດໄວ້  ແລະ ບາງຄັ້ງການເຈລະຈາອາດຈະງ່າຍໆກວ່າສິ່ງທີ່ເຮົາຄິດ. ການເຈລະຈາກໍມີຫຼາຍເຕັກນິກທີ່ຈະມາເລືອກໃຊ້ໄດ້ ເຊິ່ງຂຶ້ນຢູ່ກັບສະຖານນະການ ແລະ ໄລຍະເວລາ. ສະນັ້ນ,  ການເຈລະຈາທີ່ເຮົາສາມາດແບ່ງອອກເປັນ 2 ແບບໄດ້ຄື: ການເຈລະຈາຕໍ່ລອງແບບ OH YES ເຕັກນິກນີ້ຟັງແລ້ວຄືຈະງ່າຍໆແມ່ນບໍ່? ແຕ່ຈະໃຊ້ໄດ້ກໍຕໍ່ເມື່ອ ໃນໃຈລູກຄ້າຢາກຊື້ສິນຄ້າ ຢູ່ແລ້ວ ເຊັ່ນ: ການຊື້ລົດ ເມື່ອມີລູກຄ້າສົນໃຈຍ່າງເຂົ້າມາສູນຂາຍລົດ ແນ່ນອນວ່າ ລູກຄ້າ ຄົນນັ້ນ ກໍຕ້ອງຢາກໄດ້ລົດຢູ່ແລ້ວ ກໍລະນີນີ້ ເອີ້ນວ່າ  OH YES ເຮົາຈະເວົ້າແບບໃດລູກຄ້າກໍອາດຈະຕັດສິນໃຈຊື້ ຍິ່ງຖ້າເຮົາມີໂປຣໂມຊັນ ຫຼຸດແລກແຈກແຖມໃນໄລຍະນັ້ນ ລູກຄ້າຍິ່ງຕັດສິນໃຈຊື້ໄວ.  ແຕ່ຖ້າເປັນຈັດວາງສະແດງໂຊລົດຢູ່ໃນສູນການຄ້າແລ້ວ ລູກຄ້າມາຍ່າງເລາະເບິ່ງຊື່ໆ ອັນນີ້ເຂົາຈະບໍ່ເປັນກຸ່ມລູກຄ້າທີ່ຢາກຊື້ ເພາະເຫັນຜ່ານໆເລີຍຍ່າງເຂົ້າມາເບິ່ງ. ສຳລັບວິທີການເບິ່ງວ່າຈະເກີດການເຈລະຈາແບບ OH YES ຫຼືບໍ່ນັ້ນ ໃຫ້ສັງເກດເບິ່ງ ພຶດຕິກຳຄວາມຕັ້ງໃຈຂອງລູກຄ້າ ດ້ວຍການຕັ້ງຄຳຖາມວ່າແບບອ້ອມໆ ແລ້ວເຂົາກໍຈະຕອບເຮົາເອງ ເພາະອາດຈະບໍ່ມີໃຜທີ່ຢາກໃຫ້ຄົນຂາຍຮູ້ວ່າ ເຂົາຢາກໄດ້ສິນຄ້ານັ້ນທີ່ສຸດ ເຊັ່ນຖາມ: ສະບາຍດີ ມາຈາກໃສເນາະ ມາໄກບໍ່ ຫຼື ສະບາຍດີ ...

Read More »

