General

ເຖິງເວລາແລ້ວ!!! ສປປ ລາວ ເຮົາມີແຜນຮັບມືກັບໄພແຫ້ງແລ້ງ ຢ່າງຈິງຈັງ.

ສາເຫດຂອງການເກີດໄພແຫ້ງແລ້ງໃນປີ 2019 ອີງຕາມສະພາວະໂລກຮ້ອນທີ່ເກີດຂຶ້ນ.  ໃນປັດຈຸບັນ, ຊຶ່ງມີທ່າອ່ຽງອຸນນະພູມເພີ່ມຂຶ້ນໄດ້ສົ່ງຜົນກະທົບໂດຍກົງຕໍ່ບັນດາປະເທດຕ່າງໆຢູ່ໃນໂລກ ເຮັດໃຫ້ຄວາມສົມດຸນຂອງສະພາບອາກາດມີການປ່ຽນແປງຄື: ລະດູໜາວບໍ່ໜາວຫຼາຍ ກົງກັນຂ້າມລະດູຮ້ອນຍີ່ງຮ້ອນ ແລະ ແຫ້ງແລ້ງ ເວົ້າລວມ ເວົ້າສະເພາະແມ່ນຢູ່ບັນດາປະເທດທີ່ ນອນຢູ່ໃນອ່າງແມ່ນໍ້າຂອງໄດ້ປະສົບກັບໄພແຫ້ງແລ້ງຢ່າງຮຸນແຮງ ແລະ ຕໍ່ເນື່ອງຍ້ອນໄດ້ຮັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ຊຶ່ງສະແດງອອກຄື: ໃນໄລຍະລະດູຝົນປະລິມານຝົນຕົກໜ້ອຍຜິດປົກກະຕິ ເມື່ອທຽບໃສ່ຫຼາຍປີຜ່ານມາ ເປັນສາເຫດຕົ້ນຕໍທີ່ພາໃຫ້ເກີດໄພແຫ້ງແລ້ງໃນເຂດອ່າງຮັບນໍ້າຂອງແມ່ນໍ້າຂອງໂດຍສະເພາະ ໃນປີ 2019 ເກີດມີປະກົດການນໍ້າຖ້ວມຢູ່ພາກໃຕ້ ແລະ ເກີດມີໄພແຫ້ງແລ້ງຢູ່ພາກເໜືອແລະ ພາກກາງ ເພື່ອຮັບມືຕໍ່ກັບໄພແຫ້ງແລ້ງ ບັນດາປະເທດລຸ່ມແມ່ນໍ້າຂອງ ເວົ້າລວມເວົ້າສະເພາະ ຢູ່ປະເທດລາວເຮົາຄວນຈະສຶກສາ ແລະ ຮຽນຮູ້ບົດຮຽນຈາກບັນດາປະເທດອື່ນ ທີ່ມີບົດຮຽນກ່ຽວກັບການປ້ອງກັນໄພແຫ້ງແລ້ງ ເປັນຕົ້ນ ສປ. ຈີນ, ສາຫະລັດອາເມລິກາ, ນໍເວ, ສະວິດເຊີແລນ. ພ້ອມດຽວກັນນີ້, ພວກເຮົາຕ້ອງໄດ້ສ້າງຍຸດທະສາດ ແລະ ແຜນດໍາເນີນງານໄລຍະກາງ ແລະ ໄລຍະຍາວ ເພື່ອຮັບມືກັບໄພແຫ້ງແລ້ງດັ່ງກ່າວ ໂດຍໄວ ໂດຍສຸມໃສ່ການສ້າງແຜນຄຸ້ມຄອງບັນດາອ່າງ, ການບໍລິຫານຈັດສັນນໍ້າຢູ່ບັນດາເຂື່ອນໄຟຟ້າ ແລະ ເພີ່ມທະວີການຮ່ວມມືໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ດ້ານການຄຸ້ມຄອງຊັບພະຍາກອນນໍ້າ ແນ່ໃສ່ເພີ້ມທະວີການສ້າງເຄືອຂ່າຍພື້ນຖານໂຄງລ່າງດ້ານຊັບພະຍາກອນນໍ້າໃນການກຽມພ້ອມຮັບມືກັບການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ. ຜ່ານການທົບທວນຄືນກ່ຽວກັບສະຖິຕິໄພແຫ້ງແລ້ງໃນຊຸມປີຜ່ານມາໄດ້ວ່າພົບວ່າ: ໄລຍະ 6 ເດືອນຕົ້ນປີ 2019 ...

