ການກໍ່ສ້າງເສັ້ນທາງ ໜອງພະຍາ-ສີເກີດ ຫຼ້າຊ້າ ຍ້ອນບັນຫາທາງດ້ານການເງິນ

ໜ່ວຍງານທີ່ຮັບຜິດຊອບໂຄງການຍືນຢັນວ່າ:  ການກໍ່ສ້າງເສັ້ນທາງ ແຕ່ ສີ່ແຍກໄຟອໍານາດ ຕານມີໄຊ ເມືອງໄຊທານີ ຫາ ສີ່ແຍກໄຟອໍານາດ ສີເກີດ ເມືອງນາຊາຍທອງ ລວມໄລຍະທາງ 9.4 ກິໂລແມັດ ແມ່ນຈະໃຫ້ສໍາເລັດໃນທ້າຍປີ 2019 ນີ້ແນ່ນອນ,

ປັດຈຸບັນ, ໂຄງການມີຄວາມຄືບໜ້າ ສຳເລັດແລ້ວ 72.62% ໂດຍໄດ້ສຸມໃສ່ວຽກ ໃນການປູຄອນກຣີດ. ໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ເດືອນ ຕຸລາ 2016 ແຕ່ເກີດມີຄວາມຫຼ້າຊ້າມາ ເນື່ອງຈາກມີບັນຫາທາງດ້ານການເງິນ ແລະ ໄດ້ຂໍສືບຕໍ່ໜ້າວຽກ ຕື່ມອີກ 9 ເດືອນ.

ການປັບປຸງເສັ້ນທາງດັ່ງກ່າວ ແມ່ນໃຊ້ງົບປະມານຢູ່ທີ່ 45.1 ລ້ານໂດລາສະຫະລັດ (ປະມານ 367 ຕື້ກີບ). ເສັ້ນທາງທີ່ຈະສ້າງ ແມ່ນມີຄວາມກ້ວາງ 28 ແມັດ, ມີ 6 ເລນ, ມີລະບົບລະບາຍນໍ້າ ແລະ ໄຟເຍືອງທາງຄົບຊຸດ.

ແປຈາກ ໜັງສືພິມ Vientianetimes ໂດຍ LAO YOUTH RADIO STATION, FM 90.0 MHZ

Comments