ຫວຽດນາມ ຄາດວ່າ ທຸລະກິດ E – Commerce ຈະເຕີບໂຕ 20% ພາຍໃນປີ 2020

ປັດຈຸບັນ, ຈຳນວນຜູ້ນຳໃຊ້ອິດເຕີເນັດໃນຫວຽດນາມມີປະມານ 50 ລ້ານຄົນ ເທົ່າກັບ 54% ຂອງປະຊາກອນທັງໝົດ, ຂໍ້ມູນູຈາກ  Statista.com ໄດ້ລະບຸວ່າ ໃນຈຳນວນນີ້ປະມານ 35.4 ລ້ານຄົນເປັນຜູ້ໃຊ້ E – Commerce  ແລະ ໃນປີ  2018 ຄາດວ່າເພີ່ມເປັນ 37.3 ລ້ານຄົນ. ໂດຍອາດຈະເພີ່ມເປັນ 42 ລ້ານຄົນໃນປີ 2021 ຄ່າໃຊ້ຈ່າຍໃນການຊື້ເຄື່ອງໃຊ້ບໍລິການອອນໄລ໌ ສະເລ່ຍຢູ່ທີ 62 ໂດລາສະຫະລັດ/ຄົນ/ປີ ໃນປີ 2017 ແລະ ອາດສູງ 91 ໂດລາໃນປີ 2021. ກົມການຄ້າອອນໄລ໌ ແລະ ເຕັກໂນໂລຊີຂອງຫວຽດນາມ (Vietnam E – Commerce and Digital Economy Agency) ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ປະເມີນການວ່າ ໃນໄລຍະປີ 2017-2020 ທຸລະກິດ E – Commerce ໃນຫວຽດນາມຈະຂະຫຍາຍຕົວສະເລ່ຍ 20% ແລະ ຈະມີລາຍໄດ້ຈາກ E – Commerce ...

Read More »

ເປີດຈຳໜ່າຍຢ່າງເປັນທາງການໃນປະເທດລາວ Huawei Mate20 ແລະ Mate20Pro

ຫົວເຫວີຍນຳສະເໜີສະມາດໂຟນ ‘’HUAWEI Mate20’’ ແລະ ‘’HUAWEI Mate 20 Pro’’ ສຸດຍອດຄວາມສະຫຼາດດ້ວຍ AI ທີ່ເໜືອກວ່າ  ໃນປະເທດລາວຢ່າງຍິ່ງໃຫຍ່, ເປັນສຸດຍອດສະມາດໂຟນແຫ່ງຍຸກ ດ້ວຍຈຸດເດັ່ນຂອງສະມາດໂຟນທັງ 2 ລຸ້ນນີ້ກໍຄື: ຂຸມພະລັງຊິບເຊັດ Kirin 980 ທີ່ຜະລິດຈາກຂະບວນການຜະລິດ 7 ນາໂນເມດຕົວທຳອິດຂອງໂລກ ແລະ ມາພ້ອມກ້ອງຫຼັງ 3 ຕົວໃໝ່ຂອງໄລກ້າທີ່ຢູ່ໃນກອບ 4 ຫຼ່ຽມ. ໃນວັນທີ 11 ພະຈິກ 2018 ທີ່ຜ່ານມາ, ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້,  ຫົວເຫວີຍໄດ້ຈັດ ງານເປີດຕົວ ແລະ ຈໍາໜ່າຍ HUAWEI Mate20’’ ແລະ ‘’HUAWEI Mate 20 Pro ຢ່າງເປັນທາງການໃນລາວດ້ວຍຄວາມຕື່ນຕາຕື່ນຂອງຜູ້ເຂົ້າຮ່ວມງານທຸກຄົນທີ່ໄດ້ຮັບຟັງ ການນຳສະເໜີ ໂທລະສັບ 2 ລຸ້ນນີ້ ດ້ວຍຟັງຊັນທີ່ຄົບເຄື່ອງເລື່ອງເຕັກໂນໂລຊີທີ່ລໍ້າໜ້າ ສາມາດຕອບໂຈດທຸກການໃຊ້ຊີວິດຂອງຄົນຍຸກນີ້. ພາຍໃນງານຍັງມີການສຳພາດພິເສດຈາກ ໂຈໂຈ້ ມິຣາໂຄ ຜູ້ກຳກັບໜຸ່ມໄຟແຮງທີ່ມີຊື່ສຽງທີ່ສຸດໃນລາວ ທີ່ໄດ້ມາຮ່ວມແຊຣ໌ປະສົບການໃນການໃຊ້ສະມາດໂຟນ Huawei Mate20Pro ໃນການຖ່າຍຮູບ ແລະ ...

Read More »