Read More »

ຍິນດີນຳ!!! 12 ທ່ານ ທີ່ໄດ້ຮັບລົດຈັກ Honda ຈາກຝາເຫຼືອງ ນ້ຳດື່ມຫົວເສືອ

ໃນຕອນເຊົ້າຂອງວັນທີ 29 ພະຈິກ 2019 ນີ້, ບໍລິສັດ  ເບຍລາວຈຳກັດ ຜູ້ຜະລິດ ແລະ ຈັດຈຳໜ່າຍຜະລິດຕະພັນນໍ້າດື່ມຫົວເສືອ ໄດ້ຈັບສະຫຼາກແຈກໂຊກ ຄືນກຳໄລໃຫ້ກັບລູກຄ້າໃນໂຄງການ “ຊື່ນໃຈທ້າຍປີ ລຸ້ນໂຊກ 2​ ຊັ້ນ ຈາກນ້ຳດື່ມຫົວເສືອ” ຄັ້ງ 1  ຈັບສະຫຼາກມອບລາງວັນ ລົດຈັກ Honda Wave 110i  ຈຳນວນ 12 ຄັນ ໂດຍການຈັບສະຫຼາກຂອງທ່ານ ບຸນທະແສງ ສິຣິສັກ ຜູ້ຈັດການອາວຸໂສ ນໍ້າດື່ມຫົວເສືອ. ແຕ່ສຳລັບໃຜທີ່ຍັງບໍ່ໄດ້ຮັບລາງວັນໃນຄັ້ງທີ 1 ນີ້, ກໍບໍ່ຕ້ອງເສຍໃຈເພາະຍັງຈະມີການຈັບລາງວັນເປັນຄັ້ງທີ 2 ອີກ ສະນັ້ນ, ຮີບຟ້າວໄປສະສົມຝາ ນໍ້າດື່ມຫົວເສືອ ສີເຫຼືອງໄວ້ຕັ້ງແຕ່ດຽວນີ້ ຈົນຮອດວັນທີ 28 ທັນວາ 2019 ເພື່ອມາແລກເອົາຂອງລາງວັນໃນໂຊກທີ 1 ບໍ່ວ່າຈະເປັນ ຖັງໃສ່ນໍ້າກ້ອນ, ຄັນຮົ່ມ ແລະ ລຸ້ນຮັບໂຊກ ຄັ້ງທີ 2 ກໍຄືເອົາຄູປ໋ອງມາຊິງໂຊກລຸ້ນລາງວັນໃຫຍ່ອີກ ໃນວັນທີ 31 ທັນວາ 2019 ...

Read More »

ຄ່າທໍານຽມ ການອອກໃບອະນຸຍາດດໍາເນີນທຸລະກິດກ່ຽວກັບທຸລະກໍາທາງເອເລັກໂຕຣນິກ

ກົມເຕັກໂນໂລຊີຂໍ້ມູນຂ່າວສານ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ອອກລະບຽບວ່າດ້ວຍການເກັບຄ່າບໍລິການອອກໃບອະນຸຍາດດໍາເນີນທຸລະກິດ ໃຫ້ບໍລິການກ່ຽວກັບທຸລະກໍາທາງເອເລັກໂຕຣນິກ  ກົດເຂົ້ານີ້ເພື່ອອ່ານເບິ່ງແຈ້ງການ ເລກທີ 172/ກວຕ.ກຕຂ ວັນທີ 05 ກັນຍາ 2014   ເພື່ອຈຸດປະສົງໃນການກໍານົດຫຼັກການ, ລະບຽບການ ແລະ ອັດຕາຄ່າບໍລິການ ເພື່ອທົດລອງນໍາໃຊ້ໃນການອອກໃບອະນຸຍາດດໍາເນີນທຸລະກິດໃຫ້ບໍລິການກ່ຽວກັບທຸລະກໍາທາງເອເລັກໂຕຣນິກ ຢູ່ ສປປ ລາວ. ເຊິ່ງຄ່າບໍລິການອອກໃບອະນຸຍາດດໍາເນີນທຸລະກິດ ມີລາຍລະອຽດດັ່ງລຸ່ມນີ້: ຄ່າບໍລິການອອກໃບອະນຸຍາດດໍາເນີນທຸລະກິດ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ສະເໜີຂໍອະນຸຍາດໃຫ້ບໍລິການກ່ຽວກັບທຸລະກໍາທາງເອເລັກໂຕຣນິກ ຕ້ອງຈ່າຍຄ່າບໍລິການຕາມທີ່ກໍານົດໄວ້ ດັ່ງນີ້: 1. ແບບຟອມຄໍາຮ້ອງ                          20,000 ກີບ/ 1 ຄໍາຮ້ອງ 2. ຄ່າທໍານຽມອອກໃບອະນຸຍາດ             300,000 ກີບ/ 1 ໃບອະນຸຍາດ 3. ຄ່າບໍລິການຄົ້ນຄ້ວາບົດປະເມີນດ້ານວິຊາການ 300,000 ກີບ/ 1 ບົດປະເມີນ ຄ່າບໍລິການອອກໃບອະນຸຍາດຂໍສືບຕໍ່ດໍາເນີນທຸລະກິດ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຂໍອະນຸຍາດສືບຕໍ່ດໍາເນີນທຸລະກິດໃຫ້ບໍລິການກ່ຽວກັບທຸລະກໍາທາງເອເລັກໂຕຣນິກ ຕ້ອງຈ່າຍຄ່າບໍລິການຕາມທີ່ກໍານົດໄວ້ ດັ່ງນີ້: 1. ແບບຟອມຄໍາຮ້ອງ                    ...

Read More »

ບໍລິສັດ ຕັນຈົງມໍເຕີຣ໌ (ລາວ) ເປີດ campaign ໃຫຍ່ຈັບສະຫຼາກຫາຜູ້ໂຊກດີ

ເມື່ອເດືອນກໍລະກົດ ປີ 2019 ທີ່ຜ່ານມາ, ບໍລິສັດ ຕັນຈົງ ມໍເຕີຣ໌ (ລາວ) ຈໍາກັດ Tan Chong Motor (LAO) SOLE. Ltd. (“TCML”),    ເຊິ່ງເປັນຕົວແທນຜູ້ຈັດຈຳໜ່າຍລົດ ນິສສັນ Nissan ໃນກຸ່ມບໍລິສັດຕັນຈົງມໍເຕີຣ໌ໂຫດດີງສ໌ Tan Tan Motor Holdings Bhd (ປະເທດມາເລເຊຍ) ແລະ ຜູ້ເປັນໃຫ້ບໍລິການຫຼັງການຂາຍໃນລາຊະອານາຈັກກໍາປູເຈຍ, ປັດຈຸບັນໄດ້ເປີດແຄມເປນ campaign ໃຫຍ່ທີ່ໜ້າສົນໃຈຄື ‘A WIN A TERRA CAMPAIGN’ ຄືນກຳໄລໃຫ້ກັບລູກຄ້າທີ່ຊື້ລົດຈາກບໍລິສັດ ຕັ້ງແຕ່ຕອນນີ້ຈົນເຖິງເດືອນກຸມພາ ປີ 2020. ນີ້ເປັນຄັ້ງທຳອິດທີ່ບໍລິສັດຕັນຈົງມໍເຕີຣ Tan Chong Motor ໄດ້ເປີດແຄມເປນ campaign ໃໝ່ລ້າສຸດ ‘A WIN A TERRA CAMPAIGN’   ເປັນການຈັບສະຫຼາກຫາຜູ້ໂຊກດີ ໃນໄລຍະ 8 ເດືອນ. ສໍາລັບລູກຄ້າທີ່ຊື້ລົດ Nissan ທຸກລຸ້ນໃນໄລຍະເປີດແຄມເປນ campaign ...

Read More »

ງານວາງສະແດງ ເສດຖະກິດເຕັກນິກ ການຮ່ວມມືແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ 2019

ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະພາການຄ້າແຫ່ງຊາດລາວ, ສະຖານທູດຈີນ ປະຈຳ ສປປ ລາວ,  ກົມສົ່ງເສີມການຄ້າ ແລະ ການລົງທຶນ, ສະພາສົ່ງເສີມການຄ້າສາກົນ ສປ ຈີນ. ໄດ້ເປີດງານວາງສະແດງ ເສດຖະກິດເຕັກນິກ ການຮ່ວມມືແມ່ນໍ້າຂອງ ແລະ ແມ່ນໍ້າລ້ານຊ້າງ ປີ 2019 ຄັ້ງທີ 4 ຂຶ້ນຢ່າງເປັນທາງໃນວັນທີ 25  ພະຈິກ 2019  ແລະ ງານນີ້ ຈະໄດ້ດຳເນີນວາງສະແດງຈົນໄປເຖິງວັນທີ 28 ພະຈິກ ທີ່ຈະມາເຖິງນີ້ຢູ່ທີ່ ສູນການຄ້າ ລາໄອເຕັກ (ຕຶກເກົ່າ). ເຊີນຊວນທຸກໆໄປທ່ຽວຊົມງານວາງສະແດງໄດ້. ໂດຍການເຂົ້າຮ່ວມຂອງທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ສື ຕົງຫລີ ຮອງຫົວໜ້າກົມ ສົ່ງເສີມການຄ້າ ແລະ ການລົງທຶນ, ສະພາສົ່ງເສີ່ມການຄ້າສາກົນ ສປ ຈີນ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ...

Read More »

ບາດກ້າວທຳອິດແຫ່ງຄວາມສຳເລັດ “ການຄົ້ນຫາຕົວຕົນຂອງທ່ານ”

ຈາກບົດຄວາມແນວຄິດການລິເລີ່ມທຸລະກິດໃຫ້ປະສົບຜົນສຳເລັດໃນເດືອນຜ່ານມາ ຜູ້ອ່ານຫຼາຍທ່ານອາດຈະພໍ ຮັບຮູ້ໄດ້ວ່າ ການມີທັດສະນະຄະຕິໃນທາງບວກນັ້ນມີຄວາມສຳຄັນຫຼາຍຕໍ່ການບັນລຸຜົນສຳເລັດທີ່ຕັ້ງໄວ້ ບໍ່ວ່າຈະ ເປັນດ້ານໜ້າທີ່ການງານ ແລະ ຊີວິດສ່ວນຕົວ, ເຊິ່ງບາດກ້າວທຳອິດທີ່ສຳຄັນໃນການສ້າງທັດສະນະຄະຕິໃຫ້ ປະສົບຜົນສຳເລັດ ກໍຄື ການຄົ້ນຫາຕົວຕົນຂອງທ່ານເອງ. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຢາກຜັນຂະຫຍາຍເນື້ອໃນ ຈາກບົດຄວາມກ່ອນ ດ້ວຍການນຳເອົາແນວທາງການຄົ້ນຫາຕົນເອງມາແບ່ງປັນ ເພື່ອເຮັດໃຫ້ຜູ້ອ່ານເຫັນພາບ ຍິ່ງຂຶ້ນ ເນື່ອງຈາກການເວົ້າເຖິງທັດສະນະຄະຕິ ແລະ ແນວຄວາມຄິດຂ້ອນຂ້າງມີລັກສະນະເປັນນາມມະທຳ. ຫຼາຍຄົນມັກປະສົບບັນຫາໃນການຄົ້ນຫາວ່າ ຕົນເອງສົນໃຈສິ່ງໃດແທ້ ຫຼື ມີຄວາມສາມາດທາງດ້ານໃດ ຫຼື ຄວນ ເຮັດຫຍັງດີ? ບໍ່ວ່າຈະເປັນນ້ອງໆນັກຮຽນຜູ້ທີ່ກຳລັງຕັດສິນໃຈຮຽນຕໍ່ໃນມະຫາວິທະຍາໄລທີ່ຍັງບໍ່ສາມາດເລືອກໄດ້ວ່າ ຕົນເອງຈະຮຽນຕໍ່ສາຂາໃດ ເພາະບໍ່ຮູ້ຄວາມຕ້ອງການທີ່ແທ້ຈິງຂອງຕົນ ເຊິ່ງກໍບໍ່ຕ່່າງຫຍັງກັບຜູ້ທີ່ຢາກ ເຮັດທຸລະກິດ ເພາະການມີຕົວເລືອກໜ້ອຍວ່າຍາກແລ້ວ ການມີຕົວເລືອກຫຼາຍຍິ່ງຍາກກວ່າ. ການຄົ້ນຫາຕົນເອງ ຈຶ່ງບໍ່ແມ່ນເລື່ອງງ່າຍ ເພາະມັນມີຄວາມລະອຽດອ່ອນ ແລະ ສັບສົນ ເນື່ອງຈາກກ່ຽວກັບຈິດໃຈຂອງມະນຸດ. ດັ່ງນັ້ນ, ເພື່ອຊ່ວຍໃຫ້ທ່ານສາມາດຄົ້ນຫາຕົວຕົນທີ່ແທ້ຈິງ ທ່ານຕ້ອງໄດ້ຕັ້ງຄຳຖາມກັບຕົນເອງ ແລະ ຕອບຄຳຖາມເຫຼົ່ານັ້ນດ້ວຍຄວາມຊື່ສັດ ເຊິ່ງການຊື່ສັດຕໍ່ຕົນເອງເປັນສິ່ງທີ່ສຳຄັນຫຼາຍ ເພາະຫາກທ່ານຕົວະຕົນເອງແລ້ວ ແນ່ນອນວ່າ ທ່ານຈະບໍ່ສາມາດຄາດຫວັງທີ່ຈະໄດ້ຮັບຄຳຕອບທີ່ຖືກຕ້ອງ. (ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 160 ເດືອນພະຈິກ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ...

Read More »

ສິດໃນການສະເໜີໃຫ້ສານອອກຄໍາສັ່ງອາຍັດຊັບ

ການສະເໜີໃຫ້ສານອອກຄໍາສັ່ງອາຍັດຊັບ ຖືເປັນສິດທິຂັ້ນພື້ນຖານຂອງຄູ່ຄວາມ ໃນການເນີນຄະດີຢູ່ສານ ທັງນີ້ກໍ່ເພື່ອປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາ ຂອງຕົນຕາມກົດໝາຍ. ຄໍາວ່າ “ອາຍັດຊັບ” ໃນດ້ານກົດໝາຍແລ້ວ ໝາຍເຖິງ ການບໍ່ອະນຸຍາດໃຫ້ຊື້, ຂາຍ, ມອບ, ໂອນ, ແລກປ່ຽນ, ຊວດຈໍາ, ຄໍ້າປະກັນ, ຕໍ່ເຕີມ, ສ້ອມແປງ, ທໍາລາຍ ຫຼື ປ່ຽນແປງ ແລະ ອື່ນໆກ່ຽວກັບຊັບເຄື່ອນທີ່ ຫຼື ຊັບຄົງທີ່ ລວມທັງບັນຊີເງິນຝາກຢູ່ທະນາຄານ ທີ່ພົວພັນກັບຄະດີ ຕາມຄໍາສັ່ງຂອງສານ ຕາມທີ່ກໍານົດໄວ້ໃນມາດຕາ 3(19) ຂອງກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງປີ 2012. ການອາຍັດຊັບສິນ ແມ່ນມາດຕະການໜຶ່ງຂອງສານທີ່ສໍາຄັນ ເພື່ອຮັບປະກັນ ບໍ່ໃຫ້ໂຈດ ຫຼື ຈໍາເລີຍ ຫຼື ຜູ້ທີ່ເປັນເຈົ້າຂອງ ຊັບສິນດັ່ງກ່າວ ກະທໍາການໃດໆທີ່ຈະເປັນການສ້າງຄວາມເສຍຫາຍ ຫຼື ສ້າງຂໍ້ຜູກພັນເພີ່ມເຕີມຕໍ່ຊັບສິນດັ່ງກ່າວ ໃນລະຫວ່າງ ການດໍາເນີນຄະດີ ຈົນກວ່າ ສານຈະມີຄໍາສັ່ງປ່ຽນແປງ ເປັນຢ່າງອື່ນເຊັ່ນ: ການອາຍັດຮຸ້ນໃນບໍລິສັດ, ບັນຊີທະນາຄານ, ທີ່ດິນ, ອາຄານ, ເຮືອນ ແລະ ຊັບສິນອື່ນໆ, ເຊິ່ງສານສາມາດ ...

Read More »

ອີທີແອລ ໂສມໜ້າໃຫມ່ ເຄື່ອງໝາຍການຄ້າໃຫມ່, ເຄື່ອຂ່າຍໃຫມ່, ບໍລິການໃຫມ່

ບໍລິສັດ ອີທີແອລ ຈຳກັດ, ໄດ້ຈັດງານເປີດໂຕເຄື່ອງໝາຍການຄ້າໃຫມ່, ເຄືອຂ່າຍໃຫມ່່, ບໍລິການໃຫມ່ ແລະ ເປີດໃຫ້ບໍລິການ 4,5G ຢ່າງເປັນທາງການ. ໃນຕອນຄໍ່າວັນທີ 15 ພະຈິກ 2019, ທີ່ ໂຮງແຮມ ແລນມາກ. ພາຍໃຕ້ການເປັນປະທານຂອງ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງ ໄປສະນີຄົມມະນາຄົມ ແລະ ການສື່ສານ, ໂດຍເປັນກຽດເຂົ້າຮ່ວມມີ ທ່ານ ປອ ທັນສະໄໝ ກົມມະສິດລັດຖະມົນຕີ ກະຊວງ ໄປສະນີຄົມມະນາຄົມ ແລະ ການສື່ສານ, ທ່ານ ຮວງ ສູຢຸນ (Huang SHUYUN) ຜູ້ອຳນວຍການໃຫຍ່ ບໍລິສັດ ອີທີແອລ ຈໍາກັດ ພ້ອມດ້ວຍຄະນະ ແລະ ແຂກຜູ້ມີກຽດຈາກພາກລັດ ແລະ ເອກະຊົນ, ລູກຄ້າ ແລະ ຮ້ານຕົວແທນຈຳໜ່າຍ ຂອງ ອີທີແອລ ເຂົ້າຮ່ວມງານ. ເຄື່ອຂ່າຍ ອີທີແອລ ເລີ່ມເປີດໃຫ້ບໍລິການແຕ່ປີ 2000 ເປັນຕົ້ນມາ, ໃນປີ ...

Read More »

ສູນລາວແລນໂລເວີ ໄດ້ຈັດກິດຈະກຳ ທົດລອງຂັບລົດແບບວິບາກ ຫຼື ອ໋ອບໂຣດ

ສູນລາວແລນໂລເວີ ໄດ້ຈັດກິດຈະກຳ ທົດລອງຂັບລົດແບບວິບາກ ຫຼື ອ໋ອບໂຣດ (The Above & Beyond Tour ) ຢູ່ທີ່ບຶງທາດຫຼວງ ເຂດເສດຖະກິດພິເສດ ໃນວັນທີ 1-3 ພະຈິກ 2019 ທີ່ຜ່ານມາ. ແລະ ຂໍສະແດງຄວາມຍິນດີນຳ ທ່ານ ດານຸພົນ ວົງຄີລີ ທີ່ເປັນຜູ້ຊະນະໃນງານທົດລອງຂັບລົດແບບ ອ໋ອບໂລດ The Above & Beyond Tour ທີ່ຈະໄດ້ໄປຮ່ວມກິດຈະກຳຂອງແລນໂລເວີ ທີ່ປະເທດນາມິເບຍ (ແອບຟຣິກາໃຕ້) ກິດຈະກຳງານ Land Rover The Above & Beyond Tour ຖືເປັນອີກງານໜຶ່ງທີ່ມີຄວາມເປັນເອກະລັກທີ່ບໍ່ຄືໃຜ ເປັນໂອກາດທີ່ດີຫຼາຍສຳລັບລູກຄ້າທີ່ໄດ້ເຂົ້າມາສຳພັດເຖິງສະມັດຖະນະ ແລະ ຄວາມສາມາດຂອງລົດ SUV ອັນດັບໜຶ່ງ ທີ່ບໍ່ມີໃຜທຽບໄດ້. ໂດຍໄດ້ມີຜູ້ຊ່ຽວຊານຈາກຕ່າງປະເທດທີ່ມີປະສົບການດ້ານການຂັບຂີ່ທາງວິບາກແບບອ໋ອບໂຣດ ໄດ້ມາໃຫ້ຄຳແນະນຳໃນການຮັບມືກັບທຸກສະພາບພູມສັນຖານຂອງປະເທດທີ່ຍາກລຳບາກທີ່ສຸດບໍ່ວ່າຈະເປັນພື້ນທີ່ສູງຊັນ, ຂຸຂະ, ລົງນໍ້າບວກ, ຂຸມ ຈົນເຖິງເສັ້ນທາງທີ່ມີຄວາມທ້າທາຍທີ່ສຸດທີ່ເຄີຍມີມາຢ່າງໝັ້ນໃຈ. ໃນປີນີ້ ຮູບແບບການຈັດງານແມ່ນແບບອ໋ອບໂຣດ ຫຼື ທາງວິບາກຂ້າມສິ່ງກີດຂວາງ ແລະ ທາງລາດຊັນທີ່ເປັນເນີນຄ້ອຍ ...

Read More »

ກະຊວງກ່ຽວຂ້ອງ ກວດກາຄືນເງື່ອນໄຂການເປັນບໍລິສັດນໍາເຂົ້າ- ຈໍາໜ່າຍພາຫະນະ ຢູ່ ສປປ ລາວ

ອີງຕາມ ຄໍາສັ່ງວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ເລກທີ 12/ນຍ, ວັນທີ 23 ສິງຫາ 2018 ແລະ ຂໍ້ຕົກລົງ ເລກທີ 0075/ອຄ.ກຂອ ວັນທີ 13 ມັງກອນ 2012 ວ່າດ້ວຍລະບຽບການນໍາເຂົ້າ ແລະ ຈໍາໜ່າຍລົດ ຢູ່ ສປປ ລາວ. ດັ່ງນັ້ນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 2467/ຫອຄ.ກຂອ ວັນທີ 07 ພະຈິກ 2019 ເພື່ອເອີ້ນບັນດາບໍລິສັດນໍາເຂົ້າ ແລະ ຈໍາໜ່າຍພາຫະນະ ໃນການຈັດຕັ້ງປະຕິບັດ ຕາມຄໍາສັ່ງ ເລກທີ 12/ນຍ, ມາດຕະການທີ 1 ຂໍ້ ຂ(4) ທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຖືກມອບໝາຍໃຫ້ກວດກາ ແລະ ເກັບກໍາສະຖິຕິຈໍານວນບໍລິສັດ ແລະ ຮ້ານຈໍາໜ່າຍພາຫະນະ ທີ່ບໍ່ໄດ້ມາດຕະຖານທາງດ້ານການບໍລິການຫລັງການຂາຍ ແລະ ຄຸນນະພາບທາງເຕັກນິກ. ແຈ້ງການສະບັບນີ້ ແມ່ນປະຕິບັດຕາມກົດໝາຍຢ່າງເຄັງຄັດ ແລະ ...

Read